44. ໃນທີ່ສຸດ ຂ້ອຍກໍ່ເຫັນຄວາມຈິງກ່ຽວກັບໂຕເອງ

ໂດຍ ເສີນຊິ່ນເຫວີຍ, ອິຕາລີ

ໜ້າທີ່ຂອງຂ້ອຍໃນຄຣິດຕະຈັກໃນປີ 2018 ແມ່ນການແປເອກະສານ, ການເຮັດວຽກຮ່ວມກັບເອື້ອຍຈາງ ແລະ ເອື້ອຍຫຼິວ. ພວກເຮົາເຂົ້າກັນໄດ້ດີຫຼາຍ. ໃນລະຫວ່າງການຊຸມນຸມ, ພວກເຮົາສົນທະນາເຖິງວິທີໄຈ້ແຍກຜູ້ນຳຈອມປອມ. ນີ້ແມ່ນການປະເມີນຜູ້ນຳຈອມປອມຂອງເອື້ອຍຫຼິວ: “ລາວປ່ຽນຄົນໄປມາໂດຍບໍ່ມີຫຼັກການໃດໆ. ລາວຍ້າຍເອື້ອຍຈາງອອກໄປ ແຕ່ເກັບເອື້ອຍອີກຄົນໜຶ່ງທີ່ບໍ່ເອົາໃຈໃສ່ ຫຼື ບໍ່ເຮັດວຽກຢ່າງໜັກໃນໜ້າທີ່ຂອງຕົນໄວ້ໃນທີມ”. ເມື່ອຜູ້ນຳຄົນອື່ນອ້ານຂໍ້ຄວາມນີ້ກັບອ້າຍເອື້ອຍນ້ອງ, ໃບໜ້າຂອງຂ້ອຍກໍ່ແດງແຈ້ງຂຶ້ນມາທັນທີ. ຂ້ອຍຮູ້ສຶກວ່າຄຳເວົ້າຂອງເອື້່ອຍຫຼິວນັ້ນຮຸນແຮງເປັນພິເສດ. ຂ້ອຍບັງຄັບໂຕເອງໃຫ້ຢູ່ໃນຄວາມສະຫງົບ, ແຕ່ຂ້າງໃນ ຂ້ອຍຢູ່ໃນຄວາມວຸ້ນວາຍ. ມີພຽງສາມຄົນໃນພວກເຮົາຢູ່ໃນທີມ, ຂ້ອຍແນ່ໃຈວ່າຂ້ອຍແມ່ນຜູ້ທີ່ລາວກ່າວເຖິງ. ຂ້ອຍຮູ້ສຶກຄືກັບວ່າທຸກຄົນຈະຄິດວ່າຂ້ອຍບໍ່ເອົາໃຈໃສ່ ຫຼື ບໍ່ເຮັດວຽກຢ່າງໜັກໃນໜ້າທີ່ຂອງຕົນ. ຫຼັງຈາກນັ້ນ ຂ້ອຍຈະເງີຍໜ້າຂຶ້ນໄດ້ແນວໃດ? ຂ້ອຍມີທັດສະນະທີ່ບໍ່ພໍໃຈກັບເອື້ອຍຫຼິວນັບແຕ່ນັ້ນເປັນຕົ້ນມາ ແລະ ຄວາມສຳພັນຂອງເຮົາກໍ່ຫ່າງເຫີນກັນຫຼາຍຂຶ້ນ.

ເອື້ອຍຫຼິວໄດ້ຖືກເລືອກເປັນຫົວໜ້າທີມກ່ອນໜ້ານີ້ບໍ່ດົນ. ລາວເປັນຄົນຮອບຄອບແທ້ໆ, ກວດເບິ່ງທຸກຢ່າງທີ່ຂ້ອຍໄດ້ແປຢ່າງລະມັດລະວັງ. ທຳອິດ ຂ້ອຍຮັກສາທັດສະນະຄະຕິທີ່ເປັນບວກ, ແຕ່ຫຼັງຈາກນັ້ນບໍ່ດົນ ຂ້ອຍກໍ່ເລີ່ມຮູ້ສຶກຕໍ່ຕ້ານລາວ. ຂ້ອຍຮູ້ສຶກວ່າຂ້ອຍໄດ້ເຮັດໜ້າທີ່ນັ້ນມາໄລຍະໜຶ່ງແລ້ວ ແຕ່ລາວກໍ່ຍັງບໍ່ເຊື່ອໃຈຂ້ອຍ, ຄືກັບວ່າຂ້ອຍຂາດທັກສະ. ລາວຍັງໃຫ້ຄຳແນະນຳແກ່ຂ້ອຍເປັນບາງຄັ້ງບາງຄາວ, ດັ່ງນັ້ນ ຂ້ອຍຈຶ່ງຮູ້ສຶກວ່າລາວດູຖູກຂ້ອຍ ແລະ ເຮັດໃຫ້ສິ່ງຕ່າງໆນັ້ນຫຍຸ້ງຍາກ. ສິ່ງທີ່ຂ້ອຍຮັບບໍ່ໄດ້ແທ້ໆແມ່ນ ເມື່ອພວກເຮົາສົນທະນາກ່ຽວກັບວຽກຂອງພວກເຮົາ, ລາວຈະຍົກຂໍ້ບົກຜ່ອງຂອງຂ້ອຍຂຶ້ນມາຕໍ່ໜ້າຂອງຜູ້ທີ່ຮັບຜິດຊອບສະເໝີ. ຂ້ອຍຄິດວ່າ “ບໍ່ແມ່ນເຈົ້າພຽງພະຍາຍາມເຮັດໃຫ້ຂ້ອຍເບິ່ງບໍ່ດີຕໍ່ໜ້າລາວບໍ?” ຄວາມບໍ່ພໍໃຈຂອງຂ້ອຍທີ່ມີຕໍ່ລາວເພີ່ມຂຶ້ນເລື້ອຍໆ ແລະ ທັດສະນະທີ່ບໍ່ພໍໃຈຂອງຂ້ອຍກໍ່ໃຫຍ່ຂຶ້ນຕື່ມ. ໃນການເຮັດວຽກຮ່ວມກັນຂອງພວກເຮົາຫຼັງຈາກນັ້ນ, ຂ້ອຍພຽງກຽດຊັງສາຍຕາຂອງລາວ ແລະ ບໍ່ເຕັມໃຈທີ່ຈະຟັງລາວ. ຂ້ອຍບໍ່ມັກທີ່ລາວຕິດຕາມວຽກຂອງຂ້ອຍ ແລະ ຂ້ອຍເຮັດໜ້າບູດບຶ້ງ ເມື່ອໃດກໍ່ຕາມທີ່ລາວໃຫ້ຄຳຊີ້ນຳແກ່ຂ້ອຍ. ບາງຄັ້ງ ຂ້ອຍຈະຄິດເຖິງວິທີທີ່ຂ້ອຍສາມາດເຮັດໃຫ້ລາວເບິ່ງບໍ່ດີ ແລະ ຕັດບົດບາດລາວລົງ. ຂ້ອຍບໍ່ຢາກຊ່ວຍລາວເມື່ອຂ້ອຍເຫັນບັນຫາໃນໜ້າທີ່ຂອງລາວ, ແຕ່ກັບຄິດເຖິງລາວໜ້ອຍລົງ ແລະ ເຖິງກັບຫວັງໃຫ້ລາວພົບທາງຕັນໃນໜ້າທີ່ຂອງລາວເພື່ອສອນບົດຮຽນໃຫ້ແກ່ລາວ. ມີຄັ້ງໜຶ່ງ, ເອື້ອຍຫຼິວໄດ້ເປີດໃຈໃນທີ່ຊຸມນຸມໂດຍເວົ້າວ່າລາວຮູ້ສຶກອຶດອັດໃນການຮ່ວມມືຂອງພວກເຮົາ, ຮູ້ສຶກວ່າຂ້ອຍໃຈຮ້ອນເກີນໄປ ແລະ ລາວບໍ່ຮູ້ວ່າຈະເຮັດວຽກຮ່ວມກັບຂ້ອຍແນວໃດ. ອາລົມຂອງຂ້ອຍຮ້ອນຂຶ້ນທັນທີທີ່ລາວເວົ້າແນວນັ້ນ. ຂ້ອຍຄິດວ່າ “ເຈົ້າບໍ່ໄດ້ພຽງແຕ່ພະຍາຍາມເປີດໂປງຂ້ອຍພາຍໃຕ້ຮູບແບບຂອງການເປີດໃຈບໍ? ຕອນນີ້ທຸກຄົນຮູ້ວ່າອາລົມຂອງຂ້ອຍຮຸນແຮງສຳລັບເຈົ້າ, ພວກເຂົາຈະຄິດແນວໃດກັບຂ້ອຍ?” ຍິ່ງຂ້ອຍຄິດເຖິງມັນເທົ່າໃດ ຂ້ອຍກໍ່ຍິ່ງໃຈຮ້າຍຂຶ້ນເທົ່ານັ້ນ. ຂ້ອຍຮູ້ສຶກວ່າລາວພະຍາຍາມເຮັດໃຫ້ຂ້ອຍເບິ່ງບໍ່ດີ. ຂ້ອຍໄດ້ເລີ່ມມີຄວາມລຳອຽງຕໍ່ລາວ ແລະ ນັ່ງມິດງຽບໄປຕະຫຼອດການຊຸມນຸມ. ຫຼັງຈາກນັ້ນ, ເອື້ອຍຫຼິວສັງເກດເຫັນວ່າຂ້ອຍເບິ່ງຄືວ່າອາລົມບໍ່ດີໜ້ອຍໜຶ່ງ, ດັ່ງນັ້ນ ລາວຈຶ່ງມາເວົ້າກັບຂ້ອຍຄ່ອຍໆວ່າ “ເຈົ້າເບິ່ງອາລົມບໍ່ດີ ແລະ ເຈົ້າບໍ່ໄດ້ເວົ້າຫຍັງເລີຍໃນທີ່ຊຸມນຸມ. ຖ້າມີຫຍັງຢູ່ໃນໃຈເຈົ້າ, ຂ້ອຍຍິນດີທີ່ຈະເວົ້າເຖິງມັນ. ເຈົ້າສາມາດບອກໃຫ້ຂ້ອຍຮູ້ຂໍ້ບົກຜ່ອງໃດໆທີ່ຂ້ອຍອາດມີເຊັ່ນກັນ”. ແຕ່ຂ້ອຍບໍ່ສາມາດທົນສາຍຕາຂອງລາວໄດ້ ແລະ ບໍ່ຮູ້ສຶກຫຍັງ ນອກຈາກຄວາມກຽດຊັງຕໍ່ລາວ. ຂ້ອຍຄິດວ່າ “ເຈົ້າຈຳເປັນຕ້ອງຖາມແທ້ໆບໍ? ໃຜຈະດີໃຈທີ່ໄດ້ຍິນເຈົ້າ ‘ເປີດໃຈ’ ແບບນີ້?” ແລ້ວລາວກໍ່ນັ່ງລົງຂ້າງໆຂ້ອຍ. ຂ້ອຍແນມເບິ່ງລາວດ້ວຍສາຍຕາທີ່ເຕັມໄປດ້ວຍຄວາມລັງກຽດ ແລະ ບໍ່ສາມາດລະງັບຄວາມໂກດຮ້າຍຂອງຂ້ອຍໄດ້ເມື່ອຂ້ອຍຄິດກ່ຽວກັບການທີ່ລາວເວົ້າບໍ່ດີໃສ່ຂ້ອຍຕໍ່ໜ້າທຸກຄົນ. ຂ້ອຍປ່ອຍລາວໄປກັບຄວາມຜິດຂອງລາວ ແລະ ຄວາມເສື່ອມຊາມທີ່ລາວສະແດງອອກ ໂດຍເວົ້າວ່າລາວຂາດສະຕິປັນຍາ, ຕັ້ງໃຈເຮັດໃຫ້ຄົນອື່ນເບິ່ງບໍ່ດີ, ກັກຂັງຜູ້ຄົນ ແລະ ລາວອວດດີແທ້ໆ. ຂ້ອຍສືບຕໍ່ເວົ້າ. ຂ້ອຍຮູ້ສຶກສະຫງົບໃຈເມື່ອເຫັນລາວເບິ່ງຫົດຫູ່ພ້ອມດ້ວຍກົ້ມຫົວລົງ. ຂ້ອຍໄດ້ລະບາຍຄວາມໂກດຮ້າຍທັງໝົດທີ່ຂ້ອຍໄດ້ກັກເກັບໄວ້ອອກມາ. ແລ້ວເອື້່ອຍຫຼິວກໍ່ເວົ້າກັບຂ້ອຍວ່າ “ຂ້ອຍບໍ່ເຄີຍຄິດມາກ່ອນວ່າຂ້ອຍເຮັດໃຫ້ເຈົ້າເຈັບຫຼາຍປານນີ້. ຂ້ອຍຂໍອະໄພນຳແທ້ໆ”. ຂ້ອຍຮູ້ສຶກຜິດເມື່ອເຫັນລາວຫັນໜີຈາກຂ້ອຍ ແລະ ເຊັດນ້ຳຕາຢ່າງລັບໆ. ຂ້ອຍໄດ້ເຮັດເກີນໄປບໍ? ນີ້ຈະເຮັດໃຫ້ລາວຕົກຢູ່ໃນສະພາວະດ້ານລົບບໍ? ແຕ່ແລ້ວຂ້ອຍກໍ່ຄິດໄດ້ວ່າ “ຂ້ອຍກໍ່ພຽງແຕ່ເວົ້າກົງໄປກົງມາ. ຂ້ອຍເວົ້າສິ່ງນີ້ເພື່ອໃຫ້ລາວສາມາດຮູ້ຈັກໂຕເອງ”. ເມື່ອນັ້ນ ຄວາມຮູ້ສຶກຜິດຂອງຂ້ອຍກໍ່ຫາຍໄປ. ຫຼັງຈາກນັ້ນ ເອື້ອຍຫຼິວກໍ່ຖືກຂ້ອຍບີບບັງຄັບຫຼາຍຂຶ້ນ ແລະ ລາວບໍ່ກ້າຕິດຕາມວຽກຂ້ອງຂ້ອຍອີກຕໍ່ໄປ, ແຮງໄກທີ່ຈະໃຫ້ຄຳແນະນຳແກ່ຂ້ອຍ.

ສອງສາມມື້ຕໍ່ມາ, ຜູ້ນຳຄຣິດຕະຈັກຂອງພວກເຮົາໃຫ້ທຸກຄົນຂຽນການປະເມີນທີມຜູ້ນຳ ເພື່ອໃຫ້ລາວສາມາດປະເມີນປະສິດທິພາບຂອງພວກເຂົາຕາມຫຼັກການ. ຂ້ອຍແອບດີໃຈທີ່ໄດ້ຍິນເລື່ອງນີ້. ຂ້ອຍກະຕືລືລົ້ນທີ່ຈະເປີດໂປງຄວາມເສື່ອມຊາມທັງໝົດທີ່ເອື້ອຍຫຼິວໄດ້ເປີດເຜີຍອອກມາ ເພື່ອວ່າທຸກຄົນຈະສາມາດຮູ້ຈັກລາວສຳລັບສິ່ງທີ່ລາວເປັນ ແລະ ລາວກໍ່ຈະຖືກຫຼຸດລະດັບລົງ. ໃນຄວາມຄິດນີ້, ຂ້ອຍຮູ້ສຶກບໍ່ສະບາຍໃຈຄາວໜຶ່ງ ແລະ ຮັບຮູ້ວ່າຄວາມຄິດຂອງຂ້ອຍນັ້ນຜິດ, ຂ້ອຍຄວນມີຄວາມຍຸຕິທຳ ແລະ ເປັນກາງ ແລະ ຍອມຮັບການກວດສອບຂອງພຣະເຈົ້າ. ຂ້ອຍຕັ້ງໃຈທີ່ຈະມີຄວາມຍຸຕິທຳ ແລະ ເປັນກາງໃນການປະເມີນຂອງຂ້ອຍ, ແຕ່ເມື່ອຂ້ອຍຄິດເຖິງວິທີທີ່ເອື້ອຍຫຼິວເຮັດໃຫ້ຂ້ອຍຢູ່ໃນຈຸດນັ້ນຢູ່ສະເໝີ, ຂ້ອຍກໍ່ພຽງເຕັມໄປດ້ວຍຄວາມບໍ່ພໍໃຈ. ຂ້ອຍໃສ່ຄວາມລຳອຽງທັງໝົດຂອງຂ້ອຍທີ່ມີຕໍ່ລາວລົງໃນການປະເມີນນັ້ນ ໂດຍຫວັງວ່າ ຜູ້ນຳຈະຈັດການກັບລາວຢ່າງຈິງຈັງ ຫຼື ເຖິງຂັ້ນຍ້າຍລາວອອກໄປ. ຂ້ອຍຈະມີຄວາມສຸກ ຕາບໃດທີ່ລາວບໍ່ໄດ້ຢູ່ໃນທີມຂອງຂ້ອຍ. ເອື້ອຍຫຼິວຖືກໄລ່ອອກເມື່ອບໍ່ດົນມານີ້. ຂ່າວນີ້ເຮັດໃຫ້ຂ້ອຍຮູ້ສຶກບໍ່ສະບາຍໃຈ. ຂ້ອຍຄິດ “ເລື່ອງນັ້ນມີຫຍັງກ່ຽວຂ້ອງກັບສິ່ງທີ່ຂ້ອຍຂຽນບໍ? ຂ້ອຍພຽງແຕ່ຂຽນກ່ຽວກັບຄວາມເສື່ອມຊາມບາງຢ່າງຂອງລາວ, ແຕ່ນັ້ນບໍ່ຄວນເຮັດໃຫ້ລາວຖືກໄລ່ອອກແມ່ນບໍ?” ຫຼັງຈາກນັ້ນມາ ຂ້ອຍກໍ່ເຫັນເອື້ອຍຫຼິວຕົກຢູ່ໃນສະພາວະທີ່ເປັນລົບ ແລະ ຂ້ອຍກໍ່ມີຄວາມຮູ້ສຶກຜິດທີ່ຄຸມເຄືອ. ຂ້ອຍບໍ່ມີກຳລັງໃດໆໃນການປະຕິບັດໜ້າທີ່ຂອງຂ້ອຍ.

ຂ້ອຍລົມກັບຜູ້ນຳກ່ຽວກັບສະພາວະຂອງຂ້ອຍໃນສອງມື້ຕໍ່ມາ, ຜູ້ເຊິ່ງບອກຂ້ອຍວ່າທີ່ເອື້ອຍຫຼິວຖືກໄລ່ອອກ ສ່ວນຫຼາຍແລ້ວແມ່ນຍ້ອນຂີດຈຳກັດຄວາມສາມາດຂອງລາວ ແລະ ລາວບໍ່ໄດ້ເໝາະສົມທີ່ຈະເປັນຫົວໜ້າທີມ. ມັນບໍ່ມີຫຍັງກ່ຽວຂ້ອງກັບການປະເມີນຂອງຂ້ອຍ. ແຕ່ລາວໄດ້ເວົ້າວ່າ ຂ້ອຍບໍ່ຢຸດຢັ້ງກ່ຽວກັບຂໍ້ບົກຜ່ອງຂອງລາວ ແລະ ບໍ່ສາມາດປະຕິບັດຕໍ່ຜູ້ຄົນໄດ້ຢ່າງຍຸຕິທຳ, ຂ້ອຍອາຄາດແຄ້ນ ແລະ ມີອຸປະນິໄສທີ່ເປັນອັນຕະລາຍ. ຫົວໃຈຂອງຂ້ອຍຕົກລົງເຂົ້າໃນທ້ອງເມື່ອຂ້ອຍໄດ້ຍິນແນວນັ້ນ. “ອາຄາດແຄ້ນ” ແລະ “ອຸປະນິໄສທີ່ເປັນອັນຕະລາຍ” ບໍ່ແມ່ນສິ່ງທີ່ພວກເຮົາເວົ້າກ່ຽວກັບຄົນຊົ່ວຮ້າຍບໍ? ເປັນເວລາສອງສາມມື້ທີ່ຂ້ອຍຖືກປະທະດ້ວຍຄື້ນແຫ່ງຄວາມທຸກ ເມື່ອໃດກໍຕາມທີ່ຂ້ອຍຄິດເຖິງສິ່ງທີ່ລາວເວົ້າ. ຂ້ອຍສົງໄສວ່າຂ້ອຍເປັນບຸກຄົນອັນຕະລາຍແທ້ໆບໍ. ຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າໃນຄຳອະທິຖານທ່າມກາງຄວາມເຈັບປວດຂອງຂ້ອຍ: “ໂອພຣະເຈົ້າ, ຜູ້ນຳເວົ້າວ່າຂ້ານ້ອຍມີອຸປະນິໄສທີ່ເປັນອັນຕະລາຍ, ແຕ່ຂ້ານ້ອຍບໍ່ສາມາດເບິ່ງເຫັນມັນໄດ້. ກະລຸນາສ່ອງສະຫວ່າງຂ້ານ້ອຍ ເພື່ອວ່າຂ້ານ້ອຍອາດຮູ້ຈັກໂຕເອງໄດ້ຢ່າງແທ້ຈິງ”.

ຫຼັງຈາກອະທິຖານແລ້ວ ຂ້ອຍກໍ່ອ່ານຂໍ້ຄວາມນີ້ຂອງພຣະເຈົ້າ: “ເຈົ້າມີຄວາມສາມາດທີ່ຈະຄິດຫາວິທີຕ່າງໆເພື່ອລົງໂທດຜູ້ຄົນຍ້ອນວ່າພວກເຂົາບໍ່ແມ່ນຄົນທີ່ເຈົ້າມັກ ຫຼື ຍ້ອນວ່າພວກເຂົາເຂົ້າກັນກັບເຈົ້າບໍ່ໄດ້ບໍ? ພວກເຈົ້າເຄີຍເຮັດຫຍັງແບບນັ້ນມາກ່ອນບໍ? ເຈົ້າໄດ້ເຮັດມັນໄປຫຼາຍສໍ່າໃດ? ເຈົ້າບໍ່ໄດ້ມັກດູຖູກຄົນໂດຍທາງອ້ອມ, ເວົ້າປະຊົດ ແລະ ເວົ້າເຍາະເຍີ້ຍພວກເຂົາຢູ່ສະເໝີບໍ? (ແມ່ນແລ້ວ.) ພວກເຈົ້າຢູ່ໃນສະພາວະໃດເມື່ອເຈົ້າກຳລັງເຮັດສິ່ງດັ່ງກ່າວ? ໃນຕອນນັ້ນ ເຈົ້າກຳລັງລະບາຍ ແລະ ຮູ້ສຶກມີຄວາມສຸກ; ເຈົ້າໄດ້ປຽບແລ້ວ. ເຖິງແນວໃດກໍ່ຕາມ, ຫຼັງຈາກນັ້ນ ເຈົ້າກໍ່ຄິດກັບຕົວເອງວ່າ ‘ຂ້ອຍໄດ້ເຮັດສິ່ງທີ່ໜ້າລັງກຽດເຊັ່ນນັ້ນ. ຂ້ອຍບໍ່ໄດ້ຢຳເກງພຣະເຈົ້າ ແລະ ຂ້ອຍໄດ້ປະຕິບັດຕໍ່ຄົນນັ້ນຢ່າງບໍ່ເປັນທຳຫຼາຍ’. ເລິກລົງໄປແລ້ວ, ເຈົ້າໄດ້ຮູ້ສຶກເສຍໃຈບໍ? (ເສຍໃຈ.) ເຖິງແມ່ນວ່າພວກເຈົ້າບໍ່ຢຳເກງພຣະເຈົ້າ, ຢ່າງໜ້ອຍພວກເຈົ້າກໍ່ມີຄວາມຮູ້ສຶກຜິດຊອບຊົ່ວດີ. ສະນັ້ນ, ເຈົ້າຍັງສາມາດເຮັດສິ່ງຕ່າງໆແບບນີ້ໃນອະນາຄົດໄດ້ອີກບໍ? ເຈົ້າສາມາດໄຕ່ຕອງການໂຈມຕີ ແລະ ສະແຫວງເພື່ອແກ້ແຄ້ນຜູ້ຄົນ, ເຮັດໃຫ້ພວກເຂົາມີຊ່ວງເວລາທີ່ລຳບາກ ແລະ ສະແດງໃຫ້ພວກເຂົາເຫັນວ່າໃຜເປັນຫົວໜ້າເມື່ອໃດກໍ່ຕາມທີ່ເຈົ້າດູໝິ່ນພວກເຂົາ ແລະ ບໍ່ສາມາດເຂົ້າກັນກັບພວກເຂົາໄດ້ ຫຼື ເມື່ອໃດກໍ່ຕາມທີ່ພວກເຂົາບໍ່ເຊື່ອຟັງ ຫຼື ຟັງຄວາມເຈົ້າບໍ? ເຈົ້າຈະເວົ້າບໍວ່າ ‘ຖ້າເຈົ້າບໍ່ເຮັດສິ່ງທີ່ຂ້ອຍຕ້ອງການ, ຂ້ອຍຈະຫາໂອກາດລົງໂທດເຈົ້າໂດຍບໍ່ມີໃຜຮູ້. ຈະບໍ່ມີໃຜຊອກຮູ້ໄດ້, ແຕ່ຂ້ອຍຈະເຮັດໃຫ້ເຈົ້າຍອມອ່ອນນ້ອມຢູ່ຕໍ່ໜ້າຂ້ອຍ; ຂ້ອຍຈະສະແດງອຳນາດຂອງຂ້ອຍໃຫ້ເຈົ້າເຫັນ. ຫຼັງຈາກນັ້ນ, ຈະບໍ່ມີໃຜກ້າຫຍຸ້ງກັບຂ້ອຍ!’ ບອກເຮົາເບິ່ງ: ຄົນທີ່ເຮັດແບບນັ້ນມີຄວາມເປັນມະນຸດແບບໃດ? (ຄົນທີ່ມຸ່ງຮ້າຍ.) ໃນແງ່ຂອງຄວາມເປັນມະນຸດ, ລາວເປັນຄົນຊົ່ວຮ້າຍ. ເມື່ອວັດແທກກັບຄວາມຈິງແລ້ວ, ລາວບໍ່ໄດ້ເຄົາລົບນັບຖືພຣະເຈົ້າ” (ຄັດຈາກບົດ “ຫ້າສະພາວະທີ່ຈຳເປັນຕ້ອງຢູ່ໃນເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງຄົນໆໜຶ່ງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍເສຍໃຈຫຼາຍຫຼັງຈາກອ່ານຄຳພິພາກສາຂອງພຣະເຈົ້າ. ພວກມັນໄດ້ເປີດເຜີຍສະພາວະທີ່ຖືກຕ້ອງຂອງຂ້ອຍ. ເມື່ອຄິດຄືນ, ຢ່າງທຳອິດ ເອື້ອຍຫຼິວ ແລະ ຂ້ອຍເຮັດວຽກຮ່ວມກັນໄດ້ດີແທ້ໆ. ຂ້ອຍໄດ້ເລີ່ມມີຄວາມລຳອຽງຕໍ່ລາວ ເມື່ອການປະເມີນຄົນອື່ນຂອງລາວແຕະຕ້ອງຂ້ອຍ ແລະ ທຳຮ້າຍຄວາມພູມໃຈຂອງຂ້ອຍຕໍ່ໜ້າຄົນອື່ນ. ລາວເລີ່ມຍົກຂໍ້ບົກຜ່ອງຂອງຂ້ອຍຂຶ້ນມາເມື່ອລາວກາຍເປັນຫົວໜ້າທີມ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍເສຍໜ້າ ແລະ ຖືກວາງໄວ້ໃນຈຸດນັ້ນ. ລາວເລີ່ມກວນໃຈຂ້ອຍແທ້ໆ ແລະ ຂ້ອຍກໍ່ຕ້ອງການເຮັດໃຫ້ລາວເປັນຕົວຕະລົກ. ເມື່ອລາວເປີດເຜີຍສະພາວະຂອງລາວເພື່ອຊອກຫາທາງແກ້ໄຂ, ຂ້ອຍຄິດວ່າ ລາວກໍ່ພຽງເປີດໂປງຂໍ້ບົກຜ່ອງຂອງຂ້ອຍ ແລະ ເຮັດໃຫ້ຂ້ອຍອັບອາຍ, ປະນີປະນອມພາບລັກຂອງຂ້ອຍຕໍ່ໜ້າອ້າຍເອື້ອຍນ້ອງ. ຄວາມລຳອຽງຂອງຂ້ອຍທີ່ມີຕໍ່ລາວເຕີບໃຫຍ່ຂຶ້ນ ແລະ ຂ້ອຍໄດ້ຂະຫຍາຍບັນຫາຂອງລາວເພື່ອເປີດໂປງລາວ, ສະແດງອອກເຖິງຄວາມອາຄາດພະຍາບາດ ແລະ ເຮັດໃຫ້ລາວຄິດລົບ. ຂ້ອຍໃຊ້ການປະເມີນຂອງຂ້ອຍກ່ຽວກັບລາວເປັນໂອກາດໃນການແກ້ແຄ້ນ. ຂ້ອຍໄດ້ຂຽນຂໍ້ບົກຜ່ອງທັງໝົດຂອງລາວ ແລະ ຄວາມເສື່ອມຊາມຂອງລາວທີ່ຂ້ອຍໄດ້ສັງເກດເຫັນໂດຍບໍ່ໄດ້ເວົ້າເຖິງຈຸດແຂງຂອງລາວເລີຍ. ຂ້ອຍພຽງຕ້ອງການໃຫ້ຜູ້ນຳໄດ້ໄຈ້ແຍກລາວ ແລະ ຍ້າຍລາວອອກ. ເມື່ອຫວນຄິດເຖິງວິທີການທີ່ຂ້ອຍໄດ້ປະຕິບັດ ເຮັດໃຫ້ຂ້ອຍຮູ້ສຶກບໍ່ສະບາຍໃຈຫຼາຍແທ້ໆ. ຂ້ອຍຮ້ອງທຸກພຽງແຕ່ເພາະຄຳເວົ້າຂອງເອື້ອຍຫຼິວແຕະຕ້ອງໜ້າຕາ ແລະ ສະຖານະຂອງຂ້ອຍ, ດັ່ງນັ້ນ ຂ້ອຍຈຶ່ງສະແດງທ່າທີທີ່ເປັນປໍລະປັກຕໍ່ລາວ. ຂ້ອຍເຮັດແມ່ນຫຍັງກໍຕາມທີ່ຂ້ອຍຮູ້ສຶກວ່າຢາກເຮັດ. ຂ້ອຍຮັບຮູ້ວ່າຂ້ອຍຂາດຄວາມເຄົາລົບຕໍ່ພຣະເຈົ້າໂດຍສິ້ນເຊີງ ແລະ ຂ້ອຍມີທຳມະຊາດທີ່ເປັນອັນຕະລາຍແທ້ໆ! ຂ້ອຍເຄີຍຄິດວ່າ ຂ້ອຍເຂົ້າກັນໄດ້ດີແທ້ໆກັບອ້າຍເອື້ອຍນ້ອງ ແລະ ຂ້ອຍກະຕືລືລົ້ນທີ່ຈະຊ່ວຍທຸກຄົນທີ່ຜະເຊີນກັບຄວາມຫຍຸ້ງຍາກ. ຂ້ອຍຄິດວ່າຂ້ອຍເປັນຄົນດີ ຍ້ອນຂ້ອຍເຮັດສິ່ງທີ່ດີບາງຢ່າງ. ຕອນນີ້ ຂ້ອຍຮັບຮູ້ວ່າ ແມ່ນຍ້ອນບໍ່ມີໃຜປະນີປະນອມຜົນປະໂຫຍດສ່ວນຕົວຂອງຂ້ອຍເທົ່ານັ້ນ. ອຸປະນິໄສແບບຊາຕານຂອງຂ້ອຍອອກມາຢ່າງເຕັມກຳລັງ ເມື່ອຜົນປະໂຫຍດຂອງຂ້ອຍມາກ່ຽວຂ້ອງ. ຂ້ອຍອົດບໍ່ໄດ້ທີ່ຈະໂຈມຕີ ແລະ ແກ້ແຄ້ນ. ຂ້ອຍຮັບຮູ້ວ່າ ຖ້າບໍ່ໄດ້ແກ້ໄຂອຸປະນິໄສດັ່ງກ່າວນັ້ນ, ຂ້ອຍສາມາດເຮັດຄວາມຊົ່ວໄດ້ທຸກເວລາ. ນັ້ນຊ່າງອັນຕະລາຍຫຼາຍ!

ຫຼັງຈາກນັ້ນ ຂ້ອຍກໍທົບທວນໂຕເອງ. ຖ້າຂ້ອຍສາມາດເຮັດຄວາມຊົ່ວແບບນັ້ນ, ແມ່ນຄວາມຄິດຫຍັງທີ່ກຳລັງຄວບຄຸມຂ້ອຍຢູ່? ຂ້ອຍອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ແຫຼ່ງທີ່ມາຂອງການຄັດຄ້ານ ແລະ ການກະບົດຕໍ່ພຣະເຈົ້າຂອງມະນຸດແມ່ນຄວາມເສື່ອມຊາມຂອງເຂົາທີ່ເກີດຈາກຊາຕານ. ເພາະວ່າມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ສາມັນສໍານຶກຂອງມະນຸດຈຶ່ງໄດ້ຕາຍດ້ານ, ເປັນຄົນຂາດສິນທໍາ, ແນວຄິດຂອງເຂົາກໍຕໍ່າຊາມ ແລະ ເຂົາມີທັດສະນະຄະຕິທີ່ຫຼ້າຫຼັງ. ກ່ອນທີ່ເຂົາໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ໂດຍທໍາມະຊາດແລ້ວ ມະນຸດແມ່ນຕິດຕາມພຣະເຈົ້າ ແລະ ເຊື່ອຟັງພຣະທໍາຂອງພຣະອົງຫຼັງຈາກທີ່ໄດ້ຮັບຟັງພຣະທໍາເຫຼົ່ານັ້ນ. ໂດຍທໍາມະຊາດແລ້ວ ເຂົາມີຄວາມຮູ້ສຶກນຶກຄິດ ແລະ ມີສາມັນສໍານຶກທີ່ດີ ແລະ ມີຄວາມເປັນມະນຸດທີ່ປົກກະຕິ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ຄວາມຮູ້ສຶກນຶກຄິດ, ສາມັນສໍານຶກ ແລະ ຄວາມເປັນມະນຸດດັ່ງເດີມຂອງເຂົາກໍຕາຍດ້ານ ແລະ ຖືກຊາຕານເຮັດໃຫ້ເສື່ອມເສຍ. ດ້ວຍເຫດນັ້ນ, ເຂົາຈຶ່ງໄດ້ສູນເສຍຄວາມເຊື່ອຟັງ ແລະ ຄວາມຮັກທີ່ມີຕໍ່ພຣະເຈົ້າ. ຄວາມຮູ້ສຶກນຶກຄິດຂອງມະນຸດໄດ້ວິປະລິດ, ອຸປະນິໄສຂອງເຂົາໄດ້ກາຍເປັນດັ່ງນິໄສຂອງສັດ, ການຕໍ່ຕ້ານຂອງເຂົາຕໍ່ພຣະເຈົ້າແມ່ນເກີດຂຶ້ນເລື້ອຍໆ ແລະ ຮ້າຍແຮງຂຶ້ນຫຼາຍກວ່າເກົ່າ. ແຕ່ເຖິງປານນັ້ນ, ມະນຸດຍັງບໍ່ຮູ້ຈັກ ຫຼື ຮັບຮູ້ເຖິງສິ່ງນີ້ ແລະ ໄດ້ແຕ່ຄັດຄ້ານ ແລະ ຕໍ່ຕ້ານຢ່າງຕາບອດ. ການເປີດເຜີຍອຸປະນິໄສຂອງມະນຸດແມ່ນຖືກເປີດເຜີຍຈາກການສະແດງຄວາມຮູ້ສຶກນຶກຄິດ, ຄວາມເຂົ້າໃຈ ແລະ ສາມັນສໍານຶກຂອງເຂົາ; ຍ້ອນວ່າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງເຂົາບໍ່ໝັ້ນຄົງ ແລະ ສາມັນສໍານຶກຂອງເຂົາໄດ້ຕາຍດ້ານຫຼາຍ, ດ້ວຍເຫດນັ້ນ ອຸປະນິໄສຂອງເຂົາຈຶ່ງຕໍ່ຕ້ານພຣະເຈົ້າ” (ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ຜູ້ຄົນຄິດແບບນີ້: ‘ຖ້າເຈົ້າຈະບໍ່ເປັນຄົນທີ່ມີຄວາມເມດຕາ, ຂ້ອຍກໍຈະບໍ່ເປັນຄົນທ່ຽງທຳ! ຖ້າເຈົ້າຫຍາບຄາຍກັບຂ້ອຍ, ຂ້ອຍກໍຈະຫຍາບຄາຍກັບເຈົ້າຄືກັນ! ຖ້າເຈົ້າບໍ່ປະຕິບັດຕໍ່ຂ້ອຍຢ່າງມີກຽດ, ເປັນຫຍັງຂ້ອຍຈະຕ້ອງປະຕິບັດຕໍ່ເຈົ້າຢ່າງມີກຽດ?’ ນີ້ແມ່ນຄວາມຄິດແບບໃດ? ມັນບໍ່ແມ່ນວິທີຄິດທີ່ອາຄາດແຄ້ນບໍ? ໃນມຸມມອງຂອງຄົນທຳມະດາ, ທັດສະນະແບບນີ້ບໍ່ສາມາດໃຊ້ໄດ້ບໍ? ‘ຕາຕໍ່ຕາ ແລະ ແຂ້ວຕໍ່ແຂ້ວ’; ‘ນີ້ແມ່ນລົດຊາດຢາຂອງເຈົ້າເອງ’. ທ່າມກາງບັນດາຜູ້ທີ່ບໍ່ມີຄວາມເຊື່ອເຊື່ອ, ສິ່ງເຫຼົ່ານີ້ລ້ວນເປັນເຫດຜົນທີ່ມີນ້ຳໜັກ ແລະ ສອດຄ່ອງກັບຄວາມຄິດຂອງມະນຸດຢ່າງສົມບູນ. ແນວໃດກໍຕາມ, ໃນຖານະເປັນຄົນທີ່ເຊື່ອໃນພຣະເຈົ້າ, ໃນຖານະເປັນຄົນທີ່ສະແຫວງຫາທີ່ຈະເຂົ້າໃຈຄວາມຈິງ ແລະ ສະແຫວງຫາການປ່ຽນແປງດ້ານອຸປະນິໄສ, ເຈົ້າຈະເວົ້າວ່າຄຳເວົ້າດັ່ງກ່າວນັ້ນຖືກຕ້ອງ ຫຼື ຜິດ? ເຈົ້າຄວນເຮັດຫຍັງເພື່ອໃຈ້ແຍກພວກມັນ? ສິ່ງດັ່ງກ່າວມາຈາກໃສ? ພວກມັນມາຈາກທຳມະຊາດທີ່ຊົ່ວຮ້າຍຂອງຊາຕານ; ພວກມັນປະກອບດ້ວຍພິດ ແລະ ພວກມັນປະກອບດ້ວຍໃບໜ້າທີ່ແທ້ຈິງຂອງຊາຕານໃນຄວາມຊົ່ວຮ້າຍ ແລະ ຄວາມຂີ້ຮ້າຍທັງໝົດຂອງມັນ. ພວກມັນປະກອບດ້ວຍແກ່ນແທ້ຂອງທຳມະຊາດນັ້ນ. ແມ່ນຫຍັງຄືທຳມະຊາດຂອງທັດສະນະຄະຕິ, ຄວາມຄິດ, ການສະແດງອອກ, ຄຳເວົ້າ ແລະ ແມ່ນແຕ່ການກະທຳທີ່ບັນຈຸແກ່ນແທ້ຂອງທຳມະຊາດນັ້ນ? ພວກມັນບໍ່ແມ່ນເປັນຂອງຊາຕານບໍ? ລັກສະນະເຫຼົ່ານີ້ຂອງຊາຕານສອດຄ່ອງກັບຄວາມເປັນມະນຸດບໍ? ພວກມັນສອດຄ່ອງກັບຄວາມຈິງ ຫຼື ກັບຄວາມຈິງ-ຄວາມແທ້ຈິງບໍ? ພວກມັນແມ່ນການກະທຳທີ່ບັນດາຜູ້ທີ່ຕິດຕາມພຣະເຈົ້າຄວນເຮັດ ແລະ ຄວາມຄິດ ແລະ ມຸມມອງທີ່ພວກເຂົາຄວນມີບໍ? (ບໍ່ແມ່ນ.)” (ຄັດຈາກ ໜັງສືບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ). ຂ້ອຍຮັບຮູ້ວ່າ ທີ່ຜູ້ຄົນເສື່ອມຊາມ ແລະ ຊົ່ວຮ້າຍກໍ່ຍ້ອນຄວາມເສື່ອມຊາມຂອງຊາຕານທັງໝົດ. ຜ່ານການສຶກສາທີ່ເປັນທາງການ ແລະ ອິດທິພົນທາງສັງຄົມ, ຊາຕານ, ມານຮ້າຍເຮັດໃຫ້ພວກເຮົາຈົມຢູ່ໃນພິດທັງໝົດຂອງມັນ, ຄືກັບວ່າ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ຂ້າພະເຈົ້າຈະບໍ່ໂຈມຕີຈົນກວ່າຂ້າພະເຈົ້າຖືກໂຈມຕີ; ຖ້າຂ້າພະເຈົ້າຖືກໂຈມຕີ, ຂ້າພະເຈົ້າຈະໂຈມຕີກັບຢ່າງແນ່ນອນ”, “ຮັບມືກັບມະນຸດດັ່ງທີ່ເຂົາຮັບມືກັບເຈົ້າ” ແລະ “ມັນບໍ່ເຄີຍຊ້າເກີນໄປທີ່ສຸພາບບຸລຸດຈະແກ້ແຄ້ນ”. ຜູ້ຄົນຖືເອົາສິ່ງເຫຼົ່ານີ້ເປັນກົດການເອົາຊີວິດລອດຂອງພວກເຂົາໂດຍບໍ່ຮັບຮູ້ມັນ. ພວກເຂົາຍິ່ງເປັນຄົນອວດດີ, ມີເລ່ຫຼ່ຽມ, ເຫັນແກ່ຕົວ ແລະ ເປັນອັນຕະລາຍຕະຫຼອດເວລາ. ຜູ້ຄົນບໍ່ໄດ້ກຳລັງເອົາໃຈໃສ່ ຫຼື ໃຫ້ອະໄພຢ່າງແທ້ຈິງ ແລະ ບໍ່ມີຮັກແທ້. ພວກເຂົາກໍ່ພຽງແຕ່ບໍ່ພໍໃຈ ແລະ ຕີໂຕອອກຫ່າງເມື່ອສິ່ງໃດໜຶ່ງແຕະຕ້ອງຜົນປະໂຫຍດສ່ວນຕົວຂອງພວກເຂົາ. ພວກເຂົາອາດສ້າງສັດຕູ ຫຼື ແກ້ແຄ້ນ. ຜູ້ຄົນເຢັນຊາຫຼາຍຂຶ້ນ ແລະ ຫ່າງໄກກັນຫຼາຍຂຶ້ນ ແລະ ສູນເສຍຈິດສຳນຶກທັງໝົດຂອງຄວາມເປັນມະນຸດທຳມະດາ. ຂ້ອຍເຄີຍຊິນກັບຄວາມຄິດແບບນັ້ນ ແລະ ຢູ່ກັບສິ່ງເຫຼົ່ານີ້ມາແຕ່ຂ້ອຍຍັງນ້ອຍ. ເມື່ອຄົນອື່ນແຕະຕ້ອງຜົນປະໂຫຍດຂອງຂ້ອຍເອງ, ຂ້ອຍອົດບໍ່ໄດ້ທີ່ຈະກຽດຊັງພວກເຂົາ ແລະ ແກ້ແຄ້ນ. ໃນເວລາທີ່ຂ້ອຍຢູ່ກັບເອື້ອຍຫຼິວ, ລາວເວົ້າ ແລະ ເຮັດສິ່ງຕ່າງໆທີ່ປະນີປະນອມຜົນປະໂຫຍດຂອງຂ້ອຍ, ດັ່ງນັ້ນ ຂ້ອຍຈຶ່ງບໍ່ພໍໃຈ ແລະ ຟ້າວສວຍໂອກາດແກ້ແຄ້ນລາວ. ຂ້ອຍຢາກໃຫ້ລາວເຫັນສິ່ງທີ່ຂ້ອຍມີເພື່ອວ່າລາວຈະບໍ່ກ້າເຮັດຜິດໃຈຂ້ອຍອີກ. ຂ້ອຍເຖິງກັບຢາກຂັບໄລ່ລາວອອກໄປ. ພຶດຕິກໍາຂອງຂ້ອຍແຕກຕ່າງຈາກພວກຕໍ່ຕ້ານພຣະຄຣິດ ແລະ ຄົນຊົ່ວທີ່ຄຣິດຕະຈັກໄດ້ຂັບໄລ່ອອກໄປແນວໃດ? ຄົນເຫຼົ່ານັ້ນພຽງຕ້ອງການການຍອມຮັບ ແລະ ການສັນລະເສີນຈາກຄົນອື່ນ ແຕ່ບໍ່ສາມາດທົນຕໍ່ຄຳເວົ້າກົງໄປກົງມາທີ່ເປີດໂປງຄວາມເສື່ອມຊາມຂອງພວກເຂົາ. ພວກເຂົາຈະປະທ້ວງຜູ້ໃດກໍຕາມທີ່ເວົ້າ ຫຼື ເຮັດສິ່ງໃດໜຶ່ງທີ່ເຮັດໃຫ້ເຄືອງໃຈພວກເຂົາ. ດ້ວຍຄວາມຊົ່ວຂອງພວກເຂົາທັງໝົດ, ພວກເຂົາຈົບລົງດ້ວຍການເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ, ພວກເຂົາເຮັດໃຫ້ຄົນອື່ນຮ້າຍ ແລະ ພວກເຂົາຖືກໄລ່ອອກຈາກຄຣິດຕະຈັກ. ພວກເຂົາສູນເສຍໂອກາດຂອງພວກເຂົາທີ່ຈະໄດ້ຮັບຄວາມລອດພົ້ນທີ່ດີ ແລະ ຂ້ອຍໄດ້ເວົ້າໃສ່ເອື້ອຍຫຼິວພຽງເພາະຄຳເວົ້າຂອງລາວທຳຮ້າຍຄວາມພາກພູມໃຈຂອງຂ້ອຍ. ຂ້ອຍບໍ່ໄດ້ເຮັດຫຍັງ ນອກຈາການທຳຮ້າຍລາວ. ຂ້ອຍໄດ້ເຮັດຄວາມຊົ່ວ! ຂ້ອຍເຫັນຄວາມເປັນມະນຸດທີ່ເປັນຕາຢ້ານທີ່ຂ້ອຍມີ, ຂ້ອຍມີທຳມະຊາດ ແລະ ແກ່ນແທ້ທີ່ຊົ່ວຮ້າຍອັນດຽວກັນກັບຜູ້ຕໍ່ຕ້ານພຣະຄຣິດ, ຜູ້ເຮັດຄວາມຊົ່ວ! ສິ່ງນີ້ເຮັດໃຫ້ຂ້ອຍຢ້ານຫຼາຍຂຶ້ນເມື່ອຂ້ອຍຄິດເຖິງມັນ. ຂ້ອຍຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າໃນຄຳອະທິຖານວ່າ: “ໂອ ພຣະເຈົ້າ, ຂ້ານ້ອຍຊ່າງຂາດຄວາມເປັນມະນຸດຫຼາຍແທ້. ຂ້ານ້ອຍດຳລົງຊີວິດໃນອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍ ແລະ ຂ້ຽນຕີເອື້ອຍນ້ອງຂອງຂ້ານ້ອຍ. ຂ້ານ້ອຍບໍ່ຄືກັບມະນຸດເລີຍ. ຖ້າພຣະອົງບໍ່ສ້າງສະຖານະການນີ້ເພື່ອຈັດການກັບຂ້ານ້ອຍແລ້ວ, ຂ້ານ້ອຍກໍຄົງຈະບໍ່ໄດ້ທົບທວນໂຕເອງ. ຂ້ານ້ອຍຄົງຈະສືບຕໍ່ເຮັດຊົ່ວ ແລະ ທຳຮ້າຍລາວ. ພຣະເຈົ້າ, ຂ້ານ້ອຍຢາກກັບໃຈ. ຂ້ານ້ອຍບໍ່ຕ້ອງການໃຊ້ຊີວິດໂດຍພິດຂອງຊາຕານອີກຕໍ່ໄປ. ກະລຸນາຊີ້ນຳຂ້ານ້ອຍໃຫ້ເປັນບຸກຄົນທີ່ມີສະຕິ, ສົມເຫດສົມຜົນດ້ວຍຄວາມເປັນມະນຸດ”.

ຫຼັງຈາກນັ້ນ ຂ້ອຍກໍ່ສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ຄວາມຮັກ ແລະ ຄວາມກຽດຊັງແມ່ນສິ່ງທີ່ຄວາມເປັນມະນຸດທຳມະດາຄວນມີ, ແຕ່ເຈົ້າຕ້ອງແຍກແຍະຄວາມແຕກຕ່າງຢ່າງຊັດເຈນລະຫວ່າງສິ່ງທີ່ເຈົ້າຮັກ ແລະ ສິ່ງທີ່ເຈົ້າຊັງ. ໃນຫົວໃຈຂອງເຈົ້າ, ເຈົ້າຄວນຮັກພຣະເຈົ້າ, ຮັກຄວາມຈິງ, ຮັກສິ່ງທີ່ດີ ແລະ ຮັກອ້າຍເອື້ອຍນ້ອງຂອງເຈົ້າ, ໃນຂະນະທີ່ເຈົ້າຄວນກຽດຊັງຊາຕານຜູ້ຊົ່ວຮ້າຍ, ຊັງສິ່ງທີ່ເປັນລົບ, ຊັງພວກຕໍ່ຕ້ານພຣະຄຣິດ ແລະ ຊັງຄົນຊົ່ວຮ້າຍ. ຖ້າເຈົ້າມີຄວາມກຽດຊັງຕໍ່ອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍ່ຈະມີທ່າອ່ຽງທີ່ຈະກົດຂີ່ຂົ່ມເຫັງພວກເຂົາ ແລະ ແກ້ແຄ້ນພວກເຂົາ; ສິ່ງນີ້ຈະເປັນຕາຢ້ານຫຼາຍ. ບາງຄົນມີພຽງຄວາມຄິດ ແລະ ແນວຄິດທີ່ກຽດຊັງເທົ່ານັ້ນ ນັ້ນກໍ່ຄື ແນວຄິດຊົ່ວຮ້າຍ, ແຕ່ພວກເຂົາຈະບໍ່ເຮັດສິ່ງທີ່ຊົ່ວຮ້າຍຈັກເທື່ອ; ຖ້າພວກເຂົາສາມາດເຂົ້າກັບຄົນໆໜຶ່ງໄດ້, ພວກເຂົາກໍ່ຈະເຂົ້າກັບຄົນນັ້ນ ແລະ ຖ້າພວກເຂົາບໍ່ສາມາດເຂົ້າກັນໄດ້, ພວກເຂົາກໍ່ຈະເຮັດໃຫ້ຕົນເອງອອກຈາກຄົນເຫຼົ່ານັ້ນ ແລະ ສິ່ງນີ້ຈະບໍ່ມີຜົນກະທົບຕໍ່ໜ້າທີ່ຂອງພວກເຂົາ ຫຼື ມີອິດທິພົນຕໍ່ຄວາມສຳພັນລະຫວ່າງບຸກຄົນທີ່ປົກກະຕິຂອງພວກເຂົາ, ຍ້ອນວ່າພວກເຂົາມີພຣະເຈົ້າຢູ່ໃນໃຈຂອງພວກເຂົາ ແລະ ພວກເຂົາກໍ່ເຄົາລົບພຣະອົງ. ພວກເຂົາບໍ່ຕ້ອງການເຮັດໃຫ້ພຣະເຈົ້າເຄືອງໃຈ ແລະ ຢ້ານທີ່ຈະເຮັດເຊັ່ນນັ້ນ. ເຖິງແມ່ນວ່າຄົນເຫຼົ່ານີ້ອາດມີມຸມມອງບາງຢ່າງກ່ຽວກັບບາງຄົນ, ພວກເຂົາກໍ່ບໍ່ເຄີຍນຳຄວາມຄິດເຫຼົ່ານັ້ນໄປປະຕິບັດ ຫຼື ແມ່ນແຕ່ເວົ້າຄໍາດຽວທີ່ຢູ່ນອກເສັ້ນ, ບໍ່ເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າເຄືອງໃຈ. ນີ້ແມ່ນພຶດຕິກຳແບບໃດ? ນີ້ແມ່ນຕົວຢ່າງຂອງການປະພຶດຕົນເອງ ແລະ ການຈັດການກັບສິ່ງຕ່າງໆດ້ວຍຫຼັກການ ແລະ ຄວາມບໍ່ລຳອຽງ. ເຈົ້າອາດຈະບໍ່ສາມາດເຂົ້າກັນກັບບຸກຄະລິກຂອງບາງຄົນ ແລະ ເຈົ້າອາດຈະບໍ່ມັກລາວ, ແຕ່ເມື່ອເຈົ້າເຮັດວຽກຮ່ວມກັນກັບລາວ, ເຈົ້າກໍ່ຍັງບໍ່ລຳອຽງ ແລະ ຈະບໍ່ລະບາຍຄວາມຫງຸດຫງິດໃນການເຮັດໜ້າທີ່ຂອງເຈົ້າ, ເສຍສະລະໜ້າທີ່ຂອງເຈົ້າ ຫຼື ເອົາຄວາມຫງຸດຫງິດຂອງເຈົ້າໄປໃສ່ກັບຜົນປະໂຫຍດໃນຄອບຄົວຂອງພຣະເຈົ້າ. ເຈົ້າສາມາດເຮັດສິ່ງຕ່າງໆຕາມຫຼັກການ; ຖ້າເປັນເຊັ່ນນັ້ນ, ເຈົ້າກໍ່ມີຄວາມເຄົາລົບຂັ້ນພື້ນຖານຕໍ່ພຣະເຈົ້າ. ຖ້າເຈົ້າມີຫຼາຍຂຶ້ນກວ່ານັ້ນເລັກນ້ອຍ, ແລ້ວເມື່ອເຈົ້າເຫັນວ່າໃຜບາງຄົນມີຄວາມຜິດ ຫຼື ຄວາມອ່ອນແອບາງຢ່າງ ນັ້ນກໍ່ຄື ເຖິງແມ່ນວ່າເຂົາໄດ້ເຮັດຜິດໃຈເຈົ້າ ຫຼື ທຳຮ້າຍຜົນປະໂຫຍດຂອງຕົວເຈົ້າເອງ, ເຈົ້າກໍ່ຍັງມີມັນຢູ່ໃນຕົວເຈົ້າເພື່ອຊ່ວຍເຂົາ. ນີ້ຈະໝາຍຄວາມວ່າມີຄວາມຮັກໃນຕົວເຈົ້າ; ມັນຈະໝາຍຄວາມວ່າ ເຈົ້າເປັນຄົນທີ່ມີຄວາມເປັນມະນຸດ, ຄວາມເປັນຈິງແຫ່ງຄວາມຈິງ ແລະ ຄວາມເຄົາລົບຕໍ່ພຣະເຈົ້າ” (ຄັດຈາກບົດ “ຫ້າສະພາວະທີ່ຈຳເປັນຕ້ອງຢູ່ໃນເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງຄົນໆໜຶ່ງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍເຫັນຈາກພຣະທຳຂອງພຣະເຈົ້າວ່າ ບັນດາຜູ້ທີ່ຢຳເກງພຣະເຈົ້າສາມາດປະຕິບັດຕໍ່ຄົນອື່ນຕາມຫຼັກການແຫ່ງຄວາມຈິງ. ພວກເຂົາອາດມີຄວາມລຳອຽງບາງຢ່າງຕໍ່ອ້າຍເອື້ອຍນ້ອງເປັນບາງຄັ້ງບາງຄາວ, ແຕ່ພວກເຂົາບໍ່ໄດ້ຕັ້ງໃຈໃນການໂຕ້ຕອບຂອງພວກເຂົາ ແລະ ພວກເຂົາບໍ່ເຮັດສິ່ງໃດທີ່ຜິດໃຈພຣະເຈົ້າ ຫຼື ທຳຮ້າຍຄົນອື່ນ. ຄົນທີ່ບໍ່ຢຳເກງພຣະເຈົ້າ ເຮັດສິ່ງໃດກໍຕາມທີ່ໃຈຊົ່ວຂອງພວກເຂົາປາຖະໜາ, ນັ້ນແມ່ນການເຮັດຄວາມຊົ່ວ ແລະ ນັ້ນຖືກປະນາມໂດຍພຣະເຈົ້າ. ເອື້ອຍຫຼິວຂ້ອນຂ້າງກົງໄປກົງມາ, ແຕ່ສິ່ງທີ່ລາວເວົ້າກ່ຽວກັບຂ້ອຍແມ່ນຈິງໃຈ. ມັນບໍ່ໄດ້ຕັ້ງເປົ້າໄປທີ່ຂ້ອຍ. ລາວຍັງເຮັດໜ້າທີ່ຂອງລາວຢ່າງຈິງຈັງ ແລະ ຢ່າງມີຄວາມຮັບຜິດຊອບ ແລະ ຄຳແນະນຳຂອງລາວສ່ວນໃຫຍ່ແມ່ນເປັນປະໂຫຍດແກ່ວຽກງານຂອງພວກເຮົາ. ຂ້ອຍບໍ່ຄວນຕັ້ງໃຈເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກກັບລາວ. ຕໍ່ມາ, ຂ້ອຍເປີດໃຈກັບລາວກ່ຽວກັບຄວາມເສື່ອມຊາມຂອງຂ້ອຍ ແລະ ໄດ້ຂໍອະໄພ. ເອື້ອຍຫຼິວເວົ້າວ່າ ລາວບໍ່ໄດ້ຄິດຫຍັງກ່ຽວກັບມັນ ແລະ ລາວໄດ້ສົນທະນາຄວາມຈິງບາງຢ່າງເພື່ອຊ່ວຍຂ້ອຍ. ຂ້ອຍຮູ້ສຶກອັບອາຍ ແລະ ກຽດຊັງໂຕເອງຫຼາຍຍິ່ງຂຶ້ນ. ຂ້ອຍບໍ່ຕ້ອງການດຳລົງຊີວິດໂດຍອຸປະນິໄສທີ່ເສື່ອມຊາມຂອງຂ້ອຍອີກຕໍ່ໄປ. ຫຼັງຈາກນັ້ນ, ເມື່ອເອື້ອຍຫຼິວໃຫ້ຄຳແນະນຳແກ່ຂ້ອຍ ຫຼື ບາງສິ່ງທີ່ລາວເວົ້າ ຫຼື ເຮັດ ເຊິ່ງທຳຮ້າຍຄວາມພາກພູມໃຈຂອງຂ້ອຍ, ຂ້ອຍກໍສາມາດຈັດການມັນໄດ້ຢ່າງເໝາະສົມ ແລະ ສຸມໃສ່ການສະແຫວງຫາຄວາມຈິງ ແລະ ການທົບທວນໂຕເອງ. ພວກເຮົາສາມາດເຮັດວຽກຮ່ວມກັນໄດ້ດີອີກຄັ້ງ. ນີ້ແມ່ນຄວາມໂລ່ງໃຈອັນຍິ່ງໃຫຍ່ສຳລັບຂ້ອຍ. ຂ້ອຍຂອບໃຈການພິພາກສາຂອງພຣະເຈົ້າທີ່ໄດ້ປ່ຽນແປງຂ້ອຍໃນທາງນ້ອຍໆນີ້.

ກ່ອນນີ້: 43. ໃນການປະຖິ້ມຄວາມເຫັນແກ່ຕົວ, ຂ້ອຍແມ່ນເປັນອິດສະຫຼະ

ຕໍ່ໄປ: 45. ການດໍາລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ຄືກັບຄົນຫຼາຍລ້ານຄົນທີ່ຕິດຕາມພຣະເຢຊູຄຣິດເຈົ້າ, ພວກເຮົາປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງຂອງພຣະຄຳພີ, ຮັບພຣະຄຸນທີ່ອຸດົມສົມບູນຂອງພຣະເຢຊູຄຣິດເຈົ້າ ແລະ ເຕົ້າໂຮມກັນ, ອະທິຖານ, ສັນລະເສີນ ແລະ ຮັບໃຊ້ໃນນາມພຣະເຢຊູຄຣິດເຈົ້າ. ພວກເຮົາເຮັດທຸກສິ່ງນີ້ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະຜູ້ເປັນເຈົ້າ. ພວກເຮົາອ່ອນແອຕະຫຼອດ ແລະ ພວກເຮົາກໍເຂັ້ມແຂງຕະຫຼອດເຊັ່ນກັນ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າແມ່ນພຣະເຈົ້າອົງດຽວກັນບໍ?

ເມື່ອມະນຸດຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ພຣະເຈົ້າກໍໄດ້ເລີ່ມແຜນການຄຸ້ມຄອງຂອງພຣະອົງເພື່ອຄວາມລອດພົ້ນຂອງມະນຸດຊາດ....

ຕົ້ນກຳເນີດ ແລະ ການພັດທະນາຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

ໃນຍຸກແຫ່ງພຣະຄຸນ ພຣະເຍຊູເຄີຍສັນຍາກັບຜູ້ຕິດຕາມພຣະອົງວ່າ “ແລະ ເມື່ອເຮົາໄປຈັດຕຽມສະຖານທີ່ໄວ້ໃຫ້ພວກທ່ານແລ້ວ ເຮົາຈະກັບຄືນມາອີກ ແລະ ຮັບເອົາພວກທ່ານໄປບ່ອນເຮົາຢູ່. ດ້ວຍວ່າເຮົາຢູ່ບ່ອນໃດ ບ່ອນນັ້ນກໍຈະມີພວກທ່ານຢູ່ເຊັ່ນກັນ” (ໂຢຮັນ 14:3). ນອກນັ້ນ ພຣະອົງຍັງທຳນວາຍໄວ້ວ່າ “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ” (ມັດທາຍ 24:27).

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້