64. ຄວາມອວດດີໄປກ່ອນການລົ້ມສະຫຼາຍ

ໂດຍ ຊິນເຈຍ, ຈີນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຄວາມອວດດີເປັນສາເຫດຂອງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຍິ່ງຜູ້ຄົນອວດດີສໍ່າໃດ, ພວກເຂົາກໍຍິ່ງມີແນວໂນ້ມທີ່ຈະຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ບັນຫານີ້ຮ້າຍແຮງສໍ່າໃດ? ບໍ່ພຽງແຕ່ວ່າຜູ້ຄົນທີ່ມີອຸປະນິໄສທີ່ອວດດີຈະຄິດວ່າທຸກຄົນຢູ່ພາຍໃຕ້ພວກເຂົາ, ແຕ່ສິ່ງທີ່ໂຫດຮ້າຍທີ່ສຸດກໍຄື ພວກເຂົາເຖິງກັບໂອ້ອວດໃສ່ພຣະເຈົ້າ. ດ້ານພາຍນອກ ເຖິງແມ່ນບາງຄົນອາດປາກົດວ່າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະອົງ, ພວກເຂົາບໍ່ໄດ້ປະຕິບັດຕໍ່ພຣະອົງຄືກັບພຣະເຈົ້າເລີຍ. ພວກເຂົາຮູ້ສຶກຢູ່ສະເໝີວ່າພວກເຂົາມີຄວາມຈິງ ແລະ ຄິດວ່າໂລກເປັນຂອງພວກເຂົາເອງ. ນີ້ແມ່ນແກ່ນແທ້ ແລະ ສາເຫດຂອງອຸປະນິໄສທີ່ອວດດີ ແລະ ມັນມາຈາກຊາຕານ. ສະນັ້ນ, ບັນຫາຂອງຄວາມອວດດີຕ້ອງຖືກແກ້ໄຂ. ການຮູ້ສຶກວ່າຄົນໜຶ່ງດີກວ່າຄົນອື່ນ, ນັ້ນເປັນສິ່ງທີ່ບໍ່ສຳຄັນ. ບັນຫາທີ່ຮ້າຍແຮງກໍຄືອຸປະນິໄສທີ່ອວດດີຂອງຄົນໆໜຶ່ງໄດ້ຫ້າມບໍ່ໃຫ້ເຂົາຍອມຕໍ່ພຣະເຈົ້າ, ຍອມຕໍ່ການປົກຄອງຂອງພຣະອົງ ແລະ ການຈັດແຈງຂອງພຣະອົງ; ບຸກຄົນດັ່ງກ່າວຮູ້ສຶກຢູ່ສະເໝີວ່າມັກຈະແຂ່ງຂັນກັບພຣະເຈົ້າເພື່ອເອົາອຳນາດເໜືອຄົນອື່ນ. ບຸກຄົນປະເພດນີ້ບໍ່ເຄົາລົບພຣະເຈົ້າແມ່ນແຕ່ໜ້ອຍດຽວ, ບໍ່ຕ້ອງເວົ້າເຖິງເລື່ອງການຮັກພຣະເຈົ້າ ຫຼື ການຍອມຕໍ່ພຣະອົງເລີຍ” (ຄັດຈາກການສົນທະນາຂອງພຣະເຈົ້າ). ການອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າເຕືອນຂ້ອຍກ່ຽວກັບບາງສິ່ງບາງຢ່າງທີ່ຂ້ອຍໄດ້ປະສົບມາກ່ອນໜ້ານີ້. ໃນຄາວນັ້ນ, ຂ້ອຍອວດດີ ແລະ ຖືວ່າຕົວເອງຊອບທຳແທ້ໆ. ຂ້ອຍເປັນຜູ້ນຳຄຣິດຕະຈັກມາຫຼາຍປີ, ຂ້ອຍໄດ້ເຮັດວຽກບາງອັນ ແລະ ໄດ້ທົນທຸກເລັກນ້ອຍ ແລະ ສາມາດແກ້ໄຂບັນຫາຕົວຈິງບາງອັນໃນໜ້າທີ່ຂອງຂ້ອຍ. ດັ່ງນັ້ນ ຂ້ອຍໃຊ້ສິ່ງທັງໝົດນີ້ເພື່ອຄວາມໄດ້ປຽບຂອງຂ້ອຍ ແລະ ບໍ່ສົນໃຈໃຜເລີຍ. ແລ້ວຂ້ອຍກໍ່ຖືກຈັດການ ແລະ ຖືກລົງວິໄນ, ຜ່ານການພິພາກສາ ແລະ ການເປີດເຜີຍແຫ່ງພຣະທຳຂອງພຣະເຈົ້າ, ໃນທີ່ສຸດ ຂ້ອຍກໍ່ໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບທຳມະຊາດທີ່ອວດດີຂອງຕົວເອງ. ຂ້ອຍຮູ້ສຶກສຳນຶກຜິດ ແລະ ກຽດຊັງຕົວເອງ. ຂ້ອຍເລີ່ມສຸມໃສ່ການປະຕິບັດຄວາມຈິງ ແລະ ຂ້ອຍໄດ້ມີການປ່ຽນແປງບາງຢ່າງ.

ຂ້ອຍເຂົ້າຮັບຕຳແໜ່ງຜູ້ນຳໃນຄຣິດຕະຈັກໃນປີ 2015. ເອື້ອຍລີເຮັດວຽກຮ່ວມກັບຂ້ອຍ ແລະ ລາວຫາກໍ່ເລີ່ມຮັບໃຊ້ເປັນຜູ້ນຳ. ຜູ້ຊ່ວຍສິດຍະພິບານຄຣິດຕະຈັກ ແລະ ຜູ້ນຳກຸ່ມຂ້ອນຂ້າງໃໝ່ກັບຄວາມເຊື່ອ, ດັ່ງນັ້ນ ການສົນທະນາເຖິງຄວາມຈິງຂອງພວກເຂົາຈິ່ງຕື້ນເລັກນ້ອຍ. ຂ້ອຍຄິດວ່າ “ຂ້ອຍເປັນຜູ້ທີ່ເຊື່ອມາດົນກວ່າພວກເຈົ້າທຸກຄົນ ແລະ ຂ້ອຍໄດ້ເປັນຜູ້ນຳມາໄລຍະໜຶ່ງແລ້ວ. ຂ້ອຍກຳລັງຈະມີບົດບາດສຳຄັນຢູ່ທີ່ນີ້ ແລະ ເຮັດໃຫ້ທຸກຄົນເຫັນຄວາມແຕກຕ່າງທີ່ເກີດຂຶ້ນຈາກປະສົບການ”. ດັ່ງນັ້ນ, ຂ້ອຍຈະຮັບຜິດຊອບຕໍ່ໜ້າຕໍ່ກັບບັນຫາໃດໜຶ່ງ ແລະ ທຸກຄັ້ງທີ່ອ້າຍ ຫຼື ເອື້ອຍນ້ອງຄົນໃດໜຶ່ງອ່ອນແອ ຫຼື ມີຄວາມຫຍຸ້ງຍາກໃນໜ້າທີ່ຂອງພວກເຂົາ, ເມື່ອໃດກໍ່ຕາມທີ່ມີການຢຸດຊະງັກໃນວຽກຂອງຄຣິດຕະຈັກ, ໃນບັນຫາໃດທີ່ຍຸ້ງຍາກທີ່ສຸດ ຫຼື ສິ່ງຕ່າງໆທີ່ຄູ່ຮ່ວມງານ ຫຼື ເພື່ອນຮ່ວມງານຂອງຂ້ອຍບໍ່ສາດແກ້ໄຂໄດ້, ຂ້ອຍກໍ່ກ້າວອອກມາຂ້າງໜ້າເພື່ອຈັດການກັບມັນທັງໝົດ. ຫຼັງຈາກນັ້ນບໍ່ດົນ ວຽກງານຂອງຄຣິດຕະຈັກກໍ່ເລີ່ມດີຂຶ້ນ ແລະ ສະພາວະຂອງອ້າຍເອື້ອຍນ້ອງກໍ່ປ່ຽນໄປ. ພວກເຂົາທຸກຄົນສາມາດເຮັດໜ້າທີ່ຂອງຕົນໄດ້ຢ່າງເໝາະສົມ. ພວກເຂົາຍັງມັກມາຫາຂ້ອຍເພື່ອສົນທະນາກ່ຽວກັບບັນຫາຂອງພວກເຂົາ ແລະ ຂໍຄຳຄິດເຫັນຈາກຂ້ອຍ. ຂ້ອຍພໍໃຈກັບຕົວເອງຫຼາຍ ແລະ ອົດບໍ່ໄດ້ທີ່ຈະຮວບຮວມວຽກທັງໝົດທີ່ຂ້ອຍໄດ້ເຮັດ, ຄິດວ່າ: “ຖ້າບໍ່ມີຂ້ອຍເປັນຫົວໜ້າສາຍງານ, ບໍ່ມີທາງທີ່ວຽກງານຂອງຄຣິດຕະຈັກຈະມີຄວາມຄືບໜ້າໄດ້ດີຂະໜາດນີ້. ຖ້າບໍ່ແມ່ນຍ້ອນການສົນທະນາຂອງຂ້ອຍ, ສະພາວະຂອງຄົນອື່ນຄົງຈະບໍ່ມີການປັບປຸງຫຼາຍປານໃດ. ເບິ່ງຄືວ່າຂ້ອຍມີຄວາມເປັນຈິງແຫ່ງຄວາມຈິງແທ້ໆ ແລະ ຂ້ອຍສາມາດເຮັດວຽກຕົວຈິງໄດ້”. ຕໍ່ມາ ເອື້ອຍລີຈຳເປັນຕ້ອງກັບບ້ານເພື່ອຈັກການບາງຢ່າງ, ດັ່ງນັ້ນ ຂ້ອຍຕ້ອງຮັບຜິດຊອບວຽກຂອງຄຣິດຕະຈັກດ້ວຍຕົວເອງ. ທຳອິດ, ຂ້ອຍຮູ້ສຶກກົດດັນເລັກນ້ອຍ ແລະ ເກັບຮັກສາພຣະເຈົ້າໄວ້ໃນໃຈຕະຫຼອດເວລາ. ຫຼັງຈາກການຊຸມນຸມທຸກຄັ້ງ, ຂ້ອຍເບິ່ງວ່າມັນດຳເນີນໄປແນວໃດ ແລະ ຂ້ອຍກໍ່ຟ້າວສະເໜີການຊ່ວຍເຫຼືອແກ່ຜູ້ທີ່ຮູ້ສຶກອ່ອນແອ ຫຼື ຄິດລົບ. ຜ່ານໄປໄລຍະໜຶ່ງ, ຂ້ອຍເຫັນວ່າທຸກຄົນກຳລັງຮວບຮວມ ແລະ ເຮັດໜ້າທີ່ຂອງຕົນຕາມທີ່ພວກເຂົາຄວນເຮັດ ແລະ ວຽກງານທັງໝົດຂອງຄຣິດຕະຈັກກໍ່ດຳເນີນໄປຢ່າງລາບລື້ນ. ຂ້ອຍຖອນຫາຍໃຈດ້ວຍຄວາມໂລ່ງໃຈ ແລະ ອົດບໍ່ໄດ້ທີ່ຈະຮູ້ສຶກພໍໃຈຫຼາຍກັບຕົວເອງ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍໄດ້ພິສູດຕົວເອງຕະຫຼອດຫຼາຍປີຂອງການເຮັດໜ້າທີ່ເປັນຜູ້ນຳ. ຂ້ອຍໄດ້ເຫັນ ແລະ ຈັດການກັບຫຼາຍໆບັນຫາ; ຂ້ອຍມີປະສົບການເຮັດວຽກທີ່ຫຼາກຫຼາຍ ແລະ ສາມາດດູແລສິ່ງຕ່າງໆດ້ວຍຕົວຂ້ອຍເອງ. ຂ້ອຍຄິດວ່າຂ້ອຍເປັນເສົາຫຼັກຂອງຄຣິດຕະຈັກແທ້ໆ. ໂດຍສະເພາະໃນໄລຍະນັ້ນ, ເມື່ອຂ້ອຍຕື່ນແຕ່ເຊົ້າ ແລະ ເຮັດວຽກຈົນເດິກໂດຍບໍ່ໄດ້ຈົ່ມວ່າກ່ຽວກັບຄວາມອິດເມື່ອຍ ຫຼື ຄວາມຫຍຸ້ງຍາກ, ຂ້ອຍຮູ້ສຶກວ່າຂ້ອຍສົມຄວນໄດ້ຮັບຄວາມດີຄວາມຊອບບາງຢ່າງ. ກ່ອນທີ່ຂ້ອຍຮູ້ມັນ, ຂ້ອຍດຳລົງຊີວິດໃນສະພາວະທີ່ພໍໃຈໃນຕົວເອງຫຼາຍ ແລະ ເມື່ອໃດກໍ່ຕາມທີ່ຂ້ອຍອ່ານພຣະທຳຂອງພຣະເຈົ້າທີ່ພິພາກສາ ແລະ ເປີດໂປງມະນຸດຊາດ, ຂ້ອຍບໍ່ໄດ້ໃຊ້ພຣະທຳເຫຼົ່ານັ້ນກັບຕົວເອງ. ເມື່ອອ້າຍເອື້ອຍນ້ອງຢູ່ໃນສະພາວະທີ່ບໍ່ດີ, ຂ້ອຍບໍ່ໄດ້ສົນທະນາເຖິງຄວາມຈິງກັບພວກເຂົາ, ແຕ່ກັບປະຕິເສດພວກເຂົາ ແລະ ມັກຈະປ້ອຍດ່າພວກເຂົາ, ເວົ້າວ່າ “ເຈົ້າເປັນຜູ້ເຊື່ອມາດົນແລ້ວ, ແຕ່ເຈົ້າຍັງບໍ່ສະແຫວງຫາຄວາມຈິງ. ເຈົ້າຈະບໍ່ປ່ຽນແປງຈັກນ້ອຍໄດ້ແນວໃດ?” ບາງຄັ້ງ ຫຼັງຈາກທີ່ສົນທະນາກ່ຽວກັບບາງສິ່ງ, ອ້າຍເອື້ອຍນ້ອງເວົ້າວ່າພວກເຂົາຍັງບໍ່ຮູ້ວ່າຕ້ອງເຮັດຫຍັງ. ໂດຍບໍ່ໄດ້ຖາມຫາເຫດຜົນວ່າເປັນຫຍັງ, ຂ້ອຍກໍ່ມີແຕ່ຕຳນິພວກເຂົາ, ເວົ້າວ່າ “ບໍ່ແມ່ນວ່າພວກເຈົ້າບໍ່ຮູ້, ແຕ່ແມ່ນພວກເຈົ້າບໍ່ຢາກເອົາໄປປະຕິບັດຕາມ!” ພວກເຂົາທຸກຄົນຮູ້ສຶກວ່າຖືກຂ້ອຍບັງຄັບ ແລະ ບໍ່ກ້າໂອ້ລົມບັນຫາຂອງພວກເຂົາກັບຂ້ອຍອີກຕໍ່ໄປ.

ຕໍ່ມາເອື້ອຍຫຼິວໄດ້ຖືກເລືອກເປັນຜູ້ນຳເພື່ອເຮັດວຽກຄຽງຄູ່ກັບຂ້ອຍ. ຂ້ອຍຄິດວ່າລາວບໍ່ໄດ້ຢູ່ໃນຄວາມເຊື່ອດົນປານໃດ ແລະ ລາວອາດຈະບໍ່ເຂົ້າໃຈບາງສິ່ງບາງຢ່າງແມ້ແຕ່ຫຼັງຈາກທີ່ສົນທະນາກັນ, ສະນັ້ນຂ້ອຍຕ້ອງເປັນຜູ້ຕັດສິນເລື່ອງສ່ວນໃຫຍ່ໃນຄຣິດຕະຈັກ, ທັງເລື່ອງໃຫຍ່ ແລະ ເລື່ອງນ້ອຍ. ບາງຄັ້ງ ຂ້ອຍຈະຕັດສິນໃຈ ແລ້ວສົ່ງເອື້ອຍຫຼິວອອກໄປດຳເນີນການ. ຄັ້ງໜຶ່ງ ພວກເຮົາໄດ້ຮັບຈົດໝາຍຈາກຜູ້ນຳຂອງພວກເຮົາ ຂໍໃຫ້ພວກເຂົາແນະນຳຄົນໃດໜຶ່ງສຳລັບໜ້າທີ່ໃດໜຶ່ງ. ຂ້ອຍຮູ້ວ່າເລື່ອງນີ້ກ່ຽວຂ້ອງກັບວຽກງານຂອງເຮືອນຂອງພຣະເຈົ້າ, ສະນັ້ນ ມັນຮຽກຮ້ອງໃຫ້ມີການສົນທະນາກັບຄູ່ຮ່ວມງານ ແລະ ເພື່ອນຮ່ວມງານຂອງຂ້ອຍ, ແຕ່ຕໍ່ມາຂ້ອຍຄິດວ່າ “ຂ້ອຍໄດ້ເຮັດໜ້າທີ່ຂອງຕົນໃນຄຣິດຕະຈັກມາດົນແລ້ວ. ຂ້ອຍຮູ້ທັງໝົດກ່ຽວກັບອ້າຍເອື້ອຍນ້ອງ, ສະນັ້ນມັນຄວນຈະບໍ່ເປັນຫຍັງຖ້າຂ້ອຍຈະໂທໄປ”. ດັ່ງນັ້ນ, ຂ້ອຍຈິ່ງຕັດສິນໃຈໂດຍບໍ່ໄດ້ປຶກສາກັບເອື້ອຍຫຼິວ ແລະ ໃຫ້ລາວໄປຈັດການສິ່ງຕ່າງໆ. ເຖິງແມ່ນວ່າພວກເຮົາເຮັດໜ້າທີ່ເປັນຜູ້ນຳຮ່ວມກັນ, ຂ້ອຍປະຕິບັດຕໍ່ລາວຄືກັບລູກນ້ອງ. ບາງຄັ້ງ ເມື່ອລາຍບໍ່ໄດ້ເບິ່ງແຍງບາງສິ່ງໃຫ້ດີ, ຂ້ອຍກໍ່ຈະໃຈຮ້າຍໃຫ້ລາວ. ລາວໄດ້ດໍາລົງຊີວິດຢູ່ໃນຄວາມຄິດລົບ ແລະ ຮູ້ສຶກຄືກັບວ່າລາວບໍ່ສາມາດເຂົ້າໃຈສິ່ງໃດໄດ້ ຫຼື ເຮັດໜ້າທີ່ຂອງລາວໄດ້ດີ. ລາວມາຮອດຈຸດນີ້ເນື່ອງຈາກຂ້ອຍໄດ້ກັກຂັງລາວໄວ້, ແຕ່ຂ້ອຍຍັງບໍ່ໄດ້ທົບທວນຕົວເອງ. ກົງກັນຂ້າມ, ຂ້ອຍຍິ່ງຮູ້ສຶກວ່າຂ້ອຍມີຄວາມເປັນຈິງແຫ່ງຄວາມຈິງ ແລະ ຂ້ອຍມີຄວາມສາມາດໃນວຽກຂອງຕົນ, ດັ່ງນັ້ນ ຂ້ອຍຕ້ອງຄຸ້ມຄອງວຽກງານຂອງຄຣິດຕະຈັກ. ຂ້ອຍຍິ່ງທະນົງຕົວ ແລະ ອວດດີຂຶ້ນໄປອີກ. ເພື່ອເພື່ອນຮ່ວມງານສະເໜີຄຳແນະນຳຕ່າງໆໃນລະຫວ່າງການສົນທະນາເລື່ອງວຽກ, ມີຫຼາຍຄັ້ງທີ່ຂ້ອຍບໍ່ໄດ້ສະແຫວງຫາເລີຍ, ແຕ່ພຽງແຕ່ປະຕິເສດຢ່າງສຸດຂີດ. ຂ້ອຍຄິດວ່າ “ແລ້ວເຈົ້າຮູ້ຫຍັງແດ່? ບໍ່ແມ່ນຂ້ອຍຮູ້ດີກວ່າຫຼັງຈາກຫຼາຍປີທີ່ເປັນຜູ້ນຳບໍ?” ຂ້ອຍລົງເອີຍດ້ວຍການເປັນຜູ້ຕັດສິນໃຈໃນທຸກສິ່ງໃນວຽກງານຂອງຄຣິດຕະຈັກ. ຕໍ່ມາພຣະເຈົ້າອະນຸຍາດໃຫ້ບາງສະຖານະການເກີດຂຶ້ນເພື່ອຈັດການກັບຂ້ອຍ. ຂ້ອຍມາຮອດທາງຕັນໃນໜ້າທີ່ຂອງຂ້ອຍ: ຂ້ອຍພາດການນັດໝາຍກັບຜູ້ຄົນ ແລະ ແຕ່ງຕັ້ງຄົນທີ່ບໍ່ສອດຄ່ອງກັບຫຼັກການ. ທ່ານຜູ້ນຳຊີ້ໃຫ້ຂ້ອຍເຫັນຂໍ້ຜິດພາດໃນວຽກຂອງຂ້ອຍ ແລະ ໄດ້ຈັດການ ແລະ ລິຮານຂ້ອຍ. ເຖິງແມ່ນວ່າຈະປະເຊີນໜ້າກັບສິ່ງນີ້, ຂ້ອຍກໍ່ຍັງບໍ່ໄດ້ທົບທວນຕົວເອງ. ຂ້ອຍຄິດວ່າຂ້ອຍກໍ່ພຽງຕ້ອງໃສ່ໃຈຫຼາຍຂຶ້ນເທົ່ານັ້ນ. ເພື່ອນຮ່ວມງານຄົນໜຶ່ງເຕືອນຂ້ອຍວ່າ “ເຈົ້າບໍ່ຄວນທົບທວນໂຕເອງບໍວ່າເປັນຫຍັງບັນຫາເຫຼົ່ານີ້ຈິ່ງເກີດຂຶ້ນ?” ຂ້ອຍເວົ້າຢ່າງຢຽດຫຍາມວ່າ “ບໍ່ມີໃຜສົມບູນແບບ ແລະ ທຸກຄົນຜິດພາດກັນໄດ້. ບໍ່ຈຳເປັນຕ້ອງທົບທວນທຸກສິ່ງ”. ອ້າຍເອື້ອຍນ້ອງບາງຄົນຖາມຂ້ອຍວ່າຂ້ອຍສະບາຍດີບໍ ແລະ ຂ້ອຍເວົ້າວ່າຂ້ອຍສະບາຍດີ, ແຕ່ຂ້າງໃນຂ້ອຍກຳລັງຄິດວ່າ “ເປັນຫຍັງບາງສິ່ງຈິ່ງຜິດພາດ? ເຖິງແມ່ນວ່າຂ້ອຍຢູ່ໃນສະພາວະທີ່ບໍ່ດີ, ຂ້ອຍກໍ່ສາມາດຈັດການມັນໄດ້ດ້ວຍຕົວເອງ. ເຈົ້າບໍ່ຕ້ອງເປັນຫ່ວງ. ຂ້ອຍໄດ້ເປັນຜູ້ນຳມາດົນປານນີ້, ສະນັ້ນ ຂ້ອຍບໍ່ເຂົ້າໃຈຄວາມຈິງດີກວ່າເຈົ້າບໍ?” ບໍ່ວ່າພວກເຂົາເຕືອນຂ້ອຍແນວໃດ, ຂ້ອຍກໍ່ຈະບໍ່ຟັງ. ຂ້ອຍກຳລັງດຳລົງຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມຂອງຂ້ອຍຢ່າງສິ້ນເຊີງ ແລະ ວິນຍານຂອງຂ້ອຍກໍ່ກຳລັງມືດມົນລົງ. ຂ້ອຍເລີ່ມງຶກຫົວເມື່ອຂ້ອຍອ່ານພຣະທຳຂອງພຣະເຈົ້າ ແລະ ບໍ່ມີຫຍັງເວົ້າໃນຄຳອະທິຖານ. ບັນຫາເລີ່ມເກີດຂຶ້ນໃນຄຣິດຕະຈັກຫຼາຍຂຶ້ນເລື້ອຍໆ. ຂ້ອຍຕາບອດຢ່າງສິ້ນເຊີງ. ຂ້ອຍຂາດການຢັ່ງຮູ້ໃນຫຼາຍບັນຫາ ແລະ ບໍ່ຮູ້ວິທີຈັດການກັບບັນຫາເຫຼົ່ານັ້ນ. ກ່ອນໜ້ານີ້ບໍ່ດົນ, ການສໍາຫຼວດຄວາມຄິດເຫັນທົ່ວໄປໄດ້ດໍາເນີນຢູ່ໃນຄຣິດຕະຈັກ ແລະ ອ້າຍເອື້ອຍນ້ອງທຸກຄົນເວົ້າວ່າຂ້ອຍອວດດີຫຼາຍ ແລະ ບໍ່ຍອມຮັບຄວາມຈິງ. ພວກເຂົາເວົ້າວ່າຂ້ອຍຜະເດັດການ, ວ່າຂ້ອຍປ້ອຍດ່າຜູ້ຄົນ ແລະ ບັງຄັບພວກເຂົາ. ຂ້ອຍຈົບລົງດ້ວຍການຖືກປົດຈາກຕຳແໜ່ງຂອງຕົນ. ໃນມື້ນັ້ນ, ຜູ້ນຳແບ່ງປັນການປະເມີນຜົນຂອງທຸກຄົນກັບຂ້ອຍ. ຂ້ອຍສາມາດຮູ້ສຶກໄດ້ວ່າພຣະເຈົ້າກຳລັງລະບາຍຄວາມໂກດຮ້າຍໃສ່ຂ້ອຍຜ່ານການທີ່ອ້າຍເອື້ອຍນ້ອງເປີດໂປງ ແລະ ຈັດການກັບຂ້ອຍ. ຂ້ອຍຮູ້ສຶກຄືກັບໜູຕາມຖະໜົນທີ່ເຮັດໃຫ້ທຸກຄົນລັງກຽດ ແລະ ແມ່ນແຕ່ຖືກພຣະເຈົ້າປະຕິເສດ. ຂ້ອຍບໍ່ເຂົ້າໃຈວ່າຕົວເອງຈົມລົງໄປໄດ້ແນວໃດ. ໃນຄວາມເຈັບປວດຂອງຂ້ອຍ, ຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າ ໂດຍສະແຫວງຫາວ່າ: “ໂອ ພຣະເຈົ້າ, ຂ້ານ້ອຍຄິດຢູ່ສະເໝີວ່າຕົວເອງເປັນຄົນມີຄວາມຮັບຜິດຊອບໃນວຽກງານຂອງຕົນໃນຄຣິດຕະຈັກ ຄືກັບວ່າມີຄວາມເປັນຈິງຂອງຄວາມຈິງບາງຢ່າງ. ຂ້ານ້ອຍບໍ່ເຄີຍຄິດວ່າຂ້ານ້ອຍຈະມີບັນຫາຫຼາຍຄືກັບທີ່ຂ້ານ້ອຍມີໃນປັດຈຸບັນນີ້. ໃນສາຍຕາຄົນອື່ນ, ຂ້ານ້ອຍເປັນຄົນອວດດີທີ່ບໍ່ຍອມຮັບຄວາມຈິງ. ພຣະເຈົ້າ, ຂ້ານ້ອຍບໍ່ຮູ້ວ່າຂ້ານ້ອຍເປັນແບບນີ້ໄດ້ແນວໃດ. ກາລຸນາສ່ອງສະຫວ່າງ ແລະ ຊີ້ນຳຂ້ານ້ອຍໃຫ້ຮູ້ຈັກຕົວເອງ ແລະ ເຂົ້າໃຈຄວາມປະສົງຂອງພຣະອົງດ້ວຍເທີ້ນ”.

ແລ້ວຂ້ອຍກໍ່ອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ມັນຈະເປັນການດີທີ່ສຸດສຳລັບພວກເຈົ້າໃນການອຸທິດຄວາມພະຍາຍາມຫຼາຍກວ່ານີ້ຕໍ່ກັບຄວາມຈິງໃນການຮູ້ຈັກຕົນເອງ. ເປັນຫຍັງພວກເຈົ້າຈິ່ງບໍ່ໄດ້ຮັບຄວາມກະລຸນາຈາກພຣະເຈົ້າ? ເປັນຫຍັງນິໄສຂອງພວກເຈົ້າຈິ່ງເປັນໜ້າລັງກຽດຕໍ່ພຣະອົງ? ເປັນຫຍັງຄຳເວົ້າຂອງພວກເຈົ້າຈິ່ງເຮັດໃຫ້ພຣະອົງກຽດຊັງ? ທັນທີທີ່ພວກເຈົ້າໄດ້ສະແດງຄວາມຈົງຮັກພັກດີພຽງເລັກນ້ອຍ, ພວກເຈົ້າກໍຮ້ອງເພງສັນລະເສີນຕົນເອງ ແລະ ພວກເຈົ້າຮຽກຮ້ອງຂໍລາງວັນຈາກການປະກອບສ່ວນພຽງເລັກນ້ອຍ; ພວກເຈົ້າດູຖູກຄົນອື່ນໃນເວລາທີ່ພວກເຈົ້າສະແດງຄວາມເຊື່ອພຽງເລັກນ້ອຍ ແລະ ກາຍເປັນການດູໝິ່ນພຣະເຈົ້າຫຼັງຈາກໄດ້ສໍາເລັດໜ້າທີ່ພຽງເລັກນ້ອຍ... ຜູ້ທີ່ເຮັດໜ້າທີ່ຂອງພວກເຂົາ ແລະ ຜູ້ທີ່ບໍ່ເຮັດ; ຜູ້ທີ່ນຳພາ ແລະ ຜູ້ທີ່ປະຕິບັດຕາມ; ຜູ້ທີ່ຮັບເອົາພຣະເຈົ້າ ແລະ ຜູ້ທີ່ບໍ່ຍອມຮັບ; ຜູ້ທີ່ບໍລິຈາກ ແລະ ຜູ້ທີ່ບໍ່ເຮັດ; ຜູ້ທີ່ສອນພຣະທໍາ ແລະ ຜູ້ທີ່ຮັບເອົາພຣະທໍາ ແລະ ອື່ນໆ: ທັງໝົດນີ້ແມ່ນມະນຸດສັນລະເສີນຕົນເອງ. ພວກເຈົ້າບໍ່ເຫັນສິ່ງທັງໝົດນີ້ເປັນຕາຢາກຫົວບໍ? ຮູ້ດີຢູ່ແລ້ວວ່າເຈົ້າເຊື່ອໃນພຣະເຈົ້າ ແຕ່ເຈົ້າບໍ່ສາມາດເຂົ້າກັບພຣະເຈົ້າໄດ້. ຮູ້ດີຢູ່ແລ້ວວ່າ ພວກເຈົ້າແມ່ນບໍ່ມີກຸສົນຫຍັງທັງສິ້ນ ແຕ່ເຈົ້າກໍຍັງຢາກໂອ້ອວດ. ພວກເຈົ້າບໍ່ຮູ້ສຶກເລີຍບໍວ່າ ຄວາມສໍານຶກຂອງພວກເຈົ້ານັ້ນເສື່ອມໂຊມເຖິງຈຸດທີ່ເຈົ້າບໍ່ສາມາດຄວບຄຸມຕົນເອງໄດ້ແລ້ວ?” (ຄັດຈາກບົດ “ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ຢ່າຄິດວ່າເຈົ້າເຂົ້າໃຈທຸກສິ່ງ. ເຮົາຂໍບອກເຈົ້າວ່າ ທັງໝົດທີ່ເຈົ້າໄດ້ເຫັນ ແລະ ຜະເຊີນ ແມ່ນບໍ່ພຽງພໍສໍາລັບເຈົ້າທີ່ຈະເຂົ້າໃຈແມ່ນແຕ່ໜຶ່ງສ່ວນພັນຂອງແຜນການຄຸ້ມຄອງຂອງເຮົາ. ສະນັ້ນ ເຫດໃດເຈົ້າຈຶ່ງປະພຶດຢ່າງທະນົງຕົວແບບນີ້? ພອນສະຫວັນອັນເລັກນ້ອຍ ແລະ ຄວາມຮູ້ອັນເລັກນ້ອຍຂອງເຈົ້າບໍ່ພຽງພໍສໍາລັບພຣະເຢຊູທີ່ຈະນໍາໃຊ້ເຂົ້າໃນພາລະກິດຂອງພຣະອົງແມ່ນແຕ່ວິນາທີດຽວ. ແທ້ຈິງແລ້ວ ເຈົ້າມີປະສົບການຫຼາຍປານໃດ? ສິ່ງທີ່ເຈົ້າເຫັນ ແລະ ສິ່ງທັງໝົດທີ່ເຈົ້າໄດ້ຍິນຕະຫຼອດຊີວິດຂອງເຈົ້າ ແລະ ສິ່ງທີ່ເຈົ້າໄດ້ຈິນຕະນາການໄວ້ ແມ່ນນ້ອຍກວ່າພາລະກິດທີ່ເຮົາເຮັດໃນຊ່ວງເວລາດຽວອີກ! ທາງທີ່ດີ ເຈົ້າບໍ່ຄວນຫາເລື່ອງ ແລະ ຈັບຜິດ. ເຈົ້າສາມາດອວດດີສໍ່າທີ່ເຈົ້າຕ້ອງການ, ແຕ່ເຈົ້າກໍເປັນພຽງສິ່ງທີ່ມີຊີວິດ ເຊິ່ງບໍ່ແມ່ນແຕ່ທຽບເທົ່າກັບໂຕມົດ! ທັງໝົດທີ່ເຈົ້າມີຢູ່ໃນທ້ອງຂອງເຈົ້າແມ່ນນ້ອຍກວ່າສິ່ງທີ່ໂຕມົດມີຢູ່ໃນຕົວມັນອີກ! ຢ່າຄິດວ່າ ຍ້ອນເຈົ້າໄດ້ຮັບປະສົບການບາງຢ່າງ ແລະ ໄດ້ເປັນຜູ້ອາວຸໂສ ສະນັ້ນເຈົ້າຈຶ່ງມີສິດຊີ້ຕີນຊີ້ມື ແລະ ເວົ້າໃຫຍ່ໄດ້ຢ່າງຕາມໃຈ. ປະສົບການຂອງເຈົ້າ ແລະ ຄວາມອາວຸໂສຂອງເຈົ້າບໍ່ແມ່ນຜົນຮັບມາຈາກພຣະທໍາທີ່ເຮົາກ່າວບໍ? ເຈົ້າເຊື່ອວ່າເຈົ້າຊື້ພຣະທໍາເຫຼົ່ານັ້ນດ້ວຍເຫື່ອແຮງ ແລະ ເລືອດເນື້ອຂອງເຈົ້າເອງບໍ?” (ຄັດຈາກບົດ “ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ສິ່ງທີ່ພຣະທຳຂອງພຣະເຈົ້າເປີດເຜີຍແມ່ນສະພາວະຂອງຂ້ອຍຢ່າງແນ່ນອນ. ຂ້ອຍເສຍໃຈ ແລະ ຈາກນັ້ນກໍ່ເລີ່ມທົບທວນຕົວເອງ. ຫຼັງຈາກທີ່ເຮັດໜ້າທີ່ເປັນຜູ້ນຳເປັນເວລາສອງສາມປີ, ຂ້ອຍຄິດວ່າ ເນື່ອງຈາກວ່າຂ້ອຍໄດ້ຢູ່ໃນຕຳແໜ່ງນັ້ນມາໄລຍະໜຶ່ງແລ້ວ, ຂ້ອຍເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ມີຄວາມສາມາດຫຼາຍກວ່າຄົນອື່ນ, ວ່າຂ້ອຍເປັນເສົາຄ້ຳຂອງຄຣິດຕະຈັກ ແລະ ຄຣິດຕະຈັກຂາດຂ້ອຍບໍ່ໄດ້. ເມື່ອຂ້ອຍບັນລຸໄດ້ເລັກນ້ອຍໃນໜ້າທີ່ຂອງຕົນ, ຂ້ອຍຄິດວ່າຂ້ອຍເຂົ້າໃຈທຸກສິ່ງ, ວ່າຂ້ອຍມີຄວາມເປັນຈິງແຫ່ງຄວາມຈິງ, ວ່າຂ້ອຍດີກວ່າທຸກຄົນ. ຂ້ອຍຄິດວ່າການມີຄວາມເຊື່ອມາໄລຍະໜຶ່ງແລ້ວ, ການມີປະສົບການບາງຢ່າງແມ່ນວິທີການບັນລຸການອວດດີ ແລະ ຄິດວ່າຂ້ອຍຢູ່ໃນລະດັບທີ່ສູງກວ່າຄົນອື່ນ. ຂ້ອຍບໍ່ໄດ້ໃສ່ໃຈຄຳແນະນຳຂອງອ້າຍເອື້ອຍນ້ອງເລີຍ, ແຮງໄກທີ່ຈະສະແຫວງຫາ ແລະ ຍອມຮັບຄຳແນະນຳເຫຼົ່ານັ້ນ. ແມ່ນແຕ່ເມື່ອພວກເຂົາເອົາໃຈໃສ່ຂ້ອຍ ແລະ ຖາມກ່ຽວກັບສະພາວະຂອງຂ້ອຍ, ຂ້ອຍຮູ້ສຶກວ່າຂ້ອຍມີວຸດທິພາວະຫຼາຍກວ່າພວກເຂົາ, ດັ່ງນັ້ນ ຂ້ອຍສາມາດເບິ່ງແຍງມັນໄດ້ ແລະ ບໍ່ຕ້ອງການຄວາມຊ່ວຍເຫຼືອຂອງພວກເຂົາ. ເມື່ອຂ້ອຍຄົ້ນພົບຄວາມຜິດ ແລະ ຄວາມຫຍຸ້ງຍາກຂອງພວກເຂົາ, ຂ້ອຍກໍ່ບໍ່ໄດ້ສົນທະນາເຖິງຄວາມຈິງເພື່ອຊ່ວຍພວກເຂົາ, ແຕ່ກັບດູໝິ່ນພວກເຂົາ. ພວກເຂົາກໍ່ພຽງບໍ່ສາມາດເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງຂ້ອຍ ແລະ ຂ້ອຍໄດ້ຂົ່ມຂູ່ພວກເຂົາຢ່າງໂຫດຮ້າຍ. ຜົນທີ່ໄດ້ຄື ອ້າຍເອື້ອຍນ້ອງຖືກຂ້ອຍບີບບັງຄັບ ແລະ ມີຊີວິດຢູ່ໃນຄວາມຄິດລົບ. ນັ້ນເປັນການເຮັດໜ້າທີ່ຂອງຂ້ອຍໄດ້ແນວໃດ? ຂ້ອຍກຳລັງເຮັດຄວາມຊົ່ວຢ່າງຊັດເຈນ. ຂ້ອຍບໍ່ໄດ້ເປີດເຜີຍຫຍັງ ນອກຈາກອຸປະນິໄສທີ່ອວດດີ, ຫຼອກລວງຂອງຊາຕານ. ເມື່ອພຣະເຈົ້າກາຍເປັນມະນຸດໃນຍຸກສຸດທ້າຍ, ສຳແດງຄວາມຈິງ ແລະ ປະຕິບັດພາລະກິດເພື່ອຊ່ວຍມະນຸດໃຫ້ລອດພົ້ນ, ພຣະອົງຊົງກະທຳພາລະກິດທີ່ຍິ່ງໃຫຍ່ເຊັ່ນນັ້ນ, ແຕ່ພຣະອົງບໍ່ເຄີຍອວດອ້າງ ແລະ ພຣະອົງບໍ່ໄດ້ສະເໜີພຣະອົງເອງວ່າເປັນພຣະເຈົ້າ. ກົງກັນຂ້າມ, ພຣະອົງຖ່ອມຕົນ ແລະ ເຊື່ອງຊ້ອນ, ປະຕິບັດວຽກງານແຫ່ງຄວາມລອດພົ້ນຢ່າງງຽບໆ. ຂ້ອຍເຫັນວ່າພຣະເຈົ້ານັ້ນຖ່ອມຕົວ ແລະ ໜ້າຮັກຫຼາຍ, ແຕ່ຂ້ອຍຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ ແລະ ເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມຂອງຊາຕານ, ຄິດເຖິງຕົວເອງ ແລະ ຄວາມສາມາດຂອງຂ້ອຍຫຼາຍ ພຽງເພາະວ່າຂ້ອຍມີຄວາມເຊື່ອມາໄລຍະໜຶ່ງ ແລະ ຂ້ອຍເຂົ້າໃຈຫຼັກຄໍາສອນຫຼາຍຂຶ້ນ ແລະ ມີປະສົບການເຮັດວຽກມາກ່ອນ. ຂ້ອຍໄດ້ຂຶ້ນເທິງແທ່ນຂອງຂ້ອຍ ແລະ ຈະບໍ່ລົງມາ. ຂ້ອຍຂາດຄວາມຮູ້ກ່ຽວກັບຕົວເອງຢ່າງສິ້້ນເຊີງ, ຂ້ອຍບໍ່ຮູ້ຫຍັງກ່ຽວກັບຕົວເອງເລີຍ ແລະ ຂ້ອຍອວດດີເກີນເຫດ. ຂ້ອຍໜ້າລັງກຽດ. ພາຍຫຼັງທີ່ຖືກພຣະເຈົ້າເປີດໂປງ, ໃນທີ່ສຸດຂ້ອຍກໍ່ເຫັນວຸທິພາວະທີ່ແທ້ຈິງຂອງຕົວເອງ. ຂ້ອຍສາມາດແກ້ໄຂບັນຫາບາງຢ່າງໃນໜ້າທີ່ຂອງຂ້ອຍກໍ່ຍ້ອນວຽກງານຂອງພຣະວິນຍານບໍລິສຸດເທົ່ານັ້ນ. ຖ້າບໍ່ມີວຽກງານ ແລະ ການຊີ້ນຳຂອງພຣະອົງ, ຂ້ອຍຄົງຈະຕາບອດຢ່າງສິ້ນເຊີງ ແລະ ບໍ່ເຂົ້າໃຈຫຍັງເລີຍ. ຂ້ອຍບໍ່ສາມາດເບິ່ງແຍງບັນຫາຂອງຕົວເອງໄດ້, ແຮງໄກທີ່ຈະສາມາດເບິ່ງແຍງບັນຫາຂອງຄົນອື່ນ. ເຖິງປານນັ້ນ, ຂ້ອຍກໍ່ເອົາແຕ່ຖືຕົວ. ຂ້ອຍອວດດີແທ້ໆ. ໃນຈຸດນັ້ນ ຂ້ອຍຮູ້ສຶກອັບອາຍກັບພຶດຕິກຳຂອງຕົວເອງ.

ແລ້ວຂ້ອຍກໍ່ອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ຖ້າເຈົ້າມີຄວາມຈິງຢູ່ໃນຕົວເຈົ້າຈິງແທ້, ເສັ້ນທາງທີ່ເຈົ້າຍ່າງກໍຈະເປັນເສັ້ນທາງທີ່ຖືກຕ້ອງໂດຍທໍາມະຊາດ. ປາດສະຈາກຄວາມຈິງແລ້ວ, ມັນງ່າຍທີ່ຈະເຮັດຊົ່ວ ແລະ ເຈົ້າກໍຈະເຮັດມັນ ເຖິງແມ່ນວ່າຈະເປັນຕົວເຈົ້າເອງ. ຕົວຢ່າງ: ຖ້າເຈົ້າມີຄວາມອວດດີ ແລະ ຄວາມທະນົງຕົວ, ເຈົ້າຈະເຫັນວ່າມັນເປັນໄປບໍ່ໄດ້ທີ່ຈະຫຼີກເວັ້ນການທ້າທາຍພຣະເຈົ້າ; ເຈົ້າຈະຮູ້ສຶກຖືກບີບບັງຄັບໃຫ້ທ້າທາຍພຣະອົງ. ເຈົ້າຈະບໍ່ເຮັດມັນຢ່າງຕັ້ງໃຈ; ແຕ່ເຈົ້າຈະເຮັດມັນພາຍໃຕ້ການຄອບງຳຂອງທຳມະຊາດທີ່ອວດດີ ແລະ ທະນົງຕົວຂອງເຈົ້າ. ຄວາມອວດດີ ແລະ ຄວາມທະນົງຕົວຂອງເຈົ້າຈະເຮັດໃຫ້ເຈົ້າໝິ່ນປະມາດພຣະເຈົ້າ ແລະ ເຫັນພຣະອົງເປັນພຽງສິ່ງມີຊີວິດທີ່ບໍ່ມີຄວາມໝາຍຫຍັງເລີຍ; ພວກມັນຈະເຮັດໃຫ້ເຈົ້າສັນລະເສີນຕົວເອງ, ເຮັດໃຫ້ເຈົ້າສະແດງຕົນຢູ່ສະເໝີ ແລະ ໃນທີ່ສຸດກໍນັ່ງຢູ່ບ່ອນຂອງພຣະເຈົ້າ ແລະ ເປັນປະຈັກພະຍານໃຫ້ຕົວເອງ. ເຈົ້າກໍຈະຫັນປ່ຽນແນວຄິດຂອງເຈົ້າເອງ, ຄວາມຄິດຂອງເຈົ້າເອງ ແລະ ແນວຄວາມຄິດຂອງເຈົ້າໃຫ້ເປັນຄວາມຈິງເພື່ອໃຫ້ໄດ້ຮັບການບູຊາ. ເຫັນບໍ່ວ່າ ພາຍໃຕ້ການຄອບງຳຂອງທຳມະຊາດອັນອວດດີ ແລະ ທະນົງຕົວຂອງພວກເຂົາ, ຜູ້ຄົນໄດ້ເຮັດຊົ່ວຫຼາຍປານໃດ! ເພື່ອແກ້ໄຂການກະທຳທີ່ຊົ່ວຮ້າຍຂອງຕົນ, ກ່ອນອື່ນ ພວກເຂົາຕ້ອງແກ່ໄຂບັນຫາກ່ຽວກັບທຳມະຊາດຂອງພວກເຂົາເສຍກ່ອນ. ໂດຍບໍ່ມີການປ່ຽນແປງໃນອຸປະນິໄສແລ້ວ, ມັນກໍຈະເປັນໄປບໍ່ໄດ້ທີ່ຈະນຳເອົາວິທີແກ້ໄຂບັນຫາເບື້ອງຕົ້ນມາແກ້ໄຂບັນຫານີ້ໄດ້” (ຄັດຈາກບົດ “ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຫຼັງຈາກອ່ານພຣະທຳຂອງພຣະເຈົ້າ ຂ້ອຍຮັບຮູ້ວ່າທຳມະຊາດທີ່ອວດດີຂອງຂ້ອຍແມ່ນຮາກເຫງົ້າຂອງການທີ່ຂ້ອຍເຮັດຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ. ຖືກຂັບເຄື່ອນໂດຍທຳມະຊາດທີ່ອວດດີຂອງຂ້ອຍ, ຂ້ອຍຍົກຄວາມດີຄວາມຊອບໃຫ້ຜົນການເຮັດວຽກຂອງພຣະວິນຍານບໍລິສຸດເມື່ອຂ້ອຍປະສົບຜົນສຳເລັດເລັກນ້ອຍໃນໜ້າທີ່ຂອງຂ້ອຍ, ຈັດຂະບວນຕົວເອງເປັນລູກທີ່ໂປດປານຂອງຄຣິດຕະຈັກ. ຂ້ອຍເຊື່ອຢ່າງໄຮ້ຢາງອາຍວ່າຕົວເອງເປັນຜູ້ທີ່ໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ, ແຕ່ຂ້ອຍບໍ່ມີຄວາມຮູ້ໃນຕົວເອງເລີຍ. ໃນໜ້າທີ່ຂອງຂ້ອຍ, ຂ້ອຍໄດ້ອວດອ້າງຄວາມອາວຸໂສຂອງຂ້ອຍຢູ່ຕະຫຼອດ, ຄິດວ່າຕົວເອງດີກວ່າ ແລະ ສູງສົ່ງກວ່າຄົນໃດອື່ນ, ປົກຄອງຄົນອື່ນສະເໝີ. ຂ້ອຍເຖິງກັບໃຊ້ພຣະທຳຂອງພຣະເຈົ້າເພື່ອຕັກເຕືອນອ້າຍເອື້ອຍນ້ອງ ແລະ ເມື່ອຈັດແຈງວຽກ ຂ້ອຍບໍ່ໄດ້ລົມເລື່ອງຕ່າງໆກັບເອື້ອຍທີ່ເຮັດວຽກກັບຂ້ອຍ. ກົງກັນຂ້າມ, ຂ້ອຍປະຕິບັດຢ່າງຜະເດັດການ ແລະ ມີຄຳເວົ້າສຸດທ້າຍ. ຂ້ອຍໄດ້ຕັດສິນໃຈແຕ່ຝ່າຍດຽວໃນເລື່ອງທີ່ສໍາຄັນສໍາລັບວຽກງານຂອງເຮືອນຂອງພຣະເຈົ້າ. ຂ້ອຍເຮັດໃຫ້ເອື້ອຍນ້ອງຄົນນັ້ນບໍ່ມີຫຍັງເລີຍນອກຈາກເປັນຫຸ່ນເຊີດ ແລະ ສ້າງອານາຈັກຂອງຕົວເອງໃນຄຣິດຕະຈັກ. ຍ້ອນທຳມະຊາດທີ່ອວດດີຂອງຂ້ອຍ, ຂ້ອຍບໍ່ໃສ່ໃຈຄົນອື່ນ ແລະ ບໍ່ໄດ້ຮັກສາພຣະເຈົ້າໄວ້ໃນໃຈຂອງຂ້ອຍ. ຂ້ອຍບໍ່ໄດ້ສະແຫວງຫາຫຼັກການແຫ່ງຄວາມຈິງ ເມື່ອຜະເຊີນກັບບັນຫາ ແລະ ຂ້ອຍເຖິງກັບເອົາຄວາມຄິດຂອງຕົວເອງເປັນຄວາມຈິງ, ເຮັດໃຫ້ຄົນອື່ນຟັງ ແລະ ເຊື່ອຟັງຂ້ອຍ. ມັນເຕືອນຂ້ອຍວ່າພຣະເຈົ້າໄດ້ປະທານອຳນາດບາງຢ່າງໃຫ້ທູດສະຫວັນເພື່ອມັນໃຫ້ມັນຄຸ້ມຄອງທູດສະຫວັນອົງອື່ນໃນສະຫວັນ, ແຕ່ມັນໄດ້ສູນເສຍເຫດຜົນທັງໝົດໄປໃນຄວາມຈອງຫອງຂອງມັນ, ຮູ້ສຶກວ່າມັນເປັນສິ່ງທີ່ພິເສດ ແລະ ຕ້ອງການຈະເທົ່າທຽມກັບພຣະເຈົ້າ. ຜົນທີ່ໄດ້ຄື ມັນໄດ້ເຮັດໃຫ້ອຸປະນິໄສຂອງພຣະເຈົ້າຂຸ່ນເຄືອງ ແລະ ພຣະເຈົ້າໄດ້ສາບແຊ່ງມັນ ແລະ ໄລ່ມັນລົງມາຈາກສະຫວັນ. ປັດຈຸບັນນີ້, ພຣະເຈົ້າໄດ້ຍົກຂ້ອຍຂຶ້ນເຮັດວຽກເປັນຜູ້ນຳ ເພື່ອວ່າຂ້ອຍຈະສັນລະເສີນ ແລະ ເປັນພະຍານໃຫ້ພຣະອົງໃນທຸກສິ່ງ, ດັ່ງນັ້ນ ຂ້ອຍຈິ່ງສາມາດສົນທະນາເຖິງຄວາມຈິງເພື່ອແກ້ໄຂບັນຫາຕົວຈິງ, ຊ່ວຍຄົນອື່ນໃຫ້ເຂົ້າໃຈຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ແຕ່ຂ້ອຍບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ເຮັດໜ້າທີ່ຂອງຕົນຕາມຂໍ້ກຳນົດຂອງພຣະເຈົ້າ. ກົງກັນຂ້າມ ຂ້ອຍກັບຍຶດອຳນາດ, ເອົາຕົວເອງເປັນສູນກາງ ແລະ ໃຫ້ທຸກຄົນຟັງ ແລະ ເຊື່ອຟັງຂ້ອຍ. ຂ້ອຍຈະຕ່າງຫຍັງຈາກທູດສະຫວັນບໍ? ພຣະເຈົ້າໄດ້ຈັດແຈງສະຖານະການເພື່ອຂວາງທາງຂ້ອຍ ແລະ ຈາກນັ້ນກໍ່ໄດ້ເຕືອນຂ້ອຍຜ່ານທາງອ້າຍເອື້ອຍນ້ອງ, ແຕ່ຂ້ອຍບໍ່ຍອມຮັບສິ່ງນັ້ນ ຫຼື ທົບທວນຕົວເອງເລີຍ. ຂ້ອຍແຂງກະດ້າງ ແລະ ກະບົດຫຼາຍ! ຂ້ອຍໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍອຸປະນິໄສທີ່ອວດດີຂອງຂ້ອຍ, ຂັດຂວາງອ້າຍເອື້ອຍນ້ອງ, ສົ່ງຜົນໃຫ້ພວກເຂົາດໍາລົງຊີວິດຢູ່ໃນທາງລົບ ແລະ ບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາໄດ້. ບໍ່ມີຄວາມກ້າວ ໜ້າໃນວຽກງານຂອງຄຣິດຕະຈັກຄືກັນ. ນັ້ນແມ່ນຄວາມຊົ່ວທັງໝົດທີ່ຂ້ອຍໄດ້ເຮັດຈາກການຖືກຄວບຄຸມໂດຍຄວາມອວດດີຂອງຂ້ອຍ! ຂ້ອຍມີທຳມະຊາດທີ່ດື້ດ້ານ, ອວດດີ. ຖ້າບໍ່ມີພຣະເຈົ້າເປີດໂປງ ແລະ ຈັດການຂ້ອຍຢ່າງຮຸນແຮງໂດຍຜ່ານອ້າຍເອື້ອຍນ້ອງ ແລະ ປົດຂ້ອຍອອກຈາກໜ້າທີ່ຂອງຂ້ອຍແລ້ວ, ຂ້ອຍຄົງຈະບໍ່ມີວັນພິຈາລະນາຕົວເອງເລີຍ. ຖ້າສິ່ງນັ້ນໄດ້ດຳເນີນຕໍ່ໄປ, ຂ້ອຍມີແຕ່ຈະໄດ້ເຮັດຊົ່ວຫຼາຍຂຶ້ນເທົ່ານັ້ນ. ຂ້ອຍຄົງຈະໄດ້ເຮັດໃຫ້ອຸປະນິໄສຂອງພຣະເຈົ້າຂຸ່ນເຄືອງ, ແລ້ວກໍ່ຖືກພຣະເຈົ້າສາບແຊ່ງ ແລະ ລົງໂທດ ຄືກັນກັບທູດສະຫວັນ. ຮອດຈຸດນັ້ນ ຂ້ອຍໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບເຈດຕະນາດີຂອງພຣະເຈົ້າ. ພຣະອົງກຳລັງເຮັດສິ່ງນີ້ເພື່ອຢຸດຂ້ອຍໃນທາງທີ່ຊົ່ວຂອງຂ້ອຍ ແລະ ໃຫ້ໂອກາດຂ້ອຍກັບໃຈ. ນີ້ແມ່ນການທີ່ພຣະເຈົ້າປົກປ້ອງ ແລະຊ່ວຍຂ້ອຍໃຫ້ລອດພົ້ນ. ຂ້ອຍຂອບໃຈພຣະເຈົ້າຈາກໃຈຂອງຂ້ອຍ.

ຫຼັງຈາກທີ່ຂ້ອຍຖືກປ່ຽນແທນ, ເອື້ອຍຫຼິວກໍ່ສາມາດປະຕິບັດໜ້າທີ່ຂອງລາວໄດ້ປົກກະຕິ ແລະ ຈາກສິ່ງທີ່ຄົນອື່ນເວົ້າ, ເຖິງແມ່ນວ່າຜູ້ນໍາທີ່ຖືກເລືອກໃໝ່ ແລະ ສິດຍະພິບານບໍ່ໄດ້ເປັນຜູ້ທີ່ເຊື່ອມາດົນແລ້ວ, ເມື່ອສົນທະນາກ່ຽວກັບວຽກງານບໍ່ມີໃຜຍຶດຕິດກັບແນວຄວາມຄິດຂອງຕົນເອງ, ແຕ່ໄດ້ອະທິຖານ ແລະອີງໃສ່ພະເຈົ້າແທນ, ສະແຫວງຫາຫຼັກການຂອງຄວາມຈິງຮ່ວມກັນ. ທຸກຄົນເຮັດວຽກຮ່ວມກັນ ແລະ ວຽກງານຂອງຄຣິດຕະຈັກຄ່ອຍໆດີຂຶ້ນອີກຄັ້ງ. ຂ້ອຍອັບອາຍແທ້ໆທີ່ໄດ້ຍິນແບບນີ້. ຂ້ອຍຄິດຢູ່ສະເໝີວ່າວຽກງານຂອງຄຣິດຕະຈັກບໍ່ສາມາດດຳເນີນຕໍ່ໄປໄດ້ຖ້າບໍ່ມີຂ້ອຍ, ແຕ່ເມື່ອຜະເຊີນກັບຄວາມຈິງ, ຂ້ອຍເຫັນວ່າວຽກງານຂອງເຮືອນຂອງພຣະເຈົ້າລ້ວນສຳເລັດໄປ ແລະ ໄດ້ຮັບການສະໜັບສະໜູນຈາກພຣະວິນຍານບໍລິສຸດ ແລະ ມັນບໍ່ແມ່ນສິ່ງໃດໜຶ່ງທີ່ຄົນໃດກໍ່ສາມາດເຮັດໄດ້. ຜູ້ຄົນກໍ່ພຽງແຕ່ປະຕິບັດໜ້າທີ່ຂອງຕົນເອງ. ບໍ່ວ່າພວກເຮົາໄດ້ເຊື່ອໃນພຣະເຈົ້າມາດົນປານໃດກໍ່ຕາມ, ຕາບໃດທີ່ພວກເຮົາເພິ່ງພາພຣະເຈົ້າເພື່ອສະແຫວງຫາ ແລະ ປະຕິບັດຄວາມຈິງໃນໜ້າທີ່ຂອງພວກເຮົາ, ພວກເຮົາຈະໄດ້ຮັບການຊີ້ນຳ ແລະ ພອນຂອງພຣະເຈົ້າ. ການເຮັດໜ້າທີ່ຂອງຂ້ອຍໂດຍບໍ່ໄດ້ສະແຫວງຫາຄວາມຈິງ, ແຕ່ເຮັດສິ່ງທີ່ຂ້ອຍຕ້ອງການຢ່າງອວດດີ ແລະ ເປັນຄົນຜະເດັດການ ເປັນທີ່ໜ້າລັງກຽດຕໍ່ພຣະເຈົ້າ. ປາສະຈາກການຊີ້ນຳຂອງພຣະເຈົ້າ, ຂ້ອຍສູນເສຍພາລະກິດຂອງພຣະວິນຍານບໍລິສຸດ ແລະ ກາຍເປັນຄົນໄຮ້ຄ່າ. ຂ້ອຍບໍ່ສາມາດເຮັດຫຍັງໄດ້. ຂ້ອຍເຄີຍອວດດີຢ່າງຕາບອດ, ອາລະວາດໄປທົ່ວ, ສັ່ງຄົນອ້ອມຂ້າງຢ່າງຍິ່ງຍະໂສ, ບີບບັງຄັບ ແລະ ທຳຮ້າຍອ້າຍເອື້ອຍນ້ອງ ແລະ ຂ້ອຍໄດ້ຂັດຂວາງວຽກງານຂອງຄຣິດຕະຈັກ. ຂ້ອຍຮູ້ສຶກຜິດຫຼາຍ ແລະ ໄດ້ຕຳນິຕົວເອງຫຼາຍ. ຂ້ອຍອະທິຖານຫາພຣະເຈົ້າ: “ພຣະເຈົ້າ, ຂ້ານ້ອຍຕາບອດແທ້. ຂ້ານ້ອຍບໍ່ໄດ້ຮູ້ຈັກຕົວເອງ, ຄິດຢູ່ສະເໝີວ່າຂ້ານ້ອຍເຂົ້າໃຈຫຼາຍຂຶ້ນຍ້ອນຂ້ານ້ອຍໄດ້ເປັນຜູ້ນຳມາດົນແລ້ວ, ສະນັ້ນ ຂ້ານ້ອຍດີກວ່າຄົນອື່ນ. ຄວາມອວດດີຂອງຂ້ານ້ອຍນຳ ຂ້ານ້ອຍໄປສູ່ໜ້າທີ່ຂອງຂ້ານ້ອຍ ແລະ ສິ່ງນີ້ໄດ້ລົບກວນວຽກເຮືອນຂອງພຣະອົງ. ໂອ ພຣະເຈົ້າ, ຂ້ານ້ອຍບໍ່ຕ້ອງການຕໍ່ຕ້ານພຣະອົງອີກຕໍ່ໄປ ແລະ ຂ້ານ້ອຍປາຖະໜາທີ່ຈະກັບໃຈຢ່າງແທ້ຈິງ”.

ແລ້ວຂ້ອຍກໍ່ອ່ານບົດຄວາມນີ້ໃນທຳຂອງພຣະເຈົ້າ: “ເຈົ້າຕ້ອງຮູ້ຈັກວ່າ ເຮົາປາຖະໜາຄົນປະເພດໃດ; ຄົນທີ່ບໍ່ບໍລິສຸດບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໃນອານາຈັກ, ຄົນທີ່ບໍ່ບໍລິສຸດບໍ່ໄດ້ຮັບອະນຸຍາດໃຫ້ເຮັດພື້ນດິນທີ່ສັກສິດຂອງເຮົາເປິເປື້ອນ. ເຖິງແມ່ນວ່າ ເຈົ້າອາດຈະປະຕິບັດພາລະກິດຫຼາຍຢ່າງ ແລະ ໄດ້ປະຕິບັດພາລະກິດຫຼາຍປີ, ໃນທີ່ສຸດແລ້ວ ຖ້າເຈົ້າຍັງເປິເປື້ອນຢ່າງໜ້າລັງກຽດ, ມັນກໍເຫຼືອທົນຕໍ່ກົດເກນແຫ່ງສະຫວັນທີ່ຈະປ່ອຍໃຫ້ເຈົ້າເຂົ້າສູ່ອານາຈັກຂອງເຮົາ! ຕັ້ງແຕ່ປະຖົມມະການຂອງໂລກຈົນເຖິງປັດຈຸບັນ, ເຮົາບໍ່ເຄີຍເຮັດໃຫ້ຄົນທີ່ປະຈົບປະແຈງເຂົ້າສູ່ອານາຈັກຂອງເຮົາຢ່າງງ່າຍດາຍຈັກເທື່ອ. ນີ້ຄືກົດເກນແຫ່ງສະຫວັນ ແລະ ບໍ່ມີໃຜສາມາດທຳລາຍມັນໄດ້! ເຈົ້າຕ້ອງສະແຫວງຫາຊີວິດ. ໃນປັດຈຸບັນ, ຄົນທີ່ຈະຖືກເຮັດໃຫ້ສົມບູນກໍເປັນຄົນປະເພດດຽວກັນກັບເປໂຕ: ພວກເຂົາເປັນຄົນທີ່ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລະ ເຕັມໃຈທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ ແລະ ປະຕິບັດໜ້າທີ່ໃນຖານະເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ຈະຖືກເຮັດໃຫ້ສົມບູນ” (ຄັດຈາກບົດ “ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ເຮົາຕັດສິນຈຸດໝາຍປາຍທາງຂອງແຕ່ລະຄົນອີງຕາມວ່າພວກເຂົາມີຄວາມຈິງ ຫຼືບໍ່ ບໍ່ແມ່ນອີງໃສ່ອາຍຸ, ລະດັບອາວຸໂສ, ລະດັບຄວາມທຸກທໍລະມານ ຫຼື ລະດັບຄວາມໜ້າສົງສານ. ບໍ່ມີທາງເລືອກອື່ນ ມີແຕ່ທາງນີ້ທາງດຽວ. ພວກເຈົ້າຕ້ອງຮູ້ເອົາໄວ້ວ່າ ຄົນທັງໝົດທີ່ບໍ່ປະຕິບັດຕາມຄວາມຕັ້ງໃຈຂອງພຣະເຈົ້າຈະຖືກລົງໂທດ. ນີ້ເປັນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້” (ຄັດຈາກບົດ “ກະກຽມຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າຊັດເຈນຢ່າງສົມບູນ. ພຣະເຈົ້າກຳນົດຜົນໄດ້ຮັບຂອງຜູ້ຄົນ ບໍ່ແມ່ນໂດຍວ່າພວກເຂົາເຊື່ອມາດົນປານໃດ, ພວກເຂົາສາມາດເທດສອນໄດ້ຫຼາຍປານໃດ ຫຼື ພວກເຂົາໄດ້ເຮັດວຽກຫຼາຍປານໃດ, ແຕ່ໂດຍການທີ່ວ່າພວກເຂົາສະແຫວງຫາຄວາມຈິງບໍ, ພວກເຂົາໄດ້ປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ ແລະ ພວກເຂົາສາມາດເຮັດໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ ຫຼື ບໍ່. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ເມື່ອກ່ອນ, ຂ້ອຍບໍ່ເຄີຍຮູ້ຈັກອຸປະນິໄສອັນຊອບທຳຂອງພຣະເຈົ້າ. ຂ້ອຍໄດ້ເຊື່ອມາໄດ້ໄລຍະໜຶ່ງ, ຂ້ອຍມີປະສົບການເປັນຜູ້ນຳສອງສາມປີ ແລະ ຂ້ອຍມີຄວາມສຳເລັດບາງຢ່າງໃນໜ້າທີ່ຂອງຂ້ອຍ. ຂ້ອຍໃຊ້ທັງໝົດນີ້ເພື່ອປະໂຫຍດຂອງຂ້ອຍ. ຂ້ອຍຄິດ ຖ້າຂ້ອຍສະແຫວງຫາແບບນັ້ນຕໍ່ໄປ, ຂ້ອຍຈະຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ, ດັ່ງນັ້ນ ຂ້ອຍຈິ່ງບໍ່ໄດ້ສຸມໃສ່ການປະສົບກັບການຖືກພິພາກສາ, ຖືກຂ້ຽນຕີ, ຖືກຈັດການ ແລະ ຖືກລິຮານໂດຍພຣະເຈົ້າ. ໂດຍສະເພາະແລ້ວຂ້ອຍບໍ່ໃສ່ໃຈໃນການສະແຫວງຫາຄວາມຈິງໃນ ໜ້າທີ່ຂອງຂ້ອຍເພື່ອແກ້ໄຂບັນອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ. ຜົນທີ່ໄດ້ຄື ອຸປະນິໄສຊີວິດຂອງຂ້ອຍເກືອບບໍ່ໄດ້ປ່ຽນແປງເລີຍຫຼັງຈາກຫຼາຍປີທີ່ມີຄວາມເຊື່ອໃນພຣະເຈົ້າ ແລະ ຂ້ອຍຍັງດຳລົງຊີວິດຕາມທຳມະຊາດທີ່ອວດດີຂອງຊາຕານ, ເຮັດຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ. ຂ້ອຍເຫັນວ່າພວກເຮົາບໍ່ສາມາດຮູ້ຈັກຕົວເອງ ຫຼື ກັບໃຈຫາພຣະເຈົ້າໄດ້ຢ່າງແທ້ຈິງ ຖ້າພວກເຮົາບໍ່ສະແຫວງຫາຄວາມຈິງໃນຄວາມເຊື່ອຂອງພວກເຮົາ. ບໍ່ວ່າພວກເຮົາໄດ້ເຮັດວຽກສຳເລັດມາຫຼາຍປານໃດ, ພວກເຮົາໄດ້ເທດສອນຫຼາຍປານໃດ, ຖ້າບໍ່ມີການປ່ຽນແປງໃນອຸປະນິໄສຊີວິດຂອງພວກເຮົາ, ພວກເຮົາກໍ່ຍັງຈະຖືກກ່າວໂທດ ແລະ ກຳຈັດໂດຍພຣະເຈົ້າ. ສິ່ງນີ້ໄດ້ຖືກກຳນົດໄວ້ໂດຍອຸປະນິໄສອັນຊອບທຳຂອງພຣະເຈົ້າ ແລະ ແກ່ນແທ້ອັນບໍລິສຸດ. ຫຼັງຈາກທີ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຂ້ານ້ອຍກໍ່ບໍ່ໃຊ້ປະໂຫຍດຈາກສ່ວນທີ່ວ່າຂ້ອຍເຊື່ອມາດົນປານໃດແລ້ວ ຫຼື ຂ້ອຍໄດ້ເຮັດວຽກສຳເລັດຫຼາຍປານໃດ, ແຕ່ເລີ່ມສຸມໃສ່ການພະຍາຍາມໃນພຣະທຳຂອງພຣະເຈົ້າ, ໄຕ່ຕອງ ແລະ ຮູ້ຈັກຕົວເອງ ແລະ ສະແຫວງຫາການປ່ຽນແປງອຸປະນິໄສແບບຊາຕານຂອງຂ້ອຍ.

ຫຼັງຈາກນັ້ນ, ຂ້ອຍກໍ່ໄດ້ຮັບມອບໝາຍອີກໜ້າທີ່ໜຶ່ງໃນຄຣິດຕະຈັກ. ເມື່ອເຮັດວຽກຮ່ວມກັບອ້າຍເອື້ອຍນ້ອງ, ຂ້ອຍຖ່ອມຕົວຫຼາຍຂຶ້ນ ແລະ ເມື່ອພວກເຂົາສະເໜີມຸມມອງທີ່ແຕກຕ່າງກັນ, ບາງຄັ້ງຂ້ອຍຮູ້ສຶກວ່າຕົວເອງຖືກ ແລະ ຕ້ອງການໃຫ້ພວກເຂົາຟັງຂ້ອຍ, ແຕ່ຂ້ອຍກໍ່ຮັບຮູ້ໂດຍໄວວ່າ ຂ້ອຍກຳລັງສະແດງອຸປະນິໄສທີ່ອວດດີຂອງຂ້ອຍອີກແລ້ວ, ດັ່ງນັ້ນ ຂ້ອຍຈິ່ງອະທິຖານຫາພຣະເຈົ້າ ແລະ ປ່ອຍວາງຕົວເອງເພື່ອສະແຫວງຫາຄວາມຈິງຄຽງຄູ່ກັບອ້າຍເອື້ອຍນ້ອງ ແລະ ແກ້ໄຂສິ່ງຕ່າງໆຜ່ານການປຶກສາຫາລືກັນ. ອ້າຍເອື້ອຍນ້ອງທຸກຄົນລ້ວນເວົ້າວ່າຂ້ອຍບໍ່ໄດ້ອວດດີຄືເມື່ອກ່ອນ, ວ່າຂ້ອຍເປັນຜູ້ໃຫຍ່ຫຼາຍຂຶ້ນ. ເມື່ອໄດ້ຍິນການປະເມີນນີ້ຈາກພວກເຂົາເຮັດໃຫ້ຂ້ອຍປະທັບໃຈຫຼາຍ. ຂ້ອຍຮູ້ວ່າສິ່ງນີ້ບັນລຸໄດ້ກໍ່ຍ້ອນການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ. ເຖິງແມ່ນວ່າຂ້ອຍຍັງບໍ່ໄດ້ກຳຈັດອຸປະນິໄສທີ່ເສື່ອມຊາມຂອງຂ້ອຍໄດ້ທັງໝົດ ແລະ ຂ້ອຍຍັງຫ່າງໄກຈາກມາດຕະຖານທີ່ພຣະເຈົ້າຕ້ອງການ, ຂ້ອຍກໍ່ໄດ້ເຫັນຄວາມຮັກ ແລະ ຄວາມລອດພົ້ນຂອງພຣະເຈົ້າແລ້ວ. ຂ້ອຍໄດ້ເຫັນວ່າພາລະກິດ ແລະ ພຣະທຳຂອງພຣະເຈົ້າສາມາດປ່ຽນແປງ ແລະ ເຮັດໃຫ້ຜູ້ຄົນບໍລິສຸດໄດ້ຢ່າງແທ້ຈິງ.

ກ່ອນນີ້: 63. ໃຜເວົ້າວ່າອຸປະນິໄສທີ່ໂອ້ອວດບໍ່ສາມາດປ່ຽນແປງໄດ້?

ຕໍ່ໄປ: 65. ຄວາມຄ້າຍຄືມະສຸດສາມາດບັນລຸໄດ້ໂດຍການແກ້ໄຂຄວາມອວດດີ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ເປົ້າໝາຍຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຫຍັງແດ່?

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫົດນໍ້າ ແລະ ລ້ຽງດູຜູ້ທີ່ເຊື່ອໃຫ້ສອດຄ່ອງສົມບູນກັບພຣະທຳຂອງພຣະເຈົ້າໃນພຣະຄຳພີ ແລະ...

Only God Loves Man Most

God becomes flesh in the last days to save man for He loves man. Driven by His love, He carries out today's work. It's under the foundation...

ຕົ້ນກຳເນີດ ແລະ ການພັດທະນາຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

ໃນຍຸກແຫ່ງພຣະຄຸນ ພຣະເຍຊູເຄີຍສັນຍາກັບຜູ້ຕິດຕາມພຣະອົງວ່າ “ແລະ ເມື່ອເຮົາໄປຈັດຕຽມສະຖານທີ່ໄວ້ໃຫ້ພວກທ່ານແລ້ວ ເຮົາຈະກັບຄືນມາອີກ ແລະ ຮັບເອົາພວກທ່ານໄປບ່ອນເຮົາຢູ່. ດ້ວຍວ່າເຮົາຢູ່ບ່ອນໃດ ບ່ອນນັ້ນກໍຈະມີພວກທ່ານຢູ່ເຊັ່ນກັນ” (ໂຢຮັນ 14:3). ນອກນັ້ນ ພຣະອົງຍັງທຳນວາຍໄວ້ວ່າ “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ” (ມັດທາຍ 24:27).

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້