33. ໂສ້ລ່າມແຫ່ງຊື່ສຽງ ແລະ ກຳໄລ

ໂດຍ ເຈຍລີ່, ສະເປນ

ໃນປີ 2015, ຂ້ອຍໄດ້ຖືກເລືອກໃຫ້ເປັນຜູ້ນຳຄຣິດຕະຈັກໃນການຄັດເລືອກປະຈຳປີ. ຂ້ອຍຕື່ນເຕັ້ນແທ້ໆ, ຄິດວ່າການຖືກເລືອກໃຫ້ເປັນຜູ້ນຳຈາກອ້າຍເອື້ອຍນ້ອງຫຼາຍສິບຄົນຕ້ອງໝາຍຄວມວ່າຂ້ອຍດີກວ່າຄົນອື່ນໆ. ໃນໜ້າທີ່ຂອງຂ້ອຍນັບແຕ່ນັ້ນມາ, ອ້າຍເອື້ອຍນ້ອງຈະມາຫາຂ້ອຍເພື່ອໂອ້ລົມເມື່ອພວກເຂົາມີຄວາມຫຍຸ້ງຍາກໃນການເຂົ້າສູ່ຊີວິດ ແລະ ທີມຜູ້ນຳຈະສົນທະນາເຖິງບັນຫາທີ່ພວກເຂົາຜະເຊີນໃນພາລະກິດຂອງຄຣິດຕະຈັກກັບຂ້ອຍ. ຂ້ອຍບໍ່ສາມາດຊ່ວຍໄດ້ ແຕ່ມີຄວາມຮູ້ສຶກເຖິງຄວາມເໜືອກວ່ານີ້. ຂ້ອຍຍ່າງໄປມາຢ່າງອວດດີ, ເອີກເດັ້ງອອກ ແລະ ຂ້ອຍກໍປ່ຽມດ້ວຍຄວາມໝັ້ນໃຈເມື່ອສົນທະນາໃນທີ່ຊຸມນຸມ. ຫຼັງຈາກນັ້ນໄລຍະໜຶ່ງ, ຂ້ອຍສັງເກດເຫັນວ່າ ເອື້ອຍຫລູ່ຍ ເຊິ່ງເປັນເພື່ອນຮ່ວມງານຄົນໜຶ່ງທີ່ມີຄວາມສາມາດດີ, ການສົນທະນາຂອງລາວກ່ຽວກັບຄວາມຈິງນັ້ນຊັດເຈນຫຼາຍ ແລະ ລາວສາມາດເຂົ້າໃຈຮາກເງົ້າບັນຫາຂອງຜູ້ຄົນເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ລາວຍັງຊີ້ໃຫ້ເຫັນເສັ້ນທາງປະຕິບັດ ແລະ ທຸກຄົນຕ້ອງການໄດ້ຍິນການສົນທະນາຂອງລາວ. ແຕ່ຂ້ອຍບໍ່ຕ້ອງການທີ່ຈະພ່າຍແພ້, ດັ່ງນັ້ນ ຂ້ອຍຈຶ່ງກະກຽມຢ່າງຮອບຄອບກ່ອນການຊຸມນຸມທຸກຄັ້ງ, ລະດົມສະໝອງຂອງຂ້ອຍ ຄິດຫາວິທີສົນທະນາທີ່ເຂົ້າໃຈໄດ້ຫຼາຍຂຶ້ນ ແລະ ມີແສງສະຫວ່າຫຼາຍຂຶ້ນເພື່ອໃຫ້ຂ້ອຍເບິ່ງຄືວ່າດີກວ່າລາວ. ເມື່ອຂ້ອຍເຫັນອ້າຍເອື້ອຍນ້ອງງຶກຫົວເຫັນດີເມື່ອຂ້ອຍຈົບການສົນທະນາ, ຂ້ອຍຮູ້ສຶກພໍໃຈກັບຕົນເອງຫຼາຍ ແລະ ມີຄວາມຮູ້ສຶກເຖິງຄວາມສຳເລັດ. ແລ້ວຕໍ່ມາ ຂ້ອຍກໍຄົ້ນພົບວ່າ ເພື່ອນຮ່ວມງານຂອງຂ້ອຍ ອ້າຍເຈງ ຂ້ອນຂ້າງມີຄວາມຮູ້ມືອາຊີບກ່ຽວກັບຮູບເງົາ ແລະ ລາວເກັ່ງດ້ານຄອມພິວເຕີ. ອ້າຍເອື້ອຍນ້ອງທີ່ເຮັດໜ້າທີ່ຖ່າຍຮູບເງົາຈະມັກສົນທະນາເລື່ອງຕ່າງໆທີ່ກ່ຽວຂ້ອງກັບລາວເລື້ອຍໆ ແລະ ໃນນາມຜູ້ນຳຄຣິດຕະຈັກ ຂ້ອຍບໍ່ມີຫຍັງຈະເພີ່ມເຕີມ. ຂ້ອຍຮູ້ສຶກຄືກັບວ່າເປັນລໍ້ທີຫ້າ ແລະ ນັ້ນເຮັດໃຫ້ຂ້ອຍບໍ່ພໍໃຈແທ້ໆ. ຂ້ອຍຄິດວ່າ ໂດຍການນຳຫາອ້າຍເຈງ ເມື່ອໃດກໍ່ຕາມທີ່ພວກເຂົາມີບັນຫາ, ພວກເຂົາຕ້ອງຄິດວ່າຂ້ອຍບໍ່ເຂົ້າກັນກັບລາວ. ຂ້ອຍຄິດວ່າຄົງຈະເປັນການດີຖ້າຂ້ອຍຮູ້ບາງສິ່ງກ່ຽວກັບຮູບເງົາເຊັ່ນກັນ, ແລ້ວອ້າຍເອື້ອຍນ້ອງຈະປຶກຫສາບັນຫາຂອງພວກເຂົາກັບຂ້ອຍ. ຂ້ອຍເລີ່ມລຸກແຕ່ເຊົ້າ ແລະ ເຂົ້ານອນຊ້າເພື່ອຄົ້ນຫາ ແລະ ຮຽນຮູ້ກ່ຽວກັບວິທີການເຮັດຮູບເງົາ ເພື່ອໃຫ້ຂ້ອຍສາມາດຮູ້ຫຼາຍຂຶ້ນ. ຂ້ອຍເພີກເສີຍຕໍ່ບັນຫາທັງໝົດໃນຄຣິດຕະຈັກ ຕະຫຼອດຮອດສະພາວະຂອງອ້າຍເອື້ອຍນ້ອງ. ຫຼັງຈາກນັ້ນຊົ່ວໄລຍະໜຶ່ງ, ບັນຫາຕ່າງໆກໍເລີ່ມປາກົດຂຶ້ນໃນວຽກງານຂອງຫຼາຍທີມທີ່ຂ້ອຍບໍ່ສາມາດແກ້ໄຂໄດ້ ບໍ່ວ່າຂ້ອຍໄດ້ສົນທະນາ ຫຼື ຈັດການຊຸມນຸມແນວໃດກໍຕາມ. ເນື່ອງຈາກວ່າສະພາວະຂອງອ້າຍເອື້ອຍນ້ອງບໍ່ໄດ້ຖືກແກ້ໄຂ, ຄວາມຄືບໜ້າຂອງການຜະລິດຮູບເງົາຖືກຂັດຂວາງ ແລະ ເກີດມີບັນຫາຕາມໆກັນມາ. ຂ້ອຍຢູ່ພາຍໃຕ້ຄວາມກົດດັນຫຼາຍ ຈົນຂ້ອຍເກືອບຫາຍໃຈບໍ່ອອກ. ຂ້ອຍຮູ້ສຶກທໍລະມານ. ຂ້ອຍກັງວົນກ່ຽວກັບສິ່ງທີ່ຄົນອື່ນຈະຄິດກັບຂ້ອຍ, ຖ້າພວກເຂົາຈະຄິດວ່າຂ້ອຍຂາດຄວາມສາມາດໃນຖານະຜູ້ນຳຢ່າງສິ້ນເຊີງ ແລະ ຂ້ອຍບໍ່ມີຄຸນສົມບັດທີ່ຈະເຮັດໜ້າທີ່ນັ້ນ. ເບິ່ງຄືກັບວ່າຂ້ອຍຈະບໍ່ສາມາດຮັກສາຕຳແໜ່ງຜູ້ນຳຂອງຂ້ອຍໄວ້ໄດ້. ຂ້ອຍຄິດລົບຫຼາຍຂຶ້ນເມື່ອຂ້ອຍຄິດກ່ຽວກັບເລື່ອງນີ້. ຂ້ອຍຮູ້ສຶກຄືກັບໝາກປູມເປົ້າແວບ ແລະ ບໍ່ມີພະລັງເທົ່າທີ່ຂ້ອຍເຄີຍມີມາກ່ອນ. ການດຳລົງຊີວິດໃນທາງລົບ ແລະ ລະເລີຍໃນໜ້າທີ່ຂອງຕົນ, ໃນທີ່ສຸດ ຂ້ອຍກໍ່ສູນເສຍພາລະກິດຂອງພຣະວິນຍານບໍລິສຸດ. ເນື່ອງຈາກວ່າຂ້ອຍບໍ່ໄດ້ບັນລຸສິ່ງໃດໃນໜ້າທີ່ຂອງຂ້ອຍ, ຂ້ອຍຈຶ່ງຖືກປ່ຽນແທນ. ໃນຂະນະນີ້, ຂ້ອຍຮູ້ສຶກວ່າຂ້ອຍໄດ້ເສຍໜ້າຢ່າງສິ້ນເຊີງ ແລະ ຂ້ອຍຢາກໃຫ້ຜືນແຜ່ນດິນກືນກິນຂ້ອຍເສຍ. ຂ້ອຍຍັງສົງໄສເຊັ່ນກັນວ່າ “ອ້າຍເອື້ອຍນ້ອງຈະເວົ້າວ່າຂ້ອຍເປັນຜູ້ນຳຈອມປອມຜູ້ທີ່ບໍ່ໄດ້ປະຕິບັດວຽກງານທີ່ແທ້ຈິງບໍ?” ຍິ່ງຂ້ອຍຄິດຫຼາຍເທົ່າໃດ ຂ້ອຍກໍ່ຍິ່ງບໍ່ສະບາຍໃຈຫຼາຍຂຶ້ນເທົ່ານັ້ນ.

ຂ້ອຍນອນພິກໂຕໄປມາໃນຄືນນັ້ນ, ບໍ່ສາມາດນອນຫຼັບໄດ້. ຂ້ອຍຮ້ອງຫາພຣະເຈົ້າໃນຄຳອະທິຖານຊ້ຳແລ້ວຊ້ຳອີກ, ຮ້ອງຂໍໃຫ້ພຣະອົງຊີ້ນຳຂ້ອຍໃຫ້ຮູ້ຈັກສະພາວະຂອງຕົນເອງ. ແລ້ວຂ້ອຍກໍ່ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ໃນການສະແຫວງຫາຂອງພວກເຈົ້າ, ພວກເຈົ້າມີແນວຄິດ, ຄວາມຫວັງ ແລະ ອະນາຄົດສ່ວນຕົວຫຼາຍເກີນໄປ. ພາລະກິດໃນປັດຈຸບັນແມ່ນເພື່ອຈັດການກັບຄວາມປາຖະໜາຂອງພວກເຈົ້າສຳລັບສະຖານະ ແລະ ຄວາມປາຖະໜາທີ່ເກີນຂອບເຂດຂອງພວກເຈົ້າ. ຄວາມຫວັງ, ສະຖານະ ແລະ ແນວຄິດຕ່າງໆລ້ວນແລ້ວແຕ່ເປັນຕົວແທນຊັ້ນຍອດຂອງອຸປະນິໄສຂອງຊາຕານ. ເຫດຜົນທີ່ສິ່ງເຫຼົ່ານີ້ມີຢູ່ໃນຫົວໃຈຂອງຜູ້ຄົນ ທັງໝົດກໍຍ້ອນພິດຂອງຊາຕານກັດເຊາະຄວາມຄິດຂອງຜູ້ຄົນຢູ່ສະເໝີ ແລະ ຜູ້ຄົນກໍບໍ່ສາມາດກຳຈັດການລໍ້ລວງເຫຼົ່ານີ້ຂອງຊາຕານໄດ້ຕະຫຼອດເວລາ. ພວກເຂົາກໍາລັງດຳລົງຊີວິດທ່າມກາງຄວາມບາບ ແຕ່ບໍ່ເຊື່ອວ່າ ມັນຄືຄວາມບາບ ແລະ ພວກເຂົາຍັງຄິດວ່າ: ‘ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພຣະອົງຕ້ອງປະທານພອນມາຍັງພວກຂ້ານ້ອຍ ແລະ ຈັດແຈງທຸກສິ່ງສຳລັບພວກຂ້ານ້ອຍຢ່າງເໝາະສົມ. ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພວກຂ້ານ້ອຍຕ້ອງດີກວ່າຄົນອື່ນ ແລະ ພວກຂ້ານ້ອຍຕ້ອງມີສະຖານະທີ່ສູງກວ່າ ແລະ ອະນາຄົດທີ່ດີກວ່າຄົນອື່ນໆ. ຍ້ອນພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ພຣະອົງຕ້ອງມອບພອນຢ່າງຫຼວງຫຼາຍໃຫ້ກັບພວກຂ້ານ້ອຍ. ບໍ່ດັ່ງນັ້ນ, ສິ່ງນັ້ນກໍບໍ່ຖືກເອີ້ນວ່າເປັນການເຊື່ອໃນພຣະເຈົ້າ’... ຍິ່ງເຈົ້າສະແຫວງຫາໃນລັກສະນະນີ້ຫຼາຍສໍ່າໃດ ເຈົ້າກໍຍິ່ງຈະເກັບກ່ຽວໄດ້ໜ້ອຍສໍ່ານັ້ນ. ຍິ່ງຄວາມປາຖະໜາສຳລັບສະຖານະຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຕ້ອງຖືກຈັດການຢ່າງຈິງຈັງຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງຈະຕ້ອງຜະເຊີນກັບການຫຼໍ່ຫຼອມຫຼາຍສໍ່ານັ້ນ. ຄົນປະເພດນັ້ນໄຮ້ຄ່າຫຼາຍ! ພວກເຂົາຕ້ອງຖືກຈັດການ ແລະ ຖືກພິພາກສາຢ່າງພຽງພໍ ເພື່ອພວກເຂົາຈະປະຖິ້ມສິ່ງເຫຼົ່ານີ້ໂດຍສິ້ນເຊີງ. ຖ້າພວກເຈົ້າສະແຫວງຫາໃນລັກສະນະນີ້ຈົນເຖິງເວລາສຸດທ້າຍ, ພວກເຈົ້າກໍຈະບໍ່ໄດ້ເກັບກ່ຽວຫຍັງເລີຍ. ຄົນທີ່ບໍ່ສະແຫວງຫາຊີວິດແມ່ນບໍ່ສາມາດຖືກປ່ຽນແປງໄດ້ ແລະ ຄົນທີ່ບໍ່ກະຫາຍຫາຄວາມຈິງແມ່ນບໍ່ສາມາດໄດ້ຮັບຄວາມຈິງ. ເຈົ້າບໍ່ໃສ່ໃຈໃນການສະແຫວງຫາການປ່ຽນແປງສ່ວນຕົວ ແລະ ການເຂົ້າສູ່, ແຕ່ກົງກັນຂ້າມໃສ່ໃຈໃນຄວາມປາຖະໜາທີ່ເກີນຂອບເຂດ ແລະ ສິ່ງຕ່າງໆທີ່ຈຳກັດຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ກີດກັ້ນເຈົ້າບໍ່ໃຫ້ຫຍັບເຂົ້າໃກ້ພຣະອົງ. ສິ່ງເຫຼົ່ານັ້ນສາມາດປ່ຽນແປງເຈົ້າໄດ້ບໍ? ສິ່ງເຫຼົ່ານັ້ນສາມາດນໍາເຈົ້າເຂົ້າສູ່ອານາຈັກໄດ້ບໍ?” (ຄັດຈາກບົດ “ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍໄຕ່ຕອງສະພາວະຫຼ້າສຸດຂອງຂ້ອຍຫຼັງຈາກອ່ານຂໍ້ຄວາມນີ້. ນັບຕັ້ງແຕ່ຮັບໜ້າທີ່ເປັນຜູ້ນຳ, ຂ້ອຍບໍ່ໄດ້ເຮັດຫຍັງເລີຍ ນອກຈາກການສະແຫວງຫາຊື່ສຽງ ແລະ ສະຖານະ ແລະ ຕ້ອງການເໜືອກວ່າຄົນອື່ນ. ເມື່ອຂ້ອຍເຫັນການສົນທະນາຂອງເອື້ອຍຫລິວກ່ຽວກັບຄວາມຈິງນັ້ນດີກວ່າຂອງຂ້ອຍ, ຂ້ອຍຢ້ານລາວຈະເອົາຊະນະຂ້ອຍ. ຂ້ອຍຄິດເຖິງວິທີການສົນທະນາໃຫ້ດີກວ່າລາວ ເພື່ອວ່າຄົນອື່ນຈະຊື່ນຊົມ ແລະ ສັນລະເສີນຂ້ອຍ. ເມື່ອຂ້ອຍເຫັນອ້າຍເຈງມີທັດສະດ້ານວິຊາຊີບ ແລະ ອ້າຍເອື້ອຍນ້ອງຫຼາຍຄົນເວົ້າກັບລາວກ່ຽວກັບບັນຫາໃນໜ້າທີ່ຂອງພວກເຂົາ. ຂ້ອຍຈຶ່ງອິດສາ ແລະ ປະຕິເສດລາວ. ຂ້ອຍເຮັດວຽກໜັກເພື່ອປະກອບໂຕເອງດ້ວຍຄວາມຮູ້ເພື່ອນຳໜ້າລາວ ແລະ ເຖິງກັບເມີນເສີຍບັນຫາຕ່າງໆພາຍໃນທີມ. ເມື່ອຂ້ອຍບໍ່ສາມາດແກ້ໄຂບັນຫາຂອງອ້າຍເອື້ອຍນ້ອງ, ຂ້ອຍບໍ່ໄດ້ເພິ່ງພຣະເຈົ້າ ຫຼື ສະແຫວງຫາຄວາມຈິງພ້ອມກັບອ້າຍເອື້ອຍນ້ອງ ເພື່ອຊອກຫາວິທີແກ້ໄຂບັນຫາຮ່ວມກັນຜ່ານການສົນທະນາ. ຂ້ອຍພຽງແຕ່ເປັນຫ່ວງການສູນເສຍສະຖານະຂອງຂ້ອຍ, ຢ້ານວ່າຂ້ອຍຈະບໍ່ສາມາດຮັກສາຕຳແໜ່ງຜູ້ນຳຂອງຂ້ອຍໄວ້ໄດ້ ຖ້າຂ້ອຍບໍ່ເຮັດໜ້າທີ່ຂອງຂ້ອຍໄດ້ດີ. ແລ້ວໃນທີ່ສຸດ ຂ້ອຍກໍ່ຮັບຮູ້ວ່າຂ້ອຍບໍ່ໄດ້ປະຕິບັດໜ້າທີ່ຂອງຄົນໂດຍຄຳນຶງເຖິງຄວາມປະສົງຂອງພຣະເຈົ້າເລີຍ, ແຕ່ເພື່ອຕອບສະໜອງຄວາມທະເຍີທະຍານອັນປ່າເຖື່ອນຂອງຂ້ອຍໃຫ້ເໜືອກວ່າຄົນອື່ນ, ເປັນນາຍເໜືອຄົນອື່ນ. ອ້າຍເອື້ອຍນ້ອງມອບຄວາມໄວ້ວາງໃຈຂອງພວກເຂົາໄວ້ກັບຂ້ອຍ ແລະ ຄັດເລືອກເອົາຂ້ອຍເປັນຜູ້ນຳຄຣິດຕະຈັກ, ແຕ່ຂ້ອຍບໍ່ໄດ້ຄຳນຶງເຖິງພາລະກິດຂອງຄຣິດຕະຈັກ ຫຼື ການເຂົ້າສູ່ຊີວິດຂອງພວກເຂົາເລີຍ. ຂ້ອຍບໍ່ໄດ້ກຳລັງແບກຮັບໜ້າທີ່ຂອງຄົນແທ້ໆ ຫຼື ມີຄວາມຮັບຜິດຊອບ ແລະ ສິ່ງນີ້ຈົບລົງດ້ວຍການທຳລາຍພາລະກິດຂອງຄຣິດຕະຈັກ. ຂ້ອຍເຫັນແກ່ຕົວ ແລະ ໜ້າລັງກຽດຫຼາຍ. ຂ້ອຍບໍ່ໄດ້ເຮັດໜ້າທີ່ຂອງຕົນເອງ ນັ້ນກໍ່ຄືຂ້ອຍເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ! ຂ້ອຍເສຍໃຈທີ່ບໍ່ໄດ້ຢູ່ໃນເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງຂ້ອຍ, ແຕ່ສູ້ຊົນເພື່ອຊື່ສຽງ ແລະ ຜົນກຳໄລຢູ່ສະເໝີ, ເຮັດໃຫ້ພຣະເຈົ້າລັງກຽດ. ການຖືກປົດອອກຈາກໜ້າທີ່ຂອງຂ້ອຍແມ່ນການພິພາກສາ ແລະ ການຕິສອນອັນຊອບທຳຂອງພຣະເຈົ້າ. ພຣະອົງບໍ່ໄດ້ສ່ອງສະຫວ່າງຂ້ອຍ, ແຕ່ເຮັດໃຫ້ຂ້ອຍຖືກແທນທີ່ ສະນັ້ນຂ້ອຍຈະຕ້ອງໄຕ່ຕອງພຶດຕິກຳຂອງຂ້ອຍ. ນັ້ນແມ່ນການທີ່ພຣະເຈົ້າປົກປ້ອງ ແລະ ຊ່ວຍຂ້ອຍໃຫ້ລອດພົ້ນ! ສະພາວະຂອງຂ້ອຍປັບປຸງຂຶ້ນເທື່ອລະເລັກລະນ້ອຍຜ່ານຊ່ວງເວລາການເຝົ້າດ່ຽວ ແລະ ການໄຕ່ຕອງ, ດັ່ງນັ້ນ ຜູ້ນຳຄຣິດຕະຈັກໄດ້ຈັດແຈງໃຫ້ຂ້ອຍຮັບໜ້າທີ່ຕາມປົກກະຕິ. ຂ້ອຍຮູ້ສຶກຂອບໃຈພຣະເຈົ້າແທ້ໆທີ່ມອບໂອກາດນັ້ນໃຫ້ຂ້ອຍ ແລະ ຂ້ອຍຕັ້ງໃຈຢ່າງງຽບໆວ່າຂ້ອຍຈະຮັກສາໜ້າທີ່ນັ້ນໄວ້ຢ່າງແນ່ນອນ ແລະ ຢຸດສະແຫວງຫາຊື່ສຽງ ແລະ ສະຖານະໃນເສັ້ນທາງທີ່ຕໍ່ຕ້ານພຣະເຈົ້າ.

ຫຼັງຈາກປະສົບການນັ້ນ, ຂ້ອຍຄິດວ່າຂ້ອຍສາມາດປ່ອຍວາງຄວາມປາຖະໜາຂອງຂ້ອຍສຳລັບຊື່ສຽງ ແລະ ສະຖານະໄດ້ເລັກນ້ອຍ, ແຕ່ຂ້ອຍຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງໂດຍຊາຕານ. ອຸປະນິໄສທີ່ເສື່ອມຊາມບໍ່ສາມາດຖືກແກ້ໄຂໄດ້ດ້ວຍຄວາມເຂົ້າໃຈພຽງເລັກນ້ອຍ ແລະ ການໄຕ່ຕອງ, ດັ່ງນັ້ນ ພຣະເຈົ້າຈຶ່ງກຳນົດສະຖານະການໜຶ່ງຂຶ້ນອີກຄັ້ງເພື່ອເປີດໂປງຂ້ອຍ ແລະ ຊ່ວຍຂ້ອຍໃຫ້ລອດພົ້ນ.

ມີມື້ໜຶ່ງໃນສອງສາມເດືອນຕໍ່ມາ, ຜູ້ນຳຄຣິດຕະຈັກບອກພວກເຮົາໃຫ້ຄັດເລືອກຫົວໜ້າທີມ. ທັນທີທີ່ຂ້ອຍໄດ້ຍິນເລື່ອງນີ້, ຂ້ອຍກໍ່ເລີ່ມຊັ່ງຊາເບິ່ງວ່າ: “ຂ້ອຍຈະມີໂອກາດໄດ້ຮັບເລືອກໃຫ້ເປັນຫົວໜ້າທີມບໍ? ຂ້ອຍຂ້ອນຂ້າງເປັນຄົນງານທີ່ມີຄວາມສາມາດ, ແຕ່ຂ້ອຍບໍ່ມີທັກສະດ້ານວິຊາຊີບໃດໆ, ດັ່ງນັ້ນ ໂອກາດຂອງຂ້ອຍອາດຈະບໍ່ຫຼາຍຂະໜາດນັ້ນ”. ແລ້ວຂ້ອຍກໍພິຈາລະນາອ້າຍເອື້ອຍນ້ອງຄົນອື່ນສອງສາມຄົນພາຍໃນທີມ. ອ້າຍຊາງເກັ່ງໃນທັກສະດ້ານວິຊາຊີບ ແລະ ການສົນທະນາຂອງລາວກ່ຽວກັບຄວາມຈິງນັ້ນແມ່ນສາມາດໃຊ້ໄດ້ແທ້, ບວກກັບລາວຍັງມີຄວາມຍຸຕິທຳ ແລະ ລາວສາມາດຮັກສາພາລະກິດຂອງຄຣິດຕະຈັກໄດ້. ໂດຍລວມແລ້ວ ເບິ່ງຄືກັບວ່າລາວມີໂອກາດໄດ້ຖືກເລືອກຫຼາຍກວ່າ. ຂ້ອຍຄິດກ່ຽວກັບວິທີທີ່ຂ້ອຍເຄີຍມອບໝາຍວຽກໃຫ້ອ້າຍຊາງ ເມື່ອຂ້ອຍເປັນຜູ້ນຳຄຣິດຕະຈັກ, ແຕ່ຖ້າລາວຖືກຄັດເລືອກເປັນຫົວໜ້າທີມ, ລາວຈະບອກຂ້ອຍເຖິງສິ່ງທີ່ຕ້ອງເຮັດ. ນັ້ນຈະບໍ່ເຮັດໃຫ້ຂ້ອຍເບິ່ງຕ່ຳກວ່າລາວບໍ? ຄວາມຄິດນີ້ເຮັດໃຫ້ຂ້ອຍອຶດອັດແທ້ໆ. ເມື່ອຮອດມື້ຄັດເລືອກ, ຂ້ອຍອົດບໍ່ໄດ້ທີ່ຈະກະວົນກະວາຍ ແລະ ການຕໍ່ສູ້ພາຍໃນກໍ່ເລີ່ມຂຶ້ນ: “ຂ້ອຍຄວນລົງຄະແນນສຽງໃຫ້ໃຜ? ຂ້ອຍຄວນລົງຄະແນນສຽງລົງຄະແນນສຽງໃຫ້ອ້າຍຊາງບໍ?” ຂ້ອຍຄິດກ່ຽວກັບວິທີທີ່ອ້າຍເອື້ອຍນ້ອງສ່ວນໃຫຍ່ສົນທະນາຂໍ້ຫຍຸ້ງຍາກໃດໆໃນໜ້າທີ່ຂອງພວກເຂົາກັບລາວ ແລະ ຄົນໃນທີມອື່ນກໍ່ສົນທະນາເຖິງວຽກຂອງພວກເຂົາກັບລາວຕະຫຼອດເວລາເຊັ່ນກັນ ນັ້ນກໍຄື ມັນເຮັດໃຫ້ລາວເບິ່ງດີຫຼາຍ. ຖ້າລາວກາຍເປັນຫົວໜ້າທີມ, ລາວຈະບໍ່ຢູ່ໃນລະດັບທີ່ສູງກວ່າຂ້ອຍບໍ? ຕອນນັ້ນ, ຂ້ອຍບໍ່ຕ້ອງການທີ່ຈະລົງຄະແນນສຽງໃຫ້ລາວອີກຕໍ່ໄປ, ແຕ່ຂ້ອຍຂາດຄວາມຮູ້ດ້ານວິຊາຊີບ ແລະ ຂ້ອຍບໍ່ມີຄຸນສົມບັດທີ່ຈະເປັນຫົວໜ້າທີມ. ຂ້ອຍຮູ້ສຶກທໍ້ແທ້ ແລະ ເສຍໃຈຫຼາຍ ແລະ ຊັງທີ່ຂ້ອຍບໍ່ຮູ້ກ່ຽວກັບວຽກຫຼາຍກວ່ານີ້. ທັນໃດນັ້ນ, ຄວາມຄິດທີ່ເປັນຕາຢ້ານກໍ່ຜຸດຂຶ້ນມາໃນຫົວຂອງຂ້ອຍ: “ຖ້າຂ້ອຍບໍ່ສາມາດເປັນຫົວໜ້າທີມໄດ້, ຂ້ອຍຈະເຮັດໃຫ້ແນ່ໃຈວ່າເຈົ້າກໍ່ບໍ່ໄດ້ເປັນເຊັ່ນກັນ”. ດັ່ງນັ້ນ ຂ້ອຍຈຶ່ງລົງຄະແນນສຽງໃຫ້ອ້າຍຫວູ ຜູ້ທີ່ບໍ່ມີຄວາມຮູ້ດ້ານວິຊາການຫຼາຍປານໃດ. ຂ້ອຍປະຫຼາດໃຈທີ່ອ້າຍຊາງຍັງຄົງເປັນຄົນທີ່ຖືກລົງຄະແນນສຽງໃຫ້ເຂົ້າຮອບ. ຂ້ອຍບໍ່ພໍໃຈທີ່ເຫັນສິ່ງຕ່າງໆກາຍເປັນແບບນັ້ນ ແຕ່ຂ້ອຍກໍ່ຮູ້ສຶກບໍ່ສະບາຍໃຈຂຶ້ນມາທັນທີ, ຄືກັບວ່າຂ້ອຍໄດ້ເຮັດບາງສິ່ງທີ່ໜ້າອັບອາຍ. ແລ້ວຕໍ່ມາຂ້ອຍກໍ່ໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ຖ້າພວກເຂົາເຫັນວ່າໃຜບາງຄົນດີກວ່າຕົນເອງ, ພວກເຂົາກໍ່ກົດຂີ່ຂົ່ມເຫັງພວກເຂົາ, ເລີ່ມສ້າງຂ່າວລືກ່ຽວກັບພວກເຂົາ ຫຼື ໃຊ້ວິທີການບາງຢ່າງທີ່ໄຮ້ຢາງອາຍ ເພື່ອວ່າຄົນອື່ນຈະບໍ່ໃຫ້ຄວາມເຄົາລົບແກ່ພວກເຂົາ ແລະ ເພື່ອວ່າຈະບໍ່ມີໃຜດີໄປກວ່າໃຜ, ແລ້ວນີ້ກໍ່ແມ່ນອຸປະນິໄສທີ່ເສື່ອມຊາມຂອງຄວາມຈອງຫອງ ແລະ ການຖືວ່າຕົນເອງຊອບທຳ, ພ້ອມທັງຄວາມຄົດໂກງ, ຄວາມຫຼອກລວງ ແລະ ຄວາມຮ້າຍກາດ ແລະ ຄົນເຫຼົ່ານີ້ບໍ່ຢຸດທີ່ຈະບັນລຸເປົ້າໝາຍຂອງພວກເຂົາ. ພວກເຂົາດຳລົງຊີວິດແບບນີ້ ແລະ ກໍ່ຍັງຄິດວ່າພວກເຂົາດີເລີດ ແລະ ພວກເຂົາເປັນຄົນດີ. ເຖິງແນວໃດກໍ່ຕາມ, ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າບໍ? ກ່ອນອື່ນໝົດ, ເມື່ອເວົ້າຈາກມຸມມອງທຳມະຊາດຂອງເລື່ອງເຫຼົ່ານີ້, ຄົນທີ່ກະທຳແບບນີ້ບໍ່ພຽງແຕ່ຄົນທີ່ເຮັດຕາມທີ່ພວກເຂົາພໍໃຈບໍ? ພວກເຂົາຄຳນຶງເຖິງຜົນປະໂຫຍດໃນຄອບຄົວຂອງພຣະເຈົ້າບໍ? ພວກເຂົາຄິດເຖິງແຕ່ຄວາມຮູ້ສຶກຂອງຕົນເອງເທົ່ານັ້ນ ແລະ ພວກເຂົາຕ້ອງການບັນລຸເປົ້າໝາຍຂອງພວກເຂົາເອງເທົ່ານັ້ນ, ໂດຍບໍ່ໄດ້ຄຳນຶງເຖິງຄວາມສູນເສຍທີ່ເກີດຂຶ້ນກັບພາລະກິດໃນຄອບຄົວຂອງພຣະເຈົ້າ. ຄົນແບບນີ້ບໍ່ພຽງແຕ່ເປັນຄົນອວດດີ ແລະ ຄິດວ່າຕົນເອງຖືກເທົ່ານັ້ນ, ພວກເຂົາຍັງເປັນຄົນເຫັນແກ່ຕົວ ແລະ ມັກດູຖູູກ; ພວກເຂົາບໍ່ຄຳນຶງເຖິງເຈດຈຳນົງຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ຄົນແບບນີ້ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າຢ່າງບໍ່ຕ້ອງສົງໃສແມ່ນແຕ່ໜ້ອຍດຽວ. ນີ້ແມ່ນເຫດຜົນວ່າເປັນຫຍັງພວກເຂົາຈຶ່ງເຮັດສິ່ງໃດກໍ່ຕາມທີ່ພວກເຂົາຕ້ອງການ ແລະ ກະທຳຕາມອຳເພີໃຈ ໂດຍບໍ່ມີຄວາມຮູ້ສຶກຕຳນິ, ໂດຍບໍ່ມີຄວາມກັງວົນໃຈໃດໆ, ໂດຍບໍ່ມີຄວາມຫວັ່ນໄຫວ ຫຼື ຄວາມກັງວົນໃດໆ ແລະ ໂດຍບໍ່ໄດ້ຄຳນຶງເຖິງຜົນທີ່ຈະຕາມມາ. ນີ້ແມ່ນສິ່ງທີ່ພວກເຂົາເຮັດເລື້ອຍໆ ແລະ ເປັນວິທີທີ່ພວກເຂົາປະພຶດຕົນສະເໝີມາ. ຄົນເຊັ່ນນັ້ນຈະຜະເຊີນໜ້າກັບຜົນທີ່ຕາມມາຫຍັງແດ່? ພວກເຂົາຈະເດືອດຮ້ອນ, ແມ່ນບໍ? ເວົ້າງ່າຍໆກໍ່ຄື ຄົນເຊັ່ນນີ້ຂີ້ອິດສາເກີນໄປ ແລະ ມີຄວາມປາຖະໜາຢ່າງແຮງກ້າທີ່ຈະມີຊື່ສຽງ ແລະ ສະຖານະສ່ວນຕົວ; ພວກເຂົາຫຼອກລວງ ແລະ ທໍລະຍົດເກີນໄປ. ເວົ້າໃຫ້ໜັກແໜ້ນກວ່ານີ້ກໍ່ຄື ບັນຫາທີ່ສໍາຄັນແມ່ນວ່າຫົວໃຈຂອງຄົນແບບນັ້ນບໍ່ໄດ້ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍເລີຍ. ພວກເຂົາບໍ່ຢຳເກງພຣະເຈົ້າ, ພວກເຂົາເຊື່ອວ່າຕົວເອງມີຄວາມສຳຄັນທີ່ສຸດ ແລະ ພວກເຂົາຖືວ່າທຸກແງ່ມຸມຂອງຕົວເອງສູງກວ່າພຣະເຈົ້າ ແລະ ສູງກວ່າຄວາມຈິງ. ໃນຫົວໃຈຂອງພວກເຂົາ, ພຣະເຈົ້າມີຄ່າຄວນທີ່ຈະກ່າວເຖິງ ໜ້ອຍທີ່ສຸດ ແລະ ບໍ່ມີຄວາມໝາຍທີ່ສຸດ ແລະ ພຣະເຈົ້າບໍ່ມີສະຖານະໃດເລີຍໃນຫົວໃຈຂອງພວກເຂົາ. ບັນດາຜູ້ທີ່ບໍ່ມີບ່ອນໃຫ້ພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ຜູ້ທີ່ບໍ່ເຄົາລົບພຣະເຈົ້າ ບັນລຸການເຂົ້າສູ່ຄວາມຈິງບໍ? (ບໍ່.) ສະນັ້ນ, ໂດຍປົກກະຕິແລ້ວເມື່ອພວກເຂົາໄປມາຢ່າງມ່ວນຊື່ນເຮັດໃຫ້ຕົນເອງບໍ່ວ່າງ ແລະ ໃຊ້ພະລັງງານຫຼາຍ, ພວກເຂົາກຳລັງເຮັດຫຍັງ? ຜູ້ຄົນດັ່ງກ່າວເຖິງກັບອ້າງວ່າໄດ້ປະຖິ້ມທຸກສິ່ງທຸກຢ່າງເພື່ອເສຍສະລະໃຫ້ແກ່ພຣະເຈົ້າ ແລະ ທົນທຸກທໍລະມານຢ່າງຫຼວງຫຼາຍ, ແຕ່ໃນຄວາມເປັນຈິງແລ້ວ ແຮງຈູງໃຈ, ຫຼັກການ ແລະ ຈຸດປະສົງຂອງການກະທຳທັງໝົດຂອງພວກເຂົາແມ່ນເພື່ອຜົນປະໂຫຍດຂອງຕົນເອງ; ພວກເຂົາກໍ່ພຽງພະຍາຍາມປົກປ້ອງຜົນປະໂຫຍດຂອງຕົນເອງທັງໝົດເທົ່ານັ້ນ. ພວກເຈົ້າ ຫຼື ເຈົ້າຈະບໍ່ເວົ້າວ່າຄົນປະເພດນີ້ເປັນຕາຢ້ານບໍ? ຄົນແບບໃດທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ ແຕ່ບໍ່ມີຄວາມຢຳເກງພຣະເຈົ້າ? ຜູ້ຄົນທີ່ຈອງຫອງ. ແລ້ວສິ່ງໃດທີ່ຂາດຄວາມຢຳເກງພຣະເຈົ້າທີ່ສຸດ? ນອກຈາກສັດແລ້ວ ກໍແມ່ນຄົນຊົ່ວ, ຜູ້ຕໍ່ຕ້ານພຣະຄຣິດ, ມານຮ້າຍ ແລະ ຊາຕານ. ພວກເຂົາມີພຶດຕິກຳທີ່ຫຍາບຄາຍທີ່ຈະຕໍ່ສູ້ກັບພຣະເຈົ້າ; ພວກເຂົາຂາດຄວາມຢຳເກງພຣະເຈົ້າ” (ຄັດຈາກບົດ “ຫ້າສະພາວະທີ່ຈຳເປັນຕ້ອງຢູ່ໃນເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງຄົນໆໜຶ່ງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳເຫຼົ່ານີ້ຕັດຂ້ອຍໄປໂດຍໄວ. ເມື່ອຫວນຄິດເຖິງຄວາມຄິດ ແລະ ການກະທຳຂອງຂ້ອຍໃນລະຫວ່າງຂະບວນການຄັດເລືອກ, ຂ້ອຍຮູ້ສຶກຄືກັບວ່າຂ້ອຍບໍ່ກ້າສູ້ໜ້າ. ຂ້ອຍໄດ້ລົງຄະແນນສຽງຕາມແຮງຈູງໃຈສ່ວນຕົວຂອງຂ້ອຍ ເພື່ອປົກປ້ອງຕຳແໜ່ງ ແລະ ສັກສີຂອງຂ້ອຍໄວ້ ໂດຍບໍ່ໄດ້ຍອມຮັບການກວດສອບຂອງພຣະເຈົ້າ ແລະ ໂດຍບໍ່ມີຄວາມເຄົາລົບຕໍ່ພຣະເຈົ້າເລີຍ. ຂ້ອຍຮູ້ວ່າອ້າຍເຈງເປັນຄົນມີທັກສະ, ການສົນທະນາເຖິງຄວາມຈິງຂອງລາວນັ້ນປະຕິບັດໄດ້ ແລະ ການທີ່ລາວກາຍເປັນຫົວໜ້າທີມນັ້ນຈະເປັນປະໂຫຍດແກ່ການເຂົ້າສູ່ຊີວິດຂອງທຸກຄົນ ແລະ ເປັນປະໂຫຍດແກ່ພາລະກິດຂອງຄຣິດຕະຈັກ. ແຕ່ຂ້ອຍອິດສາ, ຢ້ານວ່າລາວຈະຢູ່ເໜືອກວ່າຂ້ອຍໃນນາມຫົວໜ້າທີມ, ດັ່ງນັ້ນ ຂ້ອຍຈຶ່ງຕັ້ງໃຈບໍ່ລົງຄະແນນສຽງລົງຄະແນນສຽງໃຫ້ລາວ. ຂ້ອຍໄດ້ເຮັດຕາມຫຼັກການຂອງມັງກອນແດງໃຫຍ່ກ່ຽວກັບ “ຖ້າລະບອບຜະເດັດການລົ້ມເຫຼວ, ໃຫ້ແນ່ໃຈວ່າລະບອບປະຊາທິປະໄຕບໍ່ສາມາດປະສົບຜົນສຳເລັດໄດ້”. ວິທີການປົກກະຕິໃນການເຮັດສິ່ງຕ່າງໆຂອງມັງກອນແດງໃຫຍ່ຄື ຖ້າມັນບໍ່ສາມາດມີອຳນາດ, ກໍ່ບໍ່ມີໃຜສາມາດມີໄດ້ເຊັ່ນກັນ. ຖ້າຈຳເປັນ, ມັນຈະໃຊ້ການຕໍ່ສູ້ທີ່ຂົມຂື່ນເພື່ອທຳລາຍທັງສອງຝ່າຍ. ບໍ່ແມ່ນຂ້ອຍກໍ່ເປັນຄືກັນບໍ? ຖ້າຂ້ອຍບໍ່ສາມາດໄດ້ຕຳແໜ່ງ, ຂ້ອຍກໍ່ບໍ່ຢາກໃຫ້ອາຍຊາງໄດ້ຕຳແໜ່ງເຊັ່ນກັນ. ຂ້ອຍຢາກເຫັນຄົນຜິດເຮັດໜ້າທີ່ແທນ ແລະ ຢາກເຮັດວຽກງານຂອງຄຣິດຕະຈັກເສຍຫາຍເພື່ອປົກປ້ອງສັກສີ ແລະ ສະຖານະຂອງຂ້ອຍເອງ. ຂ້ອຍຊ່າງເຫັນແກ່ຕົວ, ໜ້າລັງກຽດ, ເຈົ້າເລ່ ແລະ ຊົ່ວຮ້າຍ ໂດຍບໍ່ມີຄວາມເຄົາລົບຕໍ່ພຣະເຈົ້າແມ່ນແຕ່ໜ້ອຍເລີຍ. ຂ້ອຍຊື່ນຊົມຄວາມຈິງຫຼາຍຢ່າງທີ່ພຣະເຈົ້າສະແດງອອກ ແລະ ການມີໂອກາດປະຕິບັດໜ້າທີ່ຂອງຂ້ອຍແມ່ນການສະແດງຄວາມກາລຸນາຂອງພຣະເຈົ້າຕໍ່ຂ້ອຍ. ແຕ່ແທນທີ່ຈະຄິດກ່ຽວກັບວິທີການຕອບແທນຄວາມຮັກຂອງພຣະເຈົ້າ, ຂ້ອຍກັບອິດສາ ແລະ ຕໍ່ສູ້ເພື່ອຊື່ສຽງ ແລະ ຜົນປະໂຫຍດ. ຂ້ອຍຮັບໃຊ້ເປັນລູກນ້ອງຂອງຊາຕານ, ຂັດຂວາງພາລະກິດໃນຄົວເຮືອນຂອງພຣະເຈົ້າ. ບໍ່ແມ່ນຂ້ອຍເປັນຄົນເສື່ອມໂຊມທີ່ຫຼອກລວງບໍ? ຂ້ອຍຄິດກ່ຽວກັບວິທີທີ່ຂ້ອຍຈະຖືກໄລ່ອອກຈາກໜ້າທີ່ຂອງຂ້ອຍໜຶ່ງປີກ່ອນ ຍ້ອນຂ້ອຍກຳລັງຕໍ່ສູ້ເພື່ອຊື່ສຽງ ແລະ ຜົນປະໂຫຍດ, ບໍ່ໄດ້ປະຕິບັດໜ້າທີ່ຂອງຂ້ອຍຢ່າງເໝາະສົມ ແລະ ບໍ່ສາມາດປະຕິບັດພາລະກິດທີ່ແທ້ຈິງ. ຕອນນີ້, ຂ້ອຍຢູ່ໃນສະຖານະການດຽວກັນ ແຕ່ຂ້ອຍກໍ່ຍັງສະແຫວງຫາຊື່ສຽງ ແລະ ຜົນປະໂຫຍດ, ບໍ່ແມ່ນສະແຫວງຫາຄວາມຈິງ. ຖ້າຂ້ອຍສືບຕໍ່ແບບນັ້ນ, ຂ້ອຍຈະຖືກປະຕິເສດຢ່າງດູຖູກ ແລະ ຖືກກຳຈັດໂດຍພຣະເຈົ້າ.

ແລ້ວຕໍ່ມາ ຂ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ພວກເຈົ້າບໍ່ຮູ້ຈັກບ່ອນຂອງຕົວເອງ ແຕ່ພວກເຈົ້າກໍຍັງຕໍ່ສູ້ກັນເອງໃນກອງຂີ້ສັດ. ພວກເຈົ້າຈະໄດ້ຫຍັງຈາກການດິ້ນລົນດັ່ງກ່າວ? ຖ້າໃນໃຈຂອງພວກເຈົ້າ ພວກເຈົ້າມີຄວາມເຄົາລົບຕໍ່ເຮົາຢ່າງແທ້ຈິງ ແລ້ວພວກເຈົ້າຈະສາມາດຕໍ່ສູ້ກັນເອງຫຼັບຫຼັງເຮົາໄດ້ແນວໃດ? ເຖິງວ່າສະຖານະຂອງເຈົ້າຈະສູງສົ່ງພຽງໃດກໍຕາມ ແຕ່ເຈົ້າກໍຍັງແມ່ນໂຕໜອນທີ່ເໝັນເນົ່າໃນກອງຂີ້ສັດບໍ່ແມ່ນບໍ? ເຈົ້າຈະສາມາດມີປີກ ແລະ ກາຍເປັນນົກເຂົາໃນທ້ອງຟ້າໄດ້ແນວໃດ?” (ຄັດຈາກບົດ “ເມື່ອໃບໄມ້ທີ່ຫຼົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າຄົນເປັນ ‘ໜອນ’? ໃນສາຍຕາຂອງພຣະອົງ, ມະນຸດທີ່ເສື່ອມຊາມເຫຼົ່ານີ້ແມ່ນສິ່ງມີຊີວິດທີ່ຖືກສ້າງຢ່າງຊັດເຈນ, ແຕ່ພວກເຂົາໄດ້ປະຕິບັດຄວາມຮັບຜິດຊອບ ແລະ ໜ້າທີ່ໆສິ່ງມີຊີວິດທີ່ຖືກສ້າງຄວນປະຕິບັດບໍ? ເຖິງແມ່ນວ່າຫຼາຍຄົນກຳລັງປະຕິບັດໜ້າທີ່ຂອງຕົນ, ການປະຕິບັດຂອງພວກເຂົາສະແດງອອກມາໄດ້ດີສ່ຳໃດ? ພວກເຂົາບໍ່ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ຂອງຕົນແມ່ນແຕ່ໜ້ອຍເລີຍ; ພວກເຂົາບໍ່ຄ່ອຍຍອມຮັບຕົວເອງທີ່ຈະເຮັດແນວນັ້ນ. ຖ້າພວກເຂົາບໍ່ຖືກລິຮານ, ຖືກຈັດການ ຫຼື ຖືກລົງວິໄນ, ພວກເຂົາກໍບໍ່ເຮັດຫຍັງ. ສະນັ້ນ, ມັນຈຶ່ງຈຳເປັນສະເໝີທີ່ຈະເຕົ້າໂຮມ, ໂອ້ລົມ ແລະ ສະໜອງໃຫ້ເພື່ອໃຫ້ພວກເຂົາມີຄວາມເຊື່ອເລັກນ້ອຍ, ເພື່ອໃຫ້ຫ້າວຫັນຂຶ້ນເລັກນ້ອຍເຊັ່ນກັນ. ນີ້ບໍ່ແມ່ນຄວາມເສື່ອມຊາມຂອງມະນຸດບໍ? ... ບໍ່ມີສິ່ງໃດທີ່ພວກເຂົາຄິດໝົດມື້ທີ່ມີສ່ວນກ່ຽວຂ້ອງກັບຄວາມຈິງ ຫຼື ເປັນໄປຕາມວິທີການຂອງພຣະເຈົ້າ; ພວກເຂົາໃຊ້ເວລາໝົດມື້ໃນການຕົບແຕ່ງໃບໜ້າຂອງຕົນ ແລະ ບໍ່ໄດ້ຄິດຫຍັງເລີຍ. ເຖິງແມ່ນວ່າພວກເຂົາຈະຄິດເລັກນ້ອຍກ່ຽວກັບບາງສິ່ງ, ມັນກໍບໍ່ແມ່ນສິ່ງທີ່ສອດຄ່ອງກັບຫຼັກການຄວາມຈິງ. ມັນບໍ່ກ່ຽວຂ້ອງກັບສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດແມ່ນແຕ່ໜ້ອຍເລີຍ. ວຽກງານທັງໝົດທີ່ພວກເຂົາເຮັດເປັນສິ່ງກີດຂວາງ ແລະ ກໍ່ກວນ ແລະ ພວກເຂົາບໍ່ໄດ້ເປັນພະຍານໃຫ້ແກ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຈິດໃຈຂອງພວກເຂົາເຕັມໄປດ້ວຍຄວາມຄິດເຖິງວິທີສະແຫວງຫາສິ່ງໃດກໍ່ຕາມທີ່ີດີສຳລັບເນື້ອໜັງ, ວິທີຕໍ່ສູ້ເພື່ອສະຖານະ ແລະ ຊື່ສຽງ, ວະທີເຂົ້າກັບຄົນບາງກຸ່ມ ແລະ ວິທີໄດ້ຮັບຕຳແໜ່ງ ແລະ ມີຊື່ສຽງທີ່ດີ. ພວກເຂົາຮັບປະທານອາຫານທີ່ພຣະເຈົ້າປະທານໃຫ້ແກ່ພວກເຂົາ, ເພີດເພີນກັບທຸກສິ່ງທີ່ພຣະອົງສະໜອງໃຫ້, ແຕ່ພວກເຂົາບໍ່ເຮັດສິ່ງທີ່ມະນຸດຄວນເຮັດ. ພຣະເຈົ້າຈະສາມາດມັກຄົນເຊັ່ນນັ້ນໄດ້ບໍ? ... ເໜືອສິ່ງອື່ນໃດ, ບັນດາຜູ້ທີ່ເປັນໜອນແມນໄຮ້ຄ່າ, ໄຮ້ຢາງອາຍ ແລະ ໃນສາຍຕາຂອງພຣະເຈົ້າ, ພວກເຂົາບໍ່ມີຄ່າຫຍັງ! ເປັນຫຍັງເຮົາຈຶ່ງເວົ້າວ່າຄົນເຊັ່ນນັ້ນບໍ່ມີຄຸນຄ່າ? ພຣະເຈົ້າສ້າງເຈົ້າຂຶ້ນມາ ແລະ ມອບຊີວິດໃຫ້ແກ່ເຈົ້າ, ແຕ່ເຈົ້າບໍ່ສາມາດປະຕີບັດໜ້າທີ່ຂອງເຈົ້າ ເຊິ່ງເປັນຂັ້ນຕ່ຳທີ່ສຸດທີ່ເຈົ້າຄວນເຮັດ; ເຈົ້າເປັນພຽງຄົນສວຍໂອກາດ. ໃນສາຍຕາຂອງພຣະອົງ, ເຈົ້າບໍ່ມີດີຫຍັງເລີຍ ແລະ ບໍ່ມີປະໂຫຍດທີ່ເຈົ້າຈະມີຊີວິດຢູ່. ຄົນເຊັ່ນນັ້ນບໍ່ແມ່ນໜອນບໍ? ສະນັ້ນແລ້ວ, ຜູ້ຄົນຄວນເຮັດຫຍັງຖ້າພວກເຂົາບໍ່ຢາກເປັນໜອນ? ກ່ອນອື່ນ, ຈົ່ງຊອກຫາບ່ອນຂອງຕົວເອງ ແລະ ພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອເຮັດໜ້າທີ່ຂອງເຈົ້າໃຫ້ສຳເລັດ ເພື່ອວ່າເຈົ້າຈະສ້າງຄວາມສຳພັນທີ່ປົກກະຕິກັບພຣະຜູ້ສ້າງ ແລະ ເຈົ້ໍາສາມາດມອບຝາກຊີວິດໄວ້ກັບພຣະເຈົ້າ. ຫຼັງຈາກນັ້ນ, ໃຫ້ພິຈາລະນາວ່າຈະບັນລຸຄວາມຈົ່ງຮັກພັກດີໃນການປະຕິບັດໜ້າທີ່ຂອງເຈົ້າແນວໃດ. ເຈົ້າບໍ່ຄວນເປັນຄົນທີ່ເຮັດພໍເປັນພິທີ ຫຼື ເຮັດພໍແລ້ວມືແລ້ວຕີນ; ກົງກັນຂ້າມ, ເຈົ້າຄວນໃສ່ໃຈທັງໝົດຂອງເຈົ້າລົງໄປ. ເຈົ້າບໍ່ຄວນພະຍາຍາມຫຼອກລວງພຣະຜູ້ສ້າງ. ເຈົ້າຄວນເຮັດສິ່ງທີ່ພຣະເຈົ້າຂໍໃຫ້ເຈົ້າເຮັດ ແລະ ເຈົ້າຄວນເອົາໃຈໃສ່ ແລະ ຍອມອ່ອນນ້ອມ” (ຄັດຈາກບົດ “ຕົວບົ່ງຊີ້ຫົກຢ່າງຂອງການເຕີບໂຕໃນຊີວິດ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ).

ເມື່ອຂ້ອຍໄຕ່ຕອງພຣະທຳຂອງພຣະເຈົ້າ, ຂ້ອຍຮູ້ສຶກກະວົນກະວາຍໃຈຫຼາຍ. ຂ້ອຍຮັບຮູ້ວ່າພຣະເຈົ້າຖືວ່າການຕໍ່ສູ້ຂອງຂ້ອຍເພື່ອຊື່ສຽງ ແລະ ຜົນປະໂຫຍດເປັນສິ່ງທີ່ສົກກະປົກ ແລະ ຊົ່ວຊ້າຫຼາຍ. ການມີໂຊກລາບທີ່ດີທີ່ໄດ້ປະຕິບັດໜ້າທີ່ຂອງຂ້ອຍໃນເຮືອນຂອງພຣະເຈົ້າແມ່ນຄວາມສູງສົ່ງພິເສດຂອງພຣະເຈົ້າ, ແຕ່ຂ້ອຍບໍ່ໄດ້ປະຕິບັດຕາມພັນທະຂອງຂ້ອຍ. ກົງກັນຂ້າມ, ຂ້ອຍພຽງແຕ່ເຄີຍຄິດກ່ຽວກັບຊື່ສຽງ ແລະ ສະຖານະຂອງຂ້ອຍເອງເທົ່ານັ້ນ, ຂ້ອຍເຖິງກັບຂັດຂວາງພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າສຳລັບສິ່ງເຫຼົ່ານັ້ນ. ຂ້ອຍກຳລັງເຮັດບົດບາດທີ່ເປັນສ່ວນຂອງຊາຕານ. ນັ້ນເປັນສິ່ງທີ່ໜ້າລັງກຽດ ແລະ ໜ້າກຽດຊັງຫຼາຍຕໍ່ພຣະເຈົ້າ! ພຣະເຈົ້າຊົງກ່າວວ່າ: “ເຖິງວ່າສະຖານະຂອງເຈົ້າຈະສູງສົ່ງພຽງໃດກໍຕາມ ແຕ່ເຈົ້າກໍຍັງແມ່ນໂຕໜອນທີ່ເໝັນເນົ່າໃນກອງຂີ້ສັດບໍ່ແມ່ນບໍ?” ຂ້ອຍເຂົ້າໃຈວ່າ ຂ້ອຍເປັນສິ່ງຊົງສ້າງ, ເປັນຄົນທີ່ສົກກະປົກ ແລະ ເສື່ອມຊາມທີ່ບໍ່ມີຄວາມຄູ່ຄວນ ຫຼື ກຽດສັກສີໃຫ້ເວົ້າເຖິງ, ດັ່ງນັ້ນ ເຖິງແມ່ນວ່າຂ້ອຍໄດ້ຕຳແຫນ່ງ, ມັນກໍ່ບໍ່ສາມາດປ່ຽນແປງສິ່ງທີ່ຂ້ອຍເປັນໄດ້. ຂ້ອຍບໍ່ສາມາດແມ່ນແຕ່ເຮັດໜ້າທີ່ຂອງຕົນໃຫ້ດີ, ແຕ່ກັບຍາດຊິງກັນເພື່ອຊື່ສຽງ ແລະ ຜົນປະໂຫຍດຢູ່ສະເໝີ, ຕ້ອງການໃຫ້ຄົນອື່ນແນມມາທີ່ຂ້ອຍ. ມະໂນທຳ ແລະ ຄວາມຮູ້ສຶກຂອງຂ້ອຍຢູ່ໃສ? ຊີວິດຂອງຂ້ອຍມີຄຸນຄ່າຫຍັງ? ບໍ່ແມ່ນຂ້ອຍເປັນໜອນທີ່ໄດ້ໄຮ້ຄ່າທີ່ສຸດໂຕໜຶ່ງບໍ? ຫຼັງຈາກທີ່ໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບທຳມະຊາດ ແລະ ແກ່ນແທ້ຂອງຂ້ອຍຈາກສິ່ງທີ່ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍ, ຂ້ອຍກໍ່ກຽດຊັງໂຕເອງ ແລະ ເຕັມໃຈທີ່ຈະປະຖິ້ມເນື້ອໜັງ ແລະ ປະຕິບັດຄວາມຈິງ.

ຕໍ່ມາຂ້ອຍໄດ້ໄປຫາອ້າຍຊາງ ແລະ ເປີດເຜີຍກ່ຽວກັບຄວາມເສື່ອມຊາມຂອງຂ້ອຍ, ເປີດເຜີຍແຮງຈູງໃຈ ແລະ ການກະທຳທີ່ໜ້າລັງກຽດຂອງຂ້ອຍໃນການເລືອກຕັ້ງ. ລາວບໍ່ພຽງແຕ່ບໍ່ດູຖູກຂ້ອຍ, ແຕ່ລາວໄດ້ແບ່ງປັນການສົນທະນາກ່ຽວກັບປະສົບການຂອງລາວເອງເພື່ອຊ່ວຍຂ້ອຍ. ຫຼັງຈາກທີ່ໄດ້ສົນທະນາກັນ, ກຳແພງລະຫວ່າງພວກເຮົາກໍ່ສູນຫາຍໄປ ແລະ ຂ້ອຍຮູ້ສຶກເປັນອິດສະຫຼະ ແລະ ສະບາຍໃຈແທ້ໆ. ໃນໜ້າທີ່ຂອງຂ້ອຍນັບແຕ່ນັ້ນມາ, ເມື່ອໃດກໍ່ຕາມທີ່ຂ້ອຍມີຄວາມຫຍຸ້ງຍາກ ຫຼື ບໍ່ເຂົ້າໃຈບັນຫາ, ຂ້ອຍກໍ່ໄປຫາອ້າຍຊາງເພື່ອຄົ້ນຫາຄຳຕອບ ແລະ ລາວກໍ່ຕອບຄຳຖາມຂອງຂ້ອຍຜ່ານການສົນທະນາຢ່າງອົດທົນຢູ່ສະເໝີ. ຫຼັງຈາກນັ້ນບໍ່ດົນ ທັກສະດ້ານວິຊາຊີບຂອງຂ້ອຍກໍ່ປັບປຸງດີຂຶ້ນ. ເມື່ອຂ້ອຍປ່ອຍວາງຊື່ສຽງ ແລະ ສະຖານະ ແລະ ປະຕິບັດຄວາມຈິງ, ຂ້ອຍໄດ້ປະສົບກັບຄວາມສະບາຍໃຈ ແລະ ສັນຕິສຸກທີ່ມາຈາກການປະຕິບັດໜ້າທີ່ຂອງຂ້ອຍແບບນັ້ນ ແລະ ຂ້ອຍໃກ້ຊິດພຣະເຈົ້າຫຼາຍຂຶ້ນ. ຂ້ອຍໄດ້ຫຼຸດພົ້ນຈາກພັນທະນາການຂອງຊື່ສຽງ ແລະ ສະຖານະອີກຄັ້ງ ແລະ ໄດ້ຊີມລົດຊາດຄວາມລອດພົ້ນທີ່ແທ້ຈິງຂອງພຣະເຈົ້າສຳລັບຂ້ອຍ.

ການເລືອກຕັ້ງປະຈຳປີຂອງຄຣິດຕະຈັກໄດ້ເລີ່ມຂຶ້ນໃນເດືອນຕຸລາ 2017 ແລະ ຂ້ອຍໄດ້ຖືກແນະນຳໃຫ້ເປັນຜູ້ສະໝັກຄົນໜຶ່ງໂດຍອ້າຍເອື້ອຍນ້ອງ. ຂ້ອຍຮູ້ສຶກໄດ້ເຖິງບາງຢ່າງໃນໂຕຂ້ອຍ ແລະ ຂ້ອຍຄິດວ່າ “ມັນເປັນເວລາສອງປີມາແລ້ວ ນັບຕັ້ງແຕ່ຂ້ອຍຖືກຖອນອອກຈາກຕຳແໜ່ງການເປັນຜູ້ນຳຂອງຂ້ອຍ ແລະ ຂ້ອຍໄດ້ຍິນມາວ່າ ອ້າຍເອື້ອຍນ້ອງບາງຄົນມີຄຳຄິດເຫັນທີ່ດີກ່ຽວກັບຂ້ອຍ. ພວກເຂົາເວົ້າວ່າການສົນທະນາຂອງຂ້ອຍເປັນຈິງຫຼາຍຂຶ້ນ ແລະ ຂ້ອຍໄດ້ຜ່ານການປ່ຽນແປງບາງຢ່າງມາແລ້ວ. ຂ້ອຍສົງໄສວ່າຂ້ອຍຈະໄດ້ຮັບຕໍາແໜ່ງຜູ້ນໍາໃນຄັ້ງນີ້ ຫຼື ບໍ່”. ຂ້ອຍຮັບຮູ້ວ່າຂ້ອຍກຳລັງສະແຫວງຫາຊື່ສຽງ ແລະ ສະຖານະອີກ ແລະ ຄິດເຖິງວ່າໃນເມື່ອກ່ອນມັນເຈັບປວດສໍ່າໃດເມື່ອຂ້ອຍຖືກກັກຂັງ ແລະ ຖືກຈໍາກັດໂດຍສິ່ງເຫຼົ່ານັ້ນ. ຂ້ອຍຮູ້ວ່າຂ້ອຍບໍ່ສາມາດສືບຕໍ່ການສະແຫວງຫານັ້ນໄດ້, ຮູ້ວ່າຂ້ອຍຄວນປະຖິ້ມເນື້ອໜັງ ແລະ ປະຕິບັດຄວາມຈິງ. ແລ້ວຂ້ອຍກໍ່ຄິດເຖິງພຣະທຳຂອງພຣະເຈົ້າຂໍ້ຄວາມນີ້: “ເມື່ອເຈົ້າປະຖິ້ມຊື່ສຽງ ແລະ ສະຖານະທີ່ເປັນຂອງຊາຕານແລ້ວ, ເຈົ້າຈະບໍ່ຖືກຈຳກັດ ແລະ ຖືກຫຼອກລວງໂດຍແນວຄິດ ແລະ ທັດສະນະຂອງຊາຕານອີກຕໍ່ໄປ. ເຈົ້າຈະພົບກັບການປົດປ່ອຍ ແລະ ຈະຮູ້ສຶກສະບາຍໃຈຫຼາຍຂຶ້ນເລື້ອຍໆ; ເຈົ້າຈະເປັນອິດສະຫຼະ ແລະ ຖືກປົດປ່ອຍ. ເມື່ອວັນນັ້ນມາເຖິງ ທີ່ເຈົ້າເປັນອິດສະຫຼະ ແລະ ຖືກປົດປ່ອຍ, ເຈົ້າຈະຮູ້ສຶກວ່າສິ່ງຕ່າງໆທີ່ເຈົ້າໄດ້ປະຖິ້ມນັ້ນເປັນພຽງສິ່ງພົວພັນ ແລະ ສິ່ງທີ່ເຈົ້າໄດ້ຮັບຢ່າງແທ້ຈິງນັ້ນລ້ຳຄ່າຫຼາຍທີ່ສຸດສຳລັບເຈົ້າ. ເຈົ້າຈະຮູ້ສິ່ງວ່າສິ່ງເຫຼົ່ານັ້ນເປັນສິ່ງທີ່ມີຄຸນຄ່າຫຼາຍທີ່ສຸດ ແລະ ເປັນສິ່ງທີ່ຄູ່ຄວນແກ່ການຫວງແຫນໄວ້ທີ່ສຸດ. ສິ່ງເຫຼົ່ານັ້ນແມ່ນສິ່ງທີ່ເຈົ້າມັກ ເຊິ່ງນັ້ນກໍຄື ຄວາມສຸກທາງວັດຖຸ, ຊື່ສຽງ ແລະ ໂຊກລາບ, ສະຖານະ, ເງິນ, ກຽດສັກສີ ແລະ ຄວາມນັບຖືຈາກຄົນອື່ນ ຈະເບິ່ງຄືກັບວ່າໄຮ້ຄ່າສຳລັບເຈົ້າ; ສິ່ງເຫຼົ່ານັ້ນໄດ້ເຮັດໃຫ້ເຈົ້າມີຄວາມທຸກທໍລະມານຫຼາຍ ແລະ ເຈົ້າຈະບໍ່ຕ້ອງການພວກມັນອີກຕໍ່ໄປ. ເຈົ້າຈະບໍ່ຕ້ອງການພວກມັນອີກຕໍ່ໄປ ເຖິງແມ່ນວ່າເຈົ້າຈະໄດ້ຮັບຊື່ສຽງ ແລະ ສະຖານະທີ່ສູງກວ່າກໍຕາມ; ກົງກັນຂ້າມ, ເຈົ້າຈະກຽດຊັງ ແລະ ປະຕິເສດພວກມັນຈາກກົ້ນບຶ້ງຫົວໃຈຂອງເຈົ້າ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຫົວໃຈຂອງຂ້ອຍຜ່ອງໃສ ແລະ ຂ້ອຍຮູ້ວ່າການສະແຫວງຫາຊື່ສຽງ ແລະ ສະຖານະນັ້ນບໍ່ມີຄ່າ ແລະ ການເຮັດໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນແມ່ນສິ່ງທີ່ລ້ຳຄ່າທີ່ສຸດ. ຄວາມຈິງແລ້ວ, ການເຂົ້າຮ່ວມໃນການເລືອກຕັ້ງບໍ່ແມ່ນການຕໍ່ສູ້ເພື່ອຕຳແໜ່ງຜູ້ນຳ, ແຕ່ແມ່ນເພື່ອຕື່ມເຕັມຄວາມຮັບຜິດຊອບຂອງຂ້ອຍໂດຍການມີສ່ວນຮ່ວມໃນຂະບວນການດັ່ງກ່າວ. ຂ້ອຍຕ້ອງປະຖິ້ມຄວາມປາຖະໜາທີ່ແຮງກ້າຂອງຂ້ອຍຕໍ່ຊື່ສຽງ ແລະ ສະຖານະ ແລະ ລົງຄະແນນສຽງໃຫ້ຜູ້ນຳທີ່ເໝາະສົມຕາມຫຼັການແຫ່ງຄວາມຈິງ. ນັ້ນແມ່ນສິ່ງທີ່ຈະເປັນປະໂຫຍດແກ່ພາລະກິດໃນຄົວເຮືອນຂອງພຣະເຈົ້າ. ຖ້າຂ້ອຍຖືກເລືອກໃຫ້ເປັນຜູ້ນຳ, ຂ້ອຍຕ້ອງເຮັດໜ້າທີ່ຂອງຂ້ອຍໃຫ້ດີ. ຖ້າຂ້ອຍບໍ່ຖືກເລືອກ, ຂ້ອຍຈະບໍ່ໂທດພຣະເຈົ້າ, ແຕ່ຈະເຮັດໜ້າທີ່ຂອງຂ້ອຍຈົນສຸດຄວາມສາມາດ. ເມື່ອຂ້ອຍຕັ້ງແຮງຈູງຂອງຂ້ອຍໃຫ້ຊື່ກົງຕໍ່ການເລືອກຕັ້ງ, ທີ່ເຮັດໃຫ້ຂ້ອຍປະຫຼາດໃຈຄື ຂ້ອຍຖືກເລືອກໃຫ້ເຮັດໜ້າທີ່ເປັນຜູ້ນຳ. ເມື່ອເຫັນຜົນຮັບນີ້, ຂ້ອຍບໍ່ໄດ້ມີຄວາມສຸກກັບມັນຄືກັບທີ່ຜ່ານມາ ໂດຍຄິດວ່າຂ້ອຍດີກວ່າຄົນອື່ນ, ແຕ່ຂ້ອຍຮູ້ສຶກວ່າມັນແມ່ນການມອບໝາຍ ແລະ ຄວາມຮັບຜິດຊອບຂອງຂ້ອຍ ແລະ ຂ້ອຍຄວນສຸມໃສ່ການສະແຫວງຫາຄວາມຈິງ ແລະ ເຮັດໜ້າທີ່ຂອງຂ້ອຍໃຫ້ດີ ເພື່ອໃຫ້ຂ້ອຍຄູ່ຄວນກັບຄວາມຮັກ ແລະ ຄວາມລອດພົ້ນຂອງພຣະເຈົ້າ.

ຕະຫຼອດເວລານັ້ນເກືອບສາມປີ, ການພິພາກສາ ແລະ ການຕິສອນຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນຢ່າງຊັດເຈນເຖິງຄວາມອັນຕະລາຍທີ່ຊື່ສຽງ ແລະ ສະຖານະເຮັດກັບຂ້ອຍ ແລະ ຂ້ອຍກໍ່ຕັ້ງໃຈຢ່າງເດັດດ່ຽວທີ່ຈະສະແຫວງຫາຄວາມຈິງ. ເຖິງແມ່ນວ່າເວລານັ້ນ ຂ້ອຍຍັງຢາກຕໍ່ສູ້ເພື່ອຊື່ສຽງ ແລະ ຜົນກຳໄລຢູ່, ຂ້ອຍກໍສາມາດອະທິຖານຫາພຣະເຈົ້າໄດ້ຢ່າງມີສະຕິ, ສຸມໃສ່ການປະຕິບັດຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີ. ຂ້ອຍບໍ່ໄດ້ຖືກຈຳກັດໂດຍອຸປະນິໄສທີ່ເສື່ອມຊາມແບບຊາຕານອີກຕໍ່ໄປ. ເມື່ອຂ້ອຍປ່ອຍວາງກ່ຽວກັບຊື່ສຽງ ແລະ ສະຖານະ. ຂ້ອຍຮູ້ສຶກວ່ານັ້ນບໍ່ແມ່ນທັງໝົດທີ່ຂ້ອຍໄດ້ປ່ອຍວາງ, ແຕ່ຂ້ອຍຍັງໄດ້ປ່ອຍວາງໂສ້ລ່າມໜັກໆທີ່ຊາຕານຜູກມັດຂ້ອຍໄວ້ອີກດ້ວຍ. ຂ້ອຍຊ່າງຮູ້ສຶກຜ່ອນຄາຍ ແລະ ເປັນອິດສະຫຼະແທ້.

ກ່ອນນີ້: 32. ຈິດວິນຍານຂອງຂ້ອຍໄດ້ຮັບການປົດປ່ອຍ

ຕໍ່ໄປ: 34. ມັນຮູ້ສຶກດີຫຼາຍທີ່ຈະຖອດການປອມໂຕຂອງຂ້ອຍອອກ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ເປັນຫຍັງພຣະເຈົ້າຈຶ່ງໃຊ້ຊື່ຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ?

ຫຼາຍຄົນບໍ່ເຂົ້າໃຈວ່າເປັນຫຍັງ, ຍ້ອນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ພຣະເຢຊູເຈົ້າຈຶ່ງຖືກເອີ້ນວ່າ...

Woe to Those Who Crucify God Once Again

During the last days, God has been incarnated in China to work, and has expressed millions of words, conquering and saving a group of people with His word and ushering in the new age of judgment beginning with the house of God.

ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ຄືກັບຄົນຫຼາຍລ້ານຄົນທີ່ຕິດຕາມພຣະເຢຊູຄຣິດເຈົ້າ, ພວກເຮົາປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງຂອງພຣະຄຳພີ, ຮັບພຣະຄຸນທີ່ອຸດົມສົມບູນຂອງພຣະເຢຊູຄຣິດເຈົ້າ ແລະ ເຕົ້າໂຮມກັນ, ອະທິຖານ, ສັນລະເສີນ ແລະ ຮັບໃຊ້ໃນນາມພຣະເຢຊູຄຣິດເຈົ້າ. ພວກເຮົາເຮັດທຸກສິ່ງນີ້ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະຜູ້ເປັນເຈົ້າ. ພວກເຮົາອ່ອນແອຕະຫຼອດ ແລະ ພວກເຮົາກໍເຂັ້ມແຂງຕະຫຼອດເຊັ່ນກັນ.

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້