60. ພຣະເຈົ້າຊອບທໍາຫຼາຍ

ໂດຍ ຈາງຫຼິນ, ຍີ່ປຸ່ນ

ໃນເດືອນກັນຍາ 2012, ຂ້ອຍຮັບຜິດຊອບວຽກງານຄຣິດຕະຈັກເມື່ອຂ້ອຍພົບກັບຜູ້ນໍາຂອງຂ້ອຍ: ເອື້ອຍຍັນຊູ. ຂ້ອຍພົບວ່າລາວໄດ້ຂໍໃຫ້ບັນດາອ້າຍເອື້ອຍນ້ອງໄປເທດສະໜາຂ່າວປະເສີດຢູ່ເຮືອນຜູ້ຄົນ. ນີ້ແມ່ນການລະເມີດຫຼັກການຕ່າງໆທີ່ຮ້າຍແຮງ. ສະນັ້ນ ຄູ່ຮ່ວມງານຂ້ອຍ ແລະ ຂ້ອຍໄດ້ເວົ້າກັບລາວວ່າ: “ພວກເຮົາຕ້ອງປະຕິບັດຕາມຫຼັກການຕ່າງໆຂອງເຮືອນຂອງພຣະເຈົ້າເມື່ອມີການເຜີຍແຜ່ຂ່າວປະເສີດ. ສິ່ງທີ່ເຈົ້າກໍາລັງເຮັດຢູ່ໃນເວລານີ້ແມ່ນມີຄວາມຂັດແຍ່ງກັບຫຼັກການເຫຼົ່ານັ້ນ ແລະ ຖ້າຄົນທີ່ບໍ່ເຊື່ອ ຫຼື ຄົນຊົ່ວຮ້າຍໄດ້ເຂົ້າມາໃນຄຣິດຕະຈັກ, ນັ້ນຈະເປັນການລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ແນວໃດກໍ່ຕາມ, ມັນເປັນອັນຕະລາຍທີ່ຈະເຜີຍແຜ່ຂ່າວປະເສີດແບບນັ້ນ. ຖ້າຜູ້ໃດຜູ້ໜຶ່ງໂທຫາຕຳຫຼວດ, ຫຼັງຈາກນັ້ນເຈົ້າຈະໂຍນບັນດາອ້າຍເອື້ອຍນ້ອງຂອງພວກເຮົາໄປໃສ່ສິງໂຕ”. ລາວບໍ່ພຽງແຕ່ບໍ່ໄດ້ສົນໃຈເທົ່ານັ້ນ ແຕ່ໄດ້ກ່າວຫາພວກເຮົາວ່າເປັນຄົນຍຶດຕິດກັບກົດລະບຽບຕ່າງໆ. ໃນການຊຸມນຸມຫຼັງຈາກນັ້ນ, ລາວມັກຈະຮ້າຍຂ້ອຍ ແລະ ຄູ່ຮ່ວມງານຂອງຂ້ອຍ, ໂດຍເວົ້າວ່າພວກເຮົາກໍາລັງຂັດຂວາງວຽກງານຂ່າວປະເສີດຂອງເຮືອນຂອງພຣະເຈົ້າ. ພວກເຮົາທັງສອງຮູ້ສຶກຖືກຈຳກັດໂດຍລາວແທ້ໆ. ໃນເດືອນທັນວາປີນັ້ນ, ບັນດາສະມາຊິກໃນພາກພື້ນຂອງພວກເຮົາໄດ້ອອກໄປເຜີຍແຜ່ຂ່າວປະເສີດຕາມທີ່ ເອື້ອຍຍັນຊູ ໄດ້ບອກພວກເຂົາ ແລະ ມີຫຼາຍກວ່າ 100 ຄົນທີ່ຖືກຈັບ. ສິ່ງນີ້ເປັນຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ວຽກເຮືອນຂອງພຣະເຈົ້າ, ແຕ່ວ່າ ເອື້ອຍຍັນຊູ ບໍ່ໄດ້ສໍານຶກຜິດເລີຍ. ຂ້ອຍບໍ່ເຄີຍເຫັນລາວຄຸ້ນຄິດ ຫຼື ທົບທວນຢ່າງຈິງຈັງກ່ຽວກັບຄວາມໂອ້ອວດ ຫຼື ຄວາມບໍ່ສຸພາບຂອງລາວ. ຮອດເດືອນພະຈິກ 2013, ຂ້ອຍຮັບຜິດຊອບການສ້າງວິດີໂອຂອງຄຣິດຕະຈັກ. ຂ້ອຍສັງເກດເຫັນວ່າລາວຍັງໂອ້ອວດຢູ່ໃນການເຮັດສິ່ງໃດກໍຕາມທີ່ລາວຕ້ອງການ. ລາວຈະຮ້າຍດ່າ ແລະ ກ່າວໂທດຜູ້ໃດກໍຕາມທີ່ສະແດງຄວາມຄິດເຫັນທີ່ແຕກຕ່າງ. ລາວໄດ້ຢັບຢັ້ງວິດີໂອທີ່ບັນດາອ້າຍເອື້ອຍນ້ອງໄດ້ສົ່ງເຂົ້າມາກວດຄືນຊ້ຳແລ້ວຊ້ຳອີກ, ເຊິ່ງໝາຍຄວາມວ່າພວກເຂົາບໍ່ສາມາດໄດ້ຮັບຄໍາແນະນໍາ ຫຼື ຄວາມຊ່ວຍເຫຼືອຈາກເຮືອນຂອງພຣະເຈົ້າໄດ້ທັນເວລາ. ຂ້ອຍໄດ້ຊີ້ໃຫ້ລາວເຫັນບາງສິ່ງທີ່ຂາດໄປໃນວິທີທີ່ລາວເຮັດໜ້າທີ່ຂອງລາວ ແລະ ໄດ້ໃຫ້ຄໍາແນະນໍາບາງຢ່າງ, ແຕ່ລາວຍັງປະຕິບັດຄືແຕ່ກ່ອນ. ລາວບໍ່ຟັງ ແລະ ເວົ້າວ່າຂ້ອຍເປັນຄົນອວດດີ. ໃນເດືອນພຶດສະພາ 2014, ລາວໄດ້ປົດຂ້ອຍອອກ ແລະ ຖືກສົ່ງກັບບ້ານ. ຫຼັງຈາກທີ່ຂ້ອຍມາຮອດເຮືອນ, ຂ້ອຍບັງເອີນຫາກໍ່ອ່ານຫຼັກການບາງຢ່າງກ່ຽວກັບການໄຈ້ແຍກບັນດາຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ນໍາຈອມປອມ. ເມື່ອປຽບທຽບພຶດຕິກໍາທີ່ສະໝໍ່າສະເໝີຂອງ ເອື້ອຍຍັນຊູ ກັບພວກເຂົາ, ໃນທີ່ສຸດ ຂ້ອຍກໍ່ເຂົ້າໃຈວ່າລາວໂອ້ອວດ ແລະ ເປັນອັນຕະລາຍແນວໃດແທ້ໆ. ລາວເປັນຄົນປ່າເຖື່ອນ ແລະ ວາງອໍານາດຢູ່ໃນໜ້າທີ່ຂອງລາວຕະຫຼອດເວລາ. ລາວບໍ່ຍອມຮັບຄວາມຈິງ ຫຼື ຄໍາແນະນໍາຈາກບັນດາອ້າຍເອື້ອຍນ້ອງ, ແຕ່ກົງກັນຂ້າມ ລາວກົດຂີ່ ແລະ ປະນາມຜູ້ຄົນ. ພຶດຕິກໍາຂອງລາວບໍ່ໄດ້ສະແດງໃຫ້ລາວເປັນຜູ້ຕໍ່ຕ້ານພຣະຄຣິດຜູ້ກຽດຊັງຄວາມຈິງບໍ? ການເຫັນພຶດຕິກຳຂອງລາວວ່າມັນແມ່ນແນວໃດ, ຂ້ອຍຮູ້ສຶກຕົກໃຈ. ຕະຫຼອດສອງປີທີ່ພວກເຮົາໄດ້ເຮັດວຽກຮ່ວມກັນ, ຂ້ອຍໄດ້ເຫັນພຶດຕິກໍາ ແລະ ວິທີການຂອງລາວ, ແຕ່ຂ້ອຍຖືວ່າມັນທັງໝົດຄືການສະແດງອອກຂອງຄວາມເສື່ອມຊາມ. ຂ້ອຍບໍ່ເຄີຍໃຊ້ພຣະທໍາຂອງພຣະເຈົ້າເພື່ອແຍກແຍະທຳມະຊາດຂອງລາວ, ເນື້ອແທ້ຂອງລາວ ຫຼື ເສັ້ນທາງທີ່ລາວກໍາລັງຕິດຕາມ. ສະນັ້ນ ເມື່ອໃດກໍ່ຕາມທີ່ຂ້ອຍຢູ່ອ້ອມຂ້າງລາວ, ຂ້ອຍພຽງແຕ່ສືບຕໍ່ອົດກັ້ນ ແລະ ອົດທົນຕໍ່ໄປ, ເຊິ່ງເຮັດໃຫ້ເກີດຄວາມຊັກຊ້າ ແລະ ມີຜົນກະທົບຕໍ່ວຽກຂອງເຮືອນຂອງພຣະເຈົ້າ. ຂ້ອຍຄິດວ່າ: “ຖ້າ ເອື້ອຍຍັນຊູ ສືບຕໍ່ເປັນຜູ້ນໍາຄຣິດຕະຈັກ, ລາວຈະລົບກວນວຽກຂອງເຮືອນຂອງພຣະເຈົ້າຫຼາຍຍິ່ງຂຶ້ນ”. ຂ້ອຍຕັດສິນໃຈທີ່ຈະລາຍງານບັນຫາຕ່າງໆຂອງລາວຕໍ່ກັບເຮືອນຂອງພຣະເຈົ້າ. ຂ້ອຍອະທິຖານຕໍ່ພຣະເຈົ້າ ແລະ ຂຽນຈົດໝາຍລາຍງານລາວ. ໃນຕອນທ້າຍຂອງຈົດໝາຍ, ຂ້ອຍໄດ້ຕື່ມສິ່ງສຸດທ້າຍອັນໜຶ່ງໃສ່. ຂ້ອຍຮູ້ວ່າໃນເວລານັ້ນມີວິດີໂອທີ່ມີບັນຫາບາງອັນກັບວີດີໂອນັ້ນ, ສະນັ້ນຂ້ອຍຈຶ່ງໄດ້ຂໍໃຫ້ເຮືອນຂອງພຣະເຈົ້າເບິ່ງເລື່ອງນີ້ ແລະ ທົບທວນຄືນ.

ໃນຂະນະທີ່ຂ້ອຍກໍາລັງຈະສົ່ງຈົດໝາຍທີ່ຂຽນສໍາເລັດແລ້ວ, ຂ້ອຍເລີ່ມມີຄວາມຄິດອັນທີສອງ. ຂ້ອຍຄິດວ່າ: “ຂ້ອຍໄດ້ໃຫ້ຄໍາແນະນໍາແກ່ລາວມາກ່ອນ ແລະ ຊີ້ໃຫ້ເຫັນບັນຫາຕ່າງໆໃນໜ້າທີ່ຂອງລາວ, ແຕ່ມັນກໍ່ບໍ່ເປັນໄປໄດ້ດ້ວຍດີ ແລະ ລາວໄດ້ສົ່ງຂ້ອຍກັບບ້ານ. ດຽວນີ້ຂ້ອຍບໍ່ສາມາດເຮັດ ໜ້າທີ່ຂອງຂ້ອຍໄດ້ເລີຍ. ຖ້າຂ້ອຍສົ່ງຈົດໝາຍສະບັບນີ້ລາຍງານບັນຫາຕ່າງໆຂອງລາວ ແລະ ສຸດທ້າຍບໍ່ວ່າຈະດ້ວຍໂອກາດອັນໃດກໍ່ຕາມເຮັດໃຫ້ລາວໄດ້ອ່ານມັນ, ລາວຈະກ່າວຫາຂ້ອຍວ່າທໍາຮ້າຍຜູ້ນໍາ ແລະ ຄົນງານ, ແລ້ວຂ້ອຍຈະໄປຢູ່ໃສ? ຂ້ອຍຄວນລືມມັນໄປ. ເນື່ອງຈາກວ່າ ຂ້ອຍຢູ່ນອກປະຕູຢູ່ແລ້ວ, ຂ້ອຍອາດຈະບໍ່ຄວນຍຸຍົງສິ່ງຕ່າງໆເຊັ່ນກັນ”. ແຕ່ຫຼັງຈາກນັ້ນຂ້ອຍຄິດວ່າ: “ມື້ນີ້ພຣະເຈົ້າໄດ້ຊີ້ນໍາຂ້ອຍເພື່ອໃຫ້ເຫັນວ່າ ເອື້ອຍຍັນຊູ ໄດ້ຍ່າງໄປຕາມທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ຖ້າຂ້ອຍບໍ່ລາຍງານເລື່ອງນີ້, ມັນຈະເປັນວຽກຂອງເຮືອນຂອງພຣະເຈົ້າ ແລະ ບັນດາອ້າຍເອື້ອຍນ້ອງທີ່ປະສົບກັບຄວາມທຸກທໍລະມານ. ຈາກນັ້ນຂ້ອຍຈະບໍ່ເປັນຜູ້ຊ່ວຍຂອງຊາຕານ ແລະ ເປັນຜູ້ກໍ່ຄວາມຊົ່ວບໍ?” ຂ້ອຍຮູ້ສຶກຂັດແຍ້ງແທ້ໆກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ບັນດາອ້າຍເອື້ອຍນ້ອງທີ່ຢູ່ດ້ານໜຶ່ງ ແລະ ໂອກາດຕ່າງໆໃນອະນາຄົດຂອງຂ້ອຍເອງໃນອີກດ້ານໜຶ່ງ. ຂ້ອຍກໍ່ບໍ່ຮູ້ວ່າຈະເຮັດແນວໃດ. ເປັນເວລາສອງສາມມື້ແລ້ວ, ຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າເລື້ອຍໆເພື່ອອະທິຖານ, ຂໍໃຫ້ພຣະອົງນໍາພາຂ້ອຍໄປສູ່ເສັ້ນທາງທີ່ຖືກຕ້ອງ. ຕໍ່ມາຂ້ອຍກໍ່ໄດ້ອ່ານບົດຄວາມຈາກພຣະທໍາຂອງພຣະເຈົ້າ: “ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມກ້າຫານທີ່ຈະຖືກເຮັດໃຫ້ສົມບູນ ແລະ ບໍ່ຄວນຄິດຢູ່ສະເໝີວ່າ ຕົວເຈົ້າເອງບໍ່ມີຄວາມສາມາດ. ຄວາມຈິງມີຄວາມລໍາອຽງບໍ? ຄວາມຈິງສາມາດຕໍ່ຕ້ານຄົນໂດຍເຈດຕະນາໄດ້ບໍ? ຖ້າເຈົ້າສະແຫວງຫາຄວາມຈິງ, ມັນສາມາດເຮັດໃຫ້ເຈົ້າເກີດຄວາມໜັກໃຈໄດ້ບໍ? ຖ້າເຈົ້າຍຶດໝັ້ນເພື່ອຄວາມຍຸຕິທຳ, ມັນຈະຕີໃຫ້ເຈົ້າລົ້ມລົງບໍ? ຖ້າມັນເປັນຄວາມປາຖະໜາຂອງເຈົ້າແທ້ໆທີ່ຈະສະແຫວງຫາຊີວິດ, ຊີວິດຈະສາມາດຫຼົບຫຼີກເຈົ້າໄດ້ບໍ? ຖ້າເຈົ້າປາສະຈາກຊີວິດ, ນັ້ນບໍ່ແມ່ນຍ້ອນວ່າ ຄວາມຈິງເບິ່ງຂ້າມເຈົ້າ, ແຕ່ຍ້ອນເຈົ້າຢູ່ຫ່າງຈາກຄວາມຈິງ; ຖ້າເຈົ້າບໍ່ສາມາດຍຶດໝັ້ນໃນຄວາມຍຸຕິທຳ, ນັ້ນບໍ່ແມ່ນຍ້ອນວ່າ ມີບາງສິ່ງບາງຢ່າງຜິດປົກກະຕິກັບຄວາມຍຸຕິທຳ, ແຕ່ຍ້ອນເຈົ້າເຊື່ອວ່າ ມັນອອກນອກເສັ້ນແຫ່ງຄວາມຈິງ; ຖ້າເຈົ້າບໍ່ໄດ້ຮັບຊີວິດຫຼັງຈາກທີ່ໄດ້ສະແຫວງຫາມັນເປັນເວລາຫຼາຍປີ, ນັ້ນບໍ່ແມ່ນຍ້ອນວ່າ ຊີວິດບໍ່ມີຄວາມສຳນຶກຕໍ່ເຈົ້າ, ແຕ່ຍ້ອນວ່າ ເຈົ້າບໍ່ມີຄວາມສຳນຶກຕໍ່ຊີວິດ ແລະ ໄດ້ຂັບໄລ່ຊີວິດນັ້ນໃຫ້ອອກໄປ; ຖ້າເຈົ້າດຳລົງຊີວິດຢູ່ໃນແສງສະຫວ່າງ ແລະ ບໍ່ສາມາດຮັບເອົາແສງສະຫວ່າງ, ນັ້ນບໍ່ແມ່ນຍ້ອນວ່າ ແສງສະຫວ່າງບໍ່ສາມາດເຍືອງທາງໃຫ້ກັບເຈົ້າ, ແຕ່ຍ້ອນວ່າ ເຈົ້າບໍ່ໄດ້ສົນໃຈກັບການມີຢູ່ຈິງຂອງແສງສະຫວ່າງ ແລະ ດ້ວຍເຫດນັ້ນ ແສງສະຫວ່າງຈຶ່ງໄດ້ຈາກເຈົ້າໄປຢ່າງງຽບໆ. ຖ້າເຈົ້າບໍ່ສະແຫວງຫາ, ສາມາດເວົ້າໄດ້ພຽງແຕ່ວ່າ ເຈົ້າເປັນຂີ້ເຫຍື້ອທີ່ບໍ່ມີຄ່າ ແລະ ບໍ່ມີຄວາມກ້າຫານໃນຊີວິດຂອງເຈົ້າ ແລະ ບໍ່ມີຈິດວິນຍານທີ່ຈະຕ້ານທານກຳລັງແຫ່ງຄວາມມືດ. ເຈົ້າອ່ອນແອເກີນໄປ! ເຈົ້າບໍ່ສາມາດຫຼົບໜີຈາກກຳລັງຂອງຊາຕານທີ່ອ້ອມລ້ອມເຈົ້າ ແລະ ເຈົ້າພຽງເຕັມໃຈທີ່ຈະໃຊ້ຊີວິດປະເພດທີ່ປອດໄພ, ໝັ້ນຄົງນີ້ ແລະ ຕາຍໄປກັບຄວາມໂງ່ເທົ່ານັ້ນ. ສິ່ງທີ່ເຈົ້າຄວນບັນລຸແມ່ນການສະແຫວງຫາເພື່ອຖືກເອົາຊະນະ; ນີ້ແມ່ນໜ້າທີ່ໆຈຳເປັນຂອງເຈົ້າ. ຖ້າເຈົ້າພໍໃຈທີ່ຈະຖືກເອົາຊະນະ, ເຈົ້າແມ່ນໄດ້ຂັບໄລ່ການເປັນຢູ່ຂອງຄວາມສະຫວ່າງ. ເຈົ້າຕ້ອງທົນທຸກກັບຄວາມຍາກລຳຍາກເພື່ອຄວາມຈິງ, ເຈົ້າຕ້ອງອົດກັ້ນຕໍ່ຄວາມອັບອາຍຂາຍໜ້າເພື່ອຄວາມຈິງ ແລະ ເພື່ອທີ່ຈະຮັບເອົາຄວາມຈິງຫຼາຍຍິ່ງຂຶ້ນ ເຈົ້າຕ້ອງຜ່ານການທົນທຸກທີ່ຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ເຈົ້າຄວນເຮັດ” (ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ການອ່ານບົດຄວາມນີ້ເຮັດໃຫ້ຂ້ອຍມີຄວາມເຊື່ອ ແລະ ຄວາມເຂັ້ມແຂງ. “ແມ່ນແລ້ວ”, ຂ້ອຍຄິດ. “ຂ້ອຍບໍ່ສາມາດປ່ອຍໃຫ້ພະລັງງານດ້ານມືດນີ້ເອົາຊະນະຂ້ອຍໄດ້”. ຂ້ອຍບໍ່ເຄີຍມີຄວາມເຂົ້າໃຈກ່ຽວກັບ ເອື້ອຍຍັນຊູ ມາກ່ອນເລີຍ. ແຕ່ດຽວນີ້ ພຣະເຈົ້າໄດ້ຈັດແຈງສິ່ງຕ່າງໆໄວ້ເພື່ອວ່າຂ້ອຍຈະສາມາດເຫັນທຳມະຊາດຂອງລາວ, ເນື້ອແທ້ຂອງລາວ ແລະ ເສັ້ນທາງທີ່ລາວເດີນໄປ. ຂ້ອຍຄວນຈະມີຈຸດຢືນ ແລະ ເປິດເຜີຍຄວາມຈິງ, ແຕ່ແທນທີ່ຈະເປັນແນວນັ້ນ ຂ້ອຍເຮັດຕາມປັດຊະຍາຂອງຊາຕານ. “ໃຫ້ສິ່ງຕ່າງໆລ່ອງລອຍໄປ ຖ້າພວກມັນບໍ່ໄດ້ສົ່ງຜົນກະທົບຕໍ່ຄົນໆໜຶ່ງເປັນການສ່ວນຕົວ” ເພື່ອໂອກາດໃນອະນາຄົດຂອງຕົວຂອງຂ້ອຍເອງ. ຂ້ອຍໄດ້ເຫັນວ່າຂ້ອຍເຫັນແກ່ຕົວແນວໃດ, ບໍ່ມີຄວາມສຳນຶກ ຫຼື ເຫດຜົນ. ຂ້ອຍຄິດວ່າຕະຫຼອດຫຼາຍປີທີ່ຂ້ອຍເຊື່ອໃນພຣະເຈົ້າ ແລະ ມັກການລ້ຽງດູ ແລະ ການບຳລຸງລ້ຽງຈາກພຣະເຈົ້າ. ເຖິງຢ່າງໃດກໍ່ຕາມໃນເວລາທີ່ສໍາຄັນນີ້, ຂ້ອຍບໍ່ສົນໃຈຄວາມສຳນຶກຂອງຂ້ອຍທີ່ຈະປົກປ້ອງຜົນປະໂຫຍດຂອງຂ້ອຍ ແລະ ຫຼັບຕາໃສ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຂ້ອຍເປັນຄົນທີ່ບໍ່ມີຄວາມກະຕັນຍູ, ເຫັນແກ່ໂຕ ແລະ ໜ້າກຽດຊັງຫຼາຍປານໃດ! ເມື່ອເຂົ້າໃຈເລື່ອງນີ້, ຂ້ອຍຄິດວ່າ: “ຂ້ອຍຕ້ອງປະຕິບັດດ້ວຍຄວາມສຳນຶກ ແລະ ມີຄວາມຍຸດຕິທໍາ, ປະຕິບັດຄວາມຈິງ ແລະ ປົກປ້ອງວຽກຂອງເຮືອນຂອງພຣະເຈົ້າ”. ສະນັ້ນຂ້ອຍໄດ້ມາຫາພຣະເຈົ້າອີກຫຼາຍຄັ້ງໃນຄໍາອະທິຖານ ແລະ ສຸດທ້າຍໄດ້ແກ້ໄຂບັນຫານີ້: “ບໍ່ວ່າຜົນຂອງການຂຽນຈົດໝາຍລາຍງານສະບັບນີ້ຈະເປັນແນວໃດກໍ່ຕາມ, ຂ້ອຍບໍ່ສາມາດເປັນຜູ້ຊ່ວຍໃຫ້ຊາຕານພຽງເພື່ອປົກປ້ອງຜົນປະໂຫຍດຂອງຂ້ອຍເອງ. ຂ້ອຍໄດ້ເຫັນບັນຫາຕ່າງໆຂອງ ເອື້ອຍຍັນຊູ, ສະນັ້ນຂ້ອຍຄວນມີຈຸດຢືນ, ເປີດເຜີຍການກະທໍາທີ່ຊົ່ວຮ້າຍຂອງລາວ ແລະ ປົກປ້ອງວຽກຂອງເຮືອນຂອງພຣະເຈົ້າ”. ຈາກນັ້ນ ຂ້ອຍກໍ່ໄດ້ສົ່ງລາຍງານໄປທີ່ເຮືອນຂອງພຣະເຈົ້າ. ຫຼັງຈາກນັ້ນຂ້ອຍກໍ່ຮູ້ສຶກໂລ່ງໃຈຫຼາຍ ແລະ ມີຄວາມສະຫງົບສຸກຢູ່ໃນໃຈຂອງຂ້ອຍ. ຂ້ອຍລໍຖ້າຢ່າງກະຕືລືລົ້ນທຸກໆມື້ຫຼັງຈາກນັ້ນເພື່ອທີ່ເຮືອນຂອງພຣະເຈົ້າຈະສົ່ງຄົນໄປສືບສວນສະຖານະການກັບ ເອື້ອຍຍັນຊູ ແລະ ເພື່ອໃຫ້ບັນດາອ້າຍເອື້ອຍນ້ອງເຫັນວ່າຜູ້ຕໍ່ຕ້ານພຣະຄຣິດຄືລາວໄດ້ເຮັດຫຍັງ ແລະ ປະຕິເສດລາວ. ໂຊກບໍ່ດີເລີຍ, ສະຖານະການຂອງຂ້ອຍຮ້າຍແຮງຂຶ້ນກວ່າເກົ່າເນື່ອງຈາກຈົດໝາຍສະບັບນັ້ນ.

ໃນເດືອນສິງຫາ 2014, ຄຣິດຕະຈັກໄດ້ຕົກລົງອະນຸຍາດໃຫ້ຂ້ອຍເຮັດໜ້າທີ່ຂອງຂ້ອຍໄດ້ອີກຄັ້ງ. ແຕ່ມື້ໜຶ່ງໃນກາງເດືອນຕຸລາ, ຜູ້ນຳຄົນໜຶ່ງທີ່ມີນາມສະກຸນວ່າ ລີ ໄດ້ມາເຮືອນພັກທີ່ຂ້ອຍພັກຢູ່. ດ້ວຍໃບໜ້າທີ່ເຄັ່ງຂືມຂອງລາວ, ລາວໄດ້ຖາມວ່າ: “ເຈົ້າເຄີຍຂຽນຈົດໝາຍລາຍງານມາກ່ອນບໍ?” ຂ້ອຍເວົ້າວ່າຂ້ອຍມີ. ດ້ວຍທ່າທາງທີ່ບໍ່ພໍໃຈ, ລາວເວົ້າວ່າ: “ເອື້ອຍຍັນຊູ ຮັບຜິດຊອບວຽກງານຂອງຄຣິດຕະຈັກ ແລະ ຂ້ອຍມັກຕິດຕໍ່ຫາລາວເລື້ອຍໆ. ຂ້ອຍບໍ່ເຄີຍສັງເກດເຫັນ ຫຼື ໄດ້ຍິນຕົວຊີ້ບອກໃດໆວ່າລາວປະພຶດຕົວຄືກັບຜູ້ນໍາຈອມປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິດ. ຈົດໝາຍທີ່ເຈົ້າຂຽນນັ້ນເປັນພຽງການໂຈມຕີແບບບໍ່ເຈາະຈົງໃສ່ບັນດາຜູ້ນຳ ແລະ ຄົນງານ”. ຂ້ອຍບໍ່ສາມາດເຊື່ອຫູຂອງຂ້ອຍເມື່ອໄດ້ຍິນລາວເວົ້າແນວນັ້ນ. ຂ້ອຍບໍ່ສາມາດຈິນຕະນາການຜົນໄດ້ຮັບດັ່ງກ່າວຫຼັງຈາກລໍຖ້າມາໄດ້ສີ່ເດືອນ. ຂ້ອຍຍັງຄົງສະຫງົບຢູ່ທັງທີ່ສິ່ງທີ່ລາວເວົ້າ. ຂ້ອຍຮູ້ວ່າຂ້ອຍໄດ້ຂຽນຈົດໝາຍສະບັບນັ້ນກ່ຽວກັບ ເອື້ອຍຍັນຊູ ອີງຕາມຂໍ້ເທັດຈິງ ແລະ ຫຼັກການຕ່າງໆ. ບໍ່ມີທາງທີ່ມັນເປັນການກ່າວຫາທີ່ບໍ່ຖືກຕ້ອງ. ຈາກນັ້ນຜູ້ນໍາ ລີ ໄດ້ກ່າວວ່າ: “ຈົດໝາຍລາຍງານຂອງເຈົ້າກ່າວເຖິງການກວດກາວິດີໂອບາງອັນ, ສະນັ້ນເຮືອນຂອງພຣະເຈົ້າໄດ້ໃຊ້ເວລາສອງເດືອນໃນການສືບສວນ ແລະ ທົບທວນຄືນ. ມັນໄດ້ລົບກວນວຽກຂອງເຮືອນຂອງພຣະເຈົ້າຢ່າງເລິກເຊິ່ງ ແລະ ເຮັດໃຫ້ອຸປະນິໄສຂອງພຣະເຈົ້າບໍ່ພໍໃຈ”. ລາວເວົ້າອີກວ່ານັ້ນຄືສິ່ງທີ່ບັນດາຜູ້ນໍາຂັ້ນສູງໄດ້ກ່າວໄວ້. ຄຳເວົ້າເຫຼົ່ານີ້ເຮັດໃຫ້ຂ້ອຍສັບສົນຢູ່ໃນສະພາວະຕົກໃຈ. ຂ້ອຍບໍ່ເຄີຍຄິດວ່າຈົດໝາຍຂອງຂ້ອຍຈະເປັນສາເຫດໃຫ້ເກີດການຂັດຂວາງຢ່າງຮ້າຍແຮງຕໍ່ກັບວຽກຂອງເຮືອນຂອງພຣະເຈົ້າ ແລະ ເຮັດໃຫ້ອຸປະນິໄສຂອງພຣະເຈົ້າບໍ່ພໍໃຈ. ຖ້າສິ່ງຕ່າງໆເປັນໄປຕາມທີ່ລາວເວົ້າ, ນັ້ນໝາຍວ່າຂ້ອຍໄດ້ກະທຳຄວາມຊົ່ວຮ້າຍທີ່ຍິ່ງໃຫຍ່ແທ້ໆ. ຂ້ອຍຮູ້ສຶກຖືກດູດພະລັງງານທັງໝົດຢ່າງທັນທີທັນໃດ ແລະ ບໍ່ສາມາດຢຸດຕົວເອງບໍ່ໃຫ້ຮ້ອງໄຫ້ໄດ້. ຈາກນັ້ນ ຜູ້ນຳ ລີ ໄດ້ກ່າວວ່າ: “ເກັບສິ່ງຂອງຕ່າງໆຂອງເຈົ້າ, ກັບບ້ານ ແລະ ທົບທວນໃນສິ່ງທີ່ເຈົ້າໄດ້ເຮັດ. ເມື່ອເຈົ້າສິ້ນສຸດການທົບທວນແລ້ວ, ເຈົ້າສາມາດເລີ່ມເຮັດໜ້າທີ່ຂອງເຈົ້າອີກຄັ້ງ”. ຂ້ອຍນັ່ງລົດເມກັບບ້ານດ້ວຍຈິດໃຈທີ່ປັ່ນປ່ວນ ແລະ ຫົວໃຈທີ່ໜັກອຶ້ງຂອງຂ້ອຍ. ຂ້ອຍເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີແລ້ວ, ແຕ່ຂ້ອຍກາຍເປັນຄົນຊົ່ວຮ້າຍທີ່ໄດ້ຂັດຂວາງວຽກຂອງເຮືອນຂອງພຣະເຈົ້າຢ່າງໜັກໜ່ວງ. ຂ້ອຍຖືກການຕໍານິຕົນເອງກືນກິນ ແລະ ສຳນຶກຜິດ ແລະ ບໍ່ຮູ້ວ່າອະນາຄົດຈະເປັນແນວໃດສຳລັບຂ້ອຍ. ຂ້ອຍຮ້ອງຫາພຣະເຈົ້າ ແລະ ຂໍໃຫ້ພຣະອົງປົກປ້ອງຫົວໃຈຂອງຂ້ອຍ. ບໍ່ວ່າພຣະເຈົ້າຈັດການກັບຂ້ອຍແນວໃດ, ຂ້ອຍຈະເຊື່ອຟັງການຈັດແຈງຕ່າງໆຂອງພຣະອົງ. ຂ້ອຍບໍ່ເຄີຍໂທດພຣະເຈົ້າ. ຫຼັງຈາກການອະທິຖານ, ຂ້ອຍຄ່ອຍໆສະຫງົບລົງ. ສາມມື້ຫຼັງຈາກທີ່ຂ້ອຍມາຮອດເຮືອນ, ຂ້ອຍໄດ້ຄິດກ່ຽວກັບສິ່ງທີ່ ເອື້ອຍ ລີ ເວົ້າ ແລະ ຂ້ອຍເລີ່ມມີຄໍາຖາມບາງຢ່າງ: ພຣະຄຣິດ ແລະ ການປົກຄອງຄວາມຈິງຢູ່ໃນເຮືອນຂອງພຣະເຈົ້າ ແລະ ມີຫຼັກການຕ່າງໆຕໍ່ກັບທຸກໆສິ່ງທີ່ມັນເຮັດ, ລວມທັງວິທີການຈັດການກັບຜູ້ຄົນ. ມັນຈະບໍ່ພຽງແຕ່ເປັນໄປຕາມພຶດຕິກໍາຊົ່ວຄາວບາງຢ່າງໃນບຸກຄົນໃດໜຶ່ງ. ດັ່ງນັ້ນຫຼັກການອັນໃດທີ່ ເອື້ອຍ ລີ ແລະ ຄົນອື່ນໆປະຕິບັດຕໍ່ຂ້ອຍແບບນີ້? ສິ່ງທີ່ຜູ້ນໍາ ລີ ເວົ້າ ເປັນຄວາມຈິງແທ້ໆບໍ? ຂ້ອຍບໍ່ສາມາດຄິດອອກໄດ້, ແຕ່ຂ້ອຍຮູ້ວ່າຄວາມຈິງຈະແມ່ນອັນໃດກໍ່ຕາມ, ພຣະເຈົ້າອະນຸຍາດໃຫ້ມັນເກີດຂຶ້ນໄດ້ ສະນັ້ນຂ້ອຍຕ້ອງອ່ອນນ້ອມຕໍ່ກັບການຈັດແຈງຕ່າງໆຂອງພຣະອົງ. ມັນບໍ່ດົນກ່ອນທີ່ຜູ້ນຳຄຣິດຕະຈັກໄດ້ມອບໝາຍຂ້ອຍເຂົ້າໃນກຸ່ມເພື່ອການຊຸມນຸມ. ຫຼາຍກວ່າໜຶ່ງເດືອນຫຼັງຈາກນັ້ນ, ຂ້ອຍຖືກມອບໝາຍໃຫ້ເຂົ້າຮ່ວມການຊຸມນຸມຢູ່ເຮືອນກັບແມ່ຂອງຂ້ອຍ ແລະ ພວກເຮົາບໍ່ໄດ້ຮັບອະນຸຍາດໃຫ້ເຮັດໜ້າທີ່ຂອງພວກເຮົາອີກຕໍ່ໄປ. ຕອນນັ້ນຂ້ອຍຮູ້ວ່າພວກເຮົາຖືກເນລະເທດ. ຂ້ອຍຄິດກ່ຽວກັບວິທີທີ່ຂ້ອຍສັດທາໃນພຣະເຈົ້າຕະຫຼອດເວລານີ້, ແຕ່ດຽວນີ້ບໍ່ພຽງແຕ່ຂ້ອຍຖືກໂດດດ່ຽວຢູ່ເຮືອນ, ແຕ່ຂ້ອຍບໍ່ສາມາດເຮັດໜ້າທີ່ຂອງຂ້ອຍໄດ້ອີກຕໍ່ໄປ. ຂ້ອຍຮູ້ສຶກຖືກປະຖິ້ມ. ໃນລະຫວ່າງເວລານັ້ນ, ຂ້ອຍຝັນເກືອບທຸກຄືນກ່ຽວກັບການຊຸມນຸມ ແລະ ການເຮັດໜ້າທີ່ກັບບັນດາອ້າຍເອື້ອຍນ້ອງຂອງຂ້ອຍ. ຂ້ອຍຮູ້ເມື່ອຕອນເດິກ ແລະ ຂ້ອຍບໍ່ສາມາດກັບໄປນອນໄດ້ອີກ. ທຸກຄືນຮູ້ສຶກວ່າດົນຫຼາຍ, ຈົນທົນບໍ່ໄດ້. ແມ່ຂອງຂ້ອຍທົນທຸກທໍລະມານຄຽງຂ້າງຂ້ອຍໃນຊ່ວງນັ້ນ. ໂດຍສະເພາະແລ້ວ ເມື່ອຂ້ອຍໄດ້ຍິນລາວຮ້ອງໄຫ້ໃນຕອນກາງຄືນໃນຂະນະທີ່ລາວອະທິຖານຕໍ່ພຣະເຈົ້າ, ຂ້ອຍຈະຕໍານິຕົນເອງ ແລະ ຮູ້ສຶກຕໍ່າຕ້ອຍແທ້ໆ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍເອົາມັນມາໃຫ້ລາວ. ບັນດາມື້ເຫຼົ່ານັ້ນເປັນມື້ທີ່ເຈັບປວດທີ່ສຸດ ແລະ ຍາກທີ່ສຸດທີ່ຂ້ອຍໄດ້ປະສົບຜ່ານມາຕັ້ງແຕ່ຂ້ອຍເລີ່ມເຊື່ອໃນພຣະເຈົ້າ. ນອກຈາກການອະທິຖານຫາພຣະເຈົ້າຢູ່ຕະຫຼອດເວລາ, ຂ້ອຍບໍ່ມີທາງອື່ນທີ່ຈະບັນເທົາຄວາມເຈັບປວດໃນໃຈຂອງຂ້ອຍໄດ້. ຕໍ່ມາຂ້ອຍຖາມຜູ້ນຳຄຣິດຕະຈັກວ່າຂ້ອຍສາມາດໄປເຮັດໜ້າທີ່ຂອງຂ້ອຍໄດ້ອີກບໍ? ລາວເວົ້າວ່າ: “ເຈົ້າຍັງຢາກເຮັດໜ້າທີ່ຂອງເຈົ້າບໍ? ຖ້າເຈົ້າບໍ່ທົບທວນກ່ຽວກັບຕົວເຈົ້າເອງເທົ່າທີ່ເຈົ້າຄວນ, ເຈົ້າຈະຖືກໄລ່ອອກໄປໃນທີ່ສຸດ!” ການທີ່ໄດ້ຍິນລາວເວົ້າແນວນີ້, ຂ້ອຍຮູ້ສຶກໝົດຫວັງຢ່າງລົ້ນເຫຼືອ. ຕອນນັ້ນຂ້ອຍຮູ້ວ່າການເຮັດໜ້າທີ່ຂອງຂ້ອຍບໍ່ມີຫຍັງຫຼາຍກວ່າຄວາມຝັນທີ່ເພີ້ຝັນເທົ່ານັ້ນ. ບັນດາຜູ້ນໍາໄດ້ມາທີ່ເຮືອນຂອງພວກເຮົາເພື່ອປະຊຸມທຸກໆອາທິດ, ແຕ່ແທ້ຈິງແລ້ວ ພວກເຂົາພຽງແຕ່ມາຖາມກ່ຽວກັບຂ້ອຍເພື່ອເບິ່ງວ່າຂ້ອຍໄດ້ເຜີຍແຜ່ຄວາມຄິດລົບ ຫຼື ສ້າງກຸ່ມຕ່າງໆຂຶ້ນມາ ຫຼື ບໍ່. ສະນັ້ນທຸກໆຄັ້ງທີ່ພວກເຂົາມາຖາມກ່ຽວກັບຂ້ອຍ, ຂ້ອຍຈະຫົດຫູ່ຢ່າງບໍ່ໜ້າເຊື່ອ. ບາງຄັ້ງ ຂ້ອຍຕ້ອງການຖາມພວກເຂົາວ່າ: “ເປັນຫຍັງພວກເຈົ້າຈິ່ງປະຕິບັດຕໍ່ຂ້ອຍແບບນີ້? ຂ້ອຍລາຍງານ ເອື້ອຍຍັນຊູ ອີງຕາມຫຼັກການຕ່າງໆ. ແຕ່ແທນທີ່ຈະສືບສວນລາວ, ພວກເຈົ້າໃຫ້ຂ້ອຍຢູ່ເຮືອນ. ມີບາງສິ່ງບາງຢ່າງຜິດພາດກັບການປະຕິບັດຄວາມຈິງບໍ?” ຂ້ອຍຮູ້ສຶກເສຍໃຈແທ້ໆ. ບາງຄັ້ງ, ຂ້ອຍຈະຄິດວ່າ: “ເປັນຫຍັງການປະຕິບັດຄວາມຈິງຈຶ່ງນໍາໄປສູ່ເລື່ອງນີ້? ຂ້ອຍເຊື່ອວ່າພຣະເຈົ້າຊອບທໍາ, ແຕ່ຂ້ອຍບໍ່ສາມາດເຫັນຄວາມຊອບທໍາຂອງພຣະອົງໃນສິ່ງທີ່ກໍາລັງເກີດຂຶ້ນດຽວນີ້”. ຂ້ອຍຮູ້ສຶກສັບສົນຫຼາຍ. ຂ້ອຍພຽງແຕ່ຍຶດໃນຂັ້ນຕໍ່າສຸດ, ບໍ່ໄດ້ເວົ້າຊົ່ວຮ້າຍ ຫຼື ກ່າວໂທດພຣະເຈົ້າ. ຂ້ອຍມາຫາພຣະເຈົ້າເລື້ອຍໆເພື່ອອະທິຖານ, ຂໍໃຫ້ພຣະອົງຊີ້ນໍາຂ້ອຍໃຫ້ເຂົ້າໃຈພຣະປະສົງຂອງພຣະອົງ ແລະ ບໍ່ເຂົ້າໃຈພຣະອົງຜິດ.

ເວລາທີ່ຍາກທີ່ສຸດ, ເຈັບປວດທີ່ສຸດນັ້ນ ຂ້ອຍໄດ້ພຣະທໍາຂອງພຣະເຈົ້າບາງຂໍ້. “ແທ້ຈິງແລ້ວ ຜູ້ຄົນຄວນມາຮູ້ຈັກ ແລະ ເຂົ້າໃຈອຸປະນິໄສອັນຊອບທຳຂອງພຣະເຈົ້າແນວໃດ? ເມື່ອຄົນຊອບທຳໄດ້ຮັບພອນຂອງພຣະອົງ ແລະ ເມື່ອຄົນຊົ່ວຖືກພຣະອົງສາບແຊ່ງ, ສິ່ງເຫຼົ່ານີ້ແມ່ນຕົວຢ່າງເຖິງຄວາມຊອບທຳຂອງພຣະເຈົ້າ. ສິ່ງນີ້ຖືກຕ້ອງບໍ? ມີການກ່າວໄວ້ວ່າ ພຣະເຈົ້າໃຫ້ລາງວັນແກ່ຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ ແລະ ພຣະອົງຕອບແທນມະນຸດທຸກຄົນຕາມການກະທຳຂອງເຂົາ. ນັ້ນແມ່ນຖືກຕ້ອງ, ບໍ່ແມ່ນບໍ? ເຖິງແນວໃດກໍ່ຕາມ, ທຸກມື້ນີ້ ບັນດາຜູ້ທີ່ນະມັດສະການພຣະເຈົ້າໄດ້ຖືກຂ້າ ຫຼື ຖືກສາບແຊ່ງ ຫຼື ບໍ່ເຄີຍໄດ້ຮັບພອນ ຫຼື ເປັນທີ່ຮັບຮູ້ໂດຍພຣະອົງຈັກເທື່ອ; ບໍ່ວ່າພວກເຂົານະມັດສະການພຣະອົງຫຼາຍສ່ຳໃດກໍ່ຕາມ, ພຣະອົງກໍ່ເມີນເສີຍພວກເຂົາ. ພຣະເຈົ້າທັງບໍ່ໄດ້ອວຍພອນຄົນຊົ່ວ ແລະ ບໍ່ໄດ້ລົງໂທດພວກເຂົາ, ແຕ່ພວກເຂົາເປັນຄົນລວຍ ແລະ ມີລູກຫຼານຫຼາຍ ແລະ ທຸກສິ່ງເປັນໄປດ້ວຍດີສຳລັບພວກເຂົາ; ພວກເຂົາປະສົບຜົນສຳເລັດໃນທຸກສິ່ງ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າບໍ? ຜົນທີ່ໄດ້ຄື ບາງຄົນເວົ້າວ່າ ‘ພຣະເຈົ້າບໍ່ຊອບທຳ. ພວກເຮົານະມັດສະການພຣະອົງ, ແຕ່ພຣະອົງບໍ່ເຄີຍອວຍພອນພວກເຮົາ, ໃນຂະນະທີ່ໃນທຸກສິ່ງ, ຄົນຊົ່ວທີ່ຕໍ່ຕ້ານ ແລະ ບໍ່ນະມັດສະການພຣະອົງກັບໄດ້ດີກວ່າ ແລະ ມີຕຳແໜ່ງດີທີ່ສູງກວ່າພວກເຮົາ. ພຣະເຈົ້າບໍ່ຊອບທຳ!’ ສິ່ງນີ້ໄດ້ສະແດງຫຍັງໃຫ້ພວກເຈົ້າເຫັນ? ເຮົາພຽງເອົາສອງຕົວຢ່າງໃຫ້ພວກເຈົ້າ. ອັນໃດເວົ້າເຖິງຄວາມຊອບທຳຂອງພຣະເຈົ້າ? ບາງຄົນເວົ້າວ່າ ‘ພວກມັນທັງສອງແມ່ນການສະແດງອອກເຖິງຄວາມຊອບທຳຂອງພຣະເຈົ້າ!’ ເປັນຫຍັງພວກເຂົາຈຶ່ງເວົ້າແບບນີ້? ຄວາມຮູ້ຂອງຜູ້ຄົນກ່ຽວກັບອຸປະນິໄສຂອງພຣະເຈົ້ານັ້ນຜິດພາດ; ມັນມີຢູ່ທ່າມກາງຄວາມຄິດ ແລະ ມຸມມອງຂອງພວກເຂົາເອງ, ພາຍໃນທັດສະນະທາງດ້ານການປະຕິສຳພັນ ຫຼື ພາຍໃນທັດສະນະຂອງຄວາມດີ ແລະ ຄວາມຊົ່ວ, ທັດສະນະຂອງສິ່ງທີ່ຖືກ ແລະ ຜິດ ຫຼື ທັດສະນະທີ່ມີເຫດຜົນ. ການນຳເອົາທັດສະນະເຫຼົ່ານີ້າສູ່ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າເຮັດໃຫ້ພວກເຂົາບໍ່ສາມາດເຂົ້າກັນກັບພຣະເຈົ້າໄດ້ ແລະ ມີແນວໂນ້ມທີ່ຈະຕໍ່ຕ້ານພຣະອົງ ແລະ ຈົ່ມຕໍ່ວ່າກ່ຽວກັບພຣະອົງ” (ຄັດຈາກ ໜັງສືບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ)

ພຣະອົງຈະເຮັດສິ່ງທີ່ພຣະອົງຄວນເຮັດ ແລະ ອຸປະນິໄສຂອງພຣະອົງແມ່ນຊອບທຳ. ຄວາມຊອບທຳບໍ່ມີທາງເປັນສິ່ງທີ່ຍຸຕິທຳ ຫຼື ສົມເຫດສົມຜົນ; ມັນບໍ່ແມ່ນຄວາມສະເໝີພາບ ຫຼື ເລື່ອງການຈັດສັນໃຫ້ກັບເຈົ້າໃນສິ່ງທີ່ເຈົ້າສົມຄວນໄດ້ຮັບຕາມປະລິມານວຽກທີ່ເຈົ້າເຮັດສຳເລັດ ຫຼື ຈ່າຍໃຫ້ກັບເຈົ້າສຳລັບວຽກຫຍັງກໍຕາມທີ່ເຈົ້າໄດ້ເຮັດ ຫຼື ມອບສິ່ງທີ່ເຈົ້າສົມຄວນໄດ້ຮັບໃຫ້ແກ່ເຈົ້າຕາມຄວາມພະຍາຍາມທີ່ເຈົ້າໄດ້ເສຍສະລະ. ນີ້ບໍ່ແມ່ນຄວາມຊອບທຳ. ສົມມຸດວ່າພຣະເຈົ້າໄດ້ກຳຈັດໂຢບຫຼັງຈາກທີ່ໂຢບເປັນພະຍານໃຫກັບພຣະອົງ. ແລ້ວພຣະເຈົ້າຈະຊອບທຳເຊັ່ນກັນບໍ? ເປັນຫຍັງສິ່ງນີ້ຈຶ່ງຖືກເອີ້ນວ່າຄວາມຊອບທຳ? ຈາກມຸມມອງຂອງມະນຸດ, ຖ້າບາງສິ່ງສອດຄ່ອງກັບແນວຄິດຂອງຜູ້ຄົນ, ແລ້ວມັນກໍງ່າຍຫຼາຍສຳລັບພວກເຂົາທີ່ຈະເວົ້າວ່າພຣະເຈົ້າຊອບທຳ; ເຖິງຢ່າງໃດກໍຕາມ, ຖ້າພວກເຂົາບໍ່ເຫັນວ່າສິ່ງນັ້ນສອດຄ່ອງກັບແນວຄິດຂອງພວກເຂົາ, ຖ້າມັນເປັນສິ່ງທີ່ພວກເຂົາບໍ່ສາມາດເຂົ້າໃຈໄດ້ ແລ້ວມັນກໍຈະຍາກສຳລັບພວກເຂົາທີ່ຈະເວົ້າວ່າພຣະເຈົ້າຊອບທຳ... ແກ່ນແທ້ຂອງພຣະເຈົ້າຄືຄວາມຊອບທຳ. ເຖິງແມ່ນວ່າມັນບໍ່ງ່າຍທີ່ຈະຢັ່ງເຖິງສິ່ງທີ່ພຣະອົງເຮັດ, ແຕ່ທຸກສິ່ງທີ່ພຣະອົງເຮັດກໍລ້ວນແລ້ວແຕ່ເປັນຄວາມຊອບທຳ; ມັນເປັນຍ້ອນຜູ້ຄົນບໍ່ເຂົ້າໃຈເທົ່ານັ້ນເອງ. ເມື່ອພຣະເຈົ້າມອບເປໂຕໃຫ້ກັບຊາຕານ, ເປໂຕຕອບແນວໃດ? ‘ມະນຸດຊາດບໍ່ສາມາດຢັ່ງເຖິງສິ່ງທີ່ພຣະອົງເຮັດ, ແຕ່ທຸກສິ່ງທີ່ພຣະອົງເຮັດແມ່ນປະກອບດ້ວຍຄວາມປະສົງທີ່ດີຂອງພຣະອົງ; ມີຄວາມຊອບທຳໃນທຸກສິ່ງນັ້ນ. ແລ້ວຂ້ານ້ອຍຈະບໍ່ກ່າວສັນລະເສີນການກະທຳຢ່າງມີສະຕິປັນຍາຂອງພຣະອົງໄດ້ແນວໃດ?’ ມື້ນີ້, ເຈົ້າຄວນເຫັນວ່າພຣະເຈົ້າບໍ່ໄດ້ທຳລາຍຊາຕານເພື່ອສະແດງໃຫ້ມະນຸດເຫັນວ່າຊາຕານເຮັດໃຫ້ພວກເຂົາເສື່ອມຊາມແນວໃດ ແລະ ພຣະເຈົ້າຊ່ວຍພວກເຂົາແນວໃດ; ໃນທີ່ສຸດແລ້ວ ເນື່ອງຈາກລະດັບທີ່ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມ, ພວກເຂົາຄວນເບິ່ງຄວາມຜິດບາບອັນຊົ່ວຮ້າຍທີ່ຊາຕານເຮັດໃຫ້ພວກເຂົາເສື່ອມຊາມ ແລະ ເມື່ອພຣະເຈົ້າທຳລາຍຊາຕານ ພວກເຂົາກໍຈະເຫັນເຖິງຄວາມຊອບທຳຂອງພຣະເຈົ້າ ແລະ ເຫັນວ່າສິ່ງນັ້ນປະກອບດ້ວຍອຸປະນິໄສຂອງພຣະເຈົ້າ. ທຸກສິ່ງທີ່ພຣະເຈົ້າເຮັດເປັນສິ່ງທີ່ຊອບທຳ. ເຖິງແມ່ນເຈົ້າອາດບໍ່ສາມາດຢັ່ງເຖິງມັນໄດ້ກໍຕາມ, ເຈົ້າບໍ່ຄວນຕັດສິນຕາມອຳເພີໃຈ. ຖ້າບາງສິ່ງທີ່ພຣະອົງເຮັດປາກົດວ່າບໍ່ສົມເຫດສົມຜົນສຳລັບເຈົ້າ ຫຼື ຖ້າເຈົ້າມີແນວຄິດໃດໜຶ່ງກ່ຽວກັບມັນ ແລະ ນໍາພາເຈົ້າໃຫ້ເວົ້າວ່າພຣະອົງບໍ່ຊອບທຳ, ແລ້ວເຈົ້າກໍບໍ່ສົມເຫດສົມຜົນທີ່ສຸດ. ເຈົ້າໄດ້ເຫັນແລ້ວວ່າເປໂຕຄົ້ນພົບບາງສິ່ງທີ່ເປັນສິ່ງທີ່ບໍ່ສາມາດເຂົ້າໃຈໄດ້, ແຕ່ລາວກໍໝັ້ນໃຈວ່າສະຕິປັນຍາຂອງພຣະເຈົ້າຢູ່ໃນນັ້ນ ແລະ ຄວາມປະສົງດີຂອງພຣະອົງຢູ່ໃນສິ່ງເຫຼົ່ານັ້ນ. ມະນຸດບໍ່ສາມາດຢັ່ງເຖິງທຸກສິ່ງໄດ້; ມີຫຼາຍສິ່ງທີ່ພວກເຂົາບໍ່ສາມາດເຂົ້າໃຈໄດ້. ສະນັ້ນ, ການຮູ້ຈັກອຸປະນິໄສຂອງພຣະເຈົ້າບໍ່ແມ່ນສິ່ງງ່າຍເລີຍ” (ຄັດຈາກ ໜັງສືບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ) ພຣະທໍາຂອງພຣະເຈົ້າສ່ອງແສງຄືດັ່ງໂຄມໄຟຢູ່ໃນຄວາມມືດ ແລະ ຂ້ອຍກໍ່ເຂົ້າໃຈທັນທີ. ຂ້ອຍບໍ່ສາມາດເຫັນຄວາມຊອບທໍາຂອງພຣະເຈົ້າເພາະວ່າຂ້ອຍໄດ້ພະຍາຍາມເຂົ້າໃຈມັນໂດຍໃຊ້ແນວຄິດ ແລະ ຈິນຕະນາການຕ່າງໆຂອງຂ້ອຍ. ເມື່ອຂ້ອຍເຫັນບັນດາຜູ້ຕໍ່ຕ້ານພຣະຄຣິດ ແລະ ຜູ້ນໍາຈອມປອມຂັດຂວາງວຽກຂອງເຮືອນຂອງພຣະເຈົ້າ, ຂ້ອຍເຊື່ອວ່າການລາຍງານພວກເຂົາຢ່າງຈິງໃຈເປັນການກະທໍາທີ່ດີ ແລະ ຊອບທໍາເຊິ່ງຄວນໄດ້ຮັບຄວາມໂປດປານ ແລະ ການປົກປ້ອງຈາກພຣະເຈົ້າ. ຂ້ອຍຄິດວ່າພວກເຂົາຈະຖືກຈັດການທັນທີ ແລະ ນັ້ນຄືຄວາມຊອບທໍາຂອງພຣະເຈົ້າ. ແຕ່ຫຼັງຈາກທີ່ຂ້ອຍໄດ້ລາຍງານບັນຫາເຫຼົ່ານີ້, ພວກເຂົາຍັງຄົງຮັກສາຕໍາແໜ່ງຕ່າງໆຂອງພວກເຂົາ ແລະ ຍັງປະຕິບັດຕາມຢ່າງບໍ່ຫົວຊາ, ໃນຂະນະທີ່ຂ້ອຍເປັນຜູ້ທີ່ຖືກຈໍາກັດ ແລະ ຖືກເນລະເທດ. ຂ້ອຍເລີ່ມສົງໃສຄວາມຊອບທໍາຂອງພຣະເຈົ້າໃນຈຸດນັ້ນ. ຫຼັງຈາກອ່ານພຣະທໍາຂອງພຣະເຈົ້າ, ໃນທີ່ສຸດຂ້ອຍກໍ່ເຂົ້າໃຈວ່າເນື້ອແທ້ຂອງພຣະເຈົ້າແມ່ນຊອບທໍາ. ບໍ່ວ່າການກະທໍາຕ່າງໆຂອງພຣະອົງຈະເປັນໄປຕາມແນວຄິດຂອງພວກເຮົາ ຫຼື ບໍ່, ພວກມັນສະແດງເຖິງຄວາມຊອບທຳຂອງພຣະອົງຢູ່ຕະຫຼອດເວລາ. ມັນຄືກັນກັບການທົດລອງຕ່າງໆຂອງໂຢບ. ລາວເປັນມະນຸດທີ່ສົມບູນແບບໃນສາຍຕາຂອງພຣະເຈົ້າ, ແຕ່ພຣະເຈົ້າໄດ້ມອບລາວໃຫ້ກັບຊາຕານ ແລະ ເອົາຊັບສົມບັດ ແລະ ລູກໆຂອງລາວທັງໝົດໄປ. ອັນນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ. ໂຢບຢ້ານຈຽມພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ ແລະ ລາວໄດ້ອາໄສຄວາມເຊື່ອຂອງລາວເພື່ອແບກຮັບຄວາມຊື່ສັດ, ເປັນປະຈັກພະຍານທີ່ຍິ່ງໃຫຍ່ຕໍ່ພຣະເຈົ້າ. ຈາກນັ້ນພຣະເຈົ້າໄດ້ອວຍພອນໃຫ້ລາວມີອາຍຸຍືນ ແລະ ມີຄວາມຮັ່ງມີຫຼາຍຂຶ້ນ ແລະ ມີລູກທີ່ດີກວ່າເຊັ່ນກັນ. ອັນນີ້ກໍ່ແມ່ນຄວາມຊອບທໍາຂອງພຣະເຈົ້າຄືກັນ. ສົມມຸດວ່າຫຼັງຈາກທີ່ ໂຢບ ໄດ້ເປັນປະຈັກພະຍານຕໍ່ພຣະເຈົ້າ, ພຣະເຈົ້າບໍ່ໄດ້ອວຍພອນລາວ, ແຕ່ໄດ້ທໍາລາຍລາວແທນ. ນັ້ນກໍ່ຈະເປັນຄວາມຊອບທໍາຂອງພຣະເຈົ້າຄືກັນ. ເນື້ອແທ້ ແລະ ອຸປະນິໄສຂອງພຣະເຈົ້າແມ່ນມີຄວາມຊອບທໍາໂດຍທໍາມະຊາດ ສະນັ້ນທຸກໆສິ່ງທີ່ພຣະອົງເຮັດແມ່ນຊອບທໍາ. ຈາກນັ້ນຂ້ອຍໄດ້ຄິດກ່ຽວກັບ ເປໂຕ ຜູ້ທີ່ໄດ້ຜ່ານການລອງໃຈ ແລະ ການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ, ແຕ່ຍັງຍ້ອງຍໍຄວາມຊອບທໍາຂອງພຣະເຈົ້າ. ລາວບໍ່ສາມາດເຂົ້າໃຈທຸກໆສິ່ງທີ່ເກີດຂຶ້ນ, ແຕ່ລາວເຊື່ອວ່າຄວາມຊອບທໍາ ແລະ ສະຕິປັນຍາຂອງພຣະເຈົ້າຢູ່ເບື້ອງຫຼັງສິ່ງທັງໝົດ. ຫຼັງຈາກນັ້ນກໍ່ຄືຂ້ອຍ-ຂ້ອຍບໍ່ເຂົ້າໃຈຄວາມຊອບທໍາຂອງພຣະເຈົ້າຢ່າງແທ້ຈິງ ແຕ່ແທນທີ່ຈະປະເມີນມັນໂດຍວິທີທີ່ສິ່ງຕ່າງໆໄດ້ປາກົດຂຶ້ນ ແລະ ວ່າຜົນໄດ້ຮັບເປັນໄປຕາມແນວຄິດຂອງຂ້ອຍ ຫຼື ບໍ່. ເມື່ອສິ່ງທີ່ພຣະເຈົ້າເຮັດເຂົ້າກັນພໍດີກັບແນວຄິດຂອງຂ້ອຍ ແລະ ເປັນປະໂຫຍດແກ່ຂ້ອຍ, ຂ້ອຍເຊື່ອໃນຄວາມຊອບທໍາຂອງພຣະອົງ. ແຕ່ເມື່ອພຣະອົງຈັດແຈງສະຖານະການຕ່າງໆທີ່ບໍ່ເປັນປະໂຫຍດແກ່ຂ້ອຍ, ຂ້ອຍກໍ່ເລີ່ມສົງໃສຄວາມຊອບທໍາຂອງພຣະອົງ, ເຊື່ອໃນສິ່ງຕ່າງໆທີ່ພຣະອົງຈັດແຈງໃຫ້ວ່າບໍ່ຍຸດຕິທໍາ. ເຖິງແມ່ນວ່າຂ້ອຍບໍ່ເຄີຍຕໍານິພຣະເຈົ້າຢ່າງເປີດເຜີຍ, ແຕ່ຂ້ອຍໄດ້ໂຕ້ຖຽງກັບພຣະອົງຢູ່ໃນໃຈຂອງຂ້ອຍຕະຫຼອດເວລາ. ຂ້ອຍເຫັນວ່າຂ້ອຍບໍ່ມີຄວາມຮູ້ສຶກແນວໃດ. ບໍ່ແມ່ນວ່າພຣະເຈົ້າບໍ່ຊອບທໍາ. ມັນແມ່ນຂ້ອຍຜູ້ທີ່ບໍ່ເຂົ້າໃຈພຣະເຈົ້າ. ຂ້ອຍເປັນຄົນເຫັນແກ່ຕົວ ແລະ ຫຼອກລວງເກີນໄປ. ຂ້ອຍບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ຮຽນຮູ້ຈາກສະຖານະການທີ່ພຣະອົງໄດ້ຈັດແຈງໃຫ້ຂ້ອຍ. ແທນທີ່ຈະເປັນແນວນັ້ນ, ຂ້ອຍໂຕ້ຖຽງ ແລະ ຄອບງໍາອະນາຄົດ ແລະ ຜົນປະໂຫຍດຕ່າງໆຂອງຂ້ອຍເອງ, ສະນັ້ນຂ້ອຍຈະບໍ່ຮູ້ສຶກບໍ່ດີ ແລະ ຕົກຢູ່ໃນຄວາມມືດ ແລະ ຄວາມເຈັບປວດໄດ້ແນວໃດ? ສຸດທ້າຍ ຂ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ພຣະເຈົ້າໃຊ້ສະຖານະການນີ້ເພື່ອແກ້ໄຂທັດສະນະທີ່ຜິດຂອງຂ້ອຍ ດັ່ງນັ້ນຂ້ອຍບໍ່ໄດ້ພະຍາຍາມເຂົ້າໃຈຄວາມຊອບທໍາຂອງພຣະອົງຜ່ານແນວຄິດຂອງຂ້ອຍເອງອີກຕໍ່ໄປ. ຂ້ອຍຮູ້ສຶກວ່າໃນທີ່ສຸດຂ້ອຍກໍ່ເຂົ້າໃຈສິ່ງທີ່ເກີດຂຶ້ນ. ຂ້ອຍໄດ້ມາຢູ່ຕໍ່ໜ້າພຣະເຈົ້າໃນການອະທິຖານ, ເຕັມໃຈທີ່ຈະອ່ອນນ້ອມຕໍ່ການຈັດແຈງຂອງພຣະອົງ ແລະ ເຂົ້າໃຈພຣະອົງໃນສະຖານະການນີ້.

ຈາກນັ້ນຂ້ອຍໄດ້ອ່ານພຣະທໍາຂອງພຣະເຈົ້າ: “ຄົນສ່ວນຫຼາຍບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າ, ສະນັ້ນ, ຄວາມເຊື່ອຂອງພວກເຂົາຈຶ່ງຂາດເຂີນເກີນໄປ. ການເຂົ້າໃຈພາລະກິດຂອງພຣະເຈົ້າບໍ່ແມ່ນສິ່ງງ່າຍ; ກ່ອນອື່ນ ຄົນໆໜຶ່ງຕ້ອງຮູ້ວ່າມີແຜນການສຳລັບພາລະກິດທັງໝົດຂອງພຣະເຈົ້າ ແລະ ມັນລ້ວນແລ້ວແຕ່ສຳເລັດລົງຕາມເວລາຂອງພຣະເຈົ້າ. ມະນຸດບໍ່ສາມາດເຂົ້າໃຈໄດ້ຕະຫຼອດການວ່າພຣະເຈົ້າເຮັດພາລະກິດຫຍັງ ແລະ ເມື່ອໃດ; ພຣະເຈົ້າປະຕິບັດພາລະກິດບາງຢ່າງໃນຊ່ວງເວລາໃດໜຶ່ງ ແລະ ພຣະອົງບໍ່ໄດ້ຊັກຊ້າ; ບໍ່ມີໃຜສາມາດທຳລາຍພາລະກິດຂອງພຣະອົງໄດ້. ການປະຕິບັດພາລະກິດຕາມແຜນການຂອງພຣະອົງ ແລະ ຕາມຄວາມຕັ້ງໃຈຂອງພຣະອົງແມ່ນຫຼັກການເຊິ່ງພຣະອົງປະຕິບັດພາລະກິດຂອງພຣະອົງ ແລະ ບໍ່ມີບຸກຄົນໃດສາມາດປ່ຽນແປງສິ່ງນີ້ໄດ້. ໃນນັ້ນ ເຈົ້າຄວນເຫັນອຸປະນິໄສຂອງພຣະເຈົ້າ” (ຄັດຈາກ ໜັງສືບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ). “ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຈຳເປັນ ແລະ ມີຄວາມໝາຍພິເສດ, ຍ້ອນທຸກສິ່ງທີ່ພຣະອົງປະຕິບັດໃນມະນຸດແມ່ນກ່ຽວພັນກັບການຄຸ້ມຄອງຂອງພຣະອົງ ແລະ ຄວາມລອດພົ້ນຂອງມະນຸດຊາດ. ແນ່ນອນ ພາລະກິດທີ່ພຣະເຈົ້າປະຕິບັດໃນໂຢບກໍບໍ່ໄດ້ແຕກຕ່າງ, ເຖິງແມ່ນໂຢບສົມບູນ ແລະ ຊື່ສັດໃນສາຍຕາຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື, ບໍ່ວ່າພຣະເຈົ້າຈະເຮັດຫຍັງ ຫຼື ພຣະອົງຈະເຮັດມັນດ້ວຍວິທີໃດກໍຕາມ, ບໍ່ວ່າລາຄາຈະເທົ່າໃດກໍຕາມ, ບໍ່ວ່າຈຸດປະສົງຂອງພຣະອົງຈະແມ່ນຫຍັງກໍຕາມ, ເປົ້າໝາຍແຫ່ງການກະທຳຂອງພຣະອົງແມ່ນບໍ່ໄດ້ປ່ຽນແປງ. ເປົ້າໝາຍຂອງພຣະອົງແມ່ນເພື່ອປະຕິບັດພຣະທຳຂອງພຣະເຈົ້າໃສ່ໃນມະນຸດ, ພ້ອມທັງເງື່ອນໄຂ ແລະ ຄວາມປະສົງຂອງພຣະເຈົ້າສຳລັບມະນຸດ; ເວົ້າອີກຢ່າງໜຶ່ງກໍຄື ມັນແມ່ນເພື່ອປັ້ນມະນຸດໃນທຸກສິ່ງທີ່ພຣະເຈົ້າເຊື່ອວ່າເປັນບວກຕາມບາດກ້າວຂອງພຣະອົງ, ເຮັດໃຫ້ມະນຸດສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າ ແລະ ຢັ່ງເຖິງທາດແທ້ຂອງພຣະເຈົ້າ ແລະ ເຮັດໃຫ້ມະນຸດເຊື່ອຟັງອຳນາດການປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ, ແລ້ວກໍເຮັດໃຫ້ມະນຸດບັນລຸຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ, ທຸກສິ່ງເຫຼົ່ານີ້ແມ່ນດ້ານໜຶ່ງຂອງເປົ້າໝາຍຂອງພຣະເຈົ້າໃນທຸກສິ່ງທີ່ພຣະອົງໄດ້ກະທຳ. ອີກດ້ານໜຶ່ງກໍຄື ຍ້ອນຊາຕານເປັນຜູ້ສ້າງຄວາມແຕກຕ່າງ ແລະ ເປົ້າໝາຍການຮັບໃຊ້ໃນພາລະກິດຂອງພຣະເຈົ້າ, ມະນຸດຈຶ່ງຖືກມອບໃຫ້ແກ່ຊາຕານຢູ່ເລື້ອຍໆ; ນີ້ຄືວິທີທີ່ພຣະເຈົ້າໃຊ້ເພື່ອເຮັດໃຫ້ຜູ້ຄົນເຫັນໃນການລໍ້ລວງຂອງຊາຕານ ແລະ ໂຈມຕີຄວາມຊົ່ວຮ້າຍ, ຄວາມຂີ້ຮ້າຍ ແລະ ຄວາມເປັນຕາລັງກຽດຂອງຊາຕານ, ໃນທີ່ສຸດກໍເຮັດໃຫ້ຜູ້ຄົນກຽດຊັງຊາຕານ ແລະ ສາມາດຮູ້ຈັກ ແລະ ເຂົ້າໃຈເຖິງສິ່ງທີ່ຢູ່ໃນດ້ານລົບ. ຂະບວນການນີ້ເຮັດໃຫ້ພວກເຂົາຖືກປົດປ່ອຍຕົນເອງເທື່ອລະໜ້ອຍຈາກການຄວບຄຸມ ແລະ ການກ່າວຫາ, ການແຊກແຊງ ແລະ ການໂຈມຕີຂອງຊາຕານ, ຈົນກວ່າ ຍ້ອນພຣະທໍາຂອງພຣະເຈົ້າ, ຄວາມຮູ້ຂອງພວກເຂົາ ແລະ ຄວາມເຊື່ອຟັງພຣະເຈົ້າ ແລະ ຄວາມເຊື່ອໃນພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້າ, ພວກເຂົາຈຶ່ງໄດ້ເອົາຊະນະເໜືອການໂຈມຕີ ແລະ ການກ່າວຫາຂອງຊາຕານ; ມີພຽງເມື່ອນັ້ນ ພວກເຂົາຈຶ່ງຈະຖືກໄຖ່ຈາກອິດທິພົນຂອງຊາຕານຢ່າງສິ້ນເຊີງ” (ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທໍາຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນວ່າພຣະອົງປະຕິບັດດ້ວຍຫຼັກການ ແລະ ຢູ່ໃນເວລາທີ່ດີຂອງພຣະອົງເອງຕະຫຼອດເວລາ ແລະ ຄວາມຊອບທໍາ ແລະ ສະຕິປັນຍາຂອງພຣະອົງແມ່ນຢູ່ເບື້ອງຫຼັງສິ່ງທັງໝົດນີ້. ຂ້ອຍຄິດວ່າຄວາມຊອບທຳຂອງພຣະເຈົ້າໝາຍເຖິງການລົງໂທດໃນທັນທີ ແລະ ຜູ້ທີ່ເຮັດຄວາມຊົ່ວຮ້າຍຄວນໄດ້ຮັບການລົງໂທດທັນທີ. ແຕ່ຖ້າສິ່ງຕ່າງໆເກີດຂຶ້ນຕາມທີ່ຂ້ອຍໄດ້ຈິນຕະນາການໄວ້, ແລ້ວພຣະເຈົ້າຈະເປີດເຜີຍຄົນທຸກປະເພດ ແລະ ອະນຸຍາດໃຫ້ຜູ້ເລືອກສັນຂອງພຣະອົງມີຄວາມເຂົ້າໃຈໄດ້ແນວໃດ? ຕົວຈິງແລ້ວ ພຣະເຈົ້າອະນຸຍາດໃຫ້ບັນດາຜູ້ຕໍ່ຕ້ານພຣະຄຣິດ ແລະ ຜູ້ນໍາຈອມປອມເກີດຂຶ້ນໃນຄຣິດຕະຈັກເພື່ອໃຊ້ຄົນເຫຼົ່ານີ້ເພື່ອຊ່ວຍໃຫ້ພວກເຮົາເຕີບໃຫຍ່ໃນຊີວິດ, ເພື່ອຊຸກຍູ້ໃຫ້ພວກເຮົາສະແຫວງຫາຄວາມຈິງ ແລະ ພັດທະນາຄວາມເຂົ້າໃຈ. ເມື່ອພວກເຮົາສາມາດໄຈ້ແຍກຄົນເຫຼົ່ານີ້ໂດຍການໃຊ້ຫຼັກການຕ່າງໆຂອງຄວາມຈິງແມ່ນເມື່ອພວກເຮົາເຂົ້າໃຈ ແລະ ເຂົ້າສູ່ຄວາມຈິງ. ເມື່ອສິ່ງນັ້ນເກີດຂຶ້ນ, ບັນດາຜູ້ຕໍ່ຕ້ານພຣະຄຣິດ ແລະ ຜູ້ນໍາຈອມປອມໄດ້ຮັບໃຊ້ຈຸດປະສົງຂອງພວກເຂົາ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິດ ແລະ ຜູ້ນໍາຈອມປອມບາງຄົນຢູ່ໃນຕໍາແໜ່ງຕ່າງໆທີ່ມີອໍານາດໃນຄຣິດຕະຈັກໃນເວລານັ້ນ ແລະ ເບິ່ງຄືວ່າສາມາດຄວບຄຸມ ແລະ ຫຼອກລວງບາງຄົນໄດ້, ແຕ່ພຣະຄຣິດ ແລະ ຄວາມຈິງຍັງຄົງປົກຄອງຢູ່ໃນຄຣິດຕະຈັກ ດັ່ງນັ້ນພວກເຂົາທັງໝົດຈະຖືກເປີດເຜີຍ ແລະ ຖືກຂັບໄລ່ອອກໄປບໍ່ໄວກໍ່ຊ້າ.

ຂ້ອຍຍັງຮູ້ອີກວ່າທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິດທີ່ຮ້າຍກາດ ແລະ ເປັນອັນຕະລາຍຄືແນວໃດ ແລະ ພວກເຂົາບໍ່ມີຄວາມເປັນມະນຸດເລີຍ. ພວກເຂົາສົນໃຈແຕ່ກຽດສັກສີ ແລະ ສະຖານະເທົ່ານັ້ນ ແລະ ບໍ່ສົນໃຈກ່ຽວກັບຜູ້ເລືອກສັນຂອງພຣະເຈົ້າເລີຍ. ຜູ້ໃດລະເມີດຜົນປະໂຫຍດຂອງພວກເຂົາກາຍເປັນໜາມທີ່ຢູ່ຂ້າງພວກເຂົາ. ພວກເຂົາຈະໂຈມຕີ ແລະ ແກ້ແຄ້ນຜູ້ນັ້ນ, ບໍ່ຢຸດຈົນກວ່າພວກເຂົາຈະສໍາເລັດ. ພວກເຂົາປະພຶດຕົວແບບດຽວກັບທີ່ຊາຕານເຮັດ. ຈົນກ່ວາຜູ້ຕໍ່ຕ້ານພຣະຄຣິດຈະຖືກຂັບໄລ່ອອກໄປ, ຜູ້ເລືອກສັນຂອງພຣະເຈົ້າຈະບໍ່ມີເວລາພັກຜ່ອນຊົ່ວຄາວເພື່ອດໍາລົງຊີວິດຢູ່ໃນຄຣິດຕະຈັກ ຫຼື ເຮັດໜ້າທີ່ຂອງພວກເຂົາ. ພຣະເຈົ້າອະນຸຍາດໃຫ້ສິ່ງນີ້ເກີດຂຶ້ນກັບຂ້ອຍ ສະນັ້ນຂ້ອຍສາມາດເຫັນໄດ້ຈາກຄົນເຫຼົ່ານີ້ແທ້ໆວ່າພວກເຂົາຫຼອກລວງ ແລະ ທໍາຮ້າຍຄົນອື່ນແນວໃດ, ຮັບຮູ້ທຳມະຊາດ ແລະ ເນື້ອແທ້ຂອງພວກເຂົາ, ຈຳແນກຄວາມເຊື່ອຜິດໆທີ່ຜິດຈາລີດຂອງພວກເຂົາ ແລະ ໜີຈາກການຄວບຄຸມ ແລະ ການຫຼອກລວງຂອງພວກເຂົາ. ພຣະເຈົ້າຍັງຕ້ອງການໃຫ້ຂ້ອຍຮຽນຮູ້ຈາກຄວາມຜິດພາດຂອງພວກເຂົາເພື່ອຂ້ອຍຈະບໍ່ເດີນໄປໃນທາງທີ່ຜິດ. ສິ່ງທັງໝົດນີ້ສະແດງໃຫ້ຂ້ອຍເຫັນວ່າພຣະເຈົ້າຈັດແຈງສະຖານະການນີ້ເພື່ອຊ່ວຍຂ້ອຍໃຫ້ລອດພົ້ນ ແລະ ເຮັດໃຫ້ຂ້ອຍສົມບູນແບບ. ດັ່ງທີ່ພຣະທໍາຂອງພຣະເຈົ້າກ່າວວ່າ: “ດ້ວຍບໍລິການຂອງຫຼາຍສິ່ງທີ່ຂັດກັນ ແລະ ເປັນລົບ ແລະ ໂດຍການນໍາໃຊ້ການສຳແດງອອກທຸກຮູບແບບຂອງຊາຕານ, ການກະທຳຂອງມັນ, ການກ່າວໂທດຂອງມັນ, ການລົບກວນ ແລະ ການຫຼອກລວງຂອງມັນ, ພຣະເຈົ້າສະແດງໃບໜ້າທີ່ຊົ່ວຮ້າຍຂອງຊາຕານຢ່າງຊັດເຈນ ແລະ ດ້ວຍເຫດນັ້ນກໍເຮັດໃຫ້ຄວາມສາມາດຂອງເຈົ້າສົມບູນເພື່ອຈຳແນກຊາຕານ, ເພື່ອເຈົ້າອາດກຽດຊັງຊາຕານ ແລະ ປະຖິ້ມມັນ” (ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍຂອບໃຈພຣະເຈົ້າສໍາລັບການຊີ້ນໍາຂ້ອຍໃຫ້ເຂົ້າໃຈຄວາມພະຍາຍາມອັນໜັກໜ່ວງຂອງພຣະອົງ ແລະ ສໍາລັບການນໍາພາຂ້ອຍອອກຈາກຄວາມມືດ.

ໃນເດືອນມັງກອນ 2015, ຂ້ອຍໄດ້ຂຽນຈົດໝາຍອີກສະບັບໜຶ່ງລາຍງານ ເອື້ອຍຍັນຊູ. ຂ້ອຍລໍຖ້າຢ່າງກະຕືລືລົ້ນທຸກໆມື້ອີກເທື່ອສໍາລັບເຮືອນຂອງພຣະເຈົ້າທີ່ຈະສົ່ງຄົນມາສືບສວນລາວ. ແຕ່ສອງເດືອນໄດ້ຜ່ານໄປ ແລະ ຂ້ອຍຍັງລໍຖ້າໃຫ້ຄົນເຂົ້າມາກວດເບິ່ງມັນ. ຜູ້ນໍາຄຣິດຕະຈັກຂອງພວກເຮົາມາຖາມຂ້ອຍຊໍ້າແລ້ວຊໍ້າອີກວ່າ: “ເຈົ້າມີບັນຫາບາງຢ່າງກັບພຣະເຈົ້າ ຫຼື ກັບເຮືອນຂອງພຣະເຈົ້າບໍ?” ຂ້ອຍເລີ່ມຮູ້ສຶກກັງວົນເມື່ອລາວເວົ້າແນວນັ້ນ ແລະ ສົງໄສວ່າສິ່ງໃດຈະເກີດຂຶ້ນກັບຂ້ອຍຕອນນີ້ທີ່ຂ້ອຍໄດ້ຂຽນຈົດໝາຍສະບັບນັ້ນ. ຂ້ອຍຄິດວ່າ: “ຂ້ອຍຖືກໂດດດ່ຽວຢູ່ແລ້ວ, ສະນັ້ນຖ້າມີອັນໃດຕື່ມອີກທີ່ເກີດຂຶ້ນ, ຂ້ອຍຖືກບັງຄັບໃຫ້ຖືກໄລ່ອອກຈາກຄຣິດຕະຈັກ”. ຂ້ອຍຮູ້ທັນທີວ່າຂ້ອຍເລີ່ມສົງໃສຄວາມຊອບທໍາຂອງພຣະເຈົ້າອີກເທື່ອໜຶ່ງ. ຂ້ອຍຟ້າວມາຫາພຣະເຈົ້າເພື່ອອະທິຖານວ່າ: “ພຣະເຈົ້າທີ່ເຄົາລົບ, ຂ້ານ້ອຍຮັບຮູ້ຄວາມຊອບທໍາຂອງພຣະອົງໂດຍວາຈາ ແລະ ຂ້ານ້ອຍເຊື່ອພຣະຄຣິດ ແລະ ການປົກຄອງຄວາມຈິງໃນເຮືອນຂອງພຣະເຈົ້າ. ແຕ່ເມື່ອຖືກທົດສອບດ້ວຍເວລາ ແລະ ຄວາມຈິງ, ຂ້ານ້ອຍເຫັນວ່າຂ້ານ້ອຍມີຄວາມສັດທາໜ້ອຍປານໃດ ແລະ ວ່າຂ້ານ້ອຍຍັງບໍ່ເຂົ້າໃຈຄວາມຊອບທໍາຂອງພຣະອົງຢ່າງແທ້ຈິງ. ດຽວນີ້ ຂ້ານ້ອຍປາດຖະໜາທີ່ຈະປ່ອຍວາງຄວາມສົນໃຈຂອງຂ້ານ້ອຍ ແລະ ອ່ອນນ້ອມຕໍ່ການຈັດແຈງຕ່າງໆຂອງພຣະອົງ. ກະລຸນາແນະນຳຂ້ານ້ອຍໃຫ້ເຂົ້າໃຈຄວາມປະສົງຂອງພຣະອົງ”. ຈາກນັ້ນ ຂ້ອຍໄດ້ອ່ານບົດຄວາມຈາກພຣະທໍາຂອງພຣະເຈົ້າ, “ສຳລັບທຸກຄົນທີ່ສະແຫວງຫາເພື່ອຮັກພຣະເຈົ້າ, ບໍ່ມີຄວາມຈິງໃດທີ່ບໍ່ສາມາດໄດ້ມາ ແລະ ບໍ່ມີຄວາມຍຸຕິທຳໃດທີ່ພວກເຂົາບໍ່ສາມາດຍຶດໝັ້ນໄດ້. ເຈົ້າຄວນດຳລົງຊີວິດຂອງເຈົ້າແນວໃດ? ເຈົ້າຄວນຮັກພຣະເຈົ້າ ແລະ ໃຊ້ຄວາມຮັກນີ້ເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະອົງແນວໃດ? ບໍ່ມີບັນຫາໃດທີ່ຍິ່ງໃຫຍ່ກວ່າໃນຊີວິດຂອງເຈົ້າ. ເໜືອສິ່ງອື່ນໃດ, ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມພາກພຽນດັ່ງກ່າວ ແລະ ບໍ່ຄວນເປັນຄືກັນກັບຄົນອ່ອນແອທີ່ບໍ່ມີຄວາມກ້າຫານ. ເຈົ້າຕ້ອງຮຽນຮູ້ຈັກວິທີປະສົບກັບຊີວິດທີ່ມີຄວາມໝາຍ ແລະ ປະສົບກັບຄວາມຈິງທີ່ມີຄວາມໝາຍ ແລະ ບໍ່ຄວນປະຕິບັດກັບຕົນເອງພຽງພໍແຕ່ເປັນພິທີໃນລັກສະນະນັ້ນ. ຊີວິດຂອງເຈົ້າກໍຈະຜ່ານເຈົ້າໄປໂດຍບໍ່ຮູ້ສຶກຕົວ; ແລ້ວຫຼັງຈາກນັ້ນ ເຈົ້າຈະມີໂອກາດທີ່ຈະຮັກພຣະເຈົ້າອີກຄັ້ງບໍ? ມະນຸດສາມາດຮັກພຣະເຈົ້າຫຼັງຈາກເຂົາໄດ້ຕາຍໄປແລ້ວບໍ? ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມສຳນຶກເໝືອນກັບເປໂຕ; ຊີວິດຂອງເຈົ້າຕ້ອງມີຄວາມໝາຍ ແລະ ເຈົ້າຕ້ອງບໍ່ຫຼິ້ນເກມກັບຕົວເຈົ້າເອງ” (ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທໍາຂອງພຣະເຈົ້າສະແດງໃຫ້ຂ້ອຍເຫັນວ່າສິ່ງທີ່ພຣະອົງເຮັດໃຫ້ສົມບູນແບບແມ່ນຄວາມປາດຖະຫນາຂອງພວກເຮົາສໍາລັບຄວາມຈິງ ແລະ ຄວາມຊອບທໍາ ແລະ ປະນິທານຂອງພວກເຮົາທີ່ຈະຮັກພຣະເຈົ້າ. ບໍ່ວ່າຄວາມລໍາບາກ, ຄວາມຫຼົ້ມເຫຼວ ຫຼື ການໂຈມຕີອັນໃດກໍ່ຕາມທີ່ພວກເຮົາພົບພໍ້, ພວກເຮົາບໍ່ສາມາດຖອຍຫຼັງໄດ້, ແຕ່ຄວນດໍາລົງຊີວິດເພື່ອພຣະເຈົ້າ ແລະ ຄວາມຈິງ. ພວກເຮົາບໍ່ສາມາດກົ້ມຫົວຕໍ່ກຳລັງອັນໃດຂອງຊາຕານ. ເມື່ອນັ້ນເອງ ພວກເຮົາສາມາດໄດ້ຮັບຄວາມຈິງ ແລະ ຖືກເຮັດໃຫ້ສົມບູນແບບ. ຂ້ອຍພຽງແຕ່ບໍ່ໄດ້ມີປະນິທານ ແລະ ຈິດຕານຸພາບແບບນັ້ນ. ເຖິງແມ່ນວ່າຂ້ອຍໄດ້ອະທິຖານ ແລະ ປະນິທານຕໍ່ພຣະເຈົ້າເພື່ອປົກປ້ອງວຽກຂອງເຮືອນຂອງພຣະອົງ ແລະ ປະຕິບັດຄວາມຈິງ, ໃນເວລາທີ່ຂ້ອຍໄດ້ເຫັນກໍາລັງທີ່ຊົ່ວຮ້າຍເກີດຂຶ້ນ, ຂ້ອຍຢ້ານທີ່ຈະຖືກຈໍາກັດ ແລະ ຖືກຈັດການ. ຂ້ອຍຮູ້ວ່າຂ້ອຍຍັງບໍ່ເຂົ້າໃຈຄວາມຊອບທໍາຂອງພຣະເຈົ້າຢ່າງແທ້ຈິງ ແລະ ຂ້ອຍພຽງແຕ່ຄິດເຖິງຕົວເອງເມື່ອສິ່ງຕ່າງໆເກີດຂຶ້ນ. ຈາກນັ້ນບາງສິ່ງທີ່ພຣະເຈົ້າໄດ້ກ່າວໄວ້ໄດ້ເຂົ້າມາຢູ່ໃນຄວາມຄິດ: “ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ”. ພຣະເຈົ້າໝາຍເຖິງສິ່ງທີ່ພຣະອົງເວົ້າ, ສິ່ງທີ່ພຣະອົງເວົ້າຈະຕ້ອງເຮັດສຳເລັດ ແລະ ສິ່ງທີ່ພຣະອົງເຮັດຈະຢູ່ຕະຫຼອດໄປ. ຄົນຊົ່ວທຸກຄົນຈະເຈັບປວດຈາກການລົງໂທດຈາກຄວາມຊອບທໍາຂອງພຣະເຈົ້າ. ບໍ່ວ່າມັນຈະໃຊ້ເວລາດົນປານໃດ ຫຼື ມັນເກີດຂຶ້ນແນວໃດກໍ່ຕາມ, ສິ່ງຕ່າງໆຈະກາຍເປັນດັ່ງພຣະທໍາຂອງພຣະເຈົ້າໃນທີ່ສຸດ. ສະນັ້ນຂ້ອຍຄິດວ່າ: “ຂ້ອຍຕ້ອງປ່ອຍວາງຄວາມຄິດຂອງຂ້ອຍ, ປະຖິ້ມອຸບປະນິໄສຊາຕານທີ່ຫຼອກລວງຂອງຂ້ອຍ, ໄວ້ວາງໃຈໃນພຣະທໍາຂອງພຣະເຈົ້າ ແລະ ໄວ້ວາງໃຈວ່າພຣະເຈົ້າຊອບທໍາ. ຂ້ອຍຈະບໍ່ຍອມກົ້ມຫົວຕໍ່ກໍາລັງໃດໆຂອງຊາຕານ!” ເມື່ອຂ້ອຍຮູ້ເລື່ອງນີ້ແລ້ວ, ຂ້ອຍກໍ່ຄ່ອຍໆສະຫງົບລົງ ແລະ ຢຸດກັງວົນ.

ຮອດເດືອນເມສາ 2015, ຂ້ອຍໄດ້ຮັບຈົດໝາຍຈາກຜູ້ນໍາ ລີ ແລະ ຜູ້ນໍາຄົນອື່ນ ແລະ ຄົນງານ ກ່ຽວກັບວ່າ ເອື້ອຍຍັນຊູ ໄດ້ຫຼອກລວງພວກເຂົາແນວໃດ ແລະ ພວກເຂົາເປັນສາເຫດໃຫ້ຂ້ອຍໄດ້ຮັບອັນຕະລາຍຮ້າຍແຮງແນວໃດ. ພວກເຂົາທັງໝົດໄດ້ຂໍໂທດ. ໃນຈົດໝາຍຂອງລາວ, ຜູ້ນຳ ລີ ໄດ້ຍອມຮັບວ່າ: “ມັນບໍ່ແມ່ນບັນດາຜູ້ນຳຂັ້ນສູງທີ່ກ່າວຫາເຈົ້າວ່າລົບກວນວຽກຂອງຄຣິດຕະຈັກຢ່າງຮ້າຍແຮງ, ມັນແມ່ນຍັນຊູ”. ຈາກນັ້ນຂ້ອຍຮູ້ວ່າ ເອື້ອຍຍັນຊູ ໄດ້ອ່ານຈົດໝາຍທັງສອງຂອງຂ້ອຍທີ່ລາຍງານລາວ. ເພື່ອຊ່ວຍຕົວຂອງລາວເອງ, ລາວໄດ້ກະກຽມຫຼັກຖານເພື່ອໃຫ້ຂ້ອຍຖືກໄລ່ອອກ, ແຕ່ຫຼັງຈາກນັ້ນຜູ້ນໍາ ແລະ ຄົນງານຈໍານວນໜຶ່ງໄດ້ເຫັນບັນຫາຕ່າງໆຂອງລາວ, ດັ່ງນັ້ນພວກເຂົາຈຶ່ງໄດ້ສົ່ງຈົດໝາຍຮ່ວມກັນໄປທີ່ເຮືອນຂອງພຣະເຈົ້າເພື່ອລາຍງານລາວ. ໃນຂະນະທີ່ຂ້ອຍອ່ານຈົດໝາຍທັງໝົດນີ້, ຂ້ອຍຫາຍໃຈໃຫຍ່ພ້ອມກັບຄວາມຮູ້ສຶກໂລ່ງໃຈຫຼາຍ. ຂ້ອຍໄດ້ຄຸເຂົ່າຕໍ່ໜ້າພຣະເຈົ້າ ແລະ ຮ້ອງໄຫ້. ຂ້ອຍຮູ້ສຶກເປັນໜີ້ຕໍ່ພຣະເຈົ້າຫຼາຍໃນເວລານັ້ນ. ຂ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີແຕ່ໄດ້ເຫັນຄວາມຊອບທໍາຂອງພຣະອົງຕະຫຼອດເວລາໂດຍຜ່ານແວ່ນຕາຈິນຕະນາການຂອງຂ້ອຍ. ເມື່ອບັນຫາຕ່າງໆເກີດຂຶ້ນ, ຂ້ອຍພະຍາຍາມປັບພວກມັນໃຫ້ເຂົ້າກັບສິ່ງທີ່ຂ້ອຍຄິດ ແລະ ເມື່ອມັນບໍ່ໄດ້ຜົນ, ຂ້ອຍເຂົ້າໃຈຜິດ ແລະ ຖິ້ມໂທດໃສ່ພຣະເຈົ້າ. ແຕ່ພຣະອົງບໍ່ສົນໃຈຄວາມອ່ອນແອ ແລະ ອຸປະນິໄສຂອງຂ້ອຍ ແລະ ນໍາພາຂ້ອຍຜ່ານຊ່ວງເວລາທີ່ເຈັບປວດ ແລະ ເຫຼືອທົນທີ່ສຸດ. ປະສົບການນີ້ສະແດງໃຫ້ຂ້ອຍເຫັນວ່າພຣະເຈົ້າໄດ້ໃຊ້ການຕໍ່ສູ້ທາງວິນຍານນີ້ໃນການຈຳແນກ ແລະ ລາຍງານບັນດາຜູ້ນໍາຈອມປອມເຫຼົ່ານັ້ນເພື່ອແກ້ໄຂແນວຄິດທີ່ຜິດພາດຂອງຂ້ອຍ ແລະ ໃຫ້ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຄວາມຊອບທໍາຂອງພຣະອົງແກ່ຂ້ອຍ. ຂ້ອຍຍັງເຂົ້າໃຈວ່າຂ້ອຍໄດ້ເບິ່ງທຸກໆສິ່ງທີ່ພຣະເຈົ້າເຮັດໂດຍຜ່ານມູມມອງຂອງຈິນຕະນາການຂອງຂ້ອຍ. ຕົວຈິງແລ້ວ ຂ້ອຍໄດ້ດູໝິ່ນ ແລະ ກຳນົດຂອບເຂດພຣະເຈົ້າ ແລະ ຂ້ອຍເຮັດໃຫ້ອຸປະນິໄສຂອງພຣະອົງຂຸ່ນເຄືອງ. ປະສົບການນີ້ສະແດງໃຫ້ຂ້ອຍເຫັນວ່າເນື້ອແທ້ຂອງພຣະເຈົ້າແມ່ນຊອບທໍາ. ທຸກໆສິ່ງທີ່ພຣະເຈົ້າເວົ້າ ແລະ ເຮັດ, ບໍ່ວ່າມັນຈະຖືກກັບແນວຄິດຕ່າງໆຂອງຜູ້ຄົນ ຫຼື ບໍ່ກໍ່ຕາມ, ເປັນການເປີດເຜີຍຂອງອຸປະນິໄສອັນຊອບທໍາຂອງພຣະອົງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ອຸປະນິໄສທີ່ຊອບທຳຂອງພຣະເຈົ້າແມ່ນທາດແທ້ຂອງພຣະເຈົ້າເອງ. ມັນບໍ່ແມ່ນສິ່ງທີ່ຖືກຂຽນຂຶ້ນ ຫຼື ຫຼໍ່ຫຼອມໂດຍມະນຸດ. ອຸປະນິໄສທີ່ຊອບທຳຂອງພຣະອົງແມ່ນອຸປະນິໄສອັນຊອບທຳຂອງພຣະອົງ ແລະ ບໍ່ກ່ຽວຂ້ອງ ຫຼື ກ່ຽວພັນຫຍັງເລີຍກັບການເນລະມິດສ້າງ. ພຣະເຈົ້າເປັນພຣະເຈົ້າເອງ. ພຣະອົງຈະບໍ່ກາຍມາເປັນສ່ວນໜຶ່ງຂອງການເນລະມິດສ້າງຈັກເທື່ອ ແລະ ເຖິງແມ່ນພຣະອົງຈະກາຍມາເປັນສະມາຊິກຂອງສິ່ງຖືກສ້າງ, ອຸປະນິໄສ ແລະ ທາດແທ້ຕາມທຳມະຊາດຂອງພຣະອົງກໍຈະບໍ່ປ່ຽນແປງ. ສະນັ້ນ ການຮູ້ຈັກພຣະເຈົ້າບໍ່ແມ່ນສິ່ງດຽວກັບການຮູ້ຈັກວັດຖຸສິ່ງຂອງ; ການຮູ້ຈັກພຣະເຈົ້າບໍ່ແມ່ນການວິໄຈບາງສິ່ງບາງຢ່າງ ຫຼື ມັນບໍ່ແມ່ນສິ່ງດຽວກັນກັບການເຂົ້າໃຈບຸກຄົນໃດໜຶ່ງ. ຖ້າມະນຸດໃຊ້ແນວຄິດຂອງເຂົາ ຫຼື ໃຊ້ວິທີການຮູ້ຈັກວັດຖຸສິ່ງຂອງ ຫຼື ການເຂົ້າໃຈບຸກຄົນໃດໜຶ່ງເພື່ອຮູ້ຈັກພຣະເຈົ້າ, ແລ້ວເຈົ້າຈະບໍ່ສາມາດບັນລຸຄວາມເຂົ້າໃຈກ່ຽວກັບພຣະເຈົ້າໄດ້. ການຮູ້ຈັກພຣະເຈົ້າບໍ່ໄດ້ອີງຕາມປະສົບການ ຫຼື ຈິນຕະນາການ ແລະ ສະນັ້ນ ເຈົ້າຕ້ອງບໍ່ກຳນົດປະສົບການ ຫຼື ຈິນຕະນາການຂອງເຈົ້າໃສ່ພຣະເຈົ້າ; ບໍ່ວ່າປະສົບການ ແລະ ຈິນຕະນາການຂອງເຈົ້າຈະມີຫຼາຍສໍ່າໃດ, ພວກມັນກໍຍັງມີຂໍ້ຈຳກັດ. ອີກຢ່າງ, ຈິນຕະນາການຂອງເຈົ້າກໍບໍ່ສອດຄ່ອງກັບຂໍ້ແທ້ຈິງ ແລະ ແຮງໄກທີ່ຈະສອດຄ່ອງກັບຄວາມຈິງ ແລະ ມັນບໍ່ເຂົ້າກັນກັບອຸປະນິໄສ ແລະ ທາດແທ້ທີ່ແທ້ຈິງຂອງພຣະເຈົ້າ. ເຈົ້າຈະບໍ່ສຳເລັດຈັກເທື່ອ ຖ້າເຈົ້າເພິ່ງຈິນຕະນາການຂອງເຈົ້າເພື່ອເຂົ້າໃຈທາດແທ້ຂອງພຣະເຈົ້າ. ເສັ້ນທາງດຽວກໍຄື: ໃຫ້ຍອມຮັບທຸກຢ່າງທີ່ມາຈາກພຣະເຈົ້າ, ແລ້ວໃຫ້ຜະເຊີນ ແລະ ເຂົ້າໃຈສິ່ງນັ້ນເທື່ອລະໜ້ອຍ. ມີມື້ໜຶ່ງທີ່ພຣະເຈົ້າຈະໃຫ້ແສງສະຫວ່າງແກ່ເຈົ້າເພື່ອເຈົ້າຈະໄດ້ເຂົ້າໃຈ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງຫຼັງຈາກທີ່ເຈົ້າໄດ້ຮ່ວມມືກັບພຣະເຈົ້າ ແລະ ມີຄວາມຫິວ ແລະ ຄວາມກະຫາຍຫາຄວາມຈິງ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ໃນເດືອນພຶດສະພາ 2015, ຜູ້ຕໍ່ຕ້ານພຣະຄຣິດ ເອື້ອຍຍັນຊູ ໄດ້ຖືກໄລ່ອອກຈາກຄຣິດຕະຈັກຍ້ອນການເຮັດຄວາມຊົ່ວຮ້າຍອັນໃຫຍ່ຫຼວງ. ບັນດາລູກນ້ອງ ແລະ ຜູ້ສົມຮູ້ຮ່ວມຄິດຂອງລາວກໍ່ໄດ້ຖືກຈັດການ. ເມື່ອຂ້ອຍໄດ້ອ່ານແຈ້ງການຂອງການຂັບໄລ່ນັ້ນ, ຂ້ອຍຮູ້ສຶກຈາກກົ້ນບຶ້ງຂອງຫົວໃຈຂອງຂ້ອຍວ່າພຣະເຈົ້າຊອບທໍາຢ່າງແທ້ຈິງແນວໃດ! ຄວາມຈິງ ແລະ ພຣະຄຣິດການປົກຄອງຢູ່ໃນເຮືອນຂອງພຣະເຈົ້າ! ຂອບໃຈພຣະເຈົ້າ!

ກ່ອນນີ້: 59. ໝາກຜົນຂອງການຂຽນບົດລາຍງານທີ່ຊື່ສັດ

ຕໍ່ໄປ: 61. ຄວາມຈິງໄດ້ສະແດງຫົນທາງໃຫ້ແກ່ຂ້ານ້ອຍ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ຄືກັບຄົນຫຼາຍລ້ານຄົນທີ່ຕິດຕາມພຣະເຢຊູຄຣິດເຈົ້າ, ພວກເຮົາປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງຂອງພຣະຄຳພີ, ຮັບພຣະຄຸນທີ່ອຸດົມສົມບູນຂອງພຣະເຢຊູຄຣິດເຈົ້າ ແລະ ເຕົ້າໂຮມກັນ, ອະທິຖານ, ສັນລະເສີນ ແລະ ຮັບໃຊ້ໃນນາມພຣະເຢຊູຄຣິດເຈົ້າ. ພວກເຮົາເຮັດທຸກສິ່ງນີ້ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະຜູ້ເປັນເຈົ້າ. ພວກເຮົາອ່ອນແອຕະຫຼອດ ແລະ ພວກເຮົາກໍເຂັ້ມແຂງຕະຫຼອດເຊັ່ນກັນ.

ພາກສະເໜີໂດຍຫຍໍ້ ກ່ຽວກັບປະຫວັດຂອງການປາກົດຕົວ ແລະ ພາລະກິດຂອງພຣະຄຣິດໃນຍຸກສຸດທ້າຍໃນປະເທດຈີນ

ປະເທດຈີນແມ່ນດິນແດນທີ່ມັງກອນແດງຍິ່ງໃຫຍ່ອາໄສຢູ່ ແລະ ເປັນດິນແດນທີ່ໄດ້ຕໍ່ຕ້ານ ແລະ ປະນາມພຣະເຈົ້າຢ່າງຮ້າຍແຮງຕະຫຼອດປະຫວັດສາດ. ປະເທດຈີນແມ່ນປ້ອມປະການຂອງພວກຜີສາດ ແລະ ເປັນຄຸກທີ່ຄວບຄຸມໂດຍມານຮ້າຍ ທີ່ບໍ່ສາມາດເຈາະເຂົ້າ ແລະ ແຊກຊຶມເຂົ້າໄດ້. ຍິ່ງໄປກວ່ານັ້ນ, ລະບົບການປົກຄອງຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນຢືນຍາມຢູ່ໃນທຸກລະດັບ ແລະ ໄດ້ກໍ່ຕັ້ງກອງກໍາລັງປ້ອງກັນໃນທຸກຄົວເຮືອນ. ດ້ວຍເຫດນັ້ນ, ບໍ່ມີບ່ອນໃດ ທີ່ຈະເຜີຍແຜ່ຂ່າວປະເສີດຂອງພຣະເຈົ້າ ແລະ ດໍາເນີນພາລະກິດຂອງພຣະເຈົ້າໄດ້ຍາກລໍາບາກໄປກວ່າບ່ອນນີ້ອີກແລ້ວ. ໃນເວລາທີ່ພັກຄອມມູນິດຈີນຂຶ້ນຄອງອໍານາດໃນປີ 1949, ການເຊື່ອຖືໃນສາສະໜາໃນປະເທດຈີນແຜ່ນດິນໃຫຍ່ແມ່ນຖືກປາບປາມ ແລະ ຖືກຫ້າມຢ່າງສິ້ນເຊີງ.

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້