19. ຂ້ອຍໄດ້ຮຽນຮູ້ວິທີປະຕິບັດຕໍ່ຜູ້ຄົນຢ່າງເໝາະສົມ

ໂດຍ ຊື່ຢວນ, ຝຣັ່ງ

ປະມານສອງສາມປີກ່ອນ, ຂ້ອຍກຳລັງເຮັດໜ້າທີເປັນຫົວໜ້າຄຣິດຕະຈັກ. ມີອ້າຍຄົນໜຶ່ງ ທີ່ມີນາມສະກຸນວ່າ ເຊິນ ໃນຄຣິດຕະຈັກ ເປັນຄົນມີຄວາມສາມາດດີ. ແຕ່ອຸປະນິໄສຂອງລາວນັ້ນໂອ້ອວດຫຼາຍ ແລະ ລາວມັກທີ່ຈະຢັບຢັ້ງຄົນອື່້ນ. ລາວມັກອວດອ້າງ, ດັ່ງນັ້ນ ຂ້ອຍຈຶ່ງເລີ່ມມີອະຄະຕິກັບລາວ ແລະ ສະແດງຄວາມຄິດເຫັນກ່ຽວກັບລາວ. ມື້ໜຶ່ງ ອ້າຍເຊິນໄດ້ມາຫາຂ້ອຍ ແລະ ເວົ້າວ່າລາວຢາກລ້ຽງດູຜູ້ທີ່ເຊື່ອໃໝ່. ລາວບໍ່ໄດ້ເຊື່ອໃນພຣະເຈົ້າມາດົນແລ້ວ ແລະ ມີຄວາມເຂົ້າໃຈພຽງຜິວເຜີນຕໍ່ຄວາມຈິງ, ດັ່ງນັ້ນ ຂ້ອຍຈຶ່ງເວົ້າວ່າບໍ່. ເມື່ອເຫັນວ່າຂ້ອຍບໍ່ຍິນຍອມ, ລາວຈຶ່ງເວົ້າວ່າ “ຂ້ອຍມີຄວາມສາມາດເຊັ່ນນັ້ນ, ເປັນຫຍັງຂ້ອຍຈຶ່ງບໍ່ຄວນເຮັດໜ້າທີໃນການລ້ຽງດູ? ຖ້າຂ້ອຍບໍ່ໄປເຮັດມັນ, ມັນຈະເປັນການສູນເສຍພອນສະຫວັນຂອງຂ້ອຍ”. ຂ້ອຍບໍ່ໄດ້ໃຈດີກັບເລື່ອງນີ້ ແລະ ຂ້ອຍຄິດວ່າ “ເຈົ້າຄິດວ່າການເຮັດໜ້າທີ່ລ້ຽງດູນັ້ນງ່າຍຫຼາຍບໍ? ເຈົ້າສາມາດເຮັດໜ້າທີ່ນີ້ໄດ້ດີໂດຍ ນຳໃຊ້ພຽງແຕ່ຂອງປະທານ ແລະ ຄວາມສາມາດຂອງເຈົ້າ ໂດຍບໍ່ໄດ້ເຂົ້າໃຈຄວາມຈິງໄດ້ບໍ? ຢ່າຍົກຍໍຕົວເອງເລີຍ!” ຂ້ອຍໄດ້ປະຕິເສດຄຳຮ້ອງຂໍຂອງອ້າຍເຊິນ ແລະ ບອກກັບອ້າຍເອື້ອຍນ້ອງຄົນອື່ນວ່າລາວເປັນຄົນໂອ້ອວດສ່ຳໃດ ໂດຍໃຫ້ຕົວຢ່າງເຖິງຫຼາຍໆວິທີທີ່ລາວໄດ້ສະແດງຄວາມເສື່ອມຊາມອອກມາ. ຄົນອື່ນໆບາງຄົນເຫັນດີກັບຂ້ອຍ.

ສອງອາທິດຕໍ່ມາ, ຄຣິດຕະຈັກໄດ້ເຮັດການຈັດຕຽມການຊຸມນຸມໃນອະນາຄົດ, ພວກເຮົາສາມາດເບິ່ງຮູບເງົາຂອງຄຣິດຕະຈັກ ພ້ອມທັງອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຮູບເງົາເຫຼົ່ານີ້ລ້ວນແລ້ວແຕ່ສົນທະນາເຖິງຄວາມຈິງ ແລະ ເປັນພະຍານແກ່ພຣະເຈົ້າ, ດັ່ງນັ້ນ ການເບິ່ງຮູບເງົາເຫຼົ່ານີ້ສາມາດຊ່ວຍໃຫ້ພວກເຮົາເຂົ້າໃຈຄວາມຈິງ. ໃນການເຕົ້າໂຮມກັນຄັ້ງຕໍ່ໄປ, ອ້າຍເຊິນ ເວົ້າວ່າ “ນີ້ເປັນແຜນທີ່ຍິ່ງໃຫຍ່. ຜູ້ນຳ ແລະ ຄູ່ຮ່ວມງານບາງຄົນພຽງແຕ່ແລກປ່ຽນຄຳເວົ້າຊ້ຳຊາກ, ສະນັ້ນ ເບິ່ງຮູບເງົາກໍດີກວ່າ. ຂ້ອຍພົບວ່າທຳອິດໜ້າທີ່ຂອງຂ້ອຍນັ້ນຍາກແທ້ໆ ຍ້ອນຂ້ອຍບໍ່ເຂົ້າໃຈຄວາມຈິງ. ແຕ່ຕໍ່ມາຂ້ອຍກໍອະທິຖານ, ເພິ່ງພາພຣະເຈົ້າ ແລະ ອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ແລະ ຮູບເງົາຂອງຄຣິດຕະຈັກເຫຼົ່ານີ້ກໍ່ຊ່ວຍຂ້ອຍໄດ້ຫຼາຍເຊັ່ນກັນ. ຂ້ອຍໄດ້ເຂົ້າໃຈຄວາມຈິງບາງຢ່າງຈາກພວກມັນ. ຕອນນີ້ ຂ້ອຍຂ້ອນຂ້າງຊຳນິຊຳນານໃນໜ້າທີ່ຂອງຂ້ອຍ ແລະ ມີຄວາມເຂົ້າໃຈຂັ້ນພື້ນຖານຕໍ່ກັບຫຼັກການຕ່າງໆ. ຂ້ອຍບັນລຸໄດ້ຫຼາຍໃນໜ້າທີ່ຂອງຂ້ອຍ”. ຂ້ອຍພົບວ່າການສົນທະນາຂອງລາວໜ້າລັງກຽດ ແລະ ຈືດຈາງ ແລະ ຂ້ອຍຄິດວ່າ “ເຈົ້າຄວ້າທຸກໂອກາດນ້ອຍໆເພື່ອອວດອ້າງແທ້ໆ, ບໍ່ແມ່ນບໍ? ເຈົ້າຊ່າງໂອ້ອວດແທ້!” ຕໍ່ມາ ພວກເຮົາໄດ້ຈັດລຽງສອງສາມບັນຫາທີ່ຕ້ອງໄດ້ຈັດການໃນການຊຸມນຸມກັນຄັ້ງຕໍ່ໄປຂອງພວກເຮົາ ແລະ ອ້າຍເຊິນກໍ່ກະໂດດເຂົ້າທັງສາມບັນຫາເລີຍ. ລາວຍັງໄດ້ມອບໝາຍບັນຫາທີ່ຍັງເຫຼືອໃຫ້ແກ່ຄົນອື່ນສົນທະນາອີກດ້ວຍ. ຄືກັບທີ່ຂ້ອຍກຳລັງມອບໝາຍໃຫ້ຜູ້ນຳກຸ່ມຄົນໜຶ່ງໃຫ້ເປັນເຈົ້າພາບການຊຸມນຸມ, ອ້າຍເຊິນຖາມລາວດ້ວຍນ້ຳສຽງສົງໄສວ່າ “ເຈົ້າແນ່ໃຈບໍວ່າເຈົ້າສາມາດເຮັດໄດ້?” ເມື່ອໄດ້ຍິນລາວເວົ້າເຊັ່ນນີ້ ຄືກັບວ່າມີພຽງລາວຄົນດຽວເທົ່ານັ້ນທີ່ສາມາດເປັນເຈົ້າພາບການຊຸມນຸມໄດ້, ຂ້ອຍຈຶ່ງໂກດຮ້າຍ ແລະ ຄິດວ່າ “ເຈົ້າຊ່າງບໍ່ມີເຫດຜົນແທ້. ເຈົ້າພຽງແກ່ກຳລັງອວດອ້າງເພື່ອໃຫ້ຄົນອື່ນແນມເບິ່ງເຈົ້າ, ຖ້ານັ້ນຄືສິ່ງທີ່ເຈົ້າຕ້ອງການ, ເຈົ້າກໍລືມມັນໄປໄດ້ເລີຍ”. ດັ່ງນັ້ນ ຂ້ອຍຈຶ່ງຈັດລຽງທຸກສິ່ງຄືນໃໝ່ ແລະ ບໍ່ອະນຸຍາດໃຫ້ລາວເປັນເຈົ້າພາບການຊຸມນຸມ. ຕະຫຼອດຊ່ວງເວລານັ້ນ, ຂ້ອຍຮູ້ສຶກເບື່ອໜ່າຍກັບອ້າຍເຊິນ ເມື່ອໃດກໍຕາມທີ່ຂ້ອຍຄິດເຖິງພຶດຕິກຳຂອງລາວ, ໂດຍສະເພາະວິທີທີ່ຂ້ອຍໄດ້ກ່າວເຖິງພຶດຕິກໍາທີ່ອວດດີຂອງລາວຕໍ່ລາວສອງສາມເທື່ອ ແລະ ລາວກໍ່ຍັງບໍ່ປ່ຽນແປງ. ຂ້ອຍຮູ້ສຶກວ່າລາວອວດດີເກີນໄປຈົນບໍ່ຮູ້ຂອບເຂດ. ສະນັ້ນຂ້ອຍຈຶ່ງໄດ້ຕີລາຄາລາວວ່າເປັນຄົນທີ່ບໍ່ສາມາດປ່ຽນແປງໄດ້ ແລະ ຕັດສິນໃຈວ່າຄົນທີ່ອວດດີຄືກັບລາວນັ້ນບໍ່ເໝາະສົມທີ່ຈະເຮັດໜ້າທີ່ຕົນໄດ້. ຂ້ອຍຄິດວ່າຂ້ອຍຈະຕ້ອງປ່ຽນແທນລາວເທົ່ານັ້ນ ແລະ ກໍຈະເປັນແນວນັ້ນ.

ເມື່ອການຊຸມນຸມສິ້ນສຸດລົງ, ຂ້ອຍກໍຄິດເຖິງສະພາວະ ແລະ ພຶດຕິກຳຂອງຂ້ອຍເອງ ແລະ ຮູ້ສຶກບໍ່ດີເລັກນ້ອຍ. ຂ້ອຍຮູ້ສຶກວ່າຂ້ອຍໂຫດຮ້າຍເກີນໄປກັບອ້າຍເຊິນ, ດັ່ງນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ, ເວົ້າວ່າ “ໂອ ພຣະເຈົ້າ, ຂ້ານ້ອຍຮູ້ວ່າສະພາວະຂອງຂ້ານ້ອຍນັ້ນຜິດ, ແຕ່ຂ້ານ້ອຍບໍ່ຮູ້ວ່າບັນຫາຂອງຂ້ອຍແມ່ນຫຍັງ ຫຼື ຈະເຂົ້າສູ່ຫຼັກການແຫ່ງຄວາມຈິງອັນໃດ. ໂຜດສ່ອງສະຫວ່າງ ແລະ ຊີ້ນຳຂ້ານ້ອຍດ້ວຍເທີ້ນ”. ມື້ຕໍ່ໄປ ໃນລະຫວ່າງການເຝົ້າດ່ຽວ, ຂ້ອຍອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ເຈົ້າຄວນປະຕິບັດກັບສະມາຊິກໃນຄອບຄົວຂອງພຣະເຈົ້າຕາມຫຼັກການໃດ? (ປະຕິບັດຕໍ່ອ້າຍເອື້ອຍນ້ອງທຸກຄົນຢ່າງຍຸຕິທຳ). ເຈົ້າປະຕິບັດຕໍ່ພວກເຂົາຢ່າງຍຸຕິທຳແນວໃດ? ທຸກຄົນມີຄວາມຜິດ ແລະ ຂໍ້ບົກຜ່ອງເລັກນ້ອຍ, ລວມເຖິງລັກສະນະພິເສດບາງຢ່າງ; ຜູ້ຄົນລ້ວນມີການຖືວ່າຕົນເອງຊອບທຳ, ຄວາມອ່ອນແອ ແລະ ຂອບເຂດທີ່ພວກເຂົາຍັງຂາດຢູ່. ເຈົ້າຄວນຊ່ວຍພວກເຂົາດ້ວຍໃຈຮັກ, ອົດທົນ ແລະ ອົດກັ້ນ ແລະ ບໍ່ໂຫດຮ້າຍເກີນໄປ ຫຼື ເຮັດໃຫ້ວຸ້ນວາຍໃນທຸກໆລາຍລະອຽດເລັກໆນ້ອຍ. ກັບຄົນທີຍັງໜຸ່ມ ຫຼື ຜູ້ທີ່ບໍ່ທັນໄດ້ມີຄວາມເຊື່ອໃນພຣະເຈົ້າເປັນເວລາດົນ ຫຼື ຫາກໍເລີ່ມປະຕິບັດໜ້າທີ່ຂອງພວກເຂົາເມື່ອບໍ່ດົນມານີ້ເທົ່ານັ້ນ, ຄົນເຫຼົ່ານີ້ຜູ້ທີ່ມີການຮ້ອງຂໍພິເສດບາງຢ່າງ, ຖ້າເຈົ້າພຽງແຕ່ຍຶດຖືເອົາສິ່ງເຫຼົ່ານີ້ ແລະ ໃຊ້ພວກມັນກັບພວກເຂົາ, ເຈົ້າກໍເປັນຄົນໂຫດຮ້າຍ. ເຈົ້າເມີນເສີຍຕໍ່ຄວາມຊົ່ວທີ່ເຮັດໂດຍບັນດາຜູ້ນຳຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດເຫຼົ່ານັ້ນ ແລະ ເມື່ອພົບຂໍ້ບົກຜ່ອງ ແລະ ຄວາມຜິດເລັກນ້ອຍໃນອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍປະຕິເສດທີ່ຈະຊ່ວຍພວກເຂົາ, ກົງກັນຂ້າມກັບເລຶອກທີ່ຈະວຸ້ນວາຍກັບສິ່ງເຫຼົ່ານັ້ນ ແລະ ຕັດສິນພວກເຂົາລັບຫຼັງພວກເຂົາ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ມີຄົນຫຼາຍຄົນຄັດຄ້ານ, ກີດກັນ ແລະ ເນລະເທດພວກເຂົາ. ນີ້ແມ່ນພຶດຕິກຳແບບໃດ? ນີ້ເປັນພຽງການທີ່ເຈົ້າບໍ່ສາມາດປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ, ແຕ່ເຮັດສິ່ງຕ່າງໆອີງຕາມຄວາມມັກສ່ວນຕົວຂອງເຈົ້າ. ສິ່ງນີ້ສະແດງໃຫ້ເຫັນອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ເປັນການລ່ວງລະເມີດ! ເມື່ອຜູ້ຄົນເຮັດສິ່ງຕ່າງໆ, ພຣະເຈົ້າເຝົ້າເບິ່ງຢູ່; ບໍ່ວ່າເຈົ້າຈະເຮັດສິ່ງໃດ ແລະ ເຈົ້າຄິດແນວໃດກໍຕາມ, ພຣະອົງຊົງເຫັນ!” (ຄັດຈາກບົດ “ເພື່ອບັນລຸຄວາມຈິງ, ເຈົ້າຕ້ອງຮຽນຮູ້ຈາກຜູ້ຄົນ, ເລື່ອງຕ່າງໆ ແລະ ສິ່ງທີ່ຢູ່ອ້ອມຂ້າງເຈົ້າ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າສະແດງໃຫ້ຂ້ອຍເຫັນສະພາວະຂອງຂ້ອຍ ແລະ ຂ້ອຍຮູ້ສຶກອັບອາຍ. ຂ້ອຍເຫັນວ່າຂ້ອຍຈັດການກັບອ້າຍເຊິນຜ່ານອຸປະນິໄສອັນເສື່ອມຊາມຂອງຂ້ອຍ. ເມື່ອຫວນຄິດຄືນຫຼັງເວລາທີ່ຂ້ອຍພົບລາວ, ຂ້ອຍເຫັນວ່າລາວມັກເປີດເຜີຍຄວາມອວດດີຂອງລາວໃນຄຳເວົ້າ ແລະ ການກະທຳຂອງລາວ, ດັ່ງນັ້ນ ຂ້ອຍຈຶ່ງຮູ້ສຶກວ່າລາວຍັງໜຸ່ມ ແລະ ໜ້າດ້ານ ແລະ ບໍ່ຮູ້ຈັກໂຕເອງ. ເມື່ອກ່າວເຖິງລາວແມ່ນແຕ່ໜ້ອຍດຽວ, ຂ້ອຍບໍ່ຄິດເຖິງສິ່ງໃດ ນອກຈາກຄວາມຜິດຂອງລາວ. ຂ້ອຍຍຶດຕິດກັບການສຳແດງຄວາມເສື່ອມຊາມຂອງລາວ, ຕັດສິນໃຈວ່າລາວອວດດີເກີນເຫດຜົນທັງໝົດ ແລະ ຕັດສິນໃຈວ່າຄົນແບບນັ້ນບໍ່ສາມາດປ່ຽນແປງໄດ້. ດັ່ງນັ້ນ ຂ້ອຍຈະບໍ່ມີວັນສາມາດປະຕິບັດຕໍ່ລາວຢ່າງຍຸຕິທຳໄດ້. ຂ້ອຍຮູ້ສຶກຕໍ່ຕ້ານ ແລະ ບໍ່ຖືກໃຈມຸມມອງໃດໆທີ່ລາວສະແດງອອກ. ຂ້ອຍຕັດສິນ ແລະ ດູຖູກລາວຕໍ່ໜ້າຄົນອື່ນ, ເຜີຍແຜ່ຄວາມລຳອຽງຂອງຂ້ອຍກ່ຽວກັບລາວ ແລະ ເຮັດໃຫ້ຄົນອື່ນກີດກັນ ແລະ ຕັດສຳພັນກັບລາວພ້ອມກັບຂ້ອຍ. ຂ້ອຍເຖິງກັບຕ້ອງການທີ່ຈະປົດລາວອອກຈາກໜ້າທີ່ຂອງລາວ. ຂ້ອຍບໍ່ໄດ້ກຳລັງໃຊ້ຕຳແໜ່ງຜູ້ນຳຂອງຂ້ອຍປາບປາມ ແລະ ເອົາຊະນະລາວບໍ? ຂ້ອຍຖືເອົາມຸມມອງ ແລະ ຄວາມເຊື່ອຂອງຂ້ອຍໃຫ້ເປັນຄວາມຈິງ, ເປັນບັນທັດຖານເພື່ອຕັດສິນຜູ້ຄົນ, ຄືກັບວ່າຂ້ອຍສາມາດຮູ້ທຸກສິ່ງກ່ຽວກັບຜູ້ໃດຜູ້ໜຶ່ງໄດ້ໂດຍໄວ ແລະ ເຫັນແກ່ນແທ້ຂອງພວກເຂົາ. ຂ້ອຍຊ່າງເປັນຄົນອວດດີ ແລະ ຍິ່ງຍະໂສແທ້. ຂ້ອຍຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງໂດຍຊາຕານ ໂດຍປາສະຈາກຫຼັກການແຫ່ງຄວາມຈິງ ແລະ ມີມຸມມອງທີ່ໄຮ້ເຫດຜົນຢູ່ຕະຫຼອດເວລາ, ແຕ່ຂ້ອຍກໍ່ຍັງຕັດສິນ ແລະ ປະນາມຄົນອື່ນຕາມອຳເພີໃຈ. ຂ້ອຍບໍ່ມີຄວາມຮູ້ສຶກຫຍັງເລີຍ! ຂ້ອຍບໍ່ໄດ້ມີຄວາມເຄົາລົບໃດໆຕໍ່ພຣະເຈົ້າ. ຂ້ອຍປະຕິບັດຕໍ່ອ້າຍເອື້ອຍນ້ອງຕາມທີ່ຂ້ອຍມັກ ແລະ ດຳລົງຊີວິດຕາມທຳມະຊາດຂອງມານຮ້າຍ. ມັນໜ້າກຽດຊັງຫຼາຍສຳລັບພຮະເຈົ້າ ແລະ ເປັນຕາຂີ້ດຽດຫຼາຍສຳລັບຄົນອື່ນ. ຂ້ອຍເຕັມໄປດ້ວຍຄວາມຮູ້ສຶກຜິດຢູ່ໃນຄວາມຄິດນັ້ນ.

ຫຼັງຈາກນັ້ນ, ຂ້ອຍເບິ່ງໃນພຣະທຳຂອງພຣະເຈົ້າສຳລັບຫຼັກການກ່ຽວກັບວິທີປະຕິບັດຕໍ່ຜູ້ຄົນຢ່າງເປັນທຳ. ຂ້ອຍພົບເຫັນພຣະທຳຂອງພຣະເຈົ້າສອງຕອນ: “ວິທີທີ່ເຈົ້າປະຕິບັດຕໍ່ຄົນອື່ນແມ່ນໄດ້ສະແດງໃຫ້ເຫັນຢ່າງຊັດເຈນ ຫຼືບອກເປັນໃນໆພຣະທຳຂອງພຣະເຈົ້າ; ທັດສະນະທີ່ພຣະເຈົ້າປະຕິບັດຕໍ່ມະນຸດຊາດແມ່ນທັດສະນະທີ່ຜູ້ຄົນຄວນຍອມຮັບໃນການປະຕິບັດຂອງພວກເຂົາຕໍ່ກັນ ແລະ ກັນ. ພຣະເຈົ້າປະຕິບັດຕໍ່ແຕ່ລະຄົນແນວໃດ? ບາງຄົນມີວຸດທິພາວະທີ່ບໍ່ເປັນຜູ້ໃຫຍ່ ຫຼື ໜຸ່ມ ຫຼື ໄດ້ມີຄວາມເຊື່ອໃນພຣະເຈົ້າເປັນໄລຍະເວລາສັ້ນໆເທົ່ານັ້ນ. ພຣະເຈົ້າອາດເບິ່ງຄົນເຫຼົ່ານີ້ວ່າບໍ່ໄດ້ຊົ່ວ ຫຼື ເປັນອັນຕະລາຍໂດຍທຳມະຊາດ ແລະ ແກ່ນແທ້; ພຽງແຕ່ວ່າພວກເຂົາຂ້ອນຂ້າງໂງ່ຈ້າ ແລະ ຂາດຄວາມສາມາດ ຫຼື ພວກເຂົາຢູ່ພາຍໃຕ້ຂໍ້ຈຳກັດຫຼາຍເກີນໄປ ແລະ ດັ່ງນັ້ນມັນຈຶ່ງຍາກສຳລັບພວກເຂົາທີ່ຈະລະເວັ້ນຈາກການເຮັດສິ່ງທີ່ໂງ່ຈ້າ ຫຼື ກະທຳການບາງຢ່າງທີ່ໂງ່. ແຕ່ພຣະເຈົ້າບໍ່ໄດ້ໃສ່ໃຈກັບຄວາມໂງ່ຈ້າທີ່ຜ່ານໄປຂອງຜູ້ຄົນ; ພຣະອົງເບິ່ງທີ່ຫົວໃຈຂອງຄົນເຫຼົ່ານີ້ເທົ່ານັ້ນ. ຖ້າພວກເຂົາຕັ້ງໃຈທີ່ຈະສະແຫວງຫາຄວາມເປັນຈິງ, ແລ້ວພວກເຂົາມຸ້ງໄປໃນທິດທາງທີ່ຖືກຕ້ອງ ແລະ ເມື່ອນີ້ແມ່ນຈຸດປະສົງຂອງພວກເຂົາ, ແລ້ວພຣະເຈົ້າກໍກຳລັງເຝົ້າສັງເກດພວກເຂົາ, ຄອງຖ້າພວກເຂົາ ແລະ ໃຫ້ເວລາພວກເຂົາ ແລະ ໂອກາດທີ່ຈະອະນຸຍາດໃຫ້ພວກເຂົາໄດ້ເຂົ້າໄປ. ມັນບໍ່ແມ່ນເລື່ອງຂອງການທີ່ພຣະເຈົ້າເຮັດໃຫ້ພວກເຂົາລົ້ມລົງດ້ວຍການຟາດພຽງຄັ້ງດຽວ ແລະ ບໍ່ແມ່ນວ່າພຣະອົງຍຶດຕິດກັບການລ່ວງລະເມີດທີ່ພວກເຂົາໄດ້ເຮັດ ແລະ ປະຕິເສດທີ່ຈະປ່ອຍວາງມັນ; ພຣະອົງບໍ່ເຄີຍປະຕິບັດຕໍ່ຜູ້ຄົນແບບນັ້ນຈັກເທື່ອ. ສະນັ້ນຈຶ່ງເວົ້າໄດ້ວ່າ ຖ້າຜູ້ຄົນປະຕິບັດຕໍ່ກັນ ແລະ ກັນໃນລັກສະນະນັ້ນ, ແລ້ວສິ່ງນີ້ບໍ່ສະແດງໃຫ້ເຫັນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ? ນີ້ແມ່ນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຢ່າງແນ່ນອນ. ເຈົ້າຕ້ອງເບິ່ງວ່າພຣະເຈົ້າປະຕິບັດຕໍ່ຄົນໂງ່ຈ້າ ແລະ ຄົນທີ່ບໍ່ຮູ້ແນວໃດ, ພຣະອົງປະຕິບັດຕໍ່ບັນດາຜູ້ທີ່ມີວຸດທິພາວະບໍ່ເປັນຜູ້ໃຫຍ່ແນວໃດ, ພຣະອົງປະຕິບັດແນວໃດຕໍ່ການສະແດງອອກປົກກະຕິຂອງອຸປະນິໄສທີ່ເສື່ອມຊາມຂອງຄວາມເປັນມະນຸດ ແລະ ພຣະອົງປະຕິບັດແນວໃດຕໍ່ບັນດາຄົນທີ່ປ່ອງມຸ້ງຮ້າຍ. ພຣະເຈົ້າປະຕິບັດຕໍ່ຄົນຕ່າງໆໃນຮູບແບບທີ່ແຕກຕ່າງກັນ ແລະ ພຣະອົງຍັງມີຫຼາກຫຼາຍວິທີໃນການຈັດການກັບສະພາບການທີ່ຫຼາກຫຼາຍຂອງຜູ້ຄົນທີ່ແຕກຕ່າງກັນ. ເຈົ້າຕ້ອງເຂົ້າໃຈຄວາມຈິງເຫຼົ່ານີ້. ເມື່ອເຈົ້າເຂົ້າໃຈຄວາມຈິງເຫຼົ່ານີ້ແລ້ວ, ຫຼັງຈາກນັ້ນ ເຈົ້າຈະຮູ້ວ່າຈະຜະເຊີນໜ້າກັບພວກມັນ ແລະ ປະຕິບັດຕໍ່ຜູ້ຕົນຕາມຫຼັກການແນວໃດ” (ຄັດຈາກບົດ “ເພື່ອບັນລຸຄວາມຈິງ, ເຈົ້າຕ້ອງຮຽນຮູ້ຈາກຜູ້ຄົນ, ເລື່ອງຕ່າງໆ ແລະ ສິ່ງທີ່ຢູ່ອ້ອມຂ້າງເຈົ້າ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ເຈົ້າອາດຈະບໍ່ສາມາດເຂົ້າກັນກັບບຸກຄະລິກຂອງບາງຄົນ ແລະ ເຈົ້າອາດຈະບໍ່ມັກລາວ, ແຕ່ເມື່ອເຈົ້າເຮັດວຽກຮ່ວມກັນກັບລາວ, ເຈົ້າກໍ່ຍັງບໍ່ລຳອຽງ ແລະ ຈະບໍ່ລະບາຍຄວາມຫງຸດຫງິດໃນການເຮັດໜ້າທີ່ຂອງເຈົ້າ, ເສຍສະລະໜ້າທີ່ຂອງເຈົ້າ ຫຼື ເອົາຄວາມຫງຸດຫງິດຂອງເຈົ້າໄປໃສ່ກັບຜົນປະໂຫຍດໃນຄອບຄົວຂອງພຣະເຈົ້າ. ເຈົ້າສາມາດເຮັດສິ່ງຕ່າງໆຕາມຫຼັກການ; ຖ້າເປັນເຊັ່ນນັ້ນ, ເຈົ້າກໍ່ມີຄວາມເຄົາລົບຂັ້ນພື້ນຖານຕໍ່ພຣະເຈົ້າ. ຖ້າເຈົ້າມີຫຼາຍຂຶ້ນກວ່ານັ້ນເລັກນ້ອຍ, ແລ້ວເມື່ອເຈົ້າເຫັນວ່າໃຜບາງຄົນມີຄວາມຜິດ ຫຼື ຄວາມອ່ອນແອບາງຢ່າງ ນັ້ນກໍ່ຄື ເຖິງແມ່ນວ່າເຂົາໄດ້ເຮັດຜິດໃຈເຈົ້າ ຫຼື ທຳຮ້າຍຜົນປະໂຫຍດຂອງຕົວເຈົ້າເອງ, ເຈົ້າກໍ່ຍັງມີມັນຢູ່ໃນຕົວເຈົ້າເພື່ອຊ່ວຍເຂົາ. ນີ້ຈະໝາຍຄວາມວ່າມີຄວາມຮັກໃນຕົວເຈົ້າ; ມັນຈະໝາຍຄວາມວ່າ ເຈົ້າເປັນຄົນທີ່ມີຄວາມເປັນມະນຸດ, ຄວາມເປັນຈິງແຫ່ງຄວາມຈິງ ແລະ ຄວາມເຄົາລົບຕໍ່ພຣະເຈົ້າ” (ຄັດຈາກບົດ “ຫ້າສະພາວະທີ່ຈຳເປັນຕ້ອງຢູ່ໃນເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງຄົນໆໜຶ່ງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າຊັດເຈນຫຼາຍກ່ຽວກັບຫຼັການ ແລະ ເສັ້ນທາງທີ່ຈະປະຕິບັດຕໍ່ຜູ້ຄົນຢ່າງເປັນທຳ ພ້ອມທັງທັດສະນະຄະຕິຂອງພຣະອົງຕໍ່ຜູ້ຄົນ. ທັດສະນະຄະຕິຂອງພຣະອົງຕໍ່ຜູ້ຕໍ່ຕ້ານພຣະຄຣິດ ແລະ ຄົນຊົ່ວຮ້າຍແມ່ນໜຶ່ງໃນຄວາມກຽດຊັງ, ການສາບແຊ່ງ ແລະ ການລົງໂທດ. ສ່ວນບັນດາຜູ້ທີ່ມີວຸດທິພາວະນ້ອຍ, ມີຄວາມສາມາດຕ່ຳ ແລະ ຜູ້ທີ່ມີຄວາມເສື່ອມຊາມ ແລະ ຄວາມຜິດທີ່ຫຼາກຫຼາຍ, ຕາບໃດທີ່ພວກເຂົາເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ປາຖະໜາທີ່ຈະສະແຫວງຫາຄວາມຈິງ ແລະ ສາມາດຍອມຮັບຄວາມຈິງ, ທັດສະນະຂອງພຣະເຈົ້າແມ່ນໜຶ່ງໃນຄວາມຮັກ, ຄວາມເມດຕາ ແລະ ຄວາມລອດພົ້ນ. ພວກເຮົາເຫັນວ່າພຣະເຈົ້າມີຫຼັກການໃນການປະຕິບັດຂອງພຣະອົງຕໍ່ທຸກຄົນ ແລະ ພຣະອົງຂໍໃຫ້ພວກເຮົາປະຕິບັດຕໍ່ຄົນອື່ນຕາມຫຼັກການແຫ່ງຄວາມຈິງ. ຕົວຢ່າງ: ພວກເຮົາຕ້ອງອົດທົນ ແລະ ໃຫ້ອະໄພຕໍ່ບັນດາຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ພວກເຮົາຕ້ອງຊ່ວຍພວກເຂົາດ້ວຍຄວາມຮັກ ແລະ ໃຫ້ໂອກາດພວກເຂົາກັບໃຈ ແລະ ປ່ຽນແປງ. ພວກເຮົາບໍ່ສາມາດຕີຜູ້ຄົນພຽງຍ້ອນພວກເຂົາສະແດງຄວາມເສື່ອມຊາມບາງຢ່າງອອກມາ. ນັ້ນບໍ່ແມ່ນຄວາມປະສົງຂອງພຣະເຈົ້າ. ຕົວຢ່າງ: ອ້າຍເຊິນ, ລາວມີຄວາມສາມາດດີ ແລະ ມີຄວາມຮັບຜິດຊອບໃນໜ້າທີ່ຂອງຕົນ. ລາວຍັງເຕັມໃຈທີ່ຈະພະຍາຍາມສະແຫວງຫາຄວາມຈິງອີກດ້ວຍ. ພຽງແຕ່ວ່າ ລາວເປັນຜູ້ທີ່ເຊື່ອໃໝ່, ປະສົບການຂອງລາວຍັງຕື້ນຢູ່ ແລະ ລາວໂອ້ອວດຫຼາຍກວ່າຄົນອື່ນເລັກນ້ອຍ. ຂ້ອຍຄວນໄດ້ປະຕິບັດຕໍ່ລາວຢ່າງເປັນທຳຕາມຫຼັກການແຫ່ງຄວາມຈິງ ແລະ ສົນທະນາດ້ວຍຄວາມຮັກໃນຄວາມຈິງເພື່ອຊ່ວຍລາວ. ຢ່າງໃດກໍ່ຕາມ, ຂ້ອຍບໍ່ພຽງແຕ່ບໍ່ຊ່ວຍລາວ, ປະຕິເສດທີ່ຈະເບິ່ງຈຸດແຂງ ແລະ ຈຸດດີຂອງລາວ, ແຕ່ຂ້ອຍເຖິງກັບຕັດສິນ ແລະ ຂັບໄລ່ລາວ ແລະ ຕ້ອງການໃຫ້ລາວຫາຍໄປເມື່ອເຫັນຂໍ້ບົກຜ່ອງຂອງລາວ. ຂ້ອຍຊ່າງມີທຳມະຊາດທີ່ເປັນອັນຕະລາຍເຊັ່ນນີ້! ຂ້ອຍຄິດກ່ຽວກັບວິທີທີ່ຂ້ອຍເປັນຜູ້ນຳ. ໃນເວລານັ້ນ, ຂ້ອຍຄິດຢູ່ສະເໝີວ່າຂ້ອຍດີກວ່າຄົນອື່ນ, ຂ້ອຍຕ້ອງການຕັດສິນໃຈເປັນຄົນສຸດທ້າຍ, ເຮັດແມ່ນຫຍັງກໍຕາມທີ່ຂ້ອຍຕ້ອງການ ແລະ ຂ້ອຍບໍ່ໄດ້ຟັງຄຳຄິດເຫັນຂອງຄົນອື່ນ. ຜົນທີ່ໄດ້ຄື ຂ້ອຍໄດ້ຮັດບາງສິ່ງທີ່ຂັດຂວາງພາລະກິດຂອງຄຣິດຕະຈັກ. ແຕ່ພຣະເຈົ້າກໍຍັງບໍ່ກຳຈັດຂ້ອຍເທື່ອ, ກົງກັນຂ້າມ ພຣະອົງໃຊ້ພຣະທຳຂອງພຣະອົງເພື່ອພິພາກສາ, ລົງວິໄນ ແລະ ຈັດການກັບຂ້ອຍ ເພື່ອໃຫ້ຂ້ອຍໄຕ່ຕອງຕົນເອງ, ໃຫ້ໂອກາດຂ້ອຍກັບໃຈ ແລະ ປ່ຽນແປງ. ຂ້ອຍເຫັນວ່າພຣະເຈົ້າບໍ່ເຄີຍຍອມຖິ້ມກັບພວກເຮົາ ຫຼື ກຳຈັດພວກເຮົາພຽງຍ້ອນການສຳແດງຄວາມເສື່ອມຊາມບາງຢ່າງເທົ່ານັ້ນ, ແຕ່ກັບເຮັດທຸກສິ່ງທີ່ພຣະອົງສາມາດເຮັດໄດ້ເພື່ອຊ່ວຍພວກເຮົາໃຫ້ລອດພົ້ນ. ພຣະເຈົ້າຊ່າງມີຈິດໃຈດີເຊັ່ນນີ້! ແລ້ວເມື່ອພິຈາລະນາເຖິງພຶດຕິກຳຂອງຂ້ອຍເອງ ແລະ ວິທີທີ່ຂ້ອຍປະຕິບັດຕໍ່ອ້າຍເຊິນ ເຮັດໃຫ້ຂ້ອຍອັບອາຍຫຼາຍ ຈົນຂ້ອຍຢາກໃຫ້ພື້ນດິນກືນກິນຂ້ອຍເສຍ.

ແລ້ວຂ້ອຍກໍອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ບໍ່ວ່າຜູ້ໃດຈະດີ ຫຼື ຊົ່ວ, ຄວນມີຫຼັກການກ່ຽວກັບວິທີການທີ່ພວກເຂົາຈະໄດ້ຮັບການປະຕິບັດ; ເຖິງແນວໃດກໍ່ຕາມ, ສ່ວນວ່າຜົນຮັບຂອງຄົນນັ້ນຈະເປັນແນວໃດນັ້ນ, ບໍ່ວ່າພວກເຂົາຈະຈົບລົງດ້ວຍການຖືກລົງໂທດໂດຍຣະເຈົ້າ ຫຼື ພວກເຂົາຈະຈົບລົງດ້ວຍການຖືກພິພາກສາ ແລະ ຖືກຂ້ຽນຕີ, ນັ້ນກໍ່ເປັນເລື່ອງຂອງພຣະເຈົ້າ. ຜູ້ຄົນບໍ່ຄວນແຊກແຊງ; ພຣະເຈົ້າຈະບໍ່ອະນຸຍາດໃຫ້ເຈົ້າລິເລີ່ມໃນນາມຂອງພຣະອົງ. ຈະປະຕິບັດຕໍ່ຄົນນັ້ນແນວໃດນັ້ນແມ່ນເລື່ອງຂອງພຣະເຈົ້າ. ຕາບໃດທີ່ພຣະເຈົ້າຍັງບໍ່ທັນຕັດສິນໃຈວ່າຄົນເຊັ່ນນັ້ນຈະມີຜົນຮັບແບບໃດ, ຍັງບໍ່ມັນຂັບໄລ່ພວກເຂົາອອກໄປ ແລະ ຍັງບໍ່ທັນລົງໂທດພວກເຂົາ ແລະ ພວກເຂົາຖືກຊ່ວຍໃຫ້ລອດພົ້ນ, ແລ້ວເຈົ້າກໍ່ຄວນຊ່ວຍເຫຼືອພວກເຂົາຢ່າງອົດທົນດ້ວຍຄວາມຮັກ; ເຈົ້າບໍ່ຄວນຫວັງທີ່ຈະຕັດສິນຜົນຮັບຂອງຄົນເຊັ່ນນັ້ນ ແລະ ເຈົ້າບໍ່ຄວນໃຊ້ວິທີການຂອງມະນຸດເພື່ອປາບປາມພວກເຂົາ ຫຼື ລົງໂທດພວກເຂົາ. ເຈົ້າອາດຈະຈັດການ ແລະ ລິຮານຄົນເຊັ່ນນັ້ນ ຫຼື ເຈົ້າອາດຈະເປີດໃຈຂອງເຈົ້າ ແລະ ເຂົ້າຮ່ວມໃນການໂອ້ລົມທີ່ຈິງໃຈເພື່ອຊ່ວຍພວກເຂົາ. ເຖິງແນວໃດກໍ່ຕາມ, ຖ້າເຈົ້າໄຕ່ຕອງການລົງໂທດ, ການເນລະເທດ ແລະ ການໃສ່ກອບໃຫ້ຄົນເຫຼົ່ານີ້, ຫຼັງຈາກນັ້ນ ເຈົ້າຈະມີບັນຫາ. ການເຮັດເຊັ່ນນັ້ນຈະສອດຄ່ອງກັບຄວາມຈິງບໍ? ການມີຄວາມຄິດເຊັ່ນນັ້ນຈະເປັນຜົນມາຈາກການເປັນຄົນເລືອດຮ້ອນ; ຄວາມຄິດເຫຼົ່ານັ້ນມາຈາກຊາຕານ ແລະ ມີຕົ້ນກຳເນີດມາຈາກຄວາມບໍ່ພໍໃຈຂອງມະນຸດ ເຊັ່ນດຽວກັນແມ່ນມາຈາກຄວາມອິດສາ ແລະ ຄວາມກຽດຊັງຂອງມະນຸດ. ການປະພຶດດັ່ງກ່າວບໍ່ສອດຄ່ອງກັບຄວາມຈິງ. ນີ້ແມ່ນສິ່ງທີ່ຈະນຳເອົາຜົນກຳມາສູ່ເຈົ້າ ແລະ ມັນບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ” (ຄັດຈາກບົດ “ຫ້າສະພາວະທີ່ຈຳເປັນຕ້ອງຢູ່ໃນເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງຄົນໆໜຶ່ງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າສະແດງໃຫ້ຂ້ອຍເຫັນວ່າ ຂ້ອຍຄວນມີຫຼັກການໃນວິທີທີ່ຂ້ອຍປະຕິບັດຕໍ່ຄົນອື່ນ. ຂ້ອຍບໍ່ສາມາດສຸ່ມຕັດສິນຄົນອື່ນໂດຍໃຊ້ແນວຄິດ ແລະ ຈິນຕະນາການຂອງຂ້ອຍ ຫຼື ສຸມໃສ່ການລະເມີດຂອງພວກເຂົາ, ແລ້ວກໍກ່າວໂທດພວກເຂົາ. ກົງກັນຂ້າມ, ຂ້ອຍຄວນປະຕິບັດຕໍ່ພວກເຂົາຕາມທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ ແລະ ຊ່ວຍພວກເຂົາໃນທາງທີ່ເປັນຈິງອີງຕາມສະພາວະ ແລະ ຄວາມຜິດທີ່ແຕກຕ່າງກັນຂອງພວກເຂົາ. ໂດຍຂຶ້ນກັບສະພາວະຂອງຜູ້ຄົນ, ບາງຄົນທີ່ມີຄວາມເປັນຈິງແຫ່ງຄວາມຈິງຮູ້ວ່າເມື່ອໃດທີ່ຕ້ອງອົດທົນ ແລະ ເປັນປະໂຫຍດ, ເມື່ອໃດທີ່ຕ້ອງລິຮານ ແລະ ຈັດການຢ່າງຮຸນແຮງ ແລະ ເມື່ອໃດທີ່ຕ້ອງຕຳນິພວກເຂົາ. ພວກເຂົາປະຕິບັດຢ່າງຖືກຕ້ອງ ແລະ ມີຫຼັກການຢູ່ສະເໝີ. ພວກເຂົາບໍ່ເຄີຍສຸ່ມຈຳແນກຜູ້ໃດຜູ້ໜຶ່ງ ຫຼື ປະຕິບັດຕໍ່ອ້າຍນ້ອງ ຫຼື ເອື້ອຍນ້ອງຄົນໃດໜຶ່ງທີ່ສະແດງຄວາມເສື່ອມຊາມອອກວ່າເປັນສັດຕູ. ແຕ່ຂ້ອຍໄດ້ປະຕິບັດແນວໃດກັບອ້າຍເຊິນ? ເມື່ອຂ້ອຍເຫັນລາວເປີດເຜີຍອຸປະນິໄສທີ່ເສື່ອມຊາມອອກມາ, ຂ້ອຍພຽງແຕ່ກ່າວເຖິງມັນໂດຍສັ້ນໆກັບລາວ ແລະ ເມື່ອບໍ່ໄດ້ຜົນ, ຂ້ອຍກໍກີດກັນ, ຕັດສິນ ແລະ ປະນາມລາວ ແລະ ເວົ້າເຖິງລາວລັບຫຼັງລາວ. ຂ້ອຍບໍ່ມີຄວາມອົດກັ້ນ ຫຼື ຄວາມອົດທົນ. ບໍ່ມີທາງທີ່ຈະຊ່ວຍເຫຼືອລາວດ້ວຍໃຈຮັກ. ແລ້ວຂ້ອຍກໍອະທິຖານ ແລະ ກັບໃຈຫາພຣະເຈົ້າ, ຕ້ອງການປະຕິບັດຫຼັກການແຫ່ງຄວາມຈິງ ແລະ ຊ່ວຍອ້າຍເຊິນດ້ວຍໃຈຮັກ.

ດັ່ງນັ້ນ ຂ້ອຍຈຶ່ງໄປຫາອ້າຍເຊິນ ແລະ ສົນທະນາກັບລາວເຖິງພຣະທຳຂອງພຣະເຈົ້າບາງຕອນ ແລະ ຊີ້ໃຫ້ເຫັນຄວາມຜິດຂອງລາວ. ລາວເລີ່ມເຂົ້າໃຈອຸປະນິໄສທີ່ໂອ້ອວດຂອງລາວເອງ ແລະ ລາວຮັບຮູ້ໄດ້ເຖິງຄວາມອັນຕະລາຍຂອງປ່ອຍບໍ່ໃຫ້ມັນໄດ້ຮັບການແກ້ໄຂ. ລາວເວົ້າວ່າການສົນນທະນາ ແລະ ຄຳເຕືອນຂອງຂ້ອຍນັ້ນເປັນປະໂຫຍດຫຼາຍ ແລະ ລາວຕ້ອງການໄຕ່ຕອງຕົນເອງ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງລາວ. ຂ້ອຍຊຶ້ງໃຈຫຼາຍທີ່ໄດ້ຍິນລາວເວົ້າແບບນີ້, ແຕ່ຂ້ອຍກໍ່ຮູ້ສຶກບໍ່ດີເຊັ່ນກັນ. ລາວບໍ່ສາມາດປ່ຽນແປງໄດ້ຄືກັບທີ່ຂ້ອຍຈິນຕະນາການໄວ້. ແມ່ນຂ້ອຍເອງທີ່ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນໄດ້ດີ. ຂ້ອຍບໍ່ໄດ້ພະຍາຍາມຊ່ວຍລາວດ້ວຍໃຈຮັກແທ້ໆ. ຂ້ອຍອວດດີຫຼາຍ ແລະ ຂາດຄວາມເປັນມະນຸດ!

ຕໍ່ມາ, ໃນທີ່ຊຸມນຸມ, ຂ້ອຍໄດ້ຍິນອ້າຍນ້ອງຈາກເບື້ອງເທິງໃຫ້ຄຳເທດສະໜານີ້: “ມະນຸດຊາດທີ່ເສື່ອມຊາມທຸກຄົນມີອຸປະນິໄສທີ່ອວດດີ. ແມ່ນແຕ່ບັນດາຜູ້ທີ່ຮັກຄວາມຈິງ ແລະ ຜູ້ທີ່ສະແຫວງຫາທີ່ຈະຖືກເຮັດໃຫ້ສົມບູນລ້ວນແລ້ວແຕ່ມີອຸປະນິໄສທີ່ອວດດີ ແລະ ຖືວ່າຕົນເອງຊອບທຳ, ເຖິງແມ່ນວ່າສິ່ງນີ່ບໍ່ໄດ້ສົ່ງຜົນປະທົບຕໍ່ຄວາມສາມາດຂອງພວກເຂົາທີ່ຈະບັນລຸຄວາມລອດພົ້ນ ແລະ ຖືກເຮັດໃຫ້ສົມບູນ. ຕາບໃດທີ່ຜູ້ຄົນສາມາດຍອມຮັບຄວາມຈິງ ແລະ ຍອມຮັບການລິຮານ ແລະ ການຈັດການ ແລະ ສາມາດຍອມອ່ອນນ້ອມຕໍ່ຄວາມຈິງໄດ້ຢ່າງແທ້ຈິງ ບໍ່ວ່າສະຖານະການຈະເປັນແນວໃດກໍ່ຕາມ, ຫຼັງຈາກນັ້ນ ພວກເຂົາກໍ່ສາມາດບັນລຸຄວາມລອດພົ້ນ ແລະ ຖືກເຮັດໃຫ້ສົມບູນໄດ້ຢ່າງສິ້ນເຊີງ. ໃນຄວາມເປັນຈິງ, ໃນບັນດາຜູ້ທີ່ມີຄວາມສາມາດດີຢ່າງແທ້ຈິງ ແລະ ມີຄວາມເດັດດ່ຽວແທ້ໆ, ບໍ່ມີໃຜທີ່ບໍ່ອວດດີ. ນີ້ແມ່ນຄວາມຈິງ. ຜູ້ທີ່ຖືກເລືອກຂອງພຣະເຈົ້າຕ້ອງປະຕິບັດຕໍ່ຄົນອື່ນໃນລັກສະນະທີ່ເໝາະສົມ. ພວກເຂົາຕ້ອງບໍ່ຈໍາກັດຜູ້ໃດຜູ້ໜຶ່ງວ່າບໍ່ແມ່ນຄົນດີ ແລະ ເປັນຄົນທີ່ບໍ່ສາມາດໄດ້ຮັບຄວາມລອດພົ້ນ ແລະ ຖືກເຮັດໃຫ້ສົມບູນແບບໄດ້ ພຽງເພາະວ່າຜູ້ນັ້ນເປັນຄົນຈອງຫອງ ແລະ ຖືວ່າຕົນເອງຊອບທໍາຫຼາຍທີ່ສຸດ... ໃນຈຸດນີ້, ຄົນໆໜຶ່ງຈຳເປັນຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ບໍ່ມີຄົນທີ່ມີຄວາມສາມາດດີ ແລະ ມີຄວາມເດັດດ່ຽວ ແລະ ຜູ້ທີ່ບໍ່ອວດດີ ຫຼື ຖືວ່າຕົນເອງຊອບທຳເລີຍ; ຖ້າມີ, ແລ້ວນັ້ນກໍ່ຄົງເປັນຄົນທີ່ສວມໜ້າກາກ ແລະ ມີຮູບລັກສະນະພາຍນອກທີ່ຈອມປອມຢ່າງແນ່ນອນ. ຄົນໆໜຶ່ງຕ້ອງຮູ້ວ່າ ມະນຸດຊາດທີ່ເສື່ອມຊາມທັງໝົດມີທຳມະຊາດທີ່ອວດດີ ແລະ ຍິ່ງຍະໂສ. ນີ້ແມ່ນຄວາມຈິງທີ່ບໍ່ສາມາດປະຕິເສດໄດ້” (ການໂອ້ລົມຈາກເບື້ອງເທິງ). ສິ່ງນີ້ຊ່ວຍໃຫ້ຂ້ອຍເຂົ້າໃຈດີຂຶ້ນເຖິງວິທີການປະຕິບັດຕໍ່ຜູ້ຄົນທີ່ມີອຸປະນິໄສທີ່ອວດດີ. ມັນບໍ່ແມ່ນວ່າພວກເຂົາບໍ່ສາມາດປ່ຽນແປງໄດ້. ສິ່ງສຳຄັນຄືຕ້ອງເບິ່ງວ່າພວກເຂົາສາມາດສະແຫວງຫາ ແລະ ຍອມຮັບຄວາມຈິງໄດ້ ຫຼື ບໍ່. ຖ້າພວກເຂົາບໍ່ສາມາດຍອມຮັບຄວາມຈິງ ແລະ ຍອມຮັບການພິພາກສາ, ການຕິສອນ, ການລິຮານ ແລະ ການຈັດການຂອງພຣະເຈົ້າ, ແລ້ວກໍບໍ່ມີເຫດຜົນວ່າເປັນຫຍັງພວກເຂົາຈຶ່ງບໍ່ສາມາດປ່ຽນແປງ ແລະ ຖືກເຮັດໃຫ້ສົມບູນໄດ້ໂດຍພຣະເຈົ້າ. ອ້າຍເຊິນບໍ່ໄດ້ເປັນຜູ້ທີ່ເຊື່ອມາດົນແລ້ວ, ສະນັ້ນ ລາວຈຶ່ງບໍ່ໄດ້ປະສົບກັບການພິພາກສາ ແລະ ການຕິສອນຫຼາຍປານໃດ. ມັນເປັນເລື່ອງປົກກະຕິສຳລັບຄວາມອວດດີຂອງລາວທີ່ຈະຮ້າຍແຮງຂຶ້ນເລັກນ້ອຍ. ແຕ່ເມື່ອຂ້ອຍເຫັນລາວເປີດເຜີຍອຸປະນິໄສນີ້, ຂ້ອຍກໍຕັດສິນ ແລະ ກີດກັນລາວ ແລະ ເຖິງກັບຕ້ອງການທີ່ຈະປົດລາວອອກຈາກໜ້າທີ່ຂອງລາວ. ຂ້ອຍອວດດີຫຼາຍກວ່າລາວອີກ! ຂ້ອຍຄິດວ່າ ຕາບໃດທີ່ຂ້ອຍສະແຫວງຫາຄວາມຈິງ, ແລ້ວອຸປະນິໄສທີ່ອວດດີຂອງຂ້ອຍກໍຈະປ່ຽນແປງ, ແລ້ວເປັນຫຍັງຂ້ອຍຈຶ່ງຕັດສິນໃຈວ່າອ້າຍເຊິນບໍ່ສາມາດປ່ຽນແປງໄດ້? ຂ້ອຍບໍ່ໄດ້ຮຽກຮ້ອງຈາກໂຕເອງຫຼາຍ, ແລ້ວເປັນຫຍັງຂ້ອຍຈຶ່ງຄາດຫວັງຈາກຄົນອ້າຍເຊິນຫຼາຍແທ້? ມັນຊ່າງບໍ່ຍຸຕິທຳທີ່ຈະປະຕິບັດຕໍ່ຄົນໃດຄົນໜຶ່ງແບບນັ້ນ. ໃນຄວາມເປັນຈິງແລ້ວ, ຜູ້ຄົນທີ່ມີຂອງປະທານ, ຈຸດແຂງ ແລະ ຄວາມສາມາດລ້ວນແລ້ວແຕ່ຂ້ອນຂ້າງອວດດີ. ແຕ່ຍ້ອນພວກເຂົາມີຄວາມສາມາດທີ່ດີ, ພວກເຂົາຈຶ່ງສາມາດເຂົ້າໃຈຄວາມຈິງໄດ້ໂດຍໄວ ແລະ ມີປະສິດທິຜົນໃນໜ້າທີ່ຂອງຕົນ. ເມື່ອຄົນແບບນີ້ເຂົ້າໃຈຄວາມຈິງ ແລະ ປະຕິບັດດ້ວຍຫຼັກການ, ມັນເປັນປະໂຫຍດແກ່ພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າແທ້ໆ. ອ້າຍເຊິນມີຄວາມສາມາດທີ່ດີ, ດັ່ງນັ້ນ ຂ້ອຍຄວນຊ່ວຍເຫຼືອລາວດ້ວຍຄວາມຮັກຫຼາຍຂຶ້ນ ແລະ ສົນທະນາຫຼາຍຂຶ້ນເພື່ອສະໜັບສະໜູນລາວ. ດ້ວຍວິທີນັ້ນເທົ່ານັ້ນ ຈຶ່ງເປັນການຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ. ປະສົບການນີ້ເຮັດໃຫ້ຂ້ອຍເຫັນຄ່າວ່າການປະຕິບັດຕໍ່ຄົນອື່ນດ້ວຍອຸປະນິໄສທີ່ເສື່ອມຊາມຂອງຊາຕານໂດຍປາສະຈາກຄວາມຈິງ ມີແຕ່ສາມາດທຳລາຍອ້າຍເອື້ອຍນ້ອງເທົ່ານັ້ນ ແລະ ເຮັດໃຫ້ທັງການເຂົ້າສູ່ຊີວິດຂອງພວກເຂົາ ແລະ ພາລະກິດຂອງຄຣິດຕະຈັກຊັກຊ້າ. ນັ້ນຄືການເຮັດຜິດ; ມັນແມ່ນການເຮັດຄວາມຊົ່ວ. ຂ້ອຍເຫັນວ່າມັນສຳຄັນສ່ຳໃດທີ່ຈະປະຕິບັດຕໍ່ຄົນອື່ນຕາມຫຼັກການແຫ່ງຄວາມຈິງ. ຂ້ອຍໄດ້ຮັບຄວາມເຂົ້າໃຈເລັກນ້ອຍນີ້ ຂອບໃຈການຊີ້ນຳຈາກພຣະທຳຂອງພຣະເຈົ້າ.

ກ່ອນນີ້: 18. ການຖືກທຳຮ້າຍໂດຍຄວາມເຂົ້າໃຈຜິດ ແລະ ການຕັ້ງທ່າລະວັງຂອງຂ້ອຍ

ຕໍ່ໄປ: 20. ການປະຕິບັດຄວາມຈິງເປັນກະແຈສູ່ການປະສານງານທີ່ກົມກຽວກັນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ຄວາມເຊື່ອພື້ນຖານແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

(1) ຫຼັກຄໍາສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼັກຄຳສອນຂອງສາດສະໜາຄຣິດສະຕຽນມີຕົ້ນກຳເນີດມາຈາກພຣະຄຳພີ ແລະ...

Woe to Those Who Crucify God Once Again

During the last days, God has been incarnated in China to work, and has expressed millions of words, conquering and saving a group of people with His word and ushering in the new age of judgment beginning with the house of God.

ເປັນຫຍັງພຣະເຈົ້າຈຶ່ງໃຊ້ຊື່ຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ?

ຫຼາຍຄົນບໍ່ເຂົ້າໃຈວ່າເປັນຫຍັງ, ຍ້ອນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ພຣະເຢຊູເຈົ້າຈຶ່ງຖືກເອີ້ນວ່າ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້