21. ໃນທີ່ສຸດ ຂ້ອຍກໍ່ເຂົ້າໃຈຄວາມໝາຍຂອງການປະຕິບັດໜ້າທີ່ຂອງຂ້ອຍ

ໂດຍ ຊຸນຈິ໋ວ, ເກົາຫຼີໃຕ້

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ໃນຄວາມເປັນຈິງແລ້ວ ການທີ່ມະນຸດປະຕິບັດໜ້າທີ່ຂອງເຂົາຄືການບັນລຸຜົນສໍາເລັດໃນທຸກສິ່ງທີ່ມີຢູ່ພາຍໃນມະນຸດ, ນັ້ນກໍຄື ສິ່ງທີ່ເປັນໄປໄດ້ສໍາລັບມະນຸດ. ຫລັງຈາກນັ້ນ ໜ້າທີ່ຂອງເຂົາກໍຈະສໍາເລັດ. ຂໍ້ບົກຜ່ອງຂອງມະນຸດໃນຊ່ວງການຮັບໃຊ້ຂອງເຂົາກໍຄ່ອຍໆຫຼຸດລົງ ໂດຍຜ່ານປະສົບການຢ່າງຕໍ່ເນື່ອງ ແລະ ຜ່ານຂະບວນການຂອງການພິພາກສາຂອງພວກເຂົາ; ສິ່ງເຫຼົ່ານັ້ນຈະບໍ່ຂັດຂວາງ ຫຼື ສົ່ງຜົນກະທົບຕໍ່ໜ້າທີ່ຂອງມະນຸດ. ຜູ້ທີ່ຢຸດໃນການຮັບໃຊ້ ຫຼື ຍ້ອມແພ້ ແລະ ທໍ້ຖອຍ ຍ້ອນຢ້ານກົວຂໍ້ບົກຜ່ອງທີ່ອາດຈະເກີດຂຶ້ນໃນການຮັບໃຊ້ຂອງພວກເຂົາ ຄືຄົນທີ່ຂີ້ຢ້ານທີ່ສຸດໃນບັນດາມະນຸດ. ຖ້າມະນຸດບໍ່ສາມາດສະແດງອອກສິ່ງທີ່ພວກເຂົາຄວນສະແດງອອກໃນຊ່ວງການຮັບໃຊ້ ຫຼື ບັນລຸຜົນສໍາເລັດໃນສິ່ງທີ່ເປັນໄປໄດ້ໃນຕົວສໍາລັບພວກເຂົາ ແຕ່ກົງກັນຂ້າມພັດພາກັນເຮັດຫຼິ້ນ ແລະ ເຮັດຢ່າງບໍ່ຕັ້ງໃຈ, ພວກເຂົາໄດ້ເສຍໜ້າທີ່ ທີ່ສິ່ງມີຊີວິດທີ່ຖືກສ້າງຂຶ້ນຄວນມີ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າ ‘ຄົນທໍາມດາ’; ພວກເຂົາແມ່ນຂີ້ເຫຍື່ອທີ່ບໍ່ມີປະໂຫຍດ. ຜູ້ຄົນດັ່ງກ່າວນີ້ຈະຖືກເອີ້ນຢ່າງຖືກຕ້ອງວ່າ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ແນວໃດ? ພວກເຂົາບໍ່ແມ່ນສິ່ງມີຊີວິດທີ່ເສື່ອມຊາມທີ່ເປັ່ງແສງທາງພາຍນອກ ແຕ່ທາງໃນເນົ່າເໝັນບໍ?” (ຄັດຈາກບົດ “ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ຊ່ວຍໃຫ້ຂ້ອຍເຂົ້າໃຈເຖິງຄວາມໝາຍຂອງການເຮັດໜ້າທີ່ຂອງພວກເຮົາແທ້ໆ. ມັນໝາຍຄວາມວ່າ ບໍ່ວ່າພວກເຮົາຈະມີພອນສະຫວັນ ຫຼື ຂອງປະທານສໍ່າໃດກໍ່ຕາມ, ພວກເຮົາຕ້ອງນໍາທຸກສິ່ງທີ່ພວກເຮົາເຂົ້າໃຈເຂົ້າສູ່ການປະຕິບັດຢ່າງສົມບູນ. ພວກເຮົາບໍ່ສາມາດເຮັດພໍເປັນພິທີ ຫຼື ພຽງແຕ່ທຳທ່າເຮັດ. ພວກເຮົາຕ້ອງພະຍາຍາມຕໍ່ໄປໂດຍອີງໃສ່ສິ່ງທີ່ພຣະເຈົ້າຮຽກຮ້ອງ. ໃນລັກສະນະນັ້ນ, ພວກເຮົາຈະສາມາດທົດແທນຈຸດອ່ອນ ຫຼື ຂໍ້ບົກຜ່ອງໃດໜຶ່ງໃນການປະຕິບັດໜ້າທີ່ຂອງພວກເຮົາ ແລະ ພວກເຮົາຈະໄດ້ຮັບຜົນທີ່ດີຂຶ້ນເລື້ອຍໆ.

ເມື່ອບໍ່ດົນມານີ້, ຄຣິດຕະຈັກຕ້ອງການຖ່າຍທຳວິດີໂອບາງຢ່າງກ່ຽວກັບເພງສັນລະເສີນທີ່ຮ້ອງດ່ຽວສຳລັບພຣະທຳຂອງພຣະເຈົ້າ. ຜູ້ນໍາທີມຂອງພວກເຮົາຕ້ອງການໃຫ້ຂ້ອຍຮ້ອງເພງນໍາຫຼັກ ແລະ ຫຼິ້ນກີຕ້າສຳລັບເພງໜຶ່ງ. ເມື່ອລາວບອກຂ້ອຍກ່ຽວກັບເລື່ອງນີ້, ຂ້ອຍກໍ່ຮູ້ສຶກກັງວົນໜ້ອຍໜຶ່ງ. ການຮ້ອງເພງ ແລະ ການຫຼິ້ນກີຕ້າແມ່ນຍາກກວ່າການຮ້ອງເພງແຕ່ຢ່າງດຽວ. ຍິ່ງໄປກວ່ານັ້ນ, ຂ້ອຍໄດ້ພະຍາຍາມຮ້ອງດ່ຽວແບບນັ້ນມາກ່ອນ, ແຕ່ໃນຂະນະທີ່ກຳລັງຮ້ອງເພງ ຂ້ອຍກໍ່ໃຫ້ຄວາມສົນໃຈກັບການສະແດງຂອງຂ້ອຍ ແລະ ລືມຄອດກີຕ້າຂອງຂ້ອຍ, ແຕ່ເມື່ອຂ້ອຍໃຫ້ຄວາມສົນໃຈກັບຄອດກີຕ້າ, ຄຳເວົ້າຂອງຂ້ອຍກໍ່ຜິດພ້ຽນໄປ. ໃນທີ່ສຸດ, ພວກເຂົາບໍ່ສາມາດນໍາໃຊ້ວິດີໂອຖ່າຍທຳໄດ້. ເມື່ອພົບກັບໜ້າວຽກເດີມ, ຂ້ອຍຕ້ອງການປະຕິເສດ, ແຕ່ຂ້ອຍບໍ່ຄິດວ່ານັ້ນຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ອ້າຍເອື້ອຍນ້ອງທຸກຄົນຄິດວ່າຂ້ອຍເໝາະສົມດີສຳລັບເພງ, ສະນັ້ນ ຂ້ອຍຈຶ່ງຄິດວ່າຂ້ອຍຄວນເຫັນດີກັບສິ່ງນັ້ນ ແລະ ເຮັດໜ້າທີ່ຂອງຂ້ອຍ. ດັ່ງນັ້ນ, ຂ້ອຍຈຶ່ງຍອມຮັບບົດບາດດັ່ງກ່າວ. ຫຼັງຈາກທີ່ໄດ້ຝຶກຊ້ອມເປັນເວລາສອງມື້, ຂ້ອຍກໍ່ໄດ້ເຂົ້າໃຈສ່ວນຂອງການຮ້ອງເພງ ແລະ ການສະແດງຂ້ອນຂ້າງດີ. ແຕ່ຄອດກີຕ້າແມ່ນຂ້ອນຂ້າງສັບສົນ ແລະ ຈື່ໄດ້ຍາກ. ເຫຼືອພຽງແຕ່ໜຶ່ງມື້ກ່ອນທີ່ຈະຖ່າຍທຳ, ຂ້ອຍກໍ່ເລີ່ມກັງວົນແທ້ໆ. ຂ້ອຍຢ້ານວ່າ ເຖິງແມ່ນຂ້ອຍສືບຕໍ່ຝຶກຊ້ອມ, ມັນກໍ່ຈະຊ້າເກີນໄປທີ່ຈະປ່ຽນສິ່ງໃດໜຶ່ງ ແລະ ຖ້າຂ້ອຍສືບຕໍ່ຝຶກຊ້ອມ, ມືຂອງຂ້ອຍຈະບໍ່ບວມຂຶ້ນບໍ? ໂດຍບໍ່ຄໍານຶງເຖິງຄວາມບໍ່ສະບາຍ, ຂ້ອຍອາດຈະບໍ່ຈື່ມັນດ້ວຍຊໍ້າ. ໃນຄວາມຄິດນັ້ນ, ຂ້ອຍບໍ່ຕ້ອງການຈ່າຍລາຄາສຳລັບສິ່ງນັ້ນ, ສະນັ້ນ ຂ້ອຍຈຶ່ງສືບຕໍ່ພະຍາຍາມຄິດຫາວິທີແກ້ໄຂທີ່ສົມບູນສຳລັບບັນຫາທີ່ຫຍຸ້ງຍາກນີ້. ນັ້ນຄືເວລາທີ່ຂ້ອຍເກີດມີຄວາມຄິດ: ຂ້ອຍສາມາດຂໍໃຫ້ມືກ້ອງບໍ່ຖ່າຍມືຂອງຂ້ອຍຫຼາຍເກີນໄປ, ຫຼັງຈາກນັ້ນ ຂ້ອຍກໍ່ຈະບໍ່ຈໍາເປັນຕ້ອງເຮັດວຽກໜັກຫຼາຍກ່ຽວກັບຄອດກີຕ້າທີ່ເປັນຕາລໍາຄານເຫຼົ່ານີ້. ແລ້ວພວກເຮົາຍັງສາມາດຖ່າຍທຳວິດີໂອໄດ້. ມັນເບິ່ງຄືກັບວ່າເປັນຄວາມຄິດທີ່ດີ. ໃນຄວາມຈິງແລ້ວ, ຂ້ອຍບໍ່ສະບາຍໃຈໜ້ອຍໜຶ່ງ ເມື່ອຂ້ອຍມີຄວາມຄິດນີ້. ມັນຮູ້ສຶກຄືກັບວ່າຂ້ອຍບໍ່ມີຄວາມຮັບຜິດຊອບ. ຈະເກີດຫຍັງຂຶ້ນ ຖ້າມີບັນຫາກັບຄອດກີຕ້າ ແລະ ພວກເຮົາຈຳເປັນຕ້ອງຖ່າຍທຳວິດີໂອຄືນໃໝ່? ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດກັບຕົນເອງວ່າ: “ເວລາເຄັ່ງຄັດຫຼາຍ ແລະ ມັນເປັນເພງທີ່ຍາກຫຼາຍ. ມັນຈະຕ້ອງໃຊ້ຄວາມພະຍາຍາມຢ່າງຫຼາຍ ແລະ ກົດດັນຫຼາຍທີ່ຈະຫຼິ້ນເພງນັ້ນໃຫ້ອອກມາດີ. ຂ້ອຍບໍ່ສາມາດສະແດງເໜືອລະດັບຂອງຂ້ອຍ. ອີກຢ່າງ, ນີ້່ເພື່ອໃຫ້ພວກເຮົາເຜີຍແຜ່ວິດີໂອໃຫ້ໄວເທົ່າທີ່ເປັນໄປໄດ້. ທຸກຄົນຄວນເຂົ້າໃຈ”. ຫຼັງຈາກນັ້ນ, ຂ້ອຍກໍ່ໃຫ້ຄວາມສົນໃຈກັບການຮ້ອງເພງ ແລະ ການສະແດງຂອງຂ້ອຍ, ໂດຍບໍ່ໄດ້ກັງວົນຫຼາຍກ່ຽວກັບຄອດກີຕ້າ. ຂ້ອຍຄິດວ່າມັນຄວນຈະດີພໍ.

ເມື່ອມັນຮອດເວລາທີ່ຈະຖ່າຍທຳ, ຂ້ອຍກໍ່ຂໍໃຫ້ອ້າຍຄົນທີ່ຖ່າຍວິດີໂອບໍ່ຖ່າຍມືຂອງຂ້ອຍແບບໃກ້ໆຫຼາຍ. ຂ້ອຍບໍ່ຄິດວ່າຈະມີບັນຫາຫຍັງ. ແຕ່ມື້ຕໍ່ມາ, ຜູ້ກຳກັບເວົ້າວ່າຂ້ອຍຫຼິ້ນຄອດກີຕ້າບາງຄອດຜິດ ແລະ ຖາມຂ້ອຍວ່າກຳລັງເກີດຫຍັງຂຶ້ນ. ຂ້ອຍຮູ້ສຶກຜິດຫຼາຍ ແລະ ໃບໜ້າຂອງຂ້ອຍກໍ່ກາຍເປັນສີແດງຈ້າ. ຂ້ອຍຄິດວ່າ “ໂອ້ ບໍ່, ພວກເຮົາຈຳເປັນຕ້ອງຖ່າຍທຳຄືນໃໝ່ບໍ?” ຂ້ອຍຟ້າວຖາມຜູ້ຕັດຕໍ່ວ່າມີວິທີແກ້ໄຂອື່ນ ຫຼື ບໍ່. ລາວພຽງແຕ່ແກວ່ງຫົວ ແລະ ເວົ້າວ່າ “ຂ້ອຍພະຍາຍາມແລ້ວ, ມັນບໍ່ເກີດຜົນດີ”. ໃນສິ່ງນີ້, ຂ້ອຍຮູ້ວ່າພວກເຮົາຈຳເປັນຕ້ອງຖ່າຍຄືນໃໝ່. ຂ້ອຍຮູ້ສຶກບໍ່ດີທີ່ຮູ້ວ່າຂ້ອຍເປັນຕົ້ນເຫດຂອງບັນຫາ. ຕໍ່ມາ, ເມື່ອພວກເຮົາມາຢູ່ຮ່ວມກັນເພື່ອສົນທະນາກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນ, ຂ້ອຍກໍ່ບອກທຸກຄົນກ່ຽວກັບເຫດຜົນຂອງຂ້ອຍສໍາລັບການເຮັດສິ່ງທີ່ຂ້ອຍໄດ້ເຮັດ. ເອື້ອຍຄົນໜຶ່ງໄດ້ຕຳນິຂ້ອຍ ໂດຍເວົ້າວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ບອກພວກເຮົາວ່າເຈົ້າບໍ່ຈື່ຄອດກີຕ້າ? ຕອນນີ້ ພວກເຮົາຕ້ອງຖ່າຍທຳໃໝ່ທັງໝົດ ແລະ ໂຄງການທັງໝົດກໍ່ຊັກຊ້າ. ນີ້ຄືຄວາມປະໝາດ ແລະ ຄວາມບໍ່ຮັບຜິດຊອບຂອງເຈົ້າ!” ຂ້ອຍບໍ່ສາມາດຍອມຮັບສິ່ງທີ່ລາວເວົ້າແທ້ໆ. ຂ້ອຍຄິດວ່າ, “ຂ້ອຍບໍ່ໄດ້ເຮັດສຸດຄວາມສາມາດຂອງຂ້ອຍບໍ? ຂໍ້ແທ້ຈິງກໍ່ຄືຂ້ອຍບໍ່ສາມາດຫຼິ້ນຄອດກີຕ້າໄດ້ ແລະ ຂ້ອຍເຮັດແບບນັ້ນເພື່ອໃຫ້ແນ່ໃຈວິດີໂອສຳເລັດລົງຢ່າງໄວວາ. ພວກເຂົາພຽງແຕ່ບໍ່ຕ້ອງຖ່າຍມືຂອງຂ້ອຍ, ແມ່ນບໍ?” ຂ້ອຍພຽງແຕ່ຫາຂໍ້ແກ້ຕົວ, ໂດຍບໍ່ມີການໄຕ່ຕອງກ່ຽວກັບຕົນເອງ. ແຕ່ຫຼັງຈາກນັ້ນ ເອື້ອຍອີກຄົນກໍ່ບອກຂ້ອຍວ່າ “ຖ້າເຈົ້າມີບັນຫາ, ເຈົ້າກໍ່ສາມາດຝຶກຊ້ອມຫຼາຍຂຶ້ນ, ເຖິງແມ່ນວ່າຕ້ອງເລື່ອນເວລາຖ່າຍທຳໄປສອງສາມມື້. ແຕ່ເຈົ້າບໍ່ສາມາດພຽງແຕ່ເຮັດໃຫ້ແລ້ວມືແລ້ວຕີນແບບນັ້ນ. ເຈົ້າເປັນນັກຮ້ອງນໍາ, ມັນຈະເບິ່ງແນວໃດ ຖ້າພວກເຮົາບໍ່ສະແດງໃຫ້ເຫັນຕອນທີ່ເຈົ້າກຳລັງຫຼິ້ນກີຕ້າ? ເຈົ້າຊ່າງບໍ່ມີຄວາມຮັບຜິດຊອບ ແລະ ປະໝາດຫຼາຍ!” ເມື່ອໄດ້ຍິນລາວເວົ້າວ່າ “ຫຼາຍ” ແບບນັ້ນກໍ່ເຮັດໃຫ້ຂ້ອຍເປັນທຸກໃຈແທ້ໆ. ຂ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກຄິດວ່າ “ຖ້າອ້າຍເອື້ອຍນ້ອງທັງໝົດຂອງຂ້ອຍຄິດວ່າຂ້ອຍປະໝາດໃນໜ້າທີ່ຂອງຂ້ອຍ, ບາງເທື່ອ ຂ້ອຍກໍ່ຜິດແທ້ໆ? ຂ້ອຍຢາກໃຫ້ການຖ່າຍທຳດຳເນີນໄປດ້ວຍດີຄືກັນ. ແຕ່ໂຄງການດັ່ງກ່າວຖືກເຮັດໃຫ້ຊັກຊ້າ ແລະ ພວກເຮົາຈຳເປັນຕ້ອງໄດ້ຖ່າຍທຳຄືນໃໝ່ ເພາະຄອດກີຕ້າຂອງຂ້ອຍຜິດ. ຂ້ອຍຕ້ອງຖືກຕຳນິຢ່າງແນ່ນອນ”. ຂ້ອຍຮູ້ສຶກບໍ່ດີໃນຄວາມຄິດນັ້ນ. ຂ້ອຍຢຸດປະທ້ວງ ແລະ ເລີ່ມໄຕ່ຕອງ.

ຕໍ່ມາ ຂ້ອຍໄດ້ຄົ້ນພົບຂໍ້ຄວາມໜຶ່ງໃນພຣະທຳຂອງພຣະເຈົ້າທີ່ດົນບັນດານຂ້ອຍແທ້ໆ. ມັນກ່າວວ່າແບບນີ້: “ແມ່ນຫຍັງຄືຜົນຂອງການປະຕິບັດໜ້າທີ່ຢ່າງປະໝາດ ແລະ ຢ່າງເລິນເລີ້ ແລະ ປະຕິບັດມັນຢ່າງຖືເບົາ? ມັນເປັນການປະຕິບັດໜ້າທີ່ທີ່ບໍ່ດີຂອງເຈົ້າ ເຖິງແມ່ນວ່າເຈົ້າສາມາດປະຕິບັດມັນໄດ້ດີ, ການປະຕິບັດຂອງເຈົ້າກໍຈະບໍ່ໄດ້ຕາມມາດຕະຖານ ແລະ ພຣະເຈົ້າຈະບໍ່ພໍໃຈກັບທັດສະນະຄະຕິຂອງເຈົ້າຕໍ່ການປະຕິບັດໜ້າທີ່ຂອງເຈົ້າ. ເດີມທີແລ້ວ, ຖ້າເຈົ້າໄດ້ສະແຫວງຫາ ແລະ ຮ່ວມມືຢ່າງເປັນປົກກະຕິ; ຖ້າເຈົ້າໄດ້ອຸທິດຄວາມຄິດທັງໝົດຂອງເຈົ້າໃຫ້ແກ່ມັນ; ຖ້າເຈົ້າມອບທັງໃຈ ແລະ ວິນຍານໃນການເຮັດມັນ ແລະ ເຮັດມັນຢ່າງເຕັມທີ່ ແລະ ອຸທິດການເຮັດວຽກຂອງເຈົ້າ, ຫົວໃຈຂອງເຈົ້າແລະ ຄວາມຄິດຂອງເຈົ້າໃຫ້ແກ່ມັນ ຫຼື ໄດ້ອຸທິດບາງເວລາໃຫ້ແກ່ການອ້າງອີງວັດຖຸຕ່າງໆ ແລະ ທຸ້ມເທທັງກາຍ ແລະ ໃຈໃຫ້ແກ່ມັນ; ຖ້າເຈົ້າສາມາດໃຫ້ການຮ່ວມມືເຊັ່ນນັ້ນໄດ້ ພຣະເຈົ້າກໍຈະນຳໜ້າເຈົ້າໄປ, ຄອງຖ້າເຈົ້າ, ເວົ້າວ່າ ‘ມາ, ນີ້ແມ່ນຜົນໄດ້ຮັບ’. ເຈົ້າບໍ່ຈຳເປັນຕ້ອງອອກເຫື່ອເທແຮງຫຼາຍ; ເມື່ອເຈົ້າບໍ່ພະຍາຍາມໃຫ້ຄວາມຮ່ວມມື, ພຣະເຈົ້າກໍຈະຈັດຕຽມທຸກຢ່າງໃຫ້ກັບເຈົ້າ. ຖ້າເຈົ້າເປັນຄົນຫຼອກລວງ ແລະ ທໍລະຍົດ ແລະ ເຮັດວຽກແບບເກິ່ງໆກາງໆ, ເຈົ້າມີການປ່ຽນໃຈ ແລະ ຫຼົງຜິດໄປ, ແລ້ວພຣະເຈົ້າກໍຈະກະທຳການຫຍັງ; ເຈົ້າຈະສູນເສຍໂອກາດນີ້ ແລະ ພຣະເຈົ້າຈະກ່າວວ່າ ‘ເຈົ້າບໍ່ດີພໍ; ເຈົ້າບໍ່ມີປະໂຫຍດ. ໄປຢືນຢູ່ທາງຂ້າງ. ເຈົ້າມັກເປັນຄົນຂີ້ຄານ, ບໍ່ແມ່ນບໍ? ເຈົ້າມັກເປັນຄົນຫຼອກລວງ ແລະ ຂີ້ຕົວະ, ບໍ່ແມ່ນບໍ? ເຈົ້າມັກການພັກຜ່ອນບໍ? ດີແລ້ວ, ເຊີນພັກຜ່ອນໄດ້ເລີຍ’. ພຣະເຈົ້າຈະປະທານຄວາມກາລຸນາ ແລະ ໂອກາດໃຫ້ຄົນຕໍ່ໄປ. ພວກເຈົ້າວ່າແນວໃດ: ນີ້ເປັນການສຸນເສຍ ຫຼື ຊະນະ? ມັນແມ່ນການສູນເສຍຢ່າງໃຫຍ່ຫຼວງ!” (ຄັດຈາກການສົນທະນາຂອງພຣະເຈົ້າ). ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍສະພາວະຂອງຂ້ອຍເອງ. ຂ້ອຍຕົກລົງທີ່ຈະຝຶກຊ້ອມເພື່ອຮັບບົດບາດຫຼັກ, ແຕ່ໃນຄວາມເປັນຈິງແລ້ວ ຂ້ອຍບໍ່ໄດ້ເຮັດໃນສິ່ງທີ່ຂ້ອຍສັນຍາໄວ້. ຂ້ອຍບໍ່ໄດ້ແກ້ໄຂຈຸດອ່ອນຂອງຂ້ອຍ ຫຼື ຊອກຫາຂໍ້ມູນເພື່ອປັບປຸງຄອດກີຕ້າຂອງຂ້ອຍ. ຂ້ອຍຂີ້ຄ້ານໃນການຝຶກຊ້ອມ ເພາະຂ້ອຍຄິດວ່າມັນຈະຍາກເກີນໄປ. ຂ້ອຍຫາຂໍ້ແກ້ຕົວວ່າຂ້ອຍບໍ່ມີເວລາ ແລະ ຂໍໃຫ້ມືກ້ອງຫຼີກເວັ້ນຈາກການຖ່າຍມືຂອງຂ້ອຍແບບໃກ້ໆ. ຂ້ອຍຄິດວ່າຂ້ອຍສາມາດລອດຕົວໄປໄດ້ຈາກເລື່ອງນີ້, ແຕ່ມັນກໍ່ຈົບລົງໂດຍການເຮັດໃຫ້ໂຄງການຊັກຊ້າ. ຂ້ອຍຊ່າງບໍ່ມີຄວາມຮັບຜິດຊອບ ແລະ ປະໝາດແທ້ໆ! ເມື່ອໜ້າທີ່ຂອງຂ້ອຍໄດ້ນໍາສະເໜີຕົວມັນເອງ, ຂ້ອຍກໍ່ບໍ່ຕ້ອງການພະຍາຍາມຫຼິ້ນເພງໃຫ້ດີ ແລະ ເປັນພະຍານໃຫ້ກັບພຣະເຈົ້າ. ກົງກັນຂ້າມ, ຂ້ອຍຮັບເອົາເສັ້ນທາງທີ່ໃຊ້ຄວາມອົດທົນໜ້ອຍກວ່າ ແລະ ໃນຕອນນີ້ ພວກເຮົາຈຳເປັນຕ້ອງເຮັດທຸກຢ່າງຄືນໃໝ່. ຂ້ອຍບໍ່ມີຄວາມຮັບຜິດຊອບແບບນັ້ນໄດ້ແນວໃດ? ພຽງແຕ່ຝຶກຊ້ອມອີກໜ້ອຍໜຶ່ງ, ພະຍາຍາມອີກໜ້ອຍໜຶ່ງ ແລະ ຂ້ອຍກໍ່ຈະບໍ່ທຳລາຍວຽກງານໃນເຮືອນຂອງພຣະເຈົ້າ. ຂ້ອຍກຽດຊັງຕົນເອງເລັກນ້ອຍຢູ່ໃນຈຸດນັ້ນ. ຂ້ອຍຄິດວ່າ, “ຖ້າຂ້ອຍໄດ້ຮັບໂອກາດອີກ, ຂ້ອຍຈະບໍ່ເຮັດພໍເປັນພິທີອີກແລ້ວ. ເຖິງແມ່ນວ່າຂ້ອຍຈະຕ້ອງເຮັດໃຫ້ຕົນເອງອິດເມື່ອຍໃນການຝຶກຊ້ອມຄອດກີຕ້າເຫຼົ່ານັ້ນ, ຂ້ອຍກໍ່ຈະເຮັດໃນສິ່ງທີ່ຈຳເປັນຕ້ອງເຮັດ”.

ຄົນອື່ນຕັດສິນໃຈທີ່ຈະໃຫ້ເວລາຂ້ອຍອີກສອງມື້ເພື່ອຝຶກຊ້ອມ. ສິ່ງນີ້ດົນບັນດານຂ້ອຍແທ້ໆ ແລະ ຂ້ອຍຂອບພຣະຄຸນພຣະເຈົ້າທີ່ໄດ້ມອບໂອກາດໃຫ້ແກ່ຂ້ອຍໄດ້ທົດແທນສຳລັບການເຮັດຜິດຂອງຂ້ອຍ. ໃນການຝຶກຊ້ອມຂອງຂ້ອຍຫຼັງຈາກນັ້ນ, ຂ້ອຍເຮັດວຽກຢ່າງໜັກເພື່ອຈື່ຄອດກີຕ້າທັງໝົດ, ແຕ່ຂ້ອຍຮູ້ສຶກກົດດັນແທ້ໆ. ຂ້ອຍຢ້ານວ່າເຕັກນິກຂອງຂ້ອຍຍັງບໍ່ເປັນທີ່ພໍໃຈ ແລະ ສອງມື້ຈະບໍ່ເປັນເວລາທີ່ພຽງພໍໃຫ້ຂ້ອຍໄດ້ປັບປຸງ. ຂ້ອຍເລີ່ມກັງວົນອີກເທື່ອຫນຶ່ງ. ແຕ່ຍິ່ງຂ້ອຍກັງວົນຫຼາຍສໍ່າໃດ, ຂ້ອຍກໍ່ລືມຫຼາຍສໍ່ານັ້ນ ແລະ ຍິ່ງຂ້ອຍລືມຫຼາຍສໍ່າໃດ, ຂ້ອຍກໍ່ຍິ່ງກັງວົນຫຼາຍສໍ່ານັ້ນ. ຕອນເຊົ້າຂອງມື້ນັ້ນໄດ້ຜ່ານໄປຢ່າງໄວວາ. ຂ້ອຍຍັງບໍ່ສາມາດຫຼິ້ນເພງໄດ້ເປັນຢ່າງດີຫຼາຍ ແລະ ມືຂອງຂ້ອຍກໍ່ປວດ. ໂດຍປົກກະຕິແລ້ວ, ຂ້ອຍພັກຜ່ອນຈາກການຝຶກຊ້ອມຫຼັງຈາກຮັບປະທານເຂົ້າສວາຍ, ແຕ່ຄັ້ງນີ້ ຂ້ອຍຮູ້ວ່າຂ້ອຍຈຳເປັນຕ້ອງຝຶກຊ້ອມຕໍ່. ຂ້ອຍຮູ້ວ່າຂ້ອຍບໍ່ສາມາດມີເວລາພັກຜ່ອນໄດ້, ແຕ່ຕ້ອງໃຊ້ທຸກຊ່ວງເວລາທີ່ຂ້ອຍມີເພື່ອຫຼິ້ນຄອດກີຕ້າໄດ້ຢ່າງຖືກຕ້ອງ. ຫຼັງຈາກທີ່ຂ້ອຍຕັ້ງໃຈຢ່າງເດັດຂາດແລ້ວ, ພຣະເຈົ້າກໍ່ຊີ້ນຳຂ້ອຍ. ໃນຕອນສວາຍຂອງມື້ນັ້ນ, ໂດຍທີ່ບໍ່ຮູ້ຕົວ, ຂ້ອຍຄິດອອກວິທີທີ່ຈະຈື່ຄອດກີຕ້າເປັນສ່ວນໆ! ມັນດີຂຶ້ນເລື້ອຍໆ. ແຕ່ຂ້ອຍໄດ້ຝຶກຊ້ອມດົນຫຼາຍຈົນມືຂອງຂ້ອຍເລີ່ມບວມ ແລະ ຂ້ອຍໄດ້ຖືກລໍ້ລວງໃຫ້ຂີ້ຄ້ານອີກຄັ້ງ. ເມື່ອຂ້ອຍພົບວ່າຕົນເອງຄິດໃນລັກສະນະນີ້ອີກ, ຂ້ອຍກໍ່ຄິດຫາບາງສິ່ງທີ່ພຣະເຈົ້າໄດ້ເວົ້າໄວ້ ແລະ ຂ້ອຍກໍ່ຟ້າວອ່ານມັນ: “ເມື່ອຜະເຊີນກັບໜ້າທີ່ໆຕ້ອງໃຊ້ຄວາມພະຍາຍາມ ແລະ ການເສຍສະຫຼະຂອງເຈົ້າ ແລະ ການຮຽກຮ້ອງໃຫ້ເຈົ້າອຸທິດຮ່າງກາຍ, ຈິດໃຈ ແລະ ເວລາຂອງເຈົ້າ, ເຈົ້າຕ້ອງບໍ່ລັງເລໃຈ, ຍຶດຕິດກັບແຜນການໃດໜຶ່ງ ຫຼື ປ່ອຍໃຫ້ມີຊ່ອງວ່າງໃດໆ. ຖ້າເຈົ້າປ່ອຍໃຫ້ມີຊ່ອງວ່າງໃດໆ, ຄິດໄລ່ ຫຼື ເປັນຄົນມານຍາ ແລະ ທໍລະຍົດ, ເຈົ້າກໍຈະກາຍເປັນຄົນເຮັດວຽກບໍ່ໄດ້ດີ. ເຈົ້າອາດເວົ້າວ່າ ‘ບໍ່ມີໃຜເຫັນຂ້ານ້ອຍເຮັດໂຕເຫຼວໄຫຼ. ຄັກແທ້!’ ນີ້ແມ່ນຄວາມຄິດແບບໃດ? ເຈົ້າຄິດວ່າເຈົ້າໄດ້ດຶງຂົນແກະປົກຕາຂອງຜູ້ຄົນ ແລະ ປົກຕາຂອງພຣະເຈົ້າ. ທີ່ຈິງແລ້ວ, ພຣະເຈົ້າຮູ້ສິ່ງທີ່ເຈົ້າໄດ້ເຮັດ ຫຼື ບໍ່? (ພຣະອົງຮູ້). ໂດຍທົ່ວໄປແລ້ວ, ຄົນທີ່ພົວພັນກັບເຈົ້າເປັນເວລາດົນນານຈະຄົ້ນພົບ ແລະ ຈະເວົ້າວ່າ ເຈົ້າແມ່ນບຸກຄົນທີ່ລື່ນໄຫຼຢູ່ສະເໝີ, ບໍ່ເຄີຍດຸໝັ່ນ ແລະ ພະຍາຍາມພຽງຫ້າສີບ ຫຼື ຫົກສິບເປີເຊັນເທົ່ານັ້ນ ຫຼື ຫຼາຍສຸດກໍແມ່ນແປດສິບເປີເຊັນ. ພວກເຂົາຈະເວົ້າວ່າເຈົ້າເຮັດທຸກສິ່ງໃນລັກສະນະທີ່ສັບສົນຫຼາຍ, ເມີນເສີຍຕໍ່ສິ່ງທີ່ເຈົ້າກຳລັງເຮັດຢູ່; ເຈົ້າບໍ່ມີຈິດສຳນຶກໃນວຽກງານຂອງເຈົ້າເລີຍ. ຖ້າເຈົ້າຖືກບັງຄັບໃຫ້ເຮັດບາງສິ່ງ, ເມື່ອນັ້ນເຈົ້າຈິ່ງຈະພະຍາຍາມເລັກນ້ອຍ; ຖ້າມີຄົນຢູ່ແຖວນັ້ນກວດເບິ່ງວ່າວຽກຂອງເຈົ້າດີພໍ ຫຼື ບໍ່, ເມື່ອນັ້ນ ເຈົ້າກໍຈະເຮັດວຽກດີຂຶ້ນເລັກນ້ອຍ, ແຕ່ຖ້າບໍ່ມີໃຜຢູ່ແຖວນັ້ນກວດເບິ່ງ, ເຈົ້າກໍຈະເຮັດຊ້າລົງເລັກນ້ອຍ. ຖ້າເຈົ້າຖືກຈັດການ, ແລ້ວເຈົ້າກໍຈະໃສ່ໃຈກັບມັນ; ບໍ່ດັ່ງນັ້ນ, ເຈົ້າກໍຈະເຊືອບຫຼັບໃນລະຫວ່າງເຮັດວຽກຕະຫຼອດ ແລະ ພະຍາຍາມໜີດ້ວຍວິທີຕ່າງໆທີ່ເຈົ້າສາມາດເຮັດໄດ້ ໂດຍຄິດວ່າຈະບໍ່ມີໃຜສັງເກດເຫັນ. ເມື່ອເວລາຜ່ານໄປ ແລະ ຜູ້ຄົນສັງເກດເຫັນ. ພວກເຂົາເວົ້າວ່າ ‘ບຸກຄົນນີ້ເພິ່ງພາບໍ່ໄດ້ ແລະ ເຊື່ອຖືບໍ່ໄດ້; ຖ້າເຈົ້າມອບໜ້າທີ່ໆສຳຄັນໃຫ້ເຂົາປະຕິບັດ, ເຂົາຈະຕ້ອງການໆຄວບຄຸມ. ເຂົາສາມາດເຮັດໜ້າວຽກທຳມະດາ ແລະ ວຽກທີ່ບໍ່ກ່ຽວຂ້ອງກັບຫຼັກການ, ແຕ່ຖ້າເຈົ້າມອບວຽກທີ່ສຳຄັນໃຫ້ເຂົາປະຕິບັດ, ເຂົາອາດຈະເຮັດບໍ່ສໍາເລັດ ແລະ ສຸດທ້າຍເຈົ້າກໍຈະຖືກຫຼອກລວງ’. ຜູ້ຄົນຈະຮູ້ຈິງເຫັນແຈ້ງຜ່ານຕົວເຂົາ ແລະ ເຂົາຈະປະຖິ້ມກຽດສັກສີ ແລະ ຄວາມຊື່ສັດທັງໝົດຢ່າງສິ້ນເຊີງ. ຖ້າບໍ່ມີໃຜສາມາເຊື່ອໃຈເຂົາໄດ້, ແລ້ວພຣະເຈົ້າຈະເຊື່ອໃຈໄດ້ແນວໃດ? ພຣະເຈົ້າຈະມອບໝາຍໜ້າທີ່ສຳຄັນໃດໜຶ່ງໃຫ້ເຂົາບໍ? ຄົນເຊັ່ນນີ້ແມ່ນເຊື່ອໃຈບໍ່ໄດ້” (ຄັດຈາກບົດ “ການເຂົ້າສູ່ຊີວິດຕ້ອງເລີ່ມດ້ວຍປະສົບການຈາກການປະຕິບັດໜ້າທີ່ຂອງເຈົ້າ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ).

ພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ອຍຮູ້ວ່າຂ້ອຍເຮັດພໍເປັນພິທີຫຼາຍສໍ່າໃດໃນໜ້າທີ່ຂອງຂ້ອຍ. ຂ້ອຍບໍ່ພໍໃຈໃນການຝຶກຊ້ອມຄອດກີຕ້າ ແລະ ຂ້ອຍບໍ່ໄດ້ບັນລຸມາດຕະຖານສູງສຸດ. ຂ້ອຍບໍ່ໄດ້ພະຍາຍາມຕົນຢ່າງເຕັມທີ່. ຂ້ອຍພໍເຮັດໃຫ້ຜ່ານໄປ ແລະ ເຮັດພໍແລ້ວມືແລ້ວຕີນໃນໜ້າທີ່ຂອງຂ້ອຍ. ຂ້ອຍບໍ່ມີຄວາມຊື່ສັດ. ຂ້ອຍບໍ່ເປັນຕາເຊື່ອຖື. ຂ້ອຍຄິດຢູ່ສະເໝີວ່າຕົນເອງມີຄວາມຫຼົງໄຫຼ ແລະ ເຮັດວຽກໜັກໃນໜ້າທີ່ຂອງຂ້ອຍ, ຂ້ອຍມີຄວາມຈົງຮັກພັກດີທີ່ບໍ່ສິ້ນສຸດ. ແຕ່ຕອນນີ້, ຂ້ອຍເຫັນວ່າຂ້ອຍບໍ່ໄດ້ໃຫ້ຄວາມສຳຄັນຕໍ່ຜົນຕາມມາ, ແຕ່ເຮັດພໍແລ້ວມືແລ້ວຕີນເທົ່ານັ້ນ. ນັ້ນເປັນການເຮັດໜ້າທີ່ຂອງຂ້ອຍໄດ້ແນວໃດ? ຖ້າຂ້ອຍສືບຕໍ່ເຮັດໃນລັກສະນະນັ້ນ, ຜູ້ໃດຈະກ້າໄວ້ໃຈຂ້ອຍອີກ? ຂ້ອຍຈະບໍ່ສູນເສຍຄວາມຊື່ສັດ ແລະ ກຽດສັກສີຂອງຂ້ອຍບໍ? ຂ້ອຍໄດ້ເຮັດຜິດຄັ້ງກ່ອນ. ຂ້ອຍບໍ່ຕ້ອງການເຮັດຜິດຊໍ້າອີກ. ມັນບໍ່ສຳຄັນວ່າມືຂອງຂ້ອຍບວມຂຶ້ນ ຫຼື ບໍ່ ຫຼື ຂ້ອຍເມື່ອຍ ຫຼື ບໍ່, ຄວາມຊື່ສັດ ແລະ ກຽດສັກສີຂອງຂ້ອຍສໍາຄັນຫຼາຍກວ່າ. ສະນັ້ນ, ຂ້ອຍຈຶ່ງຕັ້ງໃຈທີ່ຈະສືບຕໍ່ຝຶກຊ້ອມຄອດກີຕ້າ, ບໍ່ວ່າມັນຈະເມື່ອຍ ຫຼື ຍາກສໍ່າໃດກໍ່ຕາມ. ຫຼັງຈາກທີ່ຂ້ອຍຕັ້ງໃຈທີ່ຈະກັບໃຈແທ້ໆ, ຂ້ອຍກໍ່ໄດ້ເຫັນພອນ ແລະ ການຊີ້ນຳຈາກພຣະເຈົ້າ. ໃນມື້ນັ້ນເອງ, ຂ້ອຍໄດ້ຝຶກຊ້ອມຈົນຮອດທ່ຽງຄືນ ແລະ ສາມາດຈື່ຄອດກີຕ້າເກືອບໝົດທຸກຄອດ. ຂ້ອຍຝຶກຊ້ອມໝົດມື້ໃນມື້ຖັດໄປຈົນຂ້ອຍລຶ້ງເຄີຍກັບເພງທັງໝົດ. ໃນລະຫວ່າງການຖ່າຍທຳ, ຂ້ອຍຕັ້ງໃຈໃຫ້ຄວາມສົນໃຈກັບແຕ່ລະຂັ້ນຕອນ ແລະ ຂ້ອຍອະທິຖານຢ່າງງຽບໆ ໂດຍເພິ່ງພາພຣະເຈົ້າ. ດ້ວຍຄວາມປະຫຼາດໃຈຂອງຂ້ອຍ, ພວກເຮົາໄດ້ຖ່າຍທຳທັງໝົດໃນຄັ້ງດຽວ! ການເຫັນຜົນຕາມມາໃນລັກສະນະນີ້ເຮັດໃຫ້ຂ້ອຍມີຄວາມຮູ້ສຶກສະຫງົບສຸກ. ຂ້ອຍໄດ້ຊີມຄວາມຫວານຂອງການປະຕິບັດຄວາມຈິງ.

ຕໍ່ມາ ຂ້ອຍໄດ້ຮັບໜ້າທີ່ໃຫ້ປະພັນດົນຕີ. ຂ້ອຍບໍ່ໄດ້ປະພັນເພງເປັນເວລາດົນນານແລ້ວ, ສະນັ້ນ ຂ້ອຍຈຶ່ງຂາດການຝຶກຊ້ອມໜ້ອຍໜຶ່ງ. ໂດຍສະເພາະແລ້ວ, ພວກເຮົາກຳລັງເຮັດເພງຣັອກໃນຊ່ວງນີ້, ເຊິ່ງຂ້ອຍບໍ່ເຄີຍເຮັດມາກ່ອນ, ສະນັ້ນ ຂ້ອຍຈຶ່ງເປັນຫ່ວງໜ້ອຍໜຶ່ງ. ແຕ່ຂ້ອຍຮູ້ວ່ານີ້ແມ່ນໜ້າທີ່ໆຂ້ອຍຈຳເປັນຕ້ອງເຮັດໃຫ້ສຳເລັດ ແລະ ຂ້ອຍຕ້ອງເຮັດໃຫ້ສຸດຄວາມສາມາດຂອງຂ້ອຍ. ສະນັ້ນ, ຂ້ອຍຈຶ່ງວາງແຜນທີ່ຈະສຳເລັດສອງເພງພາຍໃນທ້າຍເດືອນ. ຂ້ອຍເຮັດວຽກເກີນເວລາເພື່ອປະພັນເພງ ແລະ ເມື່ອຂ້ອຍເມື່ອຍ ຂ້ອຍກໍ່ຂໍໃຫ້ພຣະເຈົ້າຊ່ວຍຂ້ອຍປະຖິ້ມເນື້ອໜັງ. ຂ້ອຍຄິດທຳນອງເພງອອກ ແລະ ປ່ຽນມັນໃຫ້ກາຍເປັນເພງເຕັມຢ່າງໄວວາ. ເມື່ອມັນສຳເລັດແລ້ວ, ຂ້ອຍກໍ່ໃຫ້ອ້າຍເອື້ອຍນ້ອງຂອງຂ້ອຍຟັງມັນ. ພວກເຂົາເວົ້າວ່າມັນມ່ວນດີ ແລະ ມັນມີຮູບແບບທີ່ຖືກຕ້ອງສຳລັບດົນຕີຣັອກ. ແຕ່ພາຍໃນ, ຂ້ອຍຄິດວ່າ: “ຖ້າຂ້ອຍເຮັດວຽກຫຼາຍຂຶ້ນ ແລະ ຄັດເກົາທຳນອງຊ່ວງຮ້ອງປະສານສຽງ, ເພງດັ່ງກ່າວກໍ່ຈະດີຂຶ້ນກວ່າເກົ່າດ້ວຍຊໍ້າ”. ແຕ່ຂ້ອຍກໍ່ຍັງສອງຈິດສອງໃຈ. ຂ້ອຍບໍ່ມີທິດທາງທີ່ຊັດເຈນໃນເວລານັ້ນ ແລະ ຂ້ອຍບໍ່ຕ້ອງການຮຽກຮ້ອງຫຼາຍເກີນໄປຈາກຕົນເອງ. ອີກຢ່າງ, ອ້າຍເອື້ອຍນ້ອງຂອງຂ້ອຍກໍ່ບໍ່ມີບັນຫາກັບມັນ. ມັນດີພໍ. ຍິ່ງໄປກວ່ານັ້ນ, ຂ້ອຍຫາກໍ່ຮຽນຮູ້ວິທີການປະພັນເພງປະເພດນີ້, ສະນັ້ນ ມັນຈຶ່ງເປັນເລື່ອງປົກກະຕິທີ່ມັນຈະມີຂໍ້ບົກພ່ອງ. ຂ້ອຍສົ່ງມັນໃຫ້ຜູ້ນໍາທີມ.

ສອງສາມມື້ຕໍ່ມາ, ລາວບອກຂ້ອຍວ່າຂ້ອຍຢູ່ໃນເສັ້ນທາງທີ່ຖືກຕ້ອງ, ແຕ່ທຳນອງເພງມີຄວາມຫຍາບໜ້ອຍໜຶ່ງ. ລາວແນະນຳໃຫ້ຂ້ອຍຄິດກ່ຽວກັບເນື້ອເພງຕື່ມອີກໜ້ອຍໜຶ່ງ. ຂ້ອຍຮູ້ສຶກຕໍ່ຕ້ານເລັກນ້ອຍກັບສິ່ງນີ້ ແລະ ຂ້ອຍຄິດວ່າ “ຂ້ອຍຫາກໍ່ຮຽນຮູ້ວິທີການປະພັນເພງປະເພດນີ້. ເຈົ້າຮຽກຮ້ອງຈາກຂ້ອຍຫຼາຍເກີນໄປ!” ຂ້ອຍໄດ້ໃຊ້ເວລາຫຼາຍກັບມັນແລ້ວ ແລະ ລໍຖ້າອີກສອງສາມມື້ເພື່ອຮັບຄຳຕິຊົມຈາກລາວ. ເຄິ່ງເດືອນຜ່ານແລ້ວ. ເມື່ອເຫັນວ່າບໍ່ມີຄວາມຄືບໜ້າຫຍັງເລີຍ, ຂ້ອຍຈຶ່ງກັງວົນໜ້ອຍໜຶ່ງ. ການດັດແກ້ບົດປະພັນເພງຈະໃຊ້ຄວາມພະຍາຍາມຫຼາຍແທ້ໆ ແລະ ຂ້ອຍບໍ່ຮູ້ວ່າຜົນຈະອອກມາເປັນແນວໃດ. ສະນັ້ນ, ຂ້ອຍຈຶ່ງຂຽນທຳນອງຄືນໃໝ່. ຜູ້ນໍາທີມເວົ້າວ່າມັນບໍ່ດີ ແລະ ຟັງຄືກັບເພງຂອງເດັກນ້ອຍ. ຂ້ອຍຮູ້ສຶກຜິດຫວັງແທ້ໆ. ຂ້ອຍຄິດວ່າ, “ຂ້ອຍໄດ້ທຸ້ມເທສຸດຄວາມສາມາດແລ້ວ ແຕ່ຂ້ອຍບໍ່ໄດ້ຖືກອະນຸມັດແມ່ນແຕ່ໜຶ່ງເພງເລີຍ. ຂ້ອຍຄວນເຮັດແນວໃດ?” ຕໍ່ມາ, ຂ້ອຍໄດ້ຂຽນສອງສາມທຳນອງເພີ່ມອີກ, ແຕ່ບໍ່ມີທຳນອງໃດຖືກຍອມຮັບ. ຂ້ອຍກະວົນກະວາຍຫຼາຍ. ຂ້ອຍຄິດກ່ຽວກັບວ່າຂ້ອຍໄດ້ຕັ້ງໃຈແນວໃດທີ່ຈະປະພັນສອງເພງພາຍໃນທ້າຍເດືອນ, ແຕ່ຂ້ອຍຍັງບໍ່ໄດ້ສຳເລັດແມ່ນແຕ່ເພງດຽວ. ຂ້ອຍລົ້ມເຫຼວໃນໜ້າທີ່ຂອງຂ້ອຍ. ຂ້ອຍບໍ່ມີຫຍັງດີເລີຍບໍ?

ໃນການເຕົ້າໂຮມກັນພາຍຫຼັງ, ຜູ້ນໍາທີມໄດ້ເຕືອນຂ້ອຍວ່າ, “ບົດປະພັນເພງຂອງເຈົ້າຂ້ອນຂ້າງເປັນຕົ້ນສະບັບ ແລະ ຮູບແບບກໍ່ດີ, ສະນັ້ນ ເປັນຫຍັງຈຶ່ງຍັງບໍ່ທັນມີໂຕໃດຖືກອະນຸມັດເທື່ອ? ເຈົ້າບໍ່ໄດ້ເອົາໃຈໃສ່ຕໍ່ເນື້ອເພງ, ສະນັ້ນ ຄໍາເວົ້າ ແລະ ທຳນອງຈຶ່ງບໍ່ເຂົ້າກັນ. ທຸກຄັ້ງທີ່ເຈົ້າປ່ຽນມັນ, ມັນກໍ່ຮ້າຍແຮງກວ່າເກົ່າ. ສິ່ງນີ້ຖ່ວງດຶງວຽກງານໃນເຮືອນຂອງພຣະເຈົ້າ”. ຫຼັງຈາກນັ້ນ, ອ້າຍອີກຄົນໜຶ່ງກໍ່ເວົ້າຂຶ້ນດ້ວຍສຽງດັງວ່າ: “ເຈົ້າບໍ່ໄດ້ຮ້ອງເພງເປັນຢ່າງດີໃນການບັນທຶກ. ບາງຢ່າງໃນເພງເຫຼົ່ານີ້ບໍ່ໄດ້ກົງກັນເຈ້ຍກຳກັບດົນຕີດ້ວຍຊໍ້າ. ເຈົ້າບໍ່ເອົາໃສ່ໃຈ!” ການຖືກຈັດການ ແລະ ການຕິຕຽນໂດຍອ້າຍໆເປັນຕາອັບອາຍ. ຂ້ອຍຕ້ອງການມຸດຮູໜີ. ເມື່ອຂ້ອຍກັບມາເຮືອນ, ຂ້ອຍກໍ່ອະທິຖານຫາພຣະເຈົ້າວ່າ: “ພຣະເຈົ້າ, ຂ້ານ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ານ້ອຍພໍເປັນພິທີ. ຂ້ານ້ອຍບໍ່ໄດ້ອຸທິດຕົນ, ແຕ່ຂ້ານ້ອຍບໍ່ຮູ້ວິທີແກ້ໄຂບັນຫານີ້. ໄດ້ໂປດຊ່ວຍຂ້ານ້ອຍ ແລະ ຊີ້ນໍາຂ້ານ້ອຍ”.

ຕໍ່ມາ, ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ມັນບໍ່ແມ່ນສິ່ງທີ່ຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມບໍທີ່ຈັດການກັບສິ່ງຕ່າງໆຢ່າງເສີຍຊາ ແລະ ບໍ່ມີຄວາມຮັບຜິດຊອບ? ແມ່ນຫຍັງ? ນັ້ນແມ່ນຄວາມສົກກະປົກ; ໃນທຸກເລື່ອງ ພວກເຂົາເວົ້າວ່າ ‘ນັ້ນເປັນສິ່ງທີ່ເກືອບຖືກຕ້ອງ’ ແລະ ‘ໃກ້ພຽງພໍແລ້ວ’; ມັນແມ່ນທັດສະນະທີ່ວ່າ ‘ບາງທີ’, ‘ເປັນໄປໄດ້’ ແລະ ‘ສີ່ໃນຫ້າ’; ພວກເຂົາເຮັດສິ່ງຕ່າງໆພໍເປັນພິທີ, ພໍໃຈທີ່ຈະເຮັດໃຫ້ໜ້ອຍທີ່ສຸດ ແລະ ພໍໃຈທີ່ຈະຫຍຸ້ງຢູ່ກັບສິ່ງທີ່ພວກເຂົາສາມາດເຮັດໄດ້; ພວກເຂົາບໍ່ເຫັນປະເດັນທີ່ຈະຈິງຈັງກັບເລື່ອງຕ່າງໆ ຫຼື ພະຍາຍາມໃຫ້ມີຄວາມຊັດເຈນ ແລະ ພວກເຂົາເຫັນຈຸດໜ້ອຍລົງໃນການສະແຫວງຫາຫຼັກການຕ່າງໆ. ນີ້ບໍ່ແມ່ນສິ່ງທີ່ຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມບໍ? ມັນແມ່ນການສະແດງອອກຂອງຄວາມເປັນມະນຸດປົກກະຕິບໍ? ການເອີ້ນມັນວ່າຄວາມຈອງຫອງນັ້ນຖືກຕ້ອງ ແລະ ການເອີ້ນມັນວ່າຄວາມຍິ່ງຍະໂສກໍ່ເໝາະສົມເຊັ່ນກັນ, ແຕ່ເພື່ອໃຫ້ຈັບໃຈຄວາມໄດ້ຢ່າງສົມບູນ, ຄຳດຽວທີ່ຈະໄດ້ຜົນແມ່ນ ‘ສົກກະປົກ’. ຄວາມສົກກະປົກດັ່ງກ່າວມີຢູ່ໃນຄວາມເປັນມະນຸດຂອງຄົນສ່ວນໃຫຍ່; ໃນທຸກເລື່ອງ, ພວກເຂົາປາຖະໜາທີ່ຈະເຮັດໃຫ້ໜ້ອຍທີ່ສຸດທີ່ເປັນໄປໄດ້, ເພື່ອເບິ່ງວ່າພວກເຂົາສາມາດເຮັດຫຍັງໂດຍບໍ່ຖືກຈັບໄດ້ ແລະ ມີການຫຼອກລວງໃນທຸກສິ່ງທີ່ພວກເຂົາເຮັດ. ພວກເຂົາໂກງຄົນອື່ນເມື່ອພວກເຂົາສາມາດເຮັດໄດ້, ເຮັດພໍເປັນພິທີເມື່ອພວກເຂົາສາມາດຕັດໄດ້ ແລະ ກຽດຊັງທີ່ຈະໃຊ້ເວລາຫຼາຍ ຫຼື ຄິດພິຈາລະນາເລື່ອງໃດໜຶ່ງ. ພວກເຂົາຄິດກັບຕົວເອງວ່າ ‘ຕາບໃດທີ່ຂ້ານ້ອຍສາມາດຫຼົບຫຼີກຈາກການຖືກເປີດເຜີຍ ແລະ ບໍ່ໄດ້ກໍ່ໃຫ້ເກີດບັນຫາ ແລະ ຂ້ານ້ອຍບໍ່ໄດ້ຖືກຕຳນິ, ຂ້ານ້ອຍກໍ່ສາມາດຜ່ານພົ້ນສິ່ງນີ້ໄປໄດ້. ການເຮັດວຽກໃຫ້ດີມີບັນຫາຫຼາຍກວ່າຄຸ້ມ’. ຄົນດັ່ງກ່າວບໍ່ໄດ້ຮຽນຮູ້ທີ່ຈະຊຳນານຫຍັງ ແລະ ພວກເຂົາບໍ່ໄດ້ທຸ້ມເທໃນການຮຽນຂອງພວກເຂົາ. ພວກເຂົາພຽງຕ້ອງການໂຄງຮ່າງກວ້າງໆຂອງເລື່ອງ ແລະ ແລ້ວກໍ່ເອີ້ນຕົວເອງວ່າເປັນຜູ້ຊ່ຽວຊານໃນເລື່ອງນັ້ນ ແລະ ຫຼັງຈາກນັ້ນ ກໍ່ເພິ່ງພາສິ່ງນີ້ເພື່ອເຮັດໃຫ້ເສັ້ນທາງຂອງພວກເຂົາຜ່ານໄປ. ນີ້ບໍ່ແມ່ນທັດສະນະທີ່ຜູ້ຄົນມີຕໍ່ສິ່ງຕ່າງໆບໍ? ມັນເປັນທັດສະນະທີ່ດີບໍ? ທັດສະນະແບບນີ້ທີ່ຄົນແບບນີ້ນໍາໃຊ້ຕໍ່ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ເວົ້າໄດ້ສັ້ນໆວ່າ ‘ສ້າງຄວາມຫຍຸ້ງຍາກ’ ແລະ ຄວາມສົກກະປົກດັ່ງກ່າວມີຢູ່ໃນມະນຸດຊາດທີ່ເສື່ອມຊາມທັງໝົດ” (ຄັດຈາກບົດ “ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ (ພາກທີສອງ)” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). “ຄົນໆໜຶ່ງຈະສາມາດບອກຄວາມແຕກຕ່າງລະຫວ່າງຄົນຊັ້ນສູງ ແລະ ຄົນພື້ນຖານໄດ້ແນວໃດ? ພຽງເບິ່ງທີ່ທ່າທີ ແລະ ລັກສະນະຂອງພວກເຂົາໃນການທີ່ພວກເຂົາປະຕິບັດຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ເບິ່ງວ່າພວກເຂົາກະທຳແນວໃດ, ພວກເຂົາຈັດການສິ່ງຕ່າງໆແນວໃດ ແລະ ພວກເຂົາປະພຶດຕົນແນວໃດເມື່ອບັນຫາເກີດຂຶ້ນ. ຄົນທີ່ມີບຸກຄະລິກ ແລະ ກຽດສັກສີເປັນຄົນຮອບຄອບ, ຈິງຈັງ ແລະ ດຸໝັ່ນໃນການກະທຳຂອງຕົນ ແລະ ພວກເຂົາເຕັມໃຈທີ່ຈະເສຍສະລະ. ຄົນທີ່ບໍ່ມີບຸກຄະລິກ ແລະ ກຽດສັກສີເປັນຄົນທີ່ບໍ່ເປັນລະບຽບ ແລະ ເລິນເລີ້ໃນການກະທຳຂອງພວກເຂົາ, ມັກມີເລ່ຫຼ່ຽມບາງຢ່າງຢູ່ສະເໝີ, ພຽງແຕ່ຕ້ອງການເຮັດໃຫ້ມັນຫຍຸ້ງຍາກຢູ່ສະເໝີ. ພວກເຂົາບໍ່ໄດ້ຮຽນຮູ້ທັກສະຄວາມຊຳນານຫຍັງເລີຍ ແລະ ບໍ່ວ່າພວກເຂົາຮຽນດົນປານໃດກໍ່ຕາມ, ພວກເຂົາຍັງຄົງສັບສົນໂດຍຄວາມບໍ່ຮູ້ໃນເລື່ອງຂອງທັກສະ ຫຼື ອາຊີບ. ຖ້າເຈົ້າບໍ່ກົດດັນພວກເຂົາເພື່ອເອົາຄຳຕອບ, ທຸກຢ່າງເບິ່ງຄືວ່າດີ, ແຕ່ທັນທີທີ່ເຈົ້າເຮັດ, ພວກເຂົາກໍ່ຕື່ນຕົກໃຈ, ເຫື່ອກໍ່ຖ້ວມຄິ້ວຂອງພວກເຂົາ ແລະ ພວກເຂົາບໍ່ມີປະຕິກິລິຍາຕອບສະໜອງ. ຄົນເຫຼົ່ານັ້ນເປັນຄົນທີ່ມີຄຸນສົມບັດຕໍ່າ” (ຄັດຈາກບົດ “ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ (ພາກທີສອງ)” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). ພຽງແຕ່ເມື່ອຂ້ອຍໄດ້ອ່ານສິ່ງນີ້, ຂ້ອຍກໍ່ຮູ້ວ່າຂ້ອຍປະໝາດໃນໜ້າທີ່ຂອງຂ້ອຍ, ເພາະມີບາງສິ່ງທີ່ເປັນເປັນຕາລັງກຽດພາຍໃນຕົວຂ້ອຍ. ຂ້ອຍຕ້ອງການເຮັດໜ້ອຍທີ່ສຸດເທົ່າທີ່ເປັນໄປໄດ້ໃນທຸກສິ່ງ, ໂດຍບໍ່ໄດ້ກັງວົນເຖິງຄຸນນະພາບວຽກງານຂອງຂ້ອຍ. ຂ້ອຍບໍ່ຕ້ອງການສະແຫວງຫາຫຼັກການແຫ່ງຄວາມຈິງ ແລະ ເຮັດໜ້າທີ່ຂອງຂ້ອຍຕາມທີ່ພຣະເຈົ້າຮຽກຮ້ອງ. ເມື່ອຂ້ອຍຄິດເຖິງເວລານີ້, ບໍ່ວ່າມັນຈະເປັນການຖ່າຍທຳວິດີໂອ ຫຼື ການປະພັນເພງ, ເມື່ອໃດກໍ່ຕາມທີ່ຂ້ອຍປະສົບກັບບັນຫາທີ່ຕ້ອງໃຊ້ຄວາມພະຍາຍາມ, ເມື່ອໃດກໍ່ຕາມທີ່ຂ້ອຍຈຳເປັນຕ້ອງຈ່າຍລາຄາ, ຂ້ອຍຈະພຽງແຕ່ໃສ່ຄວາມພະຍາຍາມທີ່ໜ້ອຍທີ່ສຸດ. ຂ້ອຍບໍ່ໄດ້ພະຍາຍາມປັບປຸງ ຫຼື ເຮັດວຽກໜັກຂຶ້ນ. ໃນຄວາມເປັນຈິງ, ຂ້ອຍຮູ້ວ່າ ຖ້າຂ້ອຍເຮັດວຽກໜັກຂຶ້ນ ແລະ ເອົາໃຈໃສ່ຫຼາຍຂຶ້ນ, ຂ້ອຍຈະເຮັດໜ້າທີ່ຂອງຂ້ອຍໄດ້ດີກວ່າ. ແຕ່ຂ້ອຍພຽງແຕ່ເຮັດຕາມຂັ້ນຕໍ່າທີ່ສຸດ, ເຮັດຕາມໃຈຕົນເອງຢູ່ສະເໝີ. ສະນັ້ນ ຂ້ອຍບໍ່ສາມາດກ້າວໜ້າໃນວຽກງານຂອງຂ້ອຍ ຫຼື ເປັນພະຍານໃຫ້ກັບພຣະເຈົ້າຜ່ານໜ້າທີ່ຂອງຂ້ອຍ ແລະ ຜົນຕາມມາກໍ່ຄື ຂ້ອຍສືບຕໍ່ຖ່ວງດຶງວຽກງານຂອງຄຣິດຕະຈັກ. ຂ້ອຍຈະສາມາດເວົ້າວ່າຂ້ອຍເຮັດໜ້າທີ່ຂອງຂ້ອຍໄດ້ແນວໃດ? ຂ້ອຍກຳລັງຂັດຂວາງວຽກງານໃນເຮືອນຂອງພຣະເຈົ້າຢ່າງຊັດເຈນ. ນັ້ນແມ່ນເວລາທີ່ຂ້ອຍເຫັນວ່າຄວາມເປັນຕາລັງກຽດຂອງຂ້ອຍຮຸນແຮງຫຼາຍສໍ່າໃດແທ້ໆ. ຂ້ອຍເຮັດພໍແລ້ວມືແລ້ວຕີນ, ຂ້ອຍຟ້າວເຮັດ, ຂ້ອຍພະຍາຍາມຫຼອກລວງພຣະເຈົ້າ. ຂ້ອຍຂາດບຸກຄະລິກ ແລະ ກຽດສັກສີ. ພຣະເຈົ້າມັກຄົນທີ່ເຮັດໜ້າທີ່ຂອງພວກເຂົາຢ່າງຊື່ສັດ ແລະ ດຸໝັ່ນ, ຄົນທີ່ສະແຫວງຫາຫຼັກການແຫ່ງຄວາມຈິງເມື່ອຜະເຊີນກັບຄວາມຫຍຸ້ງຍາກ ແລະ ປະຕິບັດໜ້າທີ່ຂອງພວກເຂົາຕາມທີ່ພຣະເຈົ້າຮຽກຮ້ອງ. ພວກເຂົາມີກຽດສັກສີ ແລະ ຄວາມຊື່ສັດ ແລະ ມີຄ່າໃນສາຍຕາຂອງພຣະເຈົ້າ. ເມື່ອປຽບທຽບກັບພວກເຂົາ, ຂ້ອຍບໍ່ເໝາະສົມທີ່ຈະຖືກເອີ້ນວ່າມະນຸດ. ຂ້ອຍຮູ້ສຶກອັບອາຍ. ໃນຊ່ວງເວລານັ້ນ, ຂ້ອຍໄດ້ເຂົ້າໃຈ: ພຣະເຈົ້າກຳລັງຊ່ວຍຂ້ອຍໃຫ້ລອດພົ້ນຜ່ານການທີ່ອ້າຍນ້ອງຂອງຂ້ອຍລິຮານ ແລະ ຈັດການກັບຂ້ອຍ. ຖ້າບໍ່ດັ່ງນັ້ນ, ຂ້ອຍຈະພຽງແຕ່ເຮັດພໍແລ້ວມືແລ້ວຕີນໃນລັກສະນະນີ້. ຂ້ອຍຈະບໍ່ເຮັດໜ້າທີ່ຂອງຂ້ອຍໄດ້ດີຈັກເທື່ອ. ຂ້ອຍຈະຂັດຂວາງວຽກງານໃນເຮືອນຂອງພຣະເຈົ້າ ແລະ ຖືກພຣະເຈົ້າຂັບໄລ່ອອກໄປ.

ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າອີກ: “ພາລະກິດຂອງພຣະເຈົ້າແມ່ນເພື່ອມະນຸດຊາດ ແລະ ການຮ່ວມມືຂອງມະນຸດແມ່ນເພື່ອການຄຸ້ມຄອງຂອງພຣະເຈົ້າ. ຫຼັງຈາກທີ່ພຣະເຈົ້າໄດ້ສຳເລັດທຸກສິ່ງທີ່ພຣະອົງຄວນປະຕິບັດ, ມະນຸດກໍຈຳເປັນຕ້ອງເຕັມໃຈໃນການປະຕິບັດຂອງເຂົາ ແລະ ຮ່ວມມືກັບພຣະເຈົ້າ. ໃນພາລະກິດຂອງພຣະເຈົ້າ, ມະນຸດບໍ່ຄວນຈໍາກັດຄວາມພະຍາຍາມຂອງເຂົາ, ຄວນຖວາຍຄວາມຊື່ສັດຂອງເຂົາ ແລະ ບໍ່ຄວນຍຶດຕິດກັບແນວຄິດຫຼາຍ ຫຼື ນັ່ງຢູ່ລ້າໆ ແລະ ລໍຖ້າຄວາມຕາຍ. ພຣະເຈົ້າສາມາດສະຫຼະພຣະອົງເອງເພື່ອມະນຸດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດຖວາຍຄວາມຊື່ສັດຂອງເຂົາໃຫ້ກັບພຣະເຈົ້າໄດ້? ພຣະເຈົ້າມີຫົວໃຈ ແລະ ຈິດໃຈໜຶ່ງດຽວຕໍ່ມະນຸດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດໃຫ້ຄວາມຮ່ວມມືແມ່ນແຕ່ໜ້ອຍດຽວ? ພຣະເຈົ້າປະຕິບັດພາລະກິດເພື່ອມະນຸດຊາດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດປະຕິບັດພາລະກິດບາງຢ່າງຂອງເຂົາເພື່ອການຄຸ້ມຄອງຂອງພຣະເຈົ້າ? ພາລະກິດຂອງພຣະເຈົ້າໄດ້ມາໄກເຖິງຂັ້ນນີ້ແລ້ວ, ແຕ່ເຖິງຢ່າງນັ້ນ ພວກເຈົ້າກໍຍັງໄດ້ແຕ່ເບິ່ງ ແຕ່ບໍ່ປະຕິບັດ, ພວກເຈົ້າໄດ້ແຕ່ຟັງ ແຕ່ບໍ່ເຄື່ອນໄຫວ. ແລ້ວຄົນປະເພດດັ່ງກ່າວບໍ່ແມ່ນເປົ້າໝາຍຂອງການຕົກນະຮົກບໍ? ພຣະເຈົ້າໄດ້ອຸທິດທັງໝົດຂອງພຣະອົງໃຫ້ກັບມະນຸດ, ແລ້ວເປັນຫຍັງໃນປັດຈຸບັນ ມະນຸດຈຶ່ງບໍ່ສາມາດປະຕິບັດໜ້າທີ່ຂອງເຂົາຢ່າງຈິງໃຈ? ສຳລັບພຣະເຈົ້າ, ພາລະກິດຂອງພຣະອົງແມ່ນບຸລິມະສິດທຳອິດຂອງພຣະອົງ ແລະ ພາລະກິດແຫ່ງການຄຸ້ມຄອງຂອງພຣະອົງມີຄວາມສຳຄັນທີ່ສຸດ. ສຳລັບມະນຸດ, ການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ການປະຕິບັດຕາມເງື່ອນໄຂຂອງພຣະເຈົ້າແມ່ນບຸລິມະສິດທຳອິດຂອງເຂົາ. ພວກເຈົ້າທຸກຄົນຄວນເຂົ້າໃຈໃນສິ່ງນີ້” (ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍຖືກດົນບັນດານເມື່ອຂ້ອຍຄິດຫາພຣະທຳຂອງພຣະເຈົ້າ. ພຣະເຈົ້າມີຫົວໃຈ ແລະ ຄວາມຄິດແບບດຽວກັນກັບມະນຸດ. ພຣະອົງໄດ້ກາຍມາເປັນເນື້ອໜັງສອງຄັ້ງເພື່ອຊ່ວຍມະນຸດຊາດໃ ຜູ້ທີ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານຫ້ລອດພົ້ນ. ພຣະອົງຖືກເຮັດໃຫ້ອັບອາຍ, ຖືກປະຕິເສດຈາກຮຸ່ນຄົນ ແລະ ໄດ້ທົນທຸກຫຼາຍຢ່າງ. ເມື່ອຜະເຊີນໜ້າກັບຄວາມເສື່ອມຊາມທີ່ຮຸນແຮງຂອງພວກເຮົາ ແລະ ຄວາມບໍ່ສົນໃຈທີ່ໄຮ້ສຳນຶກຂອງພວກເຮົາ, ພຣະເຈົ້າບໍ່ເຄີຍປະຖິ້ມພວກເຮົາຈັກເທື່ອ. ພຣະອົງຍັງສະແດງຄວາມຈິງເພື່ອຊ່ວຍພວກເຮົາໃຫ້ລອດພົ້ນ. ຄວາມສາມາດຂອງພວກເຮົາແມ່ນຂາດເຂີນ ແລະ ພວກເຮົາກໍ່ຊ້າທີ່ຈະຍອມຮັບຄວາມຈິງ, ແຕ່ພຣະເຈົ້າໂອ້ລົມກັບພວກເຮົາຢ່າງຈິງໃຈຫຼາຍ ແລະ ຢ່າງລະອຽດ. ບາງຄັ້ງ, ພຣະອົງໃຊ້ຄໍາປຽບທຽບ ແລະ ຕົວຢ່າງ ແລະ ເລົ່າເລື່ອງຕ່າງໆເພື່ອຊີ້ນໍາພວກເຮົາຈາກທຸກມຸມ ແລະ ໃນທຸກໆດ້ານ. ສິ່ງນີ້ເປັນໄປກໍ່ເພື່ອວ່າພວກເຮົາຈະສາມາດເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມຈິງ. ພຣະເຈົ້າຮັບຜິດຊອບຕໍ່ຊີວິດຂອງພວກເຮົາ ແລະ ພຣະອົງຈະບໍ່ພັກຜ່ອນຈົນກວ່າພຣະອົງຈະເຮັດໃຫ້ພວກເຮົາສົມບູນ. ການເຫັນເຖິງອຸປະນິໄສຂອງພຣະເຈົ້າ ແລະ ເຈດຕະນາທີ່ຈິງຈັງຂອງພຣະອົງເປັນແຮງບັນດານໃຈແທ້ໆ. ແຕ່ເມື່ອຂ້ອຍຄິດຫາວິທີທີ່ຂ້ອຍປະຕິບັດຕໍ່ພຣະເຈົ້າ ແລະ ວິທີທີ່ຂ້ອຍເຂົ້າຫາໜ້າທີ່ຂອງຂ້ອຍ, ຂ້ອຍກໍ່ເຕັມໄປດ້ວຍຄວາມເສຍໃຈ. ຂ້ອຍບໍ່ຕ້ອງການທີ່ຈະເຮັດພໍແລ້ວມືແລ້ວຕີນໃນໜ້າທີ່ຂອງຂ້ອຍອີກຕໍ່ໄປ. ຂ້ອຍໄປຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານ ໂດຍຖາມພຣະອົງວ່າຂ້ອຍຈະເຊົາເປັນຄົນປະໝາດ ແລະ ເຮັດໜ້າທີ່ຂອງຂ້ອຍໄດ້ເປັນຢ່າງດີໄດ້ແນວໃດ.

ຫຼັງຈາກນັ້ນ, ຂ້ອຍກໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ, ເຊິ່ງກ່າວວ່າ: “ໜ້າທີ່ແມ່ນຫຍັງ? ມັນແມ່ນສິ່ງທີ່ພຣະເຈົ້າຝາກຝັງໃຫ້ກັບຜູ້ຄົນ. ດັ່ງນັ້ນ ເຈົ້າຄວນປະຕິບັດໜ້າທີ່ຂອງເຈົ້າແນວໃດ? ໂດຍການກະທຳທີ່ສອດຄ່ອງກັບຄວາມຕ້ອງການ ແລະ ມາດຕະຖານຂອງພຣະເຈົ້າ ແລະ ໂດຍການປະພຶດທີ່ອີງໃສ່ຫຼັກການແຫ່ງຄວາມຈິງ ແທນທີ່ຈະອີງໃສ່ຄວາມປາດຖະໜາສ່ວນຕົວຂອງມະນຸດ. ໃນວິທີນີ້, ການປະຕິບັດໜ້າທີ່ຂອງເຈົ້າຈຶ່ງຈະໄດ້ມາດຕະຖານ” (ຄັດຈາກບົດ “ການສະແຫວງຫາຫຼັກການແຫ່ງຄວາມຈິງເທົ່ານັ້ນ ທີ່ຈະເຮັດໃຫ້ຜູ້ຄົນສາມາດປະຕິບັດໜ້າທີ່ຂອງເຂົາໄດ້ດີ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ການອຸທິດຕົວເຈົ້າເອງໃຫ້ກັບບາງສິ່ງໝາຍຄວາມວ່າແນວໃດ? ມັນບໍ່ໄດ້ໝາຍຄວາມວ່າການໃຊ້ຄວາມພະຍາຍາມເລັກນ້ອຍ ຫຼື ການທົນທຸກກັບຄວາມທໍລະມານບາງຢ່າງຕໍ່ຮ່າງກາຍ. ສິ່ງທີ່ສຳຄັນກໍຄືການມີພຣະເຈົ້າໃນຫົວໃຈຂອງເຈົ້າ ແລະ ເຈົ້າມີຄວາມຮູ້ສຶກເຖິງພາລະຕໍ່ໜ້າທີ່ຂອງເຈົ້າ. ໃນຫົວໃຈຂອງເຈົ້າ, ເຈົ້າຕ້ອງຕວງຄວາມສຳຄັນຂອງໜ້າທີ່ຂອງເຈົ້າ ແລະ ຫຼັງຈາກນັ້ນກໍແບກຮັບພາລະນີ້ ແລະ ຄວາມຮັບຜິດຊອບໃນທຸກສິ່ງທີ່ເຈົ້າເຮັດ ແລະ ໃສ່ໃຈກັບມັນ. ເຈົ້າຕ້ອງເຮັດໃຫ້ຕົນເອງສົມຄວນແກ່ພາລະກິດທີ່ພຣະເຈົ້າໄດ້ມອບໃຫ້ແກ່ເຈົ້າ ພ້ອມທັງທຸກສິ່ງທີ່ພຣະເຈົ້າໄດ້ເຮັດເພື່ອເຈົ້າ ແລະ ຄວາມຫວັງຂອງພຣະອົງສຳລັບເຈົ້າ. ມີແຕ່ສິ່ງນີ້ຈຶ່ງເປັນການອຸທິດຕົນຢ່າງແທ້ຈິງ. ບໍ່ມີປະໂຫຍດທີ່ເຈົ້າຈະທຳທ່າເຮັດ; ເຈົ້າອາດຫຼອກລວງຜູ້ຄົນໄດ້, ແຕ່ເຈົ້າບໍ່ສາມາດຫຼອກລວງພຣະເຈົ້າ. ຖ້າບໍ່ມີລາຄາທີ່ແທ້ຈິງ ແລະ ບໍ່ມີຄວາມຈົງຮັກພັກດີ ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ມັນກໍບໍ່ໄດ້ຕາມມາດຕະຖານ” (ຄັດຈາກບົດ “ຢ່າງໜ້ອຍທີ່ສຸດ, ການປະຕິບັດໜ້າທີ່ເປັນຢ່າງດີຈຳເປັນຕ້ອງມີຄວາມສຳນຶກ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ສິ່ງນີ້ນໍາຄວາມຊັດເຈນມາຢູ່ພາຍໃນຫົວໃຈຂອງຂ້ອຍ. ໜ້າທີ່ຂອງພວກເຮົາຖືກຝາກຝັງໃຫ້ແກ່ພວກເຮົາໂດຍພຣະເຈົ້າ. ພວກເຮົາຕ້ອງເຮັດຕາມທີ່ພຣະອົງຮຽກຮ້ອງ ແລະ ປະຕິບັດຕາມຄວາມຈິງ. ພວກເຮົາບໍ່ສາມາດເລືອກ ແລະ ຄັດເລືອກ ຫຼື ປະຕິບັດຕາມຄວາມປາຖະໜາຂອງພວກເຮົາເອງຢ່າງຫຼັບຫູຫຼັບຕາ. ພວກເຮົາຈຳເປັນຕ້ອງບັນລຸມາດຕະຖານໃດໜຶ່ງໃນໜ້າທີ່ຂອງພວກເຮົາ, ການເບິ່ງຄືກັບວ່າເຮັດວຽກໜັກບໍ່ໄດ້ບັນລຸຕາມຂໍ້ກຳນົດແທ້ໆ. ສິ່ງທີ່ສຳຄັນຄືການມີຄວາມສຳນຶກເຖິງຄວາມຮັບຜິດຊອບ, ການດຸໝັ່ນ ແລະ ຈິງຈັງ, ການສະແຫວງຫາ, ໄຕ່ຕອງ ແລະ ຄົ້ນຫາຫົນທາງຕ່າງໆເພື່ອປັບປຸງ. ຫຼັງຈາກນັ້ນ ພວກເຮົາຈະສາມາດເຮັດໜ້າທີ່ຂອງພວກເຮົາ ແລະ ເຮັດໃຫ້ພຣະເຈົ້າພໍໃຈ. ຕໍ່ມາ, ເມື່ອຂ້ອຍກຳລັງປະພັນເພງ, ຂ້ອຍໄດ້ວິເຄາະເນື້ອເພງຢ່າງລະມັດລະວັງ ແລະ ພົບເຫັນສອງສາມເພງທີ່ສະແດງເຖິງຄວາມຮູ້ສຶກທີ່ຄ້າຍຄືກັນ. ຂ້ອຍຈຶ່ງຄິດໜັກກ່ຽວກັບວ່າຄົນອື່ນໃຊ້ທຳນອງເພື່ອສະແດງຄວາມຮູ້ສຶກປະເພດນີ້ແນວໃດ. ຫຼັງຈາກທີ່ເຂົ້າໃຈເຖິງຄວາມໝາຍຂອງເນື້ອເພງ, ອາລົມ ແລະ ທິດທາງຂອງທຳນອງ, ຂ້ອຍຈຶ່ງເລີ່ມປະພັນ. ຂ້ອຍໄດ້ຂໍຄໍາແນະນໍາຈາກອ້າຍເອື້ອຍນ້ອງຂອງຂ້ອຍໃນເວລາຕໍ່ມາ, ແກ້ໄຂໃໝ່ບົດປະພັນເພງສອງຄັ້ງ ແລະ ຫຼັງຈາກນັ້ນ ມັນກໍ່ພ້ອມແລ້ວ. ມັນໃຊ້ເວລາພຽງແຕ່ໜຶ່ງອາທິດເພື່ອສຳເລັດ. ບົດປະພັນເພງອີກບົດໜຶ່ງທີ່ຂ້ອຍແກ້ໄຂໃໝ່ແລ້ວກໍ່ຖືກຍອມຮັບເຊັ່ນກັນ. ເມື່ອຂ້ອຍໄດ້ເຫັນວ່າມັນໃຊ້ເວລາໜ້ອຍສໍ່າໃດທີ່ຈະສໍາເລັດການປະພັນເພງເຫຼົ່ານັ້ນ, ຂ້ອຍກໍ່ຍິ່ງຮູ້ສຶກໂສກເສົ້າ ແລະ ເສຍໃຈຫຼາຍທີ່ພະຍາຍາມເຮັດພໍແລ້ວມືແລ້ວຕີນກ່ອນໜ້ານີ້. ຂ້ອຍໄດ້ເຫັນວ່າຊາຕານເຮັດໃຫ້ຂ້ອຍເສື່ອມຊາມຫຼາຍສໍ່າໃດ, ຄວາມເປັນຕາລັງກຽດຂອງຂ້ອຍຮຸນແຮງຫຼາຍສໍ່າໃດ ແລະ ຂ້ອຍເຮັດວຽກຢ່າງປະໝາດຫຼາຍສໍ່າໃດ. ຂອບໃຈການຈັດແຈງຂອງພຣະເຈົ້າ, ການທີ່ມີອ້າຍເອື້ອຍນ້ອງຂອງຂ້ອຍຈັດການກັບຂ້ອຍ, ໃນທີ່ສຸດ ຂ້ອຍກໍ່ສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ ແລະ ປະຕິບັດໜ້າທີ່ຂອງຂ້ອຍດ້ວຍການອຸທິດຕົນ. ຂອບພຣະຄຸນພຣະເຈົ້າ!

ກ່ອນນີ້: 20. ການປະຕິບັດຄວາມຈິງເປັນກະແຈສູ່ການປະສານງານທີ່ກົມກຽວກັນ

ຕໍ່ໄປ: 22. ໃນທີ່ສຸດ ຂ້ານ້ອຍໄດ້ຮຽນຮູ້ວິທີການປະຕິບັດໜ້າທີ່ຂອງຂ້ານ້ອຍ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

Only God Loves Man Most

God becomes flesh in the last days to save man for He loves man. Driven by His love, He carries out today's work. It's under the foundation...

ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ຄືກັບຄົນຫຼາຍລ້ານຄົນທີ່ຕິດຕາມພຣະເຢຊູຄຣິດເຈົ້າ, ພວກເຮົາປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງຂອງພຣະຄຳພີ, ຮັບພຣະຄຸນທີ່ອຸດົມສົມບູນຂອງພຣະເຢຊູຄຣິດເຈົ້າ ແລະ ເຕົ້າໂຮມກັນ, ອະທິຖານ, ສັນລະເສີນ ແລະ ຮັບໃຊ້ໃນນາມພຣະເຢຊູຄຣິດເຈົ້າ. ພວກເຮົາເຮັດທຸກສິ່ງນີ້ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະຜູ້ເປັນເຈົ້າ. ພວກເຮົາອ່ອນແອຕະຫຼອດ ແລະ ພວກເຮົາກໍເຂັ້ມແຂງຕະຫຼອດເຊັ່ນກັນ.

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້