47. ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈສາມາດຮັບເອົາຄວາມລອດພົ້ນຂອງພຣະເຈົ້າບໍ?

ໂດຍ ຫາວເຈີ້ງ, ຈີນ

ຂ້ອຍມາຈາກໝູ່ບ້ານທຸກຍາກທີ່ຫຼ້າຫຼັງເທິງພູເຂົາ ເຊິ່ງມີປະເພນີແບບສັກດີນາ ແລະ ຄວາມສຳພັນລະຫວ່າງບຸກຄົນທີ່ຊັບຊ້ອນ. ຂ້ອຍໄດ້ຮັບອິດທິພົນຈາກສະພາບແວດລ້ອມນັ້ນແທ້ໆ ແລະ ສິ່ງຕ່າງໆທີ່ພໍ່ແມ່ຂ້ອຍເວົ້າ ເຊັ່ນ: “ຈົ່ງຄິດກ່ອນເວົ້າ ແລະ ຫຼັງຈາກນັ້ນຈົ່ງເວົ້າໂດຍມີຂໍ້ຈຳກັດ”, “ຄວາມງຽບຄືທອງຄຳ, ຄຳເວົ້າຄືເງິນ ແລະ ຄົນທີ່ເວົ້າຫຼາຍກໍເຮັດຜິດພາດຫຼາຍ”, “ການຢູ່ງຽບໆບົນຂໍ້ຜິດພາດຂອງເພື່ອນທີ່ດີເຮັດໃຫ້ມິດຕະພາບຍາວນານ ແລະ ດີ”, “ກ່າວຄຳເວົ້າທີ່ດີໃຫ້ສອດຄ່ອງກັບຄວາມຮູ້ສຶກ ແລະ ເຫດຜົນຂອງຄົນອື່ນ ຍ້ອນການເວົ້າກົງເຮັດໃຫ້ຄົນອື່ນລຳຄານ”. ປັດຊະຢາທັງໝົດເຫຼົ່ານີ້ໄດ້ກາຍມາເປັນຄຳເວົ້າແຫ່ງສະຕິປັນຍາສຳລັບຂ້ອຍໃນຊີວິດຂອງຂ້ອຍ. ແມ່ນແຕ່ກັບອ້າຍເອື້ອຍນ້ອງຂອງຂ້ອຍ, ຂ້ອຍກໍ່ສັງເກດເບິ່ງພວກເຂົາຢ່າງລະມັດລະວັງຢູ່ສະເໝີ, ພະຍາຍາມເວົ້າສິ່ງທີ່ດີ ແລະ ຍົກຍ້ອງເພື່ອເຮັດໃຫ້ພວກເຂົາມີຄວາມສຸກ. ຖ້າຄົນໜຶ່ງເຮັດບາງຢ່າງຜິດ ແລະ ພໍ່ແມ່ຂອງຂ້ອຍຖາມຂ້ອຍວ່າຜູ້ໃດເຮັດ, ຂ້ອຍກໍ່ຈະເວົ້າວ່າຂ້ອຍບໍ່ຮູ້, ສະນັ້ນ ອ້າຍເອື້ອຍນ້ອງຂອງຂ້ອຍມັກຂ້ອຍຂ້ອນຂ້າງຫຼາຍໜ້ອຍໜຶ່ງ. ແມ່ຂອງຂ້ອຍເວົ້າຢູ່ສະເໝີວ່າຂ້ອຍເປັນເດັກນ້ອຍທີ່ດີເຊັ່ນກັນ. ຫຼັງຈາກທີ່ຂ້ອຍອອກໄປສູ່ໂລກພາຍນອກ, ບໍ່ວ່າຂ້ອຍຈະຢູ່ກັບໝູ່ເພື່ອນ ຫຼື ຄົນປະເພດຕ່າງໆທີ່ຢູ່ດ້ານນອກນັ້ນ, ຂ້ອຍກໍລະມັດລະວັງຢູ່ສະເໝີເພື່ອປົກປ້ອງຄວາມສຳພັນຂອງຂ້ອຍ. ຂ້ອຍບໍ່ເຄີຍເຮັດຫຍັງທີ່ຈະເຮັດໃຫ້ຄົນໃດໜຶ່ງບໍ່ພໍໃຈ ຫຼື ໂຕ້ຖຽງກັບຜູ້ໃດ. ຖ້າຄົນອື່ນເຮັດໃຫ້ຂ້ອຍບໍ່ພໍໃຈ, ຂ້ອຍກໍໃຫ້ອະໄພຢູ່ສະເໝີ ແລະ ຈະບໍ່ແກ້ແຄ້ນ. ຂ້ອຍມັກຖືກເອົາປຽບຫຼາຍ ແລະ ຂ້ອຍກໍ່ຮູ້ສຶກເກັບກົດ ແລະ ໃຈຮ້າຍ, ແຕ່ຂ້ອຍຍຶດໝັ້ນກັບ “ຄວາມງຽບຄືທອງຄຳ ແລະ ຄົນທີ່ເວົ້າຫຼາຍກໍເຮັດຜິດພາດຫຼາຍ” ແລະ ພຽງແຕ່ເກັບຄວາມຮູ້ສຶກຂອງຂ້ອຍໄວ້. ຂ້ອຍເປັນທີ່ຮູ້ຈັກທ່າມກາງຄອບຄົວ ແລະ ໝູ່ເພື່ອນວ່າເປັນຄົນດີ. ຂ້ອຍໄດ້ຮັບການຍ້ອງຍໍ ແລະ ການສັນລະເສີນຈາກທຸກຄົນສຳລັບການເປັນຄົນແບບນັ້ນ, ແຕ່ຂ້ອຍຮູ້ສຶກເຖິງຄວາມກົດດັນ ແລະ ຄວາມເຈັບປວດນີ້ໃນຫົວໃຈຂອງຂ້ອຍຢູ່ສະເໝີ ເຊິ່ງຂ້ອຍບໍ່ສາມາດອະທິບາຍເປັນຄໍາເວົ້າໄດ້. ຂ້ອຍເຝົ້າລະວັງທຸກຄົນ ເພື່ອວ່າຂ້ອຍຈະບໍ່ເຮັດໃຫ້ຜູ້ໃດບໍ່ພໍໃຈ ແລະ ຂ້ອຍບໍ່ກ້າຈັກເທື່ອທີ່ຈະເປີດໃຈແທ້ໆກັບແມ່ນແຕ່ຄົນດຽວ. ຂ້ອຍຊັກນໍາ ແລະ ວາງສາກໜ້າທີ່ປອມເພື່ອປົກປ້ອງຜົນປະໂຫຍດຂອງຂ້ອຍເອງ. ນັ້ນຄືວິທີການດຳລົງຊີວິດທີ່ເຈັບປວດ, ເມື່ອຍ ແລະ ກົດດັນ. ຂ້ອຍເຄີຍສົງໄສຢູ່ສະເໝີວ່າ “ເມື່ອໃດການທົນທຸກຂອງຂ້ອຍຈຶ່ງຈະສິ້ນສຸດ? ຂ້ອຍຈະສາມາດມີຊີວິດທີ່ງ່າຍຂຶ້ນໄດ້ແນວໃດ?” ເມື່ອຂ້ອຍສັບສົນ ແລະ ເຈັບປວດ, ພຣະເຈົ້າອົງຊົງລິດທານຸພາບສູງສຸດກໍ່ຍື່ນມືແຫ່ງຄວາມລອດພົ້ນຂອງພຣະອົງມາໃຫ້ຂ້ອຍ.

ໃນປີ 1998, ຂ້ອຍໂຊກດີທີ່ໄດ້ຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຂ້ອຍຮຽນຮູ້ຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດວ່າ ພຣະເຈົ້າໄດ້ກາຍມາເປັນເນື້ອໜັງ ແລະ ມາເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ໂດຍຫຼັກໆແມ່ນເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ ແລະ ປ່ອຍໃຫ້ພວກເຮົາດຳລົງຊີວິດຕາມລັກສະນະທີ່ແທ້ຈິງຂອງມະນຸດ. “ພວກເຈົ້າຄວນຮູ້ວ່າ ພຣະເຈົ້າມັກຄົນທີ່ຊື່ສັດ. ພຣະເຈົ້າມີແກ່ນສານຂອງຄວາມຊື່ສັດ ແລະ ພຣະທໍາຂອງພຣະອົງແມ່ນສາມາດເຊື່ອຖືໄດ້ ຕະຫຼອດເວລາ. ນອກຈາກນັ້ນ ການກະທໍາຂອງພຣະອົງ ບໍ່ມີຄວາມຜິດພາດ ແລະ ບໍ່ເປັນທີ່ໜ້າສົງໄສ. ນີ້ຄືເຫດຜົນທີ່ພຣະເຈົ້າມັກຄົນ ທີ່ຊື່ສັດຕໍ່ພຣະອົງ ຢ່າງແທ້ຈິງ” (ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ອານາຈັກຂອງເຮົາຕ້ອງການຄົນທີ່ຊື່ສັດ, ບໍ່ໜ້າຊື່ໃຈຄົດ ແລະ ບໍ່ຫຼອກລວງ. ຄົນທີ່ຈິງໃຈ ແລະ ຊື່ສັດບໍ່ແມ່ນຄົນທີ່ບໍ່ເປັນທີ່ນິຍົມໃນໂລກບໍ? ເຮົາພຽງຢູ່ກົງກັນຂ້າມ. ມັນເປັນເລື່ອງທີ່ຮັບໄດ້ທີ່ຈະໃຫ້ຄົນຊື່ສັດມາຫາເຮົາ; ເຮົາປິຕິຍິນດີໃນຄົນປະເພດນີ້ ແລະ ເຮົາກໍ່ຍັງຕ້ອງການຄົນປະເພດນີ້ດ້ວຍ. ນີ້ແມ່ນຄວາມຊອບທຳຂອງເຮົາແທ້ໆ” (ຄັດຈາກ “ບົດທີ 33” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ພຣະເຈົ້າບອກພວກເຮົາໃຫ້ຊື່ສັດ, ລຽບງ່າຍ ແລະ ເປີດໃຈ, ນັ້ນຄືວິທີດຽວທີ່ຈະເຂົ້າສູ່ອານາຈັກສະຫວັນ. ເມື່ອຂ້ອຍອ່ານສິ່ງນີ້, ຂ້ອຍກໍ່ຮູ້ສຶກຢ່າງເລິກເຊິ່ງວ່ານັ້ນຄືວິທີການດຳລົງຊີວິດທີ່ງ່າຍກວ່າ ແລະ ມີຄວາມສຸກກວ່າ ແລະ ຂ້ອຍກໍ່ປາຖະໜາທີ່ຈະເປັນຄົນຊື່ສັດຕາມທີ່ພຣະເຈົ້າຮຽກຮ້ອງ. ໃນການພົວພັນກັນ ແລະ ການເຕົ້າໂຮມກັບອ້າຍເອື້ອຍນ້ອງ, ຂ້ອຍສັງເກດວ່າພວກເຂົາທຸກຄົນຊື່ສັດ ແລະ ເວົ້າຢ່າງເປັນອິດສະຫຼະ. ພວກເຂົາຈິງໃຈ ແລະ ມີຄວາມແທ້ຈິງ. ເມື່ອພວກເຂົາມີຄວາມຄິດເຫັນກ່ຽວກັບຄົນໃດໜຶ່ງ ຫຼື ເຫັນວ່າຄົນໃດໜຶ່ງກຳລັງເປີດເຜີຍຄວາມເສື່ອມຊາມ, ພວກເຂົາກໍສາມາດຊີ້ມັນອອກເພື່ອຊ່ວຍຄົນເຫຼົ່ານັ້ນ ແລະ ພວກເຂົາສາມາດເປີດໃຈ ແລະ ລົມເລື່ອງຄວາມຮູ້ຂອງພວກເຂົາກ່ຽວກັບຕົນເອງ. ສິ່ງນີ້ເຮັດໃຫ້ຂ້ອຍປະຫຼາດໃຈແທ້ໆ, ເພາະຂ້ອຍຄິດຢູ່ສະເໝີວ່າຄວາມຄິດເຫັນຂອງຄົນໆໜຶ່ງກ່ຽບກັບຜູ້ຄົນບໍ່ສາມາດນໍາມາລົມກັນໄດ້ແທ້ໆ, ໂດຍການເປັນຄົນຊື່ສັດ, ຂ້ອຍຈະເຮັດໃຫ້ຄົນອື່ນບໍ່ພໍໃຈ ແລະ ທຳຮ້າຍຕົນເອງ. ແຕ່ຂ້ອຍບໍ່ຈຳເປັນຕ້ອງກັງວົນກ່ຽວກັບສິ່ງນັ້ນຢູ່ບ່ອນນີ້. ອ້າຍເອື້ອຍນ້ອງບໍ່ໄດ້ເວົ້າຕົວະຄືກັບຜູ້ຄົນໃນໂລກ ແລະ ພວກເຂົາຂໍໂທດເມື່ອພວກເຂົາທຳຮ້າຍຄົນອື່ນ. ພວກເຂົາຄຳນຶງເຖິງຄົນອື່ນຢູ່ສະເໝີ. ຂ້ອຍຮູ້ວ່າພວກເຂົາສາມາດປະຕິບັດຄວາມຈິງ ແລະ ດຳລົງຊີວິດກໍ່ຍ້ອນພາລະກິດ ແລະ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທັງສິ້ນ. ສິ່ງນັ້ນເຮັດໃຫ້ຂ້ອຍຍິ່ງແນ່ໃຈຂຶ້ນອີກວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ, ພວກມັນສາມາດຊໍາລະລ້າງ ແລະ ປ່ຽນແປງຜູ້ຄົນ ແລະ ຂ້ອຍຕ້ອງການເປັນຄົນຊື່ສັດແທ້ໆ. ແຕ່ປັດຊະຍາຂອງຊາຕານສຳລັບການດຳລົງຊີວິດໄດ້ເຊື່ອງຢູ່ໃນຕົວຂ້ອຍມາດົນແລ້ວ, ກາຍມາເປັນກົດລະບຽບສຳລັບການເອົາຕົວລອດຂອງຂ້ອຍເອງ. ໃນການພົວພັນກັບອ້າຍເອື້ອຍນ້ອງຂອງຂ້ອຍ, ຂ້ອຍຍັງອາໄສປັດຊະຍາເຫຼົ່ານັ້ນຂອງຊາຕານ ໂດຍບໍ່ຮູ້ຕົວ. ຂ້ອຍຢ້ານທີ່ຈະເປີດໃຈ ແລະ ເວົ້າຈາກຫົວໃຈ, ຢ້ານທີ່ຈະເຮັດໃຫ້ຄົນໃດໜຶ່ງບໍ່ພໍໃຈ ຫຼື ທຳຮ້າຍຊື່ສຽງຂອງຂ້ອຍ. ຂ້ອຍສືບຕໍ່ລະມັດລະວັງເພື່ອປົກປ້ອງຄວາມສຳພັນຂອງຂ້ອຍກັບພວກເຂົາ ແລະ ຂ້ອຍຮູ້ສຶກວ່າການເປັນຄົນຊື່ສັດເປັນສິ່ງທີ່ເຮັດໄດ້ຍາກແທ້ໆ. ແລ້ວເພື່ອຊໍາລະລ້າງ ແລະ ປ່ຽນແປງຂ້ອຍ, ພຣະເຈົ້າໄດ້ຈັດແຈງສະພາບແວດລ້ອມທີ່ຖືກຕ້ອງໃຫ້ກັບຂ້ອຍຢ່າງລະມັດລະວັງ ເພື່ອເປີດເຜີຍຄວາມເສື່ອມຊາມ ແລະ ຂໍ້ບົກຜ່ອງຂອງຂ້ອຍ, ນໍາພາຂ້ອຍໄປສູ່ຄວາມເປັນຈິງຂອງການເປັນຄົນຊື່ສັດ.

ຕໍ່ມາ, ຂ້ອຍເລີ່ມເຮັດວຽກເປັນຜູ້ນໍາທີມກັບອ້າຍລີ. ພວກເຮົາເຂົ້າໄດ້ດີຫຼາຍ ແລະ ລາວກໍ່ຊ່ວຍເຫຼືອຂ້ອຍໃນຫຼາຍສິ່ງ. ແຕ່ໃນໜ້າທີ່ຂອງພວກເຮົາ, ຂ້ອຍພົບວ່າລາວອວດດີ, ເຫັນແກ່ຄວາມປະສົງຂອງຕົນເອງ ແລະ ບໍ່ດຳເນີນຕາມຫຼັກການ. ທຸກເທື່ອທີ່ຂ້ອຍຕ້ອງການເວົ້າບາງສິ່ງ, ຂ້ອຍກຳລັງຈະເປີດປາກຂອງຂ້ອຍອອກ, ແລ້ວກໍ່ຈົບລົງດ້ວຍການກືນຄຳເວົ້າຄືນ. ຂ້ອຍຄິດວ່າ “ຖ້າຂ້ອຍວິພາກວິຈານລາວ, ລາວຈະເວົ້າວ່າຂ້ອຍບໍ່ມີຄວາມສຳນຶກ, ລາວໃຈດີຫຼາຍກັບຂ້ອຍ ແຕ່ຂ້ອຍກໍ່ຊີ້ໃຫ້ເຫັນເຖິງບັນຫາຂອງລາວຢູ່ສະເໝີ. ຈະເກີດຫຍັງຂຶ້ນຖ້າລາວມີອະຄະຕິກັບຂ້ອຍ ແລະ ພວກເຮົາບໍ່ສາມາດເຮັດວຽກຮ່ວມກັນໃນໜ້າທີ່ຂອງພວກເຮົາອີກຕໍ່ໄປ?” ຂ້ອຍບໍ່ເຄີຍນໍາສິ່ງນີ້ຂຶ້ນມາເວົ້າກັບລາວ ເພື່ອວ່າຂ້ອຍຈະສາມາດປົກປ້ອງຄວາມສຳພັນຂອງພວກເຮົາ. ຕໍ່ມາ ອ້າຍລີສ້າງຜົນກະທົບຕໍ່ວຽກງານຂອງຄຣິດຕະຈັກຢ່າງແຮງ ເພາະລາວອວດດີ ແລະ ລະເລີຍໜ້າທີ່ຂອງລາວ ແລະ ລາວຖືກປ່ຽນແທນ. ເຖິງແມ່ນວ່າເຫດການນີ້ໄດ້ເກີດຂຶ້ນ, ຂ້ອຍກໍ່ຍັງບໍ່ໄດ້ໄຕ່ຕອງກ່ຽວກັບຕົນເອງ. ແຕ່ຫຼັງຈາກນັ້ນ ມື້ໜຶ່ງ ເມື່ອຂ້ອຍໄປທີ່ເຮືອນຂອງອ້າຍລີສຳລັບບາງສິ່ງ, ເມຍຂອງລາວກໍ່ເວົ້າກັບຂ້ອຍວ່າ “ເຈົ້າມີສ່ວນເຮັດໃຫ້ຜົວຂອງຂ້ອຍຖືກປ່ຽນແທນ. ຖ້າເຈົ້າສາມາດເຕືອນລາວ ແລະ ຊ່ວຍເຫຼືອລາວ, ມັນກໍ່ເປັນໄປໄດ້ທີ່ລາວຈະບໍ່ປະພຶດຢ່າງຫົວດື້ ແລະ ປະໝາດແບບນັ້ນໃນໜ້າທີ່ຂອງລາວ ແລະ ຂັດຂວາງວຽກງານຂອງຄຣິດຕະຈັກ. ເປັນຫຍັງເຈົ້າຈຶ່ງບໍ່ສາມາດສະໜັບສະໜູນວຽກງານຂອງຄຣິດຕະຈັກ? ເຈົ້າເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ, ເຈົ້າບໍ່ປະຕິບັດຄວາມຈິງ!” ການໄດ້ຍິນລາວເວົ້າແບບນີ້ເປັນຫາຍະນະສຳລັບຂ້ອຍ ແລະ ຂ້ອຍກໍ່ຮູ້ສຶກອັບອາຍຫຼາຍກວ່າສິ່ງໃດ. ຫຼັງຈາກທີ່ຈາກໄປ, ຂ້ອຍບໍ່ສາມາດຢຸດໄຫ້ໄດ້ແທ້ໆ. ຂ້ອຍອະທິຖານຫາພຣະເຈົ້າດ້ວຍຄວາມເຈັບປວດ ໂດຍເວົ້າວ່າ “ໂອ ພຣະເຈົ້າ, ພຣະອົງອະນຸຍາດໃຫ້ເອື້ອຍຄົນນີ້ຈັດການກັບຂ້ານ້ອຍ ແລະ ປະນາມຂ້ານ້ອຍໃນມື້ນີ້, ແຕ່ຂ້ອຍກໍ່ບໍ່ຮູ້ຈັກຕົນເອງແທ້ໆ. ກະລຸນາສ່ອງແສງ ແລະ ຊີ້ນໍາຂ້ານ້ອຍດ້ວຍ”. ຂ້ອຍສະຫງົບລົງເທື່ອລະໜ້ອຍຫຼັງຈາກຄຳອະທິຖານຂອງຂ້ອຍ ແລະ ເລີ່ມຄິດຫາເວລາຂອງຂ້ອຍທີ່ເຮັດວຽກກັບອ້າຍລີ. ຂ້ອຍເຫັນວ່າຂ້ອຍໄດ້ດຳລົງຊີວິດຕາມປັດຊະຍາສຳລັບການດຳລົງຊີວິດຂອງຊາຕານ. ຂ້ອຍໄດ້ເຫັນຢ່າງຊັດເຈນວ່າລາວເຮັດຂັດກັບຫຼັກການ ແຕ່ຂ້ອຍບໍ່ໄດ້ຫ້າມລາວ ຫຼື ຊ່ວຍເຫຼືອລາວ. ຂ້ອຍຢ້ານຫຼາຍທີ່ຈະເຮັດໃຫ້ລາວບໍ່ພໍໃຈ ແລະ ທຳລາຍຄວາມສຳພັນໃນການເຮັດວຽກຂອງພວກເຮົາ. ຂ້ອຍມີຄວາມຮັບຜິດຊອບທີ່ຂ້ອຍບໍ່ສາມາດຫຼົບຫຼີກໄດ້ໃນການທີ່ອ້າຍລີໄປຮອດຈຸດນັ້ນ. ຂ້ອຍຍ່ິງຮູ້ສຶກຜິດ ແລະ ເສຍໃຈຫຼາຍຂຶ້ນຕື່ມ.

ຕໍ່ມາ, ຂ້ອຍໄດ້ອ່ານຂໍ້ຄວາມໃນພຣະທຳຂອງພຣະເຈົ້າ. “ຕ້ອງມີມາດຕະຖານສໍາລັບການມີຄວາມເປັນມະນຸດທີ່ດີ. ມັນບໍ່ກ່ຽວຂ້ອງກັບການຍ່າງໄປຕາມເສັ້ນທາງຂອງຄວາມພໍປະມານ, ບໍ່ຍຶດຕິດກັບຫຼັກການ, ພະຍາຍາມບໍ່ເຮັດໃຫ້ໃຜຂຸ່ນເຄືອງໃຈ, ເຮັດໃຫ້ມີຄວາມໂປດປານຢູ່ທຸກບ່ອນທີ່ເຈົ້າໄປ, ນິ້ມນວນ ແລະ ລຽບງ່າຍກັບທຸກຄົນທີ່ເຈົ້າພົບ ແລະ ເຮັດໃຫ້ທຸກຄົນຮູ້ສຶກດີ. ນີ້ບໍ່ແມ່ນມາດຕະຖານ. ແລ້ວແມ່ນຫຍັງຄືມາດຕະຖານ? ມັນລວມເຖິງການປະຕິບັດຕໍ່ພຣະເຈົ້າ, ຄົນອື່ນ ແລະ ເຫດການຕ່າງໆດ້ວຍໃຈຈິງ, ສາມາດຮັບຜິດຊອບ ແລະ ເຮັດສິ່ງທັງໝົດນີ້ໃນລັກສະນະທີ່ຊັດເຈນໃຫ້ທຸກຄົນໄດ້ເຫັນ ແລະ ຮູ້ສຶກ. ຍິ່ງໄປກວ່ານັ້ນ, ພຣະເຈົ້າຄົ້ນຫາຫົວໃຈຂອງຜູ້ຄົນ ແລະ ຮູ້ຈັກພວກເຂົາແຕ່ລະຄົນ. ບາງຄົນໂອ້ອວດສະເໝີວ່າຕົນເອງມີຄວາມເປັນມະນຸດທີ່ດີ, ອ້າງວ່າບໍ່ເຄີຍເຮັດຫຍັງທີ່ບໍ່ດີຈັກເທື່ອ, ລັກຊັບສິນຂອງຄົນອື່ນ ຫຼື ໂລບເອົາສິ່ງຂອງໆຄົນອື່ນ. ພວກເຂົາຍັງໄປໄກເຖິງຂັ້ນເຮັດໃຫ້ຄົນອື່ນໄດ້ຮັບຜົນປະໂຫຍດຈາກໃຊ້ຈ່າຍຂອງພວກເຂົາເອງເມື່ອມີການຂັດແຍ່ງເລື່ອງຜົນປະໂຫຍດ, ມັກທີ່ຈະປະສົບກັບຄວາມສູນເສຍ ແລະ ພວກເຂົາບໍ່ເຄີຍເວົ້າຫຍັງບໍ່ດີກ່ຽວກັບໃຜພຽງເພື່ອໃຫ້ທຸກຄົນຄິດວ່າພວກເຂົາເປັນຄົນດີ. ແນວໃດກໍຕາມ, ເມື່ອປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ພວກເຂົາເຈົ້າເລ່ ແລະ ລື່ນໄຫຼ, ວາງແຜນອຸບາຍເພື່ອຕົນເອງຢູ່ສະເໝີ. ພວກເຂົາບໍ່ເຄີຍຄິດເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ພວກເຂົາບໍ່ເຄີຍປະຕິບັດຢ່າງຮີບດ່ວນຕໍ່ສິ່ງທີ່ພຣະເຈົ້າປະຕິບັດຢ່າງຮີບດ່ວນ ຫຼື ຄິດແບບທີ່ພຣະເຈົ້າຄິດ ແລະ ພວກເຂົາບໍ່ເຄີຍສາມາດປະຖິ້ມຜົນປະໂຫຍດຂອງພວກເຂົາເພື່ອປະຕິບັດໜ້າທີ່ຂອງຕົນໄດ້. ພວກເຂົາບໍ່ເຄີຍປະຖິ້ມຜົນປະໂຫຍດຂອງຕົນເອງຈັກເທື່ອ. ແມ່ນແຕ່ເມື່ອພວກເຂົາເຫັນຄົນຊົ່ວຊ້າກຳລັງເຮັດຄວາມຊົ່ວຢູ່, ພວກເຂົາກໍບໍ່ເປີດໂປງພວກເຂົາ; ພວກເຂົາບໍ່ມີຫຼັກການໃດເລີຍ. ນີ້ບໍ່ແມ່ນຕົວຢ່າງຂອງຄວາມເປັນມະນຸດທີ່ດີ. ຈົ່ງຢ່າໃສ່ໃຈກັບສິ່ງທີ່ຄົນເຊັ່ນນັ້ນເວົ້າ; ເຈົ້າຕ້ອງເບິ່ງວ່າລາວໃຊ້ຊີວິດແນວໃດ, ລາວເປີດເຜີຍຫຍັງ ແລະ ທັດສະນະຄະຕິຂອງລາວເປັນແນວໃດເມື່ອລາວປະຕິບັດໜ້າທີ່ຂອງລາວ ລວມເຖິງວ່າສະພາວະພາຍໃນຂອງລາວເປັນແນວໃດ ແລະ ສິ່ງທີ່ລາວຮັກ. ຖ້າຄວາມຮັກຂອງລາວຕໍ່ຊື່ສຽງ ແລະ ໂຊກລາບຂອງຕົວລາວເອງເກີນຄວາມຈົ່ງຮັກພັກດີຂອງລາວທີ່ມີຕໍ່ພຣະເຈົ້າ, ຖ້າຄວາມຮັກຂອງລາວຕໍ່ຊື່ສຽງ ແລະ ໂຊກລາບຂອງຕົວລາວເອງເກີນຜົນປະໂຫຍດຂອງພຣະເຈົ້າ ຫຼື ຖ້າຄວາມຮັກຂອງລາວຕໍ່ຊື່ສຽງ ແລະ ໂຊກລາບຂອງຕົວລາວເອງເກີນຄວາມຄໍານຶງທີ່ລາວສະແດງອອກຕໍ່ພຣະເຈົ້າ, ລາວກໍ່ບໍ່ແມ່ນຄົນທີ່ມີຄວາມເປັນມະນຸດສະທຳ. ພຶດຕິກໍາຂອງລາວສາມາດເຫັນໄດ້ໂດຍຄົນອື່ນ ແລະ ໂດຍພະເຈົ້າ; ມັນຈຶ່ງຍາກຫຼາຍສຳລັບຄົນເຊັ່ນນັ້ນທີ່ຈະໄດ້ຮັບຄວາມຈິງ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນວ່າການເປັນຄົນດີບໍ່ແມ່ນການປະພຶດຕົວດີ. ມັນບໍ່ແມ່ນການເຂົ້າກັນໄດ້ດີກັບຜູ້ຄົນ ຫຼື ການໄດ້ຮັບການເຫັນດີຈາກພວກເຂົາ. ມັນຄືການຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າ, ການເປັນຄົນຈົງຮັກພັກດີ, ການປະຕິບັດຄວາມຈິງເພື່ອສະໜັບສະໜູນວຽກງານໃນເຮືອນຂອງພຣະເຈົ້າ, ການເຮັດຕາມຫຼັກການແຫ່ງຄວາມຈິງ ແລະ ການຊ່ວຍເຫຼືອ ແລະ ການສະໜັບສະໜູນຜູ້ຄົນຝ່າຍວິນຍານໃນຊີວິດຂອງພວກເຂົາ. ແຕ່ເຖິງແມ່ນວ່າຂ້ອຍໄດ້ເຫັນອ້າຍລີຫົວດື ແລະ ຂັດກັບຄວາມຈິງຫຼາຍຄັ້ງ ແລະ ອວດດີຫຼາຍ ແລະ ບໍ່ຍອມຮັບຂໍ້ສະເໜີຂອງຄົນອື່ນ, ໂດຍຮູ້ວ່າສິ່ງນີ້ບໍ່ດີທັງສຳລັບລາວ ແລະ ວຽກງານໃນເຮືອນຂອງພຣະເຈົ້າ, ຂ້ອຍຍັງສືບຕໍ່ດຳລົງຕາມປັດຊະຍາຂອງຊາຕານທີ່ວ່າ “ການຢູ່ງຽບໆບົນຂໍ້ຜິດພາດຂອງເພື່ອນທີ່ດີເຮັດໃຫ້ມິດຕະພາບຍາວນານ ແລະ ດີ”. ຂ້ອຍຫຼັບຫູຫຼັບຕາ. ຂ້ອຍບໍ່ໄດ້ຊ່ວຍລາວ ຫຼື ກ່າວເຖິງເລື່ອງນີ້ຕໍ່ຜູ້ນໍາຄຣິດຕະຈັກ. ຂ້ອຍພຽງແຕ່ແນມເບິ່ງໃນຂະນະທີ່ວຽກງານຂອງຄຣິດຕະຈັກໄດ້ຮັບຄວາມເສຍຫາຍ. ຂ້ອຍພຽງແຕ່ບໍ່ສາມາດເສຍສະຫຼະກຽດຕິຍົດຂອງຂ້ອຍເພື່ອປະຕິບັດຄວາມຈິງ ແລະ ມີຄວາມຮັບຜິດຊອບ. ຂ້ອຍຊ່າງເຫັນແກ່ຕົວ, ເປັນຕາລັງກຽດ ແລະ ຫຼອກລວງຫຼາຍ! ຂ້ອຍບໍ່ໄດ້ກຳລັງເປີດທາງໃຫ້ລາວເຮັດບາບບໍ? ຂ້ອຍບໍ່ໄດ້ຢືນຢູ່ຂ້າງຊາຕານບໍ? ຂ້ອຍກາຍມາເປັນຄົນທີ່ເປັນຕາລັງກຽດ ແລະ ເຫັນແກ່ຜົນປະໂຫຍດຂອງຕົນເອງ ຍ້ອນຂ້ອຍຢ້ານທີ່ຈະເຮັດໃຫ້ຄົນໃດໜຶ່ງບໍ່ພໍໃຈ. ຂ້ອຍບໍ່ມີຄວາມຮູ້ສຶກເຖິງຄວາມຊອບທຳ. ຂ້ອຍບໍ່ແມ່ນຄົນທີ່ດີເລີຍ. ໃນການທີ່ຂ້ອຍສະແຫວງຫາເພື່ອກາຍມາເປັນຄົນດີ, ຂ້ອຍໄດ້ກາຍມາເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ ແລະ ເປັນຄົນຫຼອກລວງທີ່ພຣະເຈົ້າກຽດຊັງ. ໃນໂລກ, ມັນດີທີ່ຈະເປັນແບບນັ້ນ, ແຕ່ໃນເຮືອນຂອງພຣະເຈົ້າ ສິ່ງນັ້ນເຮັດໃຫ້ພຣະອົງລັງກຽດ. ຫຼັງຈາກນັ້ນ ຂ້ອຍກໍ່ຮູ້ວ່າການບໍ່ປະຕິບັດຄວາມຈິງ, ແຕ່ການເປັນຄົນດີເພື່ອປົກປ້ອງຄວາມສຳພັນທຳຮ້າຍຜູ້ຄົນແທ້ໆ. ເປັນຄັ້ງທຳອິດທີ່ມຸມມອງຂອງຂ້ອຍກ່ຽວກັບການເປັນຄົນດີໄດ້ຖືກສັ່ນຄອນ. ຂ້ອຍເຫັນວ່າການດຳເນີນຊີວິດຕາມປັດຊະຍາຂອງຊາຕານໃນຄວາມສຳພັນຂອງຂ້ອຍບໍ່ຖືກຕ້ອງທັງສິ້ນ ແລະ ການຖືກຈັດການໃນຄັ້ງນີ້ກໍ່ເຮັດໃຫ້ມີຄວາມຮູ້ສຶກທີ່ຮ້າຍແຮງຕໍ່ຂ້ອຍ ເຊິ່ງຂ້ອຍຈະບໍ່ລືມຈັກເທື່ອ. ຂ້ອຍຮູ້ສຶກຄືກັບວ່າອ້າຍລີໄດ້ເຮັດຜິດ, ແຕ່ສິ່ງທີ່ເຫຼືອໄວ້ກັບຂ້ອຍແມ່ນໜີ້ຊົ່ວນິດນິລັນ. ຜ່ານການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ຂ້ອຍໄດ້ຮັບຄວາມເຂົ້າໃຈກ່ຽວກັບການສະແຫວງຫາທີ່ຖືກຊີ້ນໍາຢ່າງຜິດໆຂອງຂ້ອຍຕະຫຼອດຫຼາຍປີ ແລະ ຂ້ອຍບໍ່ຕ້ອງການດຳລົງຊີວິດໃນລັກສະນະນັ້ນອີກຕໍ່ໄປ. ຂ້ອຍເຕັມໃຈທີ່ຈະເປັນຄົນທີ່ຊື່ສັດ ແລະ ທ່ຽງກົງຕາມທີ່ພຣະເຈົ້າຮຽກຮ້ອງ. ຂ້ອຍມີຄວາມປາຖະໜາທີ່ຈະເຮັດວຽກເພື່ອເປັນຄົນທີ່ຊື່ສັດ, ແຕ່ຍ້ອນຄວາມເສື່ອມຊາມ ແລະ ອຸປະນິໄສແບບຊາຕານຂອງຂ້ອຍຝັ່ງເລິກຫຼາຍ ແລະ ຂ້ອຍບໍ່ເຂົ້າໃຈຢ່າງສົມບູນ ແລະ ກຽດຊັງທຳມະຊາດ ແລະ ແກ່ນແທ້ຂອງຂ້ອຍໃນຖານະຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ, ຂ້ອຍບໍ່ໄດ້ປ່ຽນແປງແທ້ໆ. ຕໍ່ມາບໍ່ດົນ, ຂ້ອຍກໍ່ກັບໄປເຮັດສິ່ງເດີມໆອີກຄັ້ງ.

ຜົວເອືອຍຊາງຈາກບ້ານໃກ້ຄຽງເປັນນັກເລງທີ່ຊົ່ວຮ້າຍຫຼາຍ ເຊິ່ງຢືນຂວາງທາງຄວາມເຊື່ອຂອງລາວ. ເມື່ອໃດກໍຕາມທີ່ລາວເຫັນເອື້ອຍຄົນນັ້ນຈາກໄປເພື່ອຮ່ວມການເຕົ້າໂຮມ, ລາວກໍເລີ່ມສ້າງບັນຫາກັບອ້າຍເອື້ອຍນ້ອງຄົນອື່ນໆ ເພື່ອວ່າພວກເຂົາຈະບໍ່ພົບຄວາມສະຫງົບສຸກໃດເລີຍ. ຄັ້ງໜຶ່ງ ເມື່ອລາວຈາກໄປເພື່ອຮ່ວມການເຕົ້າໂຮມ, ຜົວຂອງລາວກໍເອົາໄມ້ທີ່ອ້າຍຄົນໜຶ່ງກຳລັງຈະໃຊ້ເພື່ອສ້າງເຮືອນ ແລະ ເຜົາມັນຖິ້ມທັງໝົດ. ຜູ້ນໍາຄຣິດຕະຈັກບອກລາວວ່າ “ຢ່າມາຮ່ວມການເຕົ້າໂຮມ, ພວກເຮົາຈຳເປັນຕ້ອງຮັກສາໃຫ້ທຸກຄົນປອດໄພ. ດຳເນີນການອຸທິດຕົນຂອງເຈົ້າ ແລະ ອ່ານພຣະທຳຂອງພຣະເຈົ້າດ້ວຍຕົນເອງຢູ່ເຮືອນ”. ແຕ່ຫຼັງຈາກຊົ່ວໄລຍະໜຶ່ງ, ລາວກໍຕ້ອງການເຂົ້າຮ່ວມການເຕົ້າໂຮມແທ້ໆ ແລະ ລາວບໍ່ສາມາດຫ້າມບໍ່ໃຫ້ຕົນເອງມາບ້ານຂອງພວກເຮົາເພື່ອພົບປະກັບເອື້ອຍວາງ. ໂດຍບໍ່ຮູ້ວ່າຈະເຮັດແນວໃດ, ເອື້ອຍວາງໄດ້ມາລົມກັບຂ້ອຍ. ຂ້ອຍຮູ້ດີຫຼາຍວ່າຜົນປະໂຫຍດຂອງຄຣິດຕະຈັກຕ້ອງມາກ່ອນ, ເອື້ອຍຊາງຄວນກັບເຮືອນ. ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດວ່າ “ຂ້ອຍບໍ່ແມ່ນຜູ້ນໍາຄຣິດຕະຈັກ. ຄົນອື່ນຈະແນວຄິດ ຖ້ານີ້ຄືການຕັດສິນໃຈທີ່ຜິດ? ນອກຈາກນັ້ນ, ຖ້າເອື້ອຍຊາງພົບວ່າຂ້ອຍຫ້າມບໍ່ໃຫ້ລາວເຂົ້າຮ່ວມການເຕົ້າໂຮມ, ລາວຈະຄິດແນວໃດກ່ຽວກັບຂ້ອຍ?” ເມື່ອຄິດແບບນີ້, ຂ້ອຍໄດ້ເວົ້າອ້ອມໆຢ່າງສຸພາບ ໂດຍເວົ້າວ່າ “ເຈົ້າຄວນລົມກັບຜູ້ນໍາຄຣິດຕະຈັກແທ້ໆກ່ຽວກັບສິ່ງນີ້. ໃຫ້ໄປຫາໜຶ່ງໃນຜູ້ນໍາເຫຼົ່ານີ້”. ໃນທີ່ສຸດ ລາວກໍບໍ່ສາມາດຊອກຫາຜູ້ນໍາ, ສະນັ້ນ ລາວຈຶ່ງປ່ອຍໃຫ້ເອື້ອຍຊາງຢູ່.

ຕອນແລງຂອງມື້ຕໍ່ມາ ໃນຂະນະທີ່ຂ້ອຍກຳລັງຢູ່ເຮືອນດຳເນີນການອຸທິດຕົນຂອງຂ້ອຍ ແລະ ຮັບຟັງເພງສັນລະເສີນແຫ່ງພຣະທຳຂອງພຣະເຈົ້າ, ຂ້ອຍກໍ່ໄດ້ຍິນຄົນເຄາະປະຕູຢ່າງແຮງ. ຊ່ວງເວລາທີ່ລູກຊາຍຂອງຂ້ອຍເປີດປະຕູ, ຜູ້ຊາຍສາມ ຫຼື ສີ່ຄົນພ້ອມກັບຄ້ອນໄມ້ໄດ້ບຸກເຂົ້າມາ ແລະ ຫຼັງຈາກນັ້ນ ອີກສີ່ ຫຼື ຫ້າຄົນກໍ່ໂດດລົງຈາກຫຼັງຄາຂອງຂ້ອຍ. ພວກເຂົາບັງຄັບໃຫ້ຂ້ອຍມອບລົງເທິງຕຽງໂດຍບໍ່ເວົ້າຫຍັງ ແລະ ຕີຂ້ອຍຢ່າງຮຸນແຮງ. ຂ້ອຍຢ້ານແທ້ໆ. ຂ້ອຍອະທິຖານ ແລະ ຮ້ອງຫາພຣະເຈົ້າໂດຍບໍ່ຢຸດ. ໃນເວລານັ້ນເອງ ຄວາມເຈັບປວດກໍ່ຮ້າຍແຮງແທ້ໆ, ໂຄງຕຽງແຕກ ແລະ ຂ້ອຍຕົກລົງພື້ນ. ອັນຕະພານເຫຼົ່ານີ້ຄິດວ່າຂ້ອຍເຈັບຢ່າງຮຸນແຮງ ແລະ ໜີໄປດ້ວຍຄວາມຕື່ນຕົກໃຈ. ຂ້ອຍຄິດຫຼັງຈາກທີ່ຖືກຕີແບບນັ້ນວ່າ ກະດູກບາງສ່ວນຂອງຂ້ອຍຕ້ອງຫັກຢ່າງແນ່ນອນ, ແຕ່ດ້ວຍຄວາມປະຫຼາດໃຈ ພວກມັນເປັນພຽງບາດແຜສົດ ໂດຍບໍ່ມີການບາດເຈັບໃນກະດູກ. ຂ້ອຍຮູ້ວ່ານັ້ນຄືການດູແລ ແລະ ການປົກປ້ອງຂອງພຣະເຈົ້າ. ໜຶ່ງມື້ຫຼັງຈາກນັ້ນ ຂ້ອຍຮູ້ວ່າຜົວຂອງເອື້ອຍຊາງຮູ້ວ່າລາວກຳລັງຈາກໄປເພື່ອເຂົ້າຮ່ວມການເຕົ້າໂຮມ ແລະ ຄິດວ່າຂ້ອຍໄດ້ຈັດແຈງມັນ, ສະນັ້ນ ລາວຈຶ່ງພາຜູ້ຊາຍເຫຼົ່ານັ້ນມາຕີຂ້ອຍ. ຂ້ອຍຮູ້ວ່າສິ່ງນັ້ນເກີດຂຶ້ນເພາະຂ້ອຍບໍ່ໄດ້ປະຕິບັດຕາມຫຼັກການ. ຖ້າຂ້ອຍປະຕິບັດ ແລະ ຂ້ອຍຢຸດບໍ່ໃຫ້ເອື້ອຍຊາງເຂົ້າຮ່ວມການເຕົ້າໂຮມ, ມັນກໍ່ຈະບໍ່ປາກົດແບບນັ້ນຂຶ້ນ. ການຖືກຕີໂດຍນັກເລງເຫຼົ່ານີ້ເປັນຍ້ອນຂ້ອຍເຫັນແກ່ຕົວ ແລະ ເປັນຕາລັງກຽດທັງສິ້ນ. ຂ້ອຍພຽງແຕ່ສົນໃຈກ່ຽວກັບຜົນປະໂຫຍດຂອງຂ້ອຍເອງ ແລະ ເປັນ “ຄົນດີ” ທີ່ບໍ່ປະຕິບັດຄວາມຈິງ. ຂ້ອຍເຮັດໃຫ້ມັນເກີດຂຶ້ນກັບຕົວຂ້ອຍເອງ.

ຕໍ່ມາ ຂ້ອຍໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາ ແລະ ໄຕ່ຕອງວ່າ: ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດຢຸດປົກປ້ອງຜົນປະໂຫດຂອງຂ້ອຍເອງ ແລະ ການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດນໍາມັນເຂົ້າສູ່ການປະຕິບັດ ເມື່ອຂ້ອຍຮູ້ຄວາມຈິງ? ຄັ້ງໜຶ່ງ, ຂ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າທີ່ວ່າ: “ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມຜ່ານການສຶກສາ ແລະ ອິດທິພົນຂອງລັດຖະບານແຫ່ງຊາດ ແລະ ຂອງຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່. ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຂົາໄດ້ກາຍເປັນທຳມະຊາດໃນຂອງມະນຸດ. ‘ທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’ ແມ່ນຄໍາເວົ້າຂອງຊາຕານທີ່ເປັນທີ່ຮູ້ຈັກກັນດີ ທີ່ຖືກປູກຝັງໃນທຸກຄົນ ແລະ ໄດ້ກາຍເປັນຊີວິດຂອງມະນຸດ. ມີຄໍາເວົ້າອື່ນໆກ່ຽວກັບປັດຊະຍາສໍາລັບການດໍາລົງຊີວິດທີ່ຍັງຄືກັບຄໍາເວົ້ານີ້. ຊາຕານໃຊ້ວັດທະນະທໍາທາງປະເພນີຂອງຊາດເພື່ອສຶກສາອົບຮົມ, ຫຼອກລວງ ແລະ ເຮັໃດຫ້ຜູ້ຄົນເສື່ອມຊາມ, ເຮັດໃຫ້ມະນຸດຊາດຕົກຢູ່ໃນ ແລະ ຖືກອ້ອມໄປດ້ວຍຂຸມນາຮົກແຫ່ງການທໍາລາຍລ້າງທີ່ບໍ່ມີຂອບເຂດ ແລະ ໃນທີ່ສຸດແລ້ວ ຜູ້ຄົນຈະຖືກທໍາລາຍໂດຍພຣະເຈົ້າ ຍ້ອນພວກເຂົາຮັບໃຊ້ຊາຕານ ແລະ ຕໍ່ຕ້ານພຣະເຈົ້າ... ຍັງມີພິດຂອງຊາຕານຫຼາຍໃນຊີວິດຂອງຜູ້ຄົນ ໃນການປະພຶດ ແລະ ພຶດຕິກຳ; ພວກເຂົາເກືອບບໍ່ມີຄວາມຈິງເລີຍ. ຍົກຕົວຢ່າງ: ປັດຊະຍາສໍາລັບການດໍາລົງຊີວິດຂອງພວກເຂົາ, ວິທີທາງຂອງພວກເຂົາໃນການເຮັດສິ່ງຕ່າງໆ ແລະ ຄະຕິຊີວິດຂອງພວກເຂົາແມ່ນລ້ວນແລ້ວແຕ່ເຕັມໄປດ້ວຍພິດຈາກມັງກອນແດງຜູ້ຍິ່ງໃຫຍ່ ແລະ ພວກເຂົາທຸກຄົນແມ່ນມາຈາກຊາຕານ. ສະນັ້ນ, ທຸກສິ່ງທີ່ໄຫຼຜ່ານກະດູກ ແລະ ເລືອດຂອງຜູ້ຄົນແມ່ນທຸກສິ່ງທີ່ເປັນຂອງຊາຕານ. ເຈົ້າໜ້າທີ່ທັງໝົດເຫຼົ່ານັ້ນ ເຊິ່ງແມ່ນຜູ້ທີ່ມີອໍານາດ ແລະ ຜູ້ທີ່ມີຄວາມສໍາເລັດທາງສັງຄົມຫຼາຍ ແມ່ນມີເສັ້ນທາງ ແລະ ຄວາມລັບແຫ່ງຄວາມສໍາເລັດຂອງພວກເຂົາເອງ. ຄວາມລັບດັ່ງກ່າວບໍ່ແມ່ນສິ່ງຕາງໜ້າຂອງທໍາມະຊາດຂອງພວກເຂົາຢ່າງຄົບຖ້ວນບໍ? ພວກເຂົາໄດ້ເຮັດສິ່ງຍິ່ງໃຫຍ່ດັ່ງກ່າວໃນໂລກ ແລະ ບໍ່ມີໃຜສາມາດເຫັນທະລຸແຜນການ ແລະ ກົນອຸບາຍທີ່ຖືກວາງຢູ່ເບື້ອງຫຼັງສິ່ງເຫຼົ່ານັ້ນເລີຍ. ນີ້ສະແດງໃຫ້ເຫັນວ່າ ທໍາມະຊາດຂອງພວກເຂົາມີເງື່ອນງໍາ ແລະ ເປັນພິດຮ້າຍແຮງສໍ່າໃດ. ມະນຸດຊາດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ພິດຂອງຊາຕານແມ່ນໄຫຼຜ່ານເລືອດຂອງທຸກຄົນ ແລະ ມັນສາມາດເຫັນໄດ້ວ່າ ທໍາມະຊາດຂອງມະນຸດເສື່ອມຊາມ, ຊົ່ວຮ້າຍ ແລະ ຕໍ່ຕ້ານການປ່ຽນແປງ, ເຕັມໄປດ້ວຍ ແລະ ຈົມຢູ່ໃນປັດຊະຍາຂອງຊາຕານ. ທັງໝົດນັ້ນແມ່ນທໍາມະຊາດທີ່ທໍລະຍົດຕໍ່ພຣະເຈົ້າ. ນີ້ຄືເຫດຜົນທີ່ຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ” (ຄັດຈາກບົດ “ວິທີຮູ້ຈັກທໍາມະຊາດຂອງມະນຸດ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍຄົ້ນພົບສາຍເຫດຂອງບັນຫາ ເມື່ອຂ້ອຍຄິດກ່ຽວກັບສິ່ງນີ້. ຂ້ອຍເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈຢູ່ສະເໝີ ເຊິ່ງເປັນຜູ້ທີ່ບໍ່ສາມາດປະຕິບັດຄວາມຈິງ ເພາະຂ້ອຍເຕັມໄປດ້ວຍປັດຊະຍາ ແລະ ພິດຂອງຊາຕານ: “ຄວາມງຽບຄືທອງຄຳ, ຄຳເວົ້າຄືເງິນ ແລະ ຄົນທີ່ເວົ້າຫຼາຍກໍເຮັດຜິດພາດຫຼາຍ”, “ມັນເປັນການດີກວ່າທີ່ຈະເວົ້າໃຫ້ໜ້ອຍໆ ເມື່ອເຈົ້າຮູ້ວ່າມີບາງສິ່ງຜິດພາດ”, “ຄົນມີເຫດຜົນດີໃນການປົກປ້ອງຕົນເອງ, ສະແຫວງຫາພຽງທີ່ຈະບໍ່ເຮັດຜິດເທົ່ານັ້ນ”, “ຈົ່ງຄິດກ່ອນເວົ້າ ແລະ ຫຼັງຈາກນັ້ນຈົ່ງເວົ້າໂດຍມີຂໍ້ຈຳກັດ”, “ການຢູ່ງຽບໆບົນຂໍ້ຜິດພາດຂອງເພື່ອນທີ່ດີເຮັດໃຫ້ມິດຕະພາບຍາວນານ ແລະ ດີ”. ຂ້ອຍຮັບເອົາສິ່ງເຫຼົ່ານີ້ເປັນຄຳເວົ້າໃຫ້ດຳລົງຊີວິດຕາມ, ເປັນກົດລະບຽບຄວາມປະພຶດຂອງຂ້ອຍ ແລະ ຂ້ອຍເຮັດທຸກສິ່ງທີ່ຂ້ອຍສາມາດເຮັດໄດ້ເພື່ອເປັນຄົນດີ ໂດຍອີງໃສ່ສິ່ງເຫຼົ່ານີ້. ໃນການພົວພັນທັງໝົດຂອງຂ້ອຍ, ສິ່ງດຽວທີ່ຂ້ອຍຄິດຫາກໍ່ຄືການບໍ່ເຮັດໃຫ້ຜູ້ຄົນບໍ່ພໍໃຈ, ວິທີການເຮັດໃຫ້ຜູ້ຄົນຍົກຍ້ອງ ແລະ ເຄົາລົບຂ້ອຍ. ຂ້ອຍໄດ້ເຮັດໃຫ້ປັດຊະຍາທີ່ມີເລ່ຫຼ່ຽມ ແລະ ຫຼອກລວງຂອງຊາຕານສົມບູນ ແລະ ພວກມັນໄດ້ກາຍມາເປັນສິ່ງທີ່ຂ້ອຍເປີດເຜີຍໂດຍທຳມະຊາດ. ເຖິງແມ່ນຂ້ອຍເບິ່ງຄືກັບຄົນດີໃນໂລກ ແລະ ຜູ້ຄົນກໍ່ຍົກຍ້ອງຂ້ອຍວ່າເປັນຄົນດີ, ຂ້ອຍກໍ່ຫ່າງໄກຈາກຄົນດີແທ້ໆ. ຂ້ອຍໄດ້ຮັບຫຍັງແທ້ໆຈາກການດຳລົງຊີວິດຕາມພິດເຫຼົ່ານີ້ຂອງຊາຕານ? ຂ້ອຍສູນເສຍຄວາມໄຮ້ດຽງສາທີ່ເດັກນ້ອຍຄວນມີ ເມື່ອຂ້ອຍຍັງນ້ອຍ ແລະ ຂ້ອຍຈັດສາກໜ້າທີ່ປອມກັບທຸກຄົນຢ່າງສິ້ນເຊີງ. ຂ້ອຍລະມັດລະວັງຫຼາຍ ແລະ ສັງເກດຄົນອື່ນຢູ່ສະເໝີ ເມື່ອຂ້ອຍເວົ້າ ແລະ ປະພຶດ. ຂ້ອຍເຝົ້າລະວັງທຸກຄົນ. ຂ້ອຍບໍ່ເຄີຍເປີດໃຈ ແລະ ເວົ້າຈາກຫົວໃຈກັບຜູ້ໃດໜຶ່ງ. ຂ້ອຍເປັນຄົນຫຼອກລວງແມ່ນແຕ່ກັບຄອບຄົວຂອງຂ້ອຍເອງ. ຂ້ອຍຂັດກັບຄວາມສຳນຶກຂອງຂ້ອຍຫຼາຍ ແລະ ຂາຍກຽດສັກສີ ແລະ ຄວາມຊື່ສັດຂອງຂ້ອຍເອງ ເພາະຂ້ອຍຢ້ານທີ່ຈະເຮັດໃຫ້ຄົນອື່ນບໍ່ພໍໃຈ. ຂ້ອຍບໍ່ກ້າທີ່ຈະລຸກຂຶ້ນເພື່ອສິ່ງທີ່ຍຸຕິທຳ ແລະ ຂ້ອຍຫຼຸດຄວາມຊື່ສັດຂອງຂ້ອຍພຽງແຕ່ເພື່ອປົກປ້ອງພາບລັກຂອງຂ້ອຍ. ຂ້ອຍຝືນຍິ້ມ ເຖິງແມ່ນວ່າຂ້ອຍໃຈຮ້າຍ. ປັດຊະຍາເຫຼົ່ານີ້ຂອງຊາຕານບໍ່ພຽງແຕ່ຫ້າມຂ້ອຍບໍ່ໃຫ້ດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ, ແຕ່ຂ້ອຍຍັງເຫັນແກ່ຕົວ, ເປັນຕາລັງກຽດ ແລະ ບໍ່ຮູ້ຈັກແຍກແຍະຄວາມດີຈາກຄວາມຊົ່ວຮ້າຍ. ການດຳລົງຊີວິດຕາມປັດຊະຍາເຫຼົ່ານີ້ຂອງຊາຕານເຮັດໃຫ້ຂ້ອຍໄດ້ຮັບການສັນລະເສີນຈາກຄົນອື່ນໃນຊ່ວງເວລານີ້, ແຕ່ມັນເປັນຄືກັບການຖືໂສ້ທີ່ບໍ່ສາມາດເຫັນໄດ້, ຖືກຜູກມັດຢ່າງແໜ້ນຫຼາຍ. ຂ້ອຍບໍ່ສາມາດເວົ້າ ຫຼື ປະພຶດຢ່າງເປັນອິດສະຫຼະ. ຂ້ອຍບໍ່ມີອິດສະຫຼະພາບຫຍັງເລີຍ ແລະ ຂ້ອຍກົດດັນ ແລະ ເຈັບປວດແທ້ໆ. ຕອນນີ້ ຂ້ອຍສາມາດເຫັນວ່າການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈດັ່ງທີ່ຂ້ອຍເຄີຍພະຍາຍາມເປັນບໍ່ແມ່ນການເປັນຄົນດີແທ້ໆ, ແຕ່ເປັນຄົນທີ່ມີເລ່ຫຼ່ຽມ ແລະ ໃຈດຳທີ່ບໍ່ສະແຫວງຫາຄວາມຈິງ. ຂ້ອຍກຳລັງຕໍ່ຕ້ານ ແລະ ທໍລະຍົດພຣະເຈົ້າ. ຂ້ອຍບໍ່ເຄີຍໄດ້ຮັບຄວາມລອດພົ້ນ ຖ້າບໍ່ມີການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າ. ຫຼັງຈາກນັ້ນ ຂ້ອຍກໍ່ຮູ້ວ່າພຣະເຈົ້າອະນຸຍາດໃຫ້ນັກເລງເຫຼົ່ານີ້ຕີຂ້ອຍ. ພຣະອົງກຳລັງເຕືອນຂ້ອຍ ເພື່ອວ່າຂ້ອຍຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ໄຕ່ຕອງກ່ຽວກັບຕົນເອງ, ຮູ້ຈັກເຖິງແກ່ນແທ້ ແລະ ຜົນທີ່ຕາມມາຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ ແລະ ກັບໃຈ.

ຜ່ານການອ່ານພຣະທຳຂອງພຣະເຈົ້າ, ຂ້ອຍໄດ້ເຫັນເຖິງທຳມະຊາດ ແລະ ແກ່ນແທ້ຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ ພ້ອມທັງອັນຕະລາຍ ແລະ ຜົນທີ່ຕາມມາຂອງມັນ. ຂ້ອຍອະທິຖານຫາພຣະເຈົ້າ, ເຕັມໃຈທີ່ຈະສະແຫວງຫາຄວາມຈິງແທ້ໆ, ເປັນອິດສະຫຼະຈາກພັນທະນາການແຫ່ງປັດຊະຍາຂອງຊາຕານ ແລະ ເປັນຄົນຊື່ສັດຕາມພຣະທຳຂອງພຣະເຈົ້າ. ຄັ້ງໜຶ່ງ ຂ້ອຍພົບວ່າເອື້ອຍລິນຖືກຍ້າຍໄປຄຣິດຕະຈັກແຫ່ງໃໝ່ ແລະ ຖືກເລືອກໃຫ້ເປັນສິດຍາພິບານ. ຂ້ອຍຮູ້ວ່າລາວເປັນຄົນທີ່ຫຼອກລວງແທ້ໆ ແລະ ລາວມີເລ່ຫຼ່ຽມຢູ່ສະເໝີແທ້ໆໃນໜ້າທີ່ໃນຄຣິດຕະຈັກໃນເມື່ອກ່ອນ, ໂດຍເວົ້າສິ່ງໜຶ່ງ ແລະ ເຮັດອີກສິ່ງໜຶ່ງ. ຂ້ອຍຮູ້ວ່າຄົນທີ່ຫຼອກລວງແບບນີ້ບໍ່ຄວນເປັນສິດຍາພິບານຄຣິດຕະຈັກ ແລະ ຂ້ອຍຄວນສະໜັບສະໜູນວຽກງານຂອງຄຣິດຕະຈັກ. ຂ້ອຍຕັດສິນໃຈທີ່ຈະຂຽນຈົດໝາຍຫາຜູ້ນໍາຂອງຄຣິດຕະຈັກແຫ່ງນັ້ນ ແລ້ວອະທິບາຍເຖິງສະຖານະການ. ແຕ່ຂ້ອຍລັງເລເມື່ອຂ້ອຍຈັບປາກກາຂຶ້ນມາ ໂດຍຄິດວ່າ “ນີ້ແມ່ນເລື່ອງສຳລັບຄຣິດຕະຈັກຂອງພວກເຂົາ. ຜູ້ນໍາຂອງພວກເຂົາຈະເວົ້າວ່າຂ້ອຍກ້າວລ່ວງເກີນໄປ, ໂດຍບໍ່ສົນໃຈທຸລະຂອງຂ້ອຍເອງບໍ?” ຫຼັງຈາກນັ້ນ ຂ້ອຍກໍ່ຄິດຫາພຣະທຳບາງຂໍ້ຂອງພຣະເຈົ້າ. “ພວກເຈົ້າທຸກຄົນເວົ້າວ່າພວກເຈົ້າຄຳນຶງເຖິງພາລະຂອງພຣະເຈົ້າ ແລະ ຈະປົກປ້ອງປະຈັກພະຍານຂອງຄຣິສຕະຈັກ ເຈົ້າເປັນຄົນເຮັດຕາມຄວາມປະສົງຂອງເຮົາບໍ? ຈົ່ງຖາມຕົວເອງວ່າ: ເຈົ້າແມ່ນຄົນທີ່ໄດ້ສະແດງການພິຈາລະນາຕໍ່ພາລະຂອງພຣະອົງບໍ? ເຈົ້າສາມາດປະຕິບັດຄວາມຊອບທຳເພື່ອພຣະອົງໄດ້ບໍ? ເຈົ້າສາມາດຢືນຂຶ້ນ ແລະ ເວົ້າເພື່ອເຮົາໄດ້ບໍ? ເຈົ້າສາມາດນຳເອົາຄວາມຈິງສູ່ການປະຕິບັດໄດ້ຢ່າງເດັດດ່ຽວບໍ? ເຈົ້າກ້າພໍທີ່ຈະຕໍ່ສູ້ກັບການກະທຳທັງໝົດຂອງຊາຕານບໍ? ເຈົ້າຈະສາມາດແຍກອາລົມຂອງເຈົ້າອອກ ແລະ ເປີດໂປງຊາຕານເພື່ອຄວາມຈິງຂອງເຮົາໄດ້ບໍ? ເຈົ້າສາມາດອະນຸຍາດໃຫ້ເຈດຕະນາຂອງເຮົາຖືກຕື່ມເຕັມໃນຕົວເຈົ້າໄດ້ບໍ? ເຈົ້າໄດ້ມອບຫົວໃຈຂອງເຈົ້າໃນຊ່ວງເວລາທີ່ສຳຄັນທີ່ສຸດບໍ? ເຈົ້າແມ່ນຄົນທີ່ເຮັດຕາມຄວາມປະສົງຂອງເຮົາບໍ?” (ຄັດຈາກ “ບົດທີ 13” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ພຣະທຳທຸກຂໍ້ຂອງພຣະເຈົ້າເວົ້າກັບຫົວໃຈຂອງຂ້ອຍ ແລະ ຂ້ອຍສາມາດຮູ້ສຶກເຖິງຄວາມປະສົງອັນຮີບດ່ວນຂອງພຣະເຈົ້າ, ຫວັງໃຫ້ຜູ້ຄົນປະຕິບັດຄວາມຈິງ ແລະ ສະໜັບສະໜູນຄວາມຊອບທຳ, ກ້າທີ່ຈະເວົ້າວ່າ “ບໍ່” ຕໍ່ກອງກຳລັງຂອງຊາຕານ ແລະ ຮັບຜິດຊອບເພື່ອຈະສະໜັບສະໜູນພາລະກິດຂອງພຣະເຈົ້າ. ພຣະອົງບໍ່ໄດ້ຕ້ອງການໃຫ້ພວກເຮົາຄຳນວນຜົນປະໂຫຍດ ແລະ ຄວາມເສຍຫາຍຂອງພວກເຮົາ, ແຕ່ໃຫ້ຈັດບູລິມະສິດແກ່ຜົນປະໂຫຍດຂອງຄຣິດຕະຈັກກ່ອນ. ຫຼັງຈາກທີ່ຂ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ອຍກໍ່ຄົ້ນພົບຄວາມໝັ້ນໃຈທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ, ສະນັ້ນ ຂ້ອຍຈຶ່ງຂຽນຈົດໝາຍຫາຜູ້ນໍາຂອງຄຣິດຕະຈັກແຫ່ງນັ້ນກ່ຽວກັບເອື້ອຍລິນ. ສອງສາມມື້ຕໍ່ມາ, ຜູ້ນໍາກໍ່ບອກຂ້ອຍວ່າພວກເຂົາໄດ້ພິຈາລະນາເບິ່ງສິ່ງນັ້ນ ແລະ ຢືນຢັນວ່າເອື້ອຍລິນເປັນຄົນຫຼອກລວງ, ສະນັ້ນ ພວກເຂົາຈຶ່ງປ່ຽນໜ້າທີ່ຂອງລາວ. ການເຫັນມັນກັບກາຍເປັນແບບນັ້ນເປັນສິ່ງທີ່ສະບາຍໃຈ ແລະ ເຮັດໃຫ້ຂ້ອຍສະຫງົບສຸກ. ຂ້ອຍເຫັນວ່າການຊື່ສັດເປັນສິ່ງທີ່ອັດສະຈັນ ແລະ ຂ້ອຍຕ້ອງເຮັດບາງສິ່ງທີ່ມີຄວາມໝາຍ. ຕໍ່ມາ, ອ້າຍເອື້ອຍນ້ອງບາງຄົນໄດ້ບອກຂ້ອຍວ່າການຂຽນຈົດໝາຍນັ້ນເພື່ອປົກປ້ອງຜົນປະໂຫຍດຂອງຄຣິດຕະຈັກໄດ້ສະແດງໃຫ້ເຫັນວ່າຂ້ອຍມີການປ່ຽນແປງແທ້ໆ, ຂ້ອຍໄດ້ຮັບຄວາມຮູ້ສຶກຊອບທຳ. ການໄດ້ຍິນສິ່ງນີ້ຈາກພວກເຂົາເປັນການດົນບັນດານສຳລັບຂ້ອຍຫຼາຍ. ຂ້ອຍຮູ້ໃນຫົວໃຈຂອງຂ້ອຍວ່າການປະຕິບັດຄວາມຈິງ ແລະ ການມີການປ່ຽນແປງໜ້ອຍໜຶ່ງຖືກບັນລຸໄດ້ກໍ່ຍ້ອນການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າທັງສິ້ນ. ຂ້ອຍຂອບໃຈພຣະເຈົ້າອົງຊົງລິດທານຸພາບສູງສຸດສຳລັບຄວາມລອດພົ້ນຂອງຂ້ອຍ!

ກ່ອນນີ້: 46. ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈສາມາດໄດ້ຮັບການສັນລະເສີນຂອງພຣະເຈົ້າໄດ້ບໍ?

ຕໍ່ໄປ: 48. ປະຕິບັດຄວາມຈິງເພື່ອດຳລົງຊີວິດຕາມລັກສະນະຂອງມະນຸດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ຄືກັບຄົນຫຼາຍລ້ານຄົນທີ່ຕິດຕາມພຣະເຢຊູຄຣິດເຈົ້າ, ພວກເຮົາປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງຂອງພຣະຄຳພີ, ຮັບພຣະຄຸນທີ່ອຸດົມສົມບູນຂອງພຣະເຢຊູຄຣິດເຈົ້າ ແລະ ເຕົ້າໂຮມກັນ, ອະທິຖານ, ສັນລະເສີນ ແລະ ຮັບໃຊ້ໃນນາມພຣະເຢຊູຄຣິດເຈົ້າ. ພວກເຮົາເຮັດທຸກສິ່ງນີ້ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະຜູ້ເປັນເຈົ້າ. ພວກເຮົາອ່ອນແອຕະຫຼອດ ແລະ ພວກເຮົາກໍເຂັ້ມແຂງຕະຫຼອດເຊັ່ນກັນ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າແມ່ນພຣະເຈົ້າອົງດຽວກັນບໍ?

ເມື່ອມະນຸດຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ພຣະເຈົ້າກໍໄດ້ເລີ່ມແຜນການຄຸ້ມຄອງຂອງພຣະອົງເພື່ອຄວາມລອດພົ້ນຂອງມະນຸດຊາດ....

ພາກສະເໜີໂດຍຫຍໍ້ ກ່ຽວກັບປະຫວັດຂອງການປາກົດຕົວ ແລະ ພາລະກິດຂອງພຣະຄຣິດໃນຍຸກສຸດທ້າຍໃນປະເທດຈີນ

ປະເທດຈີນແມ່ນດິນແດນທີ່ມັງກອນແດງຍິ່ງໃຫຍ່ອາໄສຢູ່ ແລະ ເປັນດິນແດນທີ່ໄດ້ຕໍ່ຕ້ານ ແລະ ປະນາມພຣະເຈົ້າຢ່າງຮ້າຍແຮງຕະຫຼອດປະຫວັດສາດ. ປະເທດຈີນແມ່ນປ້ອມປະການຂອງພວກຜີສາດ ແລະ ເປັນຄຸກທີ່ຄວບຄຸມໂດຍມານຮ້າຍ ທີ່ບໍ່ສາມາດເຈາະເຂົ້າ ແລະ ແຊກຊຶມເຂົ້າໄດ້. ຍິ່ງໄປກວ່ານັ້ນ, ລະບົບການປົກຄອງຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນຢືນຍາມຢູ່ໃນທຸກລະດັບ ແລະ ໄດ້ກໍ່ຕັ້ງກອງກໍາລັງປ້ອງກັນໃນທຸກຄົວເຮືອນ. ດ້ວຍເຫດນັ້ນ, ບໍ່ມີບ່ອນໃດ ທີ່ຈະເຜີຍແຜ່ຂ່າວປະເສີດຂອງພຣະເຈົ້າ ແລະ ດໍາເນີນພາລະກິດຂອງພຣະເຈົ້າໄດ້ຍາກລໍາບາກໄປກວ່າບ່ອນນີ້ອີກແລ້ວ. ໃນເວລາທີ່ພັກຄອມມູນິດຈີນຂຶ້ນຄອງອໍານາດໃນປີ 1949, ການເຊື່ອຖືໃນສາສະໜາໃນປະເທດຈີນແຜ່ນດິນໃຫຍ່ແມ່ນຖືກປາບປາມ ແລະ ຖືກຫ້າມຢ່າງສິ້ນເຊີງ.

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້