65. ຄວາມຄ້າຍຄືມະສຸດສາມາດບັນລຸໄດ້ໂດຍການແກ້ໄຂຄວາມອວດດີ

ໂດຍ ເຈີນຊິນ, ສະຫະລັດອາເມຣິກາ

ໃນເດືອນມີນາ 2017, ຂ້ອຍເລີ່ມເຮັດວຽກອອກແບບກຣາບຟິກໃຫ້ຄຣິດຕະຈັກ ຫຼັກໆແລ້ວແມ່ນສຳລັບໂພສເຕີພາບພະຍົນ ແລະ ພາບອະທິບາຍໂດຍຫຍໍ້. ທຳອິດ, ຂ້ອຍບໍ່ໄດ້ຮູ້ຫຍັງຫຼາຍກ່ຽວກັບດ້ານວິຊາການ, ດັ່ງນັ້ນ ຂ້ອຍຈິ່ງຮຽນຮູ້ຫຼັກການ ແລະ ທັກສະດ້ານວິຊາການຢູ່ຕະຫຼອດ. ຂ້ອຍຂໍຄວາມຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງຢ່າງສຸພາບ ແລະ ຂ້ອຍລະມັດລະວັງທີ່ຈະຮັບເອົາຄໍາແນະນໍາຂອງຄົນອື່ນໃສ່ໃນແບບຂອງຂ້ອຍ. ຫຼັງຈາກນັ້ນໄລຍະໜຶ່ງ, ຂ້ອຍກໍ່ເລີ່ມຈັດການທັກສະດ້ານວິຊາການທີ່ຂ້ອຍຕ້ອງການສຳລັບໜ້າທີ່ໄດ້. ພາບອະທິບາຍໂດຍຫຍໍ້ຂອງຂ້ອຍຖືກວາງອອນໄລນ໌ ແລະ ອັດຕາການກົດຜ່ານກໍ່ຂ້ອນຂ້າງດີ. ມີໂພສເຕີໜຶ່ງໂດຍສະເພາະສຳລັບສາລະຄະດີທີ່ອ້າຍເອື້ອຍນ້ອງຫຼາຍຄົນຍົກຍ້ອງ. ຄົນອື່ນໆໄດ້ປຶກສາກັບຂ້ອຍຫຼາຍຢ່າງກ່ຽວກັບບັນຫາດ້ານວິຊາການ, ດັ່ງນັ້ນ ຂ້ອຍຮູ້ສຶກຄືກັບວ່າຂ້ອຍມີພອນສະຫວັນອັນແທ້ຈິງໃນດ້ານການອອກແບບກຣາບຟິກ. ຂ້ອຍກາຍເປັນຄົນອວດດີໂດຍບໍ່ຮູ້ຕົວ.

ຕໍ່ມາ, ເມື່ອຂ້ອຍກຳລັງອອກແບບພາບອະທິບາຍໂດຍຫຍໍ້ທີ່ງ່າຍກວ່າໂພສເຕີພາບພະຍົນ, ຂ້ອຍຮູ້ສຶກວ່າຂ້ອຍມີທັກສະພໍທີ່ຈະເຮັດພວກມັນໃຫ້ສຳເລັດໄດ້ໂດຍໄວແທ້ໆ. ດັ່ງນັ້ນ ຂ້ອຍຈິ່ງເຮັດພວກມັນຕາມທັກສະດ້ານວິຊາການທີ່ຂ້ອຍມີໂດຍບໍ່ໄດ້ຄິດຫຼາຍ ຫຼື ສະແຫວງຫາຫຼັກການ. ຜົນທີ່ໄດ້ຄື ຂ້ອຍໄດ້ຮັບຄຳຄິດເຫັນຈາກອ້າຍເອື້ອຍນ້ອງ, ເວົ້າວ່າທັງແສງ ແລະ ສີແມ່ນບໍ່ເຂົ້າກັບຫົວຂໍ້. ຂ້ອຍບໍ່ໄດ້ພິຈາລະນາຄຳຄິດເຫັນຂອງພວກເຂົາ ຫຼື ຍອມຮັບມັນ, ແຕ່ກັບຄິດວ່າ “ພວກເຈົ້າບໍ່ມີລົດສະນິຍົມຫຍັງບໍ? ນີ້ແມ່ນຄວາມຄິດສ້າງສັນທີ່ກ້າຫານ. ຂ້ອຍໄດ້ພິຈາລະນາເບິ່ງທັງໝົດນີ້ ແລະ ມັນບໍ່ແມ່ນບັນຫາ. ເຈົ້າກຳລັງແນະນຳສິ່ງຕ່າງໆດ້ວຍຄວາມບໍ່ຮູ້”. ຂ້ອຍປະຕິເສດທີ່ຈະປ່ຽນແປງ ແລະ ອາລົມຂອງຂ້ອຍກໍ່ລຸກເປັນໄຟ. ຂ້ອຍປະຕິເສດທີ່ຈະເຮັດການດັດແກ້ໃດໆ. ຜົນທີ່ໄດ້ຄື ພາບອະທິບາຍໂດຍຫຍໍ້ບາງອັນຂອງຂ້ອຍຖືກປະຕິເສດ ຍ້ອນບັນຫາດ້ານຮູບພາບ. ຕໍ່ມາ ຂ້ອຍໄດ້ຍິນວ່າ ເອື້ອຍນ້ອງຄົນໜຶ່ງຮູ້ສືກຖຶກຂ້ອຍບີບບັງຄັບ ແລະ ຢ້ານທີ່ຈະໃຫ້ຄຳແນະນຳແກ່ຂ້ອຍຫຼາຍຂຶ້ນ. ຂ້ອຍຮູ້ສຶກບໍ່ດີເລີຍເມື່ອໄດ້ຍິນເລື່ອງນີ້, ແຕ່ຂ້ອຍບໍ່ໄດ້ທົບທວນຕົວເອງໃນແງ່ຂອງສິ່ງທີ່ໄດ້ເກີດຂຶ້ນ.

ຂ້ອຍໄດ້ເຮັດການອອກແບບສຳລັບໂພສເຕີພາບພະຍົນອີກເລື່ອງໜຶ່ງເມື່ອບໍ່ດົນມານີ້. ເປັນພາບພະຍົນກ່ຽວກັບຜູ້ທີ່ເຊື່ອຄົນໜຶ່ງທີ່ຖືກເຮັດໃຫ້ເຂົ້າໃຈຜິດ ແລະ ຖືກຄວບຄຸມໂດຍສິດຍາພິບານ ແລະ ຜູ້ອາວຸໂສ ແລະ ຖືກຈຳກັດໂດຍແນວຄິດທາງສາສະໜາ, ສະນັ້ນ ລາວຈະບໍ່ຍອມຮັບເອົາວຽກໃໝ່ຂອງພຣະເຈົ້າ. ໃນທີ່ສຸດລາວກໍ່ຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼັງຈາກທີ່ສະແຫວງຫາຄວາມຈິງ ແລະ ມາຢູ່ໃນຄວາມສະຫວ່າງຂອງພຣະເຈົ້າ. ຂ້ອຍພິຈາລະນາຫົວຂໍ້ນີ້ ແລະ ຄິດວ່າ “ໂພສເຕີຄວນໃຊ້ສີທີ່ບາງຕາຈາກມືດຫາສະຫວ່າງ, ບໍ່ມີຄວາມຄິດດີກວ່ານີ້ອີກແລ້ວ”. ຂ້ອຍໃຊ້ເວລາດົນຊອກຫາໂພສເຕີພາບພະຍົນທີ່ຄ້າຍຄືກັນເພື່ອໃຊ້ເປັນບ່ອນອ້າງອີງ. ເມື່ອຂ້ອຍເບິ່ງຮູບພາບສຸດທ້າຍຂອງຂ້ອຍ, ຂ້ອຍຄິດວ່າພາບນີ້ດີຫຼາຍ, ມັນເບິ່ງຄືກັບໂພສເຕີພາບພະຍົນເລື່ອງດັງໆ. ຂ້ອຍຍົກຍ້ອງຕົວເອງແທ້ໆ. ຈາກນັ້ນ ເອື້ອຍນ້ອງຄົນໜຶ່ງເຫັນໂພສເຕີຂອງຂ້ອຍ ແລະ ໃຫ້ຄຳແນະນຳແກ່ຂ້ອຍວ່າ: “ມັນມືດເກີນໄປຢູ່ບ່ອນນີ້. ບໍ່ມີລາຍລະອຽດ ແລະ ມັນຈືດເກີນໄປ”. ເອື້ອຍນ້ອງອີກຄົນໜຶ່ງມີຄໍາແນະນໍານີ້ວ່າ: “ໂດຍລວມແລ້ວມັນມືດເກີນໄປ, ມັນບໍ່ຈະແຈ້ງ. ມັນເບິ່ງຄືວ່າມືດມົວ. ພາບພະຍົນເລື່ອງນີ້ເປັນພະຍານຕໍ່ພຣະເຈົ້າ, ສະນັ້ນຮູບພາບບໍ່ຄວນຈະມືດເກີນໄປ”. ຂ້ອຍຮູ້ສຶກຕ້ານທານກັບສິ່ງທີ່ພວກເຂົາໄດ້ເວົ້າແທ້ໆ. ຂ້ອຍຄິດວ່າ “ຂ້ອຍຄິດວ່າອັນນີ້ດີຫຼາຍ. ເຈົ້າບໍ່ຮູ້ວິທີຈັດການກັບເງົາສະທ້ອນ, ແຕ່ເຈົ້າກຳລັງບອກຂ້ອຍວ່າຕ້ອງເຮັດແນວໃດ. ບໍ່ແມ່ນເຈົ້າພຽງຈູ້ຈີ້ຈຸກຈິກບໍ?” ສິ່ງທີ່ຂ້ອຍເວົ້າຄື “ນີ້ບໍ່ແມ່ນການແລເງົາທີ່ຖືກຕ້ອງບໍ? ຕ້ອງມີຄວາມແຕກຕ່າງລະຫວ່າງຄວາມສະຫວ່າງ ແລະ ຄວາມມືດ. ນອກຈາກນັ້ນ, ມັນແມ່ນສໍາລັບໂປສເຕີໃນພາບພະຍົນ, ສະນັ້ນ ປະເດັນຄືຕ້ອງເຮັດເລື່ອງການແລເງົາ. ນັ້ນແມ່ນວິທີການເຮັດໂປສເຕີໃນຮູບເງົາເລື່ອງອື່ນ. ບໍ່ມີຫຍັງຜິດປົກກະຕິກັບມັນ”. ຈາກນັ້ນຂ້ອຍສົ່ງສໍາເນົາຂອງໂປສເຕີພາບພະຍົນທີ່ຂ້ອຍອ້າງອີງເຖິງໃຫ້ພວກເຂົາ. ຂ້ອຍປະຫຼາດໃຈທີ່ພວກເຂົາເວົ້າວ່າ ໂພສເຕີຂອງຂ້ອຍມີພື້ນທີ່ມືດຫຼາຍເກີນໄປ ແລະ ມັນບໍ່ໄດ້ເບິ່ງງາມຄືກັບອີກອັນ. ຂ້ອຍຮູ້ສຶກລຳຄານແທ້ໆເມື່ອພວກເຂົາເວົ້າແນວນັ້ນ ແລະ ຄິດວ່າ “ເຈົ້າລືມໄປແລ້ວບໍວ່າເຈົ້າຂໍຄຳແນະນຳຈາກຂ້ອຍກ່ຽວກັບການແລເງົາຢູ່ສະເໝີ. ເຈົ້າບໍ່ມີພື້ນຖານຈັດການກັບເລື່ອງນີ້, ແຕ່ເຈົ້າກໍາລັງບອກຂ້ອຍວ່າຕ້ອງເຮັດແນວໃດ. ເຈົ້າບໍ່ກຳລັງພະຍາຍາມສອນປາລອຍນ້ຳບໍ?” ເພື່ອພິສູດວ່າ ຂ້ອຍຖືກ, ຂ້ອຍຈິ່ງສົ່ງຮູບພາບທີ່ຂ້ອຍໄດ້ອອກແບບໃຫ້ອ້າຍເອື້ອຍນ້ອງຄົນອື່ນເບິ່ງ, ແຕ່ພວກເຂົາກໍ່ບອກຂ້ອຍເຊັ່ນກັນວ່າມັນມືດເກີນໄປ. ຂ້ອຍກໍ່ພຽງແຕ່ຕ້ອງຕັດສິນໃຈເຮັດສິ່ງທີ່ຍາກ ແລະ ປ່ຽນແປງມັນ. ຂ້ອຍຍັງຄິດວ່າຂ້ອຍມີຄວາມຄິດທີ່ຖືກຕ້ອງ ແລະ ມັນສອດຄ່ອງກັບຫຼັກການໃນການແລເງົາ, ດັ່ງນັ້ນ ຂ້ອຍຈິ່ງປັບປ່ຽນເລັກນ້ອຍ, ແຕ່ມັນຍັງບໍ່ຖືກຍອມຮັບເທື່ອ. ຜົນທີ່ໄດ້ຄື ຂ້ອຍກຳລັງເຮັດວຽກກັບຮູບພາບທີ່ຄວນໃຊເວລາໜຶ່ງອາທິດເປັນເວລາເກືອບໜຶ່ງເດືອນ. ໃນທີ່ສຸດມັນຖືກໂຍນຖິ້ມເພາະບັນຫາການອອກແບບ. ນັ້ນເປັນຄືກັບການຕົບໜ້າຂ້ອຍ. ຂ້ອຍຮູ້ສຶກທໍ້ແທ້ ແລະ ໝົດກຳລັງໃຈ ແລະ ຂ້ອຍບໍ່ຕ້ອງການເປີດໃຈໃນການສົນທະນາກັບຄົນອື່ນ. ຂ້ອຍຢູ່ໃນບ່ອນມືດທີ່ເຈັບປວດ. ຈາກນັ້ນຫົວໜ້າທີມໄດ້ເຕືອນຂ້ອຍວ່າການອອກແບບເມື່ອບໍ່ດົນມານີ້ຂອງຂ້ອຍປະສົບຜົນສໍາເລັດ ແລະ ຂ້ອຍຈໍາເປັນຕ້ອງໄຕ່ຕອງຕົວເອງຕໍ່ໜ້າພຣະເຈົ້າທັນທີ. ເມື່ອນັ້ນເອງທີ່ຂ້ອຍມາໄຕ່ຕອງຢູ່ຕໍ່ໜ້າພຣະເຈົ້າ ແລະ ຂ້ອຍພົບພຣະທຳບາງຂໍ້ຂອງພຣະເຈົ້າທີ່ກ່ຽວຂ້ອງ.

ຂ້ອຍໄດ້ອ່ານສິ່ງນີ້ໃນການເຝົ້າດ່ຽວຂອງຂ້ອຍມື້ໜຶ່ງ: “ເມື່ອບັນຫາເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງບໍ່ອວດເກັ່ງ ໂດຍຄິດວ່າ ‘ຂ້ອຍເຂົ້າໃຈຫຼັກການ ແລະ ຂ້ອຍມີສິດຕັດສິນໃຈ. ພວກເຈົ້າບໍ່ມີຄຸນສົມບັດທີ່ຈະເວົ້າ. ພວກເຈົ້າຮູ້ຈັກຫຍັງ? ພວກເຈົ້າບໍ່ເຂົ້າໃຈ; ຂ້ອຍເຂົ້າໃຈ!’ ນີ້ຄືການເປັນຄົນອວດເກັ່ງ. ການເປັນຄົນອວດເກັ່ງແມ່ນອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຮ້າຍ; ມັນບໍ່ແມ່ນສິ່ງທີ່ຢູ່ພາຍໃນຄວາມເປັນມະນຸດທີ່ປົກກະຕິ”. “ບາງຄົນອວດເກັ່ງຢູ່ສະເໝີ ແລະ ຢືນຢັນໃນວິທີທາງຂອງພວກເຂົາເອງ ໂດຍເວົ້າວ່າ ‘ຂ້ອຍຈະບໍ່ຟັງຜູ້ໃດ. ເຖິງແມ່ນວ່າຂ້ອຍຟັງ, ມັນກໍຈະເປັນພຽງພາບລັກພາຍນອກ, ຂ້ອຍຈະບໍ່ປ່ຽນແປງຫຍັງ. ຂ້ອຍຈະເຮັດສິ່ງຕ່າງໆດ້ວຍວິທີຂອງຂ້ອຍ; ຂ້ອຍຮູ້ສຶກວ່າຂ້ອຍຖືກຕ້ອງ ແລະ ມີເຫດຜົນຢ່າງສົມບູນ’ ເຈົ້າອາດມີເຫດຜົນ ແລະ ອາດບໍ່ມີຄວາມຜິດພາດອັນໃຫຍ່ຫຼວງໃນສິ່ງທີ່ເຈົ້າເຮັດ; ເຈົ້າອາດບໍ່ເຮັດຫຍັງຜິດ ແລະ ເຈົ້າອາດມີຄວາມເຂົ້າໃຈທີ່ດີກ່ຽວກັບລັກສະນະທາງເຕັກນິກຂອງບັນຫາຫຼາຍກວ່າຄົນອື່ນ, ແຕ່ຫຼັງຈາກທີ່ເຈົ້າປະພຶດ ແລະ ປະຕິບັດໃນວິທີນີ້, ຄົນອື່ນກໍຈະເຫັນ ແລະ ພວກເຂົາຈະເວົ້າວ່າ: ‘ນິໄສຂອງບຸກຄົນນີ້ບໍ່ດີ! ເມື່ອບັນຫາເກີດຂຶ້ນກັບພວກເຂົາ, ພວກເຂົາກໍບໍ່ຍອມຮັບໃນສິ່ງທີ່ຄົນອື່ນເວົ້າ, ບໍ່ວ່າຖືກ ຫຼື ຜິດ. ມັນລ້ວນແລ້ວແຕ່ເປັນການຕໍ່ຕ້ານ. ບຸກຄົນນີ້ບໍ່ຍອມຮັບຄວາມຈິງ’. ແລ້ວຖ້າຜູ້ຄົນເວົ້າວ່າເຈົ້າບໍ່ຍອມຮັບຄວາມຈິງ, ພຣະເຈົ້າຕ້ອງຄິດແນວໃດ? ພຣະເຈົ້າສາມາດເຫັນການສະແດງອອກເຫຼົ່ານີ້ຂອງເຈົ້າບໍ? ພຣະເຈົ້າສາມາດເບິ່ງເຫັນພວກມັນທັງໝົດຢ່າງຊັດເຈນ. ພຣະເຈົ້າບໍ່ພຽງແຕ່ຄົ້ນຫາໃນຫົວໃຈສ່ວນເລິກທີ່ສຸດຂອງມະນຸດ, ແຕ່ຍັງເຝົ້າເບິ່ງທຸກສິ່ງທີ່ເຈົ້າເວົ້າ ແລະ ເຮັດຕະຫຼອດເວລາ, ໃນທຸກຫົນແຫ່ງ. ແລ້ວເມື່ອພຣະອົງເຫັນສິ່ງເຫຼົ່ານີ້, ພຣະອົງຈະເຮັດແນວໃດ? ພຣະອົງເວົ້າວ່າ: ‘ເຈົ້າດື້ດ້ານ. ສະນັ້ນ ເຈົ້າຈຶ່ງຕົກຢູ່ໃນກໍລະນີທີ່ເຈົ້າຖືກຕ້ອງ ແລະ ເຈົ້າກໍຕົກຢູ່ໃນກໍລະນີທີ່ເຈົ້າຜິດເຊັ່ນກັນ. ໃນທຸກກໍລະນີ, ການເປີດເຜີຍ ແລະ ການສະແດງອອກທັງໝົດຂອງເຈົ້າເປັນສິ່ງທີ່ຄັດແຍ້ງກັນ ແລະ ຕໍ່ຕ້ານກັນ. ເຈົ້າບໍ່ຍອມຮັບແນວຄິດ ຫຼື ຂໍ້ສະເໜີຂອງຄົນອື່ນ. ທຸກສິ່ງທີ່ຢູ່ພາຍໃນຫົວໃຈຂອງເຈົ້າເປັນການຂັດແຍ້ງ, ການປິດລ້ອມ ແລະ ການປະຕິເສດ. ເຈົ້າລຳບາກຫຼາຍ!’(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໂດຍການມີຊີວິດຢູ່ຕໍ່ໜ້າພຣະເຈົ້າຢູ່ເລື້ອຍໆເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດມີຄວາມສຳພັນທີ່ເປັນປົກກະຕິກັບພຣະອົງ). ພຣະເຈົ້າເບິ່ງເຂົ້າໄປໃນຫົວໃຈ ແລະ ຈິດໃຈຂອງພວກເຮົາແທ້ໆ. ສິ່ງນີ້ເປີດໂປງສະພາວະຂອງຂ້ອຍຢ່າງສິ້ນເຊີງ. ຂ້ອຍໄດ້ເປີດເຜີຍອຸປະນິໃສແຫ່ງຄວາມອວດດີຂອງຊາຕານ. ເມື່ອໂພສເຕີຂອງຂ້ອຍເປັນທີ່ຍອມຮັບ ແລະ ໄດ້ຮັບການຍົກຍ້ອງຈາກອ້າຍເອື້ອຍນ້ອງ, ຂ້ອຍຄິດວ່າເປັນຍ້ອນທັກສະຂອງຂ້ອຍເອງ ແລະ ບໍ່ມີໃຜທຽບໄດ້ກັບການອອກແບບ ແລະ ຄວາມຮູ້ດ້ານວິຊາການຂອງຂ້ອຍ. ເມື່ອຄົນອື່ນໃຫ້ຄຳແນະນຳແກ່ຂ້ອຍ, ຂ້ອຍກໍ່ປະຕິເສດທີ່ຈະຍອມຮັບພວກມັນ, ຄິດວ່າພວກເຂົາບໍ່ເຂົ້າໃຈ. ແມ່ແຕ່ເມື່ອຫຼາຍຄົນໃຫ້ຄຳແນະນຳອັນດຽວກັນ, ຂ້ອຍກໍ່ດື້ດ້ານແທ້ໆ. ຂ້ອຍທຳທ່າວ່າຍອມຮັບສິ່ງທີ່ພວກເຂົາເວົ້າ, ແຕ່ທີ່ຈິງແລ້ວ ຂ້ອຍຍຶດຕິດກັບຄວາມຄິດຂອງຂ້ອຍເອງ. ຂ້ອຍປ່ຽນສະເພາະສິ່ງທີ່ເໝາະສົມກັບຂ້ອຍເທົ່ານັ້ນ ແລະ ປະຕິເສດທີ່ຈະປ່ຽນສິ່ງທີ່ຂ້ອຍບໍ່ເຫັນດີນຳ. ຂ້ອຍຫາຂໍ້ແກ້ຕົວທຸກຮູບແບບເພື່ອໂຕ້ຖຽງກັບຜູ້ຄົນ ແລະ ເຖິງຂັ້ນອາລົມເສຍ. ຂ້ອຍລົງເອີຍດ້ວຍການຢັບຢັ້ງເອື້ອຍນ້ອງຄົນໜຶ່ງແບບນັ້ນ. ຂ້ອຍຮັບຮູ້ວ່າຂ້ອຍອວດດີເກີນຄວາມຮູ້ສຶກທັງໝົດ. ຂ້ອຍບໍ່ມີເຫດຜົນໂດຍສິ້ນເຊີງ! ຂ້ອຍອວດດີຫຼາຍ ແລະ ຖືວ່າຕົວເອງຊອບທຳຈົນຂ້ອຍບໍ່ຕ້ອງການຍອມຮັບຄຳແນະນຳຂອງຄົນອື່ນ. ບໍ່ສະເພາະແຕ່ຮູບພາບຂອງຂ້ອຍເທົ່ານັ້ນທີ່ຕ້ອງຖືກກວດແກ້ຊ້ຳແລ້ວຊ້ຳອີກ, ເຮັດໃຫ້ວຽກຂອງພວກເຮົາບໍ່ດີຂຶ້ນ, ແຕ່ສະພາວະຂອງຂ້ອຍເອງກໍ່ຍັງຊຸດໂຊມລົງ. ຖ້າບໍ່ຜະເຊີນກັບຄວາມລົ້ມເຫຼວ ແລະ ຄວາມພ່າຍແພ້ເຫຼົ່ານັ້ນ, ຂ້ອຍຄົງຈະບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອໄຕ່ຕອງ ແລະ ຮູ້ຈັກຕົວເອງ. ຖ້າຂ້ອຍບໍ່ຫວນກັບຄືນ, ແຕ່ດຳເນີນຊີວິດຕາມອຸປະນິໄສທີ່ອວດດີຂອງຂ້ອຍຕໍ່ໄປ, ຄົນອື່ນໆຄົງຈະປະຕິເສດຂ້ອຍ ແລະ ພຣະເຈົ້າຄົງຈະລັງກຽດຂ້ອຍ. ຂ້ອຍຮູ້ສຶກເສຍໃຈ ແລະ ຮູ້ສຶກຢ້ານເລັກນ້ອຍກັບຄວາມຄິດນັ້ນ. ຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າທັນທີໃນຄຳອະທິຖານ, ເຕັມໃຈທີ່ຈະກັບໃຈ.

ຫຼັງຈາກນັ້ນ, ຂ້ອຍກໍ່ເປີດໃຈກັບເອື້ອຍນ້ອງໃນທີມກ່ຽວກັບອຸປະນິໄສທີ່ຂ້ອຍໄດ້ເຜີຍອອກມາ ແລະ ບອກພວກເຂົາວ່າຂ້ອຍເຕັມໃຈທີ່ຈະຍອມຮັບຄຳແນະນຳຕ່າງໆ ແລະ ຖືກຈັດການ. ໃນໜ້າທີ່ຂອງຂ້ອຍນັບແຕ່ນັ້ນເປັນຕົ້ນມາ, ອ້າຍເອື້ອຍນ້ອງໃຫ້ຄຳແນະນຳແກ່ຂ້ອຍຫຼາຍຂໍ້ ແລະ ຕອນທຳອິດມັນຂ້ອນຂ້າງຍາກສຳລັບຂ້ອຍທີ່ຈະຍອມຮັບຄຳແນະນຳເຫຼົ່ານັ້ນ. ແຕ່ເມື່ອຂ້ອຍຈື່ຄວາມລົ້ມເຫຼວເມື່ອບໍ່ດົນມານີ້ຂອງຂ້ອຍ, ຂ້ອຍກໍ່ຈະອະທິຖານ ແລະ ປະຖິ້ມຕົວເອງ. ຂ້ອຍຄິດເຖິງວ່າເປັນຫຍັງພວກເຂົາຈິ່ງໃຫ້ຄຳແນະນຳແບບນັ້ນ, ແມ່ນຫຍັງທີ່ສາມາດບັນລຸໄດ້ໂດຍການປະຕິບັດຕາມຄຳແນະນຳນັ້ນ ແລະ ບັນຫາຢູ່ບ່ອນໃດ. ແລ້ວຂ້ອຍກໍ່ພິຈາລະນາມັນໂດຍອີງໃສ່ຫຼັກການ. ດ້ວຍວິທີນັ້ນ ມັນງ່າຍຂຶ້ນທີ່ຈະເຂົ້າໃຈ ແລະ ຍອມຮັບຄຳແນະນຳຂອງຄົນອື່ນ ແລະ ການກວດແກ້ຂອງຂ້ອຍກໍ່ໄດ້ຮັບການຕອບຮັບທີ່ດີຂຶ້ນຫຼາຍ. ຂ້ອຍຍັງເຫັນເຊັ່ນກັນວ່າການປະຕິບັດຄວາມຈິງນັ້ນມະຫັດສະຈັນສ່ຳໃດ. ແຕ່ອຸປະນິໄສທີ່ອວດດີຂອງຂ້ອຍຝັງແໜ້ນໃນຕົວຂ້ອຍແທ້ໆ, ດັ່ງນັ້ນຂ້ອຍຈິ່່ງບໍ່ສາມາດຖອນຮາກຂອງມັນໄດ້ດ້ວຍປະສົບການຄວາມລົ້ມເຫຼວພຽງຄັ້ງດຽວໄດ້.

ຂ້ອຍຈົມລົງໃນຄວາມອວດດີໄລຍະໜຶ່ງຕໍ່ມາ. ມີຄັ້ງໜຶ່ງ ຂ້ອຍອອກແບບພາບອະທິບາຍໂດຍຫຍໍ້ສຳລັບເພງສັນລະເສີນຄຣິດຕະຈັກ. ຂ້ອຍຄິດວ່າເນື່ອງຈາກວ່າພວກມັນແມ່ນການທີ່ອ້າຍເອື້ອຍນ້ອງສະແດງການຍ້ອງຍໍພຣະເຈົ້າຫຼັງຈາກທີ່ໄດ້ປະສົບກັບພາລະກິດຂອງພຣະອົງ, ມັນຄວນຈະມີຄວາມຮູ້ສຶກທີ່ອົບອຸ່ນ, ໂຣແມນຕິກ, ສວຍງາມ. ຂ້ອຍຄິດກ່ຽວກັບທິດສະດີສີບາງອັນທີ່ຂ້ອຍໄດ້ຮຽນຮູ້ທີ່ເວົ້າວ່າສີມ່ວງປະກອບດ້ວຍຄວາມຮູ້ສຶກນັ້ນ ແລະ ມີຄວາມໝາຍທີ່ມີກຽດ ແລະ ສະຫງ່າງາມ. ຂ້ອຍຮູ້ສຶກວ່າຂ້ອຍບໍ່ສາມາດຜິດໄດ້ໂດຍການໃຊ້ສີມ່ວງເປັນສີຫຼັກ. ເມື່ອຂ້ອຍເຮັດແລ້ວ, ອ້າຍເອື້ອຍນ້ອງບາງຄົນເວົ້າວ່າພວກເຂົາມັກຄວາມຄິດຂອງຂ້ອຍໃນນັ້ນ ແລະ ສີກໍ່ງາມ. ຂ້ອຍພໍໃຈກັບຕົວເອງຫຼາຍ ແລະ ຄິດວ່າ ສະຫຼຸບແລ້ວຂ້ອຍກໍ່ມີຄວາມສາມາດບາງຢ່າງ ແລະ ຂີດຄວາມສາມາດໃນການອອກແບບ. ຂ້ອຍປະຫຼາດໃຈເມື່ອເອື້ອຍນ້ອງຄົນໜຶ່ງທີ່ຫາກໍ່ເລີ່ມໃນການອອກແບບສົ່ງຄຳແນະນຳໃຫ້ຂ້ອຍ, ເວົ້າວ່າ “ເພງສັນລະເສີນຂອງຄຣິດຕະຈັກແມ່ນປະສົບການ ແລະ ຄວາມເຂົ້າໃຈຕົວຈິງຈາກອ້າຍເອື້ອຍນ້ອງ. ການໃຊ້ສີມ່ວງເປັນຄືຝັນຫຼາຍເກີນໄປ ແລະ ມັນບໍ່ເຂົ້າກັບອາລົມຂອງເພງສັນລະເສີນ. ມັນເບິ່ງບໍ່ສະບາຍຕາປານໃດ. ຂ້ອຍຂໍແນະນຳໃຫ້ປ່ຽນ”. ຂ້ອຍອ່ານຄຳແນະນຳຂອງລາວ ແຕ່ຮູ້ສຶກມີການຕໍ່ຕ້ານທີ່ແທ້ຈິງຢູ່ພາຍໃນ. ຂ້ອຍຄິດວ່າ “ຂ້ອຍໄດ້ຜ່ານຫຼາຍໆການຝຶກອົບຮົມການໃຊ້ອຸປະກອນທີ່ບົ່ງບອກວ່າສີມ່ວງມີຄວາມຮູ້ສຶກອົບອຸ່ນດີ. ນອກຈາກນັ້ນ, ຍັງມີຫຼາຍແບບອື່ນທາງອອນລາຍທີ່ໃຊ້ສີມ່ວງແບບນີ້. ເປັນຫຍັງເຈົ້າຈິ່ງເວົ້າວ່າມັນເບິ່ງບໍ່ສະບາຍຕາ? ຍິ່ງໄປກວ່ານັ້ນ, ເຈົ້າຫາກໍ່ເລີ່ມເຮັດບາງສິ່ງທີ່ໃໝ່ ແລະ ບໍ່ໄດ້ອອກແບບຫຍັງດ້ວຍຕົວເຈົ້າເອງ, ແຕ່ເຈົ້າໃຫ້ຄໍາແນະນໍາຂ້ອຍ. ເຈົ້າບໍ່ຮູ້ຂີດຈຳກັດຂອງຕົວເຈົ້າເອງ”. ແຕ່ຂ້ອຍຍັງຮູ້ສຶກບໍ່ສະບາຍໃຈທີ່ຈະປະຕິເສດລາວຢ່າງກົງໄປກົງມາ, ສະນັ້ນ ຂ້ອຍຈິ່ງເລີກຫຍຸ້ງກັບລາວ ໂດຍເວົ້າວ່າຂ້ອຍຈະກວດເບິ່ງຄໍາແນະນໍາຂອງອ້າຍເອື້ອຍນ້ອງຄົນອື່ນ. ຂ້ອຍບໍ່ເຄີຍໄປຂໍຄວາມຄິດເຫັນຈາກຜູ້ອື່ນ, ແຕ່ພຽງແຕ່ປັດມັນຖິ້ມໄປ.

ສອງສາມມື້ຕໍ່ມາ, ເອື້ອຍນ້ອງອີກຄົນໃຫ້ຄຳຄິດເຫັນແບບດຽວກັນແກ່ຂ້ອຍ ແລະ ເວົ້າວ່າສີທີ່ຂ້ອຍໃຊ້ນັ້ນໜ້າຫົດຫູ່. ລາວແນະນຳໃຫ້ຂ້ອຍປ່ຽນສີ. ຫົວໜ້າທີມເຕືອນຂ້ອຍບໍ່ໃຫ້ດື້ດ້ານ ແລະ ຂ້ອຍຄວນເຮັດການປ່ຽນແປງເພື່ອກວດຄືນຕໍ່ໄປ. ໃນຈຸດນັ້ນ ຂ້ອຍບໍ່ກ້າປະຕິເສດທີ່ຈະປ່ຽນມັນ, ດັ່ງນັ້ນ ຂ້ອຍຈິ່ງພະຍາຍາມເຮັດການປ່ຽນແປງບາງຢ່າງ. ແຕ່ຂ້ອຍບໍ່ໄດ້ເຕັມໃຈປ່ອຍວາງແບບສີມ່ວງນັ້ນ. ຂ້ອຍຄິດວ່າ “ການອອກແບບຂອງຂ້ອຍດ້ວຍສີນີ້ບໍ່ໄດ້ຂີ້ຮ້າຍປານນັ້ນ. ບາງຄົນກໍ່ມັກມັນ, ສະນັ້ນ ເປັນຫຍັງຂ້ອຍຕ້ອງປ່ຽນມັນ?” ດັ່ງນັ້ນ ຂ້ອຍຈິ່ງດິ້ນລົນທີ່ຈະປ່ຽນມັນເມື່ອຂ້ອຍຄິດເຖິງມັນແບບນັ້ນ. ມັນຍັງເບິ່ງຄືວ່າບໍ່ງາມປານໃດຫຼັງຈາກທີ່ພະຍາຍາມແລ້ວສອງສາມຄັ້ງ. ແລ້ວກໍ່ເກີດມີຂໍ້ບົກຜ່ອງເກີດຂຶ້ນໃນຮູບພາບໃນການດັດແກ້ໜຶ່ງ ເຊິ່ງຂ້ອຍໃຊ້ເວລາເປັນຊົ່ວໂມງໆແຕ່ກໍ່ບໍ່ສາມາດຫາວິທີແກ້ມັນໄດ້. ຂ້ອຍຮູ້ສຶກທໍ້ແທ້ຢ່າງບໍ່ໜ້າເຊື່ອ ແລະ ໝົດປັນຍາ ແລະ ເຖິງກັບຢາກຍອມແພ້. ຂ້ອຍຄິດກ່ຽວກັບວ່າຂ້ອຍໃຊ້ເວລາໜຶ່ງເດືອນແນວໃດກັບຮູບພາບໜຶ່ງໃນການດັດແກ້ມັນຫົກເທື່ອ ແລະ ຄົນອື່ນໆໄດ້ໃຫ້ຄຳແນະນຳຫຼາຍຢ່າງແກ່ຂ້ອຍ. ຂ້ອຍຍັງເຮັດມັນບໍ່ສຳເລັດ ແລະ ມັນເຮັດໃຫ້ວຽກຂອງພວກເຮົາຢຸດຊະງັກ. ຂ້ອຍອາລົມເສຍແທ້ໆ. ຂ້ອຍຈື່ໄດ້ວ່າຂ້ອຍຂັດຂວາງການເຮັດວຽກຂອງພວກເຮົາມາກ່ອນແນວໃດເພາະວ່າຂ້ອຍເປັນຄົນອວດດີ ແລະ ບໍ່ສາມາດຮັບເອົາຄໍາຕິຊົມໄດ້. ຕອນນີ້ ຂ້ອຍອວດດີອີກຄັ້ງ ແລະ ປະຕິເສດຄຳແນະນຳຂອງຄົນອື່ນ. ນັ້ນບໍ່ແມ່ນບັນຫາເກົ່າໆເດີມໆບໍ? ຂ້ອຍມາອະທິຖານຕໍ່ໜ້າພຣະເຈົ້າໂດຍໄວວ່າ “ໂອ ພຣະເຈົ້າ, ອຸປະນິໄສທີ່ອວດດີຂອງຂ້ານ້ອຍນັ້ນຮ້າຍແຮງແທ້. ຂ້ານ້ອຍບໍ່ສາມາດອ່ອນນ້ອມໃນສະຖານະການນີ້. ກາລຸນາສ່ອງສະຫວ່າງ ແລະ ຊີ້ນຳຂ້ານ້ອຍ ເພື່ອໃຫ້ຂ້ານ້ອຍສາມາດເຂົ້າໃຈຄວາມປະສົງຂອງພຣະອົງ, ຮູ້ຈັກຕົວເອງຢ່າງແທ້ຈິງ ແລະ ອອກມາຈາກສະພາວະນີ້”.

ຕໍ່ມາ ຂ້ອຍໄດ້ອ່ານບົດຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ຄວາມອວດດີເປັນສາເຫດຂອງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຍິ່ງຜູ້ຄົນອວດດີສໍ່າໃດ, ພວກເຂົາກໍຍິ່ງມີແນວໂນ້ມທີ່ຈະຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ບັນຫານີ້ຮ້າຍແຮງສໍ່າໃດ? ບໍ່ພຽງແຕ່ວ່າຜູ້ຄົນທີ່ມີອຸປະນິໄສທີ່ອວດດີຈະຄິດວ່າທຸກຄົນຢູ່ພາຍໃຕ້ພວກເຂົາ, ແຕ່ສິ່ງທີ່ໂຫດຮ້າຍທີ່ສຸດກໍຄື ພວກເຂົາເຖິງກັບໂອ້ອວດໃສ່ພຣະເຈົ້າ. ດ້ານພາຍນອກ ເຖິງແມ່ນບາງຄົນອາດປາກົດວ່າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະອົງ, ພວກເຂົາບໍ່ໄດ້ປະຕິບັດຕໍ່ພຣະອົງຄືກັບພຣະເຈົ້າເລີຍ. ພວກເຂົາຮູ້ສຶກຢູ່ສະເໝີວ່າພວກເຂົາມີຄວາມຈິງ ແລະ ຄິດວ່າໂລກເປັນຂອງພວກເຂົາເອງ. ນີ້ແມ່ນແກ່ນແທ້ ແລະ ສາເຫດຂອງອຸປະນິໄສທີ່ອວດດີ ແລະ ມັນມາຈາກຊາຕານ. ສະນັ້ນ, ບັນຫາຂອງຄວາມອວດດີຕ້ອງຖືກແກ້ໄຂ. ການຮູ້ສຶກວ່າຄົນໜຶ່ງດີກວ່າຄົນອື່ນ, ນັ້ນເປັນສິ່ງທີ່ບໍ່ສຳຄັນ. ບັນຫາທີ່ຮ້າຍແຮງກໍຄືອຸປະນິໄສທີ່ອວດດີຂອງຄົນໆໜຶ່ງໄດ້ຫ້າມບໍ່ໃຫ້ເຂົາຍອມຕໍ່ພຣະເຈົ້າ, ຍອມຕໍ່ການປົກຄອງຂອງພຣະອົງ ແລະ ການຈັດແຈງຂອງພຣະອົງ; ບຸກຄົນດັ່ງກ່າວຮູ້ສຶກຢູ່ສະເໝີວ່າມັກຈະແຂ່ງຂັນກັບພຣະເຈົ້າເພື່ອເອົາອຳນາດເໜືອຄົນອື່ນ. ບຸກຄົນປະເພດນີ້ບໍ່ເຄົາລົບພຣະເຈົ້າແມ່ນແຕ່ໜ້ອຍດຽວ, ບໍ່ຕ້ອງເວົ້າເຖິງເລື່ອງການຮັກພຣະເຈົ້າ ຫຼື ການຍອມຕໍ່ພຣະອົງເລີຍ. ຜູ້ຄົນທີ່ອວດດີ ແລະ ຫຼອກລວງ ໂດຍສະເພາະແມ່ນຄົນທີ່ອວດດີຫຼາຍຈົນສູນເສຍສະຕິຂອງພວກເຂົາ ແມ່ນບໍ່ສາມາດຍອມຕໍ່ພຣະເຈົ້າໃນຄວາມເຊື່ອຂອງພວກເຂົາໃນພຣະອົງ ແລະ ເຖິງກັບຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງ. ຜູ້ຄົນດັ່ງກ່າວຕໍ່ຕ້ານພຣະເຈົ້າທີ່ສຸດ. ຖ້າຜູ້ຄົນປາຖະໜາທີ່ຈະໄປເຖິງຈຸດທີ່ພວກເຂົາເຄົາລົບພຣະເຈົ້າ, ແລ້ວພວກເຂົາຕ້ອງແກ້ໄຂອຸປະນິໄສທີ່ອວດດີຂອງພວກເຂົາກ່ອນ. ຍິ່ງເຈົ້າແກ້ໄຂອຸປະນິໄສທີ່ອວດດີຂອງເຈົ້າຢ່າງລະອຽດຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະມີຄວາມເຄົາລົບສຳລັບພຣະເຈົ້າຫຼາຍສໍ່ານັ້ນ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງສາມາດຍອມຕໍ່ພຣະອົງ ແລະ ສາມາດຮັບເອົາຄວາມຈິງ ແລະ ຮູ້ຈັກພຣະອົງໄດ້(ຄັດຈາກການສົນທະນາຂອງພຣະເຈົ້າ). ສິ່ງນີ້ຊ່ວຍໃຫ້ຂ້ອຍເຂົ້າໃຈວ່າຄວາມອວດດີແມ່ນຮາກເຫງົ້າຂອງການຕໍ່ຕ້ານພຣະເຈົ້າ. ການຖືກຄວບຄຸມໂດຍອຸປະນິໄສທີ່ອວດດີຂອງຂ້ອຍ, ຂ້ອຍຄິດວ່າຂ້ອຍຖືກຢູ່ສະເໝີ, ຄືກັບວ່າມຸມມອງຂອງຂ້ອຍເປັນຄວາມຈິງ, ຄືກັບວ່າພວກມັນມີສິດອຳນາດ. ຂ້ອຍບໍ່ມີຄວາມປາຖະໜາທີ່ຈະສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ຂ້ອຍຈະບໍ່ຍອມຮັບເອົາຄຳແນະນຳຂອງຜູ້ໃດເລີຍ. ໂດຍສະເພາະໃນເວລາທີ່ບາງຄົນຜູ້ທີ່ບໍ່ຊໍານິຊໍານານທາງດ້ານເຕັກນິກ ຫຼື ບໍ່ເຂົ້າໃຈດ້ານວິຊາການສະເພາະໃດໜຶ່ງໄດ້ໃຫ້ຄໍາແນະນໍາຂອງພວກເຂົາແກ່ຂ້ອຍ, ຂ້ອຍຕໍ່ຕ້ານແທ້ໆ. ຂ້ອຍເຮັດຄືກັບວ່າຂ້ອຍຍອມຮັບພວກເຂົາ, ແຕ່ໃນຄວາມຈິງແລ້ວ ຂ້ອຍບໍ່ໄດ້ຮັບເອົາຄຳແນະນຳຂອງພວກເຂົາຢ່າງຈິງຈັງ. ພຣະເຈົ້າເຕືອນຂ້ອຍຫຼາຍຄັ້ງຜ່ານຄົນອື່ນໆໃຫ້ປະຖິ້ມຄວາມປະສົງຂອງຂ້ອຍ, ສຸມໃສ່ສິ່ງທີ່ເປັນປະໂຫຍດແກ່ເຮືອນຂອງພຣະເຈົ້າ, ສະແຫວງຫາ, ພະຍາຍາມ ແລະ ສ້າງວິໄສທັດທີ່ດີທີ່ສຸດ. ແຕ່ຂ້ອຍດື້ດ້ານ ແລະ ຍິ່ງຍະໂສຢ່າງບໍ່ໜ້າເຊື່ອ. ຂ້ອຍຖືເອົາຄວາມຄິດ ແລະ ປະສົບການຂອງຂ້ອຍເອງເປັນຄວາມຈິງ ແລະ ຂ້ອຍຂຸດສົ້ນຕີນຂອງຕົນເມື່ອຄຳແນະນຳຂອງຄົນອື່ນບໍ່ໄດ້ຜ່ານການລວມຕົວກັບຂ້ອຍ. ສິ່ງນີ້ຂັດຂວາງວຽກງານຂອງເຮືອນຂອງພຣະເຈົ້າ. ແລ້ວໃນທີ່ສຸດ ຂ້ອຍກໍ່ເລີ່ມເຂົ້າໃຈພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ບໍ່ພຽງແຕ່ວ່າຜູ້ຄົນທີ່ມີອຸປະນິໄສທີ່ອວດດີຈະຄິດວ່າທຸກຄົນຢູ່ພາຍໃຕ້ພວກເຂົາ, ແຕ່ສິ່ງທີ່ໂຫດຮ້າຍທີ່ສຸດກໍຄື ພວກເຂົາເຖິງກັບໂອ້ອວດໃສ່ພຣະເຈົ້າ”. “ຍິ່ງຜູ້ຄົນອວດດີສໍ່າໃດ, ພວກເຂົາກໍຍິ່ງມີແນວໂນ້ມທີ່ຈະຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ”. ຂ້ອຍເຊື່ອໝັ້ນໃນຕົວພວກເຂົາຢ່າງສິ້ນເຊີງ. ຂ້ອຍຍັງຮູ້ສຶກຢ້ານເລັກນ້ອຍ. ມັນເຕືອນຂ້ອຍກ່ຽວກັບພວກຕໍ່ຕ້ານພຣະຄຣິດໃນຄຣິດຕະຈັກ. ພວກເຂົາອວດດີ ແລະ ຜະເດັດການແທ້ໆ ແລະ ບໍ່ເຄີຍຟັງຄຳແນະນຳຂອງຄົນອື່ນ. ພວກເຂົາເຖິງກັບຂ້ຽນຕີ ແລະ ກີດກັນຄົນທີ່ໃຫ້ຄໍາຕິຊົມ ແລະ ສິ່ງນັ້ນໄດ້ລົບກວນວຽກງານຂອງເຮືອນຂອງພຣະເຈົ້າແທ້ໆ ແລະ ເຮັດຜິດໃຈອຸປະນິໄສຂອງພຣະເຈົ້າ. ພວກເຂົາທຸກຄົນຖືກກຳຈັດໂດຍພຣະເຈົ້າ. ຂ້ອຍບໍ່ໄດ້ເຮັດຊົ່ວແບບທີ່ພວກຕໍ່ຕ້ານພຣະຄຣິດເຮັດ, ແຕ່ອຸປະນິໄສທີ່ຂ້ອຍເປີດເຜີຍແຕກຕ່າງກັນແນວໃດກັບອຸປະນິໄສຂອງພວກເຂົາ? ຕອນນັ້ນເອງຂ້ອຍຈິ່ງຮັບຮູ້ວ່າຜົນຮັບທີ່ຕາມມາຈະຮ້າຍແຮງສ່ຳໃດຖ້າຄວາມອວດດີຂອງຂ້ອຍບໍ່ຖືກແກ້ໄຂ. ຂ້ອຍມາອະທິຖານຢູ່ຕໍ່ໜ້າພຣະເຈົ້າທັນທີ, ເຕັມໃຈທີ່ຈະກັບໃຈ.

ຫຼັງຈາກນັ້ນ, ຂ້ອຍກໍ່ອ່ານບົດຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ເມື່ອຫຼຽວເບິ່ງມັນຕອນນີ້, ມັນຍາກບໍທີ່ຈະປະຕິບັດໜ້າທີ່ຂອງຄົນໆໜຶ່ງໃຫ້ພໍໃຊ້ໄດ້? ໃນຄວາມເປັນຈິງແລ້ວ, ມັນບໍ່ຍາກ; ຜູ້ຄົນຕ້ອງສາມາດມີທ່າທີຖ່ອມຕົວເທົ່ານັ້ນ, ມີຄວາມສຳນຶກເລັກນ້ອຍ ແລະ ມີຕໍາແໜ່ງທີ່ເໝາະສົມ. ບໍ່ວ່າເຈົ້າຄິດວ່າເຈົ້າມີການສຶກສາຫຼາຍສໍ່າໃດກໍ່ຕາມ, ເຈົ້າໄດ້ຮັບລາງວັນຫຍັງ ຫຼື ເຈົ້າໄດ້ບັນລຸຫຼາຍສໍ່າໃດ ແລະ ບໍ່ວ່າເຈົ້າຈະເຊື່ອວ່າຄວາມສາມາດ ແລະ ຊັ້ນຂອງເຈົ້າອາດມີສູງຫຼາຍສໍ່າໃດກໍ່ຕາມ, ເຈົ້າຕ້ອງເລີ່ມຕົ້ນດ້ວຍການປ່ອຍທຸກສິ່ງເຫຼົ່ານີ້, ພວກມັນບໍ່ໄດ້ສຳຄັນຫຍັງ. ໃນເຮືອນຂອງພຣະເຈົ້າ, ບໍ່ວ່າສິ່ງເຫຼົ່ານີ້ຈະຍິ່ງໃຫຍ່ ຫຼື ດີສໍ່າໃດກໍ່ຕາມ, ພວກມັນບໍ່ສາມາດຢູ່ສູງກວ່າຄວາມຈິງໄດ້; ພວກມັນບໍ່ແມ່ນຄວາມຈິງ ແລະ ບໍ່ສາມາດແທນທີ່ຄວາມຈິງໄດ້. ນີ້ຄືເຫດຜົນທີ່ວ່າເປັນຫຍັງເຈົ້າຈຶ່ງຕ້ອງມີສິ່ງນີ້ທີ່ເອີ້ນວ່າ ຄວາມສຳນຶກ. ຖ້າເຈົ້າເວົ້າວ່າ ‘ຂ້ານ້ອຍມີພອນສະຫວັນຫຼາຍ, ຂ້ານ້ອຍມີຄວາມຄິດທີ່ສະຫຼາດຫຼາຍ, ຂ້ານ້ອຍມີການຕອບໂຕ້ທີ່ໄວ, ຂ້ານ້ອຍເປັນຜູ້ຮຽນຮູ້ທີ່ໄວ ແລະ ຂ້ານ້ອຍມີຄວາມຊົງຈຳທີ່ດີຢ່າງມະຫາສານ’ ແລະ ເຈົ້າກໍ່ໃຊ້ສິ່ງເຫຼົ່ານີ້ໃຫ້ເປັນທຶນຢູ່ສະເໝີ, ແລ້ວສິ່ງນີ້ຈະສ້າງບັນຫາ. ຖ້າເຈົ້າເບິ່ງວ່າສິ່ງເຫຼົ່ານີ້ເປັນຄວາມຈິງ ຫຼື ເປັນສິ່ງທີ່ຢູ່ສູງກວ່າຄວາມຈິງ, ແລ້ວມັນກໍ່ຈະຍາກສຳລັບເຈົ້າທີ່ຈະຍອມຮັບຄວາມຈິງ ແລະ ນໍາມັນເຂົ້າສູ່ການປະຕິບັດ. ຄົນທີ່ຖືຕົວ ແລະ ອວດດີ ຜູ້ທີ່ປະພຶດຕົວຢູ່ເໜືອຢູ່ສະເໝີ ມີເວລາທີ່ລໍາບາກທີ່ສຸດໃນການຍອມຮັບຄວາມຈິງ ແລະ ມີແນວໂນ້ມທີ່ຈະລົ້ມເຫຼວຫຼາຍທີ່ສຸດ. ຖ້າຄົນໆໜຶ່ງສາມາດແກ້ໄຂບັນຫາຂອງຄວາມອວດດີຂອງຄົນໆໜຶ່ງໄດ້, ແລ້ວມັນກໍ່ງ່າຍທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ. ສະນັ້ນ, ເຈົ້າຕ້ອງປ່ອຍວາງ ແລະ ປະຕິເສດສິ່ງເຫຼົ່ານັ້ນກ່ອນ ເຊິ່ງເບິ່ງຄືດີໃນທາງຜິວເຜີນ ແລະ ສູງສົ່ງ ແລະ ເຮັດໃຫ້ຄົນອື່ນອິດສາ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຈິງ; ກົງກັນຂ້າມ, ພວກມັນສາມາດປິດກັ້ນເຈົ້າບໍ່ໃຫ້ເຂົ້າສູ່ຄວາມຈິງ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ແມ່ນຫຍັງຄືການປະຕິບັດໜ້າທີ່ໃຫ້ພໍໃຊ້ໄດ້?). ແລ້ວຂ້ອຍກໍ່ເຂົ້າໃຈວ່າ ຂ້ອຍຕ້ອງປະຖິ້ມຕົວເອງ ແລະ ປະຕິເສດຕົວເອງເພື່ອແກ້ໄຂອຸປະນິໄສທີ່ອວດດີຂອງຂ້ອຍ. ທັກສະ, ຄວາມສາມາດ, ປະສົບການ ແລະ ຂອງປະທານຂອງມະນຸດບໍ່ແມ່ນຄວາມຈິງ, ບໍ່ວ່າພວກມັນຈະເປັນຕາງຶດພຽງໃດກໍ່ຕາມ. ພວກມັນເປັນພຽງເຄື່ອງມືເພື່ອຊ່ວຍພວກເຮົາເຮັດໜ້າທີ່ຂອງພວກເຮົາ. ພວກເຂົາບໍ່ຄວນພະຍາຍາມໃຊ້ປະໂຫຍດຈາກພວກມັນ. ການສະແຫວງຫາຄວາມຈິງ, ການເຮັດສິ່ງຕ່າງໆຕາມຫຼັກການ, ການເຮັດວຽກໃຫ້ດີກັບຄົນອື່ນ ແລະ ການຮຽນຮູ້ລ້ວນເປັນກຸນແຈສຳຄັນ. ນັ້ນແມ່ນທາງດຽວທີ່ຈະເຮັດໜ້າທີ່ຂອງພວກເຮົາໃຫ້ດີ. ແລ້ວຂ້ອຍກໍ່ເບິ່ງຜ່ານບາງໂພສເຕີທີ່ດີກວ່າທີ່ຂ້ອຍໄດ້ອອກແບບ ແລະ ພົບວ່າມີບັນຫາທີ່ເຫັນໄດ້ຊັດເຈນກັບແນວຄິດ, ການແລເງົາ, ການລົງສີ ແລະ ອົງປະກອບໃນຮູບພາບຕົ້ນສະບັບຂອງຂ້ອຍ. ແຕ່ຫຼັງຈາກທີ່ດັດແກ້ພວກມັນໂດຍອີງໃສ່ຄຳຄິດເຫັນຂອງອ້າຍເອື້ອຍນ້ອງ, ພວກມັນປັບປຸງຂຶ້ນຫຼາຍ ແລະ ບາງອັນໄດ້ມີການປ່ຽນແປງທັງໝົດ. ຂ້ອຍລະອາຍໃຈທີ່ເຫັນແບບນີ້. ຂ້ອຍຄິດວ່າຂ້ອຍໄດ້ມີຄວາມສຳເລັດບາງຢ່າງໃນວຽກຂອງຕົນ ແລະ ຂ້ອຍໄດ້ຮັບການຍ້ອງຍໍບາງປະການຈາກຄົນອື່ນຍ້ອນຂ້ອຍມີທັກສະດ້ານວິຊາການທີ່ດີກວ່າ ແລະ ມີປະສົບການຫຼາຍກວ່າພວກເຂົາ. ຂ້ອຍໃຊ້ປະໂຫຍດໃນສິ່ງນີ້, ປະຕິເສດທີ່ຈະຟັງຄົນອື່ນ. ແຕ່ຄວາມຈິງຄືການອອກແບບຂອງຂ້ອຍປະສົບຜົນສຳເລັດກໍ່ຍ້ອນຂ້ອຍໄດ້ດຳເນີນຕາມຫຼັກການແຫ່ງຄວາມຈິງ ແລະ ຍອມຮັບຄຳແນະນຳຂອງຄົນອື່ນ. ພວກມັນໄດ້ຖືກສ້າງດ້ວຍການຊີ້ນຳ ແລະ ການສ່ອງສະຫວ່າງຂອງພຣະເຈົ້າ ແລະ ຜ່ານການເຮັດວຽກຢ່າງກົມກຽວກັນກັບອ້າຍເອື້ອຍນ້ອງ. ເມື່ອຂ້ອຍພຽງແຕ່ອີງໃສ່ທັກສະດ້ານວິຊາການຂອງຕົນໂດຍບໍ່ໄດ້ສະແຫວງຫາຫຼັກການແຫ່ງຄວາມຈິງ ຫຼື ຮັບເອົາຄຳຄິດເຫັນຂອງຄົນອື່ນ, ຮູບພາບຂອງຂ້ອຍບໍ່ດີ ແລະ ສິ່ງນີ້ກີດຂວາງວຽກງານຂອງຄຣິດຕະຈັກແທ້ໆ. ຂ້ອຍລະອາຍໃຈຫຼາຍເມື່ອຂ້ອຍຄິດຄືນວ່າຂ້ອຍໄດ້ເປັນຄົນອວດດີ ແລະ ຖືວ່າຕົວເອງຊອບທຳແນວໃດໃນວິທີການຂອງຂ້ອຍ. ຂ້ອຍບໍ່ມີຫຍັງພິເສດຢ່າງຊັດເຈນ. ຂ້ອຍຫາກໍ່ຈັບສ່ວນປາຍຂອງພູເຂົານ້ຳແຂງໃນການອອກແບບ ແລະ ຂ້ອຍກໍ່ຫ່າງໄກຈາກຄວາມເປັນມືອາຊີບຢ່າງແທ້ຈິງ. ແຕ່ຂ້ອຍຍັງເປັນຄົນທີ່ໝັ້ນໃຈໃນຕົວເອງ ແລະ ອວດດີຫຼາຍ. ຂ້ອຍໜ້າດ້ານຫຼາຍ. ເມື່ອຄິດໄດ້ເຊັ່ນນີ້, ຂ້ອຍກໍ່ກ່າວຄຳອະທິຖານ ແລະ ປ່ອຍວາງມຸມມອງຂອງຂ້ອຍ. ຂ້ອຍເຮັດຕາມຄຳຄິດເຫັນຂອງຄົນອື່ນ ແລະ ຄິດແທ້ໆກ່ຽວກັບວິທີທີ່ເຮັດການກວດແກ້ເພື່ອຜົນຮັບທີ່ດີກວ່າ. ບໍ່ພຽງແຕ່ບັນຫາໄດ້ຮັບການແກ້ໄຂເທົ່ານັ້ນ ແຕ່ຂ້ອຍຍັງພົບສີທີ່ດີກວ່າອີກດ້ວຍ. ຂ້ອຍໄດ້ແກ້ໄຂຮູບພາບຢ່າງໄວ ແລະ ອ້າຍເອື້ອຍນ້ອງທັງຫຼາຍເວົ້າວ່າມັນເບິ່ງງາມຂຶ້ນຫຼັງຈາກການປ່ຽນແປງເຫຼົ່ານັ້ນ. ຂ້ອຍຮູ້ສຶກອັບອາຍຫຼາຍທີ່ເຫັນສິ່ງນີ້. ພວກເຮົາໄດ້ແກ້ໄຂຮູບພາບນັ້ນຫຼາຍຄັ້ງກໍ່ຍ້ອນຄວາມອວດດີຂອງຂ້ອຍຢ່າງສິ້ນເຊີງ, ເສຍເວລາທີ່ມີຄ່າຫຼາຍ ແລະ ເຮັດໃຫ້ຄົນອື່ນບໍ່ສະດວກ. ມັນໄດ້ຂັດຂວາງວຽກງານຂອງເຮືອນຂອງພຣະເຈົ້າຢ່າງຮຸນແຮງ. ບໍ່ພຽງແຕ່ທັກສະຂອງຂ້ອຍຢຸດຊະຫງັກເທົ່ານັ້ນ, ແຕ່ການເຂົ້າສູ່ຊີວິດຂອງຂ້ອຍກໍ່ປະສົບກັບຄວາມຫຍຸ້ງຍາກ. ຂ້ອຍເຫັນວ່າການດຳລົງຊີວິດຕາມອຸປະນິໄສທີ່ອວດດີຂອງຂ້ອຍບໍ່ມີຫຍັງນອກຈາກອັນຕະລາຍ. ຂ້ອຍເສຍໃຈຫຼາຍ ແລະ ຂ້ອຍຕັ້ງໃຈຢ່າງງຽບໆວ່າ: “ບໍ່ວ່າຂ້ອຍຈະໄດ້ຮັບຄຳຄິດເຫັນໃດກໍ່ຕາມໃນອະນາຄົດ, ຂ້ອຍຈະຮຽນຮູ້ທີ່ຈະປະຖິ້ມຕົວເອງ, ສະແຫວງຫາຄວາມຈິງ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຕ້ອງມາກ່ອນ. ຂ້ອຍບໍ່ສາມາດດຳລົງຊີວິດດ້ວຍຄວາມອວດດີໄດ້”.

ເມື່ອບໍ່ດົນມານີ້ຂ້ອຍໄດ້ອອກແບບຮູບຕົວຢ່າງສໍາລັບວິດີໂອການອ່ານພຣະທຳຂອງພຣະເຈົ້າ ແລະ ເມື່ອຂ້ອຍສະແດງຮ່າງທໍາອິດຂອງຂ້ອຍໃຫ້ກັບອ້າຍເອື້ອຍນ້ອງທີ່ອ່ານພຣະທຳຂອງພຣະເຈົ້າ, ເຂົາເຈົ້າເວົ້າວ່າຮູບຂອງໂລກໃຫຍ່ເກີນໄປ ແລະ ເບິ່ງຄືວ່າແອອັດຢູ່ໃນໃຈກາງ, ສະນັ້ນ ພື້ນທີ່ການເບິ່ງເຫັນແມ່ນບໍ່ເປີດກວ້າງພໍ. ພວກເຂົາສົ່ງບາງຮູບໃຫ້ຂ້ອຍເພື່ອເປັນບ່ອນອີງເພື່ອຊ່ວຍຂ້ອຍເຮັດການປັບປຸງ. ຂ້ອຍຄິດວ່າ “ໂລກຕ້ອງໃຫຍ່ຂະໜາດນັ້ນເພື່ອໃຫ້ມີປະສິດທິພາບທີ່ເໝາະສົມ ແລະ ເຈົ້າບໍ່ມີປະສົບການການອອກແບບກຣາບຟິກແບບມືອາຊີບ ຫຼື ການຝຶກອົບຮົມພາກປະຕິບັດໃດໆ. ຂ້ອຍຊຳນານຫຼາຍກວ່າໃນຂອບເຂດນີ້. ບໍ່ມີຫຍັງທີ່ຂ້ອຍຈະໄດ້ຮັບຈາກຄຳຄິດເຫັນຂອງພວກເຈົ້າ”. ດັ່ງນັ້ນຂ້ອຍຈິ່ງສະແກນຜ່ານຄຳຄິດເຫັນຂອງພວກເຂົາໂດຍບໍ່ໄດ້ຕັ້ງໃຈ ແລະ ຕ້ອງການແກ້ໄຂຮູບພາບໂດຍອີງໃສ່ແນວຄິດຂອງຂ້ອຍເອງ. ຂ້ອຍຮັບຮູ້ວ່າຂ້ອຍກຳລັງສະແດງຄວາມອວດດີຂອງຂ້ອຍອີກຄັ້ງ, ວ່າຂ້ອຍບໍ່ໄດ້ພິຈາລະນາຄຳຄິດເຫັນ ຫຼື ຜົນຮັບສຸດທ້າຍຢ່າງໃຈເຢັນ. ຂ້ອຍໄດ້ຕັດສິນຢ່າງຕາບອດ ແລະ ນັ້ນຂັດກັບຄວາມປະສົງຂອງພຣະເຈົ້າ. ຂ້ອຍກ່າວຄຳອະທິຖານທັນທີ ຂໍພຣະເຈົ້າໃຫ້ສະຫງົບຫົວໃຈຂອງຂ້ອຍເພື່ອໃຫ້ຂ້ອຍສາມາດປະຕິບັດຄວາມຈິງ ແລະ ປະຖິ້ມເນື້ອໜັງຂອງຂ້ອຍ. ຫຼັງຈາກນັ້ນ ຂ້ອຍກໍ່ອ່ານບົດຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ກ່ອນອື່ນ ເຈົ້າຕ້ອງມີທ່າທີທີ່ຖ່ອມຕົວ, ປະຖິ້ມສິ່ງທີ່ເຈົ້າເຊື່ອວ່າຖືກຕ້ອງ ແລະ ປ່ອຍໃຫ້ທຸກຄົນມີການໂອ້ລົມ. ເຖິງແມ່ນເຈົ້າເຊື່ອວ່າຫົນທາງຂອງເຈົ້າຖືກຕ້ອງ, ເຈົ້າບໍ່ຄວນສືບຕໍ່ເຮັດມັນ. ກ່ອນອື່ນໝົດ, ນັ້ນເປັນບາດກ້າວໄປຂ້າງໜ້າປະເພດໜຶ່ງ; ມັນສະແດງເຖິງທ່າທີຂອງການສະແຫວງຫາຄວາມຈິງ, ການປະຕິເສດຕົນເອງ ແລະ ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າມີທ່າທີນີ້, ໃນເວລາດຽວກັນທີ່ເຈົ້າບໍ່ຍຶດຕິດກັບຄວາມຄິດເຫັນຂອງເຈົ້າເອງ, ເຈົ້າກໍອະທິຖານ. ຍ້ອນວ່າເຈົ້າບໍ່ສາມາດແຍກແຍະສິ່ງທີ່ຖືກຈາກສິ່ງທີ່ຜິດ, ເຈົ້າຈຶ່ງປ່ອຍໃຫ້ພຣະເຈົ້າເປີດເຜີຍ ແລະ ບອກເຈົ້າກ່ຽວກັບສິ່ງທີ່ດີທີ່ສຸດ ແລະ ສິ່ງເໝາະສົມທີ່ສຸດທີ່ຈະເຮັດ. ຍ້ອນທຸກຄົນເຂົ້າຮ່ວມການໂອ້ລົມ, ພຣະວິນຍານບໍລິສຸດຈຶ່ງນໍາແສງສະຫວ່າງທັງໝົດມາໃຫ້ກັບເຈົ້າ. ພຣະເຈົ້າສ່ອງແສງໃຫ້ກັບທຸກຄົນຕາມຂະບວນການ ເຊິ່ງບາງຄັ້ງກໍພຽງແຕ່ປະເມີນທ່າທີຂອງເຈົ້າໂດຍລວມ. ຖ້າທ່າທີຂອງເຈົ້າຄືການໂອ້ອວດຕົນເອງຢ່າງດື້ດ້ານ, ພຣະເຈົ້າກໍຈະເຊື່ອງໃບໜ້າຂອງພຣະອົງຈາກເຈົ້າ ແລະ ປົກປິດພຣະອົງເອງຈາກເຈົ້າ; ພຣະອົງຈະເປີດໂປງເຈົ້າ ແລະ ເຮັດໃຫ້ເຈົ້າຊົນກຳແພງຢ່າງແນ່ນອນ. ໃນອີກດ້ານໜຶ່ງ, ຖ້າທ່າທີຂອງເຈົ້າຖືກຕ້ອງ, ບໍ່ດື້ດືງໃນຫົນທາງຂອງເຈົ້າເອງ ຫຼື ບໍ່ຖືວ່າຕົນເອງຊອບທຳ ຫຼື ບໍ່ເຮັດຕາມອຳເພີໃຈ ແລະ ຢ່າງບໍ່ຮອບຄອບ, ແຕ່ເປັນທ່າທີທີ່ສະແຫວງຫາ ແລະ ຍອມຮັບຄວາມຈິງ, ແລ້ວເມື່ອເຈົ້າໂອ້ລົມກັບກຸ່ມຄົນ ແລະ ພຣະວິນຍານບໍລິສຸດປະຕິບັດວຽກງານທ່າມກາງເຈົ້າ, ບາງທີ່ ພຣະອົງຈະນໍາພາເຈົ້າໃຫ້ເຂົ້າໃຈດ້ວຍວິທີການເວົ້າຂອງຄົນໃດໜຶ່ງ(ຄັດຈາກການສົນທະນາຂອງພຣະເຈົ້າ). ແລ້ວຂ້ອຍກໍ່ເຂົ້າໃຈວ່າ ເມື່ອຂ້ອຍຜະເຊີນກັບຄວາມຄິດທີ່ແຕກຕ່າງກັນຈາກຄົນອື່ນໃນໜ້າທີ່ຂອງຂ້ອຍ, ນັ້ນແມ່ນບາງສິ່ງທີ່ພຣະເຈົ້າອະນຸຍາດ. ພຣະເຈົ້າເບິ່ງທຸກຄວາມຄິດ ແລະ ການກະທຳຂອງພວກເຮົາ, ດັ່ງນັ້ ຂ້ອຍຄວນປະຕິບັດຄວາມຈິງ ແລະ ຍອມຮັບການກວດສອບຂອງພຣະເຈົ້າ. ຂ້ອຍບໍ່ສາມາດພຽງແຕ່ເອົາສິ່ງຕ່າງໆທີ່ມີຄ່າຕາມໜ້າຕາ ແລະ ຕັດສິນຄວາມເປັນມືອາຊີບຂອງຄົນອື່ນ. ເຖິງແມ່ນວ່າຂ້ອຍມີຄວາມຮູ້ຫຼາຍກວ່າ, ບໍ່ວ່າຂ້ອຍຄິດວ່າແນວຄິດຂອງຂ້ອຍສົມເຫດສົມຜົນພຽງໃດກໍ່ຕາມ, ຂ້ອຍຄວນເຊົາຄິດວ່າຕົວເອງຊອບທຳ, ປະຖິ້ມຈິນຕະນາການຂອງຕົວເອງ, ສະແຫວງຫາຫຼັກການແຫ່ງຄວາມຈິງ ແລະ ເຮັດຫຍັງກໍ່ຕາມທີ່ຈະມີປະສິດທິພາບທີ່ສຸດ. ເຖິງແມ່ນວ່າໃນທີ່ສຸດ ຂ້ອຍຈະກາຍເປັນຝ່າຍຖືກ, ຢ່າງໜ້ອຍຂ້ອຍກໍ່ໄດ້ສະແຫວງຫາ ແລະ ປະຕິບັດຄວາມຈິງ. ນັ້ນແມ່ນລ້ຳຄ່າ. ພຣະເຈົ້າກຽດຊັງອຸປະນິໃສແບບຊາຕານຂອງຂ້ອຍທີ່ເປັນສັດຕູກັບພຣະອົງ, ດັ່ງນັ້ນ ການສະແດງຄວາມອວດດີຂອງຂ້ອຍຈິ່ງຮ້າຍແຮງກວ່າການເຮັດຜິດ. ຂ້ອຍຄິດເຖິງວ່າຄວາມອວດດີຂອງຂ້ອຍໄດ້ລົບການວຽກງານຂອງເຮືອນຂອງພຣະເຈົ້າແທ້ໆແນວໃດ ແລະ ຮູ້ສຶກແທ້ໆວ່າຂ້ອຍບໍ່ສາມາດເອົາແຕ່ໃຈໄດ້ອີກຕໍ່ໄປ. ຂ້ອຍຕ້ອງເຂົ້າຫາຄຳແນະນຳເພື່ອແກ້ໄຂຢ່າງໃຈເຢັນ ແລະ ພະຍາຍາມເຮັດໃຫ້ຮູບພາບດີຂຶ້ນ. ຫຼັງຈາກນັ້ນ, ຂ້ອຍປະຕິບັດຕາມຄຳແນະນຳຂອງຄົນອື່ນຢ່າງຈິງຈັງ ແລະ ພົບວ່າຮູບພາບອ້າງອີງຮູບໜຶ່ງນັ້ນມີຄວາມທັນສະໄໝແທ້ໆ ແລະ ຂ້ອຍສາມາດຮຽນຮູ້ຈາກມັນໄດ້. ຂ້ອຍປຶກສາມັນກັບສະມາຊິກທີມຄົນອື່ນ ແລະ ທຸກຄົນກໍ່ເຫັນດີວ່າຄວນແກ້ໄຂຕາມທີ່ໄດ້ແນະນຳໄວ້. ຂ້ອຍປັບໂຄງຮ່າງ ແລະ ລັກສະນະອື່ນໆອີກ ແລະ ມັນໄດ້ສໍາເລັດໂດຍທີ່ຂ້ອຍບໍ່ຮູ້ຕົວ. ຂ້ອຍຮູ້ສຶກວ່າສິ່ງນີ້ບັນລຸໄດ້ທັງໝົດຜ່ານການສ່ອງສະຫວ່າງ ແລະ ການຊີ້ນຳຂອງພຣະເຈົ້າ. ເຖິງແມ່ນວ່າຂ້ອຍໄດ້ຮັບຄຳແນະນຳເພີ່ມເຕີມອີກສອງສາມອັນ, ຂ້ອຍກໍ່ຮັບມືກັບມັນໄດ້ຢ່າງເໝາະສົມ ແລະ ບໍ່ໄດ້ຮູ້ສຶກຕໍ່ຕ້ານຫຼາຍປານໃດ. ຂ້ອຍດີໃຈທີ່ຈະປັບປ່ຽນມັນຫຼາຍຄັ້ງຕາມຄວາມຈຳເປັນເພື່ອເປັນພະຍານໃຫ້ພຣະເຈົ້າ. ຫຼັງຈາກການດັດແກ້ສອງສາມຮອບ, ທຸກຄົນເວົ້າວ່າມັນດີຫຼາຍ ແລະ ພວກເຂົາບໍ່ມີຄໍາແນະນໍາອີກຕໍ່ໄປ. ຂ້ອຍໄດ້ເຫັນວ່າມັນປະເສີດແທ້ທີ່ໄດ້ປະຕິບັດໜ້າທີ່ຂອງຂ້ອຍແບບນັ້ນ.

ຫຼັງຈາກທີ່ຖືກລົງວິໄນ ແລະ ຖືກເປີດໂປງ ແລະ ໂດຍການອ່ານພຣະທຳຂອງພຣະເຈົ້າ, ໃນທີ່ສຸດ ຂ້ອຍກໍ່ເຂົ້າໃຈ ແລະ ກຽດຊັງອຸປະນິໄສທີ່ອວດດີແບບຊາຕານຂອງຂ້ອຍ ແລະ ຂ້ອຍເຫັນວ່າມັນສຳຄັນແນວໃດທີ່ຈະສະແຫວງຫາ ແລະ ຍອມຮັບຄວາມຈິງໃນທຸກສິ່ງ. ຂ້ອຍບໍ່ໄດ້ອວດດີຄືແຕ່ກ່ອນ ແລະ ຂ້ອຍສາມາດຮັບເອົາຄຳແນະນຳຈາກຄົນອື່ນ. ຂ້ອຍໄດ້ປ່ຽນແປງແບບນີ້ໂດຍສິ້ນເຊີງ ກໍ່ຍ້ອນການພິພາກສາ, ການຂ້ຽນຕີ ແລະ ການລົງວິໄນຂອງພຣະເຈົ້າ.

ກ່ອນນີ້: 64. ຄວາມອວດດີໄປກ່ອນການລົ້ມສະຫຼາຍ

ຕໍ່ໄປ: 66. ວິທີທີ່ຂ້ອຍປ່ຽນແປງຄວາມອວດດີຂອງຕົວເອງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້