22. ໃນທີ່ສຸດ ຂ້ານ້ອຍໄດ້ຮຽນຮູ້ວິທີການປະຕິບັດໜ້າທີ່ຂອງຂ້ານ້ອຍ
ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຜ່ານຂະບວນການຂອງການປະຕິບັດໜ້າທີ່ຂອງຕົນເທົ່ານັ້ນ, ມະນຸດຈຶ່ງຈະຄ່ອຍປ່ຽນແປງ ແລະ ຜ່ານຂະບວນການນີ້ເທົ່ານັ້ນ ມະນຸດຈຶ່ງຈະສະແດງເຖິງຄວາມສັດຊື່ຂອງຕົນໄດ້. ດັ່ງນັ້ນ, ຍິ່ງເຈົ້າສາມາດປະຕິບັດໜ້າທີ່ຂອງຕົນຫຼາຍເທົ່າໃດ, ເຈົ້າກໍຍິ່ງໄດ້ຮັບຄວາມຈິງຫຼາຍເທົ່ານັ້ນ ແລະ ການສະແດງອອກຂອງເຈົ້າກໍຍິ່ງຈະກາຍເປັນຈິງຫຼາຍຂຶ້ນ. ຜູ້ທີ່ພຽງແຕ່ເຮັດໜ້າທີ່ແບບຜິວເຜີນ ແລະ ບໍ່ສະແຫວງຫາຄວາມຈິງຈະຖືກທໍາລາຍລ້າງໃນທີ່ສຸດ ເພາະວ່າມະນຸດດັ່ງກ່າວບໍ່ໄດ້ເຮັດໜ້າທີ່ຂອງຕົນໃນການປະຕິບັດຄວາມຈິງ ແລະ ບໍ່ໄດ້ປະຕິບັດຄວາມຈິງເຂົ້າໃນການປະຕິບັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດ. ພວກເຂົາແມ່ນຜູ້ຄົນທີ່ຍັງບໍ່ປ່ຽນແປງ ແລະ ຈະຖືກສາບແຊ່ງ. ບໍ່ມີພຽງແຕ່ການສະແດງອອກຂອງພວກເຂົາທີ່ບໍ່ບໍລິສຸດ, ແຕ່ທຸກສິ່ງທີ່ພວກເຂົາສະແດງອອກນັ້ນ ແມ່ນຊົ່ວຮ້າຍໝົດ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ). “ການໃສ່ໃຈຂອງເຈົ້າເຂົ້າໃນໜ້າທີ່ຂອງເຈົ້າ ແລະ ການທີ່ສາມາດຮັບເອົາຄວາມຮັບຜິດຊອບຮຽກຮ້ອງເຈົ້າຕ້ອງທົນທຸກ ແລະ ຈ່າຍລາຄາ, ມັນບໍ່ພຽງແຕ່ທີ່ຈະພຽງແຕ່ເວົ້າກ່ຽວກັບມັນ. ຖ້າເຈົ້າບໍ່ໃສ່ໃຈຂອງເຈົ້າເຂົ້າໃນໜ້າທີ່ຂອງເຈົ້າ, ກົງກັນຂ້າມ ເຈົ້າຕ້ອງການທີ່ຈະໃຊ້ຄວາມພະຍາຍາມທາງຮ່າງກາຍຢູ່ສະເໝີ ແລ້ວໜ້າທີ່ຂອງເຈົ້າຈະບໍ່ຖືກປະຕິບັດເປັນຢ່າງດີຢ່າງແນ່ນອນ. ເຈົ້າຈະພຽງແຕ່ທຳທ່າເຮັດ ແລະ ບໍ່ມີຫຍັງຫຼາຍກວ່ານີ້ ແລະ ເຈົ້າຈະບໍ່ຮູ້ວ່າເຈົ້າເຮັດໜ້າທີ່ຂອງເຈົ້າໄດ້ດີສໍ່າໃດ. ຖ້າເຈົ້າໃສ່ໃຈຂອງເຈົ້າເຂົ້າໃນມັນ, ເຈົ້າຈະມາເຂົ້າໃຈຄວາມຈິງເທື່ອລະໜ້ອຍ; ຖ້າເຈົ້າບໍ່ໃສ່ໃຈ, ເຈົ້າກໍ່ຈະບໍ່ເຂົ້າໃຈ. ເມື່ອເຈົ້າໃສ່ໃຈຂອງເຈົ້າເຂົ້າໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ການສະແຫວງຫາຄວາມຈິງ, ແລ້ວເຈົ້າກໍ່ເລີ່ມສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າເທື່ອລະໜ້ອຍ, ຄົ້ນພົບຄວາມເສື່ອມຊາມ ແລະ ຂໍ້ບົກຜ່ອງຂອງເຈົ້າເອງ ແລະ ມີຄວາມຊຳນານໃນທຸກສະພາວະທີ່ຫຼາກຫຼາຍຂອງເຈົ້າ. ຖ້າເຈົ້າບໍ່ໃຊ້ຫົວໃຈຂອງເຈົ້າໃນການກວດສອບຕົນເອງ ແລະ ໃຫ້ຄວາມສໍາຄັນກັບຄວາມພະຍາຍາມພາຍນອກເທົ່ານັ້ນ, ແລ້ວເຈົ້າກໍ່ຈະບໍ່ສາມາດຄົ້ນພົບສະພາວະທີ່ແຕກຕ່າງກັນ ເຊິ່ງເກີດຂຶ້ນໃນຫົວໃຈຂອງເຈົ້າ ແລະ ປະຕິກິລິຍາທັງໝົດທີ່ເຈົ້າມີຕໍ່ສະພາບແວດລ້ອມພາຍນອກທີ່ແຕກຕ່າງກັນ; ຖ້າເຈົ້າບໍ່ໃຊ້ຫົວໃຈຂອງເຈົ້າເພື່ອກວດສອບຕົນເອງ, ແລ້ວມັນກໍ່ຈະຍາກສຳລັບເຈົ້າທີ່ຈະແກ້ໄຂບັນຫາໃນຫົວໃຈຂອງເຈົ້າ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໂດຍການເປັນຄົນຊື່ສັດເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດດຳລົງຊີວິດຕາມລັກສະນະມະນຸດທີ່ແທ້ຈິງ). ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ພວກເຮົາເຫັນວ່າ ພວກເຮົາຕ້ອງເອົາໃຈໃສ່, ຮັບຜິດຊອບ ແລະ ຊອກຫາຄວາມຈິງໃນການປະຕິບັດໜ້າທີ່ຂອງພວກເຮົາ. ຂ້ານ້ອຍເຄີຍເປັນຄົນທີ່ບໍ່ໃສ່ໃຈ. ຂ້ານ້ອຍບໍ່ໄດ້ພະຍາຍາມຫຼາຍໃນສິ່ງໃດເລີຍ. ມັນເປັນຄືກັນຢູ່ໃນເຮືອນຂອງພຣະເຈົ້າ. ຂ້ານ້ອຍບໍ່ໄດ້ພະຍາຍາມເພື່ອໃຫ້ເກີດຜົນດີທີ່ສຸດໃນໜ້າທີ່ຂອງຂ້ານ້ອຍ. ເມື່ອໃດກໍ່ຕາມທີ່ຂ້ານ້ອຍປະສົບກັບສິ່ງທີ່ຊັບຊ້ອນເຊິ່ງຈຳເປັນຕ້ອງມີການເຮັດວຽກຢ່າງໜັກ, ຂ້ານ້ອຍປະໝາດ ແລະ ບໍ່ມີຄວາມຮັບຜິດຊອບ ສະນັ້ນຂ້ານ້ອຍຈຶ່ງເຮັດຜິດພາດໃນໜ້າທີ່ຂອງຂ້ານ້ອຍຢູ່ສະເໝີ. ຕໍ່ມາ ຂ້ານ້ອຍໄດ້ເຂົ້າໃຈໜ້ອຍໜຶ່ງກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍເອງຈາກພຣະທຳຂອງພຣະເຈົ້າ ແລະ ວິທີການປະຕິບັດໜ້າທີ່ຂອງຂ້ານ້ອຍເພື່ອບັນລຸຄວາມປະສົງຂອງພຣະເຈົ້າ, ແລ້ວຂ້ານ້ອຍກໍ່ສາມາດປະຕິບັດໜ້າທີ່ຂອງຂ້ານ້ອຍຢ່າງມີຄວາມຮັບຜິດຊອບ ແລະ ຢ່າງໜັກແໜ້ນ.
ໜ້າທີ່ຂອງຂ້ານ້ອຍໃນເວລານັ້ນຄືການກວດການແປພາສາເປັນພາສາອິຕາລີ. ໃນຕອນທຳອິດ, ຂ້ານ້ອຍດຸໝັ່ນ ແລະ ເຕັມໃຈທີ່ຈະແກ້ໄຂຄວາມຫຍຸ້ງຍາກໃດໜຶ່ງທີ່ເກີດຂຶ້ນ. ແຕ່ເມື່ອເວລາຜ່ານໄປ, ຂ້ານ້ອຍກໍ່ປະສົບກັບບັນຫາເອກະສານຄ້າງ ແລະ ເລີ່ມບໍ່ສະບາຍໃຈໜ້ອຍໜຶ່ງ, ໂດຍສະເພາະເມື່ອຂ້ານ້ອຍເຫັນເອກະສານທີ່ມີໝາຍເຫດດ້ວຍສີທຸກປະເພດ ແລະ ກຸ່ມກ້ອນຂອງເຄື່ອງໝາຍຈໍ້າ, ເຄື່ອງໝາຍຈຸດ ແລະ ເຄື່ອງໝາຍວັກອື່ນໆ. ເຄື່ອງໝາຍແຕ່ລະອັນຈຳເປັນຕ້ອງຖືກກວດສອບສຳລັບການຈັດຮູບແບບ ແລະ ການຈັດວາງ. ຂ້ານ້ອຍບໍ່ໄດ້ພັກຜ່ອນ. ຂ້ານ້ອຍຄິດວ່າ, “ຂ້ານ້ອຍຈະຕ້ອງໃຊ້ຄວາມຄິດຫຼາຍສໍ່າໃດໃນສິ່ງນີ້? ມັນຕ້ອງໃຊ້ຄວາມພະຍາຍາມຫຼາຍເກີນໄປ”. ຫຼັງຈາກນັ້ນ, ຂ້ານ້ອຍຈະບໍ່ຕ້ອງການກວດເບິ່ງພວກເຂົາຢ່າງດຸໝັ່ນຫຼາຍອີກຕໍ່ໄປ, ແຕ່ຈະພຽງແຕ່ກວດເບິ່ງພວກມັນຄືນ ແລະ ໃຫ້ແນ່ໃຈວ່າມັນຖືກຕ້ອງພໍປະມານ. ບາງຄັ້ງ ຂ້ານ້ອຍຈໍາເປັນຕ້ອງສະຫງົບງຽບຈິດໃຈຂອງຂ້ານ້ອຍ ແລະ ຄິດກ່ຽວກັບວ່າການແປພາສາຖືກຕ້ອງແທ້ໆ, ແຕ່ເມື່ອຂ້ານ້ອຍເຫັນໂຄງສ້າງປະໂຫຍກທີ່ຊັບຊ້ອນ, ຂ້ານ້ອຍກໍ່ຈະຄຳນວນຢ່າງເຫັນແກ່ຕົວແບບນີ້: “ມັນຕ້ອງໃຊ້ຄວາມພະຍາຍາມຫຼາຍເພື່ອຄິດໃຫ້ຮອບຄອບ ແລະ ວິໄຈທຸກຖ້ອຍຄໍາ ແລະ ຖ້າຂ້ານ້ອຍລົ້ມເຫຼວ, ນັ້ນຈະບໍ່ແມ່ນການສິ້ນເປືອງກຳລັງບໍ? ລືມມັນໄປເທາະ, ຂ້ານ້ອຍຈະປ່ອຍມັນໃຫ້ຄົນອື່ນຮັບຜິດຊອບ”. ແລ້ວແບບນັ້ນເອງ, ຂ້ານ້ອຍກໍ່ທຳທ່າເຮັດໜ້າທີ່ຂອງຂ້ານ້ອຍໃຫ້ແລ້ວໆໄປຢ່າງປະໝາດ.
ເມື່ອເວລາຜ່ານໄປ, ບັນຫາເປັນປະຈຳກໍ່ໄດ້ເລີ່ມເກີດຂື້ນ. ຄົນອື່ນພົບເຫັນຂໍ້ຜິດພາດບາງຢ່າງກ່ຽວກັບການເຮັດຕົວອັກສອນໃຫຍ່ ແລະ ເຄື່ອງໝາຍວັກໃນເອກະສານທີ່ຂ້ານ້ອຍໄດ້ກວດ ແລະ ຂໍ້ຜິດພາດບາງຢ່າງກໍ່ເຖິງກັບມີບາງຄຳທີ່ຂາດຫາຍໄປຈາກການແປພາສາ. ຂ້ານ້ອຍຮູ້ສຶກບໍ່ດີແທ້ໆເມື່ອຂ້ານ້ອຍເຫັນແບບນັ້ນ. ຄົນອື່ນໄດ້ເຫັນບັນຫາເລັກນ້ອຍເຫຼົ່ານັ້ນໃນທັນທີ ແຕ່ຂ້ານ້ອຍບໍ່ເຫັນພວກມັນ ເມື່ອພວກມັນຢູ່ຕໍ່ໜ້າຂ້ານ້ອຍເລີຍ. ແລ້ວຈະສາມາດມີການລະເວັ້ນທີ່ເດັ່ນຊັດແບບນັ້ນໄດ້ແນວໃດ? ຍິ່ງຂ້ານ້ອຍຄິດກ່ຽວກັບມັນຫຼາຍສໍ່າໃດ, ຂ້ານ້ອຍກໍ່ຮູ້ສຶກບໍ່ດີຫຼາຍສໍ່ານັ້ນ. ມື້ໜຶ່ງຫຼັງຈາກທີ່ຮັບປະທານອາຫານສວາຍ, ຂ້ານ້ອຍກໍ່ໄດ້ຮັບຂໍ້ຄວາມທີ່ບອກວ່າມີຂໍ້ຜິດພາດພື້ນຖານແທ້ໆກັບເອກະພົດ ແລະ ພະຫຸພົດໃນເອກະສານທີ່ຂ້ານ້ອຍກວດ. ມັນຮູ້ສຶກຄືກັບວ່າມີມີດແທງທະລຸຫົວໃຈ. ຂ້ານ້ອຍປະໝາດແບບນັ້ນໄດ້ແນວໃດ? ຂ້ານ້ອຍເບິ່ງຂ້າມຂໍ້ຜິດພາດພື້ນຖານແບບນັ້ນໄດ້ແນວໃດ? ຂ້ານ້ອຍບໍ່ສາມາດແນ່ໃຈວ່າເອກະສານອື່ນໆທີ່ຂ້ານ້ອຍກວດມີຂໍ້ຜິດພາດຄ້າຍຄືກັນ ຫຼື ບໍ່. ວຽກງານຂອງຂ້ານ້ອຍເຕັມໄປດ້ວຍຄວາມຜິດພາດ. ຂ້ານ້ອຍຕ້ອງເຮັດແນວໃດ? ໃນຄວາມທຸກທໍລະມານຂອງຂ້ານ້ອຍ, ຂ້ານ້ອຍຟ້າວມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານ. ຂ້ານ້ອຍໄດ້ໄຕ່ຕອງກ່ຽວກັບສະພາວະຂອງຂ້ານ້ອຍ ແລະ ທ່າທີ່ຂອງຂ້ານ້ອຍຕໍ່ໜ້າທີ່ຂອງຂ້ານ້ອຍເມື່ອບໍ່ດົນມານີ້.
ຂ້ານ້ອຍໄດ້ອ່ານຂໍ້ຄວາມໜຶ່ງໃນພຣະທຳຂອງພຣະເຈົ້າ: “ຖ້າເຈົ້າບໍ່ໃສ່ໃຈໃນໜ້າທີ່ຂອງເຈົ້າ ແລະ ປະໝາດ, ພຽງແຕ່ເຮັດສິ່ງຕ່າງໆໃນວິທີທີ່ງ່າຍທີ່ສຸດທີ່ເຈົ້າສາມາດເຮັດໄດ້, ແລ້ວນີ້ແມ່ນຈິດໃຈແບບໃດ? ມັນເປັນການເຮັດໜຶ່ງໃນບັນດາສິ່ງຕ່າງໆໃນລັກສະນະທີ່ເຮັດພຽງພໍ່ເປັນພິທີ ໂດຍບໍ່ມີຄວາມຈົງຮັກພັກດີຕໍ່ໜ້າທີ່ຂອງເຈົ້າ, ບໍ່ມີຄວາມຮູ້ສຶກຮັບຜິດຊອບ ແລະ ບໍ່ມີຄວາມຮູ້ສຶກກ່ຽວກັບພາລະກິດ. ທຸກຄັ້ງທີ່ເຈົ້າເຮັດໜ້າທີ່ຂອງເຈົ້າ, ເຈົ້າໃຊ້ກຳລັງຂອງເຈົ້າພຽງແຕ່ເຄິ່ງໜຶ່ງເທົ່ານັ້ນ; ເຈົ້າເຮັດມັນດ້ວຍຄວາມບໍ່ເຕັມໃຈ, ບໍ່ໃສ່ໃຈກັບມັນ ແລະ ພຽງແຕ່ພະຍາຍາມເຮັດໃຫ້ມັນແລ້ວໆໄປ ໂດຍບໍ່ມີຈິດສຳນຶກແມ່ນແຕ່ໜ້ອຍເລີຍ. ເຈົ້າເຮັດມັນໃນລັກສະນະຜ່ອນຄາຍ ຄືກັບວ່າເຈົ້າກໍາລັງຫຼິ້ນຢູ່. ສິ່ງນີ້ຈະບໍ່ນໍາໄປສູ່ບັນຫາບໍ? ໃນທີ່ສຸດ, ຜູ້ຄົນຈະເວົ້າວ່າ ເຈົ້າເປັນຄົນທີ່ເຮັດໜ້າທີ່ໄດ້ບໍ່ດີຫຼາຍ ແລະ ເຈົ້າພຽງແຕ່ເຮັດພໍ່ເປັນພິທີເທົ່ານັ້ນ. ແລ້ວພຣະເຈົ້າຈະວ່າແນວໃດກ່ຽວກັບເລື່ອງນີ້? ພຣະອົງຈະເວົ້າວ່າ ເຈົ້າບໍ່ໜ້າໄວ້ວາງໃຈ. ຖ້າເຈົ້າໄດ້ຮັບມອບໝາຍໜ້າວຽກໃດໜຶ່ງ, ບໍ່ວ່າຈະເປັນວຽກທີ່ມີຄວາມຮັບຜິດຊອບຫຼັກ ຫຼື ວຽກທີ່ມີຄວາມຮັບຜິດຊອບທຳມະດາກໍຕາມ, ຖ້າເຈົ້າບໍ່ໃສ່ໃຈໃນວຽກນັ້ນ ຫຼື ປະຕິບັດຕາມຄວາມຮັບຜິດຊອບຂອງເຈົ້າ ແລະ ຖ້າເຈົ້າບໍ່ເຫັນວ່າມັນເປັນພັນທະກິດທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າ ຫຼື ເລື່ອງໃດໜຶ່ງເຊິ່ງພຣະເຈົ້າໄດ້ມອບໝາຍໃຫ້ເຈົ້າ ຫຼື ພິຈາລະນາຢ່າງເຕັມທີ່ວ່າມັນເປັນໜ້າທີ່ ແລະ ເປັນພັນທະຂອງເຈົ້າເອງ, ສິ່ງນີ້ກໍຈະເປັນບັນຫາ. ‘ບໍ່ໜ້າໄວ້ວາງໃຈ’, ຄຳເວົ້າຫ້າຄຳນີ້ຈະກຳນົດວິທີການທີ່ເຈົ້າດຳເນີນການກ່ຽວກັບໜ້າທີ່ຂອງເຈົ້າ ແລະ ພຣະເຈົ້າຈະເວົ້າວ່າບຸກຄະລິກຂອງເຈົ້າບໍ່ມີມາດຕະຖານ. ຖ້າເລື່ອງໃດໜຶ່ງໄດ້ຖືກມອບໝາຍໃຫ້ເຈົ້າ, ແຕ່ນີ້ແມ່ນທັດສະນະຂອງເຈົ້າທີ່ມີຕໍ່ມັນ ແລະ ນີ້ແມ່ນວິທີທີ່ເຈົ້າຈັດການກັບມັນ, ແລ້ວເຈົ້າຈະຖືກມອບໝາຍໜ້າທີ່ໃດອີກໃນອະນາຄົດບໍ? ເຈົ້າສາມາດຖືກມອບໝາຍໃຫ້ເຮັດສິ່ງໃດໜຶ່ງທີ່ສຳຄັນໄດ້ບໍ? ບາງເທື່ອເຈົ້າຈະສາມາດເຮັດໄດ້, ແຕ່ມັນຈະຂຶ້ນຢູ່ກັບວ່າເຈົ້າສະແດງໃຫ້ເຫັນການກັບໃຈ ຫຼື ບໍ່. ເຖິງຢ່າງໃດກໍຕາມ, ເລິກລົງໄປແລ້ວ, ພຣະເຈົ້າຈະມີຄວາມບໍ່ໄວ້ວາງໃຈຕໍ່ເຈົ້າສະໝີ, ພ້ອມທັງຄວາມບໍ່ພໍໃຈບາງຢ່າງ. ນີ້ຈະເປັນບັນຫາ, ແມ່ນບໍ?” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໃນການອ່ານພຣະທຳຂອງພຣະເຈົ້າຢູ່ເລື້ອຍໆ ແລະ ການໄຕ່ຕອງຄວາມຈິງເທົ່ານັ້ນຈຶ່ງມີຫົນທາງທີ່ຢູ່ຂ້າງໜ້າ). ພຣະເຈົ້າສັງເກດເບິ່ງຫົວໃຈຂອງມະນຸດ. ພຣະທຳທຸກຂໍ້ຂອງພຣະອົງໂຈມຕີຂໍ້ຜິດພາດທີ່ຮ້າຍແຮງຂອງຂ້ານ້ອຍ. ຫຼັງຈາກນັ້ນ ຂ້ານ້ອຍກໍ່ຮູ້ວ່າການເຮັດສິ່ງຕ່າງໆທີ່ມັກງ່າຍໃນໜ້າທີ່ຂອງຂ້ານ້ອຍເປັນທ່າທີທີ່ເຮັດພໍເປັນພິທີ. ບໍ່ມີຄວາມເອົາໃຈໃສ່ໃນເລື່ອງນີ້; ມັນເປັນພຽງການທຳທ່າເຮັດ ແລະ ບໍ່ຮັບຜິດຊອບຫຍັງເລີຍ. ເມື່ອຫວນຄິດເຖິງປະສິດທິພາບຂອງຂ້ານ້ອຍ, ເມື່ອໃດກໍ່ຕາມທີ່ບາງສິ່ງຈຳເປັນຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມ, ຂ້ານ້ອຍຈະນໍາໃຊ້ວິທີການທີ່ໄວທີ່ສຸດ, ຮຽກຮ້ອງໜ້ອຍທີ່ສຸດ ແລະ ເປັນທາງລັດ ເພື່ອເຮັດໃຫ້ມັນສຳເລັດ. ຂ້ານ້ອຍຈະເຮັດແມ່ນຫຍັງກໍ່ຕາມທີ່ງ່າຍທີ່ສຸດ, ຊ່ວຍຂ້ານ້ອຍຈາກຄວາມຫຍຸ້ງຍາກທີ່ສຸດ ຫຼື ເປັນຕາເມື່ອຍໜ້ອຍທີ່ສຸດ. ເມື່ອມີຄໍາສັບໃໝ່ຫຼາຍໆ ຫຼື ປະເດັນຫຼັກໄວຍະກອນທີ່ຫຍຸ້ງຍາກ ຫຼື ໂຄງສ້າງປະໂຫຍກ, ຂ້ານ້ອຍຈະບໍ່ພະຍາຍາມຢ່າງຈິງຈັງເພື່ອຊອກຫາພວກມັນ. ຂ້ານ້ອຍໃຊ້ເສັ້ນທາງທີ່ງ່າຍດາຍໃນການໝາຍພວກມັນ ແລະ ຖາມຄົນອື່ນ. ເມື່ອຂ້ານ້ອຍໄດ້ເຫັນການບັນທຶກທີ່ຊັບຊ້ອນ ຫຼື ຈຳເປັນຕ້ອງກວດເຄື່ອງໝາຍວັກຢ່າງລະມັດລະວັງ, ຂ້ານ້ອຍກໍ່ພຽງແຕ່ເບິ່ງພວກມັນຢ່າງຮີບດ່ວນ ແລະ ຫຼັງຈາກນັ້ນກໍ່ເບິ່ງຂ້າມບັນຫາບາງຢ່າງ. ຂ້ານ້ອຍປະໝາດ ແລະ ລະເລີຍຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ ແລະ ການມອບໝາຍຂອງພຣະເຈົ້າ. ຂ້ານ້ອຍພຽງແຕ່ຄິດກ່ຽວກັບການຫຼົບຫຼີກຈາກການທົນທຸກທາງເນື້ອໜັງ. ໃນຫົວໃຈຂອງຂ້ານ້ອຍ, ບ່ອນໃດມີພື້ນທີ່ແມ່ນແຕ່ເລັກນ້ອຍສຳລັບພຣະເຈົ້າບໍ?
ຕໍ່ມາ, ຂ້ານ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າເພີ່ມ ເຊິ່ງເວົ້າວ່າ: “ສຳລັບຄົນທີ່ມີຄວາມເປັນມະນຸດ, ການປະຕິບັດໜ້າທີ່ຂອງພວກເຂົາ ລວມທັງໃນເວລາທີ່ບໍ່ມີໃຜເຝົ້າເບິ່ງຄວນຈະເປັນເລື່ອງງ່າຍ; ນີ້ຄວນຖືກລວມຢູ່ໃນຄວາມຮັບຜິດຊອບຮ່ວມກັນຂອງພວກເຂົາ. ສຳລັບບັນດາຜູ້ທີ່ບໍ່ມີຄວາມເປັນມະນຸດ ແລະ ຜູ້ທີ່ບໍ່ສາມາດໄວ້ໃຈໄດ້, ການເຮັດໜ້າທີ່ຂອງພວກເຂົາແມ່ນຂະບວນການທີ່ຕ້ອງການແຮງກາຍແຮງໃຈຫຼາຍ. ຄົນອື່ນຕ້ອງກັງວົນກ່ຽວກັບພວກເຂົາ, ຊີ້ນໍາພວກເຂົາ ແລະ ຖາມເຖິງຄວາມຄືບໜ້າຂອງພວກເຂົາ; ຖ້າບໍ່, ສິ່ງຕ່າງໆອາດຈະບິດບ້ຽວໄປໃນຂະນະທີ່ປະຕິບັດຫນ້າທີ່ຂອງພວກເຂົາ, ສິ່ງຕ່າງໆອາດຈະຜິດພາດໄດ້ໃນຂະນະທີ່ປະຕິບັດວຽກງານ, ເຊິ່ງມັນຈະມີບັນຫາຫຼາຍກ່ວາຄຸ້ມຄ່າ. ເວົ້າສັ້ນໆຄື ຜູ້ຄົນຕ້ອງທົບທວນຕົວເອງຢູ່ສະເໝີເມື່ອປະຕິບັດໜ້າທີ່ຂອງຕົນ: ‘ຂ້ອຍໄດ້ປະຕິບັດໜ້າທີ່ນີ້ຢ່າງພຽງພໍແລ້ວບໍ? ຂ້ອຍໄດ້ໃສ່ໃຈໃນໜ້າທີ່ນັ້ນບໍ? ຫຼື ຂ້ອຍພຽງແຕ່ເຮັດພໍແລ້ວມືແລ້ວຕີນ?’ ຖ້າສິ່ງໃດໜຶ່ງໃນສິ່ງເຫຼົ່ານັ້ນເກີດຂຶ້ນກັບເຈົ້າ, ຖ້າເປັນແບບນັ້ນ ມັນອັນຕະລາຍ. ໃນແງ່ທີ່ແຄບ, ມັນໝາຍຄວາມວ່າເຈົ້າບໍ່ມີຄວາມໜ້າເຊື່ອຖື ແລະ ຄົນບໍ່ສາມາດໄວ້ວາງໃຈເຈົ້າໄດ້. ໃນແງ່ທີ່ກວ້າງອອກໄປ, ຖ້າເຈົ້າພຽງແຕ່ເຮັດພໍເປັນພິທີເມື່ອເຮັດໜ້າທີ່ຂອງເຈົ້າ ແລະ ຖ້າເຈົ້າຫຼອກລວງພຣະເຈົ້າຢູ່ສະເໝີ, ເຈົ້າກໍຢູ່ໃນອັນຕະລາຍຢ່າງຍິ່ງ! ຜົນທີ່ຕາມມາຂອງການຫຼອກລວງໂດຍເຈດຕະນາມີຫຍັງແດ່? ສິ່ງທັງໝົດນີ້ຈະບົ່ງບອກວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມ, ເຈົ້າສາມາດເຮັດຜິດ, ເຈົ້າບໍ່ກັບໃຈ ແລະ ລະເລີຍການປະຕິບັດຄວາມຈິງເຊິ່ງໝາຍຄວາມວ່າເຈົ້າມີຄວາມເປັນມະນຸດທີ່ຕ່ຳ; ຖ້າຫາກວ່າສິ່ງນີ້ຖືກສະແດງໃຫ້ເຫັນໃນຕົວເຈົ້າຕະຫຼອດ, ຖ້າເຈົ້າຫຼີກເວັ້ນຄວາມຜິດພາດອັນໃຫຍ່ຫຼວງໃດໆ ແຕ່ເຮັດຜິດເລັກໆນ້ອຍໆຢ່າງບໍ່ຢຸດເຊົາ ແລະ ບໍ່ກັບໃຈແຕ່ຕົ້ນຈົນຈົບ, ເຈົ້າກໍ່ຂາດຄວາມເປັນມະນຸດ, ເຈົ້າເປັນໜຶ່ງໃນຄົນຊົ່ວ, ຜູ້ທີ່ບໍ່ເຊື່ອ ແລະ ຄວນຖືກຊຳລະລ້າງ. ຜົນສະທ້ອນດັ່ງກ່າວແມ່ນຮ້າຍແຮງ: ການເປີດເຜີຍ ແລະ ການກຳຈັດຜູ້ທີ່ບໍ່ເຊື່ອ ແລະ ຄົນຊົ່ວຢ່າງທີ່ສຸດ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ການເຂົ້າສູ່ຊີວິດເລີ່ມດ້ວຍການປະຕິບັດໜ້າທີ່). ການໄດ້ເຫັນການທີ່ພຣະເຈົ້າເປີດເຜີຍທຳມະຊາດ ແລະ ຜົນຕາມມາຂອງຄວາມປະໝາດຂອງຂ້ານ້ອຍຢູ່ຕໍ່ໜ້າຂ້ານ້ອຍ, ຂ້ານ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກຮູ້ສຶກຢ້ານກົວ. ການທຳທ່າເຮັດໃນໜ້າທີ່ຂອງຂ້ານ້ອຍ ຄືການຫຼອກລວງທັງຄົນອື່ນ ແລະ ພຣະເຈົ້າ. ທ່າທີນີ້ຖືກປະນາມໂດຍພຣະເຈົ້າ. ຖ້າຂ້ານ້ອຍບໍ່ກັບໃຈ, ບໍ່ໄວກໍ່ຊ້າ ຂ້ານ້ອຍຈະເຮັດຜິດຢ່າງຮ້າຍແຮງ ແລະ ຖືກກຳຈັດໂດຍພຣະເຈົ້າ. ເມື່ອຄຣິດຕະຈັກຈັດແຈງສຳລັບໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍໄດ້ປະຕິຍານຢ່າງຈິງຈັງທີ່ຈະປະຕິບັດໜ້າທີ່ຂອງຂ້ານ້ອຍຢ່າງເໝາະສົມ, ແຕ່ເມື່ອມັນຮຽກຮ້ອງໃຫ້ຂ້ານ້ອຍພະຍາຍາມແທ້ໆ, ຂ້ານ້ອຍກໍ່ໃສ່ໃຈແຕ່ພຽງເນື້ອໜັງ, ຢ້ານບັນຫາ ແລະ ການທົນທຸກ. ຂ້ານ້ອຍຟ້າວເຮັດ ແລະ ປະໝາດ ເມື່ອຂ້ານ້ອຍກວດເອກະສານ, ສະນັ້ນ ຂ້ານ້ອຍຈຶ່ງພາດແມ່ນແຕ່ຂໍ້ຜິດພາດທີ່ຈະແຈ້ງທີ່ສຸດ. ນັ້ນບໍ່ແມ່ນການຫຼອກລວງບໍ? ຄວາມຄິດເຫຼົ່ານີ້ເຮັດໃຫ້ຂ້ານ້ອຍເຕັມໄປດ້ວຍຄວາມເສຍໃຈ ແລະ ການໂທດຕົນເອງ, ສະນັ້ນ ຂ້ານ້ອຍຈຶ່ງໄດ້ອະທິຖານຫາພຣະເຈົ້າວ່າ: “ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຂ້ານ້ອຍບໍ່ໄດ້ມີຄວາມຮັບຜິດຊອບໃນໜ້າທີ່ຂອງຂ້ານ້ອຍ, ແຕ່ໄດ້ພະຍາຍາມຫຼອກລວງພຣະອົງ. ສິ່ງນີ້ເປັນຕາລັງກຽດສຳລັບພຣະອົງ. ຂ້ານ້ອຍຂາດຄວາມສຳນຶກຫຼາຍ. ພຣະເຈົ້າ, ຂ້ານ້ອຍຕ້ອງການກັບໃຈ. ໄດ້ໂປດຊີ້ນຳຂ້ານ້ອຍ, ມອບຄວາມປະສົງທີ່ຈະອົດກັ້ນຕໍ່ຄວາມທຸກຍາກໃຫ້ແກ່ຂ້ານ້ອຍ ແລະ ຄວາມສາມາດທີ່ຈະປະຖິ້ມເນື້ອໜັງ ແລະ ປະຕິບັດໜ້າທີ່ຂອງຂ້ານ້ອຍ”.
ໃນເອກະສານທຸກສະບັບຫຼັງຈາກນັ້ນ, ຂ້ານ້ອຍຈະກວດທຸກຄຳທີ່ຂ້ານ້ອຍເຫັນເຊິ່ງຂ້ອນຂ້າງບໍ່ເໝາະສົມໃນວັດຈະນານຸກົມຫຼາຍສະບັບ. ຂ້ານ້ອຍຈະຖາມອ້າຍເອື້ອຍນ້ອງ ຫຼື ນັກແປພາສາມືອາຊີບ ເມື່ອຂ້ານ້ອຍບໍ່ສາມາດແນ່ໃຈ ຈົນກວ່າຂ້ານ້ອຍຈະເຂົ້າໃຈຢ່າງຊັດເຈນສົມບູນ. ສຳລັບເອກະສານທີ່ຍາກ ແລະ ຍາວ, ຂ້ານ້ອຍຈະບໍ່ກ້າພຽງແຕ່ທຳທ່າເຮັດ ແລະ ເຮັດພວກມັນພໍແລ້ວມືແລ້ວຕີນ, ແຕ່ຂ້ານ້ອຍຈະພິຈາລະນາແຕ່ລະປະໂຫຍກຢ່າງລະອຽດຊໍ້າແລ້ວຊໍ້າອີກ ແລະ ໃນລາຍລະອຽດ, ພະຍາຍາມສຸດຄວາມສາມາດຂອງຂ້ານ້ອຍເພື່ອເພີ່ມຄວາມຖືກຕ້ອງຂອງການແປພາສາ. ເມື່ອກຳລັງເຮັດໃຫ້ເອກະສານສົມບູນ, ຂ້ານ້ອຍຈະລະບຸລາຍລະອຽດທັງໝົດທີ່ຂ້ານ້ອຍຕ້ອງການກວດ ແລະ ເຕືອນຕົນເອງຢູ່ສະເໝີວ່າທຸກຂັ້ນຕອນຕ້ອງໄດ້ພິຈາລະນາຢ່າງຖີ່ຖ້ວນ. ຂ້ານ້ອຍຈະກວດເບິ່ງລາຍລະອຽດ ເມື່ອກຳລັງເຮັດໃຫ້ເອກະສານສົມບູນ ແລະ ພະຍາຍາມສຸດຄວາມສາມາດຂອງຂ້ານ້ອຍເພື່ອຫຼຸດຈໍານວນຂໍ້ຜິດພາດຢູ່ໃນຂັ້ນຕອນສຸດທ້າຍ. ຫຼັງຈາກຊ່ວງເວລາໜຶ່ງ, ຂ້ານ້ອຍກໍ່ໄດ້ຮັບຜົນທີ່ດີຂຶ້ນໃນໜ້າທີ່ຂອງຂ້ານ້ອຍ ແລະ ອັດຕາຄວາມຜິດພາດຂອງຂ້ານ້ອຍກໍ່ຫຼຸດລົງເຊັ່ນກັນ.
ເອື້ອຍອີກຄົນໜຶ່ງໄດ້ເຂົ້າຮ່ວມກັບທີມງານໃນເວລາຕໍ່ມາ ເຊິ່ງຊ່ວຍສ້າງມາດຕະຖານສຳລັບການຈັດຮູບແບບຂອງການແປພາສາທີ່ສຳເລັດແລ້ວ. ລາວຖາມຂ້ານ້ອຍຄັ້ງແລ້ວຄັ້ງເລົ່າວ່າ, “ເຄື່ອງໝາຍວັກນີ້ຖືກຕ້ອງບໍ? ມີບັນຫາຫຍັງກັບເຄື່ອງໝາຍວັກນັ້ນ?” ເມື່ອລາວຖາມຄຳຖາມຢ່າງຫຼວງຫຼາຍ, ຂ້ານ້ອຍກໍ່ຂ້ອນຂ້າງລຳຄານ ແລະ ຄິດວ່າ, “ມັນເປັນບັນຫາຫຼາຍເກີນໄປທີ່ຈະອະທິບາຍທຸກຢ່າງ. ພຽງແຕ່ເຮັດຕາມເອະສານທີ່ສຳເລັດແລ້ວ”. ສະນັ້ນ ຂ້ານ້ອຍຈຶ່ງພຽງແຕ່ບໍ່ສົນໃຈລາວ ແລະ ເວົ້າວ່າ: “ນີ້ແມ່ນເອກະສານທີ່ສຳເລັດແລ້ວ. ບໍ່ມີບັນຫາຫຍັງກັບເຄື່ອງໝາຍວັກ. ເຄື່ອງໝາຍວັກໃນພາສາອິຕາລີ ແລະ ພາສາອັງກິດເປັນສິ່ງດຽວກັນໂດຍພື້ນຖານ. ເຄື່ອງໝາຍວັກສ່ວນໃຫຍ່ສາມາດຖືກຮັບມືຄ້າຍຄືກັບພາສາອັງກິດ, ແຕ່ມີຂໍ້ຍົກເວັ້ນ. ເຈົ້າຕ້ອງພິຈາລະນາຄວາມໝາຍ”. ຫຼັງຈາກນັ້ນ ລາວກໍ່ຖາມຂ້ານ້ອຍວ່າ, “ໜັງສືອ້າງອີງສະບັບຫຼ້າສຸດຂອງພວກເຮົາເປັນໜັງສືທີ່ຜູ້ຊ່ຽວຊານນໍາໃຊ້. ຂ້ານ້ອຍບໍ່ເຂົ້າໃຈບາງສ່ວນ. ພວກເຮົາມີເອກະສານຫຍັງທີ່ໃຫ້ຄູ່ມືທົ່ວໄປກ່ຽວກັບເຄື່ອງໝາຍວັກໃນພາສາອິຕາລີບໍ?” ຂ້ານ້ອຍເວົ້າວ່າພວກເຮົາຍັງບໍ່ທັນມີເທື່ອ. ຫຼັງຈາກນັ້ນ, ຂ້ານ້ອຍກໍ່ຄິດວ່າຂ້ານ້ອຍຄວນສ້າງເອກະສານທີ່ສະມາຊິກໃໝ່ສາມາດໃຊ້ອ້າງອີງ, ແຕ່ມີເຄື່ອງໝາຍວັກຫຼາຍ. ນັ້ນຈະໝາຍຄວາມເຖິງການກວດໜັງສືອ້າງອີງ ແລະ ຈະເປັນຄວາມຫຍຸ້ງຍາກທີ່ຫຼາຍເກີນໄປ. ຂ້ານ້ອຍເລື່ອນມັນອອກສຳລັບເວລານີ້. ຂ້ານ້ອຍຄິດວ່ານັ້ນຈະເປັນບັນຫາສຸດທ້າຍ, ແຕ່ເມື່ອລາວຈັດການກັບເຄື່ອງໝາຍວັກໃນພາສາອິຕາລີທີ່ຄືກັບພາສາອັງກິດ ດັ່ງທີ່ຂ້ານ້ອຍບອກລາວໃນການຈັດຮູບແບບ, ລາວກໍ່ເລີ່ມຕົ້ນ ແລະ ລຶບຍະຫວ່າງທັງໝົດທີ່ຢູ່ກ່ອນໜ້າ ແລະ ຫຼັງຈາກເຄື່ອງໝາຍຂີດໃນເອກະສານທີ່ມີຄວາມຍາວຫຼາຍກວ່າ 150.000 ຄໍາ. ຂ້ານ້ອຍພຽງແຕ່ຕົກຕະລຶງເມື່ອຂ້ານ້ອຍຄົ້ນພົບ. ໃນພາສາອິຕາລີ, ຕ້ອງມີຍະຫວ່າງກ່ອນໜ້າ ແລະ ຫຼັງຈາກເຄື່ອງໝາຍຂີດ ເພື່ອຫຼີກເວັ້ນການປະສົມເຄື່ອງໝາຍຂີດກັບເຄື່ອງໝາຍຕໍ່, ເຊິ່ງແຕກຕ່າງຈາກພາສາອັງກິດ. ແຕ່ຂ້ານ້ອຍບໍ່ໄດ້ບອກລາວກ່ຽວກັບສິ່ງນັ້ນ. ບໍ່ມີຫຍັງທີ່ສາມາດເຮັດໄດ້ເພື່ອແກ້ໄຂ. ລາວຕ້ອງກັບຄືນໄປ ແລະ ແກ້ໄຂແຕ່ລະຢ່າງ. ຂ້ານ້ອຍຮູ້ສຶກບໍ່ດີ ແລະ ເສຍໃຈຫຼາຍ. ຂ້ານ້ອຍກຽດຊັງຕົນເອງ ແລະ ຄິດວ່າ, “ເປັນຫຍັງຂ້ານ້ອຍຈຶ່ງບໍ່ພະຍາຍາມໜ້ອຍດຽວຕັ້ງແຕ່ຕອນທໍາອິດ ເພື່ອສ້າງເອກະສານອ້າງອີງ? ເປັນຫຍັງຂ້ານ້ອຍຈຶ່ງຄິດຫາເນື້ອໜັງຢູ່ສະເໝີ ແລະ ຢ້ານຄວາມຫຍຸ້ງຍາກຫຼາຍ? ລາວຕ້ອງເຮັດມັນຄືນໃໝ່ທັງໝົດ ຍ້ອນຄວາມປະໝາດຂອງຂ້ານ້ອຍ. ມັນຕ້ອງຖືກກວດສອບອີກຄັ້ງເຊັ່ນກັນ. ສິ່ງນັ້ນໃຊ້ຄວາມພະຍາຍາມ ແລະ ສິ່ງທີ່ສຳຄັນແມ່ນມັນເຮັດໃຫ້ຄວາມຄືບໜ້າໃນວຽກງານຂອງພວກເຮົາຊັກຊ້າ. ສິ່ງນັ້ນບໍ່ໄດ້ຂັດຂວາງພາລະກິດໃນເຮືອນຂອງພຣະເຈົ້າບໍ?” ຄວາມຮູ້ສຶກເປັນໜີ້ບຸນຄຸນ, ການໂທດຕົນເອງ ແລະ ຄວາມເສຍໃຈເຫຼົ່ານັ້ນໄດ້ໄຫຼລົ້ນອີກຄັ້ງ. ຂ້ານ້ອຍຢາກຕົບໜ້າຕົນເອງ. ຂ້ານ້ອຍຄິດວ່າ, “ເປັນຫຍັງຂ້ານ້ອຍຈຶ່ງເຮັດໃຫ້ມັນຕ້ອງເຮັດຄືນໃໝ່? ເກີດຫຍັງຜິດປົກກະຕິກັບຂ້ານ້ອຍ?”
ຄັ້ງໜຶ່ງ ໃນການເຝົ້າດ່ຽວຂອງຂ້ານ້ອຍ, ຂ້ານ້ອຍໄດ້ພົບກັບຂໍ້ຄວາມໜຶ່ງໃນພຣະທຳຂອງພຣະເຈົ້າ: “ມັນບໍ່ແມ່ນສິ່ງທີ່ຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມບໍທີ່ຈັດການກັບສິ່ງຕ່າງໆຢ່າງເສີຍຊາ ແລະ ບໍ່ມີຄວາມຮັບຜິດຊອບ? ແມ່ນຫຍັງ? ນັ້ນແມ່ນຄວາມສົກກະປົກ; ໃນທຸກເລື່ອງ ພວກເຂົາເວົ້າວ່າ ‘ນັ້ນເປັນສິ່ງທີ່ເກືອບຖືກຕ້ອງ’ ແລະ ‘ໃກ້ພຽງພໍແລ້ວ’; ມັນແມ່ນທັດສະນະທີ່ວ່າ ‘ບາງທີ’, ‘ເປັນໄປໄດ້’ ແລະ ‘ສີ່ໃນຫ້າ’; ພວກເຂົາເຮັດສິ່ງຕ່າງໆພໍເປັນພິທີ, ພໍໃຈທີ່ຈະເຮັດໃຫ້ໜ້ອຍທີ່ສຸດ ແລະ ພໍໃຈທີ່ຈະຫຍຸ້ງຢູ່ກັບສິ່ງທີ່ພວກເຂົາສາມາດເຮັດໄດ້; ພວກເຂົາບໍ່ເຫັນປະເດັນທີ່ຈະຈິງຈັງກັບເລື່ອງຕ່າງໆ ຫຼື ພະຍາຍາມໃຫ້ມີຄວາມຊັດເຈນ ແລະ ພວກເຂົາເຫັນຈຸດໜ້ອຍລົງໃນການສະແຫວງຫາຫຼັກການຕ່າງໆ. ນີ້ບໍ່ແມ່ນສິ່ງທີ່ຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມບໍ? ມັນແມ່ນການສະແດງອອກຂອງຄວາມເປັນມະນຸດປົກກະຕິບໍ? ການເອີ້ນມັນວ່າຄວາມຈອງຫອງນັ້ນຖືກຕ້ອງ ແລະ ການເອີ້ນມັນວ່າຄວາມຍິ່ງຍະໂສກໍ່ເໝາະສົມເຊັ່ນກັນ, ແຕ່ເພື່ອໃຫ້ຈັບໃຈຄວາມໄດ້ຢ່າງສົມບູນ, ຄຳດຽວທີ່ຈະໄດ້ຜົນແມ່ນ ‘ສົກກະປົກ’. ຄວາມສົກກະປົກດັ່ງກ່າວມີຢູ່ໃນຄວາມເປັນມະນຸດຂອງຄົນສ່ວນໃຫຍ່; ໃນທຸກເລື່ອງ, ພວກເຂົາປາຖະໜາທີ່ຈະເຮັດໃຫ້ໜ້ອຍທີ່ສຸດທີ່ເປັນໄປໄດ້, ເພື່ອເບິ່ງວ່າພວກເຂົາສາມາດເຮັດຫຍັງໂດຍບໍ່ຖືກຈັບໄດ້ ແລະ ມີການຫຼອກລວງໃນທຸກສິ່ງທີ່ພວກເຂົາເຮັດ. ພວກເຂົາໂກງຄົນອື່ນເມື່ອພວກເຂົາສາມາດເຮັດໄດ້, ເຮັດພໍເປັນພິທີເມື່ອພວກເຂົາສາມາດຕັດໄດ້ ແລະ ກຽດຊັງທີ່ຈະໃຊ້ເວລາຫຼາຍ ຫຼື ຄິດພິຈາລະນາເລື່ອງໃດໜຶ່ງ. ພວກເຂົາຄິດກັບຕົວເອງວ່າ ‘ຕາບໃດທີ່ຂ້ານ້ອຍສາມາດຫຼົບຫຼີກຈາກການຖືກເປີດເຜີຍ ແລະ ບໍ່ໄດ້ກໍ່ໃຫ້ເກີດບັນຫາ ແລະ ຂ້ານ້ອຍບໍ່ໄດ້ຖືກຕຳນິ, ຂ້ານ້ອຍກໍ່ສາມາດຜ່ານພົ້ນສິ່ງນີ້ໄປໄດ້. ການເຮັດວຽກໃຫ້ດີມີບັນຫາຫຼາຍກວ່າຄຸ້ມ’. ຄົນດັ່ງກ່າວບໍ່ໄດ້ຮຽນຮູ້ທີ່ຈະຊຳນານຫຍັງ ແລະ ພວກເຂົາບໍ່ໄດ້ທຸ້ມເທໃນການຮຽນຂອງພວກເຂົາ. ພວກເຂົາພຽງຕ້ອງການໂຄງຮ່າງກວ້າງໆຂອງເລື່ອງ ແລະ ແລ້ວກໍ່ເອີ້ນຕົວເອງວ່າເປັນຜູ້ຊ່ຽວຊານໃນເລື່ອງນັ້ນ ແລະ ຫຼັງຈາກນັ້ນ ກໍ່ເພິ່ງພາສິ່ງນີ້ເພື່ອເຮັດໃຫ້ເສັ້ນທາງຂອງພວກເຂົາຜ່ານໄປ. ນີ້ບໍ່ແມ່ນທັດສະນະທີ່ຜູ້ຄົນມີຕໍ່ສິ່ງຕ່າງໆບໍ? ມັນເປັນທັດສະນະທີ່ດີບໍ? ທັດສະນະແບບນີ້ທີ່ຄົນແບບນີ້ນໍາໃຊ້ຕໍ່ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ເວົ້າໄດ້ສັ້ນໆວ່າ ‘ສ້າງຄວາມຫຍຸ້ງຍາກ’ ແລະ ຄວາມສົກກະປົກດັ່ງກ່າວມີຢູ່ໃນມະນຸດຊາດທີ່ເສື່ອມຊາມທັງໝົດ” (ພຣະທຳ, ເຫຼັ້ມທີ 4. ການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ. ລາຍການທີແປດ: ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ (ພາກທີສອງ)). ພຣະທຳຂອງພຣະເຈົ້າບົ່ງຊີ້ເຖິງສາຍເຫດຂອງການທີ່ຂ້ານ້ອຍຂາດຄວາມພະຍາຍາມໃນໜ້າທີ່ຂອງຂ້ານ້ອຍຢ່າງແຫຼມຄົມ: ຄວາມເປັນຕາລັງກຽດຂອງຂ້ານ້ອຍຮ້າຍແຮງເກີນໄປ ແລະ ຂ້ານ້ອຍໄດ້ເຮັດທຸກສິ່ງໂດຍມີທ່າທີທີ່ເຮັດພໍເປັນພິທີ ແລະ ຫຼອກລວງ. ເມື່ອເອື້ອຍຄົນນັ້ນຖາມຂ້ານ້ອຍກ່ຽວກັບການໃຊ້ເຄື່ອງໝາຍວັກຢ່າງຖືກຕ້ອງ, ຂ້ານ້ອຍບໍ່ຕ້ອງການຄວາມຫຍຸ້ງຍາກ. ຂ້ານ້ອຍບໍ່ໄດ້ຈິງຈັງ ແລະ ບໍ່ຕ້ອງການໃຫ້ມີຄຳຖາມຫຼາຍເກີນໄປ, ສະນັ້ນ ຂ້ານ້ອຍຈຶ່ງພຽງແຕ່ປະຕິເສດລາວໂດຍບອກໃຫ້ລາວປະຕິບັດຕາມກົດລະບຽບທີ່ທຳມະດາ. ແລ້ວເມື່ອລາວຖາມຂ້ານ້ອຍກ່ຽວກັບເອກະສານອ້າງອີງ, ຂ້ານ້ອຍຄວນໄດ້ສ້າງໜຶ່ງສະບັບສຳລັບລາວ, ແຕ່ເມື່ອຂ້ານ້ອຍຄິດກ່ຽວກັບຕົ້ນທຶນໃນເລື່ອງການທົນທຸກຂອງຂ້ານ້ອຍເອງ, ຂ້ານ້ອຍກໍ່ຕັດສິນໃຈທີ່ຈະບໍ່ເຮັດ. ຂ້ານ້ອຍກັງວົນກ່ຽວກັບຂໍ້ຜິດພາດທີ່ຈະເກີດຂຶ້ນ, ແຕ່ຂ້ານ້ອຍຍັງຕັດສິນໃຈທີ່ຈະຫຼອກລວງດ້ວຍວິທີຂອງຂ້ານ້ອຍ. ມັນຈະເປັນການດີຫຼາຍ ຖ້າຂ້ານ້ອຍໄດ້ຮັກສາຄວາມພະຍາຍາມ ແລະ ສິ່ງຕ່າງໆຕໍ່ໄປໄດ້ດີ. ທຸກຄັ້ງທີ່ຂ້ານ້ອຍເຮັດສິ່ງຕ່າງໂດຍບໍ່ພະຍາຍາມ, ຂ້ານ້ອຍເພິ່ງພາຄວາມໂຊກດີເພື່ອເຮັດພໍແລ້ວມືແລ້ວຕີນ. ຂ້ານ້ອຍຊອກຫາເພື່ອໃຊ້ຄວາມພະຍາຍາມໃນປະລິມານໜ້ອຍທີ່ສຸດເພື່ອເອົາຕົວລອດ. ຂ້ານ້ອຍບໍ່ໄດ້ພະຍາຍາມຢ່າງແທ້ຈິງ ແລະ ຢ່າງຊື່ສັດ ເພື່ອປະຕິບັດໜ້າທີ່ຂອງຂ້ານ້ອຍໂດຍການພິຈາລະນາທຸກລາຍລະອຽດ ແລະ ເຮັດສຸດຄວາມສາມາດຂອງຂ້ານ້ອຍເພື່ອຮັບປະກັນວ່າບໍ່ມີຂໍ້ຜິດພາດ. ມັນເບິ່ງຄືກັບວ່າຂ້ານ້ອຍກໍາລັງເຮັດວຽກຢູ່ ແລະ ຂ້ານ້ອຍກໍາລັງຕອບຄໍາຖາມ, ແຕ່ໃນຄວາມເປັນຈິງແລ້ວ, ຂ້ານ້ອຍພຽງແຕ່ຕົວະເອື້ອຍຄົນນັ້ນ ແລະ ເປັນຄົນມີເລ່ຫຼ່ຽມ. ຜົນຕາມມາກໍ່ຄື ລາວໄວ້ໃຈຄຳຕອບຂອງຂ້ານ້ອຍ ແລະ ສ້າງຂໍ້ຜິດພາດບາງຢ່າງທີ່ຮ້າຍແຮງ ແລະ ເຮັດໃຫ້ຕົນເອງອິດເມື່ອຍກັບວຽກງານທີ່ບໍ່ເກີດຜົນຫຍັງເລີຍ. ລາວເຖິງກັບຕ້ອງໄດ້ເຮັດວຽກປະລິມານຫຼວງຫຼາຍຄືນໃໝ່, ເຊິ່ງເຮັດໃຫ້ຄວາມຄືບໜ້າໂດຍລວມຂອງວຽກງານຊັກຊ້າ ແລະ ນໍາຄວາມເສຍຫາຍມາສູ່ວຽກງານຂອງຄຣິດຕະຈັກ. ຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງຂ້ານ້ອຍ, ການເຮັດສິ່ງທີ່ງ່າຍທີ່ສຸດ, ສິ່ງທີ່ບໍ່ມີຄວາມຫຍຸ້ງຍາກທີ່ສຸດ, ແມ່ນຫຼັກການທີ່ທຳຮ້າຍຜູ້ຄົນ. ຂ້ານ້ອຍ ກຳລັງນໍາໃຊ້ກົນອຸບາຍເລັກນ້ອຍເພື່ອຊ່ວຍປະຢັດຄວາມພະຍາຍາມໃນໄລຍະສັ້ນ. ຂ້ານ້ອຍບໍ່ໄດ້ທົນທຸກທາງຮ່າງກາຍ, ແຕ່ຄວາມຜິດຂອງຂ້ານ້ອຍໃນໜ້າທີ່ຂອງຂ້ານ້ອຍບໍ່ສິ້ນສຸດ ແລະ ຂັດຂວາງວຽກງານໃນເຮືອນຂອງພຣະເຈົ້າ. ຂ້ານ້ອຍກຳລັງທຳຮ້າຍຄົນອື່ນ ແລະ ຕົວຂ້ານ້ອຍເອງ! ຂ້ານ້ອຍຖືກມອບໝາຍດ້ວຍໜ້າທີ່ໆສຳຄັນເຊັ່ນນັ້ນ, ແຕ່ຂ້ານ້ອຍຖືເບົາ ແລະ ເຮັດພໍເປັນພິທີ, ບໍ່ມີຄວາມຮັບຜິດຊອບ, ຫຼອກລວງ ແລະ ປະໝາດ ແລະ ບໍ່ສົນໃຈກັບຜົນຕາມມາ. ຂ້ານ້ອຍບໍ່ມີຄວາມສຳນຶກແມ່ນແຕ່ໜ້ອຍດຽວ. ມີແຕ່ເມື່ອນັ້ນ ຂ້ານ້ອຍຈຶ່ງໄດ້ເຫັນວ່າຄວາມເປັນຕາລັງກຽດຂອງຂ້ານ້ອຍຮ້າຍແຮງສໍ່າໃດ, ຄວາມຊື່ສັດຂອງຂ້ານ້ອຍຕໍ່າຕ້ອຍສໍ່າໃດ ແລະ ຂ້ານ້ອຍໄຮ້ຄ່າສໍ່າໃດ.
ຕໍ່ມາ ຂ້ານ້ອຍໄດ້ເບິ່ງວິດີໂອກ່ຽວກັບການອ່ານພຣະທຳຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຖ້າມະນຸດບໍ່ສາມາດສະແດງອອກສິ່ງທີ່ພວກເຂົາຄວນສະແດງອອກໃນຊ່ວງການຮັບໃຊ້ ຫຼື ບັນລຸຜົນສໍາເລັດໃນສິ່ງທີ່ເປັນໄປໄດ້ໃນຕົວສໍາລັບພວກເຂົາ ແຕ່ກົງກັນຂ້າມພັດພາກັນເຮັດຫຼິ້ນ ແລະ ເຮັດຢ່າງບໍ່ຕັ້ງໃຈ, ພວກເຂົາໄດ້ເສຍໜ້າທີ່ ທີ່ສິ່ງມີຊີວິດທີ່ຖືກສ້າງຂຶ້ນຄວນມີ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າ ‘ຄົນທໍາມດາ’; ພວກເຂົາແມ່ນຂີ້ເຫຍື່ອທີ່ບໍ່ມີປະໂຫຍດ. ຜູ້ຄົນດັ່ງກ່າວນີ້ຈະຖືກເອີ້ນຢ່າງຖືກຕ້ອງວ່າ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ແນວໃດ? ພວກເຂົາບໍ່ແມ່ນສິ່ງມີຊີວິດທີ່ເສື່ອມຊາມທີ່ເປັ່ງແສງທາງພາຍນອກ ແຕ່ທາງໃນເນົ່າເໝັນບໍ? ... ຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າຈະມີຄ່າກັບໃຜ? ເປັນໄປໄດ້ບໍວ່າ ການເສຍສະຫຼະອັນເລັກນ້ອຍຂອງພວກເຈົ້ານັ້ນຈະມີຄ່າພໍກັບທຸກສິ່ງທີ່ເຮົາໄດ້ປະທານໃຫ້ພວກເຈົ້າ? ເຮົາບໍ່ມີທາງເລືອກອື່ນ ແລະ ເຮົາໄດ້ອຸທິດຢ່າງເຕັມທີ່ເພື່ອພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຈົ້າກໍຍັງເຊື່ອງຊ້ອນເຈດຕະນາທີ່ຊົ່ວຮ້າຍ ແລະ ໄດ້ອຸທິດຕົນຕໍ່ເຮົາແບບບໍ່ເຕັມໃຈ. ນີ້ຄືຂອບເຂດໜ້າທີ່ ແລະ ວຽກງານດຽວຂອງພວກເຈົ້າ. ບໍ່ແມ່ນບໍ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ? ຈະສາມາດຖືວ່າ ພວກເຈົ້າແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ແນວໃດ? ສິ່ງທີ່ພວກເຈົ້າສະແດງອອກ ແລະ ດໍາລົງຢູ່ນັ້ນບໍ່ຊັດເຈນສໍາລັບພວກເຈົ້າບໍ? ພວກເຈົ້າລົ້ມເຫຼວໃນການປະຕິບັດຕໍ່ໜ້າທີ່ຂອງຕົນ, ແຕ່ພວກເຈົ້າສະແຫວງຫາທີ່ຈະໄດ້ຮັບຄວາມອົດທົນ ແລະ ຄວາມກະລຸນາຈາກພຣະເຈົ້າ. ບໍ່ໄດ້ມີການກຽມຄວາມກະລຸນາດັ່ງກ່າວໄວ້ສໍາລັບຄົນທີ່ບໍ່ມີຄຸນຄ່າ ແລະ ຄົນຕໍ່າຊາມຄືພວກເຈົ້າ, ແຕ່ກຽມໄວ້ສໍາລັບຄົນທີ່ບໍ່ຂໍຫຍັງ ແລະ ເຕັມໃຈຍອມເສຍສະຫລະ. ຄົນຄືພວກເຈົ້າ ທີ່ທໍາມະດາ ແມ່ນບໍ່ສົມຄວນໄດ້ຮັບຄວາມກະລຸນາຈາກສະຫວັນແມ່ນແຕ່ໜ້ອຍດຽວ. ມີແຕ່ຄວາມຍາກລໍາບາກ ແລະ ການລົງໂທດທີ່ບໍ່ມີວັນສິ້ນສຸດຈະຕາມພວກເຈົ້າໄປທຸກມື້! ຖ້າພວກເຈົ້າບໍ່ສາມາດຊື່ສັດຕໍ່ເຮົາ, ຊະຕາກໍາຂອງພວກເຈົ້າເອງຈະພົບແຕ່ຄວາມທຸກທໍລະມານ. ຖ້າພວກເຈົ້າບໍ່ສາມາດຮັບເອົາພຣະທໍາ ແລະ ພາລະກິດຂອງເຮົາ, ຊີວິດພວກເຈົ້າເອງຈະຖືກລົງໂທດ. ຄວາມກະລຸນາ, ພອນ ແລະ ຊີວິດທີ່ວິເສດຂອງອານາຈັກຈະບໍ່ກ່ຽວຂ້ອງຫຍັງກັບພວກເຈົ້າ. ນີ້ຄືຈຸດຈົບທີ່ພວກເຈົ້າສົມຄວນຈະໄດ້ຮັບ ແລະ ເປັນຜົນກໍາຂອງການກະທໍາຂອງພວກເຈົ້າເອງ!” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ). ພຣະທຳຂອງພຣະເຈົ້າເວົ້າວ່າ “ເຮົາບໍ່ມີທາງເລືອກອື່ນ ແລະ ເຮົາໄດ້ອຸທິດຢ່າງເຕັມທີ່ເພື່ອພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຈົ້າກໍຍັງເຊື່ອງຊ້ອນເຈດຕະນາທີ່ຊົ່ວຮ້າຍ ແລະ ໄດ້ອຸທິດຕົນຕໍ່ເຮົາແບບບໍ່ເຕັມໃຈ, ນີ້ຄືຂອບເຂດໜ້າທີ່”. ພຣະທຳເຫຼົ່ານີ້ໄດ້ແທງທະລຸຫົວໃຈຂອງຂ້ານ້ອຍ. ພຣະເຈົ້າໃຫ້ໂອກາດຂ້ານ້ອຍເພື່ອປະຕິບັດໜ້າທີ່ຂອງຂ້ານ້ອຍ, ເພື່ອວ່າຂ້ານ້ອຍຈະສາມາດສະແຫວງຫາ ແລະ ຮັບເອົາຄວາມຈິງຜ່ານໜ້າທີ່ຂອງຂ້ານ້ອຍ, ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍ ແລະ ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ. ແຕ່ແທນທີ່ຈະສະແຫວງຫາຄວາມຈິງ, ຂ້ານ້ອຍພຽງແຕ່ສົນໃຈກ່ຽວກັບເນື້ອໜັງ, ຫຼອກລໍ້ ແລະ ຫຼອກລວງພຣະເຈົ້າ. ຂ້ານ້ອຍຄິດເຖິງວ່າພຣະເຈົ້າກາຍມາເປັນເນື້ອໜັງແນວໃດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ໂດຍອົດທົນກັບຄວາມອັບອາຍ ແລະ ຄວາມເຈັບປວດທີ່ໃຫຍ່ຫຼວງ, ຖືກຕາມລ່າ ແລະ ຂົ່ມເຫັງໂດຍລັດຖະບານ, ຖືກປະນາມ ແລະ ປະຕິເສດໂດຍຜູ້ຄົນ, ແຕ່ພຣະອົງສະແດງຄວາມຈິງຢູ່ສະເໝີ ແລະ ເຮັດວຽກເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ. ຄວາມສາມາດຂອງພວກເຮົາກຳລັງຂາດເຂີນ, ເພື່ອວ່າພວກເຮົາຈະເຂົ້າໃຈຄວາມຈິງຢ່າງຊ້າໆ. ບໍ່ພຽງແຕ່ວ່າພຣະເຈົ້າບໍ່ໄດ້ປະຖິ້ມພວກເຮົາ, ແຕ່ພຣະອົງໄດ້ໂອ້ລົມກັບພວກເຮົາຢ່າງຈິງຈັງຈາກທຸກມຸມ. ພຣະອົງອະທິບາຍຄວາມຈິງທັງໝົດຢ່າງລະອຽດຫຼາຍ. ພຣະອົງເລົ່າເລື່ອງ, ໃຫ້ຕົວຢ່າງ ແລະ ໃຊ້ການປຽບທຽບເພື່ອຊ່ວຍໃຫ້ພວກເຮົາເຂົ້າໃຈ. ຄວາມຈິງບາງຢ່າງແມ່ນຊັບຊ້ອນ ແລະ ກ່ຽວພັນກັບຫຼາຍສິ່ງ, ສະນັ້ນ ພຣະເຈົ້າໄດ້ທຳລາຍພວກມັນລົງ ແລະ ໃຫ້ພວກເຮົາມີໂຄງຮ່າງ. ພຣະອົງຊີ້ນໍາພວກເຮົາຢ່າງອົດທົນ ແລະ ເປັນລະບົບເພື່ອໃຫ້ເຂົ້າໃຈຄວາມຈິງເທື່ອລະເລັກເທື່ອລະນ້ອຍຜ່ານການໂອ້ລົມ. ພວກເຮົາສາມາດເຫັນໄດ້ວ່າພຣະເຈົ້າມີຄວາມຮັບຜິດຊອບຢ່າງໃຫຍ່ຫຼວງສຳລັບຊີວິດຂອງພວກເຮົາ. ແຕ່ຫຼັງຈາກນັ້ນ ຂ້ານ້ອຍຈະປະຕິບັດຕໍ່ໜ້າທີ່ຂອງຂ້ານ້ອຍເອງແນວໃດ? ຂ້ານ້ອຍຄິດວ່າການໃສ່ຄວາມຄິດ ແລະ ຄວາມພະຍາຍາມຫຼາຍຂຶ້ນແມ່ນບໍ່ຄຸ້ມຄ່າ. ຂ້ານ້ອຍບໍ່ຈິງຈັງ ຫຼື ຮັບຜິດຊອບ ເມື່ອກຳລັງກວດເອກະສານ. ຂ້ານ້ອຍຈະເດີນຕາມເສັ້ນທາງທີ່ມີຄວາມອົດທົນໜ້ອຍທີ່ສຸດ ໂດຍບໍ່ເບິ່ງຜົນໄດ້ຮັບ ຫຼື ຜົນຕາມມາ. ຂ້ານ້ອຍຖືເບົາກັບການຝາກຝັງຂອງພຣະເຈົ້າ, ພຽງແຕ່ເຮັດພໍໃຫ້ແລ້ວມືແລ້ວຕີນ. ຄວາມສຳນຶກຂອງຂ້ານ້ອຍຢູ່ໃສ? ຂ້ານ້ອຍສົມຄວນໄດ້ຮັບການລົງໂທດຈາກພຣະເຈົ້າ. ແຕ່ພຣະເຈົ້າບໍ່ເຄີຍຍອມຜ່າຍແພ້ໃນການຊ່ວຍຂ້ານ້ອຍໃຫ້ລອດພົ້ນ. ພຣະອົງໄດ້ໃຊ້ພຣະທຳຂອງພຣະອົງເພື່ອສ່ອງແສງໃຫ້ແກ່ຂ້ານ້ອຍ ແລະ ຊີ້ນໍາຂ້ານ້ອຍ, ຊ່ວຍໃຫ້ຂ້ານ້ອຍຮູ້ຈັກຕົນເອງ ແລະ ເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ. ຖ້າຂ້ານ້ອຍສືບຕໍ່ຂີ້ຄ້ານ ແລະ ທຳທ່າເຮັດໃນໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍຈະບໍ່ສົມຄວນທີ່ຈະມີຊີວິດຢູ່ ຫຼື ຖືກເອີ້ນວ່າມະນຸດ. ດັ່ງນັ້ນ ຂ້ານ້ອຍຈຶ່ງອະທິຖານຫາພຣະເຈົ້າວ່າ: “ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຄວາມເປັນຕາລັງກຽດຂອງຂ້ານ້ອຍຮ້າຍແຮງເກີນໄປ. ຂ້ານ້ອຍບໍ່ເຕັມໃຈທີ່ຈະດໍາເນີນຊີວິດຕໍ່ໄປໃນລັກສະນະທີ່ເປັນຕາອັບອາຍ ແລະ ໄຮ້ກຽດສັກສີແບບນີ້. ໄດ້ໂປດມອບກຳລັງໃຫ້ແກ່ຂ້ານ້ອຍໄດ້ປະຕິບັດຄວາມຈິງ ເພື່ອວ່າຂ້ານ້ອຍຈະສາມາດດຳລົງຊີວິດຕາມລັກສະນະມະນຸດທີ່ແທ້ຈິງ ແລະ ປະຕິບັດໜ້າທີ່ຂອງສິ່ງຖືກສ້າງ”.
ຕໍ່ມາ, ຂ້ານ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າ: “ໃນຖານະເປັນມະນຸດ, ເພື່ອຍອມຮັບການມອບໝາຍຂອງພຣະເຈົ້າ, ຄົນໆໜຶ່ງຕ້ອງອຸທິດຕົນ. ຄົນໆໜຶ່ງຕ້ອງອຸທິດຕົນໃຫ້ແກ່ພຣະເຈົ້າຢ່າງສົມບູນ ແລະ ບໍ່ສາມາດສອງຈິດສອງໃຈ, ບໍ່ສາມາດຮັບເອົາຄວາມຮັບຜິດຊອບ ຫຼື ກະທຳຕາມຄວາມສົນໃຈ ຫຼື ອາລົມຂອງຕົນເອງ; ນີ້ບໍ່ແມ່ນການອຸທິດຕົນ. ການອຸທິດຕົນໝາຍເຖິງຫຍັງ? ມັນໝາຍຄວາມວ່າ ໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າບໍ່ໄດ້ຮັບອິດທິພົນ ແລະ ຖືກຈຳກັດໂດຍອາລົມ, ສະພາບແວດລ້ອມ, ຜູ້ຄົນ, ເລື່ອງລາວ ຫຼື ສິ່ງຕ່າງໆ. ‘ຂ້ອຍໄດ້ຮັບການມອບໝາຍນີ້ຈາກພຣະເຈົ້າ; ພຣະອົງໄດ້ມອບມັນໃຫ້ແກ່ຂ້ອຍ. ນີ້ແມ່ນສິ່ງທີ່ຂ້ອຍຄວນເຮັດ. ເພາະສະນັ້ນ, ຂ້ອຍຈະເຮັດມັນໂດຍຖືວ່າມັນເປັນເລື່ອງຂອງຂ້ອຍເອງ ໃນທາງໃດກໍຕາມທີ່ໃຫ້ຜົນໄດ້ຮັບທີ່ດີ ໂດຍໃຫ້ຄວາມສຳຄັນໃນການເຮັດໃຫ້ພຣະເຈົ້າພໍໃຈ’. ເມື່ອເຈົ້າມີສະພາວະນີ້, ເຈົ້າບໍ່ພຽງແຕ່ຖືກຄວບຄຸມໂດຍຈິດສຳນຶກຂອງເຈົ້າເທົ່ານັ້ນ, ແຕ່ການອຸທິດຕົນກໍຍັງມີສ່ວນຮ່ວມນຳດ້ວຍ. ຖ້າເຈົ້າພຽງແຕ່ພໍໃຈກັບການເຮັດມັນໃຫ້ສຳເລັດ ໂດຍບໍ່ໄດ້ຫວັງຜົນໃຫ້ມີປະສິດທິພາບ ແລະ ບັນລຸຜົນຮັບ ແລະ ຮູ້ສຶກວ່າພຽງແຕ່ພະຍາຍາມກໍພຽງພໍແລ້ວ, ນີ້ກໍເປັນພຽງແຕ່ມາດຕະຖານຂອງຈິດສຳນຶກເທົ່ານັ້ນ ແລະ ບໍ່ສາມາດນັບວ່າເປັນການອຸທິດຕົນໄດ້. ເມື່ອເຈົ້າອຸທິດຕົນໃຫ້ແກ່ພຣະເຈົ້າ, ມາດຕະຖານນີ້ຂ້ອນຂ້າງສູງກວ່າມາດຕະຖານຂອງຈິດສຳນຶກເລັກນ້ອຍ. ຫຼັງຈາກນັ້ນ, ນີ້ຈຶ່ງບໍ່ເປັນພຽງເລື່ອງຂອງຄວາມພະຍາຍາມອີກຕໍ່ໄປ; ເຈົ້າຍັງຕ້ອງທຸ້ມເທທັງໃຈຂອງເຈົ້າລົງໄປອີກດ້ວຍ. ເຈົ້າຕ້ອງຖືວ່າໜ້າທີ່ຂອງເຈົ້າເປັນວຽກຂອງເຈົ້າເອງທີ່ຕ້ອງເຮັດຢູ່ສະເໝີ, ແບກຮັບພາລະສໍາລັບໜ້າວຽກນີ້, ຮັບການຕໍານິຖ້າເຈົ້າເຮັດຜິດພາດເລັກນ້ອຍ ຫຼື ຖ້າເຈົ້າເລິນເລີ້ພຽງເລັກນ້ອຍ, ຮູ້ສຶກວ່າເຈົ້າບໍ່ສາມາດເປັນຄົນແບບນັ້ນ ຍ້ອນວ່າມັນເຮັດໃຫ້ເຈົ້າເປັນໜີ້ພຣະເຈົ້າຫຼາຍ. ຄົນທີ່ມີສາມັນສຳນຶກຢ່າງແທ້ຈິງປະຕິບັດໜ້າທີ່ຂອງພວກເຂົາຄືກັບວ່າພວກມັນເປັນວຽກຂອງຕົນເອງທີ່ຕ້ອງເຮັດ ບໍ່ ວ່າໃຜຈະກຳລັງຕິດຕາມຊຸກຍູ້ຢູ່ ຫຼື ບໍ່. ບໍ່ວ່າພຣະເຈົ້າຈະມີຄວາມສຸກກັບພວກເຂົາ ຫຼື ບໍ່ກໍຕາມ ແລະ ບໍ່ວ່າພຣະອົງຈະປະຕິບັດຕໍ່ພວກເຂົາແນວໃດ, ພວກເຂົາກໍມີຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດຂອງຕົນ ເພື່ອປະຕິບັດໜ້າທີ່ຂອງພວກເຂົາຢູ່ສະເໝີ ແລະ ເຮັດສຳເລັດໜ້າທີ່ທີ່ພຣະເຈົ້າໄດ້ມອບໝາຍໃຫ້ພວກເຂົາ. ສິ່ງນີ້ເອີ້ນວ່າການອຸທິດຕົນ” (ຄັດຈາກບົດ “ຜູ້ຄົນສາມາດມີຄວາມສຸກໄດ້ຢ່າງແທ້ຈິງໂດຍການເປັນຄົນຊື່ສັດເທົ່ານັ້ນ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ານ້ອຍເຫັນເຖິງເສັ້ນທາງແຫ່ງການປະຕິບັດ. ພວກເຮົາບໍ່ສາມາດເຮັດຕາມອາລົມ ແລະ ຄວາມມັກຂອງພວກເຮົາໃນໜ້າທີ່ຂອງພວກເຮົາ, ເຮັດແມ່ນຫຍັງກໍ່ຕາມທີ່ພວກເຮົາຕ້ອງການ. ພວກເຮົາບໍ່ສາມາດພຽງແຕ່ເຮັດພໍແລ້ວມືແລ້ວຕີນ ເມື່ອບາງສິ່ງຮຽກຮ້ອງໃຫ້ມີການເຮັດວຽກໜັກ, ແຕ່ພວກເຮົາຄວນປະຕິບັດໜ້າທີ່ຂອງພວກເຮົາຕາມການຝາກຝັງຂອງພຣະເຈົ້າ, ຕາມຄວາມຮັບຜິດຊອບຂອງພວກເຮົາເອງ. ພວກເຮົາຄວນຄິດ ແລະ ພະຍາຍາມເພື່ອໃຫ້ໄດ້ຜົນທີ່ດີທີ່ສຸດ. ບໍ່ວ່າມັນຈະຍາກສໍ່າໃດກໍ່ຕາມ, ບໍ່ວ່າພວກເຮົາຈະຖືກຕິດຕາມກວດກາ ຫຼື ບໍ່, ພວກເຮົາຄວນປະຕິບັດໜ້າທີ່ຂອງພວກເຮົາດ້ວຍສຸດໃຈ, ສຸດຄວາມຄິດ ແລະ ສຸດກໍາລັງຂອງພວກເຮົາ. ເມື່ອຂ້ານ້ອຍຮັບຮູ້ສິ່ງນີ້, ຂ້ານ້ອຍໄດ້ອະທິຖານຫາພຣະເຈົ້າ, ເຕັມໃຈທີ່ຈະກັບໃຈ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ. ຫຼັງຈາກນັ້ນ, ຂ້ານ້ອຍໄດ້ໃຊ້ເວລາເພື່ອສ້າງເອກະສານກ່ຽວກັບການນໍາໃຊ້ເຄື່ອງໝາຍວັກໃນພາສາອິຕາລີ ເພື່ອໃຫ້ສະມາຊິກໃໝ່ໄດ້ອ້າງອີງ. ຫຼັງຈາກນັ້ນ, ຂ້ານ້ອຍກໍ່ສະຫຼຸບບັນຫາທົ່ວໄປທີ່ມັກພົບເຫັນໃນການແປພາສາ ແລະ ລະບຸທຸກສິ່ງທີ່ຈຳເປັນຕ້ອງເອົາໃຈໃສ່. ຂ້ານ້ອຍຈະກວດເບິ່ງສິ່ງນີ້ໃນລະຫວ່າງການກວດເອກະສານ ເພື່ອວ່າຈະບໍ່ພາດຫຍັງໄປ. ແລ້ວເມື່ອອ້າຍນ້ອງ ຫຼື ເອື້ອຍນ້ອງຖາມຄຳຖາມກັບຂ້ານ້ອຍກ່ຽວກັບໜ້າທີ່ຂອງພວກເຂົາ, ຂ້ານ້ອຍຈະບໍ່ພຽງແຕ່ເບິ່ງຢ່າງຮີບດ່ວນ ແລະ ໃຊ້ຈິນຕະນາການຂອງຂ້ານ້ອຍເພື່ອຕອບ, ແຕ່ຈະພິຈາລະນາຄໍາຖາມຂອງພວກເຂົາຢ່າງລະມັດລະວັງ, ນໍາໃຊ້ຫຼັກການ ແລະ ຊອກຫາຄວາມຮູ້ດ້ານວິຊາຊີບທີ່ຂ້ານ້ອຍສາມາດນໍາໃຊ້ເພື່ອຕອບຄໍາຖາມເຫຼົ່ານັ້ນໄດ້. ເມື່ອຂ້ານ້ອຍບໍ່ເຂົ້າໃຈບາງສິ່ງ, ຜ່ານຄວາມພະຍາຍາມຕົວຈິງບວກໃສ່ກັບແສງສະຫວ່າງ ແລະ ການຊີ້ນໍາຈາກພຣະເຈົ້າ, ຂ້ານ້ອຍຈະຄ່ອຍໆເຂົ້າໃຈມັນ. ຂ້ານ້ອຍຍັງໄດ້ໄຕ່ຕອງຫຼາຍຢ່າງກ່ຽວກັບແຮງຈູງໃຈທີ່ບໍ່ຖືກຕ້ອງໃນໜ້າທີ່ຂອງຂ້ານ້ອຍ. ເມື່ອໃດກໍ່ຕາມທີ່ຂ້ານ້ອຍພົບກັບຄວາມຫຍຸ້ງຍາກ ແລະ ຕ້ອງການຢາກເຮັດພໍແລ້ວມືແລ້ວຕີນ, ຂ້ານ້ອຍຈະອະທິຖານຫາພຣະເຈົ້າເພື່ອປະຖິ້ມເນື້ອໜັງ ເພື່ອວ່າຂ້ານ້ອຍຈະສາມາດແກ້ໄຂບັນຫາເຫຼົ່ານັ້ນດ້ວຍຄວາມພະຍາຍາມໃນປະລິມານທີ່ຈຳເປັນແທ້ໆ. ທ່າທີຂອງຂ້ານ້ອຍໃນໜ້າທີ່ຂອງຂ້ານ້ອຍຖືກແກ້ໄຂຢ່າງຫຼວງຫຼາຍເທື່ອລະໜ້ອຍ ແລະ ຂ້ານ້ອຍກໍ່ເຮັດພໍແລ້ວມືແລ້ວຕີນໜ້ອຍລົງ. ຂ້ານ້ອຍສາມາດປະຕິບັດໜ້າທີ່ຂອງຂ້ານ້ອຍໃນລັກສະນະທີ່ໝັ້ນຄົງ. ການປ່ຽນແປງນີ້ຢູ່ໃນຕົວຂ້ານ້ອຍແມ່ນເປັນຜົນມາຈາກການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າທັງສິ້ນ. ຂອບພຣະຄຸນພຣະເຈົ້າ!