61. ຄວາມຈິງໄດ້ສະແດງຫົນທາງໃຫ້ແກ່ຂ້ານ້ອຍ

ໂດຍ ຊື່ຈ້າຍ, ຍີ່ປຸ່ນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໄສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໄສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ນິໄສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າການຮັບໃຊ້ພຣະເຈົ້າຂອງເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າ. ມັນເປັນການຮັບໃຊ້ທີ່ອອກມາຈາກທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ; ນອກຈາກນັ້ນ, ເຈົ້າຍັງຄິດວ່າພຣະເຈົ້າປິຕິຍິນດີໃນສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະ ກຽດຊັງໃນສິ່ງທີ່ເຈົ້າບໍ່ຕ້ອງການຢາກເຮັດ ແລະ ເຈົ້າຖືກຊີ້ນຳທັງໝົດໂດຍຄວາມມັກໃນການກະທໍາຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ທັດສະນະຄະຕິກ່ຽວກັບຊີວິດຂອງເຈົ້າກໍ່ຈະບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ເຈົ້າຈະດື້ດ້ານຍິ່ງຂຶ້ນກວ່າເກົ່າ ຍ້ອນວ່າເຈົ້າໄດ້ຮັບໃຊ້ພຣະເຈົ້າ ແລະ ນີ້ຈະເຮັດໃຫ້ນິໄສຂອງເຈົ້າເສື່ອມໂຊມຍ່າງໜັກກວ່າເກົ່າ. ດ້ວຍວິທີນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາຂອງການດໍາລົງຢູ່ໃນແຜ່ນດິນໂລກຂອງມະນຸດ. ຜູ້ຄົນເຫຼົ່ານີ້ພວກນີ້ຕົກຢູ່ໃນກຸ່ມພວກຟາຣີຊາຍ ແລະ ເຈົ້າໜ້າທີ່ທາງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍ່ຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ. ພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ຖືກກ່າວເຖິງຈະປາກົດຂຶ້ນຈາກທ່າມກາງຜູ້ຄົນດັ່ງກ່າວ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ). ການອ່ານບົດຄວາມນີ້ໃນພຣະທໍາຂອງພຣະເຈົ້າໄດ້ເຮັດໃຫ້ຈື່ປະສົບການທີ່ຂ້ານ້ອຍມີເມື່ອຫ້າປີກ່ອນ. ຂ້ານ້ອຍຫາກໍ່ຖືກເລືອກໃຫ້ເປັນຜູ້ນຳຄຣິດຕະຈັກ. ຂ້ານ້ອຍກະຕືລືລົ້ນແທ້ໆ ແລະ ເຮັດໜ້າທີ່ຂອງຂ້ານ້ອຍຢ່າງຈິງຈັງ. ຂ້ານ້ອຍຕັ້ງໃຈທີ່ຈະຈັດການວຽກງານຂອງຄຣິດຕະຈັກໃຫ້ດີ. ເມື່ອຂ້ານ້ອຍເລີ່ມເກັບກກກໍາສະພາບການເຮັດວຽກຕ່າງໆຂອງທີມທັງໝົດ, ຂ້ານ້ອຍກໍ່ພົບວ່າສະມາຊິກໃນທີມບາງຄົນບໍ່ເໝາະສົມກັບວຽກ ແລະ ຫົວໜ້າທີມຫຼາຍຄົນກໍ່ບໍ່ໄດ້ແກ້ໄຂບັນຫານີ້. ບາງຄົນບໍ່ເຂົ້າໃຈເຖິງຫຼັກການຕ່າງໆ ແລະ ບັນດາຜູ້ນໍາຂອງພວກເຂົາບໍ່ໄດ້ສົນທະນາ ແລະ ຊ່ວຍເຫຼືອໄດ້ໄວພໍ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ວຽກງານຂອງຄຣິດຕະຈັກ. ສິ່ງນີ້ເຮັດໃຫ້ຂ້ານ້ອຍເປັນຫ່ວງແທ້ໆ ແລະ ຂ້ານ້ອຍຄິດວ່າ: “ບັນຫາຕ່າງໆທີ່ຊັດເຈນແບບນັ້ນກໍ່ບໍ່ໄດ້ຮັບການແກ້ໄຂ. ພວກເຂົາບໍ່ມີຄວາມຮັບຜິດຊອບໃນວຽກງານຂອງພວກເຂົາຢ່າງຊັດເຈນ. ຂ້ານ້ອຍຕ້ອງໄດ້ເວົ້າກັບພວກເຂົາແທ້ໆໃນການຊຸມນຸມຄັ້ງຕໍ່ໄປ ແລະ ເຮັດໃຫ້ແນ່ໃຈວ່າພວກເຂົາຮູ້ວ່າພວກເຂົາຜິດຢູ່ບ່ອນໃດ”. ໃນການຊຸມນຸມຄັ້ງຕໍ່ໄປ, ຂ້ານ້ອຍໄດ້ຖາມບັນດາຜູ້ນໍາທີມເຫຼົ່ານັ້ນຊໍ້າແລ້ວຊໍ້າອີກກ່ຽວກັບວຽກຂອງພວກເຂົາ ແລະ ຊີ້ໃຫ້ເຫັນຄວາມຜິດຕ່າງໆ ແລະ ບັນຫາທີ່ຂ້ານ້ອຍໄດ້ເຫັນ. ເຖິງແມ່ນວ່າພວກເຂົາຮູ້ວ່າພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ ແລະ ເຕັມໃຈທີ່ຈະປ່ຽນແປງ, ຂ້ານ້ອຍກໍ່ຍັງບໍ່ພໍໃຈ. ຂ້ານ້ອຍຄິດວ່າ ຖ້າຂ້ານ້ອຍບໍ່ເຂັ້ມງວດ, ໄຈ້ແຍກມັນແທ້ໆ ແລະ ຈັດການກັບພວກເຂົາ, ຈະບໍ່ມີຫຍັງເກີດຂຶ້ນ. ດ້ວຍນ້ຳສຽງທີ່ໃຈຮ້າຍ, ຂ້ານ້ອຍເວົ້າວ່າພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພໍເປັນພິທີ ແລະ ບໍ່ໄດ້ແກ້ໄຂບັນຫາຕົວຈິງ, ສິ່ງນີ້ເປັນການລົບກວນວຽກງານຂອງຄຣິດຕະຈັກ ແລະ ອື່ນໆອີກ. ຫຼັງຈາກທີ່ຂ້ານ້ອຍເວົ້າແລ້ວ, ຂ້ານ້ອຍບໍ່ໄດ້ຖາມພວກເຂົາວ່າພວກເຂົາຮູ້ສຶກແນວໃດ, ແຕ່ໄດ້ພຽງແຕ່ໃຫ້ກຳລັງໃຈຕົນເອງ, ຄິດວ່າຂ້ານ້ອຍພົບບັນຫາຕ່າງໆ ແລະ ແກ້ໄຂພວກມັນແລ້ວ. ແຕ່ສອງສາມມື້ຕໍ່ມາ, ເພື່ອນຮ່ວມງານຄົນໜຶ່ງເວົ້າກັບຂ້ານ້ອຍວ່າ: “ຫົວໜ້າທີມຜູ້ໜຶ່ງເວົ້າວ່າລາວຢ້ານທີ່ຈະພົບເຈົ້າ, ລາວຄິດວ່າເຈົ້າຈະຈັດການກັບລາວຖ້າເຈົ້າເຫັນບັນຫາໃນວຽກຂອງລາວ”. ການໄດ້ຍິນເລື່ອງນີ້ເຮັດໃຫ້ຂ້ານ້ອຍເສຍໃຈເລັກນ້ອຍ, ແຕ່ຂ້ານ້ອຍຄິດໃນທັນທີວ່າຂ້ານ້ອຍໄດ້ເຮັດສິ່ງທີ່ຈໍາເປັນທີ່ຕ້ອງເຮັດແລ້ວ, ມັນແມ່ນການຄົ້ນພົບບັນຫາຕ່າງໆ ແລະ ຫຼັງຈາກນັ້ນກໍ່ແກ້ໄຂພວກມັນໃຫ້ຖືກຕ້ອງ ແລະ ການຈັດການກັບພວກເຂົາ ເພື່ອໃຫ້ພວກເຂົາໄດ້ຮຽນຮູ້ບົດຮຽນ. ຂ້ານ້ອຍບໍ່ໄດ້ຄິດຫຍັງເລີຍ. ໃນການປະຊຸມຄັ້ງຕໍ່ໄປກັບບັນດາຫົວໜ້າທີມ, ຂ້ານ້ອຍສືບຕໍ່ຖາມຢ່າງຈິງຈັງກ່ຽວກັບວຽກຂອງພວກເຂົາ, ຫຼັງຈາກນັ້ນກໍ່ຈັດການກັບພວກເຂົາ ແລະ ໄຈ້ແຍກສິ່ງຕ່າງໆ ເມື່ອຂ້ານ້ອຍພົບບັນຫາ. ຂ້ານ້ອຍຍັງເວົ້າດ້ວຍຄວາມໝັ້ນໃຈໃນຕົວເອງວ່າ: “ອ້າຍເອື້ອຍນ້ອງບາງຄົນຢ້ານທີ່ຈະຖືກຖາມກ່ຽວກັບວຽກຂອງພວກເຂົາ. ມີຫຍັງໃຫ້ຢ້ານ ຖ້າພວກເຈົ້າເຮັດວຽກຕົວຈິງ? ມັນເປັນພຽງແຕ່ການຮຽນຮູ້ກ່ຽວກັບວຽກຂອງພວກເຈົ້າເທົ່ານັ້ນ ຈຶ່ງຈະສາມາດພົບບັນຫາຕ່າງໆ ແລະ ແກ້ໄຂໄດ້ທັນເວລາ”. ຫຼັງຈາກການຊຸມນຸມ, ຂ້ານ້ອຍກໍ່ໄດ້ຍິນຫົວໜ້າທີມຜູ້ໜຶ່ງເວົ້າວ່າ: “ຂ້ານ້ອຍຍັງພວມຮຽນຮູ້ວິທີເຮັດໜ້າທີ່ຂອງຂ້ານ້ອຍຢູ່ ແລະ ຂ້ານ້ອຍມີຄວາມຫຍຸ້ງຍາກຫຼາຍຢ່າງ. ຂ້ານ້ອຍຕ້ອງການໃຫ້ພວກມັນໄດ້ຮັບການແກ້ໄຂໂດຍຜ່ານການສົນທະນາໃນການຊຸມນຸມຂອງພວກເຮົາ, ແຕ່ແທນທີ່ຈະເປັນແນວນັ້ນ, ຂ້ານ້ອຍມີຄວາມກົດດັນຫຼາຍກວ່າເກົ່າ”. ການໄດ້ຍິນເລື່ອງນີ້ເຮັດໃຫ້ຂ້ານ້ອຍເສຍໃຈ ໜ້ອຍໜຶ່ງ ແລະ ຂ້ານ້ອຍກໍ່ຮູ້ສຶກວ່າສ່ວນໜຶ່ງແມ່ນຄວາມຜິດຂອງຂ້ານ້ອຍທີ່ການຊຸມນຸມບໍ່ເກີດຜົນ. ແຕ່ຂ້ານ້ອຍຄິດວ່າມັນອາດຈະເປັນເພາະວ່າວຸດທິພາວະຂອງຂ້ານ້ອຍທີ່ຍັງຕໍ່າ ແລະ ການສົນທະນາຂອງຂ້ານ້ອຍກໍ່ບໍ່ຊັດເຈນ. ມັນເປັນເລື່ອງປົກກະຕິສໍາລັບຫົວໜ້າທີມໃໝ່ຜູ້ໜຶ່ງທີ່ຈະຮູ້ສຶກວ່າມີຄວາມກົດດັນຫຼາຍ. ຂ້ານ້ອຍກໍ່ໄດ້ຕອບກັບຄືນໄປວ່າ: “ຄວາມກົດດັນເປັນແຮງຈູງໃຈ. ມັນຈະບໍ່ຖືກຕ້ອງ ຖ້າເຈົ້າບໍ່ຮູ້ສຶກແບບນັ້ນ”. ຕໍ່ມາ ເພື່ອນຮ່ວມງານຄົນໜຶ່ງກໍ່ໄດ້ຮູ້ວ່າບັນດາຫົວໜ້າທີມຢ້ານທີ່ຈະພົບຂ້ານ້ອຍ ແລະ ຖືກຈັດການໂດຍຂ້ານ້ອຍ ແລະ ເຕືອນວ່າ: “ການຈັດການກັບຜູ້ຄົນແບບນັ້ນແມ່ນເຮັດດ້ວຍອາລົມໃຈຮ້າຍ. ມັນບໍ່ແມ່ນການສັ່ງສອນບັນດາອ້າຍເອື້ອຍນ້ອງ. ພວກເຮົາຄວນສົນທະນາຄວາມຈິງຫຼາຍຂຶ້ນເພື່ອແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກຕ່າງໆຂອງພວກເຂົາ”. ຂ້ານ້ອຍຍັງບໍ່ໄດ້ຄິດຫຍັງເລີຍ, ເຊື່ອວ່າແຮງຈູງໃຈຂອງຂ້ານ້ອຍແມ່ນຖືກຕ້ອງ ແລະ ເຖິງແມ່ນວ່າຂ້ານ້ອຍຈະເຮັດຮຸນແຮງໜ້ອຍໜຶ່ງ, ແຕ່ຂ້ານ້ອຍເຮັດຕາມຄວາມຮັບຜິດຊອບຕໍ່ວຽກຂອງຂ້ານ້ອຍເທົ່ານັ້ນ. ສະນັ້ນ ເຖິງວ່າຈະມີຄໍາເຕືອນຈາກບັນດາເພື່ອນຮ່ວມງານຂອງຂ້ານ້ອຍຊໍ້າແລ້ວຊໍ້າອີກ, ຂ້ານ້ອຍບໍ່ເຄີຍມາຕໍ່ໜ້າພຣະເຈົ້າເພື່ອຈະທົບທວນຕົວເອງ. ຂ້ານ້ອຍຄ່ອຍໆຮູ້ສຶກເຖິງຄວາມມືດທີ່ຂະຫຍາຍຕົວຢູ່ໃນຈິດໃຈຂອງຂ້ານ້ອຍ ແລະ ຂ້ານ້ອຍບໍ່ສາມາດຮັບຮູ້ພາລະກິດຂອງພຣະວິນຍານບໍລິສຸດ. ຂ້ານ້ອຍທຸກທໍລະມານ ແລະ ເຈັບປວດ. ໃນຕອນນັ້ນເອງ ຂ້ານ້ອຍຈຶ່ງໄດ້ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ທົບທວນຕົວເອງວ່າ: “ເປັນຫຍັງຂ້ານ້ອຍຈຶ່ງບໍ່ປະສົບຜົນສໍາເລັດໃນໜ້າທີ່ຂອງຂ້ານ້ອຍ, ແຕ່ຂ້ານ້ອຍພົບກັບທາງຕັນຢູ່ຕະຫຼອດເວລາ? ເປັນຫຍັງບັນດາອ້າຍເອື້ອຍນ້ອງຈຶ່ງເວົ້າວ່າພວກເຂົາຖືກບັງຄັບໂດຍຂ້ານ້ອຍຢູ່ຕະຫຼອດເວລາ? ມັນຄືກັບສິ່ງທີ່ເພື່ອນຮ່ວມງານຂອງຂ້ານ້ອຍເວົ້າແທ້ໆບໍວ່າຂ້ານ້ອຍປະຕິບັດກັບຜູ້ຄົນດ້ວຍອາລົມ? ແຕ່ວ່າ ຂ້ານ້ອຍພຽງແຕ່ເວົ້າສິ່ງຕ່າງໆຢ່າງເຂັ້ມງວດ ເພື່ອວ່າວຽກງານຂອງຄຣິດຕະຈັກຈະສໍາເລັດດ້ວຍດີ. ຖ້າຂ້ານ້ອຍບໍ່ເຂັ້ມງວດ, ບັນດາອ້າຍເອື້ອຍນ້ອງຈະຮູ້ບໍວ່າບັນຫາເຫຼົ່ານີ້ຮ້າຍແຮງສໍ່າໃດ?” ເຖິງແມ່ນວ່າໂດຍຜ່ານຄວາມທໍລະມານນີ້, ຂ້ານ້ອຍກຳລັງພະຍາຍາມທີ່ຈະແກ້ຕົວເອງຢູ່. ຂ້ານ້ອຍທຸກທໍລະມານແທ້ໆ.

ຫຼັງຈາກການອະທິຖານ, ຂ້ານ້ອຍກໍ່ໄດ້ອ່ານພຣະທໍາເຫຼົ່ານີ້ຂອງພຣະເຈົ້າ: “ໃນຖານະຜູ້ນຳ ແລະ ຜູ້ປະຕະບັດງານໃນຄຣິສຕະຈັກ, ຖ້າເຈົ້າຕ້ອງການທີ່ຈະນຳພາຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າສູ່ຄວາມເປັນຈິງທີ່ແທ້ຈິງ ແລະ ເຮັດໜ້າທີເປັນພະຍານຂອງພຣະເຈົ້າ, ສຳຄັນທີ່ສຸດຄື ເຈົ້າຕ້ອງມີຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບເປົ້າໝາຍຂອງພຣະເຈົ້າໃນການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຈຸດປະສົງແຫ່ງພາລະກິດຂອງພຣະອົງ. ເຈົ້າຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງຕ່າງໆຂອງພຣະເຈົ້າຈາກຜູ້ຄົນ. ເຈົ້າຕ້ອງປະຕິບັດຈິງແທ້ໃນຄວາມພະຍາຍາມຂອງເຈົ້າ; ປະຕິບັດເທົ່າທີ່ເຈົ້າເຂົ້າໃຈ ແລະ ສື່ສານສະເພາະສິ່ງທີ່ເຈົ້າຮູ້ເທົ່ານັ້ນ. ຢ່າໂອ້ອວດ, ຢ່າເວົ້າເກີນຈິງ ແລະ ຢ່າເວົ້າຈາຢ່າງໄຮ້ຄວາມຮັບຜິດຊອບ. ຖ້າເຈົ້າເວົ້າເກີນຄວາມຈິງ, ຜູ້ຄົນກໍຈະກຽດຊັງເຈົ້າ ແລະ ຫຼັງຈາກນັ້ນ ເຈົ້າກໍຈະຮູ້ສຶກຖືກຕຳນິ; ນີ້ແມ່ນບໍ່ເໝາະສົມເກີນໄປ. ເມື່ອເຈົ້າສະໜອງຄວາມຈິງໃຫ້ແກ່ຄົນອື່ນ, ເຈົ້າບໍ່ຈຳເປັນຕ້ອງຈັດການພວກເຂົາ ແລະ ຮ້າຍພວກເຂົາ ເພື່ອໃຫ້ພວກເຂົາໄດ້ຮັບຄວາມຈິງ. ຖ້າຕົວເຈົ້າເອງບໍ່ມີຄວາມຈິງ ແລະ ມີແຕ່ຈັດການ ແລະ ຮ້າຍຄົນອື່ນ, ພວກເຂົາກໍຈະຢ້ານເຈົ້າ, ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າພວກເຂົາເຂົ້າໃຈຄວາມຈິງ. ໃນບາງວຽກງານບໍລິຫານ, ມັນເປັນການດີທີ່ເຈົ້າຈະຈັດການ ແລະ ລິຮານຄົນອື່ນ ແລະ ລົງວິໄນພວກເຂົາຈົນເຖິງລະດັບໃດໜຶ່ງ. ແຕ່ຖ້າເຈົ້າບໍ່ສະໜອງຄວາມຈິງ ແລະ ຮູ້ພຽງແຕ່ວິທີຍົກຕົນຂົ່ມເພິ່ນ ແລະ ເຍາະເຍີ້ຍຄົນອື່ນ, ຄວາມເສື່ອມຊາມ ແລະ ຄວາມໜ້າກຽດຂອງເຈົ້າກໍຈະຖືກເປີດເຜີຍ. ເມື່ອເວລາຜ່ານໄປ, ເນື່ອງຈາກຜູ້ຄົນບໍ່ສາມາດໄດ້ຮັບການສະໜອງຊີວິດ ຫຼື ສິ່ງທີ່ເປັນຈິງຈາກເຈົ້າ, ພວກເຂົາກໍຈະກຽດຊັງເຈົ້າ ແລະ ຮູ້ສຶກລັງກຽດເຈົ້າ. ບັນດາຜູ້ທີ່ຂາດການແຍກແຍະຈະຮຽນຮູ້ສິ່ງຕ່າງໆດ້ານລົບຈາກເຈົ້າ; ພວກເຂົາຈະຮຽນຮູ້ທີ່ຈະຈັດການ ແລະ ລິຮານຄົນອື່ນ, ຢາກຮ້າຍ ແລະ ອາລົມເສຍ. ນັ້ນບໍ່ແມ່ນເທົ່າກັບການນຳຄົນອື່ນເຂົ້າສູ່ເສັ້ນທາງຂອງໂປໂລບໍ, ເຂົ້າສູ່ເສັ້ນທາງແຫ່ງຄວາມພິນາດບໍ? ນັ້ນບໍ່ແມ່ນການເຮັດຊົ່ວບໍ? ພາລະກິດຂອງເຈົ້າຄວນສຸມໃສ່ການສົນທະນາຄວາມຈິງ ແລະ ການສະໜອງຊີວິດໃຫ້ແກ່ຄົນອື່ນ. ຖ້າທັງໝົດທີ່ເຈົ້າເຮັດເປັນການຈັດການ ແລະ ສອນຄົນອື່ນຢ່າງຕາບອດ, ແລ້ວພວກເຂົາຈະເຂົ້າໃຈຄວາມຈິງໄດ້ແນວໃດ? ເມື່ອເວລາຜ່ານໄປ, ຜູ້ຄົນຈະເຫັນວ່າເຈົ້າແມ່ນໃຜກັນແທ້ ແລະ ພວກເຂົາຈະປະຖິ້ມເຈົ້າ. ເຈົ້າຄາດຫວັງທີ່ຈະນຳຄົນອື່ນມາຢູ່ຕໍ່ໜ້າພຣະເຈົ້າດ້ວຍວິທີນີ້ໄດ້ແນວໃດ? ນີ້ແມ່ນເປັນການເຮັດວຽກແບບໃດ? ເຈົ້າຈະສູນເສຍທຸກຄົນ ຖ້າເຈົ້າສືບຕໍ່ເຮັດວຽກດ້ວຍວິທີນີ້. ແລ້ວແມ່ນຫຍັງທີ່ເຈົ້າຫວັງຈະເຮັດໃຫ້ສຳເລັດໃຫ້ໄດ້? ຜູ້ນຳບາງຄົນບໍ່ສາມາດສື່ສານຄວາມຈິງເພື່ອແກ້ໄຂບັນຫາໄດ້. ກົງກັນຂ້າມ, ພວກເຂົາພຽງແຕ່ຈັດການຄົນອື່ນຢ່າງຕາບອດ ແລະ ອວດອ້າງອຳນາດຂອງຕົນເພື່ອໃຫ້ຄົນອື່ນຢ້ານພວກເຂົາ ແລະ ເຊື່ອຟັງພວກເຂົາ, ຄົນເຊັ່ນນີ້ເປັນຜູ້ນຳຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດ. ຜູ້ທີ່ມີອຸປະນິໄສບໍ່ປ່ຽນແປງແມ່ນບໍ່ສາມາດປະຕິບັດພາລະກິດຂອງຄຣິສຕະຈັກ ແລະ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້(ຄັດຈາກບົດ “ມີພຽງແຕ່ຄົນທີ່ມີຄວາມເປັນຈິງແຫ່ງຄວາມຈິງເທົ່ານັ້ນຈຶ່ງສາມາດນໍາພາໄດ້” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທໍາຂອງພຣະເຈົ້າໄດ້ເປີດເຜີຍສະພາບຂອງຂ້ານ້ອຍເອງຢ່າງສົມບູນ. ນັ້ນແມ່ນວິທີທີ່ຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍແທ້ໆ. ແທນທີ່ຈະສຸມໃສ່ການສົນທະນາກ່ຽວກັບຄວາມຈິງເພື່ອຈັດການກັບບັນຫາຕ່າງໆ, ຂ້ານ້ອຍໄດ້ຈັດການ, ເວົ້າຮ້າຍ ແລະ ກ່າວໂທດຜູ້ອື່ນດ້ວຍອາລົມບໍ່ດີ. ຜົນກໍ່ຄືພວກເຂົາຖືກຝືນໃຈ, ຢ້ານ ແລະ ພວກເຂົາຫຼົບຫຼີກຂ້ານ້ອຍ. ຂ້ານ້ອຍຍັງລັງກຽດພຣະເຈົ້າເພາະວ່າຂ້ານ້ອຍກຳລັງດໍາລົງຊີວິດຢູ່ພາຍໃນອຸບປະນິໄສທີ່ເສື່ອມໂຊມຂອງຂ້ານ້ອຍ. ຂ້ານ້ອຍໄດ້ສູນເສຍພາລະກິດຂອງພຣະວິນຍານບໍລິສຸດ ແລະ ຈົມຢູ່ໃນຄວາມມືດມິດ. ເມື່ອຄິດຍ້ອນຄືນຫຼັງໄປໃນເວລານັ້ນ, ເມື່ອຂ້ານ້ອຍພົບບັນຫາຕ່າງໆໃນໜ້າທີ່ຂອງບັນດາອ້າຍເອື້ອຍນ້ອງ, ຂ້ານ້ອຍບໍ່ຄ່ອຍສະແຫວງຫາຄວາມຈິງ ຫຼື ຄົ້ນຫາພຣະທໍາຂອງພຣະເຈົ້າສໍາລັບການສົນທະນາທີ່ສະເພາະ ແລະ ຂ້ານ້ອຍກໍ່ບໍ່ໄດ້ຊີ້ນໍາພວກເຂົາໄປສູ່ເສັ້ນທາງການປະຕິບັດ. ຂ້ານ້ອຍພຽງແຕ່ຮ້າຍພວກເຂົາ ແລະ ຕິຕຽນພວກເຂົາດ້ວຍອຸປະນິໄສທີ່ຈອງຫອງຂອງຂ້ານ້ອຍ. ເມື່ອຂ້ານ້ອຍເຫັນວ່າພວກເຂົາຮູ້ສຶກຖືກກີດກັ້ນໂດຍຂ້ານ້ອຍ, ຂ້ານ້ອຍຍັງບໍ່ໄດ້ຄິດທີ່ຈະທົບທວນຕົວເອງ. ຂ້ານ້ອຍຄິດວ່າຂ້ານ້ອຍກໍາລັງມີຄວາມຮັບຜິດຊອບໃນໜ້າທີ່ຂອງຂ້ານ້ອຍ, ທີ່ຂ້ານ້ອຍໄດ້ຄໍານຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ແກ້ໄຂບັນຫາຕົວຈິງ. ພຣະເຈົ້າໄດ້ເຕືອນຂ້ານ້ອຍໂດຍຜ່ານເພື່ອນຮ່ວມງານຂອງຂ້ານ້ອຍຫຼາຍຄົນວ່າບໍ່ໃຫ້ຈັດການກັບຜູ້ຄົນໂດຍອາລົມທີ່ບໍ່ດີຕາມອຳເພີໃຈ, ແຕ່ຂ້ານ້ອຍກໍ່ບໍ່ສົນໃຈເລື່ອງນັ້ນ. ຜົນກໍ່ຄື, ອ້າຍເອື້ອຍນ້ອງບາງຄົນກາຍເປັນຄົນຄິດລົບ. ພວກເຂົາຢ້ານຂ້ານ້ອຍ ແລະ ຫຼົບຫຼີກຂ້ານ້ອຍ. ວຽກງານຂອງຄຣິດຕະຈັກກໍ່ບໍ່ດຳເນີນໄປໄດ້ດ້ວຍດີຄືກັນ. ພຣະເຈົ້າຮຽກຮ້ອງຢ່າງຊັດເຈນໃຫ້ບັນດາຜູ້ນໍາ ແລະ ຄົນງານຕ້ອງເຮັດວຽກຂອງພວກເຂົາຜ່ານການສົນທະນາກ່ຽວກັບຄວາມຈິງເປັນຫຼັກ. ບັນດາອ້າຍເອື້ອຍນ້ອງຕ້ອງເຂົ້າໃຈຄວາມຈິງກ່ອນທີ່ພວກເຂົາຈະສາມາດຮັບຮູ້ອຸບປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຄວາມຈິງກ່ຽວກັບຄວາມເສື່ອມຊາມຂອງພວກເຂົາ ແລະ ມີແຕ່ໃນເມື່ອນັ້ນ ພວກເຂົາຈຶ່ງຖືກຂັບເຄື່ອນໃຫ້ປະຕິບັດພຣະທໍາຂອງພຣະເຈົ້າ ແລະ ເຮັດໜ້າທີ່ຕ່າງໆຂອງພວກເຂົາໄດ້ດີ. ແຕ່ຂ້ານ້ອຍຄິດວ່າຂ້ານ້ອຍຕ້ອງມີຄວາມຮຸນແຮງໃນການເຮັດວຽກຂອງຂ້ານ້ອຍ, ເມື່ອຂ້ານ້ອຍຄົ້ນພົບບັນຫາຕ່າງໆ ຂ້ານ້ອຍຕ້ອງໄດ້ຮ້າຍດ່າ ແລະ ຕໍານິພວກເຂົາຢ່າງບໍ່ຢຸດຢັ້ງ ແລະ ນັ້ນຈະເປັນວິທີດຽວສໍາລັບພວກເຂົາທີ່ຈະເຫັນບັນຫາຕ່າງໆຂອງພວກເຂົາ ແລະ ແກ້ໄຂພວກມັນໃຫ້ຖືກຕ້ອງ. ຂ້ານ້ອຍຄິດວ່າມັນເປັນວິທີທາງດຽວທີ່ຈະບັນລຸຜົນໄດ້ຮັບ. ໃນຕອນນັ້ນ ຂ້ານ້ອຍໄດ້ເຫັນວ່າທັດສະນະທີ່ໂງ່ເປັນແນວໃດແທ້ໆ! ໂດຍການເຮັດວຽກແບບນັ້ນ, ຂ້ານ້ອຍສວຍໃຊ້ຕໍາແໜ່ງຂອງຂ້ອຍ ແລະ ຮ້າຍດ່າ ແລະ ຕໍານິຄົນອື່ນຢ່າງໂອ້ອວດ. ຂ້ານ້ອຍບໍ່ໄດ້ແກ້ໄຂບັນຫາຕ່າງໆຂອງຄົນອື່ນດ້ວຍການສົນທະນາກ່ຽວກັບຄວາມຈິງ. ພຣະເຈົ້າຮຽກຮ້ອງໃຫ້ບັນດາຜູ້ນໍາໃຊ້ການສົນທະນາກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາຕ່າງໆຂອງບັນດາອ້າຍເອື້ອຍນ້ອງ, ໃຫ້ພວກເຂົາມີຄວາມເທົ່າທຽມກັນກັບທຸກຄົນ, ໃຫ້ພວກເຂົາສົນທະນາກ່ຽວກັບພຣະທໍາຂອງພຣະເຈົ້າໂດຍອີງໃສ່ຄວາມຫຍຸ້ງຍາກຕົວຈິງຕ່າງໆຂອງຄົນ ແລະ ແລກປ່ຽນການສົນທະນາກ່ຽວກັບປະສົບການ ແລະ ຄວາມເຂົ້າໃຈຂອງພວກເຂົາເອງ ເພື່ອຊີ້ນໍາ ແລະ ຊ່ວຍເຫຼືອຄົນອື່ນ. ຖ້າພວກເຂົາຈັດການ ຫຼື ເປີດເຜີຍຄົນໃດໜຶ່ງ, ມັນຈະຕ້ອງຢູ່ບົນພື້ນຖານຂອງການສົນທະນາກ່ຽວກັບຄວາມຈິງ ແລະ ພວກເຂົາຕ້ອງເນັ້ນໃຫ້ເຫັນເຖິງແກ່ນແທ້ ແລະ ຈຸດສໍາຄັນຕ່າງໆຂອງບັນຫາເພື່ອໃຫ້ຄົນເຂົ້າໃຈສິ່ງທີ່ພຣະເຈົ້າຕ້ອງການ, ເພື່ອວ່າພວກເຂົາຈະສາມາດເຫັນບັນຫາຕ່າງໆຂອງພວກເຂົາເອງຢ່າງຈະແຈ້ງ, ລັກສະນະຂອງບັນຫາຕ່າງໆຂອງພວກເຂົາ, ຜົນສະທ້ອນທີ່ອັນຕະລາຍຂອງບັນຫາຕ່າງໆຂອງພວກເຂົາ ແລະ ເພື່ອວ່າພວກເຂົາຈະຮູ້ວ່າແມ່ນຫຍັງທີ່ຈະຕ້ອງເຮັດເພື່ອໃຫ້ສອດຄ່ອງກັບຄວາມຈິງ ແລະ ວິທີທີ່ຈະເຮັດໜ້າທີ່ຂອງພວກເຂົາຕາມທີ່ພຣະເຈົ້າຮຽກຮ້ອງ. ແຕ່ຂ້ານ້ອຍບໍ່ໄດ້ເຮັດໜ້າທີ່ຂອງຂ້ານ້ອຍຕາມທີ່ພຣະເຈົ້າຮຽກຮ້ອງ. ຂ້ານ້ອຍບໍ່ໄດ້ຟັງຄໍາເຕືອນຕ່າງໆຂອງເພື່ອນຮ່ວມງານຂອງຂ້ານ້ອຍ, ແຮງໄກທີ່ຈະທົບທວນເລັກໜ້ອຍກ່ຽວກັບລັກສະນະ ແລະ ຜົນສະທ້ອນຕ່າງໆຂອງການທີ່ຂ້ານ້ອຍຮ້າຍດ່າຄົນໂດຍອີງໃສ່ອຸປະນິໄສແບບຊາຕານຂອງຂ້ານ້ອຍໃນໜ້າທີ່ຂອງຂ້ານ້ອຍ. ຂ້ານ້ອຍຫາຂໍ້ອ້າງໃຫ້ກັບຕົວຂ້ານ້ອຍເອງ, ໂດຍເວົ້າວ່າມັນເປັນຜົນດີສໍາລັບພວກເຂົາເອງ ແລະ ສໍາລັບວຽກງານຂອງຄຣິດຕະຈັກ. ຂ້ານ້ອຍບໍ່ໄດ້ຢູ່ໃນເສັ້ນທາງທີ່ຖືກຕ້ອງໃນໜ້າທີ່ຂອງຂ້ານ້ອຍ ແລະ ບໍ່ພຽງແຕ່ຂ້ານ້ອຍບໍ່ໄດ້ເປັນປະໂຫຍດຫຍັງກັບຄົນອື່ນເລີຍ, ແຕ່ໃນຄວາມເປັນຈິງແລ້ວ ຂ້ານ້ອຍກໍາລັງຝືນໃຈພວກເຂົາ. ພວກເຂົາທຸກທໍລະມານ ແລະ ອົດກັ້ນ. ຂ້ານ້ອຍບໍ່ໄດ້ທໍາຮ້າຍພວກເຂົາບໍ? ຂ້ານ້ອຍໄດ້ເຮັດຄວາມຊົ່ວ! ຂ້ານ້ອຍບໍ່ເຄີຍຄິດວ່າການເຮັດໜ້າທີ່ຂອງຂ້ານ້ອຍໂດຍອີງໃສ່ອຸປະນິໄສແບບຊາຕານຂອງຂ້ານ້ອຍຈະມີຜົນກະທົບຮ້າຍແຮງດັ່ງກ່າວ. ຂ້ານ້ອຍເສຍໃຈແທ້ໆທີ່ຈັດການກັບພວກເຂົາ ແລະ ຮ້າຍດ່າພວກເຂົາແບບນັ້ນ. ຂ້ານ້ອຍໄດ້ເຂົ້າໄປຫາພຣະເຈົ້າໃນທັນທີເພື່ອອະທິຖານ ແລະ ສະແຫວງຫາ ແລະ ຄິດວ່າ: ແມ່ນຫຍັງທີ່ເຮັດໃຫ້ຂ້ານ້ອຍເຮັດຄວາມຊົ່ວໂດຍບໍ່ຮູ້ຕົວແທ້ໆ?

ຫຼັງຈາກນັ້ນ, ຂ້ານ້ອຍກໍ່ໄດ້ອ່ານສິ່ງນີ້ໃນພຣະທໍາຂອງພຣະເຈົ້າ: “ຖ້າເຈົ້າມີຄວາມຈິງຢູ່ໃນຕົວເຈົ້າຈິງແທ້, ເສັ້ນທາງທີ່ເຈົ້າຍ່າງກໍຈະເປັນເສັ້ນທາງທີ່ຖືກຕ້ອງໂດຍທໍາມະຊາດ. ປາດສະຈາກຄວາມຈິງແລ້ວ, ມັນງ່າຍທີ່ຈະເຮັດຊົ່ວ ແລະ ເຈົ້າກໍຈະເຮັດມັນ ເຖິງແມ່ນວ່າຈະເປັນຕົວເຈົ້າເອງ. ຕົວຢ່າງ: ຖ້າເຈົ້າມີຄວາມອວດດີ ແລະ ຄວາມທະນົງຕົວ, ເຈົ້າຈະເຫັນວ່າມັນເປັນໄປບໍ່ໄດ້ທີ່ຈະຫຼີກເວັ້ນການທ້າທາຍພຣະເຈົ້າ; ເຈົ້າຈະຮູ້ສຶກຖືກບີບບັງຄັບໃຫ້ທ້າທາຍພຣະອົງ. ເຈົ້າຈະບໍ່ເຮັດມັນຢ່າງຕັ້ງໃຈ; ແຕ່ເຈົ້າຈະເຮັດມັນພາຍໃຕ້ການຄອບງຳຂອງທຳມະຊາດທີ່ອວດດີ ແລະ ທະນົງຕົວຂອງເຈົ້າ. ຄວາມອວດດີ ແລະ ຄວາມທະນົງຕົວຂອງເຈົ້າຈະເຮັດໃຫ້ເຈົ້າໝິ່ນປະມາດພຣະເຈົ້າ ແລະ ເຫັນພຣະອົງເປັນພຽງສິ່ງມີຊີວິດທີ່ບໍ່ມີຄວາມໝາຍຫຍັງເລີຍ; ພວກມັນຈະເຮັດໃຫ້ເຈົ້າສັນລະເສີນຕົວເອງ, ເຮັດໃຫ້ເຈົ້າສະແດງຕົນຢູ່ສະເໝີ ແລະ ໃນທີ່ສຸດກໍນັ່ງຢູ່ບ່ອນຂອງພຣະເຈົ້າ ແລະ ເປັນປະຈັກພະຍານໃຫ້ຕົວເອງ. ເຈົ້າກໍຈະຫັນປ່ຽນແນວຄິດຂອງເຈົ້າເອງ, ຄວາມຄິດຂອງເຈົ້າເອງ ແລະ ແນວຄວາມຄິດຂອງເຈົ້າໃຫ້ເປັນຄວາມຈິງເພື່ອໃຫ້ໄດ້ຮັບການບູຊາ. ເຫັນບໍ່ວ່າ ພາຍໃຕ້ການຄອບງຳຂອງທຳມະຊາດອັນອວດດີ ແລະ ທະນົງຕົວຂອງພວກເຂົາ, ຜູ້ຄົນໄດ້ເຮັດຊົ່ວຫຼາຍປານໃດ!(ຄັດຈາກໜັງສືພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ). ພຣະທໍາຂອງພຣະເຈົ້າໄດ້ເປີດເຜີຍຮາກເຫງົ້າຂອງການເຮັດສິ່ງຊົ່ວຮ້າຍຂອງຂ້ອຍ: ຂ້ອຍຖືກຄວບຄຸມໂດຍທໍາມະຊາດທີ່ໂອ້ອວດ ແລະ ທະນົງຕົນຂອງຂ້ອຍ. ເນື່ອງຈາກທຳມະຊາດທີ່ໂອ້ອວດ ແລະ ທະນົງຕົນຂອງຂ້ານ້ອຍ, ຂ້ານ້ອຍຄິດຢູ່ຕະຫຼອດເວລາວ່າຂ້ານ້ອຍມີຄວາມຮັບຜິດຊອບຫຼາຍກວ່າຄົນອື່ນໆ, ສະນັ້ນ ຂ້ານ້ອຍຈຶ່ງວາງອຳນາດເໜືອພວກເຂົາ. ເມື່ອມີຄວາມຜິດພາດ ຫຼື ການເບິ່ງຂ້າມໃນວຽກຂອງບັນດາອ້າຍເອື້ອຍນ້ອງ, ຂ້ານ້ອຍໄດ້ດູຖູກພວກເຂົາ, ໂດຍໃຊ້ຕໍາແໜ່ງຂອງຂ້ານ້ອຍເພື່ອຮ້າຍດ່າ ແລະ ຈັດການກັບພວກເຂົາ. ຂ້ານ້ອຍບໍ່ເຂົ້າໃຈ ຫຼື ເຫັນອົກເຫັນໃຈ. ໂດຍການຄວບຄຸມດ້ວຍລັກສະນະໂອ້ອວດນີ້, ຂ້ານ້ອຍຍັງມີຄວາມໝັ້ນໃຈໃນຕົວເອງຢ່າງເຕັມທີ່, ຄິດວ່າວິທີດຽວທີ່ຈະແກ້ໄຂບັນຫາຕ່າງໆແມ່ນການຈັດການກັບຜູ້ຄົນຢ່າງຈິງຈັງ. ຂ້ານ້ອຍໄດ້ນໍາສະເໜີໃຫ້ແນວຄິດ ແລະ ຈິນຕະນາການຂອງຂ້ານ້ອຍເອງເປັນຄືກັບຄວາມຈິງ. ເຖິງແມ່ນເມື່ອຂ້ານ້ອຍເຫັນວິທີການທີ່ຂ້ານ້ອຍເຮັດວຽກກຳລັງຂັດຂວາງຄົນອື່ນ, ຂ້ານ້ອຍຍັງຍຶດໝັ້ນຢູ່ໃນວິທີການຂອງຂ້ານ້ອຍເອງ, ບໍ່ເຕັມໃຈທີ່ຈະຟັງບັນດາອ້າຍເອື້ອຍນ້ອງ. ເຖິງແມ່ນເມື່ອເພື່ອນຮ່ວມງານຫຼາຍຄົນເຕືອນຂ້ານ້ອຍ, ຂ້ານ້ອຍກໍ່ຍັງບໍ່ທົບທວນຕົວຂ້ານ້ອຍເອງ. ຂ້ານ້ອຍຄິດວ່າຂ້ານ້ອຍພຽງແຕ່ໃຊ້ສຽງທີ່ຮຸນແຮງເລັກນ້ອຍ ແລະ ພວກເຂົາບໍ່ສາມາດຮັບມືກັບການຖືກຈັດການ. ຂ້ານ້ອຍໄດ້ເຮັດໜ້າທີ່ຂອງຂ້ານ້ອຍອີງຕາມອຸປະນິໄສທີ່ໂອ້ອວດ ແລະ ແບບຊາຕານຂອງຂ້ານ້ອຍ, ທໍາຮ້າຍບັນດາອ້າຍເອື້ອຍນ້ອງ ແລະ ເຮັດໃຫ້ວຽກງານຂອງຄຣິດຕະຈັກຊັກຊ້າ. ທັງໝົດທີ່ຂ້ານ້ອຍເຮັດແມ່ນຄວາມຊົ່ວຮ້າຍຂອງການຕໍ່ຕ້ານພຣະເຈົ້າ!

ຕໍ່ມາ ຂ້ານ້ອຍກໍ່ໄດ້ອ່ານພຣະທໍາເຫຼົ່ານີ້ຈາກພຣະເຈົ້າ: “ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ; ນອກຈາກນັ້ນ, ເຈົ້າຍັງຄິດວ່າພຣະເຈົ້າປິຕິຍິນດີໃນສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະ ກຽດຊັງໃນສິ່ງທີ່ເຈົ້າບໍ່ຕ້ອງການຢາກເຮັດ ແລະ ເຈົ້າຖືກຊີ້ນຳທັງໝົດໂດຍຄວາມມັກໃນການກະທໍາຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ທັດສະນະຄະຕິກ່ຽວກັບຊີວິດຂອງເຈົ້າກໍ່ຈະບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ເຈົ້າຈະດື້ດ້ານຍິ່ງຂຶ້ນກວ່າເກົ່າ ຍ້ອນວ່າເຈົ້າໄດ້ຮັບໃຊ້ພຣະເຈົ້າ ແລະ ນີ້ຈະເຮັດໃຫ້ນິໄສຂອງເຈົ້າເສື່ອມໂຊມຍ່າງໜັກກວ່າເກົ່າ. ດ້ວຍວິທີນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາຂອງການດໍາລົງຢູ່ໃນແຜ່ນດິນໂລກຂອງມະນຸດ. ຜູ້ຄົນເຫຼົ່ານີ້ພວກນີ້ຕົກຢູ່ໃນກຸ່ມພວກຟາຣີຊາຍ ແລະ ເຈົ້າໜ້າທີ່ທາງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍ່ຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ. ພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ຖືກກ່າວເຖິງຈະປາກົດຂຶ້ນຈາກທ່າມກາງຜູ້ຄົນດັ່ງກ່າວ. ຖ້າຜູ້ທີ່ຮັບໃຊ້ພຣະເຈົ້າເຮັດຕາມນິໄສຂອງພວກເຂົາ ແລະ ກະທໍາຕາມຄວາມປະສົງສ່ວນຕົວຂອງພວກເຂົາແລ້ວ, ພວກເຂົາແມ່ນຕົກຢູ່ໃນອັນຕະລາຍທີ່ຈະຖືກຂັບໄລ່ອອກທຸກເວລາ. ຜູ້ທີ່ໃຊ້ປະສົບການຫຼາຍປີໃນການຮັບໃຊ້ພຣະເຈົ້າເພື່ອຊະນະໃຈຄົນອື່ນ, ສັ່ງສອນພວກເຂົາ ແລະ ເປັນເຈົ້ານາຍຢູ່ເໜືອພວກເຂົາ; ຢືນຢູ່ທີ່ສູງສົ່ງ ແລະ ເປັນຜູ້ທີ່ບໍ່ເຄີຍກັບໃຈ, ບໍ່ເຄີຍສາລະພາບບາບຂອງພວກເຂົາ ແລະ ບໍ່ເຄີຍປ່ອຍວາງຜົນປະໂຫຍດຈາກຕຳແໜ່ງ ເຊິ່ງຜູ້ຄົນເຫຼົ່ານີ້ຈະລົ້ມລົງຕໍ່ໜ້າພຣະເຈົ້າ. ພວກເຂົາເປັນບຸກຄົນປະເພດດຽວກັບໂປໂລ ທີ່ອວດອ້າງຄວາມເປັນອາວຸໂສຂອງພວກເຂົາ ແລະ ໂອ້ອວດຄຸນວຸດທິຂອງພວກເຂົາ. ພຣະເຈົ້າຈະບໍ່ນໍາເອົາຄົນປະເພດນີ້ໄປສູ່ຄວາມສົມບູນ. ການຮັບໃຊ້ແບບນີ້ລົບກວນພາລະກິດຂອງພຣະເຈົ້າ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ). ພຣະທຳເຫຼົ່ານີ້ແທງທະລຸຂ້ານ້ອຍໃນທັນທີ ແລະ ຂ້ານ້ອຍກໍ່ສາມາດຮູ້ສຶກວ່າອຸປະນິໄສຂອງພຣະເຈົ້າທົນຕໍ່ການກະທໍາຜິດບໍ່ໄດ້. ຂ້ານ້ອຍເຫັນວ່າໃນຫຼາຍປີຂອງຄວາມສັດທາຂອງຂ້ານ້ອຍ, ຂ້ານ້ອຍບໍ່ໄດ້ສຸມໃສ່ການສະແຫວງຫາຫຼັກການແຫ່ງຄວາມຈິງ, ແຕ່ຂ້ານ້ອຍພຽງແຕ່ເຮັດໜ້າທີ່ຂອງຂ້ານ້ອຍຕາມແນວທາງຂອງຂ້ານ້ອຍເທົ່ານັ້ນ. ຂ້ານ້ອຍບໍ່ຮູ້ຈັກຢັບຢັ້ງອຸປະນິໄສທີ່ໂອ້ອວດຂອງຂ້ານ້ອຍ, ຮ້າຍດ່າ ແລະ ຂັດຂວາງຜູ້ຄົນຈາກຕຳແໜ່ງທີ່ມີອຳນາດຂອງຂ້ານ້ອຍ ແລະ ຂ້ານ້ອຍກໍ່ຈົບລົງດ້ວຍການຂັດຂວາງບັນດາອ້າຍເອື້ອຍນ້ອງຂອງຂ້ານ້ອຍ. ພວກເຂົາຝືນໃຈ ແລະ ເຈັບປວດ. ຂ້ານ້ອຍຂາດຄວາມເປັນມະນຸດຫຼາຍແທ້. ຂ້ານ້ອຍບໍ່ພຽງແຕ່ບໍ່ສາມາດແກ້ໄຂບັນຫາຕົວຈິງຕ່າງໆຂອງບັນດາອ້າຍເອື້ອຍນ້ອງໄດ້, ແຕ່ຂ້ານ້ອຍໄດ້ຂັດຂວາງການເຂົ້າເຖິງຊີວິດຂອງພວກເຂົາ ແລະ ຖ່ວງດຶງວຽກງານຂອງຄຣິດຕະຈັກ. ນັ້ນແມ່ນການເຮັດໜ້າທີ່ຂອງຂ້ານ້ອຍແນວໃດ? ຂ້ອຍບໍ່ໄດ້ເຮັດໜ້າທີ່ເປັນຄົນຮັບໃຊ້ຂອງຊາຕານບໍ? ຂ້ານ້ອຍເຄີຍຄິດຕະຫຼອດວ່າແຮງຈູງໃຈຂອງຂ້ານ້ອຍແມ່ນຖືກຕ້ອງ, ຂ້ານ້ອຍເປັນຫ່ວງກ່ຽວກັບວຽກງານຂອງຄຣິດຕະຈັກ, ແຕ່ຫຼັງຈາກນັ້ນ ຂ້ານ້ອຍກໍ່ເຫັນວ່າການມີຄວາມກະຕືລືລົ້ນເລັກນ້ອຍ ແລະ ການຮູ້ຈັກຄໍາສອນເລັກນ້ອຍບໍ່ພຽງພໍເລີຍທີ່ຈະເຮັດໃຫ້ພຣະເຈົ້າພໍໃຈກັບໜ້າທີ່ຂອງຂ້ານ້ອຍ. ໂດຍປາສະຈາກການຍອມຮັບການພິພາກສາ ແລະ ການລົງໂທດຈາກພຣະທໍາຂອງພຣະເຈົ້າ, ອຸປະນິໄສຊາຕານຂອງຂ້ານ້ອຍບໍ່ສາມາດປ່ຽນແປງໄດ້ ແລະ ຫຼັງຈາກນັ້ນ ໜ້າທີ່ຂອງຂ້ານ້ອຍຈະບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ຂ້ານ້ອຍພຽງແຕ່ເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະເຈົ້າໂດຍບໍ່ໃຫ້ຕົນເອງໄດ້ຮັບຜົນກະທົບ. ຂ້ານ້ອຍຄິດເຖິງບັນດາຜູ້ນຳຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດຜູ້ທີ່ຖືກກຳຈັດອອກໄປ. ພວກເຂົາບໍ່ຍອມຮັບຄໍາຕັດສິນ ແລະ ການລົງໂທດຈາກພຣະທໍາຂອງພຣະເຈົ້າ ຫຼື ປະຕິບັດຄວາມຈິງ, ແຕ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາດ້ວຍອຸປະນິໄສຊາຕານຂອງພວກເຂົາ, ໂອ້ອວດ, ທະນົງຕົນ ແລະ ຈອງຫອງຫຼາຍ, ຈັດການ ແລະ ຮ້າຍດ່າຄົນຕາມອຳເພີໃຈ, ຢືນຢູ່ສູງ, ເປັນພະເດັດການ. ຜົນກະທົບຂອງມັນຕໍ່ກັບຄົນອື່ນແມ່ນບໍ່ມີຫຍັງນອກຈາກເປັນອັນຕະລາຍ ແລະ ພວກເຂົາບໍ່ໄດ້ເຮັດຫຍັງນອກຈາກທໍາລາຍ ແລະ ຂັດຂວາງວຽກງານຂອງຄຣິດຕະຈັກ. ວຽກງານຂອງພວກເຂົາແມ່ນບໍ່ມີຫຍັງ ມີແຕ່ເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ! ມັນເປັນດັ່ງທີ່ພຣະເຢຊູເຈົ້າກ່າວວ່າ: “ໃນມື້ນັ້ນ ຫຼາຍຄົນຈະເວົ້າກັບເຮົາວ່າ ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນເຈົ້າ, ພວກຂ້າພຣະເຈົ້າບໍ່ໄດ້ທຳນາຍດ້ວຍນາມຂອງພຣະອົງບໍ? ແລະ ໃນນາມຂອງພຣະອົງ ໄດ້ຂັບໄລ່ມານຮ້າຍອອກໄປບໍ? ແລະ ໃນນາມຂອງພຣະອົງ ໄດ້ປະຕິບັດພາລະກິດທີ່ໜ້າອັດສະຈັນຫຼາຍຢ່າງບໍ? ແລະ ຫຼັງຈາກນັ້ນ ເຮົາຈະປະກາດຕໍ່ພວກເຂົາວ່າ, ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ: ຈົ່ງໄປຈາກເຮົາເສຍ, ພວກເຈົ້າທີ່ກະທຳການຊົ່ວຊ້າເອີຍ(ມັດທາຍ 7:22-23). ສິ່ງນີ້ເຮັດໃຫ້ຂ້ານ້ອຍຮູ້ສຶກຢ້ານໜ້ອຍໜຶ່ງ. ຖ້າຂ້ານ້ອຍສືບຕໍ່ປະຕິບັດໜ້າທີ່ຂອງຂ້ານ້ອຍໂດຍອາໄສອຸປະນິໄສຊາຕານຂອງຂ້ານ້ອຍ, ຫຼັງຈາກນັ້ນ ຂ້ານ້ອຍຈະຂັດຂວາງວຽກງານຂອງຄຣິດຕະຈັກເທົ່ານັ້ນ ແລະ ຖືກກ່າວໂທດ ແລະ ຖືກກໍາຈັດໂດຍພຣະເຈົ້າ, ຄືກັນກັບຄົນຊົ່ວຮ້າຍຄົນອື່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ. ຫຼັງຈາກນັ້ນ ຂ້ານ້ອຍກໍ່ຮູ້ວ່າການທີ່ຊີວິດຄຣິດຕະຈັກ ແລະ ໜ້າທີ່ຂອງຂ້ານ້ອຍບໍ່ເກີດຜົນເປັນການທີ່ພຣະເຈົ້າເປີດເຜີຍຂ້ານ້ອຍ ແລະ ຂ້ານ້ອຍຄວນມາຢູ່ຕໍ່ໜ້າພຣະເຈົ້າເພື່ອທົບທວນຕົວຂ້ານ້ອຍເອງ ແລະ ກັບໃຈມາຫາພຣະອົງ. ຂ້ານ້ອຍໂອ້ອວດຫຼາຍ ແລະ ໂດຍປາສະຈາກການພິພາກສາ ແລະ ການເປີດເຜີຍຈາກພຣະທໍາຂອງພຣະເຈົ້າ ແລະ ສິ່ງທີ່ຂໍ້ແທ້ຈິງເປີດເຜີຍ, ຂ້ານ້ອຍບໍ່ສາມາດອ່ອນນ້ອມໄດ້. ຂ້ານ້ອຍຈະບໍ່ເຄີຍເຫັນຜົນສະທ້ອນທີ່ເປັນອັນຕະລາຍຕ່າງໆຂອງການເຮັດໜ້າທີ່ຂອງຂ້ານ້ອຍໂດຍອຸປະນິໄສຊາຕານຂອງຂ້ານ້ອຍ. ພຽງແຕ່ຫຼັງຈາກນັ້ນ ຂ້ານ້ອຍກໍ່ໄດ້ຖືກຍ້າຍແທ້ໆ ແລະ ຂ້ານ້ອຍກໍ່ຮູ້ສຶກວ່າຂ້ານ້ອຍບໍ່ສາມາດດໍາເນີນຕໍ່ໄປໄດ້ຄືແນວນັ້ນ. ຂ້ານ້ອຍຕ້ອງຊອກຫາຄວາມຈິງເພື່ອແກ້ໄຂການເສື່ອມຊາມຂອງຂ້ານ້ອຍ.

ຫຼັງຈາກນັ້ນ ຂ້ານ້ອຍກໍ່ໄດ້ອ່ານສິ່ງນີ້ໃນພຣະທໍາຂອງພະເຈົ້າ: “ເມື່ອບັນຫາເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງໃຈເຢັນ ແລະ ມີວິທີການທີ່ຖືກຕ້ອງ ແລະ ເຈົ້າຕ້ອງເລືອກ. ພວກເຈົ້າຄວນຮຽນຮູ້ທີ່ຈະໃຊ້ຄວາມຈິງເພື່ອແກ້ໄຂບັນຫາ. ໃນເວລາປົກກະຕິ, ແມ່ນຫຍັງຄືຈຸດປະສົງສຳລັບການເຂົ້າໃຈຄວາມຈິງ? ມັນບໍ່ແມ່ນເພື່ອເຮັດໃຫ້ທ້ອງຂອງເຈົ້າອີ່ມ ແລະ ມັນບໍ່ພຽງແຕ່ເປັນການມີບາງສິ່ງໃຫ້ເຈົ້າໄດ້ເວົ້າ ຫຼື ມັນບໍ່ແມ່ນເພື່ອແກ້ໄຂບັນຫາຂອງຄົນອື່ນ. ທີ່ສຳຄັນໄປກວ່ານັ້ນ ຈຸດປະສົງຂອງມັນແມ່ນເພື່ອແກ້ໄຂບັນຫາຂອງເຈົ້າເອງ, ຄວາມຫຍຸ້ງຍາກຂອງເຈົ້າເອງ, ຫຼັງຈາກທີ່ເຈົ້າແກ້ໄຂຄວາມຫຍຸ້ງຍາກຂອງເຈົ້າເອງເທົ່ານັ້ນ ເຈົ້າຈຶ່ງສາມາດແກ້ໄຂຄວາມຫຍຸ້ງຍາກຂອງຄົນອື່ນໄດ້(ຄັດຈາກບົດ “ຜູ້ຄົນທີ່ສັບສົນບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ເຈົ້າຕ້ອງມີຄວາມເຂົ້າໃຈກ່ຽວກັບຄົນທີ່ເຈົ້າສົນທະນານຳ ແລະ ເຈົ້າຕ້ອງສົນທະນາກ່ຽວກັບເລື່ອງຝ່າຍວິນຍານໃນຊີວິດ; ເມື່ອນັ້ນເທົ່ານັ້ນເຈົ້າຈຶ່ງຈະສາມາດສະໜອງຊີວິດໃຫ້ແກ່ຄົນອື່ນ ແລະ ຕອບສະໜອງຄວາມຂາດເຂີນຂອງພວກເຂົາໄດ້. ເຈົ້າບໍ່ຄວນເວົ້າກັບພວກເຂົາດ້ວຍນ້ຳສຽງການບັນຍາຍ; ໂດຍພື້ນຖານແລ້ວ, ນັ້ນແມ່ນຕຳແໜ່ງທີ່ຜິດທີ່ມີ. ໃນການສົນທະນາ, ເຈົ້າຕ້ອງມີຄວາມເຂົ້າໃຈກ່ຽວກັບເລື່ອງຝ່າຍວິນຍານ, ເຈົ້າຕ້ອງມີສະຕິປັນຍາ ແລະ ເຈົ້າຕ້ອງສາມາດເຂົ້າໃຈສິ່ງທີ່ຢູ່ໃນໃຈຂອງຄົນ. ຖ້າເຈົ້າຕ້ອງຮັບໃຊ້ຄົນອື່ນ, ເຈົ້າກໍຕ້ອງເປັນຄົນປະເພດທີ່ຖືກຕ້ອງ ແລະ ເຈົ້າຕ້ອງສົນທະນາດ້ວຍທຸກສິ່ງທີ່ເຈົ້າມີ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 13). ໂດຍຜ່ານພຣະທໍາຂອງພຣະເຈົ້າ ຂ້ານ້ອຍເຂົ້າໃຈວ່າ ເພື່ອແກ້ໄຂບັນຫາຕ່າງໆຂອງຄົນອື່ນ, ພວກເຮົາຕ້ອງປະຕິບັດ ແລະ ເຂົ້າໄປໃນພຣະທໍາຂອງພຣະເຈົ້າກ່ອນ. ພວກເຮົາຕ້ອງຊອກຫາຄວາມຈິງ ແລະ ແກ້ໄຂການເສື່ອມໂຊມຂອງພວກເຮົາເອງ. ນັ້ນແມ່ນສິ່ງທີ່ສຳຄັນທີ່ສຸດ. ມັນເປັນສິ່ງສຳຄັນທີ່ຈະຕ້ອງມີຄວາມເຂົ້າໃຈກ່ຽວກັບອຸປະນີໄສທີ່ເສື່ອມໂຊມຂອງພວກເຮົາ, ສະນັ້ນ ເມື່ອຜູ້ອື່ນເປີດເຜີຍຄວາມເສື່ອມໂຊມປະເພດນັ້ນ, ພວກເຮົາຈະຮູ້ວິທີຊ່ວຍພວກເຂົາ, ວິທີທີ່ຈະສົນທະນາກ່ຽວກັບປະສົບການ ແລະ ຄວາມເຂົ້າໃຈຂອງພວກເຮົາເອງ ເພື່ອສະແດງໃຫ້ພວກເຂົາເຫັນເຖິງເສັ້ນທາງແຫ່ງການປະຕິບັດ. ພວກເຮົາຍັງຈະສາມາດເຂົ້າຫາຜູ້ອື່ນຢ່າງຖືກຕ້ອງ ແລະ ເຫັນວ່າພວກເຮົາມີການເສື່ອມໂຊມແບບດຽວກັນທີ່ພວກເຮົາເຫັນຢູ່ໃນຜູ້ອື່ນ, ມັນແມ່ນສິ່ງທີ່ຄືກັນທັງໝົດ. ຫຼັງຈາກນັ້ນ, ພວກເຮົາຈະບໍ່ຄິດວ່າພວກເຮົາດີກ່ວາຄົນອື່ນ, ແຕ່ພວກເຮົາສາມາດສົນທະນາໃນລະດັບທີ່ເທົ່າທຽມກັນ. ນັ້ນເປັນວິທີດຽວທີ່ຈະສົນທະນາເຊິ່ງຈະເປັນຜົນປະໂຫຍດແກ່ຄົນອື່ນ. ແຕ່ຂ້ານ້ອຍກໍາລັງເຮັດຫຍັງແທນ? ຂ້ານ້ອຍບໍ່ໄດ້ສຸມໃສ່ການເຂົ້າເຖິງຂອງຂ້ານ້ອຍເອງ ຫຼື ທົບທວນກ່ຽວກັບບັນຫາຕ່າງໆຂອງຂ້ານ້ອຍໃນໜ້າທີ່ຂອງຂ້ານ້ອຍ. ກົງກັນຂ້າມ, ຂ້ານ້ອຍພຽງແຕ່ເຮັດວຽກເພື່ອປະໂຫຍດຂອງການເຮັດວຽກເທົ່ານັ້ນ, ຄືກັບວ່າຂ້ານ້ອຍບໍ່ມີການເສື່ອມໂຊມ. ຂ້ານ້ອຍຫຍຸ້ງຢູ່ກັບການແກ້ໄຂບັນຫາຕ່າງໆຂອງຄົນອື່ນ ແລະ ເມື່ອການສົນທະນາຂອງຂ້ານ້ອຍຊ່ວຍບໍ່ໄດ້, ຂ້ານ້ອຍໄດ້ຮ້າຍດ່າພວກເຂົາຢ່າງບໍ່ລົດລະ. ຂ້ານ້ອຍບໍ່ໄດ້ດຳລົງຊີວິດຕາມລັກສະນະຂອງມະນຸດ. ຂ້ານ້ອຍເປັນຄືກັບມານຮ້າຍ. ຂ້ານ້ອຍເປັນຕາລັງກຽດ ແລະ ກຽດຊັງພຣະເຈົ້າ ແລະ ກຽດຊັງຄົນອື່ນ. ຄວາມຈິງກໍ່ຄືອ້າຍເອື້ອຍນ້ອງເຫຼົ່ານັ້ນຕ້ອງການເຮັດໜ້າທີ່ຂອງພວກເຂົາໃຫ້ດີ, ແຕ່ພວກເຂົາບໍ່ຮູ້ວ່າຈະເຮັດແນວໃດເພາະວ່າພວກເຂົາບໍ່ເຂົ້າໃຈຫຼັກການຕ່າງໆຢ່າງເຕັມທີ່. ເມື່ອມີຂໍ້ຜິດພາດ ຫຼື ການລະເລີຍໃນວຽກງານ, ພວກເຮົາຄວນເຂົ້າໃຈ ແລະ ໃຫ້ອະໄພ, ຊີ້ນໍາ ແລະ ຊ່ວຍເຫຼືອໃນທາງບວກຫຼາຍຂຶ້ນ, ເພື່ອວ່າພວກເຮົາຈະສາມາດຊອກຫາຄວາມຈິງ ແລະ ແກ້ໄຂສິ່ງຕ່າງໆຮ່ວມກັນ. ພວກເຮົາພຽງແຕ່ຄວນຕິຕຽນ ແລະ ເຕືອນຄົນຜູ້ທີ່ຕັ້ງໃຈປະຕິເສດໜ້າທີ່ຂອງພວກເຂົາ. ພວກເຮົາບໍ່ຄວນໃຊ້ວິທີການອັນດຽວກັນສໍາລັບທຸກໆສະຖານະການ. ຫົວໃຈຂອງຂ້ານ້ອຍສະຫວ່າງຂຶ້ນຫຼັງຈາກເຂົ້າໃຈເລື່ອງນີ້ ແລະ ຂ້ານ້ອຍຮູ້ວ່າຂ້ານ້ອຍຄວນເຮັດໜ້າທີ່ຂອງຂ້ານ້ອຍແນວໃດຫຼັງຈາກນັ້ນ.

ບໍ່ດົນຫຼັງຈາກນັ້ນ, ຂ້ານ້ອຍກໍ່ໄດ້ຍິນວ່າມີຫົວໜ້າທີມຜູ້ໜຶ່ງທີ່ມີຄວາມສາມາດທີ່ດີທີ່ມີຄວາມເຂົ້າໃຈອັນບໍລິສຸດຂອງຄວາມຈິງ, ຜູ້ທີ່ສາມາດແກ້ໄຂບັນຫາຕົວຈິງບາງຢ່າງໂດຍຜ່ານການສົນທະນາກ່ຽວກັບຄວາມຈິງ, ແຕ່ມີຄວາມອ່ອນແອໜ້ອຍໜຶ່ງ, ຖອຍຫຼັງຕໍ່ໜ້າບັນຫາ ແລະ ຄວາມຫຍຸ້ງຍາກຕ່າງໆ. ຂ້ານ້ອຍເກືອບສະແດງອອກອີກເທື່ອໜຶ່ງ ເມື່ອຂ້ານ້ອຍໄດ້ຍິນກ່ຽວກັບເລື່ອງນີ້, ຄິດວ່ານາງບໍ່ໄດ້ປະຕິບັດໜ້າທີ່ຂອງນາງຢ່າງຈິງຈັງ ແລະ ຂ້ານ້ອຍຕ້ອງຈັດການກັບນາງຢ່າງຮຸນແຮງ. ຂ້ານ້ອຍຮູ້ທັນທີວ່າຂ້ານ້ອຍປະພຶດແບບຕາບອດອີກຄັ້ງກ່ຽວກັບອຸປະນິໄສທີ່ໂອ້ອວດຂອງຂ້ານ້ອຍ. ຂ້ານ້ອຍໄດ້ອະທິຖານຫາພຣະເຈົ້າຢ່າງໄວວາ ແລະ ຕັ້ງໃຈຈະປະຕິບັດຕາມພຣະທໍາຂອງພຣະອົງໃນຄັ້ງນີ້. ຫຼັງຈາກນັ້ນ ຂ້ານ້ອຍກໍ່ໄດ້ຊອກຫາຫົວໜ້າທີມຄົນນັ້ນ ແລະ ໄດ້ລົມກັບນາງຢ່າງເປີດໃຈ ເພື່ອວ່າຂ້ານ້ອຍຈະສາມາດເຂົ້າໃຈສະພາວະ ແລະ ຄວາມຫຍຸ້ງຍາກຂອງນາງ. ຂ້ານ້ອຍໄດ້ພົບພຣະທໍາທີ່ກ່ຽວຂ້ອງຈາກພຣະເຈົ້າ ແລະ ໃຊ້ປະສົບການສ່ວນຕົວຂອງຂ້ານ້ອຍໃນການສົົນທະນາ. ນາງເຂົ້າໃຈວ່ານາງບໍ່ໄດ້ອຸທິດຕົນໃຫ້ແກ່ການຝາກຝັງຂອງພຣະເຈົ້າ ແລະ ນາງຕ້ອງການທີ່ຈະປ່ຽນແປງ. ມັນເປັນການດົນບັນດານສໍາລັບຂ້ານ້ອຍແທ້ໆທີ່ໄດ້ເຫັນເອື້ອຍຂອງຂ້ານ້ອຍສາມາດທົບທວນກ່ຽວກັບຕົນເອງ ແລະ ເຕັມໃຈທີ່ຈະປ່ຽນແປງ. ຂ້ານ້ອຍເຂົ້າໃຈແທ້ໆວ່າຜູ້ນຳຄຣິດຕະຈັກຕ້ອງໄດ້ສຸມໃສ່ການສົນທະນາກ່ຽວກັບຄວາມຈິງເພື່ອເສີມສ້າງຄົນອື່ນຢ່າງແທ້ຈິງ. ມັນເປັນວິທີທາງດຽວທີ່ຈະເປັນຜົນປະໂຫຍດຕໍ່ຊີວິດຂອງຜູ້ຄົນ.

ກ່ອນນີ້: 60. ພຣະເຈົ້າຊອບທໍາຫຼາຍ

ຕໍ່ໄປ: 62. ການລຸກຂຶ້ນໃນຊ່ວງຂອງຄວາມລົ້ມເຫຼວ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້