41. ການແທນທີ່ຄວາມອິດສາດ້ວຍຄວາມໃຈກວ້າງ

ໂດຍ ຟູ່ຕານ, ຈີນ

ສອງສາມປີກ່ອນ, ນ້ອງສຽວເຈຍຖືກຍ້າຍເຂົ້າມາໃນຄຣິດຕະຈັກຂອງພວກເຮົາເພື່ອຊ່ວຍຂ້ອຍໃນໜ້າທີ່ການເປັນຜູ້ນໍາ. ຕະຫຼອດເວລາ ຂ້ອຍພົບວ່າ ເຖິງຈະຍັງອາຍຸນ້ອຍ ລາວກໍ່ມີຄວາມສາມາດດີ ແລະ ເກັ່ງແທ້ໆ. ລາວປະຕິບັດຄວາມຈິງ ເມື່ອເກີດມີບັນຫາ ແລະ ເອົາໃຈໃສ່ໃນການສະແຫວງຫາຫຼັກການຂອງຄວາມຈິງ. ຂ້ອຍບໍ່ທຽບເທົ່າກັບລາວໃນເລື່ອງຂອງຄວາມສາມາດ ຫຼື ຄວາມສາມາດໃນການເຮັດວຽກ. ຂ້ອຍຊື່ນຊົມລາວແທ້ໆ ແລະ ຮູ້ສຶກວ່າລາວມີພອນສະຫວັນ. ໃນການພົບປະກັນຂອງເພື່ອນຮ່ວມງານໃນຄັ້ງໜຶ່ງ, ຜູ້ນໍາຖາມຂ້ອຍວ່າມີຄົນໃນຄຣິດຕະຈັກທີ່ສະແຫວງຫາຄວາມຈິງ ແລະ ມີຄວາມສາມາດສູງ ຫຼື ບໍ່. ຂ້ອຍບອກລາວກ່ຽວກັບຈຸດແຂງຂອງນ້ອງສຽວເຈຍໂດຍບໍ່ລັງເລ. ພາຍຫຼັງບໍ່ດົນ, ຜູ້ນໍາກໍ່ເຊີນລາວໃຫ້ເຂົ້າຮ່ວມການພົບປະກັນຂອງເພື່ອນຮ່ວມງານ ແລະ ຂໍໃຫ້ລາວເຂົ້າຮ່ວມການພົບປະກັນໃນຄັ້ງຖັດໄປອີກຫຼາຍຄັ້ງເຊັ່ນກັນ. ຂ້ອຍຄ່ອຍໆເລີ່ມຮູ້ສຶກບໍ່ສະບາຍໃຈໜ້ອຍໜຶ່ງ ໂດຍຄິດວ່າ “ຂ້ອຍເປັນຄົນທີ່ເຂົ້າຮ່ວມການພົບປະກັນຢູ່ສະເໝີ ແລະ ຜູ້ນໍາກໍ່ປຶກສາຫາລືກ່ຽວກັບວຽກງານຂອງຄຣິດຕະຈັກກັບຂ້ອຍ. ຕອນນີ້ ລາວກຳລັງຂໍໃຫ້ສຽວເຈຍເຂົ້າຮ່ວມ. ມັນເບິ່ງຄືກັບວ່າລາວຕ້ອງການໃສ່ຄວາມພະຍາຍາມຂອງລາວໃນການຝຶກຝົນສຽວເຈຍ. ຖ້າຂ້ອຍຮູ້, ຂ້ອຍຈະບໍ່ກ່າວເຖິງຈຸດແຂງຂອງລາວ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍຖືກລືມ ແລະ ຖືກປະຖິ້ມໄວ້ຂ້າງຫຼັງ ເຊິ່ງລ້ວນແລ້ວແຕ່ເປັນຍ້ອນລາວ. ຂ້ອຍກຳລັງຮູ້ສຶກບໍ່ພໍໃຈຫຼາຍຂຶ້ນເລື້ອຍໆ ແລະ ຄວາມຄິດທີ່ວ່າມັນຈະດີກວ່າຖ້າຜູ້ນໍາຍ້າຍລາວອອກໄປ ກໍ່ໄດ້ກໍ່ຕົວຂຶ້ນຢ່າງງຽບໆ. ຕາບໃດທີ່ພວກເຮົາບໍ່ໄດ້ຢູ່ຮ່ວມກັນ, ຂ້ອຍຈະບໍ່ເບິ່ງຄືວ່າຂີ້ຮ້າຍກວ່າລາວ ແລະ ຫຼັງຈາກນັ້ນ ບາງເທື່ອ ຜູ້ນໍາຈະປຶກສາຫາລືສິ່ງຕ່າງໆກັບຂ້ອຍ. ແຕ່ຂ້ອຍຮູ້ວ່າ ສຽວເຈຍຈະບໍ່ຖືກຍ້າຍອີກຄັ້ງຢ່າງໄວ. ຂ້ອຍຮູ້ສຶກຄືກັບວ່າມີສິ່ງທີ່ໜັກໜ່ວງເຊິ່ງກຳລັງກົດລົງໃນຫົວໃຈຂອງຂ້ອຍ. ບໍ່ພຽງແຕ່ເທົ່ານັ້ນ, ຂ້ອຍຍັງບໍ່ເຕັມໃຈທີ່ຈະຍອມຮັບ. ຂ້ອຍໂຍນຕົນເອງເຂົ້າໃນພຣະທຳຂອງພຣະເຈົ້າຢ່າງລັບໆ, ອ່ານ, ທ່ອງຈຳ ແລະ ໄຕ່ຕອງພວກມັນຫຼາຍຂຶ້ນ ເພື່ອວ່າຂ້ອຍຈະສາມາດເກັ່ງກວ່າລາວໃນການໂອ້ລົມກ່ຽວກັບຄວາມຈິງ ເພື່ອປັບປຸງຕົນເອງ. ແຕ່ແຮງຈູງໃຈຂອງຂ້ອຍບໍ່ຖືກຕ້ອງ. ຂ້ອຍພຽງແຕ່ຍາດຊິງເອົາສະຖານະກັບລາວ ສະນັ້ນ ຂ້ອຍຈຶ່ງບໍ່ມີພາລະກິດຂອງພຣະວິນຍານບໍລິສຸດໃນໜ້າທີ່ຂອງຂ້ອຍ. ຂ້ອຍບໍ່ສາມາດເຂົ້າໃຈ ແລະ ແກ້ໄຂບັນຫາໃດໜຶ່ງໄດ້.

ຄັ້ງໜຶ່ງ, ເອື້ອຍນ້ອງສອງສາມຄົນຖືກເລືອກໃຫ້ເປັນສິດຍາພິບານຂອງຄຣິດຕະຈັກ. ພວກເຂົາກັງວົນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງຢ່າງພຽງພໍເພື່ອແກ້ໄຂບັນຫາຕົວຈິງຂອງຄົນອື່ນກ່ຽວກັບທາງເຂົ້າສູ່ຊີວິດ. ພວກເຂົາບໍ່ຕ້ອງການຮັບຕໍາແໜ່ງດັ່ງກ່າວ. ເມື່ອໄດ້ຍິນແບບນີ້, ຂ້ອຍກໍ່ຄິດວ່າ “ຂ້ອຍສາມາດໂອ້ລົມກ່ຽວກັບພຣະທຳຂໍ້ໃດຂອງພຣະເຈົ້າເພື່ອແກ້ໄຂສະພາວະຂອງພວກເຂົາ ເພື່ອທຸກຄົນຈະສາມາດເຫັນວ່ານ້ອງສຽວເຈຍບໍ່ໄດ້ດີໄປກວ່າຂ້ອຍ?” ທັນທີທີ່ເອື້ອຍນ້ອງເຫຼົ່ານີ້ເວົ້າຈົບ, ຂ້ອຍກໍ່ຟ້າວອ່ານຂໍ້ຄວາມສອງສາມຂໍ້ໃນພຣະທຳຂອງພຣະເຈົ້າ ແລະ ຫຼັງຈາກນັ້ນກໍ່ແບ່ງປັນການໂອ້ລົມ. ແຕ່ຂ້ອຍພຽງແຕ່ຕ້ອງການສະແດງອອກ ແລະ ເປັນທີ່ເຄົາລົບ, ບໍ່ແມ່ນເພື່ອເຮັດໃຫ້ຕົນເອງສະຫງົບງຽບຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາຄວາມຈິງເພື່ອຊອກຫາສາຍເຫດຂອງບັນຫາ. ການໂອ້ລົມຂອງຂ້ອຍທຳມະດາ. ການເຫັນພວກເຂົານັ່ງຢູ່ບ່ອນນັ້ນໂດຍບໍ່ຕອບໂຕ້ຫຍັງເປັນສິ່ງທີ່ອຶດອັດແທ້ໆ. ຂ້ອຍບໍ່ຮູ້ວ່າຈະເວົ້າຫຍັງ. ຫຼັງຈາກນັ້ນ ນ້ອງສຽວເຈຍກໍ່ເລີ່ມໂອ້ລົມກ່ຽວກັບຄວາມໝາຍຂອງການເຮັດໜ້າທີ່ຂອງພວກເຮົາ ແລະ ເວົ້າກ່ຽວກັບປະສົບການ ແລະ ຄວາມເຂົ້າໃຈຂອງລາວເອງ ແລະ ກ່ຽວກັບຄວາມປະສົງຂອງພຣະເຈົ້າ. ເອື້ອຍນ້ອງເຫຼົ່ານັ້ນກໍ່ຖືກດົນບັນດານຈົນຮ້ອງໄຫ້ ແລະ ຕັດສິນໃຈທີ່ຈະຮັບເອົາໜ້າທີ່ນັ້ນ. ການເຫັນພວກເຂົາຍ້ອງຍໍສຽວເຈຍໄດ້ເຮັດໃຫ້ມີລົດຊາດທີ່ບໍ່ດີໃນປາກຂອງຂ້ອຍ. ທຸກຄົນເຫັນດີກັບຂ້ອຍກ່ອນທີ່ລາວຈະມາ, ແຕ່ລາວໄດ້ຮັບຂໍ້ໄດ້ປຽບໃນທຸກສິ່ງຢ່າງໄວຫຼາຍຫຼັງຈາກທີ່ເຂົ້າຮ່ວມຄຣິດຕະຈັກ. ຜູ້ນໍາເຊີດຊູລາວ ແລະ ອ້າຍເອື້ອຍນ້ອງກໍ່ເຄົາລົບລາວ ແລະ ຂ້ອຍບໍ່ທຽບເທົ່າ ເຖິງແມ່ນຂ້ອຍເປັນຜູ້ນໍາໄດ້ດົນກວ່າ. ຂ້ອຍກັງວົນເຖິງສິ່ງທີ່ຄົນອື່ນຈະຄິດກ່ຽວກັບຂ້ອຍ. ພວກເຂົາຈະເວົ້າວ່າຂ້ອຍຂາດຄວາມເປັນຈິງແຫ່ງຄວາມຈິງ, ຂ້ອຍຈະເຮັດໃຫ້ລາວດູດີຂຶ້ນຈາກການປຽບທຽບກັນບໍ? ຄວາມຄິດຂອງຂ້ອຍຖືກກືນກິນດ້ວຍສິ່ງນີ້ຕະຫຼອດຊ່ວງເວລານັ້ນ. ຂ້ອຍຮູ້ສຶກຄືກັບວ່ານ້ອງສຽວເຈຍກຳລັງລັກເອົາສາຍຟ້າຂອງຂ້ອຍ ແລະ ຂ້ອຍກໍ່ເລີ່ມອິດສາລາວ. ບາງຄັ້ງ ຂ້ອຍປາຖະໜາວ່າຂ້ອຍຈະສາມາດເອົາລາວອອກຈາກຄຣິດຕະຈັກດ້ວຍວິທີການບາງຢ່າງ. ຂ້ອຍໃຊ້ສະໝອງຂອງຂ້ອຍຄິດຢ່າງໜັກກ່ຽວກັບເລື່ອງນັ້ນ, ແຕ່ບໍ່ສາມາດຄິດຫຍັງອອກ. ຂ້ອຍຍັງຮູ້ສຶກວ່າຂ້ອຍເລີ່ມອອກຫ່າງຈາກພຣະເຈົ້າຫຼາຍຂຶ້ນ ແລະ ຈິດໃຈຂອງຂ້ອຍກໍ່ກຳລັງຕົກລົງສູ່ຄວາມມືດມົວ. ການໂອ້ລົມຂອງຂ້ອຍກ່ຽວກັບພຣະທຳຂອງພຣະເຈົ້າບໍ່ມີແສງສະຫວ່າງໃນພວກມັນ ແລະ ຂ້ອຍບໍ່ສາມາດຊ່ວຍເຫຼືອຄົນອື່ນກ່ຽວກັບບັນຫາຂອງພວກເຂົາ. ຂ້ອຍຍັງເຮັດໜ້າທີ່ຂອງຂ້ອຍທຸກມື້, ແຕ່ຂ້ອຍທໍລະມານ ແລະ ເຈັບປວດ. ຂ້ອຍນໍາສະພາວະຂອງຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າໃນການອະທິຖານ, ຂໍໃຫ້ພຣະອົງຊີ້ນໍາເພື່ອໃຫ້ຂ້ອຍເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ຮູ້ຈັກເຖິງຄວາມເສື່ອມຊາມຂອງຂ້ອຍເອງ.

ຕໍ່ມາ ຂ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ໃນຖານະຜູ້ນໍາຄຣິສຕະຈັກ, ຄົນໆໜຶ່ງບໍ່ຄວນຮຽນຮູ້ແຕ່ວິທີການນໍາໃຊ້ຄວາມຈິງເພື່ອແກ້ໄຂບັນຫາເທົ່ານັ້ນ ແຕ່ຍັງເພື່ອຄົ້ນພົບ ແລະ ປູກຝັງຄວາມສາມາດພິເສດໃຫ້ແກ່ຜູ້ຄົນ ແລະ ເປັນຜູ້ທີ່ຄົນໆໜຶ່ງຕ້ອງບໍ່ຍັບຍັ້ງ ແລະ ອິດສາ. ການປະຕິບັດໜ້າທີ່ດັ່ງກ່າວແມ່ນຕາມມາດຕະຖານ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດສິ່ງດັ່ງກ່າວແມ່ນມີມາດຕະຖານ. ຖ້າເຈົ້າມີຄວາມສາມາດປະຕິບັດໃນທຸກໆສິ່ງຕາມຫຼັກການ, ເຈົ້າກໍຈະສາມາດດໍາລົງຊີວິດຕາມຄວາມຈົງຮັກພັກດີຂອງເຈົ້າ. ມີບາງຄົນທີ່ຢ້ານຢູ່ສະເໝີວ່າ ຄົນອື່ນຈະເກັ່ງກວ່າພວກເຂົາ ແລະ ສູງສົ່ງກວ່າພວກເຂົາ, ຢ້ານວ່າຄົນອື່ນຈະໄດ້ຮັບການຍ້ອງຍໍ ໃນຂະນະທີ່ພວກເຂົາເອງຖືກເມີນເສີຍ. ສິ່ງນີ້ເຮັດໃຫ້ພວກເຂົາໂຈມຕີ ແລະ ກີດກັນຄົນອື່ນ. ນີ້ບໍ່ແມ່ນກໍລະນີການອິດສາຄົນທີ່ມີຄວາມສາມາດຫຼາຍກວ່າພວກເຂົາເອງບໍ? ພຶດຕິກຳດັ່ງກ່າວບໍ່ແມ່ນການເຫັນແກ່ຕົວ ແລະ ເປັນຕາລັງກຽດບໍ? ນີ້ແມ່ນອຸປະນິໄສແບບໃດ? ມັນຄືຄວາມມຸ່ງຮ້າຍ! ການຄິດເຖິງຜົນປະໂຫຍດຂອງຕົນເອງເທົ່ານັ້ນ, ການຕອບສະໜອງຄວາມປາຖະໜາຂອງຕົນເອງເທົ່ານັ້ນ, ການບໍ່ພິຈາລະນາເຖິງໜ້າທີ່ຂອງຄົນອື່ນ ຫຼື ຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ຄົນແບບນີ້ມີອຸປະນິໄສທີ່ບໍ່ດີ ແລະ ພຣະເຈົ້າບໍ່ມີຄວາມຮັກສຳລັບພວກເຂົາ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າເຮັດໃຫ້ກັງວົນໃຈແທ້ໆ. ພວກມັນເປີດໂປງສະພາວະທີ່ແທ້ຈິງຂອງຂ້ອຍ. ເມື່ອເຫັນເຖິງຄວາມສາມາດສູງຂອງນ້ອງຂອງຂ້ອຍ ແລະ ການໂອ້ລົມທີ່ເປັນຈິງ, ຜູ້ນໍາເຊີດຊູລາວ ແລະ ຄົນອື່ນໆກໍ່ເຄົາລົບລາວ, ຂ້ອຍກໍ່ອິດສາ ແລະ ບໍ່ຍອມຮັບລາວ. ຂ້ອຍບໍ່ສາມາດລໍຖ້າໃຫ້ລາວອອກຈາກຄຣິດຕະຈັກ. ຂ້ອຍບໍ່ໄດ້ພິຈາລະນາວ່າມັນຈະສົ່ງຜົນກະທົບແນວໃດຕໍ່ວຽກງານຂອງຄຣິດຕະຈັກ ຫຼື ຜົນປະໂຫຍດໃນເຮືອນຂອງພຣະເຈົ້າ. ຂ້ອຍບໍ່ໄດ້ສະແດງໃຫ້ເຫັນຫຍັງ ນອກຈາກຄວາມຊົ່ວຮ້າຍ ແລະ ເຫັນແກ່ຕົວ ແລະ ເປັນຕາລັງກຽດໂດຍສະເພາະ. ຂ້ອຍຂາດຄວາມເປັນມະນຸດທີ່ປົກກະຕິຢ່າງສົມບູນ! ການທີ່ຂ້ອຍເຮັດໜ້າທີ່ຂອງຂ້ອຍໃນລັກສະນະນັ້ນຈະບໍ່ເຮັດໃຫ້ພຣະເຈົ້າລັງກຽດໄດ້ແນວໃດ? ຂ້ອຍສູນເສຍການຊີ້ນໍາຂອງພຣະວິນຍານບໍລິສຸດໃນໜ້າທີ່ຂອງຂ້ອຍ ແລະ ຂ້ອຍກໍ່ຕົກລົງສູ່ຄວາມມືດມົວ. ນັ້ນຄືອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ສະນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ ໂດຍຂໍໃຫ້ພຣະອົງຊີ້ນໍາຂ້ອຍໃຫ້ປະຖິ້ມສະຖານະ, ດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ ແລະ ເຮັດວຽກກັບນ້ອງຂອງຂ້ອຍໄດ້ເປັນຢ່າງດີ.

ຫຼັງຈາກນັ້ນ ຂ້ອຍຈຶ່ງໄດ້ອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ຖ້າເຈົ້າສາມາດຍອມຮັບການຄຳນຶງເຖິງຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະສາມາດປະຕິບັດຕໍ່ຄົນອື່ນຢ່າງຍຸຕິທຳ. ຖ້າເຈົ້າຊ່ວຍເຫຼືອຄົນດີ ແລະ ບໍາລຸງລ້ຽງໃຫ້ພວກເຂົາເກັ່ງ ເຊິ່ງເຮັດໃຫ້ມີອີກຄົນທີ່ມີຄວາມສາມາດພິເສດໃນເຮືອນຂອງພຣະເຈົ້າ, ແລ້ວວຽກງານຂອງເຈົ້າຈະບໍ່ງ່າຍຂຶ້ນ ບໍ? ແລ້ວເຈົ້າຈະບໍ່ໄດ້ດໍາລົງຊີວິດຕາມຄວາມຈົງຮັກພັກດີຂອງເຈົ້າໃນໜ້າທີ່ນີ້ບໍ? ນີ້ຄືການກະທຳທີ່ດີຕໍ່ໜ້າພຣະເຈົ້າ; ມັນຄືຄວາມສຳນຶກ ແລະ ເຫດຜົນຢ່າງໜ້ອຍທີ່ສຸດ ທີ່ຄົນທີ່ເປັນຜູ້ນໍາຄວນມີ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍເຖິງກັບຮູ້ສຶກເສຍໃຈ ແລະ ຮູ້ສຶກຜິດຍິ່ງຂຶ້ນ. ພຣະເຈົ້າຕ້ອງການໃຫ້ຫຼາຍຄົນ ເຊິ່ງເປັນຜູ້ທີ່ສະແຫວງຫາຄວາມຈິງໄດ້ລຸກຂຶ້ນ ແລະ ຮ່ວມມືກັບພຣະເຈົ້າ. ຂ້ອຍເປັນຜູ້ນໍາຄຣິດຕະຈັກ ແຕ່ຂ້ອຍບໍ່ມີສິ່ງທີ່ພຣະເຈົ້າຕ້ອງການໃນຫົວໃຈ. ເມື່ອຂ້ອຍເຫັນວ່າຄົນປະເພດນັ້ນກຳລັງເຮັດວຽກໃນຄຣິດຕະຈັກ, ຂ້ອຍບໍ່ພຽງແຕ່ບໍ່ມີຄວາມສຸກ ແຕ່ຂ້ອຍຍັງອິດສາ ແລະ ກັງວົນກ່ຽວກັບສະຖານະຂອງຂ້ອຍ. ຂ້ອຍບໍ່ມີຄວາມສຳນຶກ ແລະ ເຫດຜົນທີ່ພື້ນຖານທີ່ສຸດຂອງບຸກຄົນໜຶ່ງ. ຂ້ອຍເຫັນວ່າຂ້ອຍບໍ່ເໝາະສົມທີ່ຈະເປັນຜູ້ນໍາຢ່າງສິ້ນເຊີງ ແລະ ຂ້ອຍກຽດຊັງວ່າຂ້ອຍເຫັນແກ່ຕົວສໍ່າໃດ. ນ້ອງສຽວເຈຍມີຄວາມສາມາດດີ ແລະ ການແກ້ໄຂບັນຫາຜ່ານການໂອ້ລົມກໍ່ດີສຳລັບວຽກງານຂອງຄຣິດຕະຈັກ ແລະ ຊີວິດຂອງອ້າຍເອື້ອຍນ້ອງ. ຂ້ອຍຄວນສະໜັບສະໜູນລາວ ແລະ ຮຽນຮູ້ຈາກຈຸດແຂງຂອງລາວ. ການເຮັດວຽກຮ່ວມກັບລາວໃຫ້ດີໃນໜ້າທີ່ຂອງພວກເຮົາເປັນວິທີດຽວທີ່ຈະຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ. ຫຼັງຈາກທີ່ຂ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ອຍກໍ່ຍັງມີຄວາມອິດສາໜ້ອຍໜຶ່ງ ເມື່ອຂ້ອຍສັງເກດເຫັນຄົນອື່ນເຫັນດີກັບນ້ອງສຽວເຈຍ, ແຕ່ຂ້ອຍຈະອະທິຖານຫາພຣະເຈົ້າ ແລະ ປະຖິ້ມຕົນເອງ. ຂ້ອຍເອົາໃຈໃສ່ໃນການດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ ເພື່ອເຮັດໜ້າທີ່ຂອງຂ້ອຍໃຫ້ດີ ແລະ ຢຸດຄິດຫຼາຍກ່ຽວກັບວ່າຜູ້ໃດຈະໄດ້ຮັບການເຄົາລົບ ແລະ ຂ້ອຍກໍ່ຮູ້ສຶກອິດສາໜ້ອຍລົງຫຼາຍ. ຂ້ອຍສາມາດສະແຫວງຫາ ແລະ ສົນທະນາກ່ຽວກັບສິ່ງຕ່າງໆກັບລາວເມື່ອປະສົບກັບບັນຫາ ແລະ ອາໄສຈຸດແຂງຂອງລາວເພື່ອທົດແທນຈຸດອ່ອນຂອງຂ້ອຍ, ສະແຫວງຫາຫຼັກການແຫ່ງຄວາມຈິງຮ່ວມກັນ. ຂ້ອຍຮູ້ສຶກເປັນອິດສະຫຼະຫຼາຍຂຶ້ນ ແລະ ສະບາຍໃຈຫຼາຍຂຶ້ນ. ຫຼັງຈາກທີ່ໄດ້ຜ່ານການປ່ຽນແປງບາງຢ່າງ, ຂ້ອຍກໍ່ຄິດວ່າທຳມະຊາດທີ່ອິດສາຂອງຂ້ອຍໄດ້ປັບປຸງດີຂຶ້ນ ແຕ່ຂ້ອຍກໍ່ປະຫຼາດໃຈ ເມື່ອຂ້ອຍຜະເຊີນກັບອີກສະຖານະການທີ່ສະແດງໃຫ້ເຫັນວ່າທຳມະຊາດແບບຊາຕານຂອງຂ້ອຍຖືກຝັງເລິກສໍ່າໃດ. ຂ້ອຍຈຳເປັນຕ້ອງຜ່ານການພິພາກສາ ແລະ ການຂຽນຕີຫຼາຍຂຶ້ນຈາກພຣະເຈົ້າເພື່ອທີ່ຈະຖືກຊໍາລະລ້າງໃຫ້ສະອາດ.

ຄັ້ງໜຶ່ງ, ສຽວເຈຍ ແລະ ຂ້ອຍໄປຮ່ວມການພົບປະກັນຂອງເພື່ອນຮ່ວມງານ ເຊິ່ງເປັນບ່ອນທີ່ຜູ້ນໍາທັກທາຍຂ້ອຍຢ່າງໄວ ແລະ ຫຼັງຈາກນັ້ນກໍ່ເລີ່ມປຶກສາຫາລືກ່ຽວກັບວຽກງານຂອງຄຣິດຕະຈັກກັບສຽວເຈຍ. ຂ້ອຍພຽງແຕ່ນັ່ງຂ້າງໆ ໂດຍຮູ້ສຶກຄືກັບວ່າເປັນສ່ວນເກີນ ແລະ ອາລົມຂອງຂ້ອຍກໍ່ຂຸ່ນເຄືອງຢ່າງໄວແທ້ໆ. ຂ້ອຍຫຼຽວເບິ່ງສຽວເຈຍດ້ວຍຄວາມບໍ່ພໍໃຈ ແລະ ບໍ່ສາມາດເຮັດຫຍັງໄດ້ ນອກຈາກຮູ້ສຶກສົງໄສ, ໂດຍຄິດວ່າ “ແລ້ວຜູ້ນໍາກໍ່ເຊີດຊູເຈົ້າຫຼາຍກວ່າຂ້ອຍ. ເຈົ້າເປັນລູກຄົນໂປດໃນຄຣິດຕະຈັກ ແລະ ໃນສາຍຕາຂອງຜູ້ນໍາ ແລະ ຂ້ອຍພຽງແຕ່ເຮັດໃຫ້ເຈົ້າດູດີຈາກການປຽບທຽບ”. ຕໍ່ມາ ຂ້ອຍໄດ້ຍິນວ່າຜູ້ນໍາຈັດແຈງໃຫ້ສຽວເຈຍເຂົ້າຮ່ວມການເທດສະໜາໃນພື້ນທີ່ອື່ນ ແລະ ຮັບການຝຶກຝົນບາງຢ່າງ. ຂ້ອຍບໍ່ມີຄວາມສຸກແທ້ໆທີ່ໄດ້ຍິນແບບນີ້. ຂ້ອຍຄິດວ່າ “ເປັນຫຍັງລາວຈຶ່ງຕ້ອງການໃຫ້ສຽວເຈຍໄປ ແລະ ບໍ່ແມ່ນຂ້ອຍ? ຂ້ອຍບໍ່ດີຂະໜາດນັ້ນແທ້ໆບໍ? ຂ້ອຍບໍ່ຄຸ້ມຄ່າກັບການຝຶກຝົນແມ່ນແຕ່ໜ້ອຍດຽວບໍ?” ຂ້ອຍຮູ້ສຶກອັບອາຍ ແລະ ຄືກັບຂ້ອຍຖືກສາດດ້ວຍນໍ້າເຢັນ. ຂ້ອຍຮູ້ສຶກວ່າບໍ່ສາມາດຍອມຮັບສິ່ງນັ້ນໄດ້ຢ່າງສົມບູນ, ຄິດວ່າຂ້ອຍກໍ່ທຸ້ມເທຫຼາຍໃນໜ້າທີ່ຂອງຂ້ອຍສໍ່າກັບລາວ, ແຕ່ຂ້ອຍຖືກປະໄວ້ຂ້າງຫຼັງ ໃນຂະນະທີ່ລາວໄປຮັບຟັງຄຳເທດສະໜາ. ຂ້ອຍຮູ້ສຶກວ່າຖືກເບິ່ງຂ້າມແທ້ໆ ແລະ ບໍ່ວ່າຂ້ອຍຈະເຮັດຫຍັງ, ຂ້ອຍກໍ່ບໍ່ທຽບເທົ່າກັບລາວໄດ້. ຂ້ອຍຮູ້ສຶກບໍ່ດີຍິ່ງຂຶ້ນເມື່ອຂ້ອຍປຽບທຽບຕົນເອງໃນລັກສະນະນັ້ນ ແລະ ຂ້ອຍເລີ່ມດຳລົງຊີວິດໃນສະພາວະທີ່ອິດສາ ແລະ ຄວາມບໍ່ພໍໃຈອີກຄັ້ງ. ຂ້ອຍຕ້ອງການຢ່າງແຮງໃຫ້ຜູ້ນໍາປ່ອຍໃຫ້ພວກເຮົາເຮັດວຽກແຍກກັນ ເພື່ອວ່າຂ້ອຍຈະສາມາດມີໂອກາດເພື່ອທີ່ຈະໂດດເດັ່ນ.

ບໍ່ດົນຫຼັງຈາກນັ້ນ, ສາມີຂອງສຽວເຈຍກໍ່ເຈັບປ່ວຍຢ່າງຮຸນແຮງ. ສິ່ງນີ້ສ້າງຄວາມລຳບາກໃຫ້ກັບລາວແທ້ໆ. ຂ້ອຍໜູນໃຈລາວ ແລະ ໃຫ້ກຳລັງໃຈລາວເພື່ອອະທິຖານ ແລະ ສະແຫວງຫາຄວາມປະສົງຂອງພຣະເຈົ້າຜ່ານການທົດລອງນີ້, ແຕ່ຂ້ອຍບໍ່ສາມາດຊ່ວຍຫຍັງໄດ້ ນອກຈາກຄິດວ່າ “ລາວຮອດຈຸດສູງສຸດຂອງລາວແທ້ໆ. ຕອນນີ້ ລາວກຳລັງຖືກຫຼໍ່ຫຼອມ ແລະ ລາວຢູ່ໃນສະພາວະທີ່ບໍ່ດີ, ສະນັ້ນ ມັນຈະເປັນໂອກາດຂອງຂ້ອຍທີ່ຈະແດງຕົນເອງ. ຖ້າສະພາວະຂອງລາວດີຂຶ້ນ ແລ້ວຂ້ອຍຈະບໍ່ມີໂອກາດນັ້ນອີກຈັກເທື່ອ. ຂ້ອຍຫວັງວ່າການຫຼໍ່ຫຼອມນີ້ຈະດົນຊົ່ວໄລຍະໜຶ່ງສຳລັບລາວ. ຫຼັງຈາກນັ້ນ ທຸກຄົນຈະເຫັນວ່າລາວໂອ້ລົມດີ ເມື່ອທຸກສິ່ງເປັນປົກກະຕິ, ແຕ່ລາວບໍ່ສາມາດດຳລົງຊີວິດຕາມຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ຫຼັງຈາກນັ້ນ ພວກເຂົາກໍ່ຈະບໍ່ຍົກຍ້ອງລາວຫຼາຍ. ຜູ້ນໍາອາດເບິ່ງວ່າລາວຂາດຄວາມເປັນຈິງແຫ່ງຄວາມຈິງ ແລະ ບໍ່ຝຶກຝົນລາວອີກຕໍ່ໄປ ແລະ ຫຼັງຈາກນັ້ນ ໂດຍທຳມະຊາດແລ້ວ ຄົນອື່ນໆກໍ່ຈະເຄົາລົບຂ້ອຍຢ່າງສູງ”. ຂ້ອຍບໍ່ໄດ້ຄິດກ່ຽວກັບສະພາວະຄວາມຄິດຂອງຂ້ອຍແທ້ໆ, ພຽງແຕ່ປ່ອຍໃຫ້ຄວາມຄິດເຫຼົ່ານັ້ນຜ່ານໄປ. ມື້ໜຶ່ງ, ເອື້ອຍນ້ອງສອງສາມຄົນຖາມກ່ຽວກັບສຽວເຈຍດ້ວຍຄວາມກັງວົນ ແລະ ຂ້ອຍເວົ້າວ່າລາວຢູ່ໃນສະພາວະທີ່ໂຫດຮ້າຍ ແລະ ເຖິງແມ່ນລາວມີການໂອ້ລົມທີ່ດີໂດຍປົກກະຕິ, ລາວກໍ່ຄິດລົບເມື່ອຜ່ານການທົດລອງ ແລະ ຂາດວຸດທິພາວະທີ່ແທ້ຈິງ. ຂ້ອຍຮູ້ສຶກບໍ່ສະບາຍໃຈຫຼັງຈາກທີ່ຂ້ອຍເວົ້າແບບນັ້ນ. ຂ້ອຍກຳລັງເວົ້າສິ່ງຕ່າງໆເກີນຄວາມຈິງເພື່ອຕັດສິນ ແລະ ຫຼຸດຄວາມນັບຖືຂອງລາວ. ແຕ່ເມື່ອຂ້ອຍເຫັນວ່າເອື້ອຍນ້ອງເຫຼົ່ານີ້ເຊື່ອຄຳເວົ້າຂອງຂ້ອຍ, ຂ້ອຍກໍ່ຮູ້ສຶກພໍໃຈຢ່າງລັບໆ. ຂ້ອຍຄິດວ່າພວກເຂົາຈະບໍ່ຍົກຍ້ອງສຽວເຈຍຫຼາຍອີກຕໍ່ໄປ. ແຕ່ເມື່ອຂ້ອຍເຫັນລາວໃນພາຍຫຼັງ, ເຖິງແມ່ນລາວກຳລັງທົນທຸກແທ້ໆ ແລະ ຮ້ອງໄຫ້ເມື່ອໃດກໍ່ຕາມທີ່ລາວອະທິຖານ, ລາວກໍ່ບໍ່ໄດ້ປ່ອຍໃຫ້ມັນແຊກແຊງກັບໜ້າທີ່ຂອງລາວເລີຍ. ຂ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກຮູ້ສຶກຜິດໜ້ອຍໜຶ່ງ. ເມື່ອຜະເຊີນໜ້າກັບການທົດລອງນັ້ນ, ມັນກໍ່ຈະຍາກທີ່ຈະບໍ່ທົນທຸກ ແລະ ຮູ້ສຶກອ່ອນແອໃນບາງຢ່າງ. ຂ້ອຍຈະອະທິຖານເພື່ອລາວ ຖ້າຂ້ອຍມີຄວາມເປັນມະນຸດແທ້ໆ ແລະ ເຮັດທຸກສິ່ງທີ່ຂ້ອຍສາມາດເຮັດໄດ້ເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນລາວ. ແຕ່ຂ້ອຍໄດ້ເຮັດຫຍັງ? ຂ້ອຍຮູ້ສຶກບໍ່ດີແທ້ໆກ່ຽວກັບເລື່ອງນັ້ນ. ຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າແລ້ວອະທິຖານ ໂດຍເວົ້າວ່າ “ໂອ ພຣະເຈົ້າ! ຂ້ານ້ອຍອິດສາຫຼາຍເກີນໄປ. ຂ້ານ້ອຍຕັດສິນ ແລະ ຫຼຸດຄວາມນັບຖືຂອງນ້ອງສຽວເຈຍ ເພື່ອວ່າຂ້ານ້ອຍຈະສາມາດເຮັດໄດ້ດີກວ່າລາວ. ຂ້ານ້ອຍເຖິງກັບມີຄວາມສຸກໃນຄວາມເຈັບປວດຂອງລາວ ແລະ ບໍ່ສາມາດລໍຖ້າທີ່ຈະໃຫ້ລາວຄິດລົບ ແລະ ສະດຸດລົ້ມ. ຂ້ານ້ອຍຂາດຄວາມເປັນມະນຸດຢ່າງສິ້ນເຊີງ. ພຣະເຈົ້າ, ໄດ້ໂປດຊີ້ນໍາຂ້ານ້ອຍ ແລະ ສ່ອງແສງໃຫ້ຂ້ານ້ອຍໄດ້ຮູ້ຈັກຄວາມເສື່ອມຊາມຂອງຂ້າ້ນອຍ ແລະ ໃຫ້ເປັນອິດສະຫຼະຈາກອຸປະນິໄສແບບຊາຕານຂອງຂ້ານ້ອຍ”.

ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າຫຼັງຈາກການອະທິຖານຂອງຂ້ອຍ: “ຖ້າພວກເຂົາເຫັນວ່າໃຜບາງຄົນດີກວ່າຕົນເອງ, ພວກເຂົາກໍ່ກົດຂີ່ຂົ່ມເຫັງພວກເຂົາ, ເລີ່ມສ້າງຂ່າວລືກ່ຽວກັບພວກເຂົາ ຫຼື ໃຊ້ວິທີການບາງຢ່າງທີ່ໄຮ້ຢາງອາຍ ເພື່ອວ່າຄົນອື່ນຈະບໍ່ໃຫ້ຄວາມເຄົາລົບແກ່ພວກເຂົາ ແລະ ເພື່ອວ່າຈະບໍ່ມີໃຜດີໄປກວ່າໃຜ, ແລ້ວນີ້ກໍ່ແມ່ນອຸປະນິໄສທີ່ເສື່ອມຊາມຂອງຄວາມຈອງຫອງ ແລະ ການຖືວ່າຕົນເອງຊອບທຳ, ພ້ອມທັງຄວາມຄົດໂກງ, ຄວາມຫຼອກລວງ ແລະ ຄວາມຮ້າຍກາດ ແລະ ຄົນເຫຼົ່ານີ້ບໍ່ຢຸດທີ່ຈະບັນລຸເປົ້າໝາຍຂອງພວກເຂົາ. ພວກເຂົາດຳລົງຊີວິດແບບນີ້ ແລະ ກໍ່ຍັງຄິດວ່າພວກເຂົາດີເລີດ ແລະ ພວກເຂົາເປັນຄົນດີ. ເຖິງແນວໃດກໍ່ຕາມ, ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າບໍ? ກ່ອນອື່ນໝົດ, ເມື່ອເວົ້າຈາກມຸມມອງທຳມະຊາດຂອງເລື່ອງເຫຼົ່ານີ້, ຄົນທີ່ກະທຳແບບນີ້ບໍ່ພຽງແຕ່ຄົນທີ່ເຮັດຕາມທີ່ພວກເຂົາພໍໃຈບໍ? ພວກເຂົາຄຳນຶງເຖິງຜົນປະໂຫຍດໃນຄອບຄົວຂອງພຣະເຈົ້າບໍ? ພວກເຂົາຄິດເຖິງແຕ່ຄວາມຮູ້ສຶກຂອງຕົນເອງເທົ່ານັ້ນ ແລະ ພວກເຂົາຕ້ອງການບັນລຸເປົ້າໝາຍຂອງພວກເຂົາເອງເທົ່ານັ້ນ, ໂດຍບໍ່ໄດ້ຄຳນຶງເຖິງຄວາມສູນເສຍທີ່ເກີດຂຶ້ນກັບພາລະກິດໃນຄອບຄົວຂອງພຣະເຈົ້າ. ຄົນແບບນີ້ບໍ່ພຽງແຕ່ເປັນຄົນອວດດີ ແລະ ຄິດວ່າຕົນເອງຖືກເທົ່ານັ້ນ, ພວກເຂົາຍັງເປັນຄົນເຫັນແກ່ຕົວ ແລະ ມັກດູຖູູກ; ພວກເຂົາບໍ່ຄຳນຶງເຖິງເຈດຈຳນົງຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ຄົນແບບນີ້ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າຢ່າງບໍ່ຕ້ອງສົງໃສແມ່ນແຕ່ໜ້ອຍດຽວ. ນີ້ແມ່ນເຫດຜົນວ່າເປັນຫຍັງພວກເຂົາຈຶ່ງເຮັດສິ່ງໃດກໍ່ຕາມທີ່ພວກເຂົາຕ້ອງການ ແລະ ກະທຳຕາມອຳເພີໃຈ ໂດຍບໍ່ມີຄວາມຮູ້ສຶກຕຳນິ, ໂດຍບໍ່ມີຄວາມກັງວົນໃຈໃດໆ, ໂດຍບໍ່ມີຄວາມຫວັ່ນໄຫວ ຫຼື ຄວາມກັງວົນໃດໆ ແລະ ໂດຍບໍ່ໄດ້ຄຳນຶງເຖິງຜົນທີ່ຈະຕາມມາ. ນີ້ແມ່ນສິ່ງທີ່ພວກເຂົາເຮັດເລື້ອຍໆ ແລະ ເປັນວິທີທີ່ພວກເຂົາປະພຶດຕົນສະເໝີມາ. ຄົນເຊັ່ນນັ້ນຈະຜະເຊີນໜ້າກັບຜົນທີ່ຕາມມາຫຍັງແດ່? ພວກເຂົາຈະເດືອດຮ້ອນ, ແມ່ນບໍ? ເວົ້າງ່າຍໆກໍ່ຄື ຄົນເຊັ່ນນີ້ຂີ້ອິດສາເກີນໄປ ແລະ ມີຄວາມປາຖະໜາຢ່າງແຮງກ້າທີ່ຈະມີຊື່ສຽງ ແລະ ສະຖານະສ່ວນຕົວ; ພວກເຂົາຫຼອກລວງ ແລະ ທໍລະຍົດເກີນໄປ. ເວົ້າໃຫ້ໜັກແໜ້ນກວ່ານີ້ກໍ່ຄື ບັນຫາທີ່ສໍາຄັນແມ່ນວ່າຫົວໃຈຂອງຄົນແບບນັ້ນບໍ່ໄດ້ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍເລີຍ. ພວກເຂົາບໍ່ຢຳເກງພຣະເຈົ້າ, ພວກເຂົາເຊື່ອວ່າຕົວເອງມີຄວາມສຳຄັນທີ່ສຸດ ແລະ ພວກເຂົາຖືວ່າທຸກແງ່ມຸມຂອງຕົວເອງສູງກວ່າພຣະເຈົ້າ ແລະ ສູງກວ່າຄວາມຈິງ. ໃນຫົວໃຈຂອງພວກເຂົາ, ພຣະເຈົ້າມີຄ່າຄວນທີ່ຈະກ່າວເຖິງ ໜ້ອຍທີ່ສຸດ ແລະ ບໍ່ມີຄວາມໝາຍທີ່ສຸດ ແລະ ພຣະເຈົ້າບໍ່ມີສະຖານະໃດເລີຍໃນຫົວໃຈຂອງພວກເຂົາ... ພວກເຈົ້າ ຫຼື ເຈົ້າຈະບໍ່ເວົ້າວ່າຄົນປະເພດນີ້ເປັນຕາຢ້ານບໍ? ຄົນແບບໃດທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ ແຕ່ບໍ່ມີຄວາມຢຳເກງພຣະເຈົ້າ? ຜູ້ຄົນທີ່ຈອງຫອງ. ແລ້ວສິ່ງໃດທີ່ຂາດຄວາມຢຳເກງພຣະເຈົ້າທີ່ສຸດ? ນອກຈາກສັດແລ້ວ ກໍແມ່ນຄົນຊົ່ວ, ຜູ້ຕໍ່ຕ້ານພຣະຄຣິດ, ມານຮ້າຍ ແລະ ຊາຕານ. ພວກເຂົາມີພຶດຕິກຳທີ່ຫຍາບຄາຍທີ່ຈະຕໍ່ສູ້ກັບພຣະເຈົ້າ; ພວກເຂົາຂາດຄວາມຢຳເກງພຣະເຈົ້າ” (ຄັດຈາກບົດ “ຫ້າສະພາວະທີ່ຈຳເປັນຕ້ອງຢູ່ໃນເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງຄົນໆໜຶ່ງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ການອ່ານສິ່ງນີ້ໄດ້ແທງທີ່ຫົວໃຈແທ້ໆ. ນັ້ນຄືບຸກຄົນປະເພດທີ່ຂ້ອຍເປັນ. ຂ້ອຍຮູ້ວ່ານ້ອງສຽວເຈຍມີຄວາມສາມາດດີ, ສະແຫວງຫາຄວາມຈິງ ແລະ ຄຸ້ມແກ່ການຖືກຝຶກຝົນ, ແຕ່ເມື່ອຂ້ອຍເຫັນວ່າຜູ້ນໍາເຊີດຊູລາວ ແລະ ຕ້ອງການສົ່ງລາວໄປເຂົ້າຮ່ວມການເຕົ້າໂຮມ, ຂ້ອຍກໍ່ເສຍຄວາມສົມດຸນ. ຂ້ອຍຮູ້ສຶກວ່າຂ້ອຍກຳລັງຖືກເຮັດຜິດ ແລະ ຂ້ອຍບໍ່ສາມາດຍອມຮັບມັນໄດ້. ຂ້ອຍເລີ່ມອິດສາ ແລະ ບໍ່ພໍໃຈກ່ຽວກັບລາວ ແລະ ຕ້ອງການຢ່າງແຮງໃຫ້ຜູ້ນໍາຍ້າຍລາວອອກ. ເມື່ອລາວອ່ອນແອ ແລະ ເຈັບປວດຜ່ານການທົດລອງຂອງລາວ, ຂ້ອຍກໍ່ເຮັດຄືກັບວ່າຂ້ອຍຊ່ວຍເຫຼືອລາວ, ແຕ່ຂ້ອຍມີຄວາມສຸກໃນການທົນທຸກຂອງລາວ. ຂ້ອຍຕ້ອງການໃຫ້ລາວຄິດລົບ ເພື່ອວ່າຂ້ອຍຈະສາມາດໄດ້ຮັບຈຸດສົນໃຈ. ຂ້ອຍເຖິງກັບຕັດສິນ ແລະ ຫຼຸດຄວາມນັບຖືຂອງລາວຕໍ່ໜ້າຄົນອື່ນ ເພື່ອຍົກໃຫ້ຕົນເອງສູງຂຶ້ນ ພຽງແຕ່ເພື່ອໃຫ້ຂ້ອຍສາມາດໂດດເດັ່ນໄດ້. ຂ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແຕ່ບໍ່ມີຄວາມເຄົາລົບສຳລັບພຣະອົງ. ຂ້ອຍອິດສາ ແລະ ເຮັດສິ່ງທີ່ໄຮ້ຄວາມສຳນຶກພຽງແຕ່ເພື່ອປົກປ້ອງສະຖານະຂອງຂ້ອຍເອງ. ຂ້ອຍເປັນຕາກຽດຊັງ ແລະ ມຸ່ງຮ້າຍຫຼາຍ. ຂ້ອຍໃຈແຄບ, ໄຮ້ປະໂຫຍດ, ຊົ່ວຮ້າຍ ແລະ ເຫັນແກ່ຕົວ! ຂ້ອຍແຕກຕ່າງແນວໃດຈາກຊາຕານ? ມີພຽງແຕ່ຊາຕານເທົ່ານັ້ນທີ່ບໍ່ສາມາດທົນເບິ່ງສິ່ງຕ່າງໆດຳເນີນໄປໄດ້ດີ ແລະ ຕ້ອງການໃຫ້ຜູ້ຄົນຄິດລົບ, ຫ່າງອອກຈາກພຣະເຈົ້າ ແລະ ທໍລະຍົດພຣະເຈົ້າ. ຂ້ອຍກຳລັງເຮັດໜ້າທີ່ເປັນລູກນ້ອງຂອງຊາຕານຢ່າງຊັດເຈນ, ໂດຍຂັດຂວາງວຽກງານຂອງຄຣິດຕະຈັກ. ຂ້ອຍກຳລັງກັດເຊາະເຮືອນຂອງພຣະເຈົ້າ ແລະ ກຳລັງເຮັດການຊົ່ວ, ຢືນຢູ່ກັບຊາຕານເພື່ອຕໍ່ຕ້ານພຣະເຈົ້າ! ເຖິງແມ່ນແນວນັ້ນ, ຂ້ອຍກໍ່ຄິດຫຼາຍກ່ຽວກັບຕົນເອງ. ຂ້ອຍຂາດຄວາມເປັນຈິງແຫ່ງຄວາມຈິງຢ່າງຊັດເຈນ ແລະ ຄວາມສາມາດຂອງຂ້ອຍບໍ່ທຽບເທົ່າກັບຂອງນ້ອງສຽວເຈຍ. ຂ້ອຍຍາດຊິງເອົາສະຖານະຢູ່ສະເໝີ, ຕ້ອງການເອົາຊະນະລາວ. ຂ້ອຍອວດດີຫຼາຍ ແລະ ຂາດການຮູ້ຈັກຕົນເອງ! ໃນຈຸດນັ້ນ, ຂ້ອຍກຽດຊັງຕົນເອງແທ້ໆ ແລະ ຕ້ອງການເປັນອິດສະຫຼະຈາກອຸປະນິໄສແບບຊາຕານຂອງຂ້ອຍໂດຍດ່ວນ.

ຫຼັງຈາກນັ້ນ ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ແຫຼ່ງທີ່ມາຂອງການຄັດຄ້ານ ແລະ ການກະບົດຕໍ່ພຣະເຈົ້າຂອງມະນຸດແມ່ນຄວາມເສື່ອມຊາມຂອງເຂົາທີ່ເກີດຈາກຊາຕານ. ເພາະວ່າມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ສາມັນສໍານຶກຂອງມະນຸດຈຶ່ງໄດ້ຕາຍດ້ານ, ເປັນຄົນຂາດສິນທໍາ, ແນວຄິດຂອງເຂົາກໍຕໍ່າຊາມ ແລະ ເຂົາມີທັດສະນະຄະຕິທີ່ຫຼ້າຫຼັງ. ກ່ອນທີ່ເຂົາໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ໂດຍທໍາມະຊາດແລ້ວ ມະນຸດແມ່ນຕິດຕາມພຣະເຈົ້າ ແລະ ເຊື່ອຟັງພຣະທໍາຂອງພຣະອົງຫຼັງຈາກທີ່ໄດ້ຮັບຟັງພຣະທໍາເຫຼົ່ານັ້ນ. ໂດຍທໍາມະຊາດແລ້ວ ເຂົາມີຄວາມຮູ້ສຶກນຶກຄິດ ແລະ ມີສາມັນສໍານຶກທີ່ດີ ແລະ ມີຄວາມເປັນມະນຸດທີ່ປົກກະຕິ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ຄວາມຮູ້ສຶກນຶກຄິດ, ສາມັນສໍານຶກ ແລະ ຄວາມເປັນມະນຸດດັ່ງເດີມຂອງເຂົາກໍຕາຍດ້ານ ແລະ ຖືກຊາຕານເຮັດໃຫ້ເສື່ອມເສຍ. ດ້ວຍເຫດນັ້ນ, ເຂົາຈຶ່ງໄດ້ສູນເສຍຄວາມເຊື່ອຟັງ ແລະ ຄວາມຮັກທີ່ມີຕໍ່ພຣະເຈົ້າ. ຄວາມຮູ້ສຶກນຶກຄິດຂອງມະນຸດໄດ້ວິປະລິດ, ອຸປະນິໄສຂອງເຂົາໄດ້ກາຍເປັນດັ່ງນິໄສຂອງສັດ, ການຕໍ່ຕ້ານຂອງເຂົາຕໍ່ພຣະເຈົ້າແມ່ນເກີດຂຶ້ນເລື້ອຍໆ ແລະ ຮ້າຍແຮງຂຶ້ນຫຼາຍກວ່າເກົ່າ. ແຕ່ເຖິງປານນັ້ນ, ມະນຸດຍັງບໍ່ຮູ້ຈັກ ຫຼື ຮັບຮູ້ເຖິງສິ່ງນີ້ ແລະ ໄດ້ແຕ່ຄັດຄ້ານ ແລະ ຕໍ່ຕ້ານຢ່າງຕາບອດ. ການເປີດເຜີຍອຸປະນິໄສຂອງມະນຸດແມ່ນຖືກເປີດເຜີຍຈາກການສະແດງຄວາມຮູ້ສຶກນຶກຄິດ, ຄວາມເຂົ້າໃຈ ແລະ ສາມັນສໍານຶກຂອງເຂົາ; ຍ້ອນວ່າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງເຂົາບໍ່ໝັ້ນຄົງ ແລະ ສາມັນສໍານຶກຂອງເຂົາໄດ້ຕາຍດ້ານຫຼາຍ, ດ້ວຍເຫດນັ້ນ ອຸປະນິໄສຂອງເຂົາຈຶ່ງຕໍ່ຕ້ານພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງມະນຸດບໍ່ສາມາດປ່ຽນແປງໄດ້, ການປ່ຽນແປງອຸປະນິໄສຂອງເຂົາກໍຍິ່ງເປັນໄປບໍ່ໄດ້ ທີ່ຈະເປັນໄປຕາມຈຸດປະສົງຂອງພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດຂອງມະນຸດບໍ່ໝັ້ນຄົງ, ເຂົາກໍບໍ່ສາມາດຈະຮັບໃຊ້ພຣະເຈົ້າໄດ້ ແລະ ບໍ່ເໝາະສົມທີ່ຈະໃຫ້ພຣະອົງໃຊ້” (ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ສິ່ງນີ້ຊ່ວຍໃຫ້ຂ້ອຍເຂົ້າໃຈວ່າຂ້ອຍກຳລັງກະບົດ ແລະ ຕໍ່ຕ້ານພຣະເຈົ້າ, ດຳລົງຊີວິດຢູ່ໃນຄວາມເສື່ອມຊາມ ເພາະຂ້ອຍຖືກຊາຕານເຮັດໃຫ້ເສື່ອມຊາມ. ຂ້ອຍຖືກແຊ່ໃນຫຼັກການ ແລະ ເຫດຜົນຂອງຊາຕານ ເຊັ່ນ: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ຂ້າພະເຈົ້າເປັນເຈົ້າຂອງຕົນເອງທົ່ວທັງສະຫວັນ ແລະ ແຜ່ນດິນໂລກ”, “ສາມາດມີຜູ້ນໍາທີ່ເປັນຜູ້ຊາຍພຽງຄົນດຽວ”, “ມະນຸດປະຊື່ຂອງເຂົາໄວ້ໃນບ່ອນໃດກໍຕາມທີ່ເຂົາຢູ່ ເຊັ່ນດຽວກັບຫ່ານທີ່ຮ້ອງອອກມາບ່ອນໃດກໍຕາມທີ່ມັນບິນໄປ” ແລະ ອື່ນໆອີກ. ຂ້ອຍຍອມຮັບສຸພາສິດເຫຼົ່ານີ້ຈາກຊາຕານ ແລະ ທັດສະນະ, ກົດລະບຽບສຳລັບການເອົາຕົວລອດ ແລະ ເຫດຜົນຂອງຂ້ອຍຖືກບິດເບືອນ, ເຮັດໃຫ້ຂ້ອຍອວດດີຍິ່ງຂຶ້ນ ແລະ ຊົ່ວຮ້າຍ ແລະ ປາສະຈາກຄວາມເປັນມະນຸດ. ໂດຍຖືກຄວບຄຸມໂດຍພິດເຫຼົ່ານີ້ຈາກຊາຕານ, ຂ້ອຍພຽງແຕ່ຕ້ອງການສະແຫວງຫາຊື່ສຽງ ແລະ ສະຖານະ ແລະ ການຖືກເຄົາລົບ. ຂ້ອຍຕ້ອງການໂດດເດັ່ນໃນຝູງຊົນ ແລະ ບໍ່ຕ້ອງການໃຫ້ຜູ້ໃດເກັ່ງກວ່າຂ້ອຍ ແລະ ເມື່ອໃດກໍ່ຕາມທີ່ບາງຄົນເກ່ັງກວ່າ, ຂ້ອຍກໍ່ບໍ່ສາມາດເຮັດຫຍັງໄດ້ ນອກຈາກແຂ່ງຂັນ. ຖ້າຂ້ອຍບໍ່ສາມາດເກັ່ງກວ່າຄົນອື່ນ, ຂ້ອຍກໍ່ອິດສາ ແລະ ບໍ່ພໍໃຈ ຫຼື ເຖິງກັບເຮັດສິ່ງທີ່ແອບແຝງເພື່ອບັນລຸເປົ້າໝາຍຂອງຂ້ອຍ. ຂ້ອຍບໍ່ໄດ້ສະແດງຫຍັງເລີຍນອກຈາກອຸປະນິໄສແຫ່ງຄວາມອວດດີ, ການຫຼອກລວງ ແລະ ຄວາມຊົ່ວຮ້າຍແບບຊາຕານ. ຂ້ອຍອ້າງວ່າກຳລັງເຮັດໜ້າທີ່ຂອງຂ້ອຍ, ແຕ່ໃນຄວາມເປັນຈິງ ຂ້ອຍກຳລັງເຮັດວຽກໃຫ້ກັບຕົນເອງ, ເຮັດການຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ. ຂ້ອຍຄິດຫາຜູ້ຕໍ່ຕ້ານພຣະຄຣິດທີ່ຖືກຂັບໄລ່. ພວກເຂົາອິດສາ ແລະ ມີຄວາມຂົ່ມຂື່ນຕໍ່ຜູ້ໃດກໍ່ຕາມທີ່ສະແຫວງຫາຄວາມຈິງ ຫຼື ເອົາໃຈໃສ່ໃນຄວາມປະສົງຂອງພຣະເຈົ້າ ແລະ ປະຕິບັດຕໍ່ຜູ້ໃດກໍ່ຕາມທີ່ເປັນໄພຕໍ່ສະຖານະຂອງພວກເຂົາເອງຄືກັບໜາມໃນເສັ້ນທາງຂອງພວກເຂົາ. ພວກເຂົາໜັກໃຈ ແລະ ມີເຈດຕະນາຮ້າຍ ແລະ ເຖິງກັບຕ້ອງການໃຫ້ຄົນອື່ນຖືກຂັບໄລ່ອອກຈາກຄຣິດຕະຈັກ ເພື່ອວ່າພວກເຂົາຈະສາມາດປົກຄອງສູງສຸດ. ພວກເຂົາທຸກຄົນຈົບລົງດ້ວຍການຖືກເຕະອອກຈາກຄຣິດຕະຈັກຈາກການເຮັດສິ່ງຊົ່ວຮ້າຍຫຼາຍຢ່າງ. ຂ້ອຍບໍ່ໄດ້ມີເຈດຕະນາຮ້າຍ ຫຼື ກຳລັງເຮັດສິ່ງທີ່ຊົ່ວຮ້າຍຫຼາຍຄືກັບຜູ້ຕໍ່ຕ້ານພຣະຄຣິດ, ແຕ່ຂ້ອຍອິດສາ ແລະ ຖືກຄວບຄຸມໂດຍທຳມະຊາດທີ່ອວດດີ ແລະ ມຸ່ງຮ້າຍຂອງຂ້ອຍ. ຂ້ອຍເຖິງກັບໄລ່ ແລະ ຕັດສິນນ້ອງສຽວເຈຍ ເພື່ອຮັກສາສະຖານະຂອງຂ້ອຍເອງ. ຂ້ອຍຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ ເຊິ່ງເປັນຜູ້ທີ່ຕໍ່ຕ້ານພຣະເຈົ້າ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ອົດກັ້ນຕໍ່ການເຮັດຜິດ. ຂ້ອຍຮູ້ວ່າຖ້າຂ້ອຍບໍ່ກັບໃຈ, ຂ້ອຍຈະຈົບລົງດ້ວຍການຖືກປະຕິເສດ ແລະ ຖືກກຳຈັດໂດຍພຣະເຈົ້າ. ສິ່ງນັ້ນເປັນຕາຢ້ານສຳລັບຂ້ອຍ. ຂ້ອຍຮູ້ວ່າພຣະເຈົ້າກຳລັງປົກປ້ອງຂ້ອຍດ້ວຍການພິພາກສາທີ່ຮຸນແຮງຂອງພຣະອົງ. ຖ້າບໍ່ດັ່ງນັ້ນ ຂ້ອຍຈະບໍ່ໄຕ່ຕອງກ່ຽວກັບຕົນເອງ, ແລ້ວຄວາມເສຍໃຈກໍ່ຈະມາຊ້າເກີນໄປ ເມື່ອຂ້ອຍເຮັດບາງສິ່ງທີ່ຊົ່ວຮ້າຍແທ້ໆ. ຂ້ອຍໄດ້ຮັບການດົນບັນດານແທ້ໆ ເມື່ອຂ້ອຍໄຕ່ຕອງຄວາມປະສົງຂອງພຣະເຈົ້າ. ຂ້ອຍອະທິຖານຫາພຣະເຈົ້າ, ພ້ອມທີ່ຈະກັບໃຈ ແລະ ປ່ຽນແປງ.

ຂ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າໃນການເຝົ້າດ່ຽວຂອງຂ້ອຍໃນມື້ໜຶ່ງ: “ສຳລັບທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາ, ບໍ່ວ່າຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມຈິງຈະເລິກເຊິ່ງ ຫຼື ຕື້ນພຽງໃດ, ວິທີທີ່ງ່າຍທີ່ສຸດໃນການປະຕິບັດໂດຍການເຂົ້າສູ່ຄວາມເປັນຈິງ-ຄວາມຈິງ ແມ່ນການຄິດເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໃນທຸກສິ່ງ ແລະ ປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວ, ເຈດຕະນາສ່ວນຕົວ, ແຮງຈູງໃຈ, ຊື່ສຽງ ແລະ ສະຖານະ. ຈົ່ງເອົາໃຈໃສ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າກ່ອນ ເຊິ່ງຢ່າງໜ້ອຍທີ່ສຸດ ນີ້ກໍຄືສິ່ງທີ່ຄົນໆໜຶ່ງຄວນເຮັດ. ຖ້າບຸກຄົນໜຶ່ງທີ່ປະຕິບັດໜ້າທີ່ຂອງເຂົາບໍ່ສາມາດແມ່ນແຕ່ເຮັດສິ່ງນີ້ໄດ້ຫຼາຍ, ແລ້ວເຂົາຈະສາມາດຖືກກ່າວໄດ້ແນວໃດວ່າກຳລັງປະຕິບັດໜ້າທີ່ຂອງເຂົາຢູ່? ນີ້ບໍ່ແມ່ນການປະຕິບັດໜ້າທີ່ຂອງຄົນໆໜຶ່ງ. ກ່ອນອື່ນ ເຈົ້າຄວນຄຳນຶງເຖິງຜົນປະໂຫຍດຂອງເຮືອນພຣະເຈົ້າ, ຄຳນຶງເຖິງຜົນປະໂຫຍດຂອງພຣະເຈົ້າເອງ, ຄຳນຶງເຖິງພາລະກິດຂອງພຣະອົງ ແລະ ກ່ອນອື່ນໝົດ ໃຫ້ຄໍານຶ່ງເຖິງສິ່ງເຫຼົ່ານີ້; ຫຼັງຈາກນັ້ນເທົ່ານັ້ນ ເຈົ້າຈຶ່ງສາມາດຄິດກ່ຽວກັບຄວາມໝັ້ນຄົງຂອງສະຖານະຂອງເຈົ້າ ຫຼື ວິທີການທີ່ຄົນອື່ນເບິ່ງເຈົ້າ... ນອກຈາກນັ້ນ, ເຈົ້າຄວນສາມາດປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ປະຕິບັດພັນທະ ແລະ ໜ້າທີ່ຂອງເຈົ້າ, ປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວຂອງເຈົ້າ, ປະຖິ້ມຄວາມຕັ້ງໃຈ ແລະ ແຮງຈູງໃຈຂອງເຈົ້າເອງ, ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ, ເອົາໃຈໃສ່ຜົນປະໂຫຍດຂອງພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າກ່ອນ. ຫຼັງຈາກທີ່ປະສົບກັບສິ່ງນີ້ຊົ່ວໄລຍະໜຶ່ງ ເຈົ້າກໍຈະຮູ້ສຶກວ່ານີ້ແມ່ນວິທີທີ່ດີໃນການດຳລົງຊີວິດ. ມັນເປັນການດຳລົງຊີວິດແບບກົງໄປກົງມາ ແລະ ສັດຊື່ ໂດຍບໍ່ຕ້ອງເປັນຄົນຕໍ່າຊາມ ຫຼື ເປັນຄົນໄຮ້ປະໂຫຍດ, ດຳລົງຊີວິດຢ່າງທ່ຽງທຳ ແລະ ມີກຽດ ແທນທີ່ຈະເປັນຄົນມີຈິດໃຈຄັບແຄບ ຫຼື ໃຈໂຫດຮ້າຍ. ເຈົ້າຈະຮູ້ສຶກວ່ານີ້ແມ່ນວິທີທີ່ຄົນໆໜຶ່ງຄວນດຳລົງຊີວິດ ແລະ ປະຕິບັດ. ຄວາມປາຖະໜາພາຍໃນຫົວໃຈຂອງເຈົ້າເພື່ອຕອບສະໜອງຜົນປະໂຫຍດຂອງຕົວເຈົ້າເອງຈະຄ່ອຍໆຫຼຸດລົງ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ໜ້າທີ່ກໍບໍ່ຄືກັນ. ມີແຕ່ຮ່າງກາຍດຽວ. ແຕ່ລະຄົນປະຕິບັດໜ້າທີ່ຂອງເຂົາ, ແຕ່ລະຄົນຢູ່ໃນທີ່ຂອງເຂົາ ແລະ ເຮັດດ້ວຍສຸດຄວາມສາມາດຂອງເຂົາ, ຍ້ອນເມັດໄຟນ້ອຍໆແຕ່ລະດວງກໍມີແສງສະຫວ່າງໜຶ່ງດວງທີ່ວາບວາວ ແລະ ສະແຫວງຫາຄວາມເຕີບໃຫຍ່ໃນຊີວິດ. ສະນັ້ນ ເຮົາຈຶ່ງຈະພໍໃຈ” (ຄັດຈາກ “ບົດທີ 21” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ຂ້ອຍເຂົ້າໃຈຈາກພຣະທຳຂອງພຣະເຈົ້າວ່າພຣະເຈົ້າກຳນົດຄວາມສາມາດຂອງທຸກຄົນລ່ວງໜ້າ ແລະ ບົດບາດທີ່ພວກເຂົາສາມາດເຕີມເຕັມ. ພວກເຮົາບໍ່ສາມາດຍາດຊິງ ຫຼື ດີ້ນລົນສຳລັບສິ່ງເຫຼົ່ານັ້ນ. ເມື່ອອີກຄົນມີຄວາມສາມາດດີກວ່າ, ເມື່ອພຣະເຈົ້າກຳນົດລ່ວງໜ້າວ່າຂ້ອຍຄວນເປັນຫຍ້າ, ບໍ່ແມ່ນຕົ້ນໄມ້, ຂ້ອຍກໍ່ຄວນເປັນໃບຫຍ້ານັ້ນ ແລະ ປະຕິບັດບົດບາດຢ່າງມີຄວາມສຸກ. ຂ້ອຍບໍ່ຕ້ອງການຍາດຊິງກັບຄົນອື່ນສຳລັບສະຖານະອີກແລ້ວ, ແຕ່ຕ້ອງການປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວຂອງຂ້ອຍ ແລະ ບໍ່ດຳລົງຊີວິດຕາມອຸປະນິໄສແບບຊາຕານຂອງຂ້ອຍ, ໃຫ້ຄວາມສຳຄັນກັບຜົນປະໂຫຍດໃນເຮືອນຂອງພຣະເຈົ້າກ່ອນ ແລະ ເຮັດໜ້າທີ່ຂອງຂ້ອຍໄດ້ເປັນຢ່າງດີແທ້ໆໃນລັກສະນະທີ່ມີເຫດຜົນ. ນັ້ນແມ່ນວິທີດຽວທີ່ຈະດຳລົງຊີວິດໃນແສງສະຫວ່າງ. ຂ້ອຍເປີດໃຈກັບເອື້ອຍນ້ອງກ່ຽວກັບຄວາມເສື່ອມຊາມຂອງຂ້ອຍ ແລະ ຂໍໂທດນ້ອງສຽວເຈຍ. ເມື່ອລາວຮຽນຮູ້ກ່ຽວກັບເຈດຕະນາ ແລະ ການກະທຳທີ່ມຸ່ງຮ້າຍຂອງຂ້ອຍ, ລາວບໍ່ໄດ້ກ່າວໂທດຂ້ອຍເລີຍ ແຕ່ໂອ້ລົມກ່ຽວກັບຄວາມຈິງເພື່ອຊ່ວຍເຫຼືອຂ້ອຍ. ຂ້ອຍໄດ້ຮັບການດົນບັນດານແທ້ໆ. ຂ້ອຍຍັງກຽດຊັງທີ່ຂ້ອຍຂາດຄວາມເປັນມະນຸດ ແລະ ທຳຮ້າຍລາວ. ຕໍ່ມາ ຂ້ອຍໄດ້ອະທິຖານຫາພຣະເຈົ້າເພື່ອຢຸດການວາງແຜນອຸບາຍສຳລັບສະຖານະ ແລະ ພຽງແຕ່ເຮັດໜ້າທີ່ຂອງຂ້ອຍໃຫ້ດີ.

ພາຍຫຼັງ ສຽວເຈຍກັບຄືນມາຈາກການເດີນທາງຂອງລາວຫຼາຍກວ່າໜຶ່ງເດືອນໜ້ອຍໜຶ່ງ ແລະ ແບ່ງປັນກັບຂ້ອຍກ່ຽວກັບສິ່ງທີ່ລາວໄດ້ຮຽນຮູ້ໃນການເຕົ້າໂຮມ. ການໂອ້ລົມຂອງລາວເປັນການສອນໃຈ ແລະ ເປັນປະໂຫຍດແທ້ໆ, ແຕ່ເມື່ອຂ້ອຍໄດ້ເຫັນຄົນອື່ນກຳລັງຟັງຢ່າງຕັ້ງໃຈ, ຂ້ອຍກໍ່ມີຄວາມຮູ້ສຶກທີ່ອຶດອັດນັ້ນອີກຄັ້ງ. ຂ້ອຍຮູ້ວ່າຂ້ອຍກຳລັງດີ້ນລົນເອົາສະຖານະ ແລະ ກຳລັງອິດສາອີກຄັ້ງ, ສະນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າໂດຍໄວເພື່ອປ່ອຍວາງຕົນເອງ. ຂ້ອຍຈື່ບາງສິ່ງທີ່ຂ້ອຍໄດ້ຍິນໃນການເທດສະໜາວ່າ ບຸກຄົນທີ່ມີເຫດຜົນເຊິ່ງຮັບໃຊ້ພຣະເຈົ້າຈະບໍ່ອິດສາ, ແຕ່ຈະຫວັງໃຫ້ຄົນອື່ນດີກວ່າພວກເຂົາເອງ ເພື່ອວ່າອີກຫຼາຍຄົນຈະສາມາດຊ່ວຍແບ່ງເບົາພາລະຂອງພຣະເຈົ້າ. ຄົນແບບນັ້ນສາມາດມີຄວາມປິຕິຍິນດີ ເມື່ອພຣະເຈົ້າໄດ້ຮັບຄົນໜຶ່ງ. ຂ້ອຍສຳນຶກວ່າລາວເຕີບໃຫຍ່ ແລະ ຮຽນຮູ້ສິ່ງຕ່າງໆຈາກການເດີນທາງຂອງລາວເພື່ອຟັງຄຳເທດສະໜາ ແລະ ລາວສາມາດລ້ຽງດູ ແລະ ຊ່ວຍເຫຼືອຄົນອື່ນ. ນັ້ນເປັນສິ່ງທີ່ດີສຳລັບຄວາມເຂົ້າໃຈກ່ຽວກັບຄວາມຈິງຂອງທຸກຄົນ ແລະ ຈະນໍາຄວາມສະບາຍໃຈມາຫາພຣະເຈົ້າ. ຂ້ອຍຈຳເປັນຕ້ອງຮຽນຮູ້ຈາກລາວ ແລະ ອາໄສຈຸດແຂງຂອງລາວໃນໜ້າທີ່ຂອງຂ້ອຍ. ນັ້ນເປັນສິ່ງທີ່ສຳຄັນຫຼາຍ. ເມື່ອຂ້ອຍອະທິຖານ ແລະ ປະຖິ້ມຕົນເອງໃນລັກສະນະນັ້ນ, ຂ້ອຍກໍ່ຮູ້ສຶກສະບາຍໃຈຫຼາຍຍິ່ງຂຶ້ນ. ບໍ່ວ່າອ້າຍເອື້ອຍນ້ອງຈະຄິດຫຍັງກໍ່ຕາມ ແລະ ບໍ່ວ່າຕໍາແໜ່ງຂອງຂ້ອຍໃນຄຣິດຕະຈັກຈະເປັນຫຍັງກໍ່ຕາມ ແມ່ນບໍ່ສຳຄັນຕໍ່ຂ້ອຍອີກຕໍ່ໄປ. ຂ້ອຍພຽງແຕ່ສະຫງົບລົງ ແລະ ຟັງການໂອ້ລົມຂອງລາວ ແລະ ຮັບເອົາແສງສະຫວ່າງ. ຂ້ອຍເຮັດວຽກກັບລາວເພື່ອສະແຫວງຫາຫຼັກການແຫ່ງຄວາມຈິງໃນວຽກງານຂອງພວກເຮົາ. ຫຼັງຈາກນັ້ນ, ເມື່ອຂ້ອຍເຫັນຜູ້ນໍາກຳລັງປຶກສາຫາລືບາງສິ່ງກັບລາວ, ຂ້ອຍກໍ່ສະບາຍໃຈກັບສິ່ງນັ້ນ ແລະ ບໍ່ໄດ້ຮູ້ສຶກອິດສາ. ນັ້ນຄືຄວາມໂລ່ງໃຈທີ່ຍິ່ງໃຫຍ່ສຳລັບຂ້ອຍ. ຂ້ອຍໄດ້ມີປະສົບການເປັນການສ່ວນຕົວວ່າ ຂ້ອຍຮູ້ສຶກສະບາຍໃຈຫຼາຍຂຶ້ນ ແລະ ຊື່ສັດເມື່ອຂ້ອຍປະຖິ້ມຄວາມອິດສາຂອງຂ້ອຍ ແລະ ເມື່ອເວລາຜ່ານໄປ ຂ້ອຍກໍ່ສາມາດດຳລົງຊີວິດຕາມລັກສະນະຂອງມະນຸດ. ຂ້ອຍມີການປ່ຽນແປງໜ້ອຍໜຶ່ງ ເຊິ່ງລ້ວນແລ້ວແຕ່ຍ້ອນການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ. ຂ້ອຍຂອບໃຈພຣະເຈົ້າສຳລັບຄວາມລອດພົ້ນຂອງຂ້ອຍ!

ກ່ອນນີ້: 40. ການປິ່ນປົວຄວາມອິດສາ

ຕໍ່ໄປ: 42. ການຫາຍໃຈງ່າຍໂດຍບໍ່ມີຄວາມອິດສາ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ຄືກັບຄົນຫຼາຍລ້ານຄົນທີ່ຕິດຕາມພຣະເຢຊູຄຣິດເຈົ້າ, ພວກເຮົາປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງຂອງພຣະຄຳພີ, ຮັບພຣະຄຸນທີ່ອຸດົມສົມບູນຂອງພຣະເຢຊູຄຣິດເຈົ້າ ແລະ ເຕົ້າໂຮມກັນ, ອະທິຖານ, ສັນລະເສີນ ແລະ ຮັບໃຊ້ໃນນາມພຣະເຢຊູຄຣິດເຈົ້າ. ພວກເຮົາເຮັດທຸກສິ່ງນີ້ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະຜູ້ເປັນເຈົ້າ. ພວກເຮົາອ່ອນແອຕະຫຼອດ ແລະ ພວກເຮົາກໍເຂັ້ມແຂງຕະຫຼອດເຊັ່ນກັນ.

ພາກສະເໜີໂດຍຫຍໍ້ ກ່ຽວກັບປະຫວັດຂອງການປາກົດຕົວ ແລະ ພາລະກິດຂອງພຣະຄຣິດໃນຍຸກສຸດທ້າຍໃນປະເທດຈີນ

ປະເທດຈີນແມ່ນດິນແດນທີ່ມັງກອນແດງຍິ່ງໃຫຍ່ອາໄສຢູ່ ແລະ ເປັນດິນແດນທີ່ໄດ້ຕໍ່ຕ້ານ ແລະ ປະນາມພຣະເຈົ້າຢ່າງຮ້າຍແຮງຕະຫຼອດປະຫວັດສາດ. ປະເທດຈີນແມ່ນປ້ອມປະການຂອງພວກຜີສາດ ແລະ ເປັນຄຸກທີ່ຄວບຄຸມໂດຍມານຮ້າຍ ທີ່ບໍ່ສາມາດເຈາະເຂົ້າ ແລະ ແຊກຊຶມເຂົ້າໄດ້. ຍິ່ງໄປກວ່ານັ້ນ, ລະບົບການປົກຄອງຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນຢືນຍາມຢູ່ໃນທຸກລະດັບ ແລະ ໄດ້ກໍ່ຕັ້ງກອງກໍາລັງປ້ອງກັນໃນທຸກຄົວເຮືອນ. ດ້ວຍເຫດນັ້ນ, ບໍ່ມີບ່ອນໃດ ທີ່ຈະເຜີຍແຜ່ຂ່າວປະເສີດຂອງພຣະເຈົ້າ ແລະ ດໍາເນີນພາລະກິດຂອງພຣະເຈົ້າໄດ້ຍາກລໍາບາກໄປກວ່າບ່ອນນີ້ອີກແລ້ວ. ໃນເວລາທີ່ພັກຄອມມູນິດຈີນຂຶ້ນຄອງອໍານາດໃນປີ 1949, ການເຊື່ອຖືໃນສາສະໜາໃນປະເທດຈີນແຜ່ນດິນໃຫຍ່ແມ່ນຖືກປາບປາມ ແລະ ຖືກຫ້າມຢ່າງສິ້ນເຊີງ.

ຄວາມແຕກຕ່າງລະຫວ່າງສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຫຍັງ?

ສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເຊື່ອໃນພຣະເຈົ້າອົງດຽວກັນ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້