32. ຈິດວິນຍານຂອງຂ້ອຍໄດ້ຮັບການປົດປ່ອຍ

ໂດຍ ມິດປູ້, ສະເປນ

ໃນຊີວິດຂອງມະນຸດ, ຖ້າເຂົາປາຖະໜາທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບັນລຸການປ່ຽນແປງໃນນິໄສຂອງເຂົາ, ຖ້າເຂົາປາຖະໜາທີ່ຈະດຳລົງຊີວິດທີ່ມີຄວາມໝາຍ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຊົງສ້າງ, ແລ້ວເຂົາຕ້ອງຍອມຮັບເອົາການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ຕ້ອງບໍ່ຍອມໃຫ້ການລົງວິໄນຂອງພຣະເຈົ້າ ແລະ ການຂ້ຽນຕີຂອງພຣະເຈົ້າອອກໄປຈາກເຂົາ, ເພື່ອວ່າ ເຂົາຈະສາມາດປົດປ່ອຍຕົນເອງອອກຈາກການໃຊ້ເລ່ລ່ຽມຫຼອກລວງ ແລະ ອິດທິພົນຂອງຊາຕານ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ. ຈົ່ງຮູ້ວ່າ ການຕີສອນ ແລະ ການພິພາກສາຂອງພຣະເຈົ້າແມ່ນແສງສະຫວ່າງ ແລະ ເປັນແສງສະຫວ່າງແຫ່ງຄວາມລອດພົ້ນຂອງມະນຸດ ແລະ ບໍ່ມີການອວຍພອນ, ພຣະຄຸນ ຫຼື ການປົກປ້ອງທີ່ດີກວ່ານີ້ສຳລັບມະນຸດ” (ຈາກບົດເພງ “ການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າເປັນແສງສະຫວ່າງໃນຄວາມລອດພົ້ນຂອງມະນຸດ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ການຮ້ອງເພງແຫ່ງພຣະທຳຂອງພຣະເຈົ້ານີ້ເຮັດໃຫ້ຂ້ອຍລະນຶກເຖິງປະສົບການທີ່ຂ້ອຍມີໃນສອງສາມປີທີ່ຜ່ານມາ.

ໃນເດືອນຕຸລາ 2016, ວີດີໂອເພງທີ່ມີການຮ້ອງເພງ ແລະ ການຟ້ອນລຳທີ່ຂ້ອຍຊ່ວຍອອກແບບທ່າຟ້ອນໄດ້ຖືກໂພສອອນໄລນ໌. ອ້າຍເອື້ອຍນ້ອງມັກມັນແທ້ໆ ແລະ ພວກເຂົາແນະນຳວ່າໃຫ້ຂ້ອຍຈັດການທີມຟ້ອນຂອງຄຣິສຕະຈັກ. ຂ້ອຍຕື່ນເຕັ້ນແທ້ໆ ແລະ ກ່າວຄຳອະທິຖານຢ່າງງຽບໆກັບພຣະເຈົ້າວ່າຂ້ອຍຈະເຮັດໜ້າທີ່ນີ້ໃຫ້ດີຢ່າງແນ່ນອນ ແລະ ສ້າງວີດີໂອໃຫ້ຫຼາຍຂຶ້ນເພື່ອເປັນພະຍານໃຫ້ແກ່ພຣະອົງ. ເມື່ອບໍ່ດົນມານີ້, ວຽກງານຂອງທີມຟ້ອນເລີ່ມດີຂຶ້ນ. ອ້າຍເອື້ອຍນ້ອງໃຫ້ຄວາມເຄົາລົບຂ້ອຍແທ້ໆ ແລະ ພວກເຂົາມາຫາຂ້ອຍເພື່ອຂໍຄວາມຊ່ວຍເຫຼືອກກ່ຽວກັບຄວາມຫຍຸ້ງຍາກຕ່າງໆທີ່ພວກເຂົາມີ. ສິ່ງນີ້ຫຼໍ່ລ້ຽງຄວາມໄຮ້ສາລະຂອງຂ້ອຍແທ້ໆ ແລະ ຂ້ອຍຮູ້ສຶກຄືກັບວ່າຂ້ອຍເປັນພອນສະຫວັນທີ່ຂາດບໍ່ໄດ້ໃນຄຣິສຕະຈັກ. ເມື່ອບໍ່ດົນມານີ້, ຜູ້ນຳຄຣິດຕະຈັກໄດ້ຈັດໃຫ້ເອື້ອຍເຢມາເຮັດວຽກກັບຂ້ອຍ. ຂ້ອຍດີໃຈຫຼາຍກ່ຽວກັບເລື່ອງນີ້, ຄິດວ່າ “ເອື້ອຍເຢມີປະສົບການດ້ານການຟ້ອນແບບມືອາຊີບເຊັ່ນກັນ ແລະ ລາວເກັ່ງໃນຮູບແບບການຟ້ອນທີ່ແຕກຕ່າງຈາກຂ້ອຍ. ພວກເຮົາສາມາດເຕີມເຕັມສິ່ງທີ່ຄົນອື່ນຂາດໄດ້. ພວກເຮົາຈະເຮັດໄດ້ດີໃນໜ້າທີ່ຂອງພວກເຮົາຢ່າງແນ່ນອນ”. ຫຼັງຈາກນັ້ນໄລຍະໜຶ່ງ, ພວກເຮົາພ້ອມທີ່ຈະຖ່າຍທຳວີດີໂອເພງອັນໜຶ່ງ ແລະ ຄວາມຄິດຂອງເອື້ອຍເຢສໍາລັບທ່າຟ້ອນໄດ້ຮັບການພັດທະນາ, ມີຄວາມເຂົ້າໃຈຫຼາຍກວ່າຄວາມຄິດຂອງຂ້ອຍ. ອ້າຍເອື້ອຍນ້ອງທັງໝົດລ້ວນມັກມັນ. ຂ້ອຍບໍ່ພໍໃຈຫຼາຍປານໃດກ່ຽວກັບເລື່ອງນີ້ ແລະ ສົງໄສວ່າ “ຄົນອື່ນຈະຄິດແນວໃດກັບຂ້ອຍ? ພວກເຂົາຈະຄິດວ່າຂ້ອຍເຂົ້າກັບເອື້ອຍເຢບໍ່ໄດ້ບໍ? ຖ້າລາວລື່ນຂ້ອຍ, ຂ້ອຍຍັງຈະສາມາດມີບົດບາດສຳຄັນໃນທີມໄດ້ບໍ?” ມັນລົບກວນຂ້ອຍເປັນພິເສດເມື່ອຂ້ອຍເຫັນຄົນອື່ນກຳລັງໄປໂອ້ລົມກັບເອື້ອຍເຢເມື່ອໃດກໍຕາມທີ່ພວກເຂົາມີບັນຫາ. ຂ້ອຍເປັນຜູ້ຮັບຜິດຊອບ, ແຕ່ພວກເຂົາຊອກຫາລາວເມື່ອພວກເຂົາມີບັນຫາ. ນັ້ນບໍ່ໄດ້ໝາຍຄວາມວ່າລາວດີກວ່າຂ້ອຍບໍ? ຂ້ອຍຮູ້ສຶກວ່າຂ້ອຍບໍ່ສາມາດຖືກລາວເອົາຊະນະໄດ້, ໃນໂຄງການຄັ້ງໜ້າຂອງພວກເຮົາ ຂ້ອຍຕ້ອງສະແດງໃຫ້ດີແທ້ໆ ເພື່ອໃຫ້ທຸກຄົນເຫັນໄດ້ວ່າ ຂ້ອຍກໍ່ດີເທົ່າກັບລາວ.

ຕໍ່ມາເອື້ອຍເຢ ແລະ ຂ້ອຍກໍສະຫຼັບໜ້າທີ່ກັນເພື່ອຈັດວຽກໃຫ້ເໝາະສົມກັບຄວາມຕ້ອງການ. ຂ້ອຍຮັບຜິດຊອບວີດີໂອເພງ, ໃນຂະນະທີ່ລາວຮັບຜິດຊອບການສ້າງເວທີ. ຂ້ອຍພໍໃຈຢ່າງລັບໆ. ເມື່ອພວກເຮົາເຮັດວຽກຮ່ວມກັນກ່ອນໜ້ານີ້, ຂ້ອຍຮູ້ສຶກຖືກບົດບັງ, ດັ່ງນັ້ນຂ້ອຍຈຶ່ງຮູ້ສຶກວ່າຂ້ອຍຕ້ອງສ່ວຍໃຊ້ໂອກາດນັ້ນເພື່ອເຮັດໃຫ້ທຸກຄົນເຫັນວ່າຂ້ອຍມີຄວາມສາມາດຫຼາຍກວ່າລາວ. ຂ້ອຍໃຊ້ເວລາຫຼາຍຂຶ້ນໃນການວິໄຈ ແລະ ການອອກແບບທ່າຟ້ອນ ເພື່ອໃຫ້ຂ້ອຍສາມາດເຮັດໄດ້ດີຫຼາຍກ່ຽວກັບວີດີໂອເພງ, ແຕ່ເມື່ອຂ້ອຍເຫັນວ່າເອື້ອຍເຢເກືອບຈະເຮັດສຳລັບກັບການສ້າງການຟ້ອນຂອງລາວໃນຂະນະທີ່ຂ້ອຍຍັງບໍ່ທັນເຮັດສຳເລັດແມ່ນແຕ່ການອອກແບບທ່າຟ້ອນຂອງຂ້ອຍ, ຂ້ອຍກັງວົນໃຈຫຼາຍ. ພະຍາຍາມເລັ່ງຄວາມໄວ ແລະ ປັບປຸງຄຸນນະພາບ, ຂ້ອຍເລີ່ມຮຽກຮ້ອງອ້າຍນ້ອງແທ້ໆໃນການຊ້ອມຂອງພວກເຮົາ. ຄັ້ງໜຶ່ງ ຂ້ອຍຮ້າຍອ້າຍນ້ອງຄົນໜຶ່ງດ້ວຍນ້ຳສຽງທີ່ໃຈຮ້າຍເມື່ອເຫັນວ່າລາວຟ້ອນຜິດສອງສາມຈັງຫວະ ໂດຍຢ້ານວ່າ ຖ້າລາວຟ້ອນບໍ່ໄດ້ດີ, ມັນຈະສົ່ງຜົນກະທົບຕໍ່ໂຄງການ ແລະ ຂ້ອຍຈະບໍ່ລື່ນເອື້ອຍເຢ. ກ່ອນການຖ່າຍທຳ, ອ້າຍນ້ອງຄົນໜຶ່ງຊີ້ໃຫ້ເຫັນວ່າ ບໍ່ມີການຟ້ອນພຽງພໍໃນບົດນຳ. ຂ້ອຍຄິດວ່າລາວເວົ້າຖືກ, ແຕ່ໃນຕອນນັ້ນ ຂ້ອຍຄິດບໍ່ອອກວ່າຈະຕື່ມຫຍັງໃສ່, ດັ່ງນັ້ນລາວຈຶ່ງແນະນຳໃຫ້ຂ້ອຍໄປປຶກສາກັບເອື້ອຍເຢ. ຂ້ອຍບໍ່ດີໃຈແທ້ໆທີ່ໄດ້ຍິນແບບນີ້. ການໄປລົມກັບລາວໃນຊ່ວງເວລາທີ່ສໍາຄັນເຊັ່ນນີ້ຈະບໍ່ເຮັດໃຫ້ຂ້ອຍເບິ່ງຄືວ່າມີຄວາມສາມາດ ໜ້ອຍກວ່າລາວບໍ? ຖ້າເອື້ອຍເຢມີສ່ວນຮ່ວມ, ແລ້ວໃຜຈະເປັນຜູ້ໄດ້ຮັບຄວາມດີຄວາມຊອບສຸດທ້າຍ? ຂ້ອຍໃຊ້ເວລາ ແລະ ແຮງໄປກັບມັນຫຼາຍ ແລະ ຂ້ອຍເກືອບຈະເຮັດຜົນງານສຸດທ້າຍສຳເລັດ. ບໍ່ມີທາງທີ່ຂ້ອຍຈະໄປຖາມລາວ. ດັ່ງນັ້ນ ຂ້ອຍຈຶ່ງເວົ້າວ່າ “ຢ່າຟ້າວສະດຸດກັບລາຍລະອຽດເລັກໆນ້ອຍໆໃນຕອນນີ້ເລີຍ. ເມື່ອມັນຢູ່ໃນວິດີໂອພວກເຮົາສາມາດກວດເບິ່ງວ່າໂດຍລວມແລ້ວມັນອອກມາເປັນແນວໃດ”. ຕໍ່ມາ ຜູ້ນຳໄດ້ເບິ່ງວີດີໂອເພງຂອງພວກເຮົາ ແລະ ເວົ້າວ່າມັນບໍ່ໄດ້ຕາມມາດຕະຖານຂອງການເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ມັນຕ້ອງໄດ້ຖືກເຮັດໃໝ່. ຂ້ອຍເສຍໃຈຫຼາຍທີ່ໄດ້ຍິນແບບນີ້ ນັ້ນກໍ່ຄື ມັນຄືມີມີດດວງໜຶ່ງແທງຊອດຫົວໃຈຂອງຂ້ອຍ. ຂ້ອຍຄິດວ່າ “ຕອນນີ້ ຂ້ອຍຖືກເຮັດໃຫ້ອັບອ້າຍແທ້ໆ. ຄົນອື່ນໆທຸກຄົນຈະເຫັນຂ້ອຍໃນສິ່ງທີ່ຂ້ອຍເປັນ. ພວກເຂົາຈະຄິດວ່າຂ້ອຍບໍ່ເກັ່ງສ່ຳເອື້ອຍເຢຢ່າງແນ່ນອນ ແລະ ຄິດວ່າຂ້ອຍບໍ່ມີຄວາມສາມາດໃນວຽກຂອງຂ້ອຍ. ແຕ່ນີ້ໄປ ຂ້ອຍຈະຮັກສາຈຸດຢືນໃນທີມໄດ້ແນວໃດ?” ໃນຊ່ວງເວລາສອງສາມມື້ນັ້ນ, ຂ້ອຍບໍ່ສາມາດຄິດກ່ຽວກັບສິ່ງໃດໆ ນອກຈາກໜ້າຕາ ແລະ ສະຖານະຂອງຂ້ອຍ. ຍາມກາງຄືນ ຂ້ອຍກໍ່ນອນບໍ່ຫຼັບ, ຂ້ອຍເຊືອບຫຼັບໃນທີ່ຊຸມນຸມ ແລະ ຂ້ອຍບໍ່ໄດ້ໃສ່ໃຈໃນໜ້າທີ່ຂອງຂ້ອຍ.

ມື້ໜຶ່ງ, ຜູ້ນ້ຳຂອງຂ້ອຍໄດ້ມາສົນທະນາກັບຂ້ອຍ. ເຫັນວ່າຂ້ອຍຂາດຄວາມເຂົ້າໃຈກ່ຽວກັບໂຕເອງຢ່າງສິ້ນເຊີງ, ລາວເປີດໂປງ ແລະ ຈັດການກັບຂ້ອຍ ໂດຍເວົ້າວ່າ ຂ້ອຍອິດສາພອນສະຫວັນຂອງຄົນອື່ນເພື່ອປົກປ້ອງຊື່ສຽງ ແລະ ຕຳແໜ່ງຂອງຂ້ອຍເອງ, ວ່າຂ້ອຍບໍ່ໄດ້ຄຳນຶງເຖິງພາລະກິດຂອງຄຣິດຕະຈັກເລີຍ ແລະ ຂ້ອຍເຫັນແກ່ໂຕ ແລະ ໜ້າລັງກຽດ. ລາວບອກໃຫ້ຂ້ອຍທົບທວນເບິ່ງໂຕເອງແທ້ໆ ແລະ ລາວໄດ້ອ່ານບົດຄວາມນີ້ຈາກພຣະທຳຂອງພຣະເຈົ້າແກ່ຂ້ອຍ: “ທັນທີທີ່ມັນສໍາຜັດກັບຕໍາແໜ່ງ, ໃບໜ້າ ຫຼື ຊື່ສຽງ, ຫົວໃຈຂອງທຸກຄົນເຕັ້ນແຮງຢ່າງຄາດບໍ່ເຖິງ ແລະ ພວກເຈົ້າແຕ່ລະຄົນກໍຢາກໂດດເດັ່ນ, ມີຊື່ສຽງ ແລະ ເປັນທີ່ຮັບຮູ້ຢູ່ສະເໝີ. ທຸກຄົນບໍ່ເຕັມໃຈທີ່ຈະຍອມແພ້, ແຕ່ກັບປາຖະໜາທີ່ຈະໂຕ້ຖຽງຢູ່ສະເໝີ. ເຖິງແມ່ນວ່າການໂຕ້ຖຽງກັນເປັນສິ່ງທີ່ໜ້າອາຍ ແລະ ບໍ່ໄດ້ຮັບອະນຸຍາດຢູ່ໃນເຮືອນຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຖ້າບໍ່ມີການໂຕ້ຖຽງກັນ, ເຈົ້າກໍຍັງບໍ່ພໍໃຈ. ເມື່ອເຈົ້າເຫັນຄົນໃດໜຶ່ງໂດດເດັ່ນ, ເຈົ້າຮູ້ສຶກອິດສາ, ກຽດຊັງ ແລະ ມັນບໍ່ຍຸຕິທຳ. ‘ເປັນຫຍັງຂ້ອຍຈຶ່ງບໍ່ສາມາດໂດດເດັ່ນໄດ້? ເປັນຫຍັງຄົນຜູ້ນັ້ນຈຶ່ງໂດດເດັ່ນສະເໝີ ແລະ ມັນບໍ່ເຄີຍເປັນທີຂອງຂ້ອຍຈັກເທື່ອ?’ ຈາກນັ້ນເຈົ້າກໍຮູ້ສຶກເຖິງຄວາມຂຸນເຄື່ອງໃຈບາງຢ່າງ. ເຈົ້າພະຍາຍາມທີ່ຈະປາບມັນ, ແຕ່ເຈົ້າເຮັດບໍ່ໄດ້. ເຈົ້າອະທິຖານຫາພຣະເຈົ້າ ແລະ ຮູ້ສຶກດີຂຶ້ນຊົ່ວໄລຍະໜຶ່ງ, ແຕ່ເມື່ອເຈົ້າຜະເຊີນໜ້າກັບສະຖານະການແບບນີ້ອີກ, ເຈົ້າກໍບໍ່ສາມາດເອົາຊະນະມັນໄດ້. ນີ້ບໍ່ໄດ້ສະແດງເຖິງວຸດທິພາວະຄວາມບໍ່ເປັນຜູ້ໃຫຍ່ບໍ? ການທີ່ຄົນໆໜຶ່ງກຳລັງຕົກຢູ່ໃນສະພາວະເຊັ່ນນີ້ເປັນກັບດັກບໍ? ສິ່ງເຫຼົ່ານີ້ເປັນໂສ້ລ່າມແຫ່ງທຳມະຊາດອັນເສື່ອມຊາມຂອງຊາຕານທີ່ຜູກມັດມະນຸດ... ຍິ່ງເຈົ້າດິ້ນຮົນຫຼາຍສ່ຳໃດ, ຄວາມມືດມົນຍິ່ງອ້ອມຮອບ ເຈົ້າຫຼາຍຂຶ້ນ ແລະ ເຈົ້າຍິ່ງຮູ້ສຶກອິດສາ ແລະ ກຽດຊັງຫຼາຍຂຶ້ນ ແລະ ຄວາມປາຖະໜາຢາກໄດ້ຂອງເຈົ້າຍິ່ງແຂງແກ່ນຂຶ້ນສ່ຳນັ້ນ. ຍິ່ງຄວາມປາຖະໜາຢາກໄດ້ຂອງເຈົ້າແຂງແກ່ນຂຶ້ນສ່ຳໃດ, ເຈົ້າຍິ່ງມີຄວາມສາມາດໜ້ອຍລົງສ່ຳນັ້ນ ແລະ ເນື່ອງຈາກເຈົ້າໄດ້ຮັບໜ້ອຍລົງ, ຄວາມກຽດຊັງຂອງເຈົ້າຈະເພີ່ມຂຶ້ນ. ເນື່ອງຈາກວ່າຄວາມກຽດຊັງຂອງເຈົ້າເພີ່ມຂຶ້ນ, ເຈົ້າຈະມືດມົນຢູ່ພາຍໃນຫຼາຍຂຶ້ນ. ຍິ່ງເຈົ້າມືດມົນຢູ່ພາຍໃນຫຼາຍຂຶ້ນສ່ຳໃດ, ເຈົ້າຍິ່ງຈະປະຕິບັດໜ້າທີ່ຂອງເຈົ້າບໍ່ໄດ້ດີຫຼາຍສ່ຳນັ້ນ; ຍິ່ງເຈົ້າປະຕິບັດໜ້າທີ່ຂອງເຈົ້າບໍ່ໄດ້ດີຫຼາຍສ່ຳໃດ, ເຈົ້າຍິ່ງເປັນປະໂຫຍດໜ້ອຍລົງສ່ຳນັ້ນ. ນີ້ແມ່ນວົງຈອນຊົ່ວຮ້າຍທີ່ເຊື່ອມໂຍງກັນ. ຖ້າເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີຈັກເທື່ອ, ເຈົ້າຈະຖືກກຳຈັດເທື່ອລະໜ້ອຍ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າເຫຼົ່ານີ້ແມ່ນສາຍລົມພັດເປົ່າທີ່ແທ້ຈິງສຳລັບຂ້ອຍ. ສິ່ງທີ່ພຣະເຈົ້າເປີດເຜີຍແມ່ນສະພາວະຂອງຂ້ອຍເອງຢ່າງແນ່ນອນ. ຂ້ອຍອິດສາຄວາມສາມາດຂອງເອື້ອຍເຢຕະຫຼອດມາ, ພຽງແຕ່ດິ້ນລົນເພື່ອຊື່ສຽງ ແລະ ຜົນກຳໄລ. ມັນເປັນທີ່ຂະຍະຂະແຍງຕໍ່ພຣະເຈົ້າ. ຂ້ອຍຫວນຄິດເຖິງວ່າຂ້ອຍໄດ້ອິດສາເອື້ອຍເຢພຽງໃດນັບຕັ້ງແຕ່ລາວເຂົ້າຮ່ວມກັບທີມ ແລະ ຂ້ອຍເຫັນວ່າລາວມີທັກສະສ່ຳໃດ. ຂ້ອຍຢ້ານວ່າຄົນອື່ນຈະນັບຖືລາວ ແລະ ດູຖູກຂ້ອຍ ແລະ ຕໍາແໜ່ງຂອງຂ້ອຍກໍຈະຖືກຄຸກຄາມ. ດັ່ງນັ້ນ ຂ້ອຍຈຶ່ງເລີ່ມຂັດແຍ່ງກັບລາວຢ່າງລັບໆ, ພະຍາຍາມຄິດຫາຊ່ອງທາງພິສູດໂຕເອງ. ເມື່ອຂ້ອຍເຫັນວ່າການອອກແບບທ່າຟ້ອນໃນໂຄງການຟ້ອນຂອງລາວນັ້ນຄືບໜ້າໄວກວ່າຂອງຂ້ອຍ, ຂ້ອຍຮຽກຮ້ອງອ້າຍເອື້ອຍນ້ອງເກີນໄປ ເພື່ອທີ່ວ່າຂ້ອຍຈະບໍ່ຕາມຫຼັງລາວ. ມັນຊັດເຈນຫຼາຍທີ່ວ່າມີບາງສິ່ງທີ່ເອື້ອຍເຢ ແລະ ຂ້ອຍຄວນໄດ້ສົນທະນາກັນ, ແຕ່ຂ້ອຍພົບຂໍ້ແກ້ໂຕທີ່ຈະເຮັດໃຫ້ລາວອອກຫ່າງຈາກເລື່ອງນີ້ ເພາະຢ້ານວ່າລາວຈະລັກເອົາຄວາມດີຄວາມຊອບທັງໝົດ. ຜົນທີ່ໄດ້ຄື, ບັນຫາບາງຢ່າງບໍ່ໄດ້ຖືກແກ້ໄຂທັນເວລາ ແລະ ແມ່ນແຕ່ຫຼັງຈາກທີ່ອ້າຍເອື້ອຍນ້ອງໄດ້ທຸ້ມເທເວລາ ແລະ ພະລັງງານທັງໝົດແລ້ວ, ມັນກໍ່ຍັງອອກມາບໍ່ດີພໍທີ່ຈະໃຊ້ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້. ເມື່ອຜູ້ນຳຄຣິສຕະຈັກຈັດແຈງໃຫ້ເອື້ອຍເຢເຮັດວຽກຮ່ວມກັບຂ້ອຍໃນໜ້າທີ່ຂອງຂ້ອຍນັ້ນ ແມ່ນເພື່ອໃຫ້ພວກເຮົາສາມາດນຳເອົາຈຸດແຂງທີ່ແຕກຕ່າງກັນອອກມາເທິງໂຕ ແລະ ອອກແບບທ່າຟ້ອນໃຫ້ດີເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ, ແຕ່ຂ້ອຍບໍ່ໄດ້ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າເລີຍ. ຂ້ອຍແຂ່ງຂັນເພື່ອຊື່ສຽງ ແລະ ຜົນປະໂຫຍດຢູ່ຕະຫຼອດ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກ. ຂ້ອຍບໍ່ໄດ້ເຮັດຫຍັງເລີຍ ນອກຈາກຄວາມຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ. ຄວາມຄິດນີ້ເຮັດໃຫ້ຂ້ອຍຢ້ານເລັກນ້ອຍ ແລະ ຂ້ອຍເຕັມໄປດ້ວຍຄວາມເສຍໃຈ. ຂ້ອຍອະທິຖານຫາພຣະເຈົ້າ ແລະ ບໍ່ຕ້ອງການອິດສາຄວາມສຳເລັດຂອງຄົນອື່ນ ຫຼື ແຂ່ງຂັນເພື່ອຊື່ສຽງ ແລະ ຜົນປະໂຫຍດອີກຕໍ່ໄປ. ຂ້ອຍຕ້ອງການກັບໃຈຫາພຣະເຈົ້າ, ເຮັດວຽກຢ່າງດີກັບເອື້ອຍເຢ ແລະ ເຮັດໜ້າທີ່ຂອງພວກເຮົາຢ່າງກົມກຽວກັນ.

ໃນການອອກແບບທ່າຟ້ອນທີ່ພວກເຮົາໄດ້ເຮັດວຽກຮ່ວມກັນຫຼັງຈາກນັ້ນ, ທັດສະນະຄະຕິຂອງຂ້ອຍກໍ່ດີຂຶ້ນແດ່. ຍັງມີບາງຄັ້ງທີ່ຂ້ອຍຍັງຮູ້ສຶກອິດສາລາວ, ແຕ່ຂ້ອຍຮູ້ວ່າຂ້ອຍຄວນຍຶດໝັ້ນກັບວຽກຂອງຄຣິສຕະຈັກ, ບໍ່ແມ່ນຜົນປະໂຫຍດສ່ວນໂຕຂອງຂ້ອຍເອງ. ຂ້ອຍປະຖິ້ມເນື້ອໜັງຢ່າງມີສະຕິ ແລະ ຕັ້ງໂຕໃໝ່, ຄິດກ່ຽວກັບວ່າຈະເຮັດວຽກກັບເອື້ອຍນ້ອງຂອງຂ້ອຍແນວໃດເພື່ອປັບປຸງໂຄງການໃຫ້ດີຂຶ້ນ. ເພື່ອພວກເຮົາປະສົບກັບບັນຫາ ຫຼື ຄວາມຫຍຸ້ງຍາກ, ພວກເຮົາກໍ່ມັກຈະສົນທະນາກັນ ແລະ ພວກເຮົາເປີດໃຈກ່ຽວກັບຄວາມເສື່ອມຊາມໃດໆທີ່ພວກເຮົາສະແດງອອກ, ສະແຫວງຫາຄວາມຈິງເພື່ອແກ້ໄຂມັນຢ່າງມີສ່ວນຮ່ວມ. ຫຼັງຈາກນັ້ນ, ຂ້ອຍກໍ່ເຫັນການຊີ້ນຳ ແລະ ພຣະພອນຂອງພຣະເຈົ້າ ນັ້ນກໍຄື ການຟ້ອນໄດ້ຖືກອອກແບບໄວແທ້ໆ. ຂ້ອຍຍັງປະສົບກັບຄວາມຮູ້ສຶກສະບາຍໃຈ ແລະ ການຫຼຸດພົ້ນທີ່ມາຈາກການປະຕິບັດຄວາມຈິງ.

ສອງສາມເດືອນຕໍ່ມາ ເອື່ອຍເຢ ແລະ ຂ້ອຍກໍ່ໄດ້ເຮັດວຽກຮ່ວມກັນອີກ ເພື່ອວາງແຜນການສະແດງເທິງເວທີ. ທຳອິດ ສິ່ງຕ່າງໆດຳເນີນໄປໂດຍໄວ ແລະ ອ້າຍເອື້ອຍນ້ອງກໍ່ມັກວິທີທີ່ພວກເຮົາອອກແບບທ່າການຟ້ອນລຳ. ຂ້ອຍຮູ້ສຶກພໍໃຈກັບໂຕເອງແທ້ໆ. ມື້ໜຶ່ງ ຜູ້ນຳຖາມວ່າການອອກແບບທ່າຟ້ອນເປັນແນວໃດ ແລະ ຂ້ອຍກໍ່ຕອບຢ່າງມີຄວາມສຸກວ່າ “ພວກເຮົາກຳລັງກ້າວໜ້າຫຼາຍ”. ແລ້ວເອື້ອຍນ້ອງຍິງຄົນໜຶ່ງກໍ່ເວົ້າຂຶ້ນມາວ່າ “ເອື້ອຍເຢມີຄວາມຄິດທີ່ດີຫຼາຍ ແລະ ໂຄງປະກອບທົ່ວໄປກໍ່ງາມດີເຊັ່ນກັນ”. ຂ້ອຍທີ່ຮູ້ສຶກລໍາຄານຄິດວ່າ “ເປັນຫຍັງເຈົ້າຈຶ່ງເວົ້າແບບນັ້ນ? ຕອນນີ້ທຸກຄົນກໍ່ຮູ້ແລ້ວວ່າຄວາມຄິດສຳລັບການຟ້ອນລຳມາຈາກເອື້ອຍເຢ ແລະ ພວກເຂົາຈະຄິດວ່າຂ້ອຍບໍ່ເກັ່ງສ່ຳກັບລາວ. ຂ້ອຍຕ້ອງຄິດຫາວິທີທີ່ຈະເຮັດບາງສິ່ງໃຫ້ສຳເລັດດ້ວຍໂຕເອງ, ບໍ່ດັ່ງນັ້ນ ຜູ້ນຳ ແລະ ອ້າຍເອື້ອຍນ້ອງຈະຄິດແນວໃດກັບຂ້ອຍ?” ຄັ້ງໜຶ່ງ, ໃນລະຫວ່າງການອອກແບບທ່າຟ້ອນ, ຂ້ອຍຄິດເຖິງນະວະນິຍາຍ, ການເຄື່ອນໄຫວກາຍຍະກໍາ. ຂ້ອຍທີ່ຕື່ນເຕັ້ນຄິດວ່າ, “ຂ້ອຍເກັ່ງດ້ານກາຍຍະສິນ. ຕາບໃດທີ່ພວກເຮົາຝຶກຊ້ອມສິ່ງນີ້ໃຫ້ດີ, ບໍ່ພຽງແຕ່ຈະເພີ່ມຈຸດທີ່ສົດໃສໃຫ້ກັບການຟ້ອນ, ແຕ່ວ່າທຸກຄົນຈະເຫັນຈຸດແຂງຂອງຂ້ອຍ. ແລ້ວທຸກຄົນກໍ່ຈະນັບຖືຂ້ອຍ”. ແຕ່ມື້ຕໍ່ມາເມື່ອຂ້ອຍກຳລັງສອນທ່າຟ້ອນນັ້ນໃຫ້ກັບອ້າຍເອື້ອຍນ້ອງ, ພວກເຂົາໃຫ້ຄຳເຫັນວ່າຈັງຫວະໄວເກີນໄປ, ມັນຍາກເກີນໄປ. ແລງມື້ນັ້ນ ເອື້ອຍນ້ອງຄົນໜຶ່ງເຕືອນຂ້ອຍວ່າ “ຜູ້ຄົນອາດເຮັດໃຫ້ໂຕເອງບາດຈັບໄດ້ງ່າຍດ້ວຍທ່າຟ້ອນນັ້ນ. ຂ້ອຍບໍ່ຄິດວ່າພວກເຮົາຄວນຝຶກຊ້ອມມັນ”. ຂ້ອຍກັງວົນແທ້ໆວ່າພວກເຂົາຈະແທນທີ່ມັນດ້ວຍທ່າຟ້ອນອື່ນ ແລະ ເມື່ອຮອດເວລາ ຂ້ອຍຈະສາມາດປຽບທຽບກັບເອື້ອຍເຢໄດ້ແນວໃດ? ດັ່ງນັ້ນ ຂ້ອຍຈຶ່ງຊຸກຍູ້ໃຫ້ທຸກຄົນຝຶກຊ້ອມມັນສອງສາມຄັ້ງ ແລະ ຂ້ອຍຍອມແພ້ກໍຕໍ່ເມື່ອເອື້ອຍນ້ອງຫຼາຍຄົນໄດ້ເຮັດໃຫ້ໂຕເອງບາດຈັບຈາກການຕົກ. ຂ້ອຍເສຍໃຈ ແລະ ຮູ້ສຶກບໍ່ດີ, ດັ່ງນັ້ນ ຂ້ອຍຈຶ່ງຂໍໂທດທີມງານ ແລະ ແກ້ໄຂທ່າຟ້ອນ, ແຕ່ຂ້ອຍຍັງບໍ່ໄດ້ໄຕ່ຕອງຕົນເອງໃນແງ່ມຸມຂອງສິ່ງນັ້ນ. ໃນອີກບໍ່ດົນ, ການຖ່າຍທຳກໍ່ຈະເລີ່ມຂຶ້ນແລ້ວ. ທັງເອື້ອຍເຢ ແລະ ຂ້ອຍກໍ່ເຂົ້າຮ່ວມໃນການສະແດງດ້ວຍ. ໃນລະຫວ່າງການຖ່າຍທຳ, ຂ້ອຍຮູ້ສຶກວ່າຂ້ອຍຟ້ອນບໍ່ໄດ້ດີໃນຕອນທີ່ຂ້ອຍຖືກຖ່າຍ, ດັ່ງນັ້ນ ຂ້ອຍຈຶ່ງຂໍໃຫ້ຜູ້ກຳກັບຖ່າຍຄືນອີກຫຼາຍໆຮອບ. ຕໍ່ມາຂ້ອຍເຫັນວ່າ ເກືອບທຸກຕອນ ເອື້ອຍເຢແມ່ນຢູ່ສ່ວນໜ້າ, ແຕ່ໄລຍະໃກ້ໜຶ່ງດຽວຂອງຂ້ອຍແມ່ນຈາກດ້ານຂ້າງ. ຂ້ອຍຄໍຕົກເລີຍ. ໃນການຖ່າຍທຳພາກຕໍ່ໆໄປ, ຂ້ອຍບໍ່ສາມາດຍິ້ມອອກໄດ້ ແລະ ການຟ້ອນລຳຂອງຂ້ອຍບໍ່ມີຊີວິດຊີວາ. ຂ້ອຍພຽງໝົກໝຸ້ນຢູ່ກັບວ່າຂ້ອຍຈະສາມາດເຕັ້ນໃຫ້ດີກວ່າເອື້ອຍເຢໄດ້ແນວໃດ. ຂ້ອຍບໍ່ມີໃຈທີ່ຈະເບິ່ງສາກການຟ້ອນລຳທີ່ຂ້ອຍຄວນກວດເບິ່ງ ແລະ ຂ້ອຍບໍ່ໄດ້ສົນວ່າການສະແດງເປັນພະຍານໃຫ້ແກ່ພຣະເຈົ້າ ຫຼື ບໍ່. ດັ່ງນັ້ນ, ເມື່ອວີດີໂອອອກມາ, ທຸກຄົນເວົ້າວ່າການຟ້ອນລຳແຂງທື້ເກີນໄປ, ຂັດກັນເກີນໄປ ແລະ ມັນບໍ່ພຽງແຕ່ບໍ່ດີພໍທີ່ຈະເຮັດໃຫ້ພຣະເຈົ້າພໍໃຈເທົ່ານັ້ນ, ແຕ່ມັນຍັງໜ້າອັບອາຍສຳລັບພຣະເຈົ້າດ້ວຍ. ຕໍ່ມາ ຜູ້ນຳເວົ້າວ່າ ຂ້ອຍຕິດຢູ່ກັບສະພາວະຂອງການແຂ່ງຂັນເພື່ອຊື່ສຽງ ແລະ ຜົນປະໂຫຍດ ແລະ ບໍ່ບັນລຸຫຍັງເລີຍໃນໜ້າທີ່ຂອງຂ້ອຍ, ດັ່ງນັ້ນ ລາວຈຶ່ງໄລ່ຂ້ອຍອອກຈາກໜ້າທີ່ຮັບຜິດຊອບຂອງຂ້ອຍ. ຂ້ອຍເສຍໃຈຫຼາຍ. ທຳອິດ, ຂ້ອຍພຽງຕ້ອງການເຮັດໜ້າທີ່ຂອງຕົນໃຫ້ດີ ແລະ ເຮັດໃຫ້ພຣະເຈົ້າພໍໃຈ, ແຕ່ເນື່ອງຈາກວ່າຂ້ອຍເຮັດວຽກເພື່ອຈຸດມຸ່ງໝາຍທີ່ເຫັນແກ່ຕົວຂອງຂ້ອຍເອງ, ບັນດາໂຄງການທີ່ຂ້າພະເຈົ້າວາງເຂົ້າກັນບໍ່ພຽງແຕ່ບໍ່ສາມາດເປັນພະຍານຕໍ່ພຣະເຈົ້າໄດ້, ແຕ່ພວກມັນເຮັດໃຫ້ພຣະອົງອັບອາຍ. ນີ້ແມ່ນການເຮັດຜິດ. ຂ້ອຍໄດ້ສູນເສຍໂອກາດໃນການເຮັດໜ້າທີ່ຂອງຕົນຜ່ານການຟ້ອນລຳ. ຂ້ອຍຮ້ອງໄຫ້ດົນຫຼາຍແທ້ໆ.

ຫຼັງຈາກນັ້ນ, ຂ້ອຍກໍສືບຕໍ່ຄິດຊ້ຳໄປຊ້ຳມາ, “ຂ້ອຍຮູ້ດີວ່າການຕໍ່ສູ້ເພື່ອຊື່ສຽງ ແລະ ຜົນປະໂຫຍດນັ້ນບໍ່ຖືກຕ້ອງ, ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ສາມາດຢຸດໂຕເອງຈາກການເຮັດຕາມສິ່ງເຫຼົ່ານັ້ນໄດ້ຊ້ຳແລ້ວຊ້ຳອີກ? ແມ່ນຫຍັງຄືເຫດຜົນທີ່ແທ້ຈິງ?” ຂ້ອຍອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າຄັ້ງໜຶ່ງເມື່ອຂ້ອຍກຳລັງເຮັດການເຝົ້າດ່ຽວ: “ຊາຕານໃຊ້ຊື່ສຽງ ແລະ ຜົນປະໂຫຍດເພື່ອຄວບຄຸມຄວາມຄິດຂອງມະນຸດ, ຈົນສິ່ງດຽວທີ່ຜູ້ຄົນຄິດເຖິງກໍຄືຊື່ສຽງ ແລະ ຜົນປະໂຫຍດ. ພວກເຂົາດີ້ນຮົນເພື່ອຊື່ສຽງ ແລະ ຜົນປະໂຫຍດ, ທົນທຸກກັບຄວາມລໍາບາກເພື່ອຊື່ສຽງ ແລະ ຜົນປະໂຫຍດ, ອົດທົນຕໍ່ຄວາມອັບອາຍເພື່ອຊື່ສຽງ ແລະ ຜົນປະໂຫຍດ, ເສຍສະຫຼະທຸກສິ່ງທີ່ພວກເຂົາມີເພື່ອຊື່ສຽງ ແລະ ຜົນປະໂຫຍດ ແລະ ພວກເຂົາຈະຕັດສິນໃຈ ແລະ ຕັດສິນໂດຍເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດ. ໃນລັກສະນະນີ້, ຊາຕານຜູກມັດຜູ້ຄົນດ້ວຍໂສ້ທີ່ເບິ່ງບໍ່ເຫັນ ແລະ ພວກເຂົາບໍ່ມີກຳລັງ ຫຼື ຄວາມກ້າຫານທີ່ຈະໂຍນໂສ້ເຫຼົ່ານັ້ນຖິ້ມ. ພວກເຂົາແບກຫາບໂສ້ເຫຼົ່ານີ້ໂດຍບໍ່ຮູ້ຕົວ ແລະ ຍ່າງຢ່າງອິດເມື່ອຍໄປຂ້າງໜ້າດ້ວຍຄວາມຫຍຸ້ງຍາກຫຼາຍ. ຍ້ອນເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດນີ້, ມະນຸດຊາດຈຶ່ງຫຼີກເວັ້ນພຣະເຈົ້າ ແລະ ຫັກຫຼັງພຣະອົງ ແລະ ພາກັນເປັນຄົນຊົ່ວຮ້າຍໜັກຂຶ້ນເລື້ອຍໆ. ສະນັ້ນ ໃນລັກສະນະນີ້ ມະນຸດແຕ່ລະຮຸ່ນຈຶ່ງຖືກທຳລາຍໃນທ່າມກາງຊື່ສຽງ ແລະ ຜົນປະໂຫຍດຂອງຊາຕານ. ເມື່ອເບິ່ງການກະທຳຂອງຊາຕານໃນຕອນນີ້ແລ້ວ, ແຮງຈູງໃຈໃນການກະທໍາຊົ່ວຂອງມັນບໍ່ເປັນຕາລັງກຽດທີ່ສຸດບໍ? ບາງເທື່ອ ໃນປັດຈຸບັນ ພວກເຈົ້າຍັງບໍ່ສາມາດເບິ່ງອອກເຖິງແຮງຈູງໃຈອັນຊົ່ວຊ້າຂອງຊາຕານ ຍ້ອນພວກເຈົ້າຄິດວ່າມະນຸດບໍ່ສາມາດດຳລົງຊີວິດຢູ່ໄດ້ຫາກຂາດຊື່ສຽງ ແລະ ຜົນປະໂຫຍດ. ເຈົ້າຄິດວ່າ ຖ້າຜູ້ຄົນປະຖິ້ມຊື່ສຽງ ແລະ ຜົນປະໂຫຍດໄວ້ເບື້ອງຫຼັງ, ພວກເຂົາກໍຈະບໍ່ສາມາດເຫັນຫົນທາງທີ່ຢູ່ເບື້ອງໜ້າໄດ້ອີກຕໍ່ໄປ, ບໍ່ສາມາດເຫັນເປົ້າໝາຍຂອງພວກເຂົາໄດ້ອີກຕໍ່ໄປ, ອະນາຄົດຂອງພວກເຂົາກໍຈະມືດມິດ, ມືດມົວ ແລະ ເສົ້າໝອງ. ແຕ່ມື້ໜຶ່ງ ພວກເຈົ້າທຸກຄົນຈະຄ່ອຍໆເຂົ້າໃຈວ່າ ຊື່ສຽງ ແລະ ຜົນປະໂຫຍດແມ່ນໂສ້ແຫ່ງວິບັດທີ່ຊາຕານໃຊ້ເພື່ອຜູກມັດມະນຸດ. ເມື່ອມື້ນັ້ນມາເຖິງ, ເຈົ້າກໍຈະຕໍ່ຕ້ານການຄວບຄຸມຂອງຊາຕານຢ່າງສຸດຂີດ ແລະ ຕໍ່ຕ້ານໂສ້ທີ່ຊາຕານໃຊ້ເພື່ອຜູກມັດເຈົ້າຈົນເຖິງທີ່ສຸດ. ເມື່ອເຖິງເວລາທີ່ເຈົ້າຕ້ອງການໂຍນທຸກສິ່ງທີ່ຊາຕານໄດ້ປູກຝັງໃນຕົວເຈົ້ານັ້ນອອກໄປ, ເຈົ້າກໍຈະຕັດຂາດຈາກຊາຕານຢ່າງສົມບູນ ແລະ ເຈົ້າຈະກຽດຊັງທຸກສິ່ງທີ່ຊາຕານນໍາມາໃຫ້ເຈົ້າຢ່າງແທ້ຈິງ. ພຽງແຕ່ເມື່ອນັ້ນ ມະນຸດຊາດຈຶ່ງຈະມີຄວາມຮັກ ແລະ ປາຖະໜາພຣະເຈົ້າຢ່າງແທ້ຈິງ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VI” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າເປີດເຜີຍກົນລະຍຸດ ແລະ ເຈດຈຳນົງຊົ່ວຮ້າຍຂອງຊາຕານໃນການເຮັດໃຫ້ມະນຸດເສື່ອມຊາມ. ມັນໃຊ້ຊື່ສຽງ ແລະ ຜົນປະໂຫຍດເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ ແລະ ຄວບຄຸມຜູ້ຄົນເພື່ອເຮັດໃຫ້ພວກເຂົາກາຍເປັນຄົນຊົ່ວຊ້າ ແລະ ເສື່ອມຊາມຫຼາຍຂຶ້ນເລື້ອຍໆ, ເຖິງກັບເຮັດຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ. ຂ້ອຍໄດ້ຮັບການສຶກສາ ແລະ ໄດ້ຮັບອິດທິພົນຈາກຊາຕານຕັ້ງແຕ່ຂ້ອຍຍັງນ້ອຍ. “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ” ແລະ “ມະນຸດປະຊື່ຂອງເຂົາໄວ້ໃນບ່ອນໃດກໍຕາມທີ່ເຂົາຢູ່ ເຊັ່ນດຽວກັບຫ່ານທີ່ຮ້ອງອອກມາບ່ອນໃດກໍຕາມທີ່ມັນບິນໄປ”. ປັດຊະຍາຂອງຊາຕານເຫຼົ່ານີ້ໄດ້ຝັງຮາກເລິກລົງໃນຕົວຂ້ອຍ. ບໍ່ວ່າຂ້ອຍຢູ່ໃນກຸ່ມໃດກໍຕາມ, ຂ້ອຍຕ້ອງການໂດດເດັ່ນ, ຕ້ອງການໄດ້ຮັບການຍົກຍ້ອງ ແລະ ສັນລະເສີນ. ການເຫັນຄົນເກັ່ງ ເຮັດໃຫ້ຂ້ອຍອິດສາ ແລະ ຂ້ອຍພະຍາຍາມຄິດທຸກສິ່ງເພື່ອທີ່ຈະເໜືອກວ່າ, ດິ້ນລົນເພື່ອຊື່ສຽງ ແລະ ຜົນປະໂຫຍດຢູ່ສະເໝີ, ເຮັດໃຫ້ທຸກໃຈຍ້ອນເລ້ກົນຂອງຊາຕານ. ອຸປະນິໄສຂອງຂ້ອຍກໍ່ອວດດີ ແລະ ຊົ່ວຮ້າຍຂຶ້ນເລື້້ອຍໆ. ເມື່ອຫວນຄິດເຖິງການອອກແບບທ່າຟ້ອນ, ຂ້ອຍຕ້ອງການເອົາຊະນະເອື້ອຍເຢດ້ວຍທັກສະດ້ານວິຊາການຂອງຂ້ອຍ, ແຕ່ຂ້ອຍບໍ່ໄດ້ສົນໃຈວ່ານັກສະແດງສາມາດຮັບມືກັບມັນໄດ້ບໍ ເຊິ່ງຈົບລົງດ້ວຍການທີ່ເອື້ອຍນ້ອງຫຼາຍຄົນໄດ້ຮັບບາດເຈັບໃນລະຫວ່າງການຝຶກຊ້ອມ. ໃນຂະນະທີ່ພວກເຮົາຖ່າຍທຳ, ຂ້ອຍຕ້ອງການໃຊ້ໄລຍະໃກ້ພຽງໜຶ່ງດຽວຂອງຂ້ອຍເພື່ອສະແດງວ່າຂ້ອຍດີກວ່າເອື້ອຍເຢ, ດັ່ງນັ້ນເມື່ອທ່າຟ້ອນຂອງຂ້ອຍເຂົ້າໄປໃນການຖ່າຍຈຶ່ງເບິ່ງວ່າບໍ່ສົມບູນແບບພໍສຳລັບຂ້ອຍ, ຂ້ອຍໄດ້ໃຫ້ຜູ້ກຳກັບຖ່າຍທຳຄືນໃໝ່ຫຼາຍຄັ້ງ, ເອົາວຽກເອົາງານແທ້ໆ. ໃນທີ່ສຸດ, ເມື່ອຂ້ອຍເຫັນວ່າມີພຽງດ້ານຂ້າງຂອງໜ້າຂ້ອຍເທົ່ານັ້ນທີ່ຖືກຖ່າຍທຳ ໃນຂະນະທີ່ເກືອບທຸກການຖ່າຍທຳຂອງເອື້ອຍເຢແມ່ນຈາກທາງໜ້າ, ຂ້ອຍກໍ່ເຕັມໄປດ້ວຍຄວາມເຄືອງໃຈ ແລະ ຢູ່ໃນສະພາວະຂອງການຄິດລົບ ແລະ ການຕໍ່ຕ້ານ ແລະ ບໍ່ມີໃຈທີ່ຈະຟ້ອນໃຫ້ດີເພື່ອເປັນພະຍານໃຫ້ພຣະເຈົ້າ. ຜົນທີ່ໄດ້ຄື ການຟ້ອນລຳຂອງຂ້ອຍເຮັດໃຫ້ພຣະເຈົ້າອັບອາຍ. ການອອກແບບທ່າຟ້ອນຂອງຂ້ອຍບໍ່ແມ່ນເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ, ແຕ່ເພື່ອອວດອ້າງ ເປັນການສ່ວນຕົວ. ການຕໍ່ສູ້ຂອງຂ້ອຍເພື່ອຊື່ສຽງ ແລະ ຜົນປະໂຫຍດ ຂັດຂວາງວຽກງານຂອງຄຣິສຕະຈັກຢ່າງຮ້າຍແຮງ ແລະ ທຳຮ້າຍອ້າຍເອື້ອຍນ້ອງຂອງຂ້ອຍດ້ວຍ. ພຶດຕິກຳຂອງຂ້ອຍໜ້າລັງກຽດຫຼາຍ, ເປັນຕາຊັງຫຼາຍສຳລັບພຣະເຈົ້າ! ແລ້ວພຣະທຳເຫຼົ່ານີ້ຂອງພຣະເຈົ້າກໍ່ເຂົ້າມາໃນຫົວຂອງຂ້ອຍ: “‘ຫົນທາງທີ່ຊົ່ວຊ້າ’ ນີ້ບໍ່ໄດ້ໝາຍເຖິງການກະທຳຊົ່ວຮ້າຍເລັກນ້ອຍ, ແຕ່ໝາຍເຖິງແຫຼ່ງທີ່ມາຂອງພຶດຕິກຳຊົ່ວຮ້າຍຂອງຜູ້ຄົນ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າຊ່ວຍຂ້ອຍໃຫ້ຮັບຮູ້ວ່າ ຂ້ອຍບໍ່ໄດ້ຖືກຖອນອອກຈາກໜ້າທີ່ຂອງຂ້ອຍ ຍ້ອນຂ້ອຍໄດ້ເຮັດສິ່ງທີ່ບໍ່ດີບາງຢ່າງ. ມັນເກີດຂຶ້ນຈາກຮາກເຫງົ້າ, ຈຸດເລີ່ມຕົ້ນການກະທຳຂອງຂ້ອຍ ແລະ ເສັ້ນທາງທີ່ຂ້ອຍຢູ່ລ້ວນແລ້ວແຕ່ຊົ່ວຮ້າຍ. ນັບຕັ້ງແຕ່ເອື້ອຍເຢເລີ່ມເຮັດວຽກກັບຂ້ອຍ, ຂ້ອຍກໍໄດ້ອິດສາລາວ, ຕໍ່ສູ້ເພື່ອຜົນປະໂຫຍດຂອງຂ້ອຍເອງ. ຂ້ອຍເຮັດກິດຈະການສ່ວນຕົວຂອງຂ້ອຍເອງ. ຂ້ອຍພຽງເຮັດຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ. ໃນຄວາມຄິດນີ້, ຂ້ອຍກໍ່ເຕັມໄປດ້ວຍຄວາມຢ້ານ. ຂ້ອຍເຫັນວ່າການສະແຫວງຫາຊື່ສຽງ ແລະ ສະຖານະແມ່ນເສັ້ນທາງທີ່ກົງກັນຂ້າມກັບພຣະເຈົ້າ ແລະ ຖ້າຂ້ອຍບໍ່ໄດ້ກັບໃຈ, ໃນທີ່ສຸດ ຂ້ອຍກໍຈະຖືກກຳຈັດ ແລະ ຖືກລົງໂທດ. ຂ້ອຍຮູ້ສຶກເສຍໃຈຢ່າງແຮງ. ຂ້ອຍເຊັດນ້ຳຕາຢ່າງຂົມຂື່ນ ແລະ ອະທິຖານຫາພຣະເຈົ້າວ່າ “ໂອ ພຣະເຈົ້າ! ຂ້ານ້ອຍໄດ້ຖືກໄລ່ອອກຈາກໜ້າທີ່ຂອງຂ້ານ້ອຍ. ນີ້ແມ່ນອຸປະນິໄສອັນຊອບທຳຂອງພຣະອົງທີ່ໄດ້ເປີດເຜີຍແກ່ຂ້ານ້ອຍ ແລະ ມັນແມ່ນການປົກປ້ອງຂອງພຣະອົງສຳລັບຂ້ານ້ອຍ. ຂອບໃຈພຣະອົງທີ່ຈັດແຈງສະຖານະການນີ້ເພື່ອຢຸດຂ້ານ້ອຍໃນເສັ້ນທາງຊົ່ວຮ້າຍຂອງຂ້ານ້ອຍໄດ້ທັນເວລາ. ຂ້ານ້ອຍຕ້ອງການກັບໃຈຕໍ່ພຣະອົງ”.

ໃນມື້ຕໍ່ໆມາ, ຂ້ອຍເທດສະໜາຂ່າວປະເສີດຢູ່ໃນຄຣິສຕະຈັກໃນຂະນະທີ່ເຮັດການເຝົ້າດ່ຽວ ແລະ ການໄຕ່ຕອງໂຕເອງດ້ວຍ. ທຸກເທື່ອທີ່ຂ້ອຍຄິດເຖິງການຫຼິ້ນຕະຫຼົກຂອງຂ້ອຍໃນໜ້າທີ່ຂອງຂ້ອຍພຽງເພື່ອຊື່ສຽງ ແລະ ຜົນປະໂຫຍດ, ຂ້ອຍບໍ່ຮູ້ສຶກຫຍັງເລີຍນອກຈາກຄວາມເສຍໃຈ. ຂ້ອຍກຽດຊັງໂຕເອງທີ່ບໍ່ໄດ້ເຫັນຄ່າໂອກາດທີ່ພຣະເຈົ້າໄດ້ມອບໃຫ້ຂ້ອຍໃນທີມຟ້ອນ. ເມື່ອຂ້ອຍເບິ່ງວີດີໂອເພງເຫຼົ່ານັ້ນ, ຂ້ອຍຢາກກັບໄປ ແລະ ເລີ່ມໃໝ່ແຕ່ຕົ້ນ, ແຕ່ຂ້ອຍຮູ້ວ່າມັນເປັນໄປບໍ່ໄດ້. ສິ່ງທີ່ຂ້ອຍສາມາດເຮັດໄດ້ຄືການເຮັດໜ້າທີ່ຂ່າວປະເສີດຂອງຂ້ອຍຢ່າງດຸໝັ່ນ ເພື່ອທົດແທນການລະເມີດຂອງຂ້ອຍໃນອະດີດ. ແຕ່ທີ່ເຮັດໃຫ້ຂ້ອຍປະຫຼາດໃຈ, ພຽງໜຶ່ງເດືອນຕໍ່ມາ ຜູ້ນຳຄຣິສຕະຈັກໃຫ້ຂ້ອຍເຂົ້າຮ່ວມທີມຟ້ອນອີກຄັ້ງ. ຂ້ອຍຕືນຕັ້ນໃຈຫຼາຍຈາກຂ່າວນີ້ ຈົນຂ້ອຍບໍ່ສາມາດຢຸດຮ້ອງໄຫ້ໄດ້ ແລະ ຂ້ອຍຕັ້ງໃຈທີ່ຈະຮັກສາໂອກາດນີ້ໄວ້, ເຊົາແລ່ນຕາມຊື່ສຽງ ແລະ ຜົນປະໂຫຍດ, ເຮັດວຽກຮ່ວມກັບອ້າຍເອື້ອຍນ້ອງໃຫ້ດີ ແລະ ເຮັດໜ້າທີ່ຂອງຂ້ອຍຢ່າງດີເພື່ອຕອບແທນຄວາມຮັກຂອງພຣະເຈົ້າ.

ຫຼັງຈາກກັບເຂົ້າມາຮ່ວມທີມອີກ, ໜຶ່ງໃນການຝຶກຊ້ອມຂອງພວກເຮົາ, ເອື້ອຍເຢກ່າວວ່າ ທ່າຟ້ອນທີ່ຂ້ອຍສອນອ້າຍເອື້ອຍນ້ອງບໍ່ໄດ້ມາດຕະຖານ. ຕອນນັ້ນ ຂ້ອຍຮູ້ສຶກອັບອາຍແທ້ໆ, ຄິດວ່າ “ເຈົ້າວິຈານຂ້ອຍຕໍ່ໜ້າຄົນອື່ນແບບນັ້ນໄດ້ແນວໃດ? ຕອນນີ້ພວກເຂົາຄົງກຳລັງຄິດວ່າຂ້ອຍບໍ່ຮອດລະດັບຂອງເຈົ້າຢ່າງແນ່ນອນ. ເຈົ້າຮູ້ບໍວ່າຂ້ອຍກໍ່ເປັນມືອາຊີບເຊັ່ນກັນ ແລະ ຂ້ອຍສັງເກດເຫັນວ່າທ່າເຕັ້ນຂອງເຈົ້າກໍ່ບໍ່ສົມບູນແບບເຊັ່ນກັນ”. ຂ້ອຍຢາກຍົກເລີກທ່າເຕັ້ນທີ່ລາວໄດ້ອອກແບບ. ແລ້ວຂ້ອຍກໍ່ຮັບຮູ້ວ່າ ຂ້ອຍກຳລັງຄິດເຖິງຊື່ສຽງ ແລະ ຜົນປະໂຫຍດຂອງຂ້ອຍເອງອີກແລ້ວ, ດັ່ງນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າຢູ່ໃນໃຈ. ຂ້ອຍຄິດເຖິງພຣະທຳເຫຼົ່ານີ້ຂອງພຣະເຈົ້າຫຼັງຈາກຄຳອະທິຖານຂອງຂ້ອຍ: “ສາມາດອ່ອນນ້ອມກໍຫຼາຍຂຶ້ນ ແລະ ປ່ອຍວາງຄວາມສົນໃຈຕໍ່ຕົວເອງ, ຄວາມໂອຫັງ ແລະ ຄວາມພາກພູມໃຈ ແລະ ເຮັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ, ເມື່ອນັ້ນເທົ່ານັ້ນ ພຣະເຈົ້າຈຶ່ງຈະຈື່ພວກເຂົາ. ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ແມ່ນການກະທໍາທີ່ດີ! ບໍ່ວ່າຜູ້ຄົນຈະເຮັດຫຍັງ ເຊັ່ນຄວາມໂອຫັງ ແລະ ຄວາມພາກພູມໃຈຂອງພວກເຂົາ ຫຼື ຄວາມສະຫງ່າລາສີຂອງພຣະເຈົ້າ ແມ່ນຫຍັງຄືສິ່ງສໍາຄັນກວ່າ? (ຄວາມສະຫງ່າລາສີຂອງພຣະເຈົ້າ.) ແມ່ນຫຍັງທີ່ສໍາຄັນກວ່າ, ຄວາມຮັບຜິດຊອບ ຫຼື ສິດຜົນປະໂຫຍດຂອງເຈົ້າ? (ຄວາມຮັບຜິດຊອບຂອງພວກເຮົາ.) ການເຮັດໜ້າທີ່ຂອງເຈົ້າໃຫ້ສໍາເລັດແມ່ນສິ່ງທີ່ສໍາຄັນທີ່ສຸດ ແລະ ເຈົ້າຈະມີໜ້າທີ່ຕໍ່ສິ່ງເຫຼົ່ານັ້ນ... ເຈົ້າຈະມອບບູລິມະສິດທໍາອິດໃຫ້ແກ່ໜ້າທີ່ຂອງເຈົ້າ, ໃຫ້ແກ່ພຣະເຈົ້າ, ໃຫ້ແກ່ການເປັນພະຍານເພື່ອພຣະອົງ ແລະ ໃຫ້ແກ່ຄວາມຮັບຜິດຊອບຂອງຕົວເຈົ້າເອງ. ນີ້ແມ່ນວິທີທີ່ດີທີ່ສຸດໃນການເປັນພະຍານ ແລະ ມັນຈະນໍາເອົາຄວາມອັບອາຍມາໃຫ້ຊາຕານ!” (ຄັດຈາກບົດ “ການຮັບເອົາພຣະເຈົ້າ ແລະ ຄວາມຈິງແມ່ນສິ່ງທີ່ມີຄວາມສຸກທີ່ສຸດ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ມີແສງສະຫວ່າງສ່ອງເຂົ້າມາໃນໂຕຂ້ອຍ. ບໍ່ແມ່ນພຣະເຈົ້າກຳລັງທົດລອງຂ້ອຍດ້ວຍສະຖານະການນີ້ບໍ? ເມື່ອໃດກໍ່ຕາມທີ່ມີຂໍ້ຂັດແຍ່ງລະຫວ່າງຜົນປະໂຫຍດສ່ວນຕົວຂອງຂ້ອຍ ແລະ ຜົນປະໂຫຍດໃນຄົວເຮືອນຂອງພຣະເຈົ້າ, ຂ້ອຍຄວນສຸມໃສ່ການເຮັດໃຫ້ບັນລຸຄວາມປະສົງຂອງພຣະເຈົ້າ ແລະ ປະຕິບັດຄວາມຈິງເພື່ອເຮັດໃຫ້ຊາຕານອັບອາຍ. ເມື່ອຂ້ອຍສະຫງົບລົງ ແລະ ຄິດເຖິງມັນ, ຂ້ອຍເຫັນວ່າຂ້ອຍບໍ່ໄດ້ສອນທ່າຟ້ອນໃຫ້ອ້າຍເອື້ອຍນ້ອງຢ່າງຖືກຕ້ອງ. ເອື້ອຍເຢເປັນຄົນກົງໄປກົງມາໜ້ອຍໜຶ່ງ ແລະ ນັ້ນເປັນສິ່ງທີ່ໜ້າອັບອາຍສຳລັບຂ້ອຍ, ແຕ່ລາວຖືກຕ້ອງ ແລະ ຂ້ອຍຮູ້ວ່າຂ້ອຍຄວນຍອມຮັບຄຳແນະນຳຂອງລາວ. ຫຼັງຈາກປະຖິ້ມໂຕເອງ ແລະ ແກ້ໄຂແຮງຈູງໃຈຂອງຂ້ອຍໃຫ້ຖືກຕ້ອງແລ້ວ, ເອື້ອຍເຢ ແລະ ຂ້ອຍໄດ້ສຳເລັດການອອກແບບທ່າຟ້ອນຮ່ວມກັນໂດຍໄວ. ຂ້ອຍຍັງຮູ້ສຶກສະບາຍໃຈ ແລະ ສະຫງົບສຸກໂດຍການປະຕິບັດໜ້າທີ່ຂອງຂ້ອຍດ້ວຍວິທີນັ້ນ.

ປະສົບການນັ້ນສະແດງໃຫ້ຂ້ອຍເຫັນຢ່າງແທ້ຈິງວ່າ ການພິພາກສາ ແລະ ການຕິສອນຂອງພຣະເຈົ້າແມ່ນຄວາມຮັກ ແລະ ຄວາມລອດພົ້ນຂອງພຣະອົງສຳລັບຂ້ອຍ. ການພິພາກສາ ແລະ ການຕິສອນຂອງພຣະເຈົ້າປຸກຂ້ອຍໃຫ້ຕື່ນຂຶ້ນ ແລະ ເຮັດໃຫ້ຂ້ອຍເຫັນແກ່ນແທ້ ແລະ ຜົນຕາມມາທີ່ອັນຕະລາຍຂອງການແລ່ນຕາມຊື່ສຽງ ແລະ ຜົນປະໂຫຍດ. ສິ່ງນັ້ນເຮັດໃຫ້ມຸມມອງທີ່ຜິດຂອງຂ້ອຍຖືກຕ້ອງ ແລະ ຂ້ອຍເລີ່ມສະແຫວງຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມເປັນຈິງຢ່າງໜັກແໜ້ນ, ດຳລົງຊີວິດຄືກັບມະນຸດ. ຂໍຂອບໃຈພຣະເຈົ້າ!

ກ່ອນນີ້: 31. ການຍຶດໝັ້ນໃນໜ້າທີ່ຂອງຂ້ອຍ

ຕໍ່ໄປ: 33. ໂສ້ລ່າມແຫ່ງຊື່ສຽງ ແລະ ກຳໄລ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນໄດ້ແນວໃດ?

ຄືກັນກັບຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເກີດຂຶ້ນຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ກາຍມາເປັນເນື້ອໜັງ....

ພາກສະເໜີໂດຍຫຍໍ້ ກ່ຽວກັບປະຫວັດຂອງການປາກົດຕົວ ແລະ ພາລະກິດຂອງພຣະຄຣິດໃນຍຸກສຸດທ້າຍໃນປະເທດຈີນ

ປະເທດຈີນແມ່ນດິນແດນທີ່ມັງກອນແດງຍິ່ງໃຫຍ່ອາໄສຢູ່ ແລະ ເປັນດິນແດນທີ່ໄດ້ຕໍ່ຕ້ານ ແລະ ປະນາມພຣະເຈົ້າຢ່າງຮ້າຍແຮງຕະຫຼອດປະຫວັດສາດ. ປະເທດຈີນແມ່ນປ້ອມປະການຂອງພວກຜີສາດ ແລະ ເປັນຄຸກທີ່ຄວບຄຸມໂດຍມານຮ້າຍ ທີ່ບໍ່ສາມາດເຈາະເຂົ້າ ແລະ ແຊກຊຶມເຂົ້າໄດ້. ຍິ່ງໄປກວ່ານັ້ນ, ລະບົບການປົກຄອງຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນຢືນຍາມຢູ່ໃນທຸກລະດັບ ແລະ ໄດ້ກໍ່ຕັ້ງກອງກໍາລັງປ້ອງກັນໃນທຸກຄົວເຮືອນ. ດ້ວຍເຫດນັ້ນ, ບໍ່ມີບ່ອນໃດ ທີ່ຈະເຜີຍແຜ່ຂ່າວປະເສີດຂອງພຣະເຈົ້າ ແລະ ດໍາເນີນພາລະກິດຂອງພຣະເຈົ້າໄດ້ຍາກລໍາບາກໄປກວ່າບ່ອນນີ້ອີກແລ້ວ. ໃນເວລາທີ່ພັກຄອມມູນິດຈີນຂຶ້ນຄອງອໍານາດໃນປີ 1949, ການເຊື່ອຖືໃນສາສະໜາໃນປະເທດຈີນແຜ່ນດິນໃຫຍ່ແມ່ນຖືກປາບປາມ ແລະ ຖືກຫ້າມຢ່າງສິ້ນເຊີງ.

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້