43. ໃນການປະຖິ້ມຄວາມເຫັນແກ່ຕົວ, ຂ້ອຍແມ່ນເປັນອິດສະຫຼະ

ໂດຍ ສຽວເຫວີຍ, ຈີນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ໃນອຸປະນິໄສຂອງຄົນປົກກະຕິແມ່ນບໍ່ມີຄວາມຄົດງໍ ຫຼື ຄວາມຫຼອກລວງ, ຜູ້ຄົນແມ່ນມີຄວາມສໍາພັນທີ່ປົກກະຕິຕໍ່ກັນ ແລະ ກັນ, ພວກເຂົາບໍ່ໄດ້ຢືນຢູ່ຜູ້ດຽວ ແລະ ຊີວິດຂອງພວກເຂົາບໍ່ໄດ້ທໍາມະດາ ແລະ ເສື່ອມໂຊມ. ເຊັ່ນດຽວກັນ ພຣະເຈົ້າກໍສັນລະເສີນໃນທ່າມກາງທຸກຄົນ, ພຣະທໍາຂອງພຣະອົງແມ່ນແຜ່ຂະຫຍາຍທົ່ວມະນຸດ, ຜູ້ຄົນດໍາລົງຊີວິດໃນຄວາມສະຫງົບນໍາກັນ ແລະ ພາຍໃຕ້ການເບິ່ງແຍງ ແລະ ການປົກປ້ອງຂອງພຣະເຈົ້າ, ແຜ່ນດິນໂລກແມ່ນເຕັມໄປດ້ວຍຄວາມສາມັກຄີ, ບໍ່ມີການລົບກວນຂອງຊາຕານ ແລະ ສະຫງ່າລາສີຂອງພຣະເຈົ້າແມ່ນຖືເປັນສິ່ງທີ່ສໍາຄັນທີ່ສຸດໃນທ່າມກາງມະນຸດ. ຜູ້ຄົນດັ່ງກ່າວແມ່ນຄືກັນກັບທູດສະຫວັນ: ບໍລິສຸດ, ມີຊີວິດຊີວາ, ບໍ່ເຄີຍຈົ່ມກ່ຽວກັບພຣະເຈົ້າ ແລະ ອຸທິດຄວາມພະຍາຍາມທັງໝົດຂອງພວກເຂົາ ເພື່ອລັດສະໝີຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກເທົ່ານັ້ນ” (ຄັດຈາກ “ບົດທີ 16” ຂອງພາກການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າສະແດງໃຫ້ພວກເຮົາເຫັນວ່າອຸປະນິໄສຂອງຄົນປົກກະຕິປະກອບມີຄວາມຄົດໂກງ, ການຫຼອກລວງ, ຄວາມເຫັນແກ່ຕົວ ແລະ ຄວາມເປັນຕາລັງກຽດ. ການຮັບເອົາການຝາກຝັງຂອງພຣະເຈົ້າຢ່າງຈິງໃຈ, ການເຮັດວຽກຢ່າງກົມກຽວກັບອ້າຍເອື້ອຍນ້ອງ ແລະ ການເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ເພື່ອໜ້າທີ່ຂອງພວກເຂົາ ແມ່ນສິ່ງພື້ນຖານທີ່ສຸດທີ່ບຸກຄົນໜຶ່ງຄວນສາມາດເຮັດໄດ້. ຂ້ອຍເຄີຍດຳລົງຊີວິດດ້ວຍປັດຊະຢາຂອງຊາຕານ ເຊັ່ນ: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ” ແລະ “ຫຼັງນັກຮຽນຄົນໜຶ່ງຮູ້ທຸກສິ່ງທີ່ອາຈານຮູ້, ອາຈານຈະສູນເສຍຊີວິດການເປັນຢູ່ຂອງລາວ”. ຂ້ອຍເຫັນແກ່ຕົວ, ເປັນຕາລັງກຽດ, ຄົດໂກງ ແລະ ມີເລ່ຫຼ່ຽມ, ຂາດລັກສະນະຂອງມະນຸດຢ່າງສິ້ນເຊີງ. ຈົນເຖິງເວລາທີ່ຂ້ອຍໄດ້ປະສົບກັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ, ອຸປະນິໄສແບບຊາຕານເຫຼົ່ານີ້ຂອງຂ້ອຍຈຶ່ງເລີ່ມປ່ຽນແປງ.

ມັນເປັນເດືອນມິຖຸນາຂອງປີ 2018 ເມື່ອອ້າຍຊາງເຂົ້າຮ່ວມທີມຂອງພວກເຮົາເພື່ອຮ່ວມມືກັບຂ້ອຍໃນໜ້າທີ່ຂອງຂ້ອຍ. ໃນເວລານັ້ນ ຂ້ອຍຄິດວ່າ “ຂ້ອຍກຳລັງເຮັດໜ້າທີ່ນີ້ໄດ້ໄລຍະໜຶ່ງແລ້ວໃນຕອນນີ້, ສະນັ້ນ ຂ້ອຍກໍມີຄວາມເຂົ້າໃຈກ່ຽວກັບຫຼັກການ ແລະ ຂ້ອຍໄດ້ເຫັນຜົນໄດ້ຮັບບາງຢ່າງ. ບາງເທື່ອ ໃນບາງຊ່ວງ ຂ້ອຍຈະຈາກທີມນີ້ເພື່ອຮັບເອົາຄວາມຮັບຜິດຊອບທີ່ຫຼາຍກວ່າ. ຂ້ອຍຈຳເປັນຕ້ອງຊ່ວຍອ້າຍຊາງໃຫ້ລຸກຂຶ້ນໄວເທົ່າທີ່ເປັນໄປໄດ້ ເພື່ອວ່າລາວຈະສາມາດຮັບເອົາວຽກງານພາຍໃນທີມຂອງພວກເຮົາ”. ຂ້ອຍດຳເນີນການສັ່ງສອນລາວເຖິງທັກສະພື້ນຖານທີ່ຂ້ອຍໄດ້ຮຽນຮູ້ໃນໜ້າທີ່ຂອງຂ້ອຍ. ສາມເດືອນຕໍ່ມາ, ຂ້ອຍເຫັນວ່າ ອ້າຍຊາງມີຄວາມເຂົ້າໃຈພື້ນຖານກ່ຽວກັບທຸກສິ່ງ ແລະ ລາວກຳລັງຄືບໜ້າຢ່າງວ່ອງໄວແທ້ໆ. ໃນຈຸດນັ້ນ, ຂ້ອຍເລີ່ມຮູ້ສຶກມີໄພ ໂດຍຄິດວ່າ “ອ້າຍຊາງກຳລັງພັດທະນາໄດ້ໄວຫຼາຍໃນໜ້າທີ່ຂອງລາວ. ຖ້າມັນສືບຕໍ່ເປັນແບບນີ້, ໃນອີກບໍ່ດົນ ລາວຈະບໍ່ເກັ່ງກວ່າຂ້ອຍບໍ? ຖ້າຜູ້ນໍາຮັບຮູ້ວ່າຄວາມຄືບໜ້າຂອງລາວໄວສໍ່າໃດ, ຜູ້ນໍາຈະບໍ່ໃຫ້ຕໍາແໜ່ງທີ່ສຳຄັນແກ່ລາວບໍ?” ເມື່ອສິ່ງນີ້ພຸດຂຶ້ນມາໃນໃຈຂ້ອຍ, ຂ້ອຍກໍຄິດກັບຕົນເອງວ່າ “ບໍ່, ຂ້ອຍຈຳເປັນຕ້ອງຖ່ວງດຶງ. ຂ້ອຍບໍ່ສາມາດແບ່ງປັນທຸກສິ່ງທີ່ຂ້ອຍຮູ້ກັບລາວໄດ້ອີກ”. ຈາກນັ້ນເປັນຕົ້ນມາ ໃນວຽກງານຂອງພວກເຮົາ, ເມື່ອຂ້ອຍພົບວ່າທັກສະຂອງອ້າຍຊາງຂາດເຂີນເລັກນ້ອຍ, ຂ້ອຍກໍພຽງແຕ່ບອກລາວກ່ຽວກັບສອງສາມສິ່ງທີ່ບໍ່ສຳຄັນ ໂດຍບໍ່ແບ່ງປັນຄວາມຮູ້ຂອງຂ້ອຍຢ່າງສົມບູນ. ຂ້ອຍຮູ້ວ່າມັນບໍ່ແມ່ນສິ່ງທີ່ຖືກຕ້ອງທີ່ຈະເຮັດ, ແຕ່ຫຼັງຈາກນັ້ນ ຂ້ອຍກໍຄິດກ່ຽວກັບສຸພາສິດທີ່ວ່າ “ຫຼັງນັກຮຽນຄົນໜຶ່ງຮູ້ທຸກສິ່ງທີ່ອາຈານຮູ້, ອາຈານຈະສູນເສຍຊີວິດການເປັນຢູ່ຂອງລາວ”. ໂດຍການມີລາວຢູ່ໃນຈຸດສົນໃຈ, ຂ້ອຍຈະສາມາດສະແດງຕົນເອງໄດ້ດີແນວໃດ? ຂ້ອຍບໍ່ສາມາດປ່ອຍໃຫ້ລາວເກັ່ງກວ່າຂ້ອຍ. ເມື່ອພວກເຮົາສືບຕໍ່ເຮັດວຽກຮ່ວມກັນ, ບໍ່ວ່າອ້າຍຊາງຈະຖາມຫຍັງກໍຕາມກັບຂ້ອຍ, ຂ້ອຍຈະໃຫ້ຄຳຕອບລາວແຕ່ບາງສ່ວນ ແລະ ຮັກສາສ່ວນທີ່ເຫຼືອໄວ້ກັບຕົນເອງ.

ບໍ່ດົນຫຼັງຈາກນັ້ນ, ຜູ້ນໍາໄດ້ຊອກຫາອ້າຍຊາງເພື່ອປຶກສາຫາລືກ່ຽວກັບໜ້າວຽກທີ່ສຳຄັນ. ຫົວໃຈຂອງຂ້ອຍເຕັ້ນໄວ ເມື່ອຂ້ອຍໄດ້ຍິນກ່ຽວກັບສິ່ງນີ້. ຂ້ອຍຄິດວ່າ “ຂ້ອຍຢູ່ໃນທີມດົນກວ່າອ້າຍຊາງ. ເປັນຫຍັງຜູ້ນໍາຈຶ່ງບໍ່ຕ້ອງການລົມກັບຂ້ອຍ? ຂ້ອຍບໍ່ດີສໍ່າລາວບໍ? ຂ້ອຍເປັນຄົນທີ່ຝຶກຝົນລາວ, ແຕ່ຕອນນີ້ ລາວເປັນລູກຄົນໂປດ ແລະ ຂ້ອຍຖືກດັນອອກຂ້າງ. ລາວຢູ່ໃນຈຸດສົນໃຈ ແລະ ຂ້ອຍຖືກລືມ. ຖ້າຂ້ອຍສືບຕໍ່ສອນລາວ, ລາວຈະຍິ່ງບໍ່ຮຽນຮູ້ໄວຂຶ້ນບໍ? ຖ້າລາວໄດ້ຮັບຕໍາແໜ່ງທີ່ສຳຄັນ, ຜູ້ໃດຈະເຄົາລົບຂ້ອຍຫຼັງຈາກນັ້ນ? ສະນັ້ນ ຫຼັງຈາກນັ້ນເປັນຕົ້ນມາ ໃນວຽກງານທີ່ພວກເຮົາເຮັດຮ່ວມກັນ, ເມື່ອຂ້ອຍເຫັນອ້າຍຊາງພົບກັບບັນຫາ, ຂ້ອຍບໍ່ໄດ້ຕ້ອງການຊ່ວຍເຫຼືອລາວ. ຄວາມຄືບໜ້າຂອງພວກເຮົາໄດ້ຮັບຜົນກະທົບ ເຊິ່ງເປັນຜົນມາຈາກການບໍ່ແກ້ໄຂສິ່ງເຫຼົ່ານີ້ໄດ້ທັນເວລາ ແລະ ສິ່ງນີ້ກໍຈົບລົງດ້ວຍການຖ່ວງດຶງວຽກງານຂອງຄຣິສຕະຈັກ. ຂ້ອຍຮູ້ສຶກຜິດ ແລະ ບໍ່ສະບາຍໃຈໜ້ອຍໜຶ່ງ, ແຕ່ຂ້ອຍບໍ່ໄດ້ໄຕ່ຕອງກ່ຽວກັບຕົນເອງເລີຍ. ມື້ໜຶ່ງ ຂີ້ແຮ້ຂອງຂ້ອຍເລີ່ມຄັນໃນທັນທີ ແລະ ຂ້ອຍບໍ່ສາມາດເຊົາຄັນໄດ້ແທ້ໆ. ແມ່ນແຕ່ການທານໍ້າມັນກໍບໍ່ຊ່ວຍຫຍັງໄດ້. ມື້ຕໍ່ມາ, ແຂນຂອງຂ້ອຍເລີ່ມປວດຫຼາຍຈົນຂ້ອຍບໍ່ສາມາດຍັບມັນໄດ້. ຂ້ອຍຮູ້ວ່າອາການນີ້ບໍ່ແມ່ນເລື່ອງບັງເອີນ, ສະນັ້ນ ຂ້ອຍຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ສະແຫວງຫາ. ຂ້ອຍເວົ້າວ່າ “ໂອ ພຣະເຈົ້າ, ອາການນີ້ເລີ່ມຂຶ້ນໂດຍກະທັນຫັນ. ຂ້ານ້ອຍຮູ້ວ່າຄວາມປະສົງທີ່ດີຂອງພຣະອົງຢູ່ເບື້ອງຫຼັງສິ່ງນັ້ນ. ແຕ່ຂ້ານ້ອຍຕາຍດ້ານເກີນໄປ ແລະ ຂ້ານ້ອຍບໍ່ຮູ້ວ່າຄວາມປະສົງຂອງພຣະອົງແມ່ນຫຍັງ. ກະລຸນາສ່ອງແສງໃຫ້ແກ່ຂ້ານ້ອຍ ແລະ ຊີ້ນໍາຂ້ານ້ອຍດ້ວຍ”.

ມື້ໜຶ່ງໃນລະຫວ່າງການອຸທິດຕົນຂອງຂ້ອຍ, ພຣະທຳເຫຼົ່ານີ້ຂອງພຣະເຈົ້າໄດ້ປາກົດເຂົ້າມາໃນຈິດໃຈຂອງຂ້ອຍໃນທັນທີ: “ຖ້າເຈົ້າບໍ່ເຕັມໃຈທີ່ຈະອຸທິດທັງໝົດທີ່ເຈົ້າມີ, ຖ້າເຈົ້າເຊື່ອງຊ້ອນມັນ ແລະ ເກັບມ້ຽນໄວ້, ເລື່ອນໄຫຼໃນການກະທຳຂອງເຈົ້າ...” (ຄັດຈາກບົດ “ຜູ້ຄົນສາມາດມີຄວາມສຸກໄດ້ຢ່າງແທ້ຈິງໂດຍການເປັນຄົນຊື່ສັດເທົ່ານັ້ນ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ສິ່ງນີ້ເປັນການເຕືອນສະຕິຂ້ອຍ. ຂ້ອຍໄດ້ດຳລົງຊີວິດຢູ່ໃນສະພາວະຂອງການຍາດຊິງເອົາຊື່ສຽງ ແລະ ຜົນປະໂຫຍດ, ຢ້ານວ່າອ້າຍຄົນນີ້ຈະເກັ່ງກວ່າຂ້ອຍ, ສະນັ້ນ ຂ້ອຍຈຶ່ງບໍ່ເຄີຍເປີດເຜີຍໃນວຽກງານຂອງຂ້ອຍ ແລະ ຂ້ອຍບໍ່ຕ້ອງການແບ່ງປັນຄວາມຮູ້ຂອງຂ້ອຍກັບລາວ. ຂ້ອຍເຫັນວ່ານີ້ຄືການທີ່ພຣະເຈົ້າເຕືອນຂ້ອຍກ່ຽວກັບສະພາບການນັ້ນ, ເພື່ອວ່າຂ້ອຍຈະສາມາດໄຕ່ຕອງກ່ຽວກັບຕົນເອງ. ຕໍ່ມາ ຂ້ອຍໄດ້ອ່ານຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າທີ່ວ່າ: “ຜູ້ທີ່ບໍ່ເຊື່ອມີອຸປະນິໄສທີ່ເສື່ອມຊາມບາງປະເພດ. ເມື່ອພວກເຂົາສອນສ່ວນໜຶ່ງຂອງຄວາມຮູ້ ຫຼື ທັກສະດ້ານວິຊາຊີບໃຫ້ຄົນອື່ນ, ພວກເຂົາຄິດວ່າ ‘ຫຼັງຈາກທີ່ນັກຮຽນຮູ້ທຸກສິ່ງທີ່ອາຈານຮູ້, ອາຈານຈະສູນເສຍຊີວິດການເປັນຢູ່ຂອງລາວ. ຖ້າຂ້ອຍສອນທຸກສິ່ງທີ່ຂ້ອຍຮູ້ໃຫ້ຄົນອື່ນ, ແລ້ວຈະບໍ່ມີໃຜເຄົາລົບຂ້ອຍອີກຕໍ່ໄປ ແລະ ຂ້ອຍຈະໄດ້ສູນເສຍສະຖານະຄວາມເປັນຄູທັງໝົດໄປ. ສິ່ງນີ້ແມ່ນຈະບໍ່ເກີດຜົນດີ. ຂ້ອຍບໍ່ສາມາດສອນທຸກສິ່ງທີ່ຂ້ອຍຮູ້ໃຫ້ພວກເຂົາໄດ້, ຂ້ອຍຕ້ອງກັກບາງຢ່າງໄວ້, ຂ້ອຍຈະສອນພຽງແຕ່ແປດສິບເປີເຊັນໃນສິ່ງທີ່ຂ້ອຍຮູ້ ແລະ ເຊື່ອງກົນອຸບາຍຂອງຂ້ອຍໄວ້; ນີ້ແມ່ນວິທີດຽວທີ່ຂ້ອຍສາມາດສະແດງສະຖານະການເປັນຄູຂອງຂ້ອຍໄດ້’. ກັກເກັບຂໍ້ມູນໄວ້ ແລະ ເຊື່ອງໄວ້ເປັນຄວາມລັບຂອງພວກເຂົາຢູ່ສະເໝີ, ນີ້ແມ່ນອຸປະນິໄສແບບໃດ? ມັນແມ່ນຄວາມຫຼອກລວງ... ຢ່າຄິດວ່າເຈົ້າເຮັດໄດ້ດີແລ້ວ ຫຼື ເຈົ້າບໍ່ໄດ້ກັກເກັບຄວາມຮູ້ໄວ້ໂດຍພຽງແຕ່ບອກທຸກຄົນເຖິງສິ່ງທີ່ຜິວເຜີນ ຫຼື ເປັນພື້ນຖານທີ່ສຸດ; ສິ່ງນີ້ຈະບໍ່ໄດ້ຜົນ. ບາງຄັ້ງເຈົ້າອາດຈະພຽງແຕ່ສອນທິດສະດີສອງສາມຢ່າງ ຫຼື ສິ່ງຕ່າງໆທີ່ຜູ້ຄົນສາມາດເຂົ້າໃຈໄດ້ຕາມຕົວອັກສອນ, ແຕ່ນ້ອງໃໝ່ບໍ່ສາມາດຮັບຮູ້ແກ່ນແທ້ ຫຼື ຈຸດສຳຄັນໃດເລີຍ. ເຈົ້າພຽງແຕ່ໃຫ້ພາບລວມ ໂດຍບໍ່ໄດ້ອະທິບາຍໃຫ້ລະອຽດ ຫຼື ລົງລາຍລະອຽດ, ຍັງຄິດກັບຕົວເຈົ້າເອງຢູ່ຕະຫຼອດເວລາວ່າ ‘ເອົາລະ, ແນວໃດກໍ່ຕາມ, ຂ້ອຍໄດ້ບອກເຈົ້າແລ້ວ ແລະ ຂ້ອຍບໍ່ໄດ້ຕັ້ງໃຈກັກເກັບຫຍັງໄວ້. ຖ້າເຈົ້າບໍ່ເຂົ້າໃຈ, ມັນກໍ່ຍ້ອນວ່າຄວາມສາມາດຂອງເຈົ້າຕ່ຳເກີນໄປ, ສະນັ້ນຢ່າໂທດຂ້ອຍ. ພວກເຮົາພຽງຕ້ອງເບິ່ງວ່າພຣະເຈົ້ານຳພາເຈົ້າແນວໃດໃນຕອນນີ້’. ການຕຶກຕອງດັ່ງກ່າວປະກອບດ້ວຍຄວາມຫຼອກລວງ, ບໍ່ແມ່ນບໍ? ມັນບໍ່ເຫັນແກ່ຕົວ ແລະ ຊົ່ວຮ້າຍບໍ? ເປັນຫຍັງເຈົ້າຈຶ່ງບໍ່ສາມາດສິດສອນຜູ້ຄົນກ່ຽວກັບທຸກສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ ແລະ ທຸກສິ່ງທີ່ເຈົ້າເຂົ້າໃຈ? ເປັນຫຍັງເຈົ້າຈຶ່ງກັກເກັບຄວາມຮູ້ນັ້ນໄວ້ແທນ? ນີ້ແມ່ນບັນຫາກັບຄວາມຕັ້ງໃຈຂອງເຈົ້າ ແລະ ອຸປະນິໄສຂອງເຈົ້າ” (ຄັດຈາກບົດ “ໂດຍການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດເຂົ້າສູ່ຄວມເປັນຈິງ-ຄວາມເປັນຈິງໄດ້” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍເຖິງສະຖານະການຂອງຂ້ອຍເອງຢ່າງຖືກຕ້ອງ. ຂ້ອຍບໍ່ຕ້ອງການສອນທັກສະທີ່ຂ້ອຍໄດ້ຮຽນຮູ້ໃຫ້ແກ່ລາວ ຍ້ອນເຫັນແກ່ຊື່ສຽງ ແລະ ຕໍາແໜ່ງຂອງຂ້ອຍເອງ. ຂ້ອຍຢ້ານວ່າລາວຈະຮຽນຮູ້ມັນ ແລະ ເກັ່ງກວ່າຂ້ອຍໄດ້ຢ່າງງ່າຍດາຍ ໂດຍຄິດວ່າ ຫຼັງນັກຮຽນຄົນໜຶ່ງຮູ້ທຸກສິ່ງທີ່ອາຈານຮູ້, ອາຈານຈະສູນເສຍຊີວິດການເປັນຢູ່ຂອງລາວ. ໂດຍການຖ່ວງດຶງຢູ່ສະເໝີ, ຂ້ອຍບໍ່ໄດ້ເປັນຄົນທີ່ເຫັນແກ່ຕົວ, ເປັນຕາລັງກຽດ, ບໍ່ຊື່ສັດ ແລະ ຫຼອກລວງເກີນໄປບໍ? ຂ້ອຍຍັງຄິດເຖິງເວລາທີ່ອ້າຍຊາງຫາກໍເຂົ້າຮ່ວມທີມຂອງພວກເຮົາ. ແຮງກະຕຸ້ນຂອງຂ້ອຍສຳລັບການສອນລາວກໍເພື່ອວ່າລາວຈະສາມາດຮັບເອົາວຽກງານໃນທີມໃຫ້ໄວເທົ່າທີ່ເປັນໄປໄດ້. ຫຼັງຈາກນັ້ນ ຂ້ອຍຈະມີຄົນແບ່ງເບົາໜ້າທີ່ຂອງຂ້ອຍ ເພາະຂ້ອຍຫວັງທີ່ຈະຮັບຕໍາແໜ່ງທີ່ສຳຄັນກວ່າ. ແຕ່ເມື່ອຂ້ອຍເຫັນວ່າລາວຮຽນຮູ້ສິ່ງຕ່າງໆໄດ້ໄວສໍ່າໃດ ແລະ ຜູ້ນໍາເຊີດຊູລາວແທ້ໆ, ຂ້ອຍກໍເລີ່ມກັງວົນ. ຂ້ອຍກັງວົນວ່າ ຖ້າລາວສືບຕໍ່ເຮັດດີ,​ ລາວຈະເກັ່ງກວ່າຂ້ອຍໃນອີກບໍ່ຊ້າກໍ່ໄວ, ລາວຈະຍາດເອົາຕໍາແໜ່ງຂອງຂ້ອຍ. ດ້ວຍເຫດນັ້ນ, ຂ້ອຍຈຶ່ງບໍ່ຕ້ອງການແບ່ງປັນສິ່ງທີ່ຂ້ອຍຮູ້ກັບລາວ. ບາງຄັ້ງ ເມື່ອຂ້ອຍຮູ້ວ່າລາວຈະພົບກັບຄວາມຫຍຸ້ງຍາກໃນໜ້າທີ່ຂອງລາວ, ຂ້ອຍກໍບໍ່ຕ້ອງການຊ່ວຍເຫຼືອລາວ, ເຊິ່ງຈົບລົງດ້ວຍການຖ່ວງດຶງວຽກງານຂອງຄຣິສຕະຈັກ. ຂ້ອຍເຫັນວ່າຂ້ອຍກຳລັງເຮັດວຽກເພື່ອປົກປ້ອງຊື່ສຽງ ແລະ ຕໍາແໜ່ງຂອງຂ້ອຍເອງຢູ່ສະເໝີ ໂດຍບໍ່ໄດ້ຄຳນຶງເຖິງວຽກງານໃນເຮືອນຂອງພຣະເຈົ້າ. ຂ້ອຍເຫັນແກ່ຕົວ ແລະ ຫຼອກລວງຫຼາຍແທ້ໆ. ຫາກບໍ່ມີການລົງວິໄນຂອງພຣະເຈົ້າໄດ້ກົງເວລາ, ບໍ່ມີການເຮັດໃຫ້ຂ້ອຍມີພາບການນັ້ນ, ຂ້ອຍກໍຍັງຈະບໍ່ໄຕ່ຕອງກ່ຽວກັບຕົນເອງ. ຫຼັງຈາກນັ້ນ, ຂ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າທີ່ວ່າ: “ນັບຕັ້ງແຕ່ໄດ້ຮັບຄວາມເຊື່ອ, ເຈົ້າກໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ເຈົ້າໄດ້ຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ແລະ ຍອມຮັບຄວາມລອດພົ້ນຂອງພຣະອົງ. ເຖິງແນວໃດກໍ່ຕາມ, ຖ້າຫຼັກການທີ່ເຈົ້າກະທຳ ແລະ ທິດທາງທີ່ເຈົ້າເຮັດສິ່ງຕ່າງໆ ແລະ ປະພຶດຕົນເປັນຄົນບໍ່ປ່ຽນແປງ, ຖ້າເຈົ້າເປັນຄືກັນກັບຜູ້ທີ່ບໍ່ເຊື່ອ. ພຣະເຈົ້າຈະຮັບຮູ້ເຈົ້າວ່າເປັນຄົນໜຶ່ງທີ່ມີຄວາມເຊື່ອບໍ? ພຣະອົງຈະບໍ່ຮັບຮູ້. ພຣະອົງຈະເວົ້າວ່າ ເຈົ້າຍັງຍ່າງບົນເສັ້ນທາງຂອງຜູ້ທີ່ບໍ່ເຊື່ອ. ສະນັ້ນ, ບໍ່ວ່າເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າ ຫຼື ກຳລັງຮຽນຮູ້ຄວາມຮູ້ດ້ານວິຊາຊີບ, ເຈົ້າຕ້ອງຍຶດໝັ້ນໃນຫຼັກການໃນທຸກສິ່ງທີ່ເຈົ້າເຮັດ. ເຈົ້າຕ້ອງປະຕິບັດຕໍ່ທຸກສິ່ງທີເຈົ້າເຮັດໃຫ້ສອດຄ່ອງກັບຄວາມຈິງ ແລະ ປະຕິບັດໃຫ້ສອດຄ່ອງກັບຄວາມຈິງ. ເຈົ້າຕ້ອງໃຊ້ຄວາມຈິງເພື່ອແກ້ໄຂບັນຫາ, ແກ້ໄຂນິໄສອັນເສື່ອມຊາມທີ່ໄດ້ຖືກເປີດເຜີຍໃນຕົວເຈົ້າ ແລະ ແກ້ໄຂວິທີການ ແລະ ຄວາມຄິດທີ່ຜິດພາດຂອງເຈົ້າ. ເຈົ້າຕ້ອງເອົາຊະນະສິ່ງເຫຼົ່ານີ້ຢ່າງຕໍ່ເນື່ອງ. ອີກຢ່າງໜຶ່ງ, ເຈົ້າຕ້ອງກວດສອບຕົນເອງ. ເມື່ອເຈົ້າໄດ້ເຮັດແບບນັ້ນແລ້ວ, ຖ້າເຈົ້າຄົ້ນພົບນິໄສອັນເສື່ອມຊາມ, ເຈົ້າກໍຕ້ອງແກ້ໄຂມັນ, ປາບມັນ ແລະ ປະຖິ້ມມັນ. ເມື່ອເຈົ້າໄດ້ແກ້ໄຂບັນຫາເຫຼົ່ານີ້, ເມື່ອເຈົ້າບໍ່ເຮັດສິ່ງຕ່າງໆຕາມນິໄສອັນເສື່ອມຊາມຂອງເຈົ້າອີກຕໍ່ໄປ ແລະ ເມື່ອເຈົ້າສາມາດປະຖິ້ມແຮງຈູງໃຈ ແລະ ຜົນປະໂຫຍດຂອງເຈົ້າ ແລ້ວປະຕິບັດຕາມຫຼັກການຢ່າງແທ້ຈິງ, ເມື່ອນັ້ນເຈົ້າຈິ່ງຈະເຮັດໃນສິ່ງທີ່ຜູ້ຕິດຕາມພຣະເຈົ້າຢ່າງແທ້ຈິງຕ້ອງເຮັດ” (ຄັດຈາກບົດ “ໂດຍການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດເຂົ້າສູ່ຄວມເປັນຈິງ-ຄວາມເປັນຈິງໄດ້” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ເຈົ້າຕ້ອງໃຊ້ແກ່ນແທ້ ແລະ ປະເດັນຫຼັກໃນຄວາມຮູ້ດ້ານວິຊາຊີບນັ້ນ, ສິ່ງທີ່ຄົນອື່ນບໍ່ເຂົ້າໃຈ ຫຼື ຮັບຮູ້ ແລະ ບອກພວກມັນໃຫ້ແກ່ຄົນອື່ນ ເພື່ອໃຫ້ພວກເຂົາທຸກຄົນນຳເອົາຈຸດແຂງຂອງຕົນມາໃຊ້ ແລະ ຫຼັງຈາກນັ້ນກໍ່ຄົ້ນພົບສິ່ງຕ່າງໆທີ່ຫຼາກຫຼາຍ, ເລິກເຊິ່ງ ແລະ ບັນລຸນິຕິພາວະຫຼາຍຂຶ້ນ. ຖ້າເຈົ້າປະກອບສ່ວນໃນທຸກສິ່ງເຫຼົ່ານີ້, ພວກມັນຈະເປັນປະໂຫຍດແກ່ຜູ້ຄົນທີ່ກຳລັງປະຕິບັດໜ້າທີ່ນີ້ຢູ່ ພ້ອມທັງພາລະກິດໃນເຮືອນຂອງພຣະເຈົ້າ... ເມື່ອຄົນສ່ວນໃຫຍ່ຖືກແນະນຳໃຫ້ຮູ້ບາງດ້ານທີ່ສະເພາະໃນຄວາມຮູ້ດ້ານວິຊາຊີບ, ພວກເຂົາສາມາດເຂົ້າໃຈພຽງແຕ່ຄວາມໝາຍຕາມຕົວອັກສອນຂອງມັນເທົ່ານັ້ນ, ໃນຂະນະທີ່ພາກສ່ວນທີ່ກ່ຽວຂ້ອງກັບປະເດັນຫຼັກ ແລະ ເນື້ອແທ້ແມ່ນໃຊ້ການປະຕິບັດເປັນໄລຍະເວລາໜຶ່ງກ່ອນທີ່ຜູ້ຄົນຈະເຂົ້າໃຈມັນໄດ້. ຖ້າເຈົ້າເຂົ້າໃຈປະເດັນປີກຍ່ອຍເຫຼົ່ານີ້ແລ້ວ, ເຈົ້າກໍ່ຄວນບອກພວກເຂົາໂດຍກົງ; ຢ່າເຮັດໃຫ້ພວກເຂົາໃຊ້ເສັ້ນທາງທີ່ອ້ອມໄປອ້ອມມາເຊັ່ນນັ້ນ ແລະ ໃຊ້ເວລາຫຼາຍເພື່ອໄປຮອດທີ່ນັ້ນ. ນີ້ແມ່ນຄວາມຮັບຜິດຊອບຂອງເຈົ້າ; ມັນແມ່ນສິ່ງທີ່ເຈົ້າຄວນເຮັດ. ຖ້າເຈົ້າບອກພວກເຂົາສິ່ງທີ່ເຈົ້າເຊື່ອວ່າເປັນປະເດັນຫຼັກ ແລະ ແກ່ນແທ້ເທົ່ານັ້ນ ເຈົ້າຈຶ່ງຈະບໍ່ເກັບກັກສິ່ງໃດໄວ້ ແລະ ເມື່ອນັ້ນເອງ ເຈົ້າຈຶ່ງຈະບໍ່ເຫັນແກ່ຕົວ” (ຄັດຈາກບົດ “ໂດຍການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດເຂົ້າສູ່ຄວມເປັນຈິງ-ຄວາມເປັນຈິງໄດ້” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຈາກພຣະທຳຂອງພຣະເຈົ້າ, ຂ້ອຍໄດ້ຮູ້ວ່າຂ້ອຍຈຳເປັນຕ້ອງເອົາໃຈໃສ່ໃນການໄຕ່ຕອງກ່ຽວກັບຕົນເອງໃນໜ້າທີ່ຂອງຂ້ອຍ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂອຸປະນິໄສແບບຊາຕານຂອງຂ້ອຍ. ຂ້ອຍຈຳເປັນຕ້ອງປະຖິ້ມຄວາມຄິດ ແລະ ແນວຄິດທີ່ບໍ່ຖືກຕ້ອງຂອງຂ້ອຍ ແລະ ສາມາດເຮັດວຽກຢ່າງເປັນໜຶ່ງດຽວກັນກັບອ້າຍເອື້ອຍນ້ອງໃນໜ້າທີ່ຂອງຂ້ອຍ. ຂ້ອຍຮູ້ວ່າພວກເຮົາທຸກຄົນຂາດຫຼາຍຢ່າງ, ບໍ່ວ່າຈະຢູ່ໃນຄວາມຈິງ ຫຼື ໃນວຽກງານຂອງພວກເຮົາ, ສະນັ້ນ ອ້າຍເອື້ອຍນ້ອງຈຳເປັນຕ້ອງຊ່ວຍເຫຼືອ ແລະ ສະໜັບສະໜູນກັນໃນໜ້າທີ່ຂອງພວກເຂົາ ແລະ ໂອ້ລົມກັນກ່ຽວກັບສິ່ງທີ່ພວກເຂົາເຂົ້າໃຈໂດຍບໍ່ຖ່ວງດຶງຫຍັງ. ໂດຍການທົດແທນຂໍ້ບົກຜ່ອງຂອງແຕ່ລະຄົນໃນລັກສະນະນີ້, ພວກເຮົາຍິ່ງມີແນວໂນ້ມໜ້ອຍທີ່ຈະໃຊ້ທາງອ້ອມ. ໃນຄວາມເປັນຈິງແລ້ວ, ການທີ່ຂ້ອຍມີທັກສະຫຼາຍກວ່າອ້າຍຊາງໜ້ອຍໜຶ່ງກໍເປັນຍ້ອນຄວາມກະລຸນາຂອງພຣະເຈົ້າທັງສິ້ນ. ຂ້ອຍຄວນຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ, ປະຖິ້ມຄວາມເຫັນແກ່ຕົວຂອງຂ້ອຍເອງ ແລະ ສອນລາວກ່ຽວກັບທຸກສິ່ງທີ່ຂ້ອຍຮູ້ ເພື່ອວ່າລາວຈະສາມາດປະຕິບັດໜ້າທີ່ຂອງລາວໄດ້ເປັນຢ່າງດີໃຫ້ໄວເທົ່າທີ່ເປັນໄປໄດ້. ມີແຕ່ສິ່ງນັ້ນເທົ່ານັ້ນຈຶ່ງຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ທັນທີທີ່ຂ້ອຍຮູ້ເຖິງສິ່ງນັ້ນ, ຂ້ອຍຟ້າວມາຢູ່ຕໍ່ໜ້າພຣະເຈົ້າດ້ວຍການອະທິຖານ, ເຕັມໃຈທີ່ຈະປະຖິ້ມຄວາມຄິດທີ່ບໍ່ຖືກຕ້ອງຂອງຂ້ອຍເອງ ແລະ ບໍ່ດຳລົງຊີວິດຢູ່ໂດຍອຸປະນິໄສແບບຊາຕານຂອງຂ້ອຍອີກຕໍ່ໄປ. ຕໍ່ມາ ຂ້ອຍຊອກຫາອ້າຍຊາງເພື່ອລົມກັບລາວຢ່າງກົງໄປກົງມາກ່ຽວກັບສະພາວະທີ່ຂ້ອຍຕົກຢູ່ ແລະ ໄຈ້ແຍກອຸປະນິໄສແບບຊາຕານເຫຼົ່ານີ້ຂອງຂ້ອຍ. ຂ້ອຍຍັງໄດ້ແບ່ງປັນຈຸດທີ່ສຳຄັນໃນທັກສະນທີ່ຂ້ອຍມີກັບລາວ. ເມື່ອຂ້ອຍເລີ່ມປະຕິບັດໃນລັກສະນະນີ້, ຂ້ອຍຮູ້ສຶກສະບາຍໃຈຫຼາຍຂຶ້ນ ແລະ ບັນຫາສຸຂະພາບກໍດີຂຶ້ນ ກ່ອນທີ່ຂ້ອຍຈະຮູ້ຕົວ.

ຂ້ອຍຄິດວ່າ ຫຼັງຈາກທີ່ໄດ້ຜ່ານສິ່ງນັ້ນມາ, ຂ້ອຍກໍປ່ຽນແປງແລ້ວ, ແຕ່ອຸປະນິໄສເຫຼົ່ານີ້ຂອງຊາຕານໄດ້ຝັງເລິກຫຼາຍແທ້ໆ. ທັນທີ່ໆສະພາບການທີ່ຖືກຕ້ອງໄດ້ປາກົດຂຶ້ນມາ, ຂ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກປ່ອຍໃຫ້ພິດເຫຼົ່ານີ້ປາກົດອີກຄັ້ງ.

ໃນເດືອນມີນາຂອງປີ 2019, ອ້າຍຊາງ ແລະ ຂ້ອຍຖືກເລືອກໃຫ້ເປັນຜູ້ນໍາຄຣິສຕະຈັກໃນເວລາດຽວກັນ. ໃນຕອນທຳອິດ, ພວກເຮົາເຮັດວຽກຮ່ວມກັນໄດ້ເປັນຢ່າງດີ. ບໍ່ວ່າມັນຈະເປັນບັນຫາພາຍໃນຄຣິສຕະຈັກ ຫຼື ຄວາມຫຍຸ້ງຍາກທີ່ພວກເຮົາຜະເຊີນ, ພວກເຮົາກໍສາມາດສະແຫວງຫາຄວາມຈິງຮ່ວມກັນເພື່ອແກ້ໄຂມັນ. ແຕ່ຫຼັງຈາກນັ້ນ ມື້ໜຶ່ງ ຂ້ອຍໄດ້ຍິນຄົນໜຶ່ງໃນຄຣິສຕະຈັກເວົ້າວ່າ “ການໂອ້ລົມຂອງອ້າຍຊາງກ່ຽວກັບຄວາມຈິງເປັນຈິງພໍສົມຄວນ ແລະ ລາວຮັບຜິດຊອບໃນໜ້າທີ່ຂອງລາວແທ້ໆ”. ການໄດ້ຍິນແບບນີ້ເຮັດໃຫ້ຂ້ອຍວຸ້ນວາຍຢູ່ພາຍໃນ ແລະ ຂ້ອຍຄິດວ່າ “ຖ້າອ້າຍຊາງເຮັດໄດ້ດີກວ່າຂ້ອຍ, ນັ້ນຈະບໍ່ເປັນຕາອັບອາຍບໍ?” ໃນການສົນທະນາທັງໝົດໃນວຽກງານຂອງພວກເຮົາຫຼັງຈາກນັ້ນ, ຂ້ອຍກໍພຽງແຕ່ຊີ້ໃຫ້ເຫັນເຖິງຂໍ້ຜິດພາດ ແລະ ຂໍ້ບົກຜ່ອງ ແລະ ເກັບເສັ້ນທາງແຫ່ງການປະຕິບັດເພື່ອແກ້ໄຂພວກມັນດ້ວຍຕົນເອງ. ບາງຄັ້ງ ເມື່ອລາວມາຫາຂ້ອຍເພື່ອສະແຫວງຫາ, ຂ້ອຍກໍຈະກັດແຂ້ວຂອງຂ້ອຍ ແລະ ມອບສິ່ງທີ່ບໍ່ສໍາຄັນໃຫ້ລາວໜ້ອຍໜຶ່ງ, ຢ້ານວ່າຖ້າລາວເຂົ້າໃຈຫຼາຍເກີນໄປ, ລາວພຽງແຕ່ຈະໄປແກ້ໄຂບັນຫາໂດຍບໍ່ໃຫ້ຂ້ອຍໄດ້ສະແດງອອກ. ຂ້ອຍຈື່ໄດ້ວ່າມື້ຄັ້ງໜຶ່ງທີ່ລາວກຳລັງຈະໄປໃຫ້ຄວາມຊ່ວຍເຫຼືອແກ່ອ້າຍເອື້ອຍນ້ອງສອງສາມຄົນທີ່ກຳລັງປະສົບກັບຄວາມອ່ອນແອ. ລາວຢ້ານລາວ ຖ້າບໍ່ມີການໂອ້ລົມປະເພດທີ່ຖືກຕ້ອງ ມັນຈະບໍ່ເກີດຜົນຫຍັງ, ສະນັ້ນ ລາວຈຶ່ງມາປຶກສາກັບຂ້ອຍກ່ຽວກັບຄວາມຈິງທີ່ດີທີ່ສຸດທີ່ຈິຕ້ອງເອົາໃຈໃສ່. ແຕ່ການພິຈາລະນາຂອງຂ້ອຍໃນເວລານັ້ນກໍຄື: ຖ້າຂ້ອຍບອກລາວທຸກສິ່ງທີ່ຂ້ອຍຮູ້ ແລະ ລາວໄປ ແລະ ຈັດການກັບບັນຫາດັ່ງກ່າວ, ອ້າຍເອື້ອຍນ້ອງຈະເຄົາລົບລາວຢ່າງແນ່ນອນ ແລະ ຫຼັງຈາກນັ້ນ ຂ້ອຍຈະແບ່ງປັນຫຍັງໃນການໂອ້ລົມຄັ້ງຖັດໄປ? ນັ້ນຈະບໍ່ເຮັດໃຫ້ລາວເບິ່ງດີກວ່າຂ້ອຍບໍ? ສະນັ້ນ ໃນເວລານັ້ນ ຂ້ອຍຈຶ່ງຄິດວ່າ “ບໍ່, ຂ້ອຍຕ້ອງຮັກສາບາງສິ່ງໄວ້ໃຫ້ກັບຕົນເອງ ເພື່ອໂອ້ລົມໃນຄັ້ງຖັດໄປ, ເພື່ອວ່າພວກເຂົາຈະສາມາດເຫັນວ່າຂ້ອຍເປັນຄົນທີ່ມີຄວາມສາມາດຫຼາຍກວ່າໃນການແກ້ໄຂບັນຫາ”. ຂ້ອຍພຽງແຕ່ໃຫ້ພາບລວມໂດຍສັງເຂບແກ່ອ້າຍຊາງ ແຕ່ບໍ່ໄດ້ກ່າວເຖິງລາຍລະອຽດໃດເລີຍ ຫຼື ແມ່ນຫຍັງກໍຕາມທີ່ສຳຄັນແທ້ໆ. ຍ້ອນຂ້ອຍກຳລັງມີຄວາມເຫັນແກ່ຕົວຂອງຂ້ອຍເອງ ແລະ ບໍ່ຕ້ອງການແບ່ງປັນທຸກສິ່ງທີ່ຂ້ອຍຮູ້ກັບລາວ, ຂ້ອຍຈຶ່ງຕັ້ງໃຈຫຼົບຫຼີກອ້າຍຊາງໃນການເຮັດວຽກງານຮ່ວມກັນຂອງພວກເຮົາ ແລະ ພວກເຮົາໃຊ້ເວລາໃນການສົນທະນາກ່ຽວກັບສິ່ງຕ່າງໆນໍາກັນໜ້ອຍກວ່າທີ່ພວກເຮົາເຄີຍເຮັດ. ບາງເທື່ອ ຂ້ອຍຮູ້ສຶກຜິດແທ້ໆ ແລະ ຄິດກັບຕົນເອງວ່າ “ໃນການເຮັດໜ້າທີ່ຂອງຂ້ອຍໃນລັກສະນະນີ້, ຂ້ອຍບໍ່ໄດ້ກຳລັງເຮັດວຽກຢ່າງກົມກຽວກັບອ້າຍຂອງຂ້ອຍ ແລະ ມັນບໍ່ແມ່ນສິ່ງທີ່ພຣະເຈົ້າຈະປິຕິຍິນດີ”. ແຕ່ຫຼັງຈາກນ້ນ ຂ້ອຍກໍຄິດວ່າ “ຖ້າລາວເກັ່ງກວ່າຂ້ອຍ, ທຸກຄົນກໍຈະເຄົາລົບຫຼາຍ”, ສະນັ້ນ ຂ້ອຍຈຶ່ງບໍ່ຕ້ອງການປະຕິບັດຄວາມຈິງອີກຕໍ່ໄປ. ຂ້ອຍຢູ່ໃນສະພາວະຫຍໍ້ທໍ້ດັ່ງກ່າວຢູ່ສະເໝີໃນຊ່ວງເວລານັ້ນ ແລະ ອຸປະນິໄສທີ່ຊອບທຳຂອງພຣະເຈົ້າກໍມາຫາຂ້ອຍ. ຄວາມຄິດຂອງຂ້ອຍວຸ້ນວາຍຢູ່ສະເໝີ. ການໂອ້ລົມຂອງຂ້ອຍໃນການເຕົ້າໂຮມຂາດແສງສະຫວ່າງ ແລະ ຂ້ອຍບໍ່ໄດ້ບັນລຸຫຍັງໃນໜ້າທີ່ຂອງຂ້ອຍ ແລະ ຂ້ອຍເລີ່ມນອນຫຼັບໄວແທ້ໆໃນທຸກໆຄືນ. ຂ້ອຍຍັງຮູ້ສຶກບໍ່ສະບາຍໃຈຫຼາຍຂຶ້ນເລື້ອຍໆ. ໃນຈຸດນັ້ນ ຂ້ອຍຮູ້ວ່າພຣະເຈົ້າໄດ້ຈາກຂ້ອຍໄປ ແລະ ຫຼັງຈາກນັ້ນ ຂ້ອຍກໍເລີ່ມຢ້ານ. ຂ້ອຍຟ້າວມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານ. “ໂອ ພຣະເຈົ້າ, ຂ້ານ້ອຍເຫັນແກ່ຕົວ ແລະ ເປັນຕາລັງກຽດເກີນໄປ. ຂ້ານ້ອຍຮູ້ວ່າສິ່ງນີ້ຈະເຮັດໃຫ້ພຣະອົງລັງກຽດ, ແຕ່ຂ້ານ້ອຍບໍ່ສາມາດຊ່ວຍເຫຼືອຕົວເອງໄດ້. ຂ້ານ້ອຍບໍ່ສາມາດເອົາຕົນເອງອອກຈາກສິ່ງເຫຼົ່ານັ້ນໄດ້. ພຣະເຈົ້າ, ກະລຸນາສ່ອງແສງໃຫ້ແກ່ຂ້ານ້ອຍ ເພື່ອວ່າຂ້ານ້ອຍອາດມາເຂົ້າໃຈເຖິງທຳມະຊາດ ແລະ ແກ່ນແທ້ຂອງຂ້ານ້ອຍເອງໄດ້ຢ່າງແທ້ຈິງຍິ່ງຂຶ້ນ”.

ຫຼັງຈາກຄຳອະທິຖານຂອງຂ້ອຍ, ຂ້ອຍໄດ້ອ່ານຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າທີ່ວ່າ: “ຈົນກວ່າຜູ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ຮັບເອົາຄວາມຈິງ, ມັນຄືທຳມະຊາດຂອງຊາຕານທີ່ເຂົ້າຄວບຄຸມ ແລະ ມີອຳນາດເໜືອພວກເຂົາຈາກພາຍໃນ. ໂດຍສະເພາະແລ້ວ ທຳມະຊາດນັ້ນນໍາໄປສູ່ຫຍັງ? ຕົວຢ່າງເຊັ່ນ: ເປັນຫຍັງເຈົ້າຈຶ່ງເຫັນແກ່ຕົວ? ເປັນຫຍັງເຈົ້າຈຶ່ງປົກປ້ອງຕໍາແໜ່ງຂອງເຈົ້າເອງ? ເປັນຫຍັງເຈົ້າຈິ່ງມີຄວາມຮູ້ສຶກທີ່ແຮງກ້າເຊັ່ນນັ້ນ? ເປັນຫຍັງເຈົ້າຈຶ່ງເພີດເພີນກັບສິ່ງທີ່ບໍ່ຊອບທຳເຫຼົ່ານັ້ນ? ເປັນຫຍັງເຈົ້າຈຶ່ງມັກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນ? ແມ່ນຫຍັງຄືພື້ນຖານທີ່ເຈົ້າມັກສິ່ງດັ່ງກ່າວ? ສິ່ງເຫຼົ່ານີ້ມາຈາກໃສ? ເປັນຫຍັງເຈົ້າຈຶ່ງມີຄວາມສຸກທີ່ຈະຍອມຮັບເອົາພວກມັນ? ຮອດຕອນນີ້, ພວກເຈົ້າກໍໄດ້ມາເຂົ້າໃຈທັງໝົດວ່າ ເຫດຜົນຫຼັກໆທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ກໍຄືມີພິດຂອງຊາຕານຢຸ່ພາຍໃນຕົວພວກເຈົ້າ. ແຕ່ສຳລັບພິດຂອງຊາຕານແມ່ນຫຍັງນັ້ນ, ມັນສາມາດຖືກສະແດງອອກດ້ວຍຄຳເວົ້າຢ່າງສົມບູນ. ຕົວຢ່າງເຊັ່ນ: ຖ້າເຈົ້າຖາມວ່າ ‘ຜູ້ຄົນຄວນດໍາລົງຊີວິດແບບໃດ? ຜູ້ຄົນຄວນດໍາລົງຊີວິເພື່ອຫຍັງ’ ຜູ້ຄົນຈະຕອບວ່າ ‘ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’. ວະລີໜຶ່ງຢ່າງນີ້ສຳແດງເຖິງຮາກແທ້ຂອງບັນຫາ. ປັດຊະຍາຂອງຊາຕານໄດ້ກາຍມາເປັນຊີວິດຂອງຜູ້ຄົນ. ບໍ່ວ່າຜູ້ຄົນຈະສະແຫວງຫາຫຍັງກໍ່ຕາມ, ພວກເຂົາກໍ່ເຮັດມັນເພື່ອຕົນເອງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງດໍາລົງຊີວິດເພື່ອຕົນເອງເທົ່ານັ້ນ. ‘ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’, ນີ້ແມ່ນຊີວິດ ແລະ ປັດຊະຍາຂອງມະນຸດ ແລະ ມັນຍັງເປັນຕົວແທນໃຫ້ແກ່ທຳມະຊາດຂອງມະນຸດ. ຄຳເວົ້າເຫຼົ່ານີ້ຂອງຊາຕານແມ່ນພິດຂອງຊາຕານແທ້ໆ ແລະ ເມື່ອຜູ້ຄົນໄດ້ຊຶມຊັບມັນ, ມັນກໍກາຍມາເປັນທຳມະຊາດຂອງພວກເຂົາ. ທຳມະຊາດຂອງຊາຕານແມ່ນຖືກເປີດໂປງຜ່ານຄຳເວົ້າເຫຼົ່ານີ້; ພວກມັນເປັນຕົວແທນໃຫ້ກັບທຳມະຊາດນັ້ນຢ່າງສົມບູນ. ພິດນີ້ໄດ້ກາຍມາເປັນຊີວິດຂອງຜູ້ຄົນ ພ້ອມທັງເປັນພື້ນຖານການເປັນຢູ່ຂອງພວກເຂົາ ແລະ ມະນຸດຊາດທີ່ເສື່ອມຊາມໄດ້ຖືກຄອບງວໍາໂດຍພິດນີ້ຢ່າງສະໝໍ່າສະເໝີເປັນເວລາຫຼາຍພັນປີ” (ຄັດຈາກບົດ “ວິທີຍ່າງໃນເສັ້ນທາງຂອງເປໂຕ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ການອ່ານພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນວ່າຂ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກປະພຶດຢ່າງເຫັນແກ່ຕົວ ແລະ ເປັນຕາກຽດຊັງ ເພາະພິດ ແລະ ປັດຊະຍາຂອງຊາຕານ ເຊັ່ນ: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ” ໄດ້ກາຍມາເປັນທຳມະຊາດຂອງຂ້ອຍແທ້ໆ. ຂ້ອຍຖືວ່າພວກມັນເປັນສິ່ງທີ່ດີ, ເປັນກົດລະບຽບໃຫ້ດຳລົງຊີວິດຕາມ, ຄິດວ່ານັ້ນຄືວິທີການທີ່ຜູ້ຄົນຄວນໃຊ້ຊີວິດ, ມັນເປັນວິທີດຽວທີ່ຈະປົກປ້ອງຕົນເອງ. ຜົນຕາມມາກໍຄື ຂ້ອຍເລີ່ມເຫັນແກ່ຕົວ ແລະ ເປັນຕາລັງກຽດຂຶ້ນເລື້ອຍໆ ໂດຍຄິດຫາແຕ່ຕົນເອງເທົ່ານັ້ນ. ຂ້ອຍຢ້ານຢູ່ສະເໝີວ່າອ້າຍຊາງຈະດີກວ່າຂ້ອຍໃນໜ້າທີ່ໆພວກເຮົາປະຕິບັດຮ່ວມກັນ, ສະນັ້ນ ເມື່ອໃດກໍຕາມທີ່ພວກເຮົາລົມກັນກ່ຽວກັບວຽກ, ຂ້ອຍກໍພຽງແຕ່ເວົ້າບິດເບືອນສິ່ງຕ່າງໆ, ເຮັດໃຫ້ໜ້ອຍເທົ່າທີ່ເຮັດໄດ້ ໂດຍບໍ່ແບ່ງປັນທຸກສິ່ງທີ່ຂ້ອຍຮູ້. ເມື່ອອ້າຍຊາງພົບກັບບັນຫາໃນໜ້າທີ່ຂອງລາວ ແລະ ມາຫາຂ້ອຍເພື່ອສະແຫວງຫາ, ມັນບໍ່ແມ່ນວຽກງານໃນເຮືອນຂອງພຣະເຈົ້າທີ່ເປັນເລື່ອງທີ່ຂ້ອຍສົນ, ແຕ່ມັນຄື ຖ້າຂ້ອຍສອນລາວທຸກສິ່ງ, ຂ້ອຍຈະບໍ່ມີໂອກາດໃຫ້ສ່ອງປະກາຍໃນຄຣິສຕະຈັກ. ແມ່ນແຕ່ໃນເວລາທີ່ຂ້ອຍຮູ້ເປັນຢ່າງດີວ່າ ມັນບໍ່ແມ່ນວິທີການທີ່ຖືກຕ້ອງ, ຂ້ອຍກໍຍັງບໍ່ຕ້ອງການຊ່ວຍເຫຼືອລາວ. ຂ້ອຍສາມາດເຫັນໄດ້ວ່າຂ້ອຍບໍ່ໄດ້ເຮັດໜ້າທີ່ຂອງຂ້ອຍໂດຍຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ຫຼື ສະໜັບສະໜູນວຽກງານໃນເຮືອນຂອງພຣະເຈົ້າ, ແຕ່ຂ້ອຍກຳລັງເຮັດມັນໂດຍສະແຫວງຫາຊື່ສຽງ ແລະ ສະຖານະສ່ວນຕົວ. ຂ້ອຍເຫັນແກ່ຕົວ ແລະ ມີເລ່ຫຼ່ຽມຢ່າງບໍ່ເປັນຕາເຊື່ອແທ້ໆ. ໂດຍການອາໄສພິດຂອງຊາຕານໃນໜ້າທີ່ຂອງຂ້ອຍ, ຂ້ອຍຈະສາມາດຮັບເອົາການຊີ້ນໍາ ແລະ ພອນຂອງພຣະເຈົ້າໄດ້ແນວໃດ? ຂ້ອຍຄິດວ່າໂດຍການບໍ່ສອນສິ່ງທີ່ຂ້ອຍຮູ້ໃຫ້ກັບຄົນໃດໜຶ່ງ, ຂ້ອຍຈະສາມາດເກັ່ງທີ່ສຸດໃນຄຣິສຕະຈັກ ແລະ ທຸກຄົນຈະເຄົາລົບນັບຖື, ແຕ່ໃນຄວາມເປັນຈິງແລ້ວ ມັນກັບກາຍເປັນວ່າຍິ່ງຂ້ອຍເກັບໄວ້ຫຼາຍສໍ່າໃດ, ວິນຍານຂອງຂ້ອຍຍິ່ງມືດມົວສໍ່ານັ້ນ ແລະ ຂ້ອຍຍິ່ງບໍ່ມີການຊີ້ນໍາຂອງພຣະເຈົ້າຫຼາຍສໍ່ານັ້ນ. ມັນໄປເຖິງຈຸດທີ່ຂ້ອຍບໍ່ສາມາດແມ່ນແຕ່ຈະເຮັດສິ່ງທີ່ຂ້ອຍສາມາດເຮັດໄດ້ໃນເມື່ອກ່ອນ. ຫຼັງຈາກນັ້ນ, ພຣະທຳເຫຼົ່ານີ້ຈາກພຣະເຢຊູເຈົ້າກໍປາກົດເຂົ້າມາໃນຄວາມຄິດ: “ດ້ວຍວ່າຜູ້ໃດກໍ່ຕາມທີ່ມີຢູ່ແລ້ວ ເຂົາຈະໄດ້ຮັບຕື່ມອີກ ແລະ ເຂົາຈະມີຄວາມອຸດົມສົມບູນຫຼາຍຂຶ້ນ; ແຕ່ຜູ້ໃດກໍ່ຕາມທີ່ບໍ່ມີ, ແມ່ນແຕ່ສິ່ງທີ່ເຂົາມີກໍ່ຈະຖືກນໍາໄປຈາກເຂົາ” (ມັດທາຍ 13:12). ການຜ່ານປະສົບການນັ້ນເຮັດໃຫ້ຂ້ອຍຊື່ນຊົມໃນອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງແທ້ຈິງ. ເມື່ອຂ້ອຍຄິດກ່ຽວກັບມັນເພີ່ມ, ຂ້ອຍກໍເຫັນວ່າການທີ່ສາມາດເຫັນເຖິງບັນຫາບາງຢ່າງໃນໜ້າທີ່ຂອງຂ້ອຍແມ່ນລ້ວນແລ້ວແຕ່ເປັນຍ້ອນການຊີ້ນໍາ ແລະ ການສ່ອງແສງຂອງພຣະເຈົ້າ ແລະ ຫາກປາສະຈາກການຊີ້ນໍາຈາກພຣະທຳຂອງພຣະເຈົ້າ, ຂ້ອຍກໍຈະຕາບອດ, ບໍ່ສາມາດເຂົ້າໃຈແມ່ນຫຍັງເລີຍ ແລະ ບໍ່ສາມາດແກ້ໄຂບັນຫາໃດເລີຍ. ແຕ່ຂ້ອຍຂາດການຮູ້ຈັກຕົນເອງຢ່າງສິ້ນເຊີງ ແລະ ຂ້ອຍເຂົ້າໃຈຜິດຢ່າງໄຮ້ຢາງອາຍວ່າແສງສະຫວ່າງຂອງພຣະວິນຍານບໍລິສຸດເປັນຄວາມສາມາດຂອງຂ້ອຍເອງ. ຂ້ອຍບໍ່ແມ່ນກຳລັງລັກສະຫງ່າລາສີຂອງພຣະເຈົ້າຈາກພຣະອົງບໍ? ພຣະເຈົ້າສາມາດເບິ່ງເຂົ້າໄປໃນຫົວໃຈ ແລະ ຄວາມຄິດຂອງຜູ້ຄົນ. ຂ້ອຍຮູ້ວ່າຖ້າຂ້ອຍສືບຕໍ່ເປັນຄົນເຫັນແກ່ຕົວ ແລະ ເປັນຕາລັງກຽດ, ຂ້ອຍຈະຖືກປະນາມ ແລະ ຖືກກຳຈັດໂດຍພຣະເຈົ້າຢ່າງແນ່ນອນ. ເມື່ອຄິດເຊັ່ນນັ້ນ, ຂ້ອຍກໍເລີ່ມມາຢູ່ຕໍ່ໜ້າພຣະເຈົ້າຢ່າງໄວວາເພື່ອອະທິຖານ ໂດຍເວົ້າວ່າ “ພຣະເຈົ້າ, ຂ້ານ້ອຍຈະບໍ່ສະແຫວງຫາຕົນເອງ ແລະ ເປັນຕາລັງກຽດແບບນັ້ນໃນໜ້າທີ່ຂອງຂ້ານ້ອຍອີກຕໍ່ໄປ. ຂ້ານ້ອຍຕ້ອງການເຮັດວຽກຮ່ວມກັບອ້າຍຊາງເປັນຢ່າງດີແທ້ໆ ແລະ ເຮັດໜ້າທີ່ຂອງຂ້ານ້ອຍໃຫ້ໄດ້ດີ”.

ຫຼັງຈາກນັ້ນ, ຂ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າທີ່ວ່າ: “ຢ່າເຮັດສິ່ງຕ່າງໆເພື່ອຕົວເຈົ້າເອງຢູ່ສະເໝີ ແລະ ຢ່າພິຈາລະນາເຖິງຜົນປະໂຫຍດຂອງເຈົ້າເອງຢ່າງສະໝໍ່າສະເໝີ; ຢ່າຄຳນຶງເຖິງສະຖານະ, ກຽດຕິຍົດ ຫຼື ຊື່ສຽງຂອງເຈົ້າເອງ. ຢ່າພິຈາລະນາເຖິງຜົນປະໂຫຍດຂອງມະນຸດອີກດ້ວຍ! ກ່ອນອື່ນໝົດ ເຈົ້າຕ້ອງຄຳນຶງເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ເຮັດໃຫ້ຜົນປະໂຫຍດເຫຼົ່ານັ້ນເປັນບູລິມະສິດທຳອິດຂອງເຈົ້າ. ເຈົ້າຄວນຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ເລີ່ມຕົ້ນໂດຍການຕຶກຕອງວ່າເຈົ້າບໍ່ບໍລິສຸດໃນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່, ເຈົ້າໄດ້ເຮັດສຸດຄວາມສາມາດຂອງເຈົ້າເພື່ອຈົງຮັກພັກດີ ຫຼື ບໍ່, ເຮັດສຸດຄວາມສາມາດຂອງເຈົ້າເພື່ອປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ມອບທັງໝົດຂອງເຈົ້າແລ້ວ ຫຼື ບໍ່, ພ້ອມທັງວ່າເຈົ້າໄດ້ໃສ່ຄວາມຄິດຂອງເຈົ້າໃສ່ໜ້າທີ່ຂອງພຣະເຈົ້າ ແລະ ພາລະກິດໃນເຮືອນຂອງພຣະເຈົ້າຢ່າງໝົດຫົວໃຈ ຫຼື ບໍ່. ເຈົ້າຕ້ອງຄຳນຶງເຖິງສິ່ງເຫຼົ່ານີ້. ໃຫ້ຄິດກ່ຽວກັບພວກມັນຢູ່ເລື້ອຍໆ ແລະ ມັນຈະງ່າຍຂຶ້ນສຳລັບເຈົ້າໃນການປະຕິບັດໜ້າທີ່ຂອງເຈົ້າເປັນຢ່າງດີ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ເມື່ອເຈົ້າເປີດເຜີຍຕົວເອງວ່າເຫັນແກ່ຕົວ ແລະ ຍິ່ງຍະໂສ ແລະ ໄດ້ຕະໜັກເຖິງສິ່ງນີ້, ເຈົ້າຄວນສະແຫວງຫາຄວາມຈິງ: ຂ້ອຍຄວນເຮັດຫຍັງເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ? ຂ້ອຍຄວນປະຕິບັດແນວໃດເພື່ອໃຫ້ມັນເປັນປະໂຫຍດແກ່ທຸກຄົນ? ເຈົ້າຕ້ອງເລີ່ມດ້ວຍການປ່ອຍວາງຜົນປະໂຫຍດຂອງຕົວເຈົ້າເອງ, ຄ່ອຍໆປະຖິ້ມພວກມັນຕາມວຸດທິພາວະຂອງເຈົ້າເທື່ອລະໜ້ອຍ. ຫຼັງຈາກທີ່ເຈົ້າໄດ້ປະສົບກັບສິ່ງນີ້ສອງສາມຄັ້ງ, ເຈົ້າຈະໄດ້ປ່ອຍວາງພວກມັນຢ່າງສົມບູນ ແລະ ເມື່ອເຈົ້າເຮັດເຊັ່ນນັ້ນ, ເຈົ້າຈະຮູ້ສຶກໝັ້ນຄົງ ແລະ ໃນຖານະມະນຸດຄົນໜຶ່ງ, ເຈົ້າຄວນມີຈິດສຳນຶກ ແລະ ເຫດຜົນວ່າເຈົ້າຄວນເປັນຄົນທີ່ບໍ່ເຫັນແກ່ຕົວແລະ ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ຜົນທີ່ໄດ້ຄືເຈົ້າຈະເປັນຄົນກົງໄປກົງມາ, ຊື່ກົງ. ການເຮັດທຸກຢ່າງເພື່ອເຮັດໃຫ້ພຣະເຈົ້າພໍໃຈເປັນສິ່ງທີ່ມີກຽດ ແລະ ນຳຄວາມໝາຍມາສູ່ຊີວິດ. ໃນການດຳລົງຊີວິດແບບນີ້ຢູ່ແຜ່ນດິນໂລກ, ເຈົ້າເປັນຄົນເປີດເຜີຍ ແລະ ຊື່ສັດ, ເຈົ້າເປັນຄົນແທ້, ເຈົ້າມີຈິດສຳນຶກທີ່ຊັດເຈນ ແລະ ຄູ່ຄວນກັບທຸກສິ່ງທີ່ພຣະເຈົ້າປະທານໃຫ້ແກ່ເຈົ້າ. ຍິ່ງເຈົ້າດຳລົງຊີວິດແບບນີ້ຫຼາຍສ່ຳໃດ, ເຈົ້າຍິ່ງຮູ້ສຶກໝັ້ນຄົງ ແລະ ສົດໃສຫຼາຍຂຶ້ນສ່ຳນັ້ນ. ເມື່ອເປັນເຊັ່ນນັ້ນ, ເຈົ້າຈະບໍ່ກ້າວໄປໃນເສັ້ນທາງທີ່ຖືກຕ້ອງບໍ?” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຫຼັງຈາກທີ່ໄດ້ອ່ານສິ່ງນີ້, ຂ້ອຍກໍເຂົ້າໃຈວ່າ ຖ້າຂ້ອຍຕ້ອງການເຮັດໜ້າທີ່ຂອງຂ້ອຍຢ່າງດີ, ຂ້ອຍຈຳເປັນຕ້ອງຄິດກ່ຽວກັບວິທີການສະໜັບສະໜູນວຽກງານໃນເຮືອນຂອງພຣະເຈົ້າກ່ອນ, ວິທີການທຸ້ມເທສຸດຄວາມສາມາດຂອງຂ້ອຍເຂົ້າໃນໜ້າທີ່ ແລະ ວິທີການເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງສຸດ. ຄວາມສົນໃຈຂອງພຣະເຈົ້າແມ່ນຢູ່ທີ່ທັດສະນະຄະຕິຂອງພວກເຮົາໃນໜ້າທີ່ຂອງພວກເຮົາ. ຄວາມຫວັງຂອງພຣະອົງຄືໃຫ້ພວກເຮົາໄດ້ຜະເຊີນໜ້າກັບພຣະອົງດ້ວຍຫົວໃຈທີ່ແທ້ຈິງ, ໃຫ້ພວກເຮົາໄດ້ທຸ້ມເທສຸດຄວາມສາມາດຂອງພວກເຮົາເຂົ້າໃນໜ້າທີ່ຂອງພວກເຮົາເປັນຢ່າງດີ ແລະ ໃຫ້ພວກເຮົາກາຍມາເປັນຄົນທີ່ມີຄວາມສຳນຶກ ແລະ ຄວາມເປັນມະນຸດ. ຫຼັງຈາກທີ່ຂ້ອຍໄດ້ເຂົ້າໃຈເຖິງຄວາມປະສົງຂອງພຣະອົງ, ຂ້ອຍກໍກ່າວຄຳອະທິຖານຫາພຣະອົງພາຍໃນຫົວໃຈຂອງຂ້ອຍ ໂດຍບອກພຣະອົງວ່າຂ້ອຍພ້ອມແລ້ວທີ່ຈະປະຖິ້ມຄວາມເຫັນແກ່ຕົວຂອງຂ້ອຍ ແລະ ຢຸດພິຈາລະນາຜົນປະໂຫຍດຂອງຂ້ອຍເອງ ແລະ ຂ້ອຍຈະພຽງແຕ່ເຮັດແມ່ນຫຍັງກໍຕາມທີ່ເປັນປະໂຫຍດຕໍ່ຄຣິສຕະຈັກ ແລະ ຊີວິດຂອງອ້າຍເອື້ອຍນ້ອງຂອງຂ້ອຍເທົ່ານັ້ນ. ຫຼັງຈາກນັ້ນ, ຂ້ອຍກໍໄປ ແລະ ລົມກັບອ້າຍຊາງ, ບອກໃຫ້ລາວຮູ້ກ່ຽວກັບແຮງຈູງໃຈທີ່ເຫັນແກ່ຕົວ, ເປັນຕາລັງກຽດ ແລະ ຫຼອກລວງຂອງຂ້ອຍ. ພວກເຮົາຍັງສະແຫວງຫາຄວາມຈິງຮ່ວມກັນກ່ຽວກັບບັນຫາ ແລະ ຂໍ້ບົກຜ່ອງໃນວຽກງານຂອງພວກເຮົາເພື່ອແກ້ໄຂພວກມັນ ແລະ ຂ້ອຍໄດ້ແບ່ງປັນການໂອ້ລົມກ່ຽວກັບທູກສິ່ງທີ່ຂ້ອຍຮູ້ ໂດຍບໍ່ສະຫງວນຫຍັງໄວ້. ເມື່ອຂ້ອຍປະຕິບັດໃນລັກສະນະນັ້ນ, ຂ້ອຍກໍປະສົບກັບຄວາມຮູ້ສຶກທີ່ສະຫງົບສຸກຫຼາຍ. ຂ້ອຍຮູ້ວ່າມັນອັດສະຈັນສໍ່າໃດທີ່ຈະເປັນຄົນປະເພດນັ້ນ, ເປີດໃຈ ແລະ ເປີດເຜີຍ. ສະພາວະຂອງຂ້ອຍດີຂຶ້ນເທື່ອລະໜ້ອຍ ແລະ ຂ້ອຍເລີ່ມເຫັນຜົນບາງຢ່າງໃນໜ້າທີ່ຂອງຂ້ອຍ. ເຖິງແມ່ນວ່າໃນບາງຄັ້ງ ຂ້ອຍຍັງມີຄວາມຄິດທີ່ເຫັນແກ່ຕົວ ແລະ ເປັນຕາລັງກຽດຂອງຂ້ອຍ, ຊ່ວງເວລາທີ່ຂ້ອຍຄິດກ່ຽວກັບວ່າສິ່ງນັ້ນເຮັດໃຫ້ພຣະເຈົ້າກຽດຊັງສໍ່າໃດ, ຂ້ອຍກໍມາຢູ່ຕໍ່ໜ້າພຣະເຈົ້າດ້ວຍຄຳອະທິຖານ, ປະຖິ້ມຄວາມຄິດທີ່ບໍ່ຖືກຕ້ອງຂອງຂ້ອຍ ແລະ ປາຖະໜາທີ່ຈະປະຕິບັດຕາມພຣະທຳຂອງພຣະເຈົ້າ.

ເມື່ອໄດ້ຜ່ານປະສົບການນັ້ນ, ຂ້ອຍກໍຮູ້ສຶກຢ່າງແທ້ຈິງວ່າ ການທີ່ໜ້າທີ່ຂອງພວກເຮົາອີງໃສ່ອຸປະນິໄສແບບຊາຕານ ແລະ ພິດຂອງຊາຕານ ແມ່ນພຽງແຕ່ສາມາດເຮັດໃຫ້ພວກເຮົາເຫັນແກ່ຕົວ, ເປັນຕາລັງກຽດ ແລະ ຮັບໃຊ້ຕົນເອງຫຼາຍຂຶ້ນເລື້ອຍໆ. ພວກເຮົາຈະສູນເສຍລັກສະນະທັງໝົດຂອງມະນຸດ, ບໍ່ພຽງແຕ່ເຮັດໃຫ້ຕົນເອງເຈັບປວດ ແຕ່ຍັງບໍ່ສາມາດເຮັດວຽກກັບຄົນອື່ນໄດ້ດີ. ອີກຢ່າງ, ມັນບໍ່ໄດ້ເຮັດຫຍັງ ນອກຈາກຄວາມເສຍຫາຍຕໍ່ວຽກງານໃນເຮືອນຂອງພຣະເຈົ້າ. ເມື່ອຂ້ອຍປະຕິບັດຄວາມຈິງດັ່ງຄົນຊື່ສັດຕາມພຣະທຳຂອງພຣະເຈົ້າ ແລະ ບໍ່ວາງແຜນອຸບາຍເພື່ອຜົນປະໂຫຍດຂອງຂ້ອຍເອງອີກຕໍ່ໄປ, ຂ້ອຍກໍມີແສງສະຫວ່າງ ແລະ ການຊີ້ນໍາຂອງພຣະວິນຍານບໍລິສຸດໃນໜ້າທີ່ຂອງຂ້ອຍ ແລະ ຂ້ອຍກໍຮູ້ສຶກສະຫງົບສຸກຢູ່ພາຍໃນ. ຂອບພຣະຄຸນພຣະເຈົ້າ! ມັນຄືການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ຂ້ອຍໄດ້ຮັບຄວາມເຂົ້າໃຈໜ້ອຍໜຶ່ງກ່ຽວກັບອຸປະນິໄສແບບຊາຕານຂອງຂ້ອຍ ແລະ ໃນທີ່ສຸດແລ້ວ ຂ້ອຍກໍສາມາດປະຕິບັດຄວາມຈິງໄດ້ໜ້ອຍໜຶ່ງ ແລະ ດຳລົງຊີວິດຕາມລັກສະນະບາງຢ່າງຂອງມະນຸດ.

ກ່ອນນີ້: 42. ການຫາຍໃຈງ່າຍໂດຍບໍ່ມີຄວາມອິດສາ

ຕໍ່ໄປ: 44. ໃນທີ່ສຸດ ຂ້ອຍກໍ່ເຫັນຄວາມຈິງກ່ຽວກັບໂຕເອງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ເປັນຫຍັງພຣະເຈົ້າຈຶ່ງໃຊ້ຊື່ຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ?

ຫຼາຍຄົນບໍ່ເຂົ້າໃຈວ່າເປັນຫຍັງ, ຍ້ອນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ພຣະເຢຊູເຈົ້າຈຶ່ງຖືກເອີ້ນວ່າ...

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ຄືກັບຄົນຫຼາຍລ້ານຄົນທີ່ຕິດຕາມພຣະເຢຊູຄຣິດເຈົ້າ, ພວກເຮົາປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງຂອງພຣະຄຳພີ, ຮັບພຣະຄຸນທີ່ອຸດົມສົມບູນຂອງພຣະເຢຊູຄຣິດເຈົ້າ ແລະ ເຕົ້າໂຮມກັນ, ອະທິຖານ, ສັນລະເສີນ ແລະ ຮັບໃຊ້ໃນນາມພຣະເຢຊູຄຣິດເຈົ້າ. ພວກເຮົາເຮັດທຸກສິ່ງນີ້ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະຜູ້ເປັນເຈົ້າ. ພວກເຮົາອ່ອນແອຕະຫຼອດ ແລະ ພວກເຮົາກໍເຂັ້ມແຂງຕະຫຼອດເຊັ່ນກັນ.

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້