40. ການປິ່ນປົວຄວາມອິດສາ

ໂດຍ ຊຸນຈິ໋ວ, ຈີນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ເນື້ອໜັງຂອງມະນຸດແມ່ນມາຈາກຊາຕານ, ມັນເຕັມໄປດ້ວຍນິໄສກະບົດ, ມັນເປິເປື້ອນຢ່າງໜ້າເວດທະນາ ແລະ ມັນເປັນສິ່ງທີ່ບໍ່ບໍລິສຸດ. ຜູ້ຄົນຢາກໄດ້ຄວາມສຸກທາງຝ່າຍເນື້ອໜັງຫຼາຍເກີນໄປ ແລະ ສະແດງອອກເຖິງເນື້ອໜັງຫຼາຍເກີນໄປ; ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງກຽດຊັງເນື້ອໜັງຂອງມະນຸດຈົນເຖິງລະດັບໃດໜຶ່ງ. ເມື່ອຜູ້ຄົນປະຖິ້ມສິ່ງຕ່າງໆທີ່ສົກກະປົກ ແລະ ເສື່ອມຊາມຂອງຊາຕານ, ພວກເຂົາກໍໄດ້ຮັບເອົາຄວາມລອດພົ້ນຂອງພຣະເຈົ້າ. ແຕ່ຖ້າພວກເຂົາຍັງບໍ່ກຳຈັດຕົນເອງຈາກຄວາມສົກກະປົກ ແລະ ຄວາມເສື່ອມຊາມ, ແລ້ວພວກເຂົາກໍຍັງດຳລົງຊີວິດພາຍໃຕ້ອຳນາດຂອງຊາຕານ. ເລ່ລ່ຽມ, ຄວາມຫຼອກລວງ ແລະ ຄວາມບໍ່ຊື່ສັດຂອງຜູ້ຄົນເປັນທຸກສິ່ງຂອງຊາຕານ. ການທີ່ພຣະເຈົ້າຊ່ວຍເຈົ້າໃຫ້ລອດພົ້ນຄືການເຮັດໃຫ້ເຈົ້າເປັນອິດສະຫຼະຈາກສິ່ງເຫຼົ່ານີ້ຂອງຊາຕານ. ພາລະກິດຂອງພຣະເຈົ້າບໍ່ສາມາດຜິດພາດໄດ້; ມັນລ້ວນແລ້ວແຕ່ຖືກປະຕິບັດເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນຈາກຄວາມມືດ. ເມື່ອເຈົ້າເຊື່ອຈົນເຖິງຈຸດໃດໜຶ່ງ ແລະ ສາມາດປົດປ່ອຍຕົນເອງຈາກຄວາມເສື່ອມຊາມຂອງເນື້ອໜັງ ແລະ ບໍ່ຖືກຄວາມເສື່ອມຊາມນີ້ມັດດ້ວຍໂສ້ອີກຕໍ່ໄປ, ເຈົ້າຈະບໍ່ຖືກຊ່ວຍໃຫ້ລອດພົ້ນບໍ? ເມື່ອເຈົ້າດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ, ເຈົ້າກໍບໍ່ສາມາດສະແດງອອກເຖິງພຣະເຈົ້າໄດ້, ເຈົ້າເປັນສິ່ງທີ່ສົກກະປົກ ແລະ ບໍ່ສາມາດຮັບເອົາມໍລະດົກຂອງພຣະເຈົ້າໄດ້. ຫຼັງຈາກທີ່ເຈົ້າຖືກຊໍາລະລ້າງ ແລະ ຖືກເຮັດໃຫ້ສົມບູນ, ເຈົ້າຈະບໍລິສຸດ, ເຈົ້າຈະເປັນຄົນປົກກະຕິ ແລະ ເຈົ້າຈະຖືກອວຍພອນໂດຍພຣະເຈົ້າ ແລະ ມີຄວາມເບີກບານໃຈຕໍ່ພຣະເຈົ້າ” (ຄັດຈາກບົດ “ການປະຕິບັດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍໄດ້ມາເຂົ້າໃຈຜ່ານພຣະທຳຂອງພຣະເຈົ້າວ່າພວກເຮົາມີການດີ້ນລົນທີ່ອິດສາ ແລະ ຄວາມຂັດແຍ້ງລະຫວ່າງບຸກຄົນເພາະພວກເຮົາຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ພວກເຮົາທຸກຄົນດຳລົງຊີວິດໂດຍອຸປະນິໄສທີ່ຫຼອກລວງ ແລະ ຊົ່ວຮ້າຍຂອງພວກເຮົາ ແລະ ເຫັນແກ່ຕົວຫຼາຍ. ມີເວລາໜຶ່ງເມື່ອຂ້ອຍດຳລົງຊີວິດຢູ່ໃນສະພາວະແຫ່ງຄວາມອິດສາ, ວາງແຜນຕໍ່ຕ້ານຜູ້ຄົນຢູ່ສະເໝີ ແລະ ດີ້ນລົນຫາຊື່ສຽງ ແລະ ຜົນປະໂຫຍດ. ມັນເປັນຫົນທາງທີ່ເຈັບປວດໃນການດໍາລົງຊີວິດ, ແຕ່ຂ້ອຍພຽງແຕ່ບໍ່ສາມາດເຮັດໃຫ້ຕົນເອງເປັນອິດສະຫຼະໄດ້. ຍ້ອນການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າຂ້ອຍຈິ່ງສາມາດປ່ຽນແປງເລັກນ້ອຍ ແລະ ຫຼົບໜີຈາກຄວາມເຈັບປວດນັ້ນ.

ມັນຄືເດືອນມິຖຸນາຂອງປີ 2017 ເມື່ອຂ້ອຍໄດ້ຮັບໜ້າທີ່ເປັນຜູ້ນໍາກຸ່ມໃນຄຣິດຕະຈັກ ເຊິ່ງຮັບຜິດຊອບຊີວິດຄຣິດຕະຈັກສໍາລັບສະຖານທີ່ເຕົ້າໂຮມສອງສາມແຫ່ງ. ຂ້ອຍມີຄວາມສຸກແທ້ໆທີ່ໄດ້ຮັບໜ້າທີ່ນັ້ນ ແລະ ຮູ້ສຶກວ່າພຣະເຈົ້າກຳລັງຍົກຂ້ອຍຂຶ້ນ, ຂ້ອຍຕ້ອງເຮັດມັນໃຫ້ດີເພື່ອຕອບແທນຄວາມຮັກຂອງພຣະເຈົ້າ. ຂ້ອຍມີຄວາມຫ້າວຫັນຫຼາຍໃນການໂອ້ລົມໃນການຊຸມນຸມຫຼັງຈາກນັ້ນ ແລະ ເມື່ອຂ້ອຍເຫັນວ່າອ້າຍເອື້ອຍນ້ອງກຳລັງປະສົບກັບຄວາມຫຍຸ້ງຍາກ ຫຼື ຢູ່ໃນສະພາວະທີ່ທຸກຍາກ, ຂ້ອຍກໍ່ຈະຊອກຫາພຣະທຳຂອງພຣະເຈົ້າເພື່ອໂອ້ລົມ ແລະ ແກ້ໄຂບັນຫາ. ຄົນອື່ນເຄົາລົບຂ້ອຍໃນທາງທີ່ເປັນບວກຊົ່ວໄລຍະໜຶ່ງ ແລະ ເວົ້າວ່າຂ້ອຍສາມາດແກ້ໄຂບັນຫາຕົວຈິງຜ່ານການໂອ້ລົມກັນໃນການຊຸມນຸມ, ຂ້ອຍມີຄວາມຮັບຜິດຊອບໃນໜ້າທີ່ຂອງຂ້ອຍ ແລະ ມີຄວາມຮັກຕໍ່ອ້າຍເອື້ອຍນ້ອງ. ຂ້ອຍຮູ້ສຶກພໍໃຈກັບຕົນເອງແທ້ໆ ເມື່ອຂ້ອຍໄດ້ຍິນເລື່ອງນີ້.

ຫຼັງຈາກນັ້ນບໍ່ດົນ, ຂ້ອຍໄດ້ຍິນວ່າຈະມີການເລືອກຕັ້ງຜູ້ນໍາຄຣິດຕະຈັກ ແລະ ຄິດວ່າ, “ທຸກຄົນເຄົາລົບນັບຖືຂ້ອຍ, ສະນັ້ນ ຂ້ອຍອາດມີໂອກາດທີ່ຈະຖືກເລືອກ. ຖ້າຂ້ອຍຖືກເລືອກ, ອ້າຍເອື້ອຍນ້ອງຈະເຄົາລົບຂ້ອຍຫຼາຍກວ່ານີ້ຢ່າງແນ່ນອນ”. ຕໍ່ມາ, ທັງເອື້ອຍຢາງ ແລະ ຂ້ອຍໄດ້ຖືກສະເໜີຊື່ຫຼັງຈາກການລົງຄະແນນສຽງ. ຂ້ອຍຮູ້ສຶກຢ້ານກົວໜ້ອຍໜຶ່ງ ເມື່ອຂ້ອຍເຫັນວ່າລາວໄດ້ຮັບຄະແນນສຽງຫຼາຍກວ່າຂ້ອຍໜ້ອຍໜຶ່ງ. ຂ້ອຍຄິດວ່າ, “ຂ້ອຍມີຄວາມຮັບຜິດຊອບໃນໜ້າທີ່ຂອງຂ້ອຍ ແລະ ຂ້ອຍສາມາດເຮັດວຽກງານຕົວຈິງໄດ້. ລາວຈະມີຄະແນນສຽງຫຼາຍກວ່າຂ້ອຍໄດ້ແນວໃດ?” ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດວ່າ, “ສິ່ງເຫຼົ່ານີ້ເປັນພຽງການສະເໜີຊື່, ບໍ່ແມ່ນການລົງຄະແນນສຽງຄັ້ງສຸດທ້າຍ. ຂ້ອຍຍັງມີໂອກາດຢູ່. ຂ້ອຍຈໍາເປັນຕ້ອງປະກອບຕົນເອງດ້ວຍຄວາມຈິງໃນຕອນນີ້ ແລະ ຊ່ວຍຄົນອື່ນໃນການແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາໃນທາງເຂົ້າສູ່ຊີວິດຫຼາຍຂຶ້ນ ເພື່ອໃຫ້ພວກເຂົາທຸກຄົນສາມາດເຫັນວ່າລາວບໍ່ມີຫຍັງທີ່ຕົວຂ້ອຍມີ, ແລ້ວຂ້ອຍກໍ່ຈະຖືກເລືອກຢ່າງແນ່ນອນ!” ຂ້ອຍຄິດເຖິງບັນຫາທີ່ເອື້ອຍຫວາງໄດ້ຍົກຂຶ້ນມາໃນການເຕົ້າໂຮມຄັ້ງກ່ອນ ເຊິ່ງຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ, ສະນັ້ນ ຂ້ອຍຈຶ່ງຟ້າວກະກຽມພຣະທຳບາງຂໍ້ຂອງພຣະເຈົ້າທີ່ກ່ຽວຂ້ອງເພື່ອໂອ້ລົມກັບລາວໃນຄັ້ງຕໍ່ໄປ. ເມື່ອມື້ແຫ່ງການເຕົ້າໂຮມມາເຖິງ, ຂ້ອຍກໍ່ໄປສະຖານທີ່ເຕົ້າໂຮມຂອງພວກເຮົາ, ແຕ່ໃນທັນທີທີ່ຂ້ອຍຍ່າງເຂົ້າໄປ ຂ້ອຍກໍ່ໄດ້ເຫັນເອື້ອຍຢາງກຳລັງໂອ້ລົມກັບເອື້ອຍຫວາງ. ຂ້ອຍຮູ້ສຶກບໍ່ພໍໃຈແທ້ໆ. ຂ້ອຍຄິດວ່າ, “ຂ້ອຍມາໃນມື້ນີ້ເພື່ອໂອ້ລົມກັບລາວເພື່ອແກ້ໄຂບັນຫາຂອງລາວ ແລະ ເຈົ້າໂດດເຂົ້າມາກ່ອນ! ຖ້າເຈົ້າຈັດການເລື່ອງນີ້ແລ້ວ, ຂ້ອຍຈະສະແດງສິ່ງທີ່ຂ້ອຍສາມາດເຮັດໄດ້ແນວໃດ?” ແນ່ນອນພໍສົມຄວນ, ຮອຍຍິ້ມປາກົດເທິງໃບໜ້າຂອງເອື້ອຍຫວາງຫຼັງຈາກການໂອ້ລົມຂອງເອື້ອຍຢາງ ແລະ ອ້າຍເອື້ອຍນ້ອງຄົນອື່ນກໍ່ງຶກຫົວເຫັນດີນໍາ. ຂ້ອຍບໍ່ມີຄວາມສຸກແທ້ໆທີ່ໄດ້ເຫັນສິ່ງນີ້. ຂ້ອຍອິດສາເອື້ອຍຢາງ, ໂດຍຄິດວ່າລາວໄດ້ລັກເອົາສະຫງ່າລາສີຂອງຂ້ອຍໄປຈາກຂ້ອຍ. ຂ້ອຍຄິດວ່າ, “ກ່ອນທີ່ເຈົ້າເຂົ້າຮ່ວມການເຕົ້າໂຮມນີ້, ຄົນອື່ນລ້ວນແລ້ວແຕ່ຕ້ອງການໄດ້ຍິນການໂອ້ລົມຂອງຂ້ອຍ. ແຕ່ຕອນນີ້ ທຸກຄົນເຄົາລົບເຈົ້າ ແລະ ບໍ່ສົນໃຈຂ້ອຍເລີຍ”. ຕອນນັ້ນ ທຸກຄົນກໍ່ໄດ້ມີສ່ວນຮ່ວມໃນການໂອ້ລົມຢ່າງມີຄວາມສຸກ, ແຕ່ຂ້ອຍບໍ່ສາມາດຮັບມັນໄດ້ ແລະ ບໍ່ສາມາດລໍຖ້າທີ່ຈະອອກໄປ.

ເມື່ອຂ້ອຍມາຮອດເຮືອນ ຂ້ອຍກໍ່ໄດ້ນັ່ງຜິດຫວັງຢູ່ເທິງຕຽງຂອງຂ້ອຍ, ໂດຍຮູ້ສຶກຜິດຫວັງຫຼາຍກວ່າເກົ່າ ເມື່ອຂ້ອຍຍິ່ງຄຸ່ນຄິດກ່ຽວກັບເລື່ອງນັ້ນ. ຂ້ອຍຄິດວ່າ, “ຖ້າມັນສືບຕໍ່ເປັນແບບນີ້, ໂອກາດຂອງຂ້ອຍໃນການເປັນຜູ້ນໍາກໍ່ຈະມີໜ້ອຍແທ້ໆ. ບໍ່ມີທາງ, ຂ້ອຍຈຳເປັນຕ້ອງຫ້າວຫັນຫຼາຍຂຶ້ນໃນການໂອ້ລົມ. ຂ້ອຍບໍ່ສາມາດຜ່າຍແພ້ໃຫ້ກັບລາວອີກຕໍ່ໄປຢ່າງແນ່ນອນ”. ຕໍ່ມາ ຂ້ອຍສັງເກດເຫັນວ່າເອື້ອຍຊຽງມີຄວາມວິຕົກກັງວົນກ່ຽວກັບການຂົ່ມເຫັງທີ່ຮຸນແຮງຂອງພັກກອມມູນິດຈີນ ແລະ ຮູ້ສຶກອຶດອັດໃຈໃນໜ້າທີ່ຂອງລາວ, ສະນັ້ນ ຂ້ອຍຈຶ່ງຊອກຫາພຣະທຳບາງຂໍ້ຂອງພຣະເຈົ້າເພື່ອໂອ້ລົມກັບລາວໂດຍໄວກ່ອນການເຕົ້າໂຮມ. ຂ້ອຍມາຮອດສະຖານທີ່ເຕົ້າໂຮມຢ່າງໄວໃນມື້ຕໍ່ໄປ, ແຕ່ດ້ວຍຄວາມປະຫຼາດຂອງຂ້ອຍ, ເອື້ອຍຢາງໄປຮອດທີ່ນັ້ນໄວກວ່າອີກ ແລະ ກຳລັງໂອ້ລົມກັບເອື້ອຍຊຽງ. ຂ້ອຍຜິດຫວັງ ແລະ ຂ້ອຍຄິດວ່າ, “ເຈົ້າສາມາດເຮັດແບບນີ້ອີກໄດ້ແນວໃດ? ຂ້ອຍຕ້ອງເບິ່ງວ່າເຈົ້າມີຄວາມເຂົ້າໃຈແບບໃດໃນການໂອ້ລົມຂອງເຈົ້າ. ຂ້ອຍບໍ່ເຊື່ອແທ້ໆວ່າມັນສາມາດຄອບຄຸມທຸກຢ່າງ”. ດ້ວຍຄວາມບໍ່ເຊື່ອ, ຂ້ອຍຈຶ່ງນັ່ງຢູ່ຂ້າງພວກເຂົາເພື່ອຟັງສິ່ງທີ່ລາວເວົ້າ. ໃນຂະນະທີ່ຂ້ອຍຟັງ, ຂ້ອຍໄດ້ຄົ້ນພົບວ່າເອື້ອຍຢາງໂອ້ລົມກ່ຽວກັບເສັ້ນທາງບາງຢ່າງແຫ່ງການປະຕິບັດໃນແສງສະຫວ່າງແຫ່ງພຣະທຳຂອງພຣະເຈົ້າ, ແຕ່ລາວບໍ່ໄດ້ກ່າວເຖິງສາຍເຫດຂອງຄວາມອ່ອນແອ ແລະ ຄວາມຄິດລົບຂອງເອື້ອຍຊຽງ. ຂ້ອຍຄິດວ່າ, “ຂ້ອຍຕ້ອງໃຊ້ປະໂຫຍດຈາກໂອກາດນີ້ໃຫ້ໄດ້ຫຼາຍທີ່ສຸດ ເພື່ອແບ່ງປັນຄວາມເຂົ້າໃຈຂອງຂ້ອຍເອງ ແລະ ຫັກໜ້າເອື້ອຍຢາງ”. ໃນເວລານີ້, ຂ້ອຍຟ້າວແບ່ງປັນການໂອ້ລົມຂອງຂ້ອຍ, ໂດຍກ່າວວ່າ, “ເອື້ອຍ, ການມີເສັ້ນທາງແຫ່ງການປະຕິບັດພຽງລຳພັງແມ່ນບໍ່ພຽງພໍທີ່ຈະແກ້ໄຂສະພາວະທີ່ບໍ່ດີໄດ້. ພວກເຮົາຍັງຈໍາເປັນຕ້ອງມີຄວາມເຂົ້າໃຈກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບວິທີທີ່ພຣະເຈົ້າໃຊ້ມັງກອນແດງທີ່ຍິ່ງໃຫຍ່ໃຫ້ເປັນສິ່ງປຽບທຽບເພື່ອເຮັດໃຫ້ປະຊາຊົນທີ່ຖືກເລືອກໄວ້ຂອງພຣະອົງສົມບູນ. ພຽງແຕ່ດ້ວຍຄວາມເຂົ້າໃຈກ່ຽວກັບພາລະກິດ, ລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະເຈົ້າເທົ່ານັ້ນ ພວກເຮົາຈຶ່ງສາມາດອອກມາຈາກສະພາວະທີ່ບໍ່ດີໄດ້. ໃຫ້ພວກເຮົາອ່ານພຣະທຳບາງຂໍ້ຂອງພຣະເຈົ້າຮ່ວມກັນໆເທາະ”. ເມື່ອເອື້ອຍຊຽງງຶກຫົວຂອງລາວ, ຂ້ອຍໄດ້ເຫຼືອບຕາເບິ່ງເອື້ອຍຢາງຢ່າງໄວ ແລະ ເຫັນວ່າລາວນັ່ງພິງຂ້າງຢ່າງຊ້າໆ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍຫາກໍ່ຊະນະການສູ້ຮົບ ແລະ ຄິດວ່າ, “ທຸກຄົນສາມາດເຫັນໄດ້ວ່າການໂອ້ລົມຂອງຜູ້ໃດມີປະສິດທິພາບແທ້ໆ ເມື່ອພວກເຂົາປຽບທຽບ. ຂ້ອຍສາມາດຍົກຫົວຂຶ້ນອີກຄັ້ງ ແລະ ມັນພິສູດວ່າຂ້ອຍບໍ່ໄດ້ບໍ່ດີປານນັ້ນ”. ຂ້ອຍເລີ່ມຫ້າວຫັນຫຼາຍຂຶ້ນໃນໜ້າທີ່ຂອງຂ້ອຍຫຼັງຈາກນັ້ນ. ຊ່ວງເວລາທີ່ຂ້ອຍໄດ້ຍິນວ່າມີຄົນໃດໜຶ່ງຢູ່ໃນສະພາວະທີ່ບໍ່ດີ ຫຼື ກຳລັງປະສົບກັບຄວາມຫຍຸ້ງຍາກ, ຂ້ອຍກໍ່ຟ້າວຊອກຫາພຣະທຳຂອງພຣະເຈົ້າ, ຈົດບັນທຶກ ແລະ ຫຼັງຈາກນັ້ນກໍ່ໂອ້ລົມກັບພວກເຂົາ. ເມື່ອຂ້ອຍເຫັນຄົນໃດໜຶ່ງງຶກຫົວຂອງພວກເຂົາ ຂ້ອຍກໍ່ຮູ້ສຶກຕື່ນເຕັ້ນ, ໃນຂະນະທີ່ຖ້າບໍ່ມີປະຕິກິລິຍາຕອບໂຕ້ຫຍັງ ຂ້ອຍກໍ່ເລີ່ມກັງວົນຢ່າງທົນບໍ່ໄດ້, ຫຼັງຈາກນັ້ນ ຍິ່ງຂ້ອຍກັງວົນໃຈຫຼາຍສໍ່າໃດ, ຂ້ອຍກໍ່ຍິ່ງສາມາດເຂົ້າໃຈສະພາວະຂອງຄົນ ຫຼື ແກ້ໄຂບັນຫາໜ້ອຍລົງສໍ່ານັ້ນ. ຂ້ອຍຍັງຮູ້ສຶກອິດເມື່ອຍຫຼາຍຂຶ້ນເລື້ອຍໆ ແລະ ຄິດວ່າ, “ຖ້າສິ່ງຕ່າງໆສືບຕໍ່ເປັນແບບນີ້, ອ້າຍເອື້ອຍນ້ອງຈະເວົ້າວ່າ ຂ້ອຍຂາດຄວາມເປັນຈິງແຫ່ງຄວາມຈິງຢ່າງແນ່ນອນ ແລະ ພວກເຂົາຈະບໍ່ເລືອກຂ້ອຍເປັນຜູ້ນໍາ”. ໂດຍສະເພາະເມື່ອຂ້ອຍເຫັນເອື້ອຍຢາງແບ່ງປັນການໂອ້ລົມຕົວຈິງກ່ຽວກັບຄວາມຈິງທີ່ອ້າຍເອື້ອຍນ້ອງເຫັນດີນໍາ, ຂ້ອຍກໍ່ຍິ່ງຮູ້ສຶກກະວົນກະວາຍຫຼາຍຂຶ້ນ. ຄວາມອິດສາຂອງຂ້ອຍ ແລະ ຄວາມບໍ່ສາມາດຂອງຂ້ອຍໃນການຍອມຮັບມັນເລີ່ມຊັດເຈນຂຶ້ນ. ຂ້ອຍເລີ່ມບໍ່ພໍໃຈກັບລາວ ແລະ ບໍ່ຢາກລົມກັບລາວດ້ວຍຊໍ້າ. ຂ້ອຍກຳລັງດຳລົງຊີວິດຢູ່ໃນສະພາວະແຫ່ງການຕໍ່ສູ້ເພື່ອຊື່ສຽງ ແລະ ຜົນປະໂຫຍດ. ມັນສ້າງຄວາມເຈັບປວດໃຫ້ກັບຂ້ອຍແທ້ໆ. ຂ້ອຍບໍ່ໄດ້ຮັບແສງສະຫວ່າງຫຍັງຈາກພຣະທຳຂອງພຣະເຈົ້າ ແລະ ຂ້ອຍກໍ່ພຽງແຕ່ທຳທ່າອະທິຖານ. ຂ້ອຍຮູ້ສຶກວ່າຂ້ອຍເລີ່ມອອກຫ່າງຈາກພຣະເຈົ້າຫຼາຍຂຶ້ນເລື້ອຍໆ.

ຕໍ່ມາ ຂ້ອຍໄດ້ອະທິຖານຫາພຣະເຈົ້າ ແລະ ຂໍແສງສະຫວ່າງຂອງພຣະເຈົ້າ ເພື່ອວ່າຂ້ອຍຈະສາມາດເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ ແລະ ອອກມາຈາກທີ່ສະພາວະທີ່ຊົ່ວຮ້າຍນັ້ນ. ຜ່ານພຣະທຳຂອງພຣະເຈົ້າເທົ່ານັ້ນ, ຂ້ອຍຈຶ່ງໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບສະພາວະທີ່ເສື່ອມຊາມຂອງຂ້ອຍ. ນີ້ແມ່ນສິ່ງທີ່ພຣະທຳເຫຼົ່ານັ້ນກ່າວໄວ້: “ມີບາງຄົນທີ່ຢ້ານຢູ່ສະເໝີວ່າ ຄົນອື່ນຈະເກັ່ງກວ່າພວກເຂົາ ແລະ ສູງສົ່ງກວ່າພວກເຂົາ, ຢ້ານວ່າຄົນອື່ນຈະໄດ້ຮັບການຍ້ອງຍໍ ໃນຂະນະທີ່ພວກເຂົາເອງຖືກເມີນເສີຍ. ສິ່ງນີ້ເຮັດໃຫ້ພວກເຂົາໂຈມຕີ ແລະ ກີດກັນຄົນອື່ນ. ນີ້ບໍ່ແມ່ນກໍລະນີການອິດສາຄົນທີ່ມີຄວາມສາມາດຫຼາຍກວ່າພວກເຂົາເອງບໍ? ພຶດຕິກຳດັ່ງກ່າວບໍ່ແມ່ນການເຫັນແກ່ຕົວ ແລະ ເປັນຕາລັງກຽດບໍ? ນີ້ແມ່ນອຸປະນິໄສແບບໃດ? ມັນຄືຄວາມມຸ່ງຮ້າຍ! ການຄິດເຖິງຜົນປະໂຫຍດຂອງຕົນເອງເທົ່ານັ້ນ, ການຕອບສະໜອງຄວາມປາຖະໜາຂອງຕົນເອງເທົ່ານັ້ນ, ການບໍ່ພິຈາລະນາເຖິງໜ້າທີ່ຂອງຄົນອື່ນ ຫຼື ຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ຄົນແບບນີ້ມີອຸປະນິໄສທີ່ບໍ່ດີ ແລະ ພຣະເຈົ້າບໍ່ມີຄວາມຮັກສຳລັບພວກເຂົາ. ຖ້າເຈົ້າສາມາດຍອມຮັບການຄຳນຶງເຖິງຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະສາມາດປະຕິບັດຕໍ່ຄົນອື່ນຢ່າງຍຸຕິທຳ. ຖ້າເຈົ້າຊ່ວຍເຫຼືອຄົນດີ ແລະ ບໍາລຸງລ້ຽງໃຫ້ພວກເຂົາເກັ່ງ ເຊິ່ງເຮັດໃຫ້ມີອີກຄົນທີ່ມີຄວາມສາມາດພິເສດໃນເຮືອນຂອງພຣະເຈົ້າ, ແລ້ວວຽກງານຂອງເຈົ້າຈະບໍ່ງ່າຍຂຶ້ນ ບໍ? ແລ້ວເຈົ້າຈະບໍ່ໄດ້ດໍາລົງຊີວິດຕາມຄວາມຈົງຮັກພັກດີຂອງເຈົ້າໃນໜ້າທີ່ນີ້ບໍ? ນີ້ຄືການກະທຳທີ່ດີຕໍ່ໜ້າພຣະເຈົ້າ; ມັນຄືຄວາມສຳນຶກ ແລະ ເຫດຜົນຢ່າງໜ້ອຍທີ່ສຸດ ທີ່ຄົນທີ່ເປັນຜູ້ນໍາຄວນມີ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍຮູ້ສຶກລະອາຍຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ຂ້ອຍຄິດເຖິງທຸກສິ່ງທີ່ເປັນການອິດສາ, ທຸກການດີ້ນລົນຫາຊື່ສຽງ ແລະ ຜົນປະໂຫຍດທີ່ຂ້ອຍໄດ້ເຮັດ. ຂ້ອຍໄດ້ຖືກເຜົາໄໝ້ດ້ວຍຄວາມປາຖະໜາຫາມັນ ນັບຕັ້ງແຕ່ທີ່ຂ້ອຍໄດ້ຍິນວ່າຄຣິດຕະຈັກກຳລັງຈະເລືອກຕັ້ງຜູ້ນໍາ ແລະ ຫຼັງຈາກນັ້ນ ເມື່ອຂ້ອຍເຫັນວ່າເອື້ອຍຢາງໄດ້ຮັບຄະແນນສຽງຫຼາຍກວ່າຂ້ອຍໃນການສະເໜີຊື່, ຂ້ອຍກໍ່ເລີ່ມເຫັນວ່າລາວເປັນຄູ່ແຂ່ງຂອງຂ້ອຍ, ໂດຍຕໍ່ສູ້ກັບລາວ ແລະ ຍາດຊິງກັບລາວຢ່າງງຽບໆ. ການເຫັນລາວແກ້ໄຂບັນຫາຂອງອ້າຍເອື້ອຍນ້ອງຜ່ານການໂອ້ລົມກ່ຽວກັບຄວາມຈິງກໍ່ເຮັດໃຫ້ຂ້ອຍອິດສາ. ຂ້ອຍຄິດວ່າລາວໄດ້ລັກເອົາສະຫງ່າລາສີຂອງຂ້ອຍໄປ, ລາວເປັນໄພຕໍ່ໂອກາດຂອງຂ້ອຍໃນການເປັນຜູ້ນໍາ. ຂ້ອຍເຮັດໃຫ້ຕົນເອງຕໍ່ສູ້ກັບລາວຢ່າງລັບໆ, ຊອກຫາຂໍ້ຜິດພາດ ແລະ ຈັບຜິດການໂອ້ລົມຂອງລາວ. ຂ້ອຍແອບດູຖູກລາວ ໃນຂະນະທີ່ຍົກຍ້ອງຕົນເອງ ແລະ ຂ້ອຍຕ້ານຄວາມຄິດບວກຂອງລາວໃນໜ້າທີ່ຂອງລາວ. ເມື່ອຂ້ອຍເຫັນວ່າຂ້ອຍບໍ່ສາມາດເອົາຊະນະໄດ້, ຂ້ອຍກໍ່ເລີ່ມບໍ່ພໍໃຈລາວ ແລະ ບໍ່ໄດ້ແມ່ນແຕ່ຕ້ອງການຮັບຮູ້ລາວ. ຂ້ອຍດີ້ນລົນຫາຊື່ສຽງ ແລະ ຜົນປະໂຫຍດ ຂ້ອຍອິດສາໃນໜ້າທີ່ຂອງຂ້ອຍ. ຂ້ອຍໂຈມຕີລາວຢ່າງແຮງ ແລະ ກີດກັນລາວ. ຂ້ອຍບໍ່ໄດ້ເປີດເຜີຍຫຍັງ ນອກຈາກອຸປະນິໄສຂອງຊາຕານ. ຂ້ອຍເຫັນແກ່ຕົວ, ເປັນຕາລັງກຽດ ແລະ ມຸ່ງຮ້າຍຫຼາຍ! ຂ້ອຍກຳລັງອີງຊີວິດຂອງຂ້ອຍໃສ່ອຸປະນິໄສຂອງຊາຕານ, ບໍ່ພຽງແຕ່ທໍາຮ້າຍຜູ້ອື່ນ ແຕ່ດໍາລົງຊີວິດຢູ່ໃນຄວາມບໍ່ພໍໃຈ ແລະ ຄວາມເຈັບປວດ. ມັນໄດ້ເຕືອນໃຫ້ຂ້ອຍຄິດເຖິງຂອງຈິວຢີ້ໃນວັນນະກຳສາມກົກ. ລາວໃຈແຄບຫຼາຍ, ອິດສາຂົງເບັ້ງຢູ່ສະເໝີ ແລະ ກ່ອນທີ່ລາວຈະຕາຍ ລາວໄດ້ເວົ້າວ່າ, “ນັບຕັ້ງແຕ່ທີ່ຈິວຢີ້ເກີດມາ, ຈຳເປັນຫຍັງຕ້ອງມີຂົງເບັ້ງດ້ວຍ?” ລາວຈົບຊີວິດລົງດ້ວຍຄວາມໃຈຮ້າຍ. ສິ່ງເຫຼົ່ານັ້ນບໍ່ແມ່ນຜົນຕາມມາທີ່ໂຫດຮ້າຍຂອງຄວາມອິດສາບໍ? ຂ້ອຍກໍ່ຮູ້ວ່າຂ້ອຍເປັນຄືກັນ, ຂ້ອຍອິດສາໃນຄວາມພະຍາຍາມຂອງຂ້ອຍເພື່ອຮັບເອົາສະຖານະ, ບໍ່ພຽງແຕ່ຂັດຂວາງທາງເຂົ້າສູ່ຊີວິດຂອງຂ້ອຍເອງ ແຕ່ຍັງທຳຮ້າຍຄົນອື່ນອີກດ້ວຍ. ຂ້ອຍຂາດຄວາມເປັນມະນຸດແທ້ໆ. ມັນເປັນຕາລັງກຽດ ແລະ ເປັນຕາກຽດຊັງຕໍ່ພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ພຣະເຈົ້າໄດ້ຈັດແຈງໃຫ້ຂ້ອຍຢູ່ອ້ອມຮອບດ້ວຍຄົນທີ່ມີຄວາມສາມາດສູງກວ່າ, ໂດຍຫວັງວ່າຂ້ອຍຈະສາມາດຮຽນຮູ້ຈາກຈຸດແຂງຂອງລາວ ເພື່ອປັບປຸງຈຸດອ່ອນຂອງຂ້ອຍ. ແຕ່ຂ້ອຍພຽງແຕ່ຕໍ່ສູ້ ແລະ ປຽບທຽບ. ໃນທີ່ສຸດແລ້ວ ຂ້ອຍກໍ່ບໍ່ໄດ້ຮັບຫຍັງເລີຍ ແລະ ເຈັບປວດຢ່າງໂຫດຮ້າຍ. ຂ້ອຍເປັນຄົນໂງ່ຫຼາຍ. ນອກຈາກນີ້, ຄວາມຈິງມີອຳນາດໃນເຮືອນຂອງພຣະເຈົ້າ ແລະ ມີຫຼັກການສໍາລັບການຄັດເລືອກຂອງຜູ້ນໍາ. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍ່ເປັນຄົນທີ່ມີຄວາມເປັນມະນຸດທີ່ດີ ຜູ້ທີ່ສາມາດຍອມຮັບ ແລະ ປະຕິບັດຄວາມຈິງ, ແຕ່ຂ້ອຍອິດສາຢູ່ສະເໝີ, ຍາດຊິງເອົາຊື່ສຽງ ແລະ ຜົນປະໂຫຍດ ແລະ ບໍ່ໄດ້ດໍາລົງຊີວິດຕາມຄວາມເປັນມະນຸດໃດເລີຍ. ສິ່ງນັ້ນເຮັດໃຫ້ຂ້ອຍບໍ່ສົມຄວນກັບການເປັນຜູ້ນໍາ. ຂ້ອຍຮູ້ວ່າຂ້ອຍຕ້ອງຢຸດຕໍ່ສູ້, ແລ້ວໃສ່ໃຈກັບການປະຕິບັດຄວາມຈິງ ແລະ ດໍາລົງຊີວິດຕາມພຣະທຳຂອງພຣະເຈົ້າ. ນັ້ນຄືເສັ້ນທາງດຽວທີ່ເໝາະສົມ. ຂ້ອຍຮູ້ສຶກໂລ່ງໃຈແທ້ໆຫຼັງຈາກທີ່ຮັບຮູ້ທຸກສິ່ງນັ້ນ.

ຂ້ອຍກ່າວຄຳອະທິຖານນີ້ໃນມື້ທີ່ມີການເລືອກຕັ້ງ: “ໂອ ພຣະເຈົ້າ! ບໍ່ວ່າຜົນຕາມມາຈະເປັນແນວໃດກໍ່ຕາມ, ຂ້ານ້ອຍເຕັມໃຈທີ່ຈະເຊື່ອຟັງພຣະອົງ ແລະ ຂ້ານ້ອຍຈະລົງຄະແນນສຽງຢ່າງຍຸຕິທຳ”. ແຕ່ຂ້ອຍຍັງຮູ້ສຶກປັ່ນປ່ວນ ເມື່ອມັນຮອດເວລາທີ່ຈະຕ້ອງລົງຄະແນນສຽງແທ້ໆ. ຂ້ອຍຄິດວ່າ, “ຖ້າຂ້ອຍລົງຄະແນນໃຫ້ເອື້ອຍຢາງ ແລະ ລາວຖືກເລືອກໃນທີ່ສຸດ, ຄົນອື່ນຈະຄິດແນວໃດກ່ຽວກັບຂ້ອຍ? ພວກເຂົາຈະເວົ້າຢ່າງແນ່ນອນວ່າຂ້ອຍບໍ່ທຽບເທົ່າກັບລາວ”. ພຣະທຳຂອງພຣະເຈົ້າປາກົດເຂົ້າມາໃນຄວາມຄິດໃນຕອນນັ້ນເອງ: “ເຈົ້າຕ້ອງຮຽນຮູ້ທີ່ຈະປ່ອຍວາງ ແລະ ປະຖິ້ມສິ່ງເຫຼົ່ານີ້, ແນະນຳຄົນອື່ນ ແລະ ອະນຸຍາດໃຫ້ພວກເຂົາໂດດເດັ່ນ. ຢ່າດິ້ນຮົນ ຫຼື ຟ້າວຟັ່ງທີ່ຈະສວຍໂອກາດໃນທັນທີທີ່ເຈົ້າພົບກັບໂອກາດທີ່ຈະໂດດເດັ່ນ ຫຼື ໄດ້ຮັບຄວາມສະຫງ່າລາສີ. ເຈົ້າຕ້ອງຮຽນຮູ້ທີ່ຈະຖອຍອອກ, ແຕ່ເຈົ້າຕ້ອງບໍ່ເຮັດໃຫ້ການປະຕິບັດໜ້າທີ່ຂອງເຈົ້າຊັກຊ້າ. ຈົ່ງເປັນຄົນທີ່ເຮັດວຽກຢ່າງງຽບໆ ແລະ ຜູ້ທີ່ບໍ່ໂອ້ອວດກັບຄົນອື່ນໃນຂະນະທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າຢ່າງຈົ່ງຮັກພັກດີ. ຍິ່ງເຈົ້າປ່ອຍວາງສັກສີ ແລະ ສະຖານະຂອງເຈົ້າຫຼານສ່ຳໃດ ແລະ ຍິ່ງເຈົ້າປ່ອຍວາງຜົນປະໂຫຍດຂອງເຈົ້າເອງຫຼາຍສ່ຳໃດ, ເຈົ້າຍິ່ງເປັນສຸກຫຼາຍເທົ່ານັ້ນ ແລະ ພື້ນທີ່ໃນຫົວໃຈຂອງເຈົ້າຍິ່ງຈະເປີດກວ້າງຫຼາຍຂຶ້ນ ແລະ ສະພາວະຂອງເຈົ້າຍິ່ງຈະຂຶ້ນເທົ່ານັ້ນ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ໃນຕອນນັ້ນ, ຂ້ອຍຄິດວ່າ, “ຂ້ອຍຕ້ອງປະຕິບັດພຣະທຳຂອງພຣະເຈົ້າ. ຂ້ອຍບໍ່ສາມາດສືບຕໍ່ດໍາລົງຊີວິດສຳລັບກຽດສັກສີ ແລະ ສະຖານະຂອງຂ້ອຍ”. ຂ້ອຍຄິດກ່ຽວກັບວ່າ ເອື້ອຍຢາງມີຄວາມສາມາດທີ່ດີ ແລະ ການໂອ້ລົມຂອງລາວເປັນຈິງຫຼາຍສໍ່າໃດ, ສະນັ້ນ ການມີລາວເປັນຜູ້ນໍາຈະເປັນປະໂຫຍດຕໍ່ຄຣິດຕະຈັກ ພ້ອມທັງທາງເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ. ຂ້ອຍຕ້ອງປະຕິບັດຄວາມຈິງ ແລະ ສະໜັບສະໜູນຜົນປະໂຫຍດຂອງຄຣິດຕະຈັກ. ແລ້ວດ້ວຍເຫດນັ້ນ, ຂ້ອຍຈຶ່ງລົງຄະແນນສຽງໃຫ້ລາວ. ລາວໄດ້ຖືກລົງຄະແນນສຽງໃຫ້ເປັນຜູ້ນຳ ແລະ ຂ້ອຍກໍໍ່ສະຫງົບຫຼາຍ ແລະ ມີສັນຕິສຸກກັບສິ່ງນັ້ນ. ຂ້ອຍຮູ້ສຶກວ່າ ໃນທີ່ສຸດ ຂ້ອຍກໍ່ສາມາດປະຕິບັດຄວາມຈິງ. ຂອບພຣະຄຸນພຣະເຈົ້າ!

ຕໍ່ມາ, ໃນເດືອນເມສາຂອງປີ 2018, ຂ້ອຍໄດ້ຖືກເລືອກໃຫ້ເຮັດໜ້າທີ່ຂອງຜູ້ນໍາຄຣິດຕະຈັກ, ເຮັດວຽກຮ່ວມກັບອ້າຍເອື້ອຍນ້ອງສອງສາມຄົນທີ່ຮັບຜິດຊອບວຽກງານຂອງຄຣິດຕະຈັກ. ໃນຕອນທຳອິດ, ພວກເຮົາໄດ້ສົນທະນາກ່ຽວກັບວຽກງານທັງໝົດຂອງຄຣິດຕະຈັກ ແລະ ຮ່ວມມືກັນໂດຍບໍ່ມີອຸປະສັກແທ້ໆ. ແຕ່ຫຼັງຈາກຊົ່ວເວລາໜຶ່ງ, ຂ້ອຍສັງເກດເຫັນວ່າເອື້ອຍລີ, ຜູ້ທີ່ຮັບຜິດຊອບວຽກການຂຽນຂອງພວກເຮົາ, ມີຄວາມສາມາດດີ ແລະ ຮຽນຮູ້ສິ່ງຕ່າງໆຢ່າງໄວ. ການໂອ້ລົມຂອງລາວສ່ອງແສງສະຫວ່າງ ແລະ ສັ່ງສອນຄົນອື່ນ. ຂ້ອຍຊົມເຊີຍລາວແທ້ໆ, ແຕ່ຂ້ອຍກໍ່ຮູ້ສຶກມີຄວາມອິດສາພໍສົມຄວນ. ຂ້ອຍເລີ່ມຊອກຫາເພື່ອມີສ່ວນຮ່ວມໃນວຽກງານພາຍໃນຂອບເຂດຂອງລາວ, ຕ້ອງການຮຽນຮູ້ທັກສະ ແລະ ຫຼັກການເພີ່ມ ເພື່ອວ່າຂ້ອຍຈະບໍ່ຢູ່ຫຼັງລາວ. ມື້ໜຶ່ງ ຂ້ອຍໄດ້ຮັບຈົດໝາຍຈາກຜູ້ນໍາຂອງພວກເຮົາ ໂດຍບອກວ່າພວກເຂົາຕ້ອງການໃຫ້ຄົນໜຶ່ງຮັບໜ້າທີ່ໃນຄຣິດຕະຈັກທີ່ຢູ່ໃນພື້ນທີ່ອື່ນ ແລະ ຖາມວ່າເອື້ອຍລີຈະເໝາະສົມດີ ຫຼື ບໍ່. ລາວຖາມວ່າຂ້ອຍສາມາດເກັບກໍາການປະເມີນບາງຢ່າງກ່ຽວກັບລາວໄດ້ ຫຼື ບໍ່. ຄວາມອິດສາຂອງຂ້ອຍກໍ່ຈຸດປະກາຍຂຶ້ນໃນທັນທີ ແລະ ຂ້ອຍຄິດວ່າ, “ພວກເຂົາຕ້ອງການປູກຝັງເອື້ອຍລີ. ຄວາມສາມາດຂອງລາວແມ່ນດີ ແລະ ລາວເຂົ້າໃຈສິ່ງຕ່າງໆຢ່າງວ່ອງໄວ, ແຕ່ລາວບໍ່ໄດ້ເປັນຜູ້ເຊື່ອທີ່ດົນນານ ແລະ ທາງເຂົ້າສູ່ຊີວິດຂອງລາວແມ່ນຕື້ນ. ຂ້ອຍບໍ່ທຽບກັບລາວໃນລັກສະນະໃດ? ເປັນຫຍັງຈຶ່ງບໍ່ໃຫ້ຂ້ອຍໄປ? ຖ້າເອື້ອຍລີໄປຮັບໜ້າທີ່ນັ້ນ, ຄົນອື່ນຈະຄິດແນວໃດກ່ຽວກັບຂ້ອຍ? ພວກເຂົາຈະເວົ້າຢ່າງແນ່ນອນວ່າລາວດີກ່ວາຂ້ອຍ”. ຄວາມຄິດເຫຼົ່ານີ້ເຮັດໃຫ້ຂ້ອຍບໍ່ສະບາຍໃຈຫຼາຍຂຶ້ນເລື້ອຍໆ ແລະ ຂ້ອຍເຖິງກັບເກືອບບໍ່ຮັບຮູ້ລາວ ເມື່ອຂ້ອຍເຫັນລາວຫຼັງຈາກນັ້ນ. ການເຫັນຂ້ອຍປະພຶດຕົວແບບນັ້ນເຮັດໃຫ້ລາວບໍ່ສະບາຍໃຈ ແລະ ລາວຢຸດລົມສິ່ງຕ່າງໆກັບຂ້ອຍຄືກັບທີ່ລາວເຄີຍເຮັດມາກ່ອນ. ຂ້ອຍໄດ້ຮັບການປະເມີນຂອງອ້າຍເອື້ອຍນ້ອງກ່ຽວກັບເອື້ອຍລີສອງສາມມື້ຕໍ່ມາ ແລະ ຂ້ອຍຮູ້ສຶກອິດສາແທ້ໆ ເມື່ອຂ້ອຍເຫັນວ່າພວກເຂົາທຸກຄົນຄິດບວກ, ເຖິງກັບດີກວ່າການປະເມີນຂອງພວກເຂົາກ່ຽວກັບຂ້ອຍ. ຂ້ອຍເປັນຜູ້ນຳ, ແຕ່ຂ້ອຍບໍ່ໄດ້ທຽບກັບແມ່ນແຕ່ເພື່ອນຮ່ວມງານ. ຊ່າງເປັນຕາອັບອາຍສໍາລັບຂ້ອຍ! ຂ້ອຍເລີ່ມບໍ່ສະບາຍໃຈຫຼາຍຂຶ້ນເມື່ອຂ້ອຍຄິດກ່ຽວກັບມັນ. ຂ້ອຍຈຶ່ງຍົກປະເດັນເພື່ອເວົ້າກັບເອື້ອຍອີກຄົນໜຶ່ງວ່າ, “ເກີດຫຍັງຂຶ້ນກັບການປະເມີນຂອງເຈົ້າ? ເຈົ້າບໍ່ມີການແຍກແຍະຫຍັງເລີຍ. ເອື້ອຍລີມີຄວາມກ້າວໜ້າ, ແຕ່ທາງເຂົ້າສູ່ຊີວິດຂອງລາວແມ່ນຕື້ນ. ເຈົ້າເຮັດໃຫ້ລາວເບິ່ງຄືດີຫຼາຍ, ແຕ່ຖ້າລາວໄປຄຣິດຕະຈັກແຫ່ງອື່ນ ແລະ ເຮັດໃຫ້ວຽກງານຂອງພວກເຂົາຊັກຊ້າ ເພາະລາວບໍ່ສາມາດເຮັດວຽກງານຕົວຈິງ, ນັ້ນຈະເປັນການເຮັດຄວາມຊົ່ວໃນສ່ວນຂອງເຈົ້າ!” ການໄດ້ຍິນສິ່ງນີ້ຈາກຂ້ອຍເຮັດໃຫ້ເອື້ອຍຄົນນັ້ນຢ້ານໜ້ອຍໜຶ່ງ. ລາວເວົ້າວ່າລາວໄດ້ຂຽນມັນໂດຍອີງໃສ່ສະຖານະການຕົວຈິງ, ແຕ່ບໍ່ໄດ້ພິຈາລະນາພາບທັງໝົດ ແລະ ລາວຈະພິຈາລະນາເບິ່ງອີກຄັ້ງ. ເຖິງແມ່ນວ່າຂ້ອຍໄດ້ເຮັດໃນສິ່ງທີ່ຂ້ອຍຕັ້ງໃຈຈະເຮັດ, ແຕ່ຂ້ອຍກໍ່ພຽງແຕ່ບໍ່ສາມາດຮູ້ສຶກມີຄວາມສຸກໄດ້. ໂດຍສະເພາະເມື່ອຂ້ອຍເຫັນເອື້ອຍລີ, ຂ້ອຍມີຄວາມຮູ້ສຶກເຈັບປວດ ແລະ ຂ້ອຍຮູ້ສຶກຜິດແທ້ໆ. ຂ້ອຍໄດ້ເຮັດບາງສິ່ງທີ່ບໍ່ດີ, ບາງສິ່ງທີ່ເປັນຕາອັບອາຍ ແລະ ຂ້ອຍບໍ່ກ້າຈ້ອງເບິ່ງຕາຂອງລາວ. ເມື່ອເຫັນວ່າຂ້ອຍເບິ່ງຄືຜິດປົກກະຕິໜ້ອຍໜຶ່ງ, ລາວໄດ້ຍ່າງມາຫາ ແລະ ເວົ້າດ້ວຍຄວາມເປັນຫ່ວງວ່າ, “ມີບາງຢ່າງທີ່ບໍ່ຖືກຕ້ອງບໍ?” ຂ້ອຍຍິ່ງຮູ້ສຶກຜິດຫຼາຍກວ່າເກົ່າ ເມື່ອຂ້ອຍໄດ້ຍິນລາວເວົ້າແບບນັ້ນ, ສະນັ້ນ ຂ້ອຍຈຶ່ງພຽງແຕ່ເວົ້າຕິດອ່າງອອກໄປວ່າ “ແມ່ນ... ແມ່ນແລ້ວ”, ຫຼັງຈາກນັ້ນກໍ່ແລ່ນເຂົ້າໄປອີກຫ້ອງໜຶ່ງ ແລະ ຄຸເຂົ່າລົງອະທິຖານຫາພຣະເຈົ້າ. ຂ້ອຍເວົ້າວ່າ, “ໂອ້ ພຣະເຈົ້າ, ຂ້ານ້ອຍບໍ່ມີເຫດຜົນຫຼາຍ. ຂ້ານ້ອຍອິດສາເອື້ອຍລີ ເມື່ອຂ້ານ້ອຍເຫັນການປະເມີນຂອງທຸກຄົນ ແລະ ເຖິງກັບທຳລາຍລາວຢູ່ລັບຫຼັງລາວ. ພຣະເຈົ້າ, ຂ້ານ້ອຍຮູ້ວ່າພຣະອົງກຽດຊັງສິ່ງປະເພດນີ້, ແຕ່ຂ້ານ້ອຍຖືກຜູກມັດໂດຍອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍ. ຂ້ານ້ອຍບໍ່ສາມາດຢຸດຕົນເອງໄດ້. ພຣະເຈົ້າ, ກະລຸນາສ່ອງແສງແກ່ຂ້ານ້ອຍ ເພື່ອວ່າຂ້ານ້ອຍຈະສາມາດຮູ້ຈັກຕົນເອງໄດ້ຢ່າງແທ້ຈິງ ແລະ ຢຸດດໍາລົງຊີວິດໂດຍອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍ”. ເມື່ອຮູ້ສຶກສະຫງົບຂຶ້ນໜ້ອຍໜຶ່ງຫຼັງຈາກການອະທິຖານຂອງຂ້ອຍ, ຂ້ອຍຈຶ່ງໄດ້ເປີດຄອມພິວເຕີຂອງຂ້ອຍ ແລະ ອ່ານຂໍ້ຄວາມສອງສາມຂໍ້ຈາກພຣະທຳຂອງພຣະເຈົ້າ.

ພຣະເຈົ້າກ່າວວ່າ: “ຖ້າພວກເຂົາເຫັນວ່າໃຜບາງຄົນດີກວ່າຕົນເອງ, ພວກເຂົາກໍ່ກົດຂີ່ຂົ່ມເຫັງພວກເຂົາ, ເລີ່ມສ້າງຂ່າວລືກ່ຽວກັບພວກເຂົາ ຫຼື ໃຊ້ວິທີການບາງຢ່າງທີ່ໄຮ້ຢາງອາຍ ເພື່ອວ່າຄົນອື່ນຈະບໍ່ໃຫ້ຄວາມເຄົາລົບແກ່ພວກເຂົາ ແລະ ເພື່ອວ່າຈະບໍ່ມີໃຜດີໄປກວ່າໃຜ, ແລ້ວນີ້ກໍ່ແມ່ນອຸປະນິໄສທີ່ເສື່ອມຊາມຂອງຄວາມຈອງຫອງ ແລະ ການຖືວ່າຕົນເອງຊອບທຳ, ພ້ອມທັງຄວາມຄົດໂກງ, ຄວາມຫຼອກລວງ ແລະ ຄວາມຮ້າຍກາດ ແລະ ຄົນເຫຼົ່ານີ້ບໍ່ຢຸດທີ່ຈະບັນລຸເປົ້າໝາຍຂອງພວກເຂົາ. ພວກເຂົາດຳລົງຊີວິດແບບນີ້ ແລະ ກໍ່ຍັງຄິດວ່າພວກເຂົາດີເລີດ ແລະ ພວກເຂົາເປັນຄົນດີ. ເຖິງແນວໃດກໍ່ຕາມ, ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າບໍ? ກ່ອນອື່ນໝົດ, ເມື່ອເວົ້າຈາກມຸມມອງທຳມະຊາດຂອງເລື່ອງເຫຼົ່ານີ້, ຄົນທີ່ກະທຳແບບນີ້ບໍ່ພຽງແຕ່ຄົນທີ່ເຮັດຕາມທີ່ພວກເຂົາພໍໃຈບໍ? ພວກເຂົາຄຳນຶງເຖິງຜົນປະໂຫຍດໃນຄອບຄົວຂອງພຣະເຈົ້າບໍ? ພວກເຂົາຄິດເຖິງແຕ່ຄວາມຮູ້ສຶກຂອງຕົນເອງເທົ່ານັ້ນ ແລະ ພວກເຂົາຕ້ອງການບັນລຸເປົ້າໝາຍຂອງພວກເຂົາເອງເທົ່ານັ້ນ, ໂດຍບໍ່ໄດ້ຄຳນຶງເຖິງຄວາມສູນເສຍທີ່ເກີດຂຶ້ນກັບພາລະກິດໃນຄອບຄົວຂອງພຣະເຈົ້າ. ຄົນແບບນີ້ບໍ່ພຽງແຕ່ເປັນຄົນອວດດີ ແລະ ຄິດວ່າຕົນເອງຖືກເທົ່ານັ້ນ, ພວກເຂົາຍັງເປັນຄົນເຫັນແກ່ຕົວ ແລະ ມັກດູຖູູກ; ພວກເຂົາບໍ່ຄຳນຶງເຖິງເຈດຈຳນົງຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ຄົນແບບນີ້ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າຢ່າງບໍ່ຕ້ອງສົງໃສແມ່ນແຕ່ໜ້ອຍດຽວ. ນີ້ແມ່ນເຫດຜົນວ່າເປັນຫຍັງພວກເຂົາຈຶ່ງເຮັດສິ່ງໃດກໍ່ຕາມທີ່ພວກເຂົາຕ້ອງການ ແລະ ກະທຳຕາມອຳເພີໃຈ ໂດຍບໍ່ມີຄວາມຮູ້ສຶກຕຳນິ, ໂດຍບໍ່ມີຄວາມກັງວົນໃຈໃດໆ, ໂດຍບໍ່ມີຄວາມຫວັ່ນໄຫວ ຫຼື ຄວາມກັງວົນໃດໆ ແລະ ໂດຍບໍ່ໄດ້ຄຳນຶງເຖິງຜົນທີ່ຈະຕາມມາ. ນີ້ແມ່ນສິ່ງທີ່ພວກເຂົາເຮັດເລື້ອຍໆ ແລະ ເປັນວິທີທີ່ພວກເຂົາປະພຶດຕົນສະເໝີມາ. ຄົນເຊັ່ນນັ້ນຈະຜະເຊີນໜ້າກັບຜົນທີ່ຕາມມາຫຍັງແດ່? ພວກເຂົາຈະເດືອດຮ້ອນ, ແມ່ນບໍ? ເວົ້າງ່າຍໆກໍ່ຄື ຄົນເຊັ່ນນີ້ຂີ້ອິດສາເກີນໄປ ແລະ ມີຄວາມປາຖະໜາຢ່າງແຮງກ້າທີ່ຈະມີຊື່ສຽງ ແລະ ສະຖານະສ່ວນຕົວ; ພວກເຂົາຫຼອກລວງ ແລະ ທໍລະຍົດເກີນໄປ. ເວົ້າໃຫ້ໜັກແໜ້ນກວ່ານີ້ກໍ່ຄື ບັນຫາທີ່ສໍາຄັນແມ່ນວ່າຫົວໃຈຂອງຄົນແບບນັ້ນບໍ່ໄດ້ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍເລີຍ. ພວກເຂົາບໍ່ຢຳເກງພຣະເຈົ້າ, ພວກເຂົາເຊື່ອວ່າຕົວເອງມີຄວາມສຳຄັນທີ່ສຸດ ແລະ ພວກເຂົາຖືວ່າທຸກແງ່ມຸມຂອງຕົວເອງສູງກວ່າພຣະເຈົ້າ ແລະ ສູງກວ່າຄວາມຈິງ. ໃນຫົວໃຈຂອງພວກເຂົາ, ພຣະເຈົ້າມີຄ່າຄວນທີ່ຈະກ່າວເຖິງ ໜ້ອຍທີ່ສຸດ ແລະ ບໍ່ມີຄວາມໝາຍທີ່ສຸດ ແລະ ພຣະເຈົ້າບໍ່ມີສະຖານະໃດເລີຍໃນຫົວໃຈຂອງພວກເຂົາ. ບັນດາຜູ້ທີ່ບໍ່ມີບ່ອນໃຫ້ພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ຜູ້ທີ່ບໍ່ເຄົາລົບພຣະເຈົ້າ ບັນລຸການເຂົ້າສູ່ຄວາມຈິງບໍ? (ບໍ່.) ສະນັ້ນ, ໂດຍປົກກະຕິແລ້ວເມື່ອພວກເຂົາໄປມາຢ່າງມ່ວນຊື່ນເຮັດໃຫ້ຕົນເອງບໍ່ວ່າງ ແລະ ໃຊ້ພະລັງງານຫຼາຍ, ພວກເຂົາກຳລັງເຮັດຫຍັງ? ຜູ້ຄົນດັ່ງກ່າວເຖິງກັບອ້າງວ່າໄດ້ປະຖິ້ມທຸກສິ່ງທຸກຢ່າງເພື່ອເສຍສະລະໃຫ້ແກ່ພຣະເຈົ້າ ແລະ ທົນທຸກທໍລະມານຢ່າງຫຼວງຫຼາຍ, ແຕ່ໃນຄວາມເປັນຈິງແລ້ວ ແຮງຈູງໃຈ, ຫຼັກການ ແລະ ຈຸດປະສົງຂອງການກະທຳທັງໝົດຂອງພວກເຂົາແມ່ນເພື່ອຜົນປະໂຫຍດຂອງຕົນເອງ; ພວກເຂົາກໍ່ພຽງພະຍາຍາມປົກປ້ອງຜົນປະໂຫຍດຂອງຕົນເອງທັງໝົດເທົ່ານັ້ນ. ພວກເຈົ້າ ຫຼື ເຈົ້າຈະບໍ່ເວົ້າວ່າຄົນປະເພດນີ້ເປັນຕາຢ້ານບໍ? ຄົນແບບໃດທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ ແຕ່ບໍ່ມີຄວາມຢຳເກງພຣະເຈົ້າ? ຜູ້ຄົນທີ່ຈອງຫອງ. ແລ້ວສິ່ງໃດທີ່ຂາດຄວາມຢຳເກງພຣະເຈົ້າທີ່ສຸດ? ນອກຈາກສັດແລ້ວ ກໍແມ່ນຄົນຊົ່ວ, ຜູ້ຕໍ່ຕ້ານພຣະຄຣິດ, ມານຮ້າຍ ແລະ ຊາຕານ. ພວກເຂົາມີພຶດຕິກຳທີ່ຫຍາບຄາຍທີ່ຈະຕໍ່ສູ້ກັບພຣະເຈົ້າ; ພວກເຂົາຂາດຄວາມຢຳເກງພຣະເຈົ້າ” (ຄັດຈາກບົດ “ຫ້າສະພາວະທີ່ຈຳເປັນຕ້ອງຢູ່ໃນເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງຄົນໆໜຶ່ງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ອຸປະນິໄສທີ່ເສື່ອມຊາມຂອງມະນຸດແມ່ນເກີດຈາກການທີ່ເຂົາຖືກຊາຕານວາງຢາພິດ ແລະ ຢຽບຢໍ້າ, ຈາກໄພຊົ່ວຮ້າຍທີ່ຊາຕານວາງໃສ່ໃນຄວາມຄິດ, ສິນທໍາ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ. ມັນເປັນຍ້ອນເພາະວ່າສິ່ງພື້ນຖານຕ່າງໆຂອງມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ແຕກຕ່າງຈາກການທີ່ພຣະເຈົ້າຊົງສ້າງມະນຸດໃນເບື້ອງຕົ້ນ, ມະນຸດຕໍ່ຕ້ານພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງ” (ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ຂ້ອຍເສຍໃຈ ແລະ ທໍ້ໃຈຫຼາຍໂດຍພຣະທຳຂອງພຣະເຈົ້າ. ພຣະອົງບໍ່ໄດ້ເປີດເຜີຍສະພາວະຂອງຂ້ອຍຢ່າງຖືກຕ້ອງບໍ? ຂ້ອຍເລີ່ມອິດສາ ແລະ ມີອະຄະຕິ ເມື່ອຜູ້ນໍາຕ້ອງການຢາກປູກຝັງເອື້ອຍລີ ແລະ ຂ້ອຍເຖິງກັບທໍາລາຍ ແລະ ຕັດສິນລາວໃນລັກສະນະທີ່ເປັນຕາລັງກຽດ. ຂ້ອຍຄິດຫາທຸກສິ່ງເພື່ອບໍ່ໃຫ້ລາວໄດ້ຮັບໜ້າທີ່ນັ້ນ ໂດຍບໍ່ໄດ້ພິຈາລະນາເຖິງຜົນປະໂຫຍດຂອງຄຣິດຕະຈັກເລີຍ. ຂ້ອຍເຮັດແມ່ນຫຍັງກໍ່ຕາມທີ່ຂ້ອຍຮູ້ສຶກຢາກເຮັດເພື່ອໄດ້ຮັບສິ່ງທີ່ຂ້ອຍຕ້ອງການ. ຂ້ອຍຈອງຫອງ, ເຮັດຕາມອຳເພີໃຈ ແລະ ບໍ່ມີຄວາມເຄົາລົບນັບຖືສຳລັບພຣະເຈົ້າ. ພຣະເຈົ້າຫວັງວ່າຜູ້ຄົນອີກຫຼາຍຈະສາມາດຄຳນຶງເຖິງຄວາມປະສົງຂອງພຣະອົງ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ຂ້ອຍຮູ້ເປັນຢ່າງດີວ່າເອື້ອຍລີມີຄວາມສາມາດທີ່ດີ ແລະ ເອົາໃຈໃສ່ໃນການສະແຫວງຫາຄວາມຈິງ, ສະນັ້ນ ດ້ວຍໂອກາດການຝຶກຝົນຫຼາຍຂຶ້ນ, ທາງເຂົ້າຊີວິດ ແລະ ທັກສະຂອງລາວຈະກ້າວໜ້າ ແລະ ສິ່ງນັ້ນຈະເປັນປະໂຫຍດຕໍ່ວຽກງານຂອງຄຣິດຕະຈັກ. ແຕ່ຂ້ອຍຖ່ວງດຶງລາວ ໂດຍພະຍາຍາມປົກປ້ອງກຽດສັກສີ ແລະ ສະຖານະຂອງຂ້ອຍເອງ, ເຖິງກັບໃຊ້ວິທີການຢ່າງລັບໆ ເພື່ອບໍ່ໃຫ້ລາວໄດ້ຮັບມອບໝາຍໜ້າທີ່ນັ້ນ. ກ່ອນທີ່ຂ້ອຍຈະຮູ້ຕົວ, ຂ້ອຍໄດ້ກາຍມາເປັນລູກນ້ອງຂອງຊາຕານ ແລະ ກຳລັງຂັດຂວາງວຽກງານຂອງຄຣິດຕະຈັກ. ຂ້ອຍບໍ່ພໍໃຈກັບຕົນເອງແທ້ໆ. ຂ້ອຍຮູ້ວ່າຄວາມອິດສາຂັດກັບຄວາມປະສົງຂອງພຣະເຈົ້າ, ແຕ່ຂ້ອຍບໍ່ເຄີຍຈິນຕະນາການວ່າມັນຈະຂັບເຄື່ອນໃຫ້ຂ້ອຍເຮັດບາງສິ່ງທີ່ບໍ່ມີມະນຸດສະທໍາແບບນີ້, ວ່າຂ້ອຍຈະຂັດຂວາງວຽກງານຂອງຄຣິດຕະຈັກ, ເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ. ຂ້ອຍຈື່ພຣະທຳຂອງພຣະເຈົ້າ: “ປະນິໄສທີ່ເສື່ອມຊາມຂອງມະນຸດແມ່ນເກີດຈາກການທີ່ເຂົາຖືກຊາຕານວາງຢາພິດ”. ຂ້ອຍຄິດກ່ຽວກັບວ່າຂ້ອຍອິດສາຢູ່ສະເໝີແນວໃດ ແລະ ບໍ່ສາມາດຢືນເບິ່ງຄົນອື່ນດີກວ່າຂ້ອຍ ເພາະວ່າຄວາມຄິດ ແລະ ທັດສະນະຂອງຂ້ອຍຖືກເຮັດໃຫ້ບິດບ້ຽວໂດຍພິດຂອງຊາຕານ, ຄືກັນກັບ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ຂ້ອຍເປັນເຈົ້າຂອງຕົນເອງທົ່ວທັງສະຫວັນ ແລະ ແຜ່ນດິນໂລກ” ແລະ “ສາມາດມີຜູ້ນໍາທີ່ເປັນຜູ້ຊາຍພຽງຄົນດຽວ”. ເມື່ອດໍາລົງຊີວິດດ້ວຍພິດເຫຼົ່ານີ້, ຂ້ອຍຕ້ອງການທີ່ຈະຕໍ່ສູ້ດ້ວຍວິທີການຂອງຂ້ອຍເພື່ອໃຫ້ຢູ່ທາງໜ້າຂອງກຸ່ມໃດໜຶ່ງ, ໂດຍຄິດວ່າຂ້ອຍຄວນຢູ່ເໜືອຄົນອື່ນ ແລະ ຂ້ອຍບໍ່ສາມາດປະຕິບັດກັບໃຜຢ່າງຍຸຕິທຳໄດ້ ຖ້າຂ້ອຍຄິດວ່າພວກເຂົາມີຄວາມສາມາດຫຼາຍກວ່າຂ້ອຍ. ຂ້ອຍກໍ່ອິດສາ ແລະ ແບ່ງແຍກ, ໂດຍເຫັນພວກເຂົາເປັນໜາມທີ່ຢູ່ທາງຂ້າງຂ້ອຍ. ຂ້ອຍອິດສາ, ກີດກັນ ແລະ ເປັນສັດຕູກັບຜູ້ຄົນທີ່ຢູ່ອ້ອມຮອບຂ້ອຍ ຜູ້ທີ່ສະແຫວງຫາຄວາມຈິງ, ເຖິງກັບທໍາລາຍພວກເຂົາຢູ່ລັບຫຼັງພວກເຂົາ. ຂ້ອຍຂາດຄວາມເປັນມະນຸດຢ່າງສິ້ນເຊີງ! ຂ້ອຍຕ້ອງການສ້າງຕົວເອງຂຶ້ນຢູ່ສະເໝີ ແລະ ທຳລາຍຄົນອື່ນໃຫ້ລົ້ມລົງ, ຕໍ່ສູ້, ເອົາຊະນະ ແລະ ຂ້ອຍຈະບໍ່ຍອມຜ່າຍແພ້ໃຫ້ຜູ້ໃດໜຶ່ງ. ຂ້ອຍພຽງແຕ່ຢາກສະແດງອອກ. ຂ້ອຍບໍ່ແມ່ນຊາຕານທີ່ມີຊີວິດບໍ? ມີພຽງແຕ່ຕອນນັ້ນ, ຂ້ອຍຈຶ່ງໄດ້ເຫັນວ່າພິດເຫຼົ່ານັ້ນຂອງຊາຕານ ແລະ ກົດລະບຽບເພື່ອຄວາມຢູ່ລອດໄດ້ກາຍມາເປັນທໍາມະຊາດຂອງຂ້ອຍແທ້ໆ. ຂ້ອຍອີງໃສ່ຊີວິດຂອງຂ້ອຍອ້ອມຮອບສິ່ງເຫຼົ່ານັ້ນ, ກາຍເປັນຄົນເຫັນແກ່ຕົວ, ຈອງຫອງ ແລະ ມຸ່ງຮ້າຍຂຶ້ນເລື້ອຍໆ. ຖ້າຂ້ອຍສືບຕໍ່ປະຕິເສດທີ່ຈະກັບໃຈມາຫາພຣະເຈົ້າ, ຂ້ອຍຮູ້ວ່າຂ້ອຍຈະຖືກກຽດຊັງ ແລະ ຖືກກໍາຈັດໂດຍພຣະອົງ. ຂ້ອຍຮູ້ສຶກຢ້ານແທ້ໆ ເມື່ອຂ້ອຍຮັບຮູ້ທຸກສິ່ງນີ້. ຂ້ອຍຟ້າວອະທິຖານຫາພຣະເຈົ້າ, ບອກພຣະອົງວ່າຂ້ອຍຕ້ອງການກັບໃຈ, ຂ້ອຍຈະພະຍາຍາມປະຕິບັດຄວາມຈິງນັບຕັ້ງແຕ່ນັ້ນເປັນຕົ້ນມາ ແລະ ຢຸດດໍາລົງຊີວິດໂດຍພິດເຫຼົ່ານັ້ນຂອງຊາຕານ.

ສອງສາມມື້ຕໍ່ມາ ຂ້ອຍໄດ້ຮັບຈົດໝາຍຈາກຜູ້ນໍາ ເຊິ່ງກ່າວວ່າໂດຍລວມແລ້ວ ເອື້ອຍລີເບິ່ງຄືເໝາະສົມດີສຳລັບວຽກງານໃນຄຣິດຕະຈັກແຫ່ງອື່ນ. ຂ້ອຍຮູ້ສຶກວ່າມີບາງສິ່ງປຸກປັ່ນຢູ່ພາຍໃນຂ້ອຍ ເມື່ອຂ້ອຍອ່ານມັນ, ແຕ່ຂ້ອຍກໍ່ຮູ້ໃນທັນທີວ່າມັນຄືຄວາມອິດສາຂອງຂ້ອຍທີ່ກຳລັງບົງການຂ້ອຍອີກຄັ້ງ. ຂ້ອຍອະທິຖານຫາພຣະເຈົ້າໃນທັນທີ ແລະ ເຕັມໃຈທີ່ຈະປະຖິ້ມຕົນເອງ. ຂ້ອຍໄດ້ອ່ານຂໍ້ຄວາມອີກສອງສາມຂໍ້ຈາກພຣະທຳຂອງພຣະເຈົ້າຫຼັງຈາກການອະທິຖານຂອງຂ້ອຍ. ພຣະເຈົ້າກ່າວວ່າ: “ເມື່ອເຈົ້າເປີດເຜີຍຕົວເອງວ່າເຫັນແກ່ຕົວ ແລະ ຍິ່ງຍະໂສ ແລະ ໄດ້ຕະໜັກເຖິງສິ່ງນີ້, ເຈົ້າຄວນສະແຫວງຫາຄວາມຈິງ: ຂ້ອຍຄວນເຮັດຫຍັງເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ? ຂ້ອຍຄວນປະຕິບັດແນວໃດເພື່ອໃຫ້ມັນເປັນປະໂຫຍດແກ່ທຸກຄົນ? ເຈົ້າຕ້ອງເລີ່ມດ້ວຍການປ່ອຍວາງຜົນປະໂຫຍດຂອງຕົວເຈົ້າເອງ, ຄ່ອຍໆປະຖິ້ມພວກມັນຕາມວຸດທິພາວະຂອງເຈົ້າເທື່ອລະໜ້ອຍ. ຫຼັງຈາກທີ່ເຈົ້າໄດ້ປະສົບກັບສິ່ງນີ້ສອງສາມຄັ້ງ, ເຈົ້າຈະໄດ້ປ່ອຍວາງພວກມັນຢ່າງສົມບູນ ແລະ ເມື່ອເຈົ້າເຮັດເຊັ່ນນັ້ນ, ເຈົ້າຈະຮູ້ສຶກໝັ້ນຄົງ ແລະ ໃນຖານະມະນຸດຄົນໜຶ່ງ, ເຈົ້າຄວນມີຈິດສຳນຶກ ແລະ ເຫດຜົນວ່າເຈົ້າຄວນເປັນຄົນທີ່ບໍ່ເຫັນແກ່ຕົວແລະ ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ຜົນທີ່ໄດ້ຄືເຈົ້າຈະເປັນຄົນກົງໄປກົງມາ, ຊື່ກົງ. ການເຮັດທຸກຢ່າງເພື່ອເຮັດໃຫ້ພຣະເຈົ້າພໍໃຈເປັນສິ່ງທີ່ມີກຽດ ແລະ ນຳຄວາມໝາຍມາສູ່ຊີວິດ. ໃນການດຳລົງຊີວິດແບບນີ້ຢູ່ແຜ່ນດິນໂລກ, ເຈົ້າເປັນຄົນເປີດເຜີຍ ແລະ ຊື່ສັດ, ເຈົ້າເປັນຄົນແທ້, ເຈົ້າມີຈິດສຳນຶກທີ່ຊັດເຈນ ແລະ ຄູ່ຄວນກັບທຸກສິ່ງທີ່ພຣະເຈົ້າປະທານໃຫ້ແກ່ເຈົ້າ. ຍິ່ງເຈົ້າດຳລົງຊີວິດແບບນີ້ຫຼາຍສ່ຳໃດ, ເຈົ້າຍິ່ງຮູ້ສຶກໝັ້ນຄົງ ແລະ ສົດໃສຫຼາຍຂຶ້ນສ່ຳນັ້ນ. ເມື່ອເປັນເຊັ່ນນັ້ນ, ເຈົ້າຈະບໍ່ກ້າວໄປໃນເສັ້ນທາງທີ່ຖືກຕ້ອງບໍ?” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ຖ້າເຈົ້າສາມາດຍອມຮັບການຄຳນຶງເຖິງຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະສາມາດປະຕິບັດຕໍ່ຄົນອື່ນຢ່າງຍຸຕິທຳ. ຖ້າເຈົ້າຊ່ວຍເຫຼືອຄົນດີ ແລະ ບໍາລຸງລ້ຽງໃຫ້ພວກເຂົາເກັ່ງ ເຊິ່ງເຮັດໃຫ້ມີອີກຄົນທີ່ມີຄວາມສາມາດພິເສດໃນເຮືອນຂອງພຣະເຈົ້າ, ແລ້ວວຽກງານຂອງເຈົ້າຈະບໍ່ງ່າຍຂຶ້ນ ບໍ? ແລ້ວເຈົ້າຈະບໍ່ໄດ້ດໍາລົງຊີວິດຕາມຄວາມຈົງຮັກພັກດີຂອງເຈົ້າໃນໜ້າທີ່ນີ້ບໍ? ນີ້ຄືການກະທຳທີ່ດີຕໍ່ໜ້າພຣະເຈົ້າ; ມັນຄືຄວາມສຳນຶກ ແລະ ເຫດຜົນຢ່າງໜ້ອຍທີ່ສຸດ ທີ່ຄົນທີ່ເປັນຜູ້ນໍາຄວນມີ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າລະບຸຢ່າງຊັດເຈນເຖິງເສັ້ນທາງແຫ່ງການປະຕິບັດ. ຂ້ອຍຄວນປະຖິ້ມຜົນປະໂຫຍດຂອງຂ້ອຍເອງ ແລະ ຄິດເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ. ຂ້ອຍຄວນນໍາສະເໜີຜູ້ໃດກໍ່ຕາມທີ່ເຂັ້ມແຂງກວ່າຂ້ອຍຢູ່ໃນຂົງເຂດໃດໜຶ່ງ ເພື່ອວ່າທຸກຄົນທີ່ມີພອນສະຫວັນຈະສາມາດນໍາຈຸດແຂງຂອງພວກເຂົາເຂົ້າສູ່ການປະຕິບັດໃນເຮືອນຂອງພຣະເຈົ້າ ແລະ ມີສ່ວນຮ່ວມໃນການເຜີຍແຜ່ຂ່າວປະເສີດແຫ່ງອານາຈັກ. ມີພຽງແຕ່ຄົນປະເພດນັ້ນຈຶ່ງມີຄວາມເປັນມະນຸດ ແລະ ເປັນຄົນທີ່ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ສາມາດສະໜັບສະໜູນຜົນປະໂຫຍດໃນເຮືອນຂອງພຣະເຈົ້າ. ພວກເຂົາໄດ້ຮັບການຮອງຮັບຈາກພຣະເຈົ້າ ແລະ ນັ້ນຄືການກະທໍາທີ່ດີ. ຂ້ອຍໄດ້ໄປພົບກັບເອື້ອຍລີໃນຕອນແລງຂອງມື້ນັ້ນ ແລະ ຖາມລາວວ່າລາວຕ້ອງການອອກໄປເພື່ອຮັບໜ້າທີ່ນັ້ນ ຫຼື ບໍ່. ລາວເວົ້າວ່າລາວເຕັມໃຈທີ່ຈະເຮັດມັນ, ແຕ່ກັງວົນວ່າລາວຈະເຮັດບໍ່ໄດ້ດີ ຍ້ອນລາວຍັງໃໝ່ກັບຄວາມເຊື່ອ ແລະ ວຸດທິພາວະຂອງລາວກໍ່ມີໜ້ອຍ. ຫຼັງຈາກທີ່ໄດ້ຍິນຄວາມກັງວົນຂອງລາວ, ຂ້ອຍຈຶ່ງໂອ້ລົມກັບລາວກ່ຽວກັບຄວາມປະສົງຂອງພຣະເຈົ້າ, ຊຸກຍູ້ໃຫ້ລາວເພິ່ງພາ ແລະ ແນມຫາພຣະເຈົ້າ ແລະ ເອົາໃຈໃສ່ໃນການສະແຫວງຫາຫຼັກການແຫ່ງຄວາມຈິງໃນໜ້າທີ່ຂອງລາວ. ລາວຈາກໄປເພື່ອປະຕິບັດໜ້າທີ່ໃໝ່ຂອງລາວໃນສອງສາມມື້ຕໍ່ມາ. ຂ້ອຍມີຄວາມສຸກແທ້ໆ ແລະ ຮູ້ສຶກວ່າການສາມາດປະຕິບັດຄວາມຈິງ ແລະ ບໍ່ດໍາລົງຊີວິດເພື່ອກຽດຕິຍົດ ແລະ ສະຖານະຂອງຂ້ອຍເປັນວິທີດຽວທີ່ຈະດໍາລົງຊີວິດດ້ວຍຄວາມຊື່ສັດ ແລະ ກຽດສັກສີ. ຂ້ອຍມີຄວາມສະຫງົບສຸກຢູ່ໃນໃຈຂອງຂ້ອຍແທ້ໆ.

ເມື່ອຂ້ອຍເບິ່ງຄືນເວລາທີ່ຂ້ອຍດໍາລົງຊີວິດໂດຍອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ, ໂດຍອິດສາ ແລະ ຕໍ່ສູ້ເພື່ອຊື່ສຽງ ແລະ ສະຖານະຢູ່ສະເໝີ, ຖືກເຮັດໃຫ້ເສື່ອມຊາມ ແລະ ເປັນເຄື່ອງຫຼິ້ນຂອງຊາຕານ, ຂ້ອຍເຫັນວ່າມັນເປັນວິທີການດຳລົງຊີວິດທີ່ເຈັບປວດ. ພຣະເຈົ້າກຳນົດຄົນ, ສິ່ງຂອງ, ເຫດການ ແລະ ສະພາບແວດລ້ອມທຸກຮູບແບບເພື່ອເປີດໂປງຂ້ອຍ, ເພື່ອຊ່ວຍຂ້ອຍໃຫ້ລອດພົ້ນ. ພຣະອົງຍັງໃຊ້ພຣະທຳຂອງພຣະອົງເພື່ອເປີດໂປງ ແລະ ພິພາກສາຂ້ອຍ ແລະ ຫົດນໍ້າ ແລະ ບຳລຸງລ້ຽງຂ້ອຍຈົນຂ້ອຍມີຄວາມຮູ້ບາງຢ່າງກ່ຽວກັບທຳມະຊາດແບບຊາຕານຂອງຂ້ອຍໃນທີ່ສຸດ ແລະ ເຫັນເຖິງທຳມະຊາດ ແລະ ຜົນຕາມມາຂອງຄວາມອິດສາ ແລະ ການຕໍ່ສູ້ເພື່ອຊື່ສຽງ ແລະ ຜົນປະໂຫຍດ. ມີພຽງແຕ່ຕອນນັ້ນ, ຂ້ອຍຈຶ່ງສາມາດປະຕິບັດຄວາມຈິງໜ້ອຍໜຶ່ງ ແລະ ໄດ້ຮັບຄວາມສໍານຶກ ແລະ ເຫດຜົນໜ້ອຍໜຶ່ງ. ຂອບພຣະຄຸນພຣະເຈົ້າ!

ກ່ອນນີ້: 39. ການດຳລົງຊີວິດທີ່ຄ້າຍຄືກັບມະນຸດໃນທີ່ສຸດ

ຕໍ່ໄປ: 41. ການແທນທີ່ຄວາມອິດສາດ້ວຍຄວາມໃຈກວ້າງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າແມ່ນພຣະເຈົ້າອົງດຽວກັນບໍ?

ເມື່ອມະນຸດຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ພຣະເຈົ້າກໍໄດ້ເລີ່ມແຜນການຄຸ້ມຄອງຂອງພຣະອົງເພື່ອຄວາມລອດພົ້ນຂອງມະນຸດຊາດ....

Only God Loves Man Most

God becomes flesh in the last days to save man for He loves man. Driven by His love, He carries out today's work. It's under the foundation...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້