34. ມັນຮູ້ສຶກດີຫຼາຍທີ່ຈະຖອດການປອມໂຕຂອງຂ້ອຍອອກ

ໂດຍ ເຊີນຢວນ, ຈີນ

ໃນເດືອນກັນຍາ 2018, ຂ້ອຍໄດ້ຖືກເລືອກເປັນຜູ້ນຳຄຣິສຕະຈັກ. ຕອນນັ້ນ ຂ້ອຍດີໃຈຫຼາຍ. ຂ້ອຍຮູ້ສຶກວ່າ ສິ່ງນີ້ຕ້ອງເກີດຂຶ້ນ ຍ້ອນວ່າຂ້ອຍດີກວ່າອ້າຍເອື້ອຍນ້ອງທັງຫຼາຍ ແລະ ຂ້ອຍຕ້ອງສະແຫວງຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນ. ຂ້ອຍບໍ່ຢາກໃຫ້ຄົນຄິດວ່າການນຳພາຂອງຂ້ອຍເປັນພຽງແຕ່ສັນຍາລັກ. ມີມື້ໜຶ່ງ, ຂ້ອຍໄດ້ໄປທີ່ການປະຊຸມກຸ່ມ. ເມື່ອສົນທະນາເລື່ອງວຽກ, ອ້າຍເອື້ອຍນ້ອງບາງຄົນເວົ້າເຖິງທັກສະສະເພາະທາງ. ຂ້ອຍຮູ້ສຶກວຸ້ນວາຍເລັກນ້ອຍ. ຂ້ອຍເກືອບບໍ່ຮູ້ຫຍັງກ່ຽວກັບມັນເລີຍ. ຈະເປັນແນວໃດຖ້າພວກເຂົາຕັ້ງຄຳຖາມກັບຂ້ອຍ ແລະ ຂ້ອຍບໍ່ສາມາດຕອບໄດ້? ພວກເຂົາຈະດູຖູກຂ້ອຍ ຫຼື ສົງໄສວ່າຖ້າຂ້ອຍບໍ່ເຂົ້າໃຈ ຂ້ອຍຈະສາມາດນຳພາໄດ້ແນວໃດ? ຂ້ອຍພຽງແຕ່ບໍ່ເວົ້າຫຍັງ, ແຕ່ນັ້ນຈະບໍ່ເຮັດໃຫ້ຂ້ອຍເປັນຜູ້ນຳທີ່ໄຮ້ປະໂຫຍດບໍ? ຂ້ອຍຈະສາມາດເຮັດຫຍັງໄດ້? ຂ້ອຍນັ່ງຢູ່ບ່ອນນັ້ນຄືກັບແມວຢູ່ເທິງຫລັງຄາກົ່ວທີ່ຮ້ອນ, ເຕັມໄປດ້ວຍຄວາມວິຕົກກັງວົນ. ຂ້ອຍບໍ່ສາມາດເຂົ້າໃຈສິ່ງທີ່ຄົນໃດໜຶ່ງກຳລັງເວົ້າເຖິງເລີຍ. ເມື່ອພວກເຂົາເກືອບຈະເວົ້າສຳເລັດແລ້ວ, ຂ້ານອຍກໍເວົ້າຂຶ້ນໂດຍໄວວ່າ “ຖ້າບໍ່ມີຄຳຖາມອຶ່ນອີກແລ້ວ, ພວກເຮົາກໍຈົບກອງປະຊຸມໄວ້ຕອນນີ້”. ຂ້ອຍບໍ່ສາມາດຜ່ອນຄາຍຈົນຂ້ອຍອອກຈາກທີ່ປະຊຸມ. ຂ້ອຍຄິດວ່າ “ກຸ່ມນີ້ຮຽກຮ້ອງໃຫ້ມີຄວາມຮູ້ດ້ານວິຊາຊີບຫຼາຍ ແລະ ຂ້ອຍບໍ່ຮູ້ຫຍັງກ່ຽວກັບມັນເລີຍ, ສະນັ້ນ ມັນອາດຈະດີທີ່ສຸດທີ່ຂ້ອຍບໍ່ໄປຮ່ວມປະຊຸມຫຼາຍ. ຖ້າຄົນອື່ນໆຄົ້ນພົບວ່າຂ້ອຍບໍ່ຮູ້ຫຍັງຫຼາຍກ່ຽວກັບສິ່ງຕ່າງໆດ້ານວິຊາຊີບ, ພວກເຂົາກໍຈະດູຖູກຂ້ອຍຢ່າງແນ່ນອນ. ແລ້ວຫຼັງຈາກນັ້ນ ໃຜຈະຈິງຈັງກັບຂ້ອຍ?”

ໃນອີກສອງສາມອາທິດຕໍ່ໜ້າ ຫຼື ຫຼາຍກວ່ານັ້ນ, ຂ້ອຍໄປພົບກັບກຸ່ມອື່ນໆທຸກໆມື້ ແລະ ຊ່ວຍແກ້ບັນຫາ ແລະ ຂໍ້ຫຍຸ້ງຍາກຂອງພວກເຂົາ. ຊີວິດຄຣິສຕະຈັກດີຂຶ້ນ. ທຸກຄົນສະໜັບສະໜູນຂ້ອຍ ແລະ ຂ້ອຍຕ້ອງການພົບກັບກຸ່ມເຫຼົ່ານີ້ແທ້ໆ. ແຕ່ຂ້ອຍມີບັນຫາ ເມື່ອຂ້ອຍຄິດເຖິງກຸ່ມທີ່ຕ້ອງການຄວາມຮູ້ສະເພາະທາງ. ຂ້ອຍຢ້ານວ່າຂ້ອຍຈະບໍ່ຮູ້ສິ່ງທີ່ພວກເຂົາກຳລັງເວົ້າເຖິງ, ດັ່ງນັ້ນ ຂ້ອຍຈະສ້າງຂໍ້ແກ້ໂຕ ແລະ ບໍ່ຄ່ອຍໄປ. ຄືນໜຶ່ງ, ເອື້ອຍນ້ອງທີ່ຂ້ອຍເຮັດວຽກຮ່ວມໄດ້ເວົ້າວ່າກຸ່ມມີບັນຫາບາງຢ່າງ, ດັ່ງນັ້ນລາວຈຶ່ງຂໍໃຫ້ຂ້ອຍໄປຮ່ວມກອງປະຊຸມໜຶ່ງ. ຂ້ອຍຕົກລົງຢ່າງບໍ່ເຕັມໃຈ, ແຕ່ຂ້ອຍກັງວົນໃຈ. ຂ້ອຍຄິດວ່າ “ຖ້າຂ້ານອຍບໍ່ສາມາດແກ້ບັນຫາໄດ້, ຄົນອື່ນຈະເວົ້າວ່າຂ້ອຍເປັນຜູ້ນຳທີ່ໄຮ້ຄວາມສາມາດບໍ?” ຂ້ອຍຮູ້ສຶກລຳບາກໃຈ. ມື້ຕໍ່ມາ, ຫຼັງຈາກທີ່ພວກເຮົາໄດ້ສົນທະນາກັນກ່ຽວກັບພຣະທຳຂອງພຣະເຈົ້າ, ຂ້ອຍຢ້ານຄົນອື່ນຕັ້ງຄຳຖາມກ່ຽວກັບຄວາມຮູ້ດ້ານວິຊາຊີບ ແລະ ຂ້ອຍຈະເບິ່ງວ່າໂງ່ຈ້າ ຖ້າຂ້ອຍບໍ່ສາມາດຕອບພວກເຂົາໄດ້. ດັ່ງນັ້ນ ຂ້ອຍໄດ້ປະຄອງໂຕເອງ ແລະ ໂອ້ລົມຕໍ່ໄປເພື່ອຢຸດສະຖານະການ, ແຕ່ຂ້ອຍຮູ້ສຶກບໍ່ສະບາຍໃຈ. ຂ້ອຍຈຶ່ງຖາມພວກເຂົາວ່າ “ມີບັນຫາອື່ນທີ່ຍັງບໍ່ທັນຖືກແກ້ໄຂບໍ?” ຜູ້ນຳກຸ່ມໄດ້ເວົ້າກ່ຽວກັບບັນຫາ ແລະ ວິທີແກ້ໄຂບັນຫາຂອງພວກເຂົາ. ຂ້ອຍສັບສົນເມື່ອລາວເລີ່ມໃຊ້ຄຳສັບສະເພາະທາງ. ຂ້ອຍບໍ່ແນ່ໃຈວ່າບັນຫາໄດ້ຖືກແກ້ໄຂຢ່າງຄົບຖ້ວນ ຫຼື ບໍ່. ຖ້າພວກເຂົາບໍ່ໄດ້ພົບວິທີແກ້ໄຂ, ມັນກໍຈະກະທົບຕໍ່ຄວາມກ້າວໜ້າຂອງພວກເຂົາ. ແຕ່ຖ້າຂ້ອຍຖາມຄຳຖາມແບບລະອຽດ, ພວກເຂົາຈະຕ້ອງການໄດ້ຍິນຄຳຄິດເຫັນຂອງຂ້ອຍຢ່າງແນ່ນອນ. ແຕ່ຂ້ອຍບໍ່ໄດ້ເຂົ້າໃຈຫຍັງເລີຍ ແລະ ມັນຈະເປັນເລື່ອງທີ່ໜ້າອັບອາຍ. ຫຼັງຈາກທີ່ພິຈາລະນາດົນເຕີບ, ຂ້ອຍບໍ່ໄດ້ເວົ້າຫຍັງ. ແລ້ວເອື້ອຍນ້ອງຄົນໜຶ່ງກໍເວົ້າກ່ຽວກັບຄວາມຫຍຸ້ງຍາກບາງຢ່າງທີ່ລາວປະສົບວ່າກ່ຽວຂ້ອງກັບບບາງບັນຫາດ້ານວິຊາຊີບ. ຂ້ອຍຍິ່ງສັບສົນຫຼາຍຂຶ້ນຕື່ມ. ຂ້ອຍບໍ່ກ້າຖາມລາວວ່າລາວໝາຍເຖິງຫຍັງ. ຂ້ອຍຢ້ານວ່າ ຖ້າຂ້ອຍບໍ່ສາມາດແກ້ໄຂບັນຫາຂອງລາວ, ລາວຈະຄິດວ່າຂ້ອຍບໍ່ແມ່ນຜູ້ນຳທີ່ດີ. ຂ້ອຍພຽງເວົ້າເລັກນ້ອຍ ແລະ ຫຼີກລ່ຽງບັນຫາໂດຍເວົ້າວ່າ “ຂ້ອຍຈະເບິ່ງບັນຫານີ້ຕາມພາຍລັງ”. ຫຼັງຈາກການປະຊຸມ, ຂ້ອຍອິດເມື່ອຍຫຼາຍ. ຂ້ອຍຮູ້ສຶກວ່າງເປົ່າ. ບໍ່ມີຫຍັງທີ່ຖືກແກ້ໄຂໃນກອງປະຊຸມນີ້. ບໍ່ແມ່ນຂ້ອຍກຳລັງຫຍຸ້ງຢູ່ກັບໜ້າທີ່ຂອງຂ້ອຍບໍ? ຂ້ອຍຍັງຮູ້ອີກວ່າ ອ້າຍເອື້່ອຍນ້ອງໃນກຸ່ມນີ້ບໍ່ໄດ້ບັນລຸຫຼາຍປານໃດ. ວຽກງານຂອງພວກເຂົາບໍ່ໄດ້ກ້າວໜ້າຫຼາຍປານໃດ ແລະ ຂ້ອຍຮູ້ສຶກບໍ່ດີກ່ຽວກັບມັນ. ຂ້ອຍຢ້ານພວກເຂົາຈະເວົ້າວ່າ ຂ້ອຍບໍ່ໄດ້ເຂົ້າໃຈວຽກນີ້ ແລະ ດູຖູກຂ້ອຍ. ຂ້ອຍພຽງແຕ່ເຮັດໃຫ້ວິທີການຂອງຂ້ອຍສັບສົນໃນທຸກກອງປະຊຸມ. ຂ້ອຍບໍ່ເຄີຍເຂົ້າໃຈສະຖານະການຂອງວຽກແທ້ໆ ແລະ ບໍ່ໄດ້ແກ່ໄຂບັນຫາຕົວຈິງໃດໆ. ຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງໃດໜຶ່ງຢູ່. ບໍ່ແມ່ນຂ້ອຍກຳລັງຫຼອກລວງພຣະເຈົ້າ ແລະ ຕົວະຕົ້ມອ້າຍເອື້ອຍນ້ອງຢູ່ບໍ? ຂ້ອຍຮູ້ສຶກບໍ່ສະບາຍໃຈ ແລະ ຕຳນິໂຕເອງ. ຂ້ອຍອະທິຖານໃຫ້ພຣະເຈົ້າຊ່ວຍຂ້ອຍໃຫ້ທົບທວນໂຕເອງ ແລະ ພະຍາຍາມຮູ້ຈັກໂຕເອງ.

ມື້ໜຶ່ງໃນລະຫວ່າງການເຝົ້າດ່ຽວ, ຂ້ອຍອ່ານບົດຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າ: “ມະນຸດທີ່ເສື່ອມຊາມທຸກຄົນທົນທຸກຈາກບັນຫາທົ່ວໄປ: ເມື່ອພວກເຂົາບໍ່ມີສະຖານະ, ເມື່ອພວກເຂົາເປັນອ້າຍເອື້ອຍນ້ອງທຳມະດາ, ພວກເຂົາກໍບໍ່ທະນົງຕົວເມື່ອກຳລັງມີປະຕິສຳພັນ ຫຼື ກຳລັງເວົ້າກັບຄົນໃດໜຶ່ງ ຫຼື ພວກເຂົາບໍ່ນໍາໃຊ້ຮູບແບບ ຫຼື ນໍ້າສຽງໃດໜຶ່ງໃນການເວົ້າຂອງພວກເຂົາ; ພວກເຂົາເປັນພຽງຄົນປົກກະຕິ ແລະ ທຳມະດາ ແລະ ບໍ່ຕ້ອງການຫຸ້ມຫໍ່ຕົນເອງ. ພວກເຂົາບໍ່ຮູ້ສຶກກົດດັນທາງດ້ານຈິດຕະວິທະຍາໃດໆ ແລະ ສາມາດໂອ້ລົມກັນຢ່າງເປີດເຜີຍ ແລະ ຈາກຫົວໃຈ. ພວກເຂົາສາມາດເຂົ້າເຖິງໄດ້ ແລະ ມີປະຕິສຳພັນນໍາງ່າຍ; ຄົນອື່ນຮູ້ສຶກວ່າພວກເຂົາເປັນຄົນດີຫຼາຍ. ເຖິງຢ່າງໃດກໍຕາມ, ທັນທີທີ່ພວກເຂົາໄດ້ຮັບສະຖານະ, ພວກເຂົາກໍກາຍມາເປັນຄົນສູງສົ່ງ ແລະ ຍິ່ງໃຫຍ່, ຄືກັບວ່າບໍ່ມີຜູ້ໃດສາມາດເຂົ້າເຖິງພວກເຂົາ; ພວກເຂົາຮູ້ສຶກວ່າພວກເຂົາສົມຄວນໄດ້ຮັບຄວາມເຄົາລົບ ແລະ ພວກເຂົາ ແລະ ຄົນປົກກະຕິແມ່ນຖືກຕັດມາຈາກຜ້າແພທີ່ແຕກຕ່າງກັນ. ພວກເຂົາດູຖູກຄົນປົກກະຕິ ແລະ ຢຸດໂອ້ລົມຢ່າງເປີດເຜີຍກັບຄົນອື່ນ. ເປັນຫຍັງພວກເຂົາຈຶ່ງບໍ່ໂອ້ລົມຢ່າງເປີດເຜີຍອີກຕໍ່ໄປ? ພວກເຂົາຮູ້ສຶກວ່າ ຕອນນີ້ ພວກເຂົາມີສະຖານະ ແລະ ເປັນຜູ້ນໍາ. ພວກເຂົາຄິດວ່າຜູ້ນໍາຕ້ອງມີພາບລັກໂດຍສະເພາະ, ຂ້ອນຂ້າງສູງສົ່ງກວ່າຄົນທໍາມະດາ ແລະ ມີວຸດທິພາວະສູງກວ່າ ແລະ ສາມາດຮັບເອົາຄວາມຮັບຜິດຊອບຫຼາຍກວ່າ; ພວກເຂົາເຊື່ອວ່າ ເມື່ອທຽບໃສ່ຄົນທໍາມະດາ, ຜູ້ນໍາຕ້ອງມີຄວາມອົດທົນຫຼາຍກວ່າ, ສາມາດທົນທຸກ ແລະ ເສຍສະຫຼະໄດ້ຫຼາຍກວ່າ ແລະ ສາມາດອົດທົນຕໍ່ການລໍ້ລວງໃດໜຶ່ງ. ພວກເຂົາເຖິງກັບຄິດວ່າຜູ້ນໍາບໍ່ສາມາດຮ້ອງໄຫ້, ບໍ່ວ່າສະມາຊິກເທົ່າໃດຄົນໃນຄອບຄົວຂອງພວກເຂົາອາດຕາຍ ຫຼື ບໍ່ກໍຕາມ ແລະ ຖ້າພວກເຂົາຈະຮ້ອງໄຫ້ ພວກເຂົາກໍຕ້ອງຮ້ອງໄຫ້ຢ່າງລັບໆ ເພື່ອວ່າຈະບໍ່ມີຜູ້ໃດສາມາດເຫັນຄວາມລົ້ມເຫຼວ, ຂໍ້ບົກຜ່ອງ ຫຼື ຄວາມອ່ອນແອໃນພວກເຂົາ. ພວກເຂົາເຖິງກັບຮູ້ສຶກວ່າ ຜູ້ນໍາບໍ່ສາມາດປ່ອຍໃຫ້ຜູ້ໃດຮູ້ວ່າພວກເຂົາໄດ້ກາຍເປັນຄົນຄິດລົບແລ້ວ ຫຼື ບໍ່; ກົງກັນຂ້າມ, ພວກເຂົາຕ້ອງເຊື່ອງທຸກສິ່ງດັ່ງກ່າວໄວ້. ພວກເຂົາເຊື່ອວ່ານີ້ແມ່ນວິທີການທີ່ຄົນມີສະຖານະຄວນປະພຶດ” (ຄັດຈາກບົດ “ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ, ຄົນນັ້ນຕ້ອງມີເສັ້ນທາງແຫ່ງການປະຕິບັດໂດຍສະເພາະ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າເປີດເຜີຍສະພາວະທີ່ແທ້ຈິງຂອງຂ້ອຍ. ກ່ອນຂ້ອຍເປັນຜູ້ນຳ, ຖ້າຂ້ອຍບໍ່ເຂົ້າໃຈບາງສິ່ງບາງຢ່າງ, ຂ້ອຍກໍຈະຖາມໃຜບາງຄົນ. ຂ້ອຍຈະສົນທະນາຢ່າງເປີດເຜີຍກັບຄົນອື່ນ ຖ້າຂ້ອຍມີບັນຫາ ຫຼື ຄວາມຫຍຸ້ງຍາກໃດໜຶ່ງ. ຫຼັງຈາກທີ່ຂ້ອຍກາຍເປັນຜູ້ນຳ, ຂ້ອຍຮູ້ສຶກວ່າຂ້ອຍຄວນເກັ່ງກວ່າຄົນອື່ນ. ຂ້ອຍຮູ້ສຶກວ່າ ເນື່ອງຈາກວ່າຂ້ອຍຖືກເລືອກໂດຍອ້າຍເອື້ອຍນ້ອງ, ຂ້ອຍຄວນເຮັດໂຕໃຫ້ເປັນຜູ້ນຳ. ຂ້ອຍຕ້ອງເກັ່ງກວ່າພວກເຂົາ, ຂ້ອຍຕ້ອງສາມາດເຂົ້າໃຈ ແລະ ແກ້ໄຂສິ່ງໃດໜຶ່ງໄດ້. ດັ່ງນັ້ນ, ເມື່ອຂ້ອຍໄປປະຊຸມກຸ່ມ, ຂ້ອຍຈຶ່ງຖືໂຕຢ່າງແຕກຕ່າງ. ແຕ່ຍ້ອນມີບາງສິ່ງທີ່ຂ້ອຍບໍ່ເຂົ້າໃຈ, ຂ້ອຍຈຶ່ງຢ້ານຄົນອື່ນດູຖູກຂ້ອຍ. ຂ້ອຍເລີ່ມເຮັດໂຕປອມໆ ແລະ ທຳທ່າ, ຂ້ອຍລະເລີຍໜ້າທີ່ຂອງຕົນ. ຂ້ອຍໄປຫາກຸ່ມທີ່ມີໜ້າວຽກທີ່ງ່າຍທີ່ສຸດຢູ່ບ່ອນທີ່ຂ້ອຍສາມາດສະແດງພອນສະຫວັນຂອງຂ້ອຍໄດ້ ແລະ ຂ້ອຍຫຼີກລ່ຽງການຜະເຊີນໜ້າກັບໜ້າວຽກທີ່ຍາກ ຫຼື ກ່ຽວຂ້ອງກັບຂອບເຂດທີ່ຂ້ອຍບໍ່ເຂົ້າໃຈເພື່ອບໍ່ໃຫ້ຂ້ອຍເສຍໜ້າ ຖ້າຂ້ອຍເຮັດວຽກບໍ່ໄດ້ດີ. ເຖິງວ່າຂ້າຈະນ້ອຍໄປແລ້ວ, ຂ້ອຍກໍຈະພຽງແຕ່ເວົ້າສິ່ງທີ່ບໍ່ມີຄວາມໝາຍ ແລະ ເຮັດໃຫ້ວິທີການຂອງຂ້ອຍສັບສົນ. ຂ້ອຍບໍ່ສາມາດຜະເຊີນໜ້າກັບບັນຫາຕົວ ຈິງໃນກຸ່ມເຫຼົ່ານັ້ນ. ຂ້ອຍລົງທຶນຫຼາຍເກີນໄປໃນຄວາມທະນົງໂຕ ແລະ ການເປັນຜູ້ນຳ. ເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ຜູ້ນໍາເຈາະເລິກເຂົ້າໄປໃນແຕ່ລະວຽກ, ສື່ສານຄວາມຈິງ ແລະ ແກ້ໄຂບັນຫາທີ່ອ້າຍເອື້ອຍນ້ອງຂອງພວກເຮົາຜະເຊີນ ເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງຄົນຕາມຫຼັກການແຫ່ງຄວາມຈິງ. ນີ້ໝາຍເຖິງການເຮັດວຽກທີ່ແທ້ຈິງ ແລະ ໃສ່ໃຈກັບຄວາມປະສົງຂອງພຣະເຈົ້າ. ຂ້ອຍຮູ້ວ່າອ້າຍເອື້ອຍນ້ອງໃນກຸ່ມນີ້ປະສົບກັບຄວາມຫຍຸ້ງຍາກ, ແຕ່ຂ້ອຍບໍ່ເຕັມໃຈທີ່ຈະຜະເຊີນກັບບັນຫາຂອງພວກເຂົາ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ຂ້ອຍໝົກໝຸ້ນຢູ່ກັບຄວາມທະນົງໂຕຂອງໂຕເອງ, ລະເລີຍໃນໜ້າທີ່ຂອງຕົນ ແລະ ຂ້ອຍມີຊີວິດຢູ່ເພື່ອສັກສີເທົ່ານັ້ນ. ຂ້ອຍລືມເລື່ອງວຽກງານໃນຄົວເຮືອນຂອງພຣະເຈົ້າໄປໝົດແລ້ວ. ດ້ວຍເຫດນັ້ນ, ບັນຫາໃນກຸ່ມນີ້ບໍ່ໄດ້ຖືກແກ້ໄຂ ແລະ ຄວາມກ້າວໜ້າກໍຊັກຊ້າ. ບໍ່ແມ່ນຂ້ອຍເປັນພຽງຜູ້ນຳຈອມປອມທີ່ມັກສະຖານະເປັນຜູ້ນຳໂດຍບໍ່ໄດ້ເຮັດວຽກງານຕົວຈິງບໍ? ການສະແຫວງຫາສະຖານະນັ້ນອິດເມື່ອຍຫຼາຍ ແລະ ເຮັດໃຫ້ຂ້ອຍຮູ້ສຶກບໍ່ສະບາຍໃຈໃນໃຈຂອງຂ້ອຍ. ມັນຍັງນຳເອົາການຂັດຂວາງມາສູ່ພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າດ້ວຍ, ເປັນສະຖານະການໆສູນເສຍໜຶ່ງ. ຖ້າຂ້ອຍບໍ່ກັບໃຈ, ຂ້ອຍກໍຈະເຮັດຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈະເຮັດໃຫ້ພຣະເຈົ້າປະຖິ້ມຂ້ອຍ. ຂ້ອຍຈຶ່ງອະທິຖານຫາພຣະເຈົ້າໂດຍໄວ ແລະ ສະແຫວງຫາແນວທາງປະຕິບັດ.

ແລ້ວຂ້ອຍກໍອ່ານອີກບົດຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າ: “ເມື່ອເຈົ້າບໍ່ມີສະຖານະ, ເຈົ້າສາມາດໄຈ້ແຍກຕົນເອງຢູ່ເລື້ອຍໆ ແລະ ມາຮູ້ຈັກຕົນເອງ. ຄົນອື່ນສາມາດໄດ້ຮັບຜົນປະໂຫຍດຈາກສິ່ງນີ້. ເມື່ອເຈົ້າມີສະຖານະ, ເຈົ້າຍັງສາມາດໄຈ້ແຍກຕົນເອງຢູ່ເລື້ອຍໆ ແລະ ມາຮູ້ຈັກຕົນເອງ, ເຮັດໃຫ້ຄົນອື່ນເຫັນຄວາມເປັນຈິງຂອງຄວາມຈິງໃນຕົວເຈົ້າ ແລະ ຢັ່ງເຖິງຄວາມປະສົງຂອງພຣະເຈົ້າ. ຜູ້ຄົນສາມາດໄດ້ຮັບຜົນປະໂຫຍດຈາກສິ່ງນີ້ເຊັ່ນກັນ, ບໍ່ແມ່ນບໍ? ຖ້າເຈົ້າປະຕິບັດແບບນັ້ນ, ແລ້ວບໍ່ວ່າເຈົ້າມີສະຖານະ ຫຼື ບໍ່, ຄົນອື່ນກໍຈະໄດ້ຮັບຜົນປະໂຫຍດຈາກມັນເຊັ່ນກັນ. ສະນັ້ນ ສະຖານະໝາຍເຖິງຫຍັງສຳລັບເຈົ້າ? ໃນຄວາມເປັນຈິງແລ້ວ, ມັນແມ່ນສິ່ງທີ່ເພີ່ມເຕີມ ແລະ ເກີນ, ຄືກັບເສື້ອຜ້າຜືນໜຶ່ງ ຫຼື ໝວກໃບໜຶ່ງ; ຕາບໃດທີ່ເຈົ້າບໍ່ຖືວ່າມັນເປັນສິ່ງທີ່ຍິ່ງໃຫຍ່ເກີນໄປ, ມັນກໍບໍ່ສາມາດຄວບຄຸມເຈົ້າໄດ້. ຖ້າເຈົ້າຮັກສະຖານະ ແລະ ໃຫ້ຄວາມສຳຄັນກັບມັນເປັນພິເສດ, ເຮັດຄືກັບວ່າມັນເປັນເລື່ອງສຳຄັນຢູ່ສະເໝີ, ແລ້ວມັນກໍຈະເຮັດໃຫ້ເຈົ້າຢູ່ພາຍໃຕ້ການຄວບຄຸມຂອງມັນ; ຫຼັງຈາກນັ້ນ, ເຈົ້າຈະບໍ່ຕ້ອງການຮູ້ຈັກຕົນເອງອີກຕໍ່ໄປ ຫຼື ເຈົ້າຈະບໍ່ເຕັມໃຈທີ່ຈະເປີດໃຈ ແລະ ເປີດເຜີຍຕົນເອງ ຫຼື ປະວາງບົດບາດການເປັນຜູ້ນໍາຂອງເຈົ້າເພື່ອເວົ້າ ແລະ ປະຕິສຳພັນກັບຄົນອື່ນ ແລະ ເຮັດໜ້າທີ່ຂອງເຈົ້າ. ນີ້ແມ່ນບັນຫາແບບໃດ? ເຈົ້າບໍ່ໄດ້ຮັບເອົາສະຖານະນີ້ສຳລັບຕົນເອງບໍ? ແລ້ວຫຼັງຈາກນັ້ນ ເຈົ້າບໍ່ໄດ້ສືບຕໍ່ຄອບຄອງຕໍາແໜ່ງນັ້ນ ແລະ ບໍ່ເຕັມໃຈທີ່ຈະປະມັນໄປ ແລະ ເຖິງກັບຍາດຊິງກັບຄົນອື່ນເພື່ອປົກປ້ອງສະຖານະຂອງເຈົ້າບໍ? ເຈົ້າບໍ່ໄດ້ພຽງແຕ່ທໍລະມານກັບຕົນເອງບໍ? ຖ້າເຈົ້າຈົບລົງດ້ວຍການທໍລະມານຕົນເອງຈົນຕາຍ, ເຈົ້າຈະໂທດຜູ້ໃດ? ເມື່ອເຈົ້າມີສະຖານະ, ຖ້າເຈົ້າສາມາດຫັກຫ້າມຈາກການເຮັດໃຫ້ມັນເປັນເຈົ້ານາຍຄົນອື່ນ, ກົງກັນຂ້າມ ເຈົ້າໃຫ້ຄວາມສຳຄັນກັບວິທີການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ເຮັດທຸກສິ່ງທີ່ເຈົ້າສາມາດເຮັດໄດ້ ແລະ ປະຕິບັດໜ້າທີ່ທັງໝົດທີ່ເຈົ້າຄວນເຮັດ ແລະ ຖ້າເຈົ້າເຫັນວ່າຕົນເອງເປັນອ້າຍເອື້ອຍນ້ອງທີ່ທຳມະດາ, ແລ້ວເຈົ້າຈະບໍ່ປະຖິ້ມແອກແຫ່ງສະຖານະບໍ?” (ຄັດຈາກບົດ “ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ, ຄົນນັ້ນຕ້ອງມີເສັ້ນທາງແຫ່ງການປະຕິບັດໂດຍສະເພາະ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຫຼັງຈາກອ່ານພຣະທຳຂອງພຣະເຈົ້າ, ຂ້ອຍເຂົ້າໃຈວ່າເມື່ອພຣະເຈົ້າເຊີດຊູຂ້ອຍໃຫ້ເຮັດໜ້າທີ່ເປັນຜູ້ນຳ, ພຣະອົງບໍ່ໄດ້ກຳລັງປະທານສະຖານະໃຫ້ຂ້ອຍ, ແຕ່ແມ່ນການມອບໝາຍ, ແມ່ນຄວາມຮັບຜິດຊອບ. ບໍ່ວ່າບັນຫາຈະຍາກພຽງໃດ, ຂ້ອຍຕ້ອງທຸ້ມເທຢ່າງເຕັມທີ່ເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ເມື່ອປະຕິສຳພັນກັບອ້າຍເອື້ອຍນ້ອງ, ຂ້ອຍບໍ່ຄວນອີງໃສ່ສະຖານະຄວາມເປັນຜູ້ນຳຂອງຂ້ອຍ. ເມື່ອໃດກໍຕາມທີ່ຂ້ອຍສະແດງອຸປະນິໄສທີ່ເສື່ອມຊາມອອກມາ ຫຼື ມີຄວາມຫຍຸ້ງຍາກ ຫຼື ຄວາມບົກຜ່ອງເກີດຂຶ້ນ, ຂ້ອຍຕ້ອງສື່ສານຢ່າງເປີດເຜີຍ ແລະ ເປັນຄົນທີ່ເວົ້າຄວາມຈິງ ແລະ ໃຫ້ຄົນອື່ນເຫັນຄວາມເສື່ອມຊາມ ແລະ ຄວາມບົກຜ່ອງຂອງຂ້ອຍ ແລະ ຮູ້ວ່າຂ້ອຍແມ່ນໃຜແທ້. ຈະຕ້ອງບໍ່ມີການປອມແປງ ຫຼື ການທໍາທ່າ. ຂ້ອຍຄວນເປັນໂຕຂອງໂຕເອງ ແລະ ສົນທະນາກ່ຽວກັບສິ່ງທີ່ຂ້ອຍເຂົ້າໃຈເທົ່ານັ້ນ. ເມື່ອຂ້ອຍບໍ່ເຂົ້າໃຈ, ຂ້ອຍຕ້ອງສະແຫວງຫາຄວາມຈິງ ແລະ ສົນທະນາກັບອ້າຍເອື້ອຍນ້ອງເພື່ອເຮັດວຽກໃຫ້ດີທີ່ສຸດເທົ່າທີ່ເປັນໄປໄດ້ຮ່ວມກັນ. ຕໍ່ມາຂ້ອຍໄດ້ໄປທີ່ການຊຸມນຸມໃນກຸ່ມນັ້ນ. ເມື່ອຂ້ອຍຜະເຊີນກັບບັນຫາທີ່ກ່ຽວຂ້ອງກັບຄວາມຊ່ຽວຊານນີ້, ຂ້ອຍກໍປ່ອຍວາງອັດຕະຂອງຂ້ອຍຢ່າງມີສະຕິ. ຂ້ອຍຖາມຄົນອື່ນຢ່າງຫ້າວຫັນກ່ຽວກັບສິ່ງທີ່ຂ້ອຍບໍ່ເຂົ້າໃຈ ແລະ ຂໍໃຫ້ພວກຂົາອະທິບາຍໃຫ້ຟັງ. ພວກເຂົາບໍ່ໄດ້ຄິດຫຍັງກັບຂ້ອຍເລີຍ. ພວກເຂົາຍັງເປີດໃຈກ່ຽວກັບບັນຫາ ແລະ ຄວາມຫຍຸ້ງຍາກໃນວຽກຂອງພວກເຂົາເຊັ່ນກັນ. ເມື່ອພວກເຂົາເວົ້າ, ຂ້ອຍກໍຟັງຢ່າງເອົາໃຈໃສ່ ແລະ ພະຍາຍາມເຂົ້າໃຈ. ນັ້ນແມ່ນເມື່ອຂ້ອຍໄດ້ຮັບການຢັ່ງຮູ້ບາງຢ່າງໃນບັນຫາຂອງພວກເຂົາ ແລະ ສົນທະນາກັບພວກເຂົາໂດຍໃຊ້ຫຼັກການແຫ່ງຄວາມຈິງ. ຂ້ອຍຍັງໄດ້ສຶກສາຄວາມຊ່ຽວຊານດ້ານນີ້ດ້ວຍໃນເວລາຂອງໂຕເອງ. ເມື່ອຜະເຊີນກັບຄວາມຍາກລຳບາກ, ຂ້ອຍຈະຊອກຫາຄຳຕອບຮ່ວມກັບພວກເຂົາ. ໂດຍການເຮັດວຽກຮ່ວມກັນ, ພວກເຮົາສາມາດເສີມສ້າງເຊິ່ງກັນ ແລະ ກັນ. ພວກເຮົາເລີ່ມແກ້ໄຂຫຼາຍໆບັນຫາໃນວຽກຂອງພວກເຮົາ ແລະ ພວກເຮົາບັນລຸຜົນຮັບທີ່ດີກວ່າໃນໜ້າທີ່ຂອງພວກເຮົາ. ຂ້ອຍຮູ້ສຶກຜ່ອນຄາຍ ແລະ ສະບາຍໃຈຫຼາຍຂຶ້ນຫຼາຍ.

ສອງສາມເດືອນຕໍ່ມາ, ຄຣິສຕະຈັກໄດ້ຂະຫຍາຍຂອບເຂດວຽກຂອງຂ້ອຍ. ຂ້ອຍຮູ້ວ່າຂ້ອຍມີຫຼາຍສິ່ງທີ່ຕ້ອງຮຽນຮູ້. ເມື່ອຂ້ອຍປະສົບກັບບັນຫາ, ຂ້ອຍມັກຈະອະທິຖານຫາພຣະເຈົ້າ ແລະ ນຳພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ຂ້ອຍໄດ້ແກ້ໄຂບາງບັນຫາທີ່ແທ້ຈິງ. ອ້າຍເອື້ອຍນ້ອງເລີ່ມຍອມຮັບຂ້ອຍ ແລະ ນັບຖືຂ້ອຍ ແລະ ຂ້ອຍເລີ່ມເພີດເພີນກັບຄວາມຮູ້ສຶກນັັ້ນ. ໂດຍບໍ່ຮູ້ສຶກໂຕ, ຂ້ອຍເລີ່ມສຸມໃສ່ສະຖານະອີກຄັ້ງ. ມື້ໜຶ່ງ, ໃນລະຫວ່າງການປະຊຸມເພື່ອນຮ່ວມງານ, ຜູ້ນຳຂອງພວກເຮົາໄດ້ເວົ້າວ່າ ການປະຊຸມຂອງຄຣິສຕະຈັກບາງແຫ່ງບໍ່ໄດ້ຜົນຫຼາຍປານໃດ. ເພື່ອນຮ່ວມງານຂອງຂ້ອຍແນະນຳໃຫ້ຂ້ອຍໄປຄຣິສຕະຈັກດັ່ງກ່າວເພື່ອແກ້ໄຂບັນຫາ. ຂ້ອຍຄິດກັບໂຕເອງວ່າ “ເບິ່ງຄືວ່າຂ້ອຍມີຄວາມເປັນຈິງແຫ່ງຄວາມຈິງບາງຢ່າງ ແລະ ສາມາດຊ່ວຍແກ້ໄຂບັນຫາໄດ້. ຂ້ອຍຕ້ອງໂດດເດັ່ນໃນໝູ່ເພື່ອຮ່ວມງານ. ຂ້ອຍຈຳເປັນຕ້ອງເຮັດວຽກໜັກ ແລະ ສະແດງສິ່ງທີ່ຂ້ອຍສາມາເຮັດໄດ້ໃຫ້ພວກເຂົາເຫັນ”. ເນື່ອງຈາກເຈດຕະນາຜິດໆຂອງຂ້ອຍ, ພຣະເຈົ້າຈຶ່ງໄດ້ຈັດຕຽມສະຖານະການໜຶ່ງເພື່ອຈັດການກັບຂ້ອຍ. ມື້ໜຶ່ງ, ເອື້ອຍລີ ເຊິ່ງເປັນຫົວໜ້າກຸ່ມ ມີຄວາມຫຍຸ້ງຍາກບາງຢ່າງ ແລະ ຮູ້ສືກຄິດລົບເລັກນ້ອຍ. ຂ້ອຍພົບບົດຄວາມສອງບົດຈາກພຣະທຳຂອງພຣະເຈົ້າໂດຍໄວ ແລະ ໃຊ້ປະສົບການຂອງຂ້ອຍເພື່ອສົນທະນາກັບລາວ. ສິ່ງນີ້ດຳເນີນໄປເປັນເວລາສາມສິບນາທີ, ແຕ່ເບິ່ງຄືວ່າມັນບໍ່ມີຜົນຫຍັງກັບລາວເລີຍ. ຂ້ອຍຍັງຮູ້ສຶກໄດ້ເຊັ່ນກັນວ່າການສົນທະນາຂອງຂ້ອຍໜ້າເບື່ອ ແລະ ບໍ່ໄດ້ແກ້ໄຂບັນຫາໃດໆເລີຍ. ແລ້ວເອື້ອຍອັນກໍ່ຍົກບົດຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າຂຶ້ນມາ ແລະ ເອື້ອຍລີກໍເລີ່ມງຶກຫົວເຫັນດີ ແລະ ຍິ້ມ. ໃນຕອນນັ້ນ ຂ້ອຍຮູ້ສຶກອັບອາຍເລັກນ້ອຍ. ບົດຄວາມທີ່ເອື້່ອຍອັນອ້າງອີງເຖິງນັ້ນເໝາະສົມກວ່າ. ຂ້ອຍສົງໄສວ່າເອື້ອຍລີຈະຄິດແນວໃດກັບຂ້ອຍ. ລາວຈະເວົ້າວ່າຂ້ອຍເປັນຜູ້ນຳທີ່ບໍ່ມີຄຸນສົມບັດທີ່ຂ້ອຍບໍ່ໄດ້ຄັດບົດຄວາມທີ່ເໝາະສົມຈາກພຣະທຳຂອງພຣະເຈົ້າ ຫຼື ແກ້ໄຂບັນຫາໄດ້ດີຄືກັບເອື້ອຍອັນບໍ? ຂ້ອຍຮູ້ສຶກທໍ້ແທ້ ແລະ ບໍ່ຢາກສົນທະນາອີກຕໍ່ໄປ. ສອງສາມມື້ຕໍ່ມາ, ອ້າຍຊາງຢູ່ໃນສະພາວະທີ່ບໍ່ດີ. ຂ້ອຍໄດ້ພົບບາງບົດຄວາມທີ່ກ່ຽວຂ້ອງລ່ວງໜ້າ ແລະ ຄິດວ່າ “ຂ້ອຍຕ້ອງການໃຫ້ການສົນທະນານີ້ດຳເນີນໄປດ້ວຍດີເພື່ອຮັກສາໜ້າຕໍ່ໜ້າເອື້ອຍອັນ. ບໍ່ດັ່ງນັ້ນ, ຂ້ອຍຈະສາມາດເຮັດວຽກນີ້ໄດ້ແນວໃດ?” ເມື່ອຂ້ອຍເຫັນອ້າຍຊາງ, ຂ້ອຍກໍມີພະລັງ ແລະ ກະຕືລືລົ້ນຫຼາຍ. ຂ້ອຍພະຍາຍາມສື່ສານທຸກສິ່ງທີ່ຂ້ອຍຮູ້. ໂດຍບໍ່ຄາດຄິດ, ອ້າຍຊາງເວົ້າຢ່າງໃຈຮ້ອນໃສ່ຂ້ອຍວ່າ “ເອື້້ອຍ, ຂ້ອຍເຂົ້າໃຈສິ່ງທີ່ເຈົ້າກຳລັງເວົ້າ, ແຕ່ສະພາວະຂ້ອຍບໍ່ໄດ້ປັບປຸງຂຶ້ນເລີຍ. ຂ້ອຍຂໍຄິດເບິ່ງຕື່ມອີກ”. ຄຳເວົ້າຂອງລາວເຮັດໃຫ້ຂ້ອຍຕົກໃຈ. ຂ້ອຍນັ່ງລົງໂດຍເວົ້າຫຍັງບໍ່ອອກເລີຍ. ຂ້ອຍຢາກຈະລີ້ຢູ່ໃຕ້ໂງ່ນຫີນ. ຂ້ອຍເປັນທຸກ ແລະ ຄິດວ່າ “ມີຫຍັງຜິດປົກກະຕິກັບຂ້ອຍບໍ? ສິ່ງນີ້ບໍ່ເຄີຍເກີດຂຶ້ນເມື່ອຂ້ອຍລົມກັບອ້າຍເອື້ອຍນ້ອງຄົນອື່ນ. ເປັນຫຍັງຂ້ອຍຍັງສືບຕໍ່ເຮັດຜິດພາດຢູ່? ສິ່ງນີ້ຈະເຮັດໃຫ້ພວກເຂົາດູຖູກຂ້ອຍ. ພວກເຂົາຈະເວົ້າວ່າຂ້ອຍມີແຕ່ເວົ້າ ແລະ ຂ້ອຍບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້ບໍ?” ຂ້ອຍລືມວ່າການປະຊຸມຈົບລົງແນວໃດ.

ຫຼັງຈາກນັ້ນ, ເມື່ອໃດກໍຕາມທີ່ຂ້ອຍໃຊ້ເວລາຢູ່ກັບເອື້ອຍອັນ, ຂ້ອຍກໍມີສະຕິຫຼາຍ. ບາງຄັ້ງວິທີທີ່ລາວແນມເບິ່ງຂ້ອຍ ຫຼື ວິທີທີ່ລາວໂອ້ລົມຂ້ອນຂ້າງຮ້າຍແຮງເລັກນ້ອຍ. ຂ້ອຍຄິດວ່າ “ລາວມີບັນຫາຫຍັງກັບຂ້ອຍບໍ? ລາວບໍ່ເຫັນດີນຳຂ້ອຍບໍ?” ຂ້ອຍຄິດວ່າ ໃນອະນາຄົດ ຂ້ອຍຄວນຕີໂຕອອກຫ່າງ ເພື່ອວ່າຂ້ອຍຈະບໍ່ເປີດເຜີຍຂໍ້ບົກຜ່ອງໃດໆອອກມາຕື່ມອີກ. ຕໍ່ໜ້າອ້າຍເອື້ອຍນ້ອງຄົນອື່ນ, ຂ້ອຍຮັກສາພາບລັກຢ່າງຮອບຄອບເຊັ່ນກັນ. ຂ້ອຍຕັ້ງໃຈຕີໂຕອອກຫ່າງ ແລະ ບໍ່ຄ່ອຍໂອ້ລົມກັບພວກເຂົາ ຫຼື ຊ່ວຍແກ້ໄຂບັນຫາຂອງພວກເຂົາ. ຂ້ອຍຢຸດເຮັດໜ້າທີ່ຂອງຕົນຢ່າງມີຄວາມຮັບຜິດຊອບ. ຂ້ອຍເລີ່ມຄ່ອຍໆຮູ້ສຶກເຖິງຄວາມມືດມົນປົກຄຸມຫົວໃຈຂອງຂ້ອຍ. ຂ້ອຍບໍ່ສາມາດເຂົ້າໃຈ ຫຼື ແກ້ໄຂບັນຫາຂອງຄົນອື່ນໄດ້. ບາງເທື່ອຂ້ອຍກໍ່ຢ້ານທີ່ຈະພົບກັບພວກເຂົາ. ຂ້ອຍພຽງສັບສົນໃນແຕ່ລະມື້ ແລະ ຮູ້ສຶກວ່າພຣະເຈົ້າໄດ້ປະຖິ້ມຂ້ອຍແລ້ວ. ໃນທີ່ສຸດ ໃນຕອນນັ້ນເອງທີ່ຂ້ອຍໄດ້ອະທິຖານຫາພຣະເຈົ້າວ່າ “ພຣະເຈົ້າ, ຂ້ອຍພະຍາຍາມຮັກສາກຊື່ສຽງຂອງໂຕເອງຢູ່ສະເໝີ ແລະ ທຳທ່າຢູ່ສະເໝີ. ຂ້ອຍບໍ່ຮັບຜິດຊອບໃນໜ້າທີ່ຂອງຂ້ອຍອີກຕໍ່ໄປ. ພຣະອົງໄດ້ເຊື່ອງໃບໜ້າຂອງພຣະອົງຈາກຂ້ອຍ ແລະ ນັ້ນແມ່ນຄວາມຊອບທຳຂອງພຣະອົງ, ແຕ່ຂ້ອຍເຕັມໃຈກັບມາຫາພຣະອົງ ແລະ ທົບທວນໂຕເອງ”. ຫຼັງຈາກນັ້ນ ຂ້ອຍກໍອ່ານພຣະທຳຂອງພຣະເຈົ້າ: “ຜູ້ຄົນເອງຄືສິ່ງຂອງຈາກການເນລະມິດສ້າງ. ສິ່ງຂອງຈາກການເນລະມິດສ້າງຈະສາມາດບັນລຸອຳນາດອັນໄພສານໄດ້ບໍ? ພວກເຂົາສາມາດບັນລຸຄວາມສົມບູນແບບ ແລະ ຄວາມໄຮ້ມົນທິນໄດ້ບໍ? ພວກເຂົາສາມາດບັນລຸຄວາມຊ່ຽວຊານໃນທຸກສິ່ງ, ມາເຂົ້າໃຈທຸກສິ່ງ ແລະ ສຳເລັດທຸກສິ່ງບໍ? ພວກເຂົາບໍ່ສາມາດເຮັດໄດ້. ເຖິງຢ່າງໃດກໍຕາມ, ພາຍໃນມະນຸດແມ່ນມີຄວາມອ່ອນແອ. ທັນທີທີ່ພວກເຂົາຮຽນຮູ້ທັກສະ ຫຼື ວິຊາຊີບ, ຜູ້ຄົນກໍຈະຮູ້ສຶກວ່າພວກເຂົາມີຄວາມສາມາດ, ພວກເຂົາເປັນຄົນທີ່ມີສະຖານະ, ມີຄຸນຄ່າ ແລະ ພວກເຂົາເປັນຜູ້ຊ່ຽວຊານ. ບໍ່ວ່າພວກເຂົາຈະຄິດວ່າພວກເຂົາ ‘ມີຄວາມສາມາດ’ ສໍ່າໃດກໍຕາມ, ພວກເຂົາທຸກຄົນກໍຕ້ອງການຫຸ້ມຫໍ່ຕົນເອງຂຶ້ນ, ແອບແຝງວ່າຕົນເອງເປັນບຸກຄົນສຳຄັນທີ່ສຸດ ແລະ ປາກົດວ່າສົມບູນ ແລະ ໄຮ້ມົນທິນ, ບໍ່ມີຂໍ້ບົກຜ່ອງແມ່ນແຕ່ໜ້ອຍດຽວ; ໃນສາຍຕາຂອງຄົນອື່ນ, ພວກເຂົາປາຖະໜາທີ່ຈະຖືກພິຈາລະນາໃຫ້ເປັນຄົນທີ່ຍິ່ງໃຫຍ່, ມີລິດອຳນາດ, ມີຄວາມສາມາດຢ່າງຄົບຖ້ວນ ແລະ ສາມາດເຮັດສຳເລັດທຸກສິ່ງ. ພວກເຂົາຮູ້ສຶກວ່າ ຖ້າພວກເຂົາສະແຫວງຫາຄວາມຊ່ວຍເຫຼືອຈາກຄົນອື່ນໃນເລື່ອງໃດໜຶ່ງ, ພວກເຂົາຈະປາກົດວ່າບໍ່ມີຄວາມສາມາດ, ອ່ອນແອ ແລະ ດ້ອຍກວ່າ ແລະ ຜູ້ຄົນຈະດູຖູກພວກເຂົາ. ດ້ວຍເຫດຜົນນີ້, ພວກເຂົາຈຶ່ງຕ້ອງການຮັກສາເບື້ອງໜ້າຢູ່ສະເໝີ... ນີ້ແມ່ນອຸປະນິໄສປະເພດໃດ? ຜູ້ຄົນດັ່ງກ່າວອວດດີຫຼາຍ, ພວກເຂົາໄດ້ສູນເສຍຄວາມຮູ້ສຶກທັງໝົດ!” (ຄັດຈາກບົດ “ຫ້າສະພາວະທີ່ຈຳເປັນຕ້ອງຢູ່ໃນເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງຄົນໆໜຶ່ງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ໂດຍສະເພາະແລ້ວ ບາງຄົນເຫຼື້ອມໃສໂປໂລ. ພວກເຂົາມັກອອກໄປ ແລະ ກ່າວປາໄສ ແລະ ປະຕິບັດພາລະກິດ, ພວກເຂົາມັກເຂົ້າຮ່ວມການເຕົ້າໂຮມ ແລະ ເທດສະໜາ ແລະ ພວກເຂົາມັກຜູ້ຄົນທີ່ຟັງພວກເຂົາ, ບູຊາພວກເຂົາ ແລະ ພົວພັນຢູ່ກັບພວກເຂົາ. ພວກເຂົາຕ້ອງການມີສະຖານະຢູ່ໃນຄວາມຄິດຂອງຄົນອື່ນ ແລະ ພວກເຂົາຊື່ນຊົມມັນ ເມື່ອຄົນອື່ນໃຫ້ຄຸນຄ່າແກ່ພາບລັບທີ່ພວກເຂົາສະແດງອອກ. ໃຫ້ພວກເຮົາມາວິເຄາະທຳມະຊາດຂອງພວກເຂົາຈາກພຶດຕິກຳເຫຼົ່ານີ້: ແມ່ນຫຍັງຄືທຳມະຊາດຂອງພວກເຂົາ? ຖ້າພວກເຂົາປະພຶດແບບນີ້ແທ້ໆ, ແລ້ວມັນກໍພຽງພໍທີ່ຈະສະແດງວ່າ ພວກເຂົາອວດດີ ແລະ ທະນົງຕົວ. ພວກເຂົາບໍ່ນະມັດສະການພຣະເຈົ້າເລີຍ; ພວກເຂົາສະແຫວງຫາສະຖານະທີ່ສູງສົ່ງ ແລະ ປາຖະໜາທີ່ຈະມີສິດອຳນາດເໜືອຄົນອື່ນ, ຄອບຄອງພວກເຂົາ ແລະ ມີສະຖານະໃນຄວາມຄິດຂອງພວກເຂົາ. ນີ້ແມ່ນພາບລັກຂອງຊາຕານຢ່າງແທ້ຈິງ. ລັກສະນະຂອງທຳມະຊາດຂອງພວກເຂົາທີ່ໂດດເດັ່ນຄືຄວາມອວດດີ ແລະ ຄວາມທະນົງຕົວ, ຄວາມບໍ່ເຕັມໃຈທີ່ຈະນະມັດສະການພຣະເຈົ້າ ແລະ ຄວາມປາຖະໜາຢາກໃຫ້ຄົນອື່ນບູຊາ. ພືດຕິກຳດັ່ງກ່າວສາມາດເຮັດໃຫ້ເຈົ້າເຫັນຢ່າງຊັດເຈນຫຼາຍໃນທຳມະຊາດຂອງພວກເຂົາ” (ຄັດຈາກບົດ “ວິທີຮູ້ຈັກທໍາມະຊາດຂອງມະນຸດ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຫຼັງຈາກອ່ານພຣະທຳຂອງພຣະເຈົ້າ, ຂ້ອຍເຂົ້າໃຈວ່າຂ້ອຍເປັນພຽງໜຶ່ງໃນສິ່ງຊົງສ້າງຂອງພຣະເຈົ້າ. ມັນເປັນໄປບໍ່ໄດ້ທີ່ຂ້ອຍຈະເຂົ້າໃຈ ແລະ ເກັ່ງໃນທຸກສິ່ງ. ບໍ່ວ່າຈະກ່ຽວກັບຄວາມຈິງ ຫຼື ຄວາມຮູ້ສະເພາະທາງ, ສິ່ງທີ່ຂ້ອຍສາມາດເຂົ້າໃຈ ແລະ ຢັ່ງຮູ້ໄດ້ນັ້ນມີຂີດຈຳກັດຫຼາຍ. ມັນເປັນເລື່ອງປົກກະຕິທີ່ຈະເບິ່ງຂ້າມສິ່ງຕ່າງໆ ແລະ ເຮັດຜິດພາດ, ແຕ່ຂ້ອຍບໍ່ຮູ້ຈັກໂຕເອງແທ້ໆ ແລະ ຂ້ອຍບໍ່ຕ້ອງການຍອມຮັບຄວາມບົກຜ່ອງຂອງໂຕເອງ. ຂ້ອຍຢາກສົມບູນແບບ, ສູງສົ່ງ ແລະ ຍິ່ງໃຫຍ່ ແລະ ຂ້ອຍພຽງທຳທ່າເປັນຄົນອື່ນ ແລະ ໃສ່ໃຈກັບສິ່ງທີ່ຄົນອື່ນຄິດກັບຂ້ອຍຫຼາຍເກີນໄປ. ເມື່ອເພື່ອນຮ່ວມງານຂອງຂ້ອຍແນະນຳໃຫ້ຂ້ອຍໄປທີ່ຄຣິສຕະຈັກນັ້ນເພື່ອແກ້ໄຂບັນຫາຂອງພວກເຂົາ, ຂ້ອຍຮູ້ສຶກວ່າຂ້ອຍມີຄວາມເປັນຈິງແຫ່ງຄວາມຈິງ ແລະ ດີກວ່າພວກເຂົາ, ດັ່ງນັ້ນ ຂ້ອຍຈຶ່ງຕ້ອງການສະແດງພອນສະຫວັນຂອງຂ້ອຍ ແລະ ພິສູດໂຕເອງ. ເມື່ອຈັບຄູ່ກັບເອື້ອຍອັນ, ຂ້ອຍຮູ້ສຶກຄືກັບວ່າຂ້ອຍເປັນຜູ້ນໍາ ແລະ ຢູ່ບ່ອນນັ້ນເພື່ອແກ້ໄຂບັນຫາ, ດັ່ງນັ້ນ ຂ້ອຍຈຶ່ງຄວນເກັ່ງກວ່າລາວໃນທຸກສິ່ງ. ເມື່ອຂ້ອຍເຫັນວ່າເອື້ອຍອັນແກ້ໄຂບັນຫາຂອງຄົນອື່ນແນວໃດ ແລະ ຂ້ອຍສືບຕໍ່ເຮັດຜິດພາດ, ຂ້ອຍຮູ້ສຶກວ່າຂ້ອຍເສຍໜ້າ ແລະ ຂ້ອຍຢາກໜີໄປ, ດັ່ງນັ້ນ ຂ້ອຍຈຶ່ງຈົງໃຈເຮັດໂຕເຫີນຫ່າງຈາກຄົນອື່ນ ແລະ ເລີ່ມຫຼີກລ່ຽງໜ້າທີ່ຂອງຕົນ. ບັນຫາຕ່າງໆໃນຊີວິດຄຣິສຕະຈັກຍັງດຳເນີນຕໍ່ໄປ, ກີດກັນອ້າຍເອື້ອຍນ້ອງຈາການໄດ້ຮັບການເຂົ້າສູ່ຊີວິດ. ຂ້ອຍຮັບຮູ້ເຫດຜົນທີ່ຂ້ອຍເປັນຄົນຈອມປອມຢູ່ສະເໝີ ແມ່ນຍ້ອນຂ້ອຍຖືກເຮັດໃຫ້ເສື່ອມຊາມໂດຍພິດຂອງຊາຕານ ເຊັ່ນ: “ມະນຸດຄວນພະຍາຍາມທີ່ຈະດີກວ່າຄົນຮຸ່ນດຽວກັນຂອງພວກເຂົາຢູ່ສະເໝີ”, “ດັ່ງຕົ້ນໄມ້ທີ່ມີຊີວິດຢູ່ເພື່ອເປືອກຂອງມັນ, ມະນຸດມີຊີວິດຢູ່ເພື່ອໜ້າຕາຂອງເຂົາ” ແລະ “ມະນຸດປະຊື່ຂອງເຂົາໄວ້ໃນບ່ອນໃດກໍຕາມທີ່ເຂົາຢູ່ ເຊັ່ນດຽວກັບຫ່ານທີ່ຮ້ອງອອກມາບ່ອນໃດກໍຕາມທີ່ມັນບິນໄປ”. ບໍ່ວ່າຂ້ອຍຈະຢູ່ໃນກຸ່ມໃດກໍຕາມ, ຂ້ອຍພະຍາຍາມປອມແປງວິທີການຂອງຂ້ອຍ ແລະ ເຊື່ອງຄວາມບົກຜ່ອງຂອງຕົນໄວ້. ຂ້ອຍຕ້ອງການໃຫ້ຜູ້ຄົນເຫັນແຕ່ດ້ານດີຂອງຂ້ອຍເທົ່ານັ້ນ ແລະ ປະໄວ້ແຕ່ຄວາມປະທັບໃຈທີ່ດີເທົ່ານັ້ນໃຫ້ພວກເຂົາ. ຂ້ອຍຄິດວ່າມັນໃຫ້ຄຸນຄ່າຊີວິດ ແລະ ກຽດສັກສີແກ່ຂ້ອຍ, ແຕ່ເມື່ອຄວາມຮູ້ສຶກນັ້ນຜ່ານພົ້ນໄປ, ຂ້ອຍກໍຮູ້ສຶກເຈັບປວດ ແລະ ທໍ້ແທ້. ຂ້ອຍລະວັງໂຕ ແລະ ສົງໄສຄົນອື່ນ. ມັນອິດເມື່ອຍຫຼາຍ. ພຣະເຈົ້າຍົກໃຫ້ຂ້ອຍເຮັດໜ້າທີ່ເປັນຜູ້ນຳເພື່ອສັນລະເສີນ ແລະ ເປັນພະຍານແກ່ພຣະອົງ, ສົນທະນາເຖິງຄວາມຈິງເພື່ອແກ້ໄຂບັນຫາທີ່ແທ້ຈິງ ແລະ ນຳອ້າຍເອື້ອຍນ້ອງໄປສູ່ພຣະເຈົ້າ. ແຕ່ຂ້ອຍບໍ່ໄດ້ເຮັດສຸດຄວາມສາມາດເພື່ອສະໜັບສະໜູນວຽກງານຂອງເຮືອນຂອງພະເຈົ້າ. ກົງກັນຂ້າມ, ຂ້ອຍຖືວ່າມັນເປັນໂອກາດອວດອ້າງ ແລະ ຖືກຍົກຍໍຊົມເຊີຍ. ເມື່ອຂ້ອຍບໍ່ໄດ້ສິ່ງທີ່ຂ້ອຍຕ້ອງການ, ຂ້ອຍກໍລະເລີຍວຽກຂອງຕົນ. ຂ້ອຍເຄີຍຄິດແຕ່ການເພີ່ມຂຶ້ນ ແລະ ການຫຼຸດລົງຂອງກຽດສັກສີ ແລະ ສະຖານະພາບຂອງຂ້ອຍເທົ່ານັ້ນ ແລະ ຂ້ອຍບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ປະຕິບັດໜ້າທີ່ຮັບຜິດຊອບຂອງຕົນ. ດ້ວຍເຫດນັ້ນ, ພຣະເຈົ້າຈຶ່ງກຽດຊັງ ຂ້ອຍ ແລະ ວິນຍານຂອງຂ້ອຍກໍຢູ່ໃນຄວາມມືດມົນ. ຂ້ອຍບໍ່ພຽງແຕ່ບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງໃດໜຶ່ງເທົ່ານັ້ນ, ຂ້ອຍບໍ່ສາມາດເຮັດໄດ້ແມ່ນແຕ່ສິ່ງຕ່າງໆທີ່ຂ້ອຍສາມາດເຮັດໄດ້ໃນເບື້ອງຕົ້ນ. ຂ້ອຍເປັນພະຍານໃຫ້ແກ່ຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະເຈົ້າ. ທຳມະຊາດຂອງເປົາໂລແມ່ນອວດດີ ແລະ ມັກແຂ່ງຂັນ. ລາວສະແຫວງຫາສະຖານະຢ່າງຕາບອດ ແລະ ຕ້ອງການຖືກຍົກຍໍຊົມເຊີຍ. ລາວໄດ້ນຳເອົາຜູ້ຄົນມາຢູ່ຕໍ່ໜ້າໂຕເອງ ແລະ ກ້າວເຂົ້າສູ່ເສັ້ນທາງຂອງການຕໍ່ຕ້ານພຣະເຈົ້າ. ຂ້ອຍບໍ່ໄດ້ສະແຫວງຫາຄວາມຈິງ, ແຕ່ພຽງແຕ່ສະແຫວງຫາສະຖານະຢ່າງຕາບອດ. ຂ້ອຍສົນໃຈສິ່ງທີ່ຄົນອື່ນຄິດກັບຂ້ອຍຫຼາຍເກີນໄປ ແລະ ຕ້ອງການເອົາຊະນະພວກເຂົາ ແລະ ຫຼອກລວງພວກເຂົາ. ຄືກັບເປົາໂລ, ຂ້ອຍຍ່າງໃນເສັ້ນທາງຂອງການຕໍ່ຕ້ານພຣະເຈົ້າ! ເມື່ອຂ້ອຍຮັບຮູ້ສິ່ງນີ້, ຂ້ອຍກໍຟ້າວອະທິຖານຫາພຣະເຈົ້າ ແລະ ກັບໃຈ. ຂ້ອຍບໍ່ຢາກທຳທ່າເຮັດອີກຕໍ່ໄປ ຫຼື ປົກປ້ອງສະຖານະຂອງຂ້ອຍເອງ. ຂ້ອຍຢາກປະຕິບັດຄວາມຈິງ ແລະ ເປັນຄົນຊື່ສັດ.

ເມື່ອພົບປະກັບອ້າຍເອື້ອຍນ້ອງໃນຄັ້ງຕໍ່ໄປ, ຂ້ອຍຢາກບອກພວກເຂົາວ່າຂ້ອຍຜ່ານຫຍັງມາແດ່ ເພື່ອເປີດເຜີຍຄວາມເສື່ອມຊາມຂອງຂ້ອຍເອງ, ແຕ່ຂ້ອຍບໍ່ສາມາດເວົ້າອອກໄດ້. ຂ້ອຍເປັນຜູ້ນຳຄຣິສຕະຈັກ ແລະ ຄວນຈະຕິດຕາມວຽກຂອງພວກເຂົາ. ຖ້າຂ້ອຍບອກພວກເຂົາທຸກສິ່ງ, ຍອມຮັບໃນສິ່ງທີ່ຕົນເປັນ, ພວກເຂົາກໍຈະຄິດວ່າຂ້ອຍບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ, ຂ້ອຍບໍ່ເໝາະສົມກັບການເປັນຜູ້ນຳບໍ? ມັນຄ້າຍຄືກັບເສິກສົງຄາມໃນໃຈຂອງຂ້ອຍ. ນັ້ນແມ່ນເມື່ອຂ້ອຍຮັບຮູ້ວ່າຂ້ອຍກຳລັງພະຍາຍາມທຳທ່າເຮັດອີກຄັ້ງ ແລະ ຮັກສາຊື່ສຽງຂອງຂ້ອຍ. ຂ້ອຍຄິດກ່ຽວກັບວິທີທີ່ຂ້ອຍສືບຕໍ່ໃຫ້ຄຸນຄ່າສະຖານະຊໍ້າແລ້ວຊໍ້າອີກ, ເຊິ່ງຂັດຂວາງວຽກງານຂອງເຮືອນຂອງພະເຈົ້າ ແລະ ເຮັດໃຫ້ຂ້ອຍເດີນໄປໃນທາງທີ່ຜິດ. ຫົວໃຈຂ້ອຍເຕັມໄປດ້ວຍຄວາມຢ້ານກົວ. ຂ້ອຍຄິດເຖິງພຣະທຳຂອງພຣະເຈົ້າ: “ເຈົ້າບໍ່ຈຳເປັນຕ້ອງປົກປິດຫຍັງ, ດັດແປງຫຍັງ ຫຼື ໃຊ້ກົນລະຍຸດອັນໃດໜຶ່ງເພື່ອເຫັນແກ່ຊື່ສຽງ, ຄວາມເຄົາລົບໂຕເອງ ແລະ ສະຖານະຂອງເຈົ້າເອງ ແລະ ສິ່ງນີ້ຍັງໃຊ້ໄດ້ກັບຄວາມຜິດພາດອັນໃດໜຶ່ງທີ່ເຈົ້າໄດ້ເຮັດ; ວຽກທີ່ບໍ່ມີຈຸດໝາຍດັ່ງກ່າວແມ່ນບໍ່ຈຳເປັນ. ຖ້າເຈົ້າບໍ່ເຮັດແນວນັ້ນ, ແລ້ວເຈົ້າຈະມີຊີວິດຢູ່ຢ່າງງ່າຍດາຍ ແລະ ບໍ່ອິດເມື່ອຍ ແລະ ຢູ່ໃນຄວາມສະຫວ່າງຢ່າງສິ້ນເຊີງ. ມີພຽງຄົນເຫຼົ່ານັ້ນເທົ່ານັ້ນທີ່ສາມາດໄດ້ຮັບຄຳສັນລະເສີນຂອງພຣະເຈົ້າ” (ຄັດຈາກບົດ “ມີພຽງແຕ່ຄົນທີ່ປະຕິບັດຄວາມຈິງເທົ່ານັ້ນຈຶ່ງເປັນຄົນທີ່ຢຳເກງພຣະເຈົ້າ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າເຮັດໃຫ້ຫົວໃຈຂອງຂ້ອຍສົດໃສ ແລະ ໃຫ້ແຮງບັນດານໃຈແກ່ຂ້ອຍ. ຂ້ອຍຮູ້ສຶກວ່າ ການຢູ່ໃນສະພາບແວດລ້ອມນີ້ແມ່ນໂອກາດປະຕິບັດຄວາມຈິງ. ຂ້ອຍບໍ່ສາມາດເຊື່ອງຕົວຕົນທີ່ແທ້ຈິງຂອງຂ້ອຍ ແລະ ປົກປ້ອງສະຖານະຂອງຂ້ອຍໄດ້ອີກຕໍ່ໄປ, ດັ່ງນັ້ນ ຂ້ອຍຈຶ່ງແບ່ງປັນຄວາມເສື່ອມຊາມທັງໝົດຂອງຂ້ອຍ ແລະ ບົດຮຽນທີ່ຂ້ອຍໄດ້ຮຽນຮູ້ກັບອ້າຍເອື້ອຍນ້ອງ. ພວກເຮົາທຸກຄົນໄດ້ຮັບບາງສິ່ງບາງຢ່າງຈາກການສົນທະນານີ້ ແລະ ໃກ້ຊິດກັນຫຼາຍຂຶ້ນ. ພວກເຮົາຍັງໂອ້ລົມກັນກ່ຽວກັບບັນຫາເລື່ອງວຽກອີກດ້ວຍ ແລະ ໂດຍການດຶງເອົາຈຸດແຂງຂອງກັນ ແລະ ກັນ, ພວກເຮົາກໍສາມາດແກ້ໄຂຂໍ້ຜິດພາດໃນໜ້າທີ່ຂອງພວກເຮົາໄດ້. ຫຼັງຈາກນັ້ນບໍ່ດົນ, ບັນຫາໃນຄຣິສຕະຈັກນີ້ກໍໄດ້ຖືກແກ້ໄຂ. ສະພາວະຂອງອ້າຍເອື້ອຍນ້ອງກໍດີຂຶ້ນເຊັ່ນກັນ ແລະ ພວກເຂົາເລີ່ມປະຕິບັດໜ້າທີ່ຂອງຕົນຢ່າງຫ້າວຫັນ. ຫຼັງຈາກນັ້ນ, ເມື່ອຂ້ອຍປະຕິບັດໜ້າທີ່ຂອງຕົນ, ເຖິງແມ່ນວ່າບາງເທື່ອຂ້ອຍຍັງຮູ້ສຶກຖືກຈຳກັດດ້ວຍຄວາມຄິດເລື່ອງສະຖານະ, ຂ້ອຍກໍສາມາດອະທິຖານຫາພຣະເຈົ້າໄດ້ຢ່າງມີສະຕິ, ປະຕິບັດຄວາມຈິງ ແລະ ຊື່ສັດ ແລະ ຂ້ອຍສາມາດເປີດເຜີຍກ່ຽວກັບຄວາມເສື່ອມຊາມຂອງຂ້ອຍໄດ້. ຂ້ອຍຄ່ອຍໆຢຸດໃຫ້ຄວາມສົນໃຈຫຼາຍກັບສະຖານະຂອງຂ້ອຍ. ນັບແຕ່ນັ້ນມາ, ຂ້ອຍກໍສາມາດເຂົ້າກັນກັບອ້າຍເອື້ອຍນ້ອງໄດ້ງ່າຍໆ ໂດຍການເປີດໃຈໂດຍບໍ່ໄດ້ທຳທ່າເຮັດອີກ. ຂ້ອຍສາມາດສະແຫວງຫາຄວາມຈິງ ແລະ ເຮັດໜ້າທີ່ຂອງຂ້ອຍໄດ້ຢ່າງມີເຫດຜົນ ໂດຍບໍ່ມີການທໍາທ່າໃດໆທັງສິ້ນ. ນີ້ແມ່ນຜົນໄດ້ຮັບຈາກການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ! ຂໍຂອບໃຈພຣະເຈົ້າ!

ກ່ອນນີ້: 33. ໂສ້ລ່າມແຫ່ງຊື່ສຽງ ແລະ ກຳໄລ

ຕໍ່ໄປ: 35. ມື້ແຫ່ງການສະແຫວງຫາຊື່ສຽງ ແລະ ຜົນກຳໄລ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ພາກສະເໜີໂດຍຫຍໍ້ ກ່ຽວກັບປະຫວັດຂອງການປາກົດຕົວ ແລະ ພາລະກິດຂອງພຣະຄຣິດໃນຍຸກສຸດທ້າຍໃນປະເທດຈີນ

ປະເທດຈີນແມ່ນດິນແດນທີ່ມັງກອນແດງຍິ່ງໃຫຍ່ອາໄສຢູ່ ແລະ ເປັນດິນແດນທີ່ໄດ້ຕໍ່ຕ້ານ ແລະ ປະນາມພຣະເຈົ້າຢ່າງຮ້າຍແຮງຕະຫຼອດປະຫວັດສາດ. ປະເທດຈີນແມ່ນປ້ອມປະການຂອງພວກຜີສາດ ແລະ ເປັນຄຸກທີ່ຄວບຄຸມໂດຍມານຮ້າຍ ທີ່ບໍ່ສາມາດເຈາະເຂົ້າ ແລະ ແຊກຊຶມເຂົ້າໄດ້. ຍິ່ງໄປກວ່ານັ້ນ, ລະບົບການປົກຄອງຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນຢືນຍາມຢູ່ໃນທຸກລະດັບ ແລະ ໄດ້ກໍ່ຕັ້ງກອງກໍາລັງປ້ອງກັນໃນທຸກຄົວເຮືອນ. ດ້ວຍເຫດນັ້ນ, ບໍ່ມີບ່ອນໃດ ທີ່ຈະເຜີຍແຜ່ຂ່າວປະເສີດຂອງພຣະເຈົ້າ ແລະ ດໍາເນີນພາລະກິດຂອງພຣະເຈົ້າໄດ້ຍາກລໍາບາກໄປກວ່າບ່ອນນີ້ອີກແລ້ວ. ໃນເວລາທີ່ພັກຄອມມູນິດຈີນຂຶ້ນຄອງອໍານາດໃນປີ 1949, ການເຊື່ອຖືໃນສາສະໜາໃນປະເທດຈີນແຜ່ນດິນໃຫຍ່ແມ່ນຖືກປາບປາມ ແລະ ຖືກຫ້າມຢ່າງສິ້ນເຊີງ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າແມ່ນພຣະເຈົ້າອົງດຽວກັນບໍ?

ເມື່ອມະນຸດຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ພຣະເຈົ້າກໍໄດ້ເລີ່ມແຜນການຄຸ້ມຄອງຂອງພຣະອົງເພື່ອຄວາມລອດພົ້ນຂອງມະນຸດຊາດ....

ຄວາມເຊື່ອພື້ນຖານແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

(1) ຫຼັກຄໍາສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼັກຄຳສອນຂອງສາດສະໜາຄຣິດສະຕຽນມີຕົ້ນກຳເນີດມາຈາກພຣະຄຳພີ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້