48. ປະຕິບັດຄວາມຈິງເພື່ອດຳລົງຊີວິດຕາມລັກສະນະຂອງມະນຸດ

ໂດຍ ມຽວສຽວ, ຈີນ

ຂ້ອຍເຄີຍຄິດວ່າ ໂດຍການເຮັດໜ້າທີ່ຂອງຂ້ອຍ, ການເຂົ້າກັນໄດ້ດີກັບອ້າຍເອື້ອຍນ້ອງ ແລະ ການບໍ່ເຮັດບາບທີ່ຈະແຈ້ງ, ຂ້ອຍກຳລັງດໍາລົງຊີວິດຕາມລັກສະນະຂອງມະນຸດ. ແຕ່ຂ້ອຍຖືກພິພາກສາ ແລະ ເປີດໂປງຄັ້ງແລ້ວຄັ້ງເລົ່າໂດຍພຣະທຳຂອງພຣະເຈົ້າ ແລະ ໃນທີ່ສຸດ ຂ້ອຍກໍ່ເຫັນວ່າການມີລັກສະນະຂອງມະນຸດບໍ່ແມ່ນພຽງແຕ່ກ່ຽວກັບພຶດຕິກໍາພາຍນອກເທົ່ານັ້ນ. ສິ່ງສຳຄັນຄືການປະຕິບັດພຣະທຳຂອງພຣະເຈົ້າ, ປະຖິ້ມປະໂຫຍດຂອງພວກເຮົາເອງ ແລະ ຍຶດຖືຫຼັກການ ເມື່ອມີບາງສິ່ງເກີດຂຶ້ນ, ສະໜັບສະໜູນພາລະກິດຂອງພຣະເຈົ້າ ແລະ ເອົາໃຈໃສ່ຄວາມປະສົງຂອງພຣະອົງ.

ໃນເດືອນກໍລະກົດຂອງປີ 2018, ເອື້ອຍຄົນໜຶ່ງໃນຄຣິດຕະຈັກຂອງພວກເຮົາຖືກຈັບກຸມໃນຂະນະທີ່ກຳລັງເຜີຍແຜ່ຂ່າວປະເສີດ. ລາວຢູ່ໃນເຮືອນຂອງຂ້ອຍ, ສະນັ້ນ ຕໍາຫຼວດຈະຮູ້ບ່ອນທີ່ຂ້ອຍຢູ່ ຖ້າພວກເຂົາສະກົດຮອຍຕາມລາວ. ພວກເຮົາຟ້າວຍ້າຍໄປບ່ອນອື່ນ. ທັນທີຫຼັງຈາກທີ່ຕັ້ງຖິ່ນຖານແລ້ວ, ຜູ້ຄວບຄຸມດູແລມາ ແລະ ເວົ້າວ່າ “ອ້າຍເອື້ອຍນ້ອງສາມຄົນຖືກຕິດຕາມ ແລະ ຖືກຈັບກຸມ. ທຸກຄົນໃນສະຖານທີ່ຕ່າງໆທີ່ພວກເຂົາເດີນທາງໄປເພື່ອການເຕົ້າໂຮມກໍຖືກຍ້າຍອອກໄປແລ້ວ. ເຈົ້າຄວນຈະລະມັດລະວັງ”. ຂ້ອຍຄິດວ່າ “ຍ້ອນຕຳຫຼວດໄດ້ຈັບກຸມອ້າຍເອື້ອຍນ້ອງບາງຄົນແລ້ວ, ຕໍາຫຼວດຕ້ອງໄດ້ຕິດຕາມພວກເຂົາມາຊົ່ວໄລຍະໜຶ່ງແລ້ວ. ພັກກອມມິວນິດຈີນກຽດຊັງພຣະເຈົ້າ ແລະ ຄວາມຈິງ. ພວກເຂົາລໍຖ້າເວລາທີ່ເໝາະສົມເພື່ອຊອກຫາຮ່ອງຮອຍ ແລະ ຈັບປາໂຕໃຫຍ່ ເພື່ອທຳລາຍຄຣິດຕະຈັກຂອງພຣະເຈົ້າ ແລະ ຈັບກຸມຜູ້ທີ່ມີຄວາມເຊື່ອ. ສະຖານທີ່ເຕົ້າໂຮມທັງໝົດຂອງພວກເຮົາສາມາດຖືກເຝົ້າເບິ່ງ ແລະ ທຸກຄົນທີ່ກຳລັງດຳລົງຊີວິດໃນສະຖານທີ່ເຫຼົ່ານັ້ນຄວນຍ້າຍອອກໄປໃຫ້ໄວເທົ່າທີ່ເປັນໄປໄດ້”. ແຕ່ຜູ້ຄວບຄຸມດູແລຫາກໍແຈ້ງກ່ຽວກັບສະຖານທີ່ຕ່າງໆທີ່ຜູ້ທີ່ຖືກຈັບກຸມໄດ້ໄປ, ບໍ່ແມ່ນສະຖານທີ່ອື່ນ. ຂ້ອຍສົງໄສວ່າຂ້ອຍຄວນເວົ້າບາງຢ່າງກັບລາວ ຫຼື ບໍ່. ຖ້າຂ້ອຍບໍ່ເວົ້າ ແລະ ມີບາງສິ່ງເກີດຂຶ້ນ, ຜູ້ໃດຮູ້ແດ່ວ່າມີຈັກຄົນທີ່ສາມາດຖືກຈັບກຸມ ແລະ ຖືກທໍລະມານ? ສິ່ງນີ້ຈະເປັນອັນຕະລາຍຕໍ່ວຽກງານຂອງຄຣິດຕະຈັກເຊັ່ນກັນ. ແຕ່ຖ້າຂ້ອຍເວົ້າອອກມາ ແລະ ລາວບໍ່ຟັງ ຫຼື ເວົ້າວ່າຂ້ອຍຂີ້ຢ້ານເກີນໄປ, ພາບລັກທີ່ດີຂອງຂ້ອຍຈະບໍ່ຖືກທໍາລາຍບໍ? ຂ້ອຍຄິດເຖິງພຣະທຳເຫຼົ່ານີ້ຈາກພຣະເຈົ້າ ໃນຂະນະທີ່ຂ້ອຍກຳລັງກັງວົນກ່ຽວກັບເລື່ອງນີ້: “ເຈົ້າຄວນປະຕິບັດສິ່ງໃດໜຶ່ງ ທີ່ເປັນປະໂຫຍດຕໍ່ພາລະກິດຂອງພຣະເຈົ້າ ແລະ ບໍ່ແມ່ນປະຕິບັດໃນສິ່ງທີ່ສ້າງຄວາມເສຍຫາຍໃຫ້ກັບປະໂຫຍດຂອງພາລະກິດຂອງພຣະເຈົ້າ. ເຈົ້າຄວນປົກປ້ອງພຣະນາມຂອງພຣະເຈົ້າ, ການເປັນພະຍານຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ” (ຄັດຈາກບົດ “ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ສິ່ງນີ້ໄດ້ເຕືອນຂ້ອຍໃນຖານະຜູ້ທີ່ມີຄວາມເຊື່ອວ່າຂ້ອຍຄວນຈະສະໜັບສະໜູນວຽກງານຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງຄຣິດຕະຈັກ. ສະນັ້ນ, ຂ້ອຍຈຶ່ງໄດ້ແລກປ່ຽນຄວາມຄິດ ແລະ ມຸມມອງຂອງຂ້ອຍກັບລາວ. ຂ້ອຍຍັງບໍ່ໄດ້ເວົ້າຈົບກ່ອນທີ່ລາວຈະເຮັດໜ້າບໍ່ພໍໃຈ ແລະ ເວົ້າວ່າ “ຍ້າຍບໍ? ຖ້າພວກເຮົາແລ່ນໜີຈາກສິ່ງທີ່ເລັກນ້ອຍທີ່ສຸດ, ນັ້ນຄືຄວາມເຊື່ອໃນການປົກຄອງຂອງພຣະເຈົ້າບໍ? ຂ້ອຍເຄີຍຄິດວ່າເຈົ້າມີວຸດທິພາວະ ແລະ ສາມາດຮັບບົດບາດຜູ້ນໍາໃນທີມງານ, ແຕ່ມັນກັບກາຍເປັນວ່າເຈົ້າຫົດຕົວທັນທີທີ່ເກີດບາງສິ່ງຂຶ້ນ”. ຂ້ອຍເສຍໃຈຫຼາຍທີ່ໄດ້ຍິນສິ່ງນີ້. ຄົນອື່ນຈະຄິດແນວໃດຫຼັງຈາກທີ່ລາວປະຕິບັດກັບຂ້ອຍໃນລັກສະນະນັ້ນ? ຂ້ອຍຈະສາມາດຜະເຊີນໜ້າກັບລາວໄດ້ແນວໃດຫຼັງຈາກນັ້ນ? ແຕ່ແລ້ວຂ້ອຍກໍ່ຄິດກ່ຽວກັບການສະໜັບສະໜູນວຽກງານຂອງຄຣິດຕະຈັກ ແລະ ການປົກປ້ອງຄວາມປອດໄພຂອງອ້າຍເອື້ອຍນ້ອງ, ສະນັ້ນ ຂ້ອຍຈຶ່ງຍົກມັນຂຶ້ນມາອີກ. ແຕ່ເມື່ອເຫັນວ່າລາວເດັດດ່ຽວສໍ່າໃດກໍເຮັດໃຫ້ຂ້ອຍກັງວົນ. ຖ້າຂ້ອຍສືບຕໍ່ຍົກມັນຂຶ້ນມາຫຼັງຈາກທີ່ຖືກຈັດການ, ລາວຈະເວົ້າວ່າຂ້ອຍຂາດຄວາມເປັນຈິງແຫ່ງຄວາມຈິງ ແລະ ຂ້ອຍອວດດີ ແລະ ຫົວດື້. ລາວຍັງຈະເຫັນຂ້ອຍເປັນຜູ້ສະແຫວງຫາຄວາມຈິງບໍ? ລາວເຊີດຊູຂ້ອຍຢູ່ສະເໝີ ໂດຍລວມຂ້ອຍຢູ່ໃນໜ້າທີ່ໆສຳຄັນ ແລະ ໃຫ້ຄຳປຶກສາກັບຂ້ອຍກ່ຽວກັບສິ່ງຕ່າງໆ. ຖ້າຂ້ອຍຢືນຢັນໃນຄວາມຄິດເຫັນຂອງຂ້ອຍເອງ, ລາວອາດຈະຢຸດຝຶກຝົນຂ້ອຍ ແລະ ຫຼັງຈາກນັ້ນ ຄົນອື່ນຈະດູຖູກຂ້ອຍ. ຂ້ອຍຈຶ່ງຕັດສິນໃຈປ່ອຍມັນໄປ. ຂ້ອຍກົ້ມຫົວຂອງຂ້ອຍລົງ ແລະ ບໍ່ເວົ້າຫຍັງຈັກຄຳ.

ຫຼັງຈາກລາວຈາກໄປ, ຂ້ອຍກໍ່ຮູ້ສຶກບໍ່ສະບາຍໃຈແທ້ໆ, ສະນັ້ນ ຂ້ອຍຈຶ່ງກ່າວຄໍາອະທິຖານຢ່າງງຽບໆ. ຫຼັງຈາກນັ້ນ ພຣະທຳເຫຼົ່ານີ້ຂອງພຣະເຈົ້າກໍ່ປາກົດເຂົ້າໃນຄວາມຄິດ: “ທັງຈິດສຳນຶກ ແລະ ເຫດຜົນຄວນເປັນອົງປະກອບຂອງຄວາມເປັນມະນຸດຂອງບຸກຄົນໜຶ່ງ. ສິ່ງເຫຼົ່ານີ້ເປັນທັງສິ່ງທີ່ເປັນພື້ນຖານທີ່ສຸດ ແລະ ສຳຄັນຫຼາຍທີ່ສຸດ. ຄົນແບບໃດທີ່ຂາດຈິດສຳນຶກ ແລະ ບໍ່ມີເຫດຜົນຂອງຄວາມເປັນມະນຸດທຳມະດາ? ເວົ້າໂດຍລວມແລ້ວ, ເຂົາເປັນບຸກຄົນທີ່ຂາດຄວາມເປັນມະນຸດ, ເປັນບຸກຄົນທີ່ມີຄວາມເປັນມະນຸດທີ່ຕ່ຳຕ້ອຍທີ່ສຸດ. ຂໍໃຫ້ວິເຄາະເລື່ອງນີ້ຢ່າງໃກ້ຊິດ. ການສະແດງອອກເຖິງການສູນເສຍຄວາມເປັນມະນຸດອັນໃດທີ່ຄົນຜູ້ນີ້ສະແດງໃຫ້ເຫັນ ຈົນຜູ້ຄົນເວົ້າວ່າລາວບໍ່ມີຄວາມເປັນມະນຸດ? ຄົນເຊັ່ນນັ້ນມີຄຸນລັກສະນະໃດ? ພວກເຂົາມີການສະແດງອອກສະເພາະອັນໃດ? ຄົນເຊັ່ນນີ້ເຮັດພໍເປັນພິທີໃນການກະທຳຂອງຕົນ ແລະ ຢືນຢູ່ຫ່າງຈາກສິ່ງໃດໜຶ່ງ ທີ່ບໍ່ກ່ຽວຂ້ອງກັບພວກເຂົາເປັນການສ່ວນຕົວ. ພວກເຂົາບໍ່ໄດ້ຄຳນຶງເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ໄດ້ສະແດງການພິຈາລະນາຕໍ່ຄວາມປະສົງຂອງພຣະເຈົ້າ. ພວກເຂົາບໍ່ແບກຮັບພາລະໃດກ່ຽວກັບການເປັນພະຍານໃຫ້ພຣະເຈົ້າ ຫຼື ການປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາບໍ່ມີຄວາມຮູ້ສຶກເຖິງຄວາມຮັບຜິດຊອບໃດໆ... ຍັງມີຮອດຄົນທີ່ເມື່ອເຫັນບັນຫາໃນການປະຕິບັດໜ້າທີ່ຂອງຕົນ ກໍຍັງມິດງຽບຢູ່. ພວກເຂົາເຫັນວ່າຄົນອື່ນກໍ່ໃຫ້ເກີດການກີດຂວາງ ແລະ ການລົບກວນ, ແຕ່ບໍ່ໄດ້ເຮັດຫຍັງເພື່ອຢຸດພວກເຂົາ. ພວກເຂົາບໍ່ໄດ້ຄຳນຶງເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າແມ່ນແຕ່ໜ້ອຍເລີຍ ແລະ ພວກເຂົາບໍ່ໄດ້ຄິດເຖິງໜ້າທີ່ ແລະ ຄວາມຮັບຜິດຊອບຂອງພວກເຂົາເອງເລີຍ. ພວກເຂົາເວົ້າ, ກະທຳ, ໂດດເດັ່ນ, ໃຊ້ຄວາມພະຍາຍາມ ແລະ ໃຊ້ພະລັງງານພຽງເພື່ອຄວາມໄຮ້ສາລະ, ກຽດສັກສີ, ຕໍາແໜ່ງ, ຜົນປະໂຫຍດ ແລະ ກຽດຕິຍົດຂອງຕົນເອງເທົ່ານັ້ນ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າໄດ້ເປີດໂປງສະພາວະທີ່ແທ້ຈິງຂອງຂ້ອຍ. ຂ້ອຍຮູ້ວ່າສະຖານທີ່ເຫຼົ່ານັ້ນສາມາດຕົກຢູ່ໃນອັນຕະລາຍ ແລະ ຜູ້ຄົນໃນບ່ອນນັ້ນສາມາດຖືກຈັບກຸ່ມໄດ້ ຖ້າພວກເຂົາບໍ່ຖືກຍ້າຍ. ແຕ່ຂ້ອຍຢ້ານຜູ້ຄວບຄຸມດູແລຈະເວົ້າວ່າ ຂ້ອຍເປັນຄົນຂີ້ຢ້ານ ແລະ ຂາດຄວາມເຊື່ອ ແລະ ລາວຈະບໍ່ຍົກສູງຂ້ອຍຢ່າງສູງ. ຂ້ອຍບໍ່ກ້າຍຶດໝັ້ນກັບຫຼັກການ ແລະ ສະໜັບສະໜູນວຽກງານຂອງຄຣິດຕະຈັກ. ຂ້ອຍຮູ້ຄວາມຈິງ ແຕ່ບໍ່ໄດ້ປະຕິບັດມັນ. ຂ້ອຍອະທິຖານຫາພຣະເຈົ້າວ່າ “ໂອ ພຣະເຈົ້າ! ຄວາມເປັນຈິງໄດ້ສະແດງໃຫ້ເຫັນວ່າ ຂ້ານ້ອຍບໍ່ໄດ້ປະຕິບັດຄວາມຈິງໃນຄວາມເຊື່ອຂອງຂ້ານ້ອຍ. ຂ້ານ້ອຍບໍ່ສະໜັບສະໜູນວຽກງານຂອງພຣະເຈົ້າ. ຂ້ອຍພຽງແຕ່ຄິດເຖິງກຽດຕິຍົດ, ສະຖານະ ແລະ ຜົນປະໂຫຍດຂອງຂ້ານ້ອຍເອງ. ຂ້ານ້ອຍເຫັນແກ່ຕົວ ແລະ ເປັນຕາລັງກຽດຫຼາຍ! ພຣະເຈົ້າເອີຍ, ກະລຸນາມອບການຊີ້ນໍາຂອງພຣະອົງໃຫ້ແກ່ຂ້ານ້ອຍ. ຂ້ານ້ອຍປາຖະໜາທີ່ຈະກັບໃຈແທ້ໆ”. ຫຼັງຈາກນັ້ນ ຂ້ອຍກໍ່ຈື່ໄດ້ວ່າ ການຈັດກຽມພາລະກິດ ກຳນົດໃຫ້ພວກເຮົາຕ້ອງເອົາໃຈໃສ່ຄວາມປອດໄພໃນໜ້າທີ່ຂອງພວກເຮົາຢູ່ສະເໝີ. ດ້ວຍສະພາບແວດລ້ອມທີ່ປອດໄພ, ອ້າຍເອື້ອຍນ້ອງສາມາດເຮັດໜ້າທີ່ຂອງພວກເຂົາຢ່າງສະຫງົບ ແລະ ວຽກງານໃນເຮືອນຂອງພຣະເຈົ້າຈະບໍ່ຖືກຂັດຂວາງຢ່າງງ່າຍດາຍ. ຫຼັງຈາກນັ້ນ, ຂ້ອຍໄດ້ແລກປ່ຽນຄວາມຄິດຂອງຂ້ອຍກັບຄົນອື່ນກ່ຽວກັບທີມ ແລະ ພວກເຂົາເຫັນດີກັບຂ້ອຍວ່າ ສະຖານທີ່ອື່ນຢູ່ໃນອັນຕະລາຍ ແລະ ຄວນຖືກຍ້າຍອອກໄປ. ຂ້ອຍຕັດສິນໃຈວ່າ ຂ້ອຍຈະຍົກເລື່ອງນີ້ມາລົມກັບຜູ້ຄວບຄຸມດູແລອີກຄັ້ງ ເມື່ອຂ້ອຍເຫັນລາວ. ຂ້ອຍຍັງໄດ້ອະທິຖານຫາພຣະເຈົ້າ ແລະ ຂໍຄວາມກ້າຫານຈາກພຣະອົງເພື່ອປະຕິບັດຄວາມຈິງ.

ສອງສາມມື້ຕໍ່ມາ, ເອື້ອຍຊາງ ເຊິ່ງເປັນຜູ້ຄວບຄຸມດູແລອີກຄົນໜຶ່ງ ໄດ້ຢ້ຽມຢາມທີມຂອງພວກເຮົາ. ລາວໄດ້ຖາມພວກເຮົາວ່າພວກເຮົາໄດ້ຍິນກ່ຽວກັບການຈັບກຸມ ຫຼື ບໍ່ ແລະ ພວກເຮົາຄິດແນວໃດ. ຂ້ອຍເວົ້າຢ່າງໄວວ່າ “ຂ້ອຍຄິດວ່າສະຖານທີ່ເຕົ້າໂຮມອື່ນໆອາດບໍ່ປອດໄພເຊັ່ນກັນ. ພວກເຮົາຄວນບອກພວກເຂົາໃຫ້ຍ້າຍອອກໄປໃນທັນທີ ໃນກໍລະນີທີ່...” ກ່ອນທີ່ຂ້ອຍຈະສາມາດເວົ້າຈົບ, ເອື້ອຍຊາງກໍເວົ້າຢ່າງໜັກແໜ້ນວ່າ “ປອດໄພບໍ? ບ່ອນໃດທີ່ປອດໄພສຳລັບການເຊື່ອພຣະເຈົ້າໃນປະເທດຈີນ? ພວກເຮົາເປັນອິດສະຫຼະຈາກອັນຕະລາຍໄດ້ຢູ່ໃສ? ນີ້ແມ່ນເວລາສໍາຄັນສໍາລັບການເຜີຍແຜ່ຂ່າວປະເສີດ. ພວກເຮົາຈະປະຕິບັດໜ້າທີ່ຂອງພວກເຮົາໄດ້ແນວໃດ ຖ້າພວກເຮົາຢ້ານກົວຢູ່ທຸກຄັ້ງ? ເຈົ້າຕ້ອງການລີ້ຈົນພາລະກິດຂອງພຣະເຈົ້າຈະສໍາເລັດ ແລະ ພັກກອມມູນິດຈະລົ້ມສະຫຼາຍບໍ?” ຫຼັງຈາກທີ່ໄດ້ຍິນສິ່ງທີ່ລາວເວົ້າ, ຂ້ອຍກໍ່ຄິດວ່າ “ນັ້ນບໍ່ແມ່ນສິ່ງທີ່ຂ້ອຍໝາຍເຖິງ. ພຣະເຈົ້າບອກພວກເຮົາໃນຍຸກແຫ່ງພຣະຄຸນວ່າ ‘ເບິ່ງແມະ, ເຮົາສົ່ງເຈົ້າອອກໄປດັ່ງແກະໃນທ່າມກາງໝາປ່າ: ດັ່ງນັ້ນ ໃຫ້ສະຫຼາດຄືກັບງູ ແລະ ບໍ່ເປັນອັນຕະລາຍຄືກັບນົກກາງແກ’ (ມັດທາຍ 10:16). ‘ເມື່ອພວກເຂົາຂົ່ມເຫັງເຈົ້າຢູ່ໃນເມືອງນີ້, ໃຫ້ເຈົ້າໜີໄປເມືອງອື່ນ’ (ມັດທາຍ 10:23). ການປະຕິບັດໜ້າທີ່ຂອງພວກເຮົາຢູ່ໃນປະເທດຈີນຕ້ອງການສະຕິປັນຍາ”. ແຕ່ຈາກຄຳຕອບຂອງເອື້ອຍຊາງ, ຂ້ອຍສາມາດເຫັນໄດ້ວ່າລາວບໍ່ໄດ້ຕ້ອງການໃຫ້ຍ້າຍສະຖານທີ່ເຫຼົ່ານີ້ ແລະ ຖ້າຂ້ອຍຍັງຢືນຢັນ, ລາວອາດຈະເວົ້າວ່າຂ້ອຍຈະບໍ່ຍອມຮັບຄວາມຈິງ, ມີບາງສິ່ງຜິດພາດກັບຂ້ອຍ. ຫຼັງຈາກນັ້ນ ລາວຈະສືບຕໍ່ເວົ້າວ່າ “ຄົນຂີ້ຢ້ານບໍ່ສາມາດເຮັດໜ້າທີ່ຂອງພວກເຂົາໄດ້. ພວກເຂົາຈະກາຍເປັນຢູດາ ເມື່ອພວກເຂົາຖືກຈັບກຸມ”. ສິ່ງນີ້ເຮັດໃຫ້ຂ້ອຍຮູ້ສຶກສັບສົນແທ້ໆ. ຖ້າຂ້ອຍສືບຕໍ່ແນະນຳໃຫ້ທຸກຄົນຍ້າຍ, ຜູ້ຄວບຄຸມດູແລຈະພຽງແຕ່ເຫັນວ່າຂ້ອຍເປັນຄົນຂີ້ຢ້ານເທົ່ານັ້ນ. ພວກເຂົາອາດເຖິງກັບໄລ່ຂ້ອຍອອກ. ແລ້ວຄົນອື່ນຈະຄິດແນວໃດກ່ຽວກັບຂ້ອຍ? ດ້ວຍຄວາມກະຕືລືລົ້ນຂອງຂ້ອຍ, ພວກເຂົາມີຄວາມປະທັບໃຈທີ່ດີຕໍ່ຂ້ອຍ ແລະ ພວກເຂົາຈະຂໍໃຫ້ຂ້ອຍໂອ້ລົມກ່ຽວກັບບັນຫາຂອງພວກເຂົາ. ຖ້າພວກເຂົາຄິດວ່າຂ້ອຍເປັນຄົນຂີ້ຢ້ານ ແລະ ບໍ່ຍອມຮັບຄວາມຈິງ, ພວກເຂົາຈະບໍ່ເບິ່ງໃນລັກສະນະຄືເກົ່າ ແລະ ຂ້ອຍຈະອັບອາຍທີ່ຈະຜະເຊີນໜ້າກັບພວກເຂົາ. ຂ້ອຍຄິດຫຼາຍກ່ຽວກັບສິ່ງນັ້ນ, ແຕ່ຄວາມປາຖະໜາຂອງຂ້ອຍທີ່ຈະເຮັດສິ່ງທີ່ຖືກຕ້ອງໄດ້ສູນຫາຍໄປ. ຂ້ອຍບໍ່ຕ້ອງການສ້າງຄວາມຫຍຸ້ງຍາກກັບຜູ້ຄວບຄຸມດູແລ. ຂ້ອຍເວົ້າວ່າ “ຂ້ອຍພຽງແຕ່ແລກປ່ຽນຄວາມຄິດຂອງຂ້ອຍ. ສິ່ງທີ່ຈະເກີດຂຶ້ນແມ່ນຂຶ້ນກັບພວກເຈົ້າ”.

ໃນຕອນເຊົ້າຂອງສອງສາມມື້ຕໍ່ມາ, ເອື້ອຍຄົນໜຶ່ງໄດ້ບອກພວກເຮົາດ້ວຍຄວາມສັບສົນວຸ້ນວາຍວ່າ ຫຼັງຈາກການຈັບກຸມເຫຼົ່ານັ້ນ ສະຖານທີ່ເຕົ້າໂຮມບາງແຫ່ງບໍ່ໄດ້ຖືກຍ້າຍຢ່າງໄວພໍ. ຕຳຫຼວດກຳລັງຕິດຕາມພວກເຂົາ, ສະນັ້ນ ຜູ້ຄວບຄຸມດູແລສາມຄົນ ແລະ ບາງຄົນຈາກສະຖານທີ່ເຕົ້າໂຮມໄດ້ຖືກກັກຂັງ. ສິ່ງນີ້ເຮັດໃຫ້ຂ້ອຍເສຍໃຈຫຼາຍທີ່ໄດ້ຍິນ. ຖ້າຂ້ອຍພຽງແຕ່ຍຶດໝັ້ນກັບຫຼັກການ ແລະ ອະທິບາຍເຖິງຄວາມສຳຄັນໃນເວລານັ້ນ ຫຼື ຖ້າຂ້ອຍຕິດຕໍ່ຫາຜູ້ນຳຄຣິດຕະຈັກໂດຍກົງ, ພວກເຮົາອາດຈະບໍ່ຕົກຢູ່ໃນສະຖານະການນັ້ນ. ມີຫຼາຍຄົນຖືກຈັບ ແລະ ວຽກງານຂອງຄຣິດຕະຈັກກໍ່ຖືກຂັດຂວາງຢ່າງໜັກ. ມັນກ່ຽວຂ້ອງໂດຍກົງກັບການທີ່ຂ້ອຍບໍ່ໄດ້ຮັບຜິດຊອບ ຫຼື ດຳເນີນຕາມຫຼັກການ. ແຕ່ຕອນນີ້ ມັນຊ້າເກີນໄປແລ້ວ. ສິ່ງດຽວທີ່ຕ້ອງເຮັດກໍ່ຄືການແຈ້ງໃຫ້ທຸກຄົນທີ່ອາດຕົກຢູ່ໃນອັນຕະລາຍຮັບຊາບໃຫ້ໄວເທົ່າທີ່ເປັນໄປໄດ້ ເພື່ອວ່າພວກເຂົາຈະບໍ່ຕົກຢູ່ໃນກໍາມືທີ່ຊົ່ວຮ້າຍຂອງພັກກອມມູນິດຈີນ. ຂ້ອຍເຮັດສິ່ງນັ້ນສຳລັບອ້າຍເອື້ອຍນ້ອງໃນທັນທີ.

ຂ້ອຍໄດ້ໄຕ່ຕອງກ່ຽວກັບສິ່ງນັ້ນໃນເວລາຕໍ່ມາ. ຂ້ອຍຮູ້ວ່າຂ້ອຍຄວນປົກປ້ອງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ວຽກງານຂອງຄຣິດຕະຈັກ, ສະນັ້ນເປັນຫຍັງຂ້ອຍຈຶ່ງບໍ່ເຮັດແບບນັ້ນໃນການປະຕິບັດຕົວຈິງ? ເປັນຫຍັງຂ້ອຍຈຶ່ງເຫັນແກ່ຕົວຫຼາຍ, ເປັນຫຍັງຂ້ອຍຈຶ່ງປົກປ້ອງຜົນປະໂຫຍດຂອງຂ້ອຍເອງ? ຫຼັງຈາກນັ້ນ ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ຈົນກວ່າຜູ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ຮັບເອົາຄວາມຈິງ, ມັນຄືທຳມະຊາດຂອງຊາຕານທີ່ເຂົ້າຄວບຄຸມ ແລະ ມີອຳນາດເໜືອພວກເຂົາຈາກພາຍໃນ. ໂດຍສະເພາະແລ້ວ ທຳມະຊາດນັ້ນນໍາໄປສູ່ຫຍັງ? ຕົວຢ່າງເຊັ່ນ: ເປັນຫຍັງເຈົ້າຈຶ່ງເຫັນແກ່ຕົວ? ເປັນຫຍັງເຈົ້າຈຶ່ງປົກປ້ອງຕໍາແໜ່ງຂອງເຈົ້າເອງ? ເປັນຫຍັງເຈົ້າຈິ່ງມີຄວາມຮູ້ສຶກທີ່ແຮງກ້າເຊັ່ນນັ້ນ? ເປັນຫຍັງເຈົ້າຈຶ່ງເພີດເພີນກັບສິ່ງທີ່ບໍ່ຊອບທຳເຫຼົ່ານັ້ນ? ເປັນຫຍັງເຈົ້າຈຶ່ງມັກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນ? ແມ່ນຫຍັງຄືພື້ນຖານທີ່ເຈົ້າມັກສິ່ງດັ່ງກ່າວ? ສິ່ງເຫຼົ່ານີ້ມາຈາກໃສ? ເປັນຫຍັງເຈົ້າຈຶ່ງມີຄວາມສຸກທີ່ຈະຍອມຮັບເອົາພວກມັນ? ຮອດຕອນນີ້, ພວກເຈົ້າກໍໄດ້ມາເຂົ້າໃຈທັງໝົດວ່າ ເຫດຜົນຫຼັກໆທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ກໍຄືມີພິດຂອງຊາຕານຢຸ່ພາຍໃນຕົວພວກເຈົ້າ. ແຕ່ສຳລັບພິດຂອງຊາຕານແມ່ນຫຍັງນັ້ນ, ມັນສາມາດຖືກສະແດງອອກດ້ວຍຄຳເວົ້າຢ່າງສົມບູນ. ຕົວຢ່າງເຊັ່ນ: ຖ້າເຈົ້າຖາມວ່າ ‘ຜູ້ຄົນຄວນດໍາລົງຊີວິດແບບໃດ? ຜູ້ຄົນຄວນດໍາລົງຊີວິເພື່ອຫຍັງ’ ຜູ້ຄົນຈະຕອບວ່າ ‘ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’. ວະລີໜຶ່ງຢ່າງນີ້ສຳແດງເຖິງຮາກແທ້ຂອງບັນຫາ. ປັດຊະຍາຂອງຊາຕານໄດ້ກາຍມາເປັນຊີວິດຂອງຜູ້ຄົນ. ບໍ່ວ່າຜູ້ຄົນຈະສະແຫວງຫາຫຍັງກໍ່ຕາມ, ພວກເຂົາກໍ່ເຮັດມັນເພື່ອຕົນເອງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງດໍາລົງຊີວິດເພື່ອຕົນເອງເທົ່ານັ້ນ. ‘ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’, ນີ້ແມ່ນຊີວິດ ແລະ ປັດຊະຍາຂອງມະນຸດ ແລະ ມັນຍັງເປັນຕົວແທນໃຫ້ແກ່ທຳມະຊາດຂອງມະນຸດ. ຄຳເວົ້າເຫຼົ່ານີ້ຂອງຊາຕານແມ່ນພິດຂອງຊາຕານແທ້ໆ ແລະ ເມື່ອຜູ້ຄົນໄດ້ຊຶມຊັບມັນ, ມັນກໍກາຍມາເປັນທຳມະຊາດຂອງພວກເຂົາ. ທຳມະຊາດຂອງຊາຕານແມ່ນຖືກເປີດໂປງຜ່ານຄຳເວົ້າເຫຼົ່ານີ້; ພວກມັນເປັນຕົວແທນໃຫ້ກັບທຳມະຊາດນັ້ນຢ່າງສົມບູນ. ພິດນີ້ໄດ້ກາຍມາເປັນຊີວິດຂອງຜູ້ຄົນ ພ້ອມທັງເປັນພື້ນຖານການເປັນຢູ່ຂອງພວກເຂົາ ແລະ ມະນຸດຊາດທີ່ເສື່ອມຊາມໄດ້ຖືກຄອບງວໍາໂດຍພິດນີ້ຢ່າງສະໝໍ່າສະເໝີເປັນເວລາຫຼາຍພັນປີ” (ຄັດຈາກບົດ “ວິທີຍ່າງໃນເສັ້ນທາງຂອງເປໂຕ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າເປີດເຜີຍເຖິງສາຍເຫດຂອງຄວາມເຫັນແກ່ຕົວຂອງພວກເຮົາ. ພວກເຮົາດໍາລົງຊີວິດໂດຍປັດຊະຍາຂອງຊາຕານ ເຊັ່ນ: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ” ແລະ “ຄົນມີເຫດຜົນດີໃນການປົກປ້ອງຕົນເອງ, ສະແຫວງຫາພຽງທີ່ຈະບໍ່ເຮັດຜິດເທົ່ານັ້ນ”. ພວກມັນກາຍມາເປັນທໍາມະຊາດຂອງພວກເຮົາແທ້ໆ. ທຸກຄົນຕໍ່ສູ້ ແລະ ມີຊີວິດເພື່ອຕົນເອງ ແລະ ຈະເຖິງກັບເສຍສະຫຼະຜົນປະໂຫຍດຂອງຄົນອື່ນເພື່ອຜົນປະໂຫຍດຂອງຕົນເອງ. ຜູ້ຄົນທີ່ເສື່ອມຊາມກໍລ້ວນແລ້ວແຕ່ດຳລົງຊີວິດໃນລັກສະນະນີ້, ຍິ່ງເຫັນແກ່ຕົວ ແລະ ຫຼອກລວງຫຼາຍຂຶ້ນ ແລະ ໂລກຈະເລີ່ມມືດມົວ ແລະ ຊົ່ວຮ້າຍຫຼາຍຂຶ້ນ. ເຖິງຈະເປັນບຸກຄົນທີ່ມີຄວາມເຊື່ອ, ພຣະທຳຂອງພຣະເຈົ້າບໍ່ໄດ້ກາຍມາເປັນຊີວິດຂອງຂ້ອຍ. ຄວາມຄິດຂອງຂ້ອຍຍັງຖືກກັດເຊາະໂດຍພິດເຫຼົ່ານີ້ຂອງຊາຕານ ເຊິ່ງເປັນເຫດຜົນທີ່ຂ້ອຍຮູ້ຈັກຄວາມຈິງ ແຕ່ບໍ່ໄດ້ປະຕິບັດມັນ. ຂ້ອຍຢ້ານການເຮັດໃຫ້ຜູ້ຄວບຄຸມດູແລບໍ່ພໍໃຈ ແລະ ທໍາລາຍຊື່ສຽງຂອງຂ້ອຍ. ມັນບໍ່ແມ່ນຄວາມຈິງ ແລະ ວຽກງານຂອງຄຣິດຕະຈັກທີ່ສໍາຄັນທີ່ສຸດ, ແຕ່ເປັນຊື່ສຽງ ແລະ ສະຖານະຂອງຂ້ອຍເອງ. ຂ້ອຍຊ່າງເຫັນແກ່ຕົວຫຼາຍ! ພຣະເຈົ້າກຳນົດໄວ້ລ່ວງໜ້າວ່າ ຂ້ອຍຕ້ອງເຮັດໜ້າທີ່ໃດ ແລະ ເມື່ອໃດ. ແຕ່ຂ້ອຍຄິດແບບໂງ່ໆວ່າໂຊກຊະຕາຂອງຂ້ອຍຢູ່ໃນກໍາມືຂອງຜູ້ຄວບຄຸມດູແລ, ສະນັ້ນ ການເຮັດໃຫ້ພວກເຂົາບໍ່ພໍໃຈຈຶ່ງຈະເປັນຈຸດຈົບຂອງໜ້າທີ່ຂອງຂ້ອຍ. ຂ້ອຍບໍ່ໄດ້ກຳລັງປະຕິເສດວ່າຄວາມຈິງ ແລະ ຄວາມຊອບທໍາມີອຳນາດໃນເຮືອນຂອງພຣະເຈົ້າບໍ? ຂ້ອຍພຽງແຕ່ເບິ່ງສິ່ງຕ່າງໆຄືກັບຜູ້ທີ່ບໍ່ມີຄວາມເຊື່ອ. ຂ້ອຍບໍ່ແມ່ນຜູ້ທີ່ມີຄວາມເຊື່ອ. ຫຼັງຈາກນັ້ນ, ຂ້ອຍໄດ້ຄິດກ່ຽວກັບສິ່ງນີ້ໃນພຣະທຳຂອງພຣະເຈົ້າທີ່ວ່າ: “ບໍ່ວ່າພາລະກິດຂອງພຣະເຈົ້າ ແລະ ຜົນປະໂຫຍດໃນຄົວເຮືອນຂອງພຣະອົງຈະສູນເສຍຫຼາຍສໍ່າໃດກໍ່ຕາມ, ເຈົ້າກໍ່ຈະບໍ່ຮູ້ສຶກເຖິງການຕໍານິຈາກຄວາມສຳນຶກຂອງເຈົ້າ ເຊິ່ງໝາຍຄວາມວ່າເຈົ້າຈະເປັນຄົນທີ່ດຳລົງຊີວິດໂດຍອຸປະນິໄສແບບຊາຕານຂອງຕົນ. ຊາຕານຄວບຄຸມເຈົ້າ ແລະ ເຮັດໃຫ້ເຈົ້າໃຊ້ຊີວິດເປັນສິ່ງທີ່ຂ້ອນຂ້າງບໍ່ແມ່ນມະນຸດ ຫຼື ຂ້ອນຂ້າງບໍ່ແມ່ນມານຮ້າຍ. ເຈົ້າກິນສິ່ງທີ່ເປັນຂອງພຣະເຈົ້າ, ດື່ມສິ່ງທີ່ເປັນຂອງພຣະເຈົ້າ ແລະ ເພີດເພີນກັບທຸກສິ່ງທີ່ມາຈາກພຣະອົງ, ແຕ່ເມື່ອວຽກງານໃນຄົວເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ, ເຈົ້າກໍ່ຄິດວ່າມັນບໍ່ມີຫຍັງກ່ຽວຂ້ອງກັບເຈົ້າ ແລະ ເມື່ອເຈົ້າເຫັນມັນເກີດຂຶ້ນ ເຈົ້າເຖິງກັບ ‘ຄົດແຂນສອກຂອງເຈົ້າອອກດ້ານນອກ’[ກ] ແລະ ບໍ່ເຂົ້າຂ້າງພຣະເຈົ້າ ຫຼື ບໍ່ເຊີດຊູພາລະກິດຂອງພຣະເຈົ້າ ຫຼື ຜົນປະໂຫຍດໃນຄົວເຮືອນຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ຊາຕານມີລິດອຳນາດເໜືອເຈົ້າ, ບໍ່ແມ່ນບໍ? ຄົນດັ່ງກ່າວດຳລົງຊີວິດເປັນມະນຸດບໍ? ຊັດເຈນວ່າ ພວກເຂົາເປັນມານຮ້າຍ ບໍ່ແມ່ນມະນຸດ!” (ຄັດຈາກບົດ “ມີພຽງແຕ່ຄົນທີ່ປະຕິບັດຄວາມຈິງເທົ່ານັ້ນຈຶ່ງເປັນຄົນທີ່ຢຳເກງພຣະເຈົ້າ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ແທງທະລຸຫົວໃຈຂອງຂ້ອຍຄືກັບດາບ. ຂ້ອຍຫາຍໃຈດ້ວຍອາກາດ ແລະ ກິນອາຫານທີ່ພຣະເຈົ້າສ້າງຂຶ້ນ, ມີຄວາມສຸກກັບຊີວິດ ແລະ ຄວາມຈິງຈາກພຣະອົງ ໂດຍບໍ່ຄິດທີ່ຈະຕອບແທນຄວາມຮັກຂອງພຣະອົງ. ຂ້ອຍເຫັນວຽກໃນເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍຢ່າງໜັກ ແລະ ອ້າຍເອື້ອຍນ້ອງຕົກຢູ່ໃນອັນຕະລາຍ, ແຕ່ຂ້ອຍບໍ່ກ້າທີ່ຈະສະໜັບສະໜູນຫຼັກການ, ຢ້ານກົວສຳລັບຕົນເອງ. ນັ້ນໝາຍຄວາມວ່າຫຼາຍກວ່າ 20 ຄົນໄດ້ຖືກຈັບ, ຖືກຂັງຄຸກ ແລະ ຖືກທໍລະມານ ແລະ ວຽກງານຂ່າວປະເສີດຂອງພວກເຮົາຖືກຂັດຂວາງຢ່າງຮ້າຍແຮງ. ການດໍາລົງຊີວິດຢູ່ໃນຄວາມເສື່ອມຊາມມີຜົນຕາມມາທີ່ບໍ່ສາມາດເວົ້າເຖິງໄດ້. ຂ້ອຍພຽງແຕ່ເຮັດສິ່ງຊົ່ວຮ້າຍ. ຂ້ອຍບໍ່ເຄີຍເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງກຽດຊັງຄົນທີ່ເຫັນແກ່ຕົວ, ເປັນຫຍັງພຣະອົງຈຶ່ງເວົ້າວ່າພວກເຂົາຂາດຄວາມເປັນມະນຸດ ແລະ ເປັນຂອງຊາຕານ. ຕອນນີ້ ຂ້ອຍເຂົ້າໃຈວ່າ ຄົນເຫັນແກ່ຕົວພຽງແຕ່ຄິດເຖິງຕົວເອງ, ບໍ່ແມ່ນຄົນອື່ນ ແລະ ເຖິງກັບປົກປ້ອງຜົນປະໂຫຍດຂອງພວກເຂົາເອງຫຼາຍກວ່າຄວາມເສຍຫາຍຕໍ່ວຽກງານຂອງຄຣິດຕະຈັກ. ສິ່ງນັ້ນມີມະນຸດສະທຳໄດ້ແນວໃດ? ແມ່ນແຕ່ສັດຍັງດີກວ່າ. ໝາຮູ້ຈັກວິທີປົກປ້ອງເຮືອນຂອງເຈົ້າຂອງຂອງພວກມັນ ແລະ ຈົງຮັກພັກດີ, ແຕ່ເຖິງແມ່ນວ່າພຣະເຈົ້າໄດ້ມອບຫຼາຍຢ່າງໃຫ້ແກ່ຂ້ອຍ, ຂ້ອຍຍັງຍັງກັດມືທີ່ລ້ຽງຂ້ອຍ. ຂ້ອຍບໍ່ໄດ້ຈົງຮັກພັກດີເລີຍ ແລະ ບໍ່ສົມຄວນທີ່ຈະຖືກເອີ້ນວ່າມະນຸດ. ຫຼັງຈາກນັ້ນ, ຂ້ອຍໄດ້ເຫັນວ່າການທີ່ພຣະເຈົ້າເອີ້ນຄົນເຫັນແກ່ຕົວວ່າເປັນຊາຕານທີ່ມີຊີວິດກໍ່ບໍ່ແມ່ນສິ່ງທີ່ເຮັດເກີນໄປເລີຍ. ຖ້າຂ້ອຍບໍ່ກັບໃຈ ແລະ ປ່ຽນແປງ ແລະ ປະຕິບັດຄວາມຈິງ, ຂ້ອຍຈະເຮັດສິ່ງຊົ່ວຮ້າຍ, ຕໍ່ຕ້ານພຣະເຈົ້າ ແລະ ຖືກລົງໂທດໂດຍພຣະອົງ. ຄວາມລົ້ມເຫຼວນີ້ສະແດງໃຫ້ຂ້ອຍເຫັນວ່າ ຫາກບໍ່ມີການສະແຫວງຫາຄວາມຈິງ ແລະ ການແກ້ໄຂອຸປະນິໄສຂອງຊາຕານ, ພວກເຮົາບໍ່ສາມາດປະຕິບັດຄວາມຈິງ ແລະ ເຊື່ອຟັງພຣະເຈົ້າໄດ້. ຫຼັງຈາກນັ້ນ ພວກເຮົາຈະບໍ່ປ່ຽນແປງອຸປະນິໄສພວກເຮົາຈັກເທື່ອ ຫຼື ຖືກຊ່ວຍໃຫ້ລອດພົ້ນ ບໍ່ວ່າພວກເຮົາຈະມີຄວາມເຊື່ອດົນສໍ່າໃດກໍຕາມ, ພວກເຮົາໄດ້ເສຍສະຫຼະ ຫຼື ທໍລະມານຫຼາຍສໍ່າໃດກໍຕາມ. ຫຼັງຈາກນັ້ນ ຂ້ອຍໄດ້ອະທິຖານຫາພຣະເຈົ້າວ່າ “ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ມີອັນຕະລາຍຫຼາຍຢ່າງໄດ້ເກີດຂຶ້ນຕໍ່ວຽກງານຂອງຄຣິດຕະຈັກ ແລະ ອ້າຍເອື້ອຍນ້ອງ ເພາະວ່າຂ້ານ້ອຍບໍ່ໄດ້ປະຕິບັດຄວາມຈິງ ຫຼື ມີຫຼັກການ. ພຣະເຈົ້າ, ຂ້ານ້ອຍໄດ້ເຮັດສິ່ງຊົ່ວຮ້າຍ. ຂ້ານ້ອຍພ້ອມທີ່ຈະກັບໃຈ ແລະ ຍອມຮັບການກວດສອບຂອງພຣະອົງ. ຖ້າຂ້ານ້ອຍຍັງບໍ່ປ່ຽນແປງ, ແຕ່ຂ້ານ້ອຍຍັງເຫັນແກ່ຕົວ ແລະ ບໍ່ສະໜັບສະໜູນວຽກງານໃນເຮືອນຂອງພຣະເຈົ້າ, ຂໍໃຫ້ພຣະອົງພິພາກສາ ແລະ ຂ້ຽນຕີຂ້ານ້ອຍ”.

ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າຫຼັງຈາກຄໍາອະທິຖານຂອງຂ້ອຍ: “ເມື່ອເຈົ້າເປີດເຜີຍຕົວເອງວ່າເຫັນແກ່ຕົວ ແລະ ຍິ່ງຍະໂສ ແລະ ໄດ້ຕະໜັກເຖິງສິ່ງນີ້, ເຈົ້າຄວນສະແຫວງຫາຄວາມຈິງ: ຂ້ອຍຄວນເຮັດຫຍັງເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ? ຂ້ອຍຄວນປະຕິບັດແນວໃດເພື່ອໃຫ້ມັນເປັນປະໂຫຍດແກ່ທຸກຄົນ? ເຈົ້າຕ້ອງເລີ່ມດ້ວຍການປ່ອຍວາງຜົນປະໂຫຍດຂອງຕົວເຈົ້າເອງ, ຄ່ອຍໆປະຖິ້ມພວກມັນຕາມວຸດທິພາວະຂອງເຈົ້າເທື່ອລະໜ້ອຍ. ຫຼັງຈາກທີ່ເຈົ້າໄດ້ປະສົບກັບສິ່ງນີ້ສອງສາມຄັ້ງ, ເຈົ້າຈະໄດ້ປ່ອຍວາງພວກມັນຢ່າງສົມບູນ ແລະ ເມື່ອເຈົ້າເຮັດເຊັ່ນນັ້ນ, ເຈົ້າຈະຮູ້ສຶກໝັ້ນຄົງ ແລະ ໃນຖານະມະນຸດຄົນໜຶ່ງ, ເຈົ້າຄວນມີຈິດສຳນຶກ ແລະ ເຫດຜົນວ່າເຈົ້າຄວນເປັນຄົນທີ່ບໍ່ເຫັນແກ່ຕົວແລະ ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ຜົນທີ່ໄດ້ຄືເຈົ້າຈະເປັນຄົນກົງໄປກົງມາ, ຊື່ກົງ. ການເຮັດທຸກຢ່າງເພື່ອເຮັດໃຫ້ພຣະເຈົ້າພໍໃຈເປັນສິ່ງທີ່ມີກຽດ ແລະ ນຳຄວາມໝາຍມາສູ່ຊີວິດ. ໃນການດຳລົງຊີວິດແບບນີ້ຢູ່ແຜ່ນດິນໂລກ, ເຈົ້າເປັນຄົນເປີດເຜີຍ ແລະ ຊື່ສັດ, ເຈົ້າເປັນຄົນແທ້, ເຈົ້າມີຈິດສຳນຶກທີ່ຊັດເຈນ ແລະ ຄູ່ຄວນກັບທຸກສິ່ງທີ່ພຣະເຈົ້າປະທານໃຫ້ແກ່ເຈົ້າ. ຍິ່ງເຈົ້າດຳລົງຊີວິດແບບນີ້ຫຼາຍສ່ຳໃດ, ເຈົ້າຍິ່ງຮູ້ສຶກໝັ້ນຄົງ ແລະ ສົດໃສຫຼາຍຂຶ້ນສ່ຳນັ້ນ. ເມື່ອເປັນເຊັ່ນນັ້ນ, ເຈົ້າຈະບໍ່ກ້າວໄປໃນເສັ້ນທາງທີ່ຖືກຕ້ອງບໍ?” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ຢ່າເຮັດສິ່ງຕ່າງໆເພື່ອຕົວເຈົ້າເອງຢູ່ສະເໝີ ແລະ ຢ່າພິຈາລະນາເຖິງຜົນປະໂຫຍດຂອງເຈົ້າເອງຢ່າງສະໝໍ່າສະເໝີ; ຢ່າຄຳນຶງເຖິງສະຖານະ, ກຽດຕິຍົດ ຫຼື ຊື່ສຽງຂອງເຈົ້າເອງ. ຢ່າພິຈາລະນາເຖິງຜົນປະໂຫຍດຂອງມະນຸດອີກດ້ວຍ! ກ່ອນອື່ນໝົດ ເຈົ້າຕ້ອງຄຳນຶງເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ເຮັດໃຫ້ຜົນປະໂຫຍດເຫຼົ່ານັ້ນເປັນບູລິມະສິດທຳອິດຂອງເຈົ້າ. ເຈົ້າຄວນຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ເລີ່ມຕົ້ນໂດຍການຕຶກຕອງວ່າເຈົ້າບໍ່ບໍລິສຸດໃນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່, ເຈົ້າໄດ້ເຮັດສຸດຄວາມສາມາດຂອງເຈົ້າເພື່ອຈົງຮັກພັກດີ ຫຼື ບໍ່, ເຮັດສຸດຄວາມສາມາດຂອງເຈົ້າເພື່ອປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ມອບທັງໝົດຂອງເຈົ້າແລ້ວ ຫຼື ບໍ່, ພ້ອມທັງວ່າເຈົ້າໄດ້ໃສ່ຄວາມຄິດຂອງເຈົ້າໃສ່ໜ້າທີ່ຂອງພຣະເຈົ້າ ແລະ ພາລະກິດໃນເຮືອນຂອງພຣະເຈົ້າຢ່າງໝົດຫົວໃຈ ຫຼື ບໍ່. ເຈົ້າຕ້ອງຄຳນຶງເຖິງສິ່ງເຫຼົ່ານີ້. ໃຫ້ຄິດກ່ຽວກັບພວກມັນຢູ່ເລື້ອຍໆ ແລະ ມັນຈະງ່າຍຂຶ້ນສຳລັບເຈົ້າໃນການປະຕິບັດໜ້າທີ່ຂອງເຈົ້າເປັນຢ່າງດີ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຫຼັງຈາກນັ້ນ ຂ້ອຍກໍ່ເຂົ້າໃຈວ່າ ໃນຖານະທີ່ເປັນຄຣິດສະຕຽນ, ວິທີດຽວທີ່ຈະດໍາລົງຊີວິດດ້ວຍຄວາມຊື່ສັດ, ກຽດສັກສີ ແລະ ຄວາມເປັນມະນຸດຄືການດໍາລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ເອົາໃຈໃສ່ກັບຄວາມປະສົງຂອງພຣະອົງ, ປະຖິ້ມຜົນປະໂຫຍດຂອງພວກເຮົາ ແລະ ປົກປ້ອງພາລະກິດຂອງພຣະເຈົ້າໃນທຸກສິ່ງ. ຫຼັງຈາກນັ້ນ ພວກເຮົາຈຶ່ງຈະຮູ້ສຶກສະຫງົບສຸກ. ຂ້ອຍຮູ້ວ່າຂ້ອຍຕ້ອງປະຕິບັດພຣະທຳຂອງພຣະເຈົ້າ ແລະ ສະແຫວງຫາເພື່ອກາຍມາເປັນຄົນຊື່ກົງ.

ຄືນໜຶ່ງໃນເດືອນພະຈິກ, ມັນເປັນເວລາຫຼັງຈາກ 10 ໂມງກາງຄືນ ເມື່ອເອື້ອຍລີ ເຊິ່ງເປັນຜູ້ຄວບຄຸມດູແລຄົນໃໝ່ ໄດ້ມາຫາທີມຂອງພວກເຮົາ. ລາວເວົ້າວ່າ ເອື້ອຍຫຼິວ ເຊິ່ງເປັນຄູ່ຮ່ວມງານຂອງລາວ ໄດ້ຈາກໄປເພື່ອພົບກັບເອື້ືອຍຄົນໜຶ່ງທີ່ມາຈາກນອກເມືອງໃນສອງສາມມື້ກ່ອນ, ແຕ່ລາວບໍ່ໄດ້ກັບຄືນມາເລີຍ. ລາວຢ້ານວ່າເອື້ອຍຄົນນັ້ນຈະຖືກຈັບ. ຖ້າເປັນແນວນັ້ນ, ຄົນອື່ນຈຳເປັນຕ້ອງຖືກສັ່ງໃຫ້ຍ້າຍໃນທັນທີ. ລາວຄິດວ່າ ເອື້ອຍຫຼິວອາດຈະກັບເຮືອນດ້ວຍເຫດຜົນບາງຢ່າງ ແລະ ການຍ້າຍທຸກຄົນຈະສົ່ງຜົນກະທົບຕໍ່ໜ້າທີ່ຂອງພວກເຂົາ. ລາວບໍ່ຮູ້ວ່າຈະເຮັດແນວໃດ. ເມື່ອໄດ້ຍິນເລື່ອງນີ້, ຂ້ອຍກໍ່ຄິດວ່າ “ເອື້ອຍຫຼິວເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແລະ ໝັ້ນຄົງໃນໜ້າທີ່ຂອງລາວ. ລາວຈະບອກໃຫ້ພວກເຮົາຮູ້ ຖ້າລາວໄດ້ກັບເຮືອນ. ລາວອາດຈະຖືກຈັບ. ຂ້ອຍຄວນບອກຜູ້ນຳໃນທັນທີ”. ແຕ່ຫຼັງຈາກນັ້ນ ຂ້ອຍກໍຄິດວ່າ “ເອື້ອຍລີເປັນຜູ້ຄວບຄຸມດູແລ. ຖ້າລາວບໍ່ແນ່ໃຈ ແລະ ລາວຢ້ານທີ່ຈະຂັດຂວາງວຽກງານຂອງຄຣິດຕະຈັກ, ຂ້ອຍຈະສາມາດແນ່ໃຈໄດ້ແນວໃດ? ຖ້າພວກເຮົາພະຍາຍາມຍ້າຍທຸກຄົນ ແຕ່ເອື້ອຍຫຼິວບໍ່ໄດ້ຖືກຈັບກຸມ, ຜູ້ນໍາອາດຈັດການກັບພວກເຮົາ ແລະ ເວົ້າວ່າພວກເຮົາກໍາລັງຂັດຂວາງວຽກງານຂອງຄຣິດຕະຈັກ. ຂ້ອຍຄວນເວົ້າ ຫຼື ບໍ່?”

ໃນຄວາມພະຍາຍາມຂອງຂ້ອຍ, ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າທີ່ວ່າ: “ເຈົ້າຄວນປະຕິບັດສິ່ງໃດໜຶ່ງ ທີ່ເປັນປະໂຫຍດຕໍ່ພາລະກິດຂອງພຣະເຈົ້າ ແລະ ບໍ່ແມ່ນປະຕິບັດໃນສິ່ງທີ່ສ້າງຄວາມເສຍຫາຍໃຫ້ກັບປະໂຫຍດຂອງພາລະກິດຂອງພຣະເຈົ້າ. ເຈົ້າຄວນປົກປ້ອງພຣະນາມຂອງພຣະເຈົ້າ, ການເປັນພະຍານຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ” (ຄັດຈາກບົດ “ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ຖ້າຊ່ວງເວລາມີຄວາມສໍາຄັນຫຼາຍຂຶ້ນ, ຜູ້ຄົນທີ່ມີຄວາມສາມາດອ່ອນນ້ອມກໍຫຼາຍຂຶ້ນ ແລະ ປ່ອຍວາງຄວາມສົນໃຈຕໍ່ຕົວເອງ, ຄວາມໂອຫັງ ແລະ ຄວາມພາກພູມໃຈ ແລະ ເຮັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ, ເມື່ອນັ້ນເທົ່ານັ້ນ ພຣະເຈົ້າຈຶ່ງຈະຈື່ພວກເຂົາ. ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ແມ່ນການກະທໍາທີ່ດີ! ບໍ່ວ່າຜູ້ຄົນຈະເຮັດຫຍັງ ເຊັ່ນຄວາມໂອຫັງ ແລະ ຄວາມພາກພູມໃຈຂອງພວກເຂົາ ຫຼື ຄວາມສະຫງ່າລາສີຂອງພຣະເຈົ້າ ແມ່ນຫຍັງຄືສິ່ງສໍາຄັນກວ່າ? (ຄວາມສະຫງ່າລາສີຂອງພຣະເຈົ້າ). ແມ່ນຫຍັງທີ່ສໍາຄັນກວ່າ, ຄວາມຮັບຜິດຊອບ ຫຼື ສິດຜົນປະໂຫຍດຂອງເຈົ້າ? (ຄວາມຮັບຜິດຊອບຂອງພວກເຮົາ). ການເຮັດໜ້າທີ່ຂອງເຈົ້າໃຫ້ສໍາເລັດແມ່ນສິ່ງທີ່ສໍາຄັນທີ່ສຸດ ແລະ ເຈົ້າຈະມີໜ້າທີ່ຕໍ່ສິ່ງເຫຼົ່ານັ້ນ” (ຄັດຈາກບົດ “ການຮັບເອົາພຣະເຈົ້າ ແລະ ຄວາມຈິງແມ່ນສິ່ງທີ່ມີຄວາມສຸກທີ່ສຸດ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະເຈົ້າບອກພວກເຮົາຢ່າງຊັດເຈນໃຫ້ສະໜັບສະໜູນພາລະກິດຂອງພຣະອົງ ແລະ ເຮັດໜ້າທີ່ຂອງພວກເຮົາໃຫ້ດີ. ຕອນນີ້ເມ່ືອກຳລັງຜະເຊີນກັບຄວາມຂັດແຍ່ງລະຫວ່າງຜົນປະໂຫຍດຂອງຂ້ອຍ ແລະ ຜົນປະໂຫຍດຂອງຄຣິດຕະຈັກ, ພຣະເຈົ້າກຳລັງເຝົ້າເບິ່ງຢູ່. ຖ້າຂ້ອຍເຫັນແກ່ຕົວຄືແຕ່ກ່ອນ, ນັ້ນຈະເປັນການຂາດຄວາມເປັນມະນຸດ. ຄັ້ງກ່ອນເປັນບົດຮຽນທີ່ເຈັບປວດ, ເປັນລາຄາໂຫດຮ້າຍທີ່ຕ້ອງຈ່າຍ. ຂ້ອຍບໍ່ສາມາດເຮັດຜິດພາດຊໍ້າອີກ. ຂ້ອຍເວົ້າກັບເອື້ອຍລີວ່າ “ມັນເປັນໄປໄດ້ທີ່ເອື້ອຍຫຼິວຈະກັບບ້ານ, ແຕ່ພວກເຮົາບໍ່ສາມາດແນ່ໃຈໄດ້. ພວກເຮົາຄວນວາງແຜນສໍາລັບເຫດການທີ່ຮ້າຍແຮງທີ່ສຸດ ແລະ ຍ້າຍອ້າຍເອື້ອຍນ້ອງເຫຼົ່ານັ້ນໄປ. ເຖິງແມ່ນວ່າພວກເຮົາຈະຜິດ, ມັນກໍເພື່ອວຽກງານຂອງຄຣິດຕະຈັກ ແລະ ເພື່ອຄວາມປອດໄພຂອງທຸກຄົນ. ພວກເຮົາກໍາລັງເບິ່ງພາບກວ້າງ. ຖ້າພວກເຮົາເຫັນອັນຕະລາຍ ແລະ ບໍ່ປະຕິບັດໄດ້ທັນເວລາ ແລະ ຜູ້ຄົນຖືກຈັບກຸມ, ພວກເຮົາຈະເປັນຄືກັບຢູດາ ແລະ ຄວາມກິນແໜງໃດໜຶ່ງກໍຈະຊ້າເກີນໄປ. ອັນຕະລາຍກຳລັງເພີ່ມຂື້ນໃນແຕ່ລະມື້. ໃຫ້ພວກເຮົາຈັດການກັບມັນໃນທັນທີ”. ຂ້ອຍບອກລາວກ່ຽວກັບການທີ່ສະມາຊິກບາງຄົນຂອງຄຣິດຕະຈັກຖືກຈັບກຸມໃນເມື່ອກ່ອນ ແລະ ລາວກໍເຫັນດີກັບຂ້ອຍ. ລາວໄດ້ເລີ່ມສິ່ງຕ່າງໆໃນຕອນເຊົ້າມືດຂອງມື້ຕໍ່ມາ ແລະ ຄືນຫຼັງຈາກນັ້ນ, ພວກເຮົາຍັງເກັບເຄື່ອງອອກຈາກສະຖານທີ່ຂອງພວກເຮົາ.

ໃນຂະນະທີ່ເຮັດສິ່ງນີ້, ຜູ້ຄວບຄຸມດູແລເວົ້າວ່າ “ເອື້ອຍຫຼິວ ແລະ ເອື້ອຍຄົນອື່ນໆໄດ້ຖືກຈັບກຸມ ແລະ ຕຳຫຼວດໄດ້ຈັບກຸມອີກສີ່ຄົນຈາກສະຖານທີ່ເຕົ້າໂຮມໜຶ່ງ. ພວກເຮົາຍ້າຍໄດ້ທັນເວລາ. ຖ້າພວກເຮົາລໍຖ້າ, ຜູ້ຄົນກໍຈະຖືກຈັບຫຼາຍຍິ່ງຂຶ້ນ”. ຂ້ອຍວຸ້ນວາຍເມື່ອຂ້ອຍໄດ້ຍິນສິ່ງນີ້. ພັກກອມມູນິດຊ່າງຊົ່ວຮ້າຍຫຼາຍ! ຢູ່ໃນປະເທດທີ່ໃຫຍ່ແບບປະເທດຈີນ, ບໍ່ມີບ່ອນໃດໃຫ້ຄຣິດສະຕຽນໄດ້ລີ້ໄດ້! ຂ້ອຍຍັງຮູ້ສຶກວ່າ ມັນສໍາຄັນສໍ່າໃດທີ່ຈະປົກປ້ອງຜົນປະໂຫຍດຂອງຄຣິດຕະຈັກ. ຂ້ອຍຮູ້ສຶກດີຂຶ້ນ ເພາະວ່າຄັ້ງນີ້ ຂ້ອຍສາມາດປະຕິບັດຄວາມຈິງ ແລະ ມີຄວາມຮັບຜິດຊອບ ແລ້ວກໍ່ມີຄວາມເສຍຫາຍໜ້ອຍລົງ. ຂ້ອຍຮູ້ສຶກວ່າການດໍາລົງຊີວິດຕາມພຣະທຳຂອງພຣະເຈົ້າເປັນວິທີດຽວທີ່ຈະດຳລົງຊີວິດດ້ວຍຄວາມເປັນມະນຸດ. ຂ້ອຍຍັງປະສົບດ້ວຍຕົວເອງວ່າ ຖ້າບໍ່ມີການພິພາສາຈາກພຣະທຳຂອງພຣະເຈົ້າ, ຂ້ອຍຍັງຄົງຈະຖືກຜູກມັດໂດຍປັດຊະຍາ ແລະ ອຸປະນິໄສຂອງຊາຕານ, ເຮັດສິ່ງຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ. ຂ້ອຍຈະບໍ່ສາມາດປະຖິ້ມຜົນປະໂຫຍດຂອງຂ້ອຍເອງ ແລະ ຍຶດໝັ້ນຫຼັກການ ແລະ ຂ້ອຍຈະບໍ່ມີຄວາມເປັນມະນຸດຈັກເທື່ອ. ດັ່ງທີ່ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວວ່າ: “ເຈົ້າຄວນສາມາດປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ປະຕິບັດພັນທະ ແລະ ໜ້າທີ່ຂອງເຈົ້າ, ປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວຂອງເຈົ້າ, ປະຖິ້ມຄວາມຕັ້ງໃຈ ແລະ ແຮງຈູງໃຈຂອງເຈົ້າເອງ, ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ, ເອົາໃຈໃສ່ຜົນປະໂຫຍດຂອງພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າກ່ອນ. ຫຼັງຈາກທີ່ປະສົບກັບສິ່ງນີ້ຊົ່ວໄລຍະໜຶ່ງ ເຈົ້າກໍຈະຮູ້ສຶກວ່ານີ້ແມ່ນວິທີທີ່ດີໃນການດຳລົງຊີວິດ. ມັນເປັນການດຳລົງຊີວິດແບບກົງໄປກົງມາ ແລະ ສັດຊື່ ໂດຍບໍ່ຕ້ອງເປັນຄົນຕໍ່າຊາມ ຫຼື ເປັນຄົນໄຮ້ປະໂຫຍດ, ດຳລົງຊີວິດຢ່າງທ່ຽງທຳ ແລະ ມີກຽດ ແທນທີ່ຈະເປັນຄົນມີຈິດໃຈຄັບແຄບ ຫຼື ໃຈໂຫດຮ້າຍ. ເຈົ້າຈະຮູ້ສຶກວ່ານີ້ແມ່ນວິທີທີ່ຄົນໆໜຶ່ງຄວນດຳລົງຊີວິດ ແລະ ປະຕິບັດ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ).

ໝາຍເຫດ:

ກ. “ຄົດແຂນສອກຂອງຄົນໆນຶ່ງອອກມາດ້ານນອກ” ແມ່ນສໍານວນພາສາຈີນທີ່ໝາຍເຖິງ ບຸກຄົນໜຶ່ງກຳລັງຊ່ວຍຄົນອື່ນໂດຍທຳຮ້າຍຄົນທີ່ຢູ່ໃກ້ຊິດກັບບຸກຄົນນັ້ນ ຕົວຢ່າງເຊັ່ນ: ພໍ່ແມ່, ລູກ, ຍາດພີ່ນ້ອງ ຫຼື ອ້າຍເອື້ອຍນ້ອງ.

ກ່ອນນີ້: 47. ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈສາມາດຮັບເອົາຄວາມລອດພົ້ນຂອງພຣະເຈົ້າບໍ?

ຕໍ່ໄປ: 49. ຫົນທາງທີ່ອັດສະຈັນໃນການດຳລົງຊີວິດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ຕົ້ນກຳເນີດ ແລະ ການພັດທະນາຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

ໃນຍຸກແຫ່ງພຣະຄຸນ ພຣະເຍຊູເຄີຍສັນຍາກັບຜູ້ຕິດຕາມພຣະອົງວ່າ “ແລະ ເມື່ອເຮົາໄປຈັດຕຽມສະຖານທີ່ໄວ້ໃຫ້ພວກທ່ານແລ້ວ ເຮົາຈະກັບຄືນມາອີກ ແລະ ຮັບເອົາພວກທ່ານໄປບ່ອນເຮົາຢູ່. ດ້ວຍວ່າເຮົາຢູ່ບ່ອນໃດ ບ່ອນນັ້ນກໍຈະມີພວກທ່ານຢູ່ເຊັ່ນກັນ” (ໂຢຮັນ 14:3). ນອກນັ້ນ ພຣະອົງຍັງທຳນວາຍໄວ້ວ່າ “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ” (ມັດທາຍ 24:27).

Only God Loves Man Most

God becomes flesh in the last days to save man for He loves man. Driven by His love, He carries out today's work. It's under the foundation...

Woe to Those Who Crucify God Once Again

During the last days, God has been incarnated in China to work, and has expressed millions of words, conquering and saving a group of people with His word and ushering in the new age of judgment beginning with the house of God.

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້