66. ວິທີທີ່ຂ້ອຍປ່ຽນແປງຄວາມອວດດີຂອງຕົວເອງ

ໂດຍ ຈິ້ງເຫວີຍ, ສະຫະລັດອາເມຣິກາ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ທຸກບາດກ້າວຂອງພາລະກິດຂອງພຣະເຈົ້າ ບໍ່ວ່າຈະເປັນພຣະທຳທີ່ໂຫດຮ້າຍ ຫຼື ການພິພາກສາ ຫຼື ການຂ້ຽນຕີແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເໝາະສົມທີ່ສຸດ. ພຣະເຈົ້າບໍ່ເຄີຍປະຕິບັດພາລະກິດດັ່ງກ່າວທົ່ວຍຸກຕ່າງໆແບບນີ້; ໃນປັດຈຸບັນ, ພຣະອົງປະຕິບັດພາລະກິດຢູ່ພາຍໃນພວກເຈົ້າ ເພື່ອພວກເຈົ້າຈະເຫັນຄຸນຄ່າເຖິງສະຕິປັນຍາຂອງພຣະອົງ. ເຖິງແມ່ນວ່າພວກເຈົ້າໄດ້ທົນທຸກກັບຄວາມເຈັບປວດບາງຢ່າງພາຍໃນຕົວພວກເຈົ້າ, ຫົວໃຈຂອງພວກເຈົ້າກໍໝັ້ນຄົງ ແລະ ມີຄວາມສະຫງົບສຸກ; ມັນຄືພອນຂອງເຈົ້າທີ່ສາມາດໄດ້ຮັບຈາກຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າ. ບໍ່ວ່າພວກເຈົ້າຈະໄດ້ຮັບຫຍັງກໍຕາມໃນອະນາຄົດ, ທຸກສິ່ງທີ່ພວກເຈົ້າເຫັນກ່ຽວກັບພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວພວກເຈົ້າໃນປັດຈຸບັນຄືຄວາມຮັກ. ຖ້າມະນຸດບໍ່ໄດ້ຜະເຊີນກັບການພິພາກສາ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ, ການກະທຳ ແລະ ຄວາມຈິງໃຈຂອງເຂົາກໍຈະຍັງຢູ່ໃນລະດັບພາຍນອກສະເໝີ ແລະ ອຸປະນິໄສຂອງເຂົາກໍຈະຍັງຄົງບໍ່ປ່ຽນແປງຢູ່ສະເໝີ. ສິ່ງນີ້ຖືວ່າເປັນການຖືກຮັບເອົາໂດຍພຣະເຈົ້າບໍ? ໃນປັດຈຸບັນ, ເຖິງແມ່ນວ່າຍັງມີຫຼາຍຢ່າງພາຍໃນມະນຸດທີ່ຍັງອວດດີ ແລະ ທະນົງຕົວ, ອຸປະນິໄສຂອງມະນຸດກໍໝັ້ນຄັ້ງກວ່າແຕ່ກ່ອນຫຼາຍ. ການທີ່ພຣະເຈົ້າຈັດການກັບເຈົ້າກໍແມ່ນເພື່ອຊ່ວຍເຈົ້າໃຫ້ລອດພົ້ນ ແລະ ເຖິງແມ່ນວ່າເຈົ້າອາດຮູ້ສຶກເຈັບປວດບາງຢ່າງໃນເວລານັ້ນ, ມື້ທີ່ເກີດມີການປ່ຽນແປງໃນອຸປະນິໄສຂອງເຈົ້າກໍຈະມາເຖິງ. ໃນເວລານັ້ນ, ເຈົ້າຈະຫຼຽວຄືນຫຼັງ ແລະ ເຫັນວ່າພາລະກິດຂອງພຣະເຈົ້າມີສະຕິປັນຍາຫຼາຍສໍ່າໃດ ແລະ ໃນເວລານັ້ນເຈົ້າກໍຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ” (ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍເຄີຍຄິດວ່າພຽງແຕ່ຄວາມກະຕືລືລົ້ນ ແລະ ຄວາມເຕັມໃຈທີ່ຈະຈ່າຍລາຄາໃນໜ້າທີ່ຂອງຂ້ອຍກໍ່ສາມາດໄດ້ຮັບຄວາມພໍໃຈຈາກພະເຈົ້າ. ຂ້ອຍບໍ່ໄດ້ແນໃສ່ການຍອມຮັບການພິພາກສາ ແລະ ການຂ້ຽນຕີແຫ່ງພຣະທຳຂອງພຣະເຈົ້າ ຫຼື ສະແຫວງຫາການປ່ຽນແປງອຸປະນິໄສ. ຂ້ອຍບີບບັງຄັບ ແລະ ທຳຮ້າຍອ້າຍເອື້ອຍນ້ອງ ແລະ ສ້າງຄວາມເສຍຫາຍແກ່ວຽກງານຂອງຄຣິດຕະຈັກ. ໃນທີ່ສຸດຂ້ອຍກໍ່ໄດ້ເຫັນວ່າ ຖ້າບໍ່ມີການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ອຸປະນິໄສທີ່ເສື່ອມຊາມຂອງຂ້ອຍບໍ່ສາມາດຖືກຊໍາລະລ້າງ ແລະ ປ່ຽນແປງໄດ້ ແລະ ຂ້ອຍບໍ່ເຄີຍເຮັດໜ້າທີ່ຂອງຂ້ອຍໃຫ້ດີເພື່ອເຮັດໃຫ້ພຣະເຈົ້າພໍໃຈໄດ້ເລີຍ. ຂ້ອຍໄດ້ປະສົບຢ່າງແທ້ຈິງວ່າການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເປັນຄວາມລອດພົ້ນຂອງພວກເຮົາ.

ໃນປີ 2016 ຂ້ອຍໄດ້ຮັບໜ້າທີ່ເປັນຜູ້ອອກແບບສາກ. ຂ້ອຍຮູ້ສຶກຕື່ນເຕັ້ນ, ຄິດວ່າ, “ຂ້ອຍໄດ້ສຶກສາການອອກແບບພາຍໃນ ແລະ ມີປະສົບການຫຼາຍກວ່າສີ່ປີຢູ່ພາກສະໜາມ. ຂ້ອຍຈະຕ້ອງໃຊ້ທັກສະວິຊາຊີບຂອງຂ້ອຍໃຫ້ເຕັມທີ່ເພື່ອເຮັດສິ່ງນີ້ໃຫ້ດີ ແລະ ເຮັດໃຫ້ພຣະເຈົ້າພໍໃຈ”. ຫຼັງຈາກນັ້ນ, ຂ້ອຍໄດ້ຮຽນຮູ້ທັກສະກັບອ້າຍເອື້ອຍນ້ອງ ແລະ ພວກເຮົາໄດ້ສົນທະນາກັນເຖິງຫຼັກການ. ຫຼັງຈາກນັ້ນບໍ່ດົນ ຂ້ອຍກໍ່ເລີ່ມເຫັນຜົນຮັບບາງຢ່າງໃນໜ້າທີ່ຂອງຂ້ອຍ. ເມື່ອຂ້ອຍໄດ້ຍິນບາງຄົນເວົ້າວ່າ “ພວກເຈົ້າເຮັດໄດ້ດີຫຼາຍໃນສາກນີ້. ມັນສົມຈິງແທ້ໆ”, ເຖິງແມ່ນຂ້ອຍຕອບວ່າມັນເປັນການຊີ້ນໍາຂອງພຣະເຈົ້າ, ສິ່ງທີ່ຂ້ອຍຄິດວ່າແມ່ນ “ແນ່ນອນ, ເຈົ້າບໍ່ຮູ້ບໍວ່າໃຜອອກແບບມັນ? ຂ້ອຍເປັນມືອາຊີບ!” ຂ້ອຍເລີ່ມຍ່າງໂດຍເງີຍໜ້າຂຶ້ນ ແລະ ຂ້ອຍກໍ່ເວົ້າສຽງດັງຂຶ້ນ. ເມື່ອຂ້ອຍເຫັນຂໍ້ຜິດພາດໃນໜ້າທີ່ຂອງສະມາຊິກທີມງານຄົນອື່ນ, ຂ້ອຍກໍ່ດູຖູກພວກເຂົາ. ຂ້ອຍເຊົາສົນທະນາເລື່ອງການຈັດສາກກັບພວກເຂົາ. ຂ້ອຍຄິດວ່າເນື່ອງຈາກວ່າຂ້ອຍໄດ້ສຶກສາການອອກແບບ, ບໍ່ຈຳເປັນຕ້ອງເສຍເວລາ ເນື່ອງຈາກວ່າພວກເຂົາຈະດໍາເນີນໄປຕາມແນວຄວາມຄິດຂອງຂ້ອຍຢູ່ດີ. ຂ້ອຍຈະເຮັດວຽກການອອກແບບດ້ວຍຕົວເອງ ແລະ ຈາກນັ້ນກໍ່ໄປປຶກສາກັບຜູ້ກຳກັບ.

ຫຼັງຈາກທີ່ຂ້ອຍຖືກເລື່ອນຕຳແໜ່ງເປັນຫົວໜ້າທີມ, ຂ້ອຍຍິ່ງດູຖູກອ້າຍເອື້ອຍນ້ອງຫຼາຍຂຶ້ນໄປອີກ. ຄັ້ງໜຶ່ງ ເມື່ອພວກເຂົາກຳລັງຈັດສາກຮ້ານອາຫານ, ອ້າຍຈາງ ໃນທີມເວົ້າວ່າ “ປະຕູໜ້າບໍ່ສູງພໍ, ມັນເບິ່ງບໍ່ງາມ”. ຂ້ອຍບໍ່ໄດ້ສົນໃຈຫຍັງເລີຍ. ຂ້ອຍຄິດ “ຂ້ອຍໄດ້ອອກແບບສາກຮ້ານອາຫານມາຫຼາຍແລ້ວ, ເຈົ້າຄິດແທ້ບໍວ່າຂ້ອຍບໍ່ຮູ້ວ່າປະຕູຄວນສູງເທົ່າໃດ? ເຈົ້າບໍ່ໄດ້ຈັດສາກມາຫຼາຍ, ສຶກສາການອອກແບບ ຫຼື ມີປະສົບການຕົວຈິງຫຼາຍ, ແຕ່ເຈົ້າຕ້ອງການສອນປາລອຍນ້ຳ”. ຂ້ອຍຟ້າວປິດຄຳແນະນຳຂອງລາວ ແລະ ໃຫ້ທຸກຄົນຮັກສາໄວ້ແບບທີ່ຂ້ອຍຕ້ອງການ. ເມື່ອມືກ້ອງເຫັນ, ລາວເວົ້າວ່າປະຕູຕ່ຳເກີນໄປ ແລະ ຈະບັງການຖ່າຍ. ລາວບໍ່ສາມາດຖ່າຍມັນແບບນັ້ນໄດ້. ພວກເຮົາບໍ່ມີທາງເລືອກນອກຈາກເຮັດປະຕູໃໝ່. ຕໍ່ມາ, ພວກເຮົາຈຳເປັນຕ້ອງເຮັດຕູ້, ສະນັ້ນ ຂ້ອຍຈິ່ງບອກໃຫ້ອ້າຍເຈິນເຮັດຂຶ້ນມາອັນໜຶ່ງຕາມຮູບທີ່ຂ້ອຍໄດ້ແຕ້ມ. ລາວເວົ້າວ່າ “ສ່ວນກາງກວ້າງເກີນໄປ, ມັນເບິ່ງບໍ່ງາມ. ເຮັດໃຫ້ມັນແຄບລົງໜ້ອຍໜຶ່ງໄດ້ບໍ?” ຂ້ອຍຄິດ “ຂ້ອຍເບິ່ງສື່ອອນລາຍທຸກປະເພດ ແລະ ນີ້ເປັນສັດສ່ວນທີ່ຖືກຕ້ອງ. ຈົ່ງເຮັດຕາມທີ່ຂ້ອຍເວົ້າ ແລະ ເຈົ້າຕ້ອງບໍ່ເຮັດຜິດພາດ”. ປະຕິເສດທີ່ຈະປ່ຽນ, ຂ້ອຍເວົ້າວ່າ “ເຈົ້າກຳລັງເວົ້າເຖິງຫຍັງ? ຈົ່ງເຮັດມັນໃຫ້ຄືກັບທີ່ຂ້ອຍແຕ້ມ!” ໃນທີ່ສຸດ, ທຸກຄົນກໍ່ເວົ້າວ່າສ່ວນກາງກວ້າງເກີນໄປ ແລະ ເບິ່ງບໍ່ງາມເລີຍ. ອ້າຍເຈິນຕ້ອງໃຊ້ເວລາຫຼາຍຂຶ້ນໃນການແກ້ໄຂມັນ ເຊິ່ງຖ່ວງດຶງຄວາມຄືບໜ້າໃນການຖ່າຍທຳ. ຂ້ອຍຍັງບໍ່ໄດ້ໄຕ່ຕອງ ຫຼື ພະຍາຍາມຮູ້ຈັກຕົວເອງ, ແຕ່ບໍ່ໄດ້ຄິດຫຍັງກັບມັນເລີຍ. ຂ້ອຍຄິດວ່າ “ມີໃຜແດ່ທີ່ບໍ່ເຮັດຜິດພາດເປັນບາງຄັ້ງຄາວ? ພຽງແຕ່ໃຊ້ເວລາຄາວດຽວ ແລະ ອຸປະກອນເລັກນ້ອຍໃນການແກ້ໄຂມັນ ບໍ່ແມ່ນເລື່ອງໃຫຍ່”.

ຄັ້ງໜຶ່ງ ຫຼັງຈາກການຊຸມນຸມ, ອ້າຍຈາງໃຫ້ຄຳຄິດເຫັນນີ້ແກ່ຂ້ອຍ: “ຂ້ອຍສັງເກດເຫັນວ່າເຈົ້າຂ້ອນຂ້າງເອົາແຕ່ໃຈໃນເວລາທີ່ເຮັດວຽກກັບຄົນອື່ນຫວ່າງບໍ່ດົນມານີ້. ເຈົ້າບໍ່ໄດ້ຟັງຄຳແນະນຳຂອງພວກເຮົາ ແລະ ເຈົ້າໄດ້ຕັດບາງສ່ວນທີ່ເຮັດວຽກໄດ້ຢ່າງສົມບູນອອກ. ເຈົ້າເວົ້າຢ່າງດູຖູກ ແລະ ບີບຄັ້ນຜູ້ຄົນ, ຢືນຢັນໃຫ້ພວກເຮົາເຮັດສິ່ງຕ່າງໆຕາມທາງຂອງເຈົ້າ. ທັງໝົດນີ້ແມ່ນການສະແດງອອກຂອງອຸປະນິໄສທີ່ອວດດີ”. ຂ້ອຍຍອມຮັບເລື່ອງນີ້ດ້ວຍວາຈາ ແຕ່ກຳລັງຄິດວ່າ “ຂ້ອຍອວດດີ, ແຕ່ມັນບໍ່ແມ່ນບັນຫາໃຫຍ່”. ສອງສາມມື້ຕໍ່ມາ, ອ້າຍຫຼິວກໍ່ຈັດການກັບຂ້ອຍເຊັ່ນກັນທີ່ເປັນຄົນອວດດີ, ເວົ້າວ່າ ຂ້ອຍຈະບໍ່ຟັງຄົນອື່ນ ແລະ ບີບຄັ້ນພວກເຂົາ. ອຸປະສັກຂອງຂ້ອຍເພີ່ມຂຶ້ນກ່ອນທີ່ລາວຈະເຮັດສຳເລັດ. ຂ້ອຍຄິດ “ບໍ່ມີໃຜດີສໍ່າຂ້ອຍ. ກ້າດີແນວໃດມາຈັດການຂ້ອຍ?” ຍິ່ງຂ້ອຍຄິດເລື່ອງນີ້ຫຼາຍເທົ່າໃດ, ຂ້ອຍຍິ່ງຍອມຮັບມັນໄດ້ໜ້ອຍລົງເທົ່ານັ້ນ. ຂ້ອຍແມ່ນແຕ່ຫາຂໍ້ແກ້ຕົວໃນຄຳອະທິຖານຂອງຂ້ອຍຫາພຣະເຈົ້າ. ຍິ່ງຂ້ອຍເຮັດແບບນັ້ນຫຼາຍເທົ່າໃດ, ວິນຍານຂອງຂ້ອຍຍິ່ງມືດມົນ ແລະ ຫົດຫູ່ຫຼາຍຂຶ້ນເທົ່ານັ້ນ. ຂ້ອຍບໍ່ມີທິດທາງຫຼາຍປານໃດໃນການອອກແບບສາກຂອງຂ້ອຍ, ແຕ່ຂ້ອຍຍັງບໍ່ໄດ້ທົບທວນຕົວເອງ. ມື້ໜຶ່ງ ຂ້ອຍກະແທກຂາຂອງຂ້ອຍກັບໂຄງຕັ່ງເຫຼັກ ເຮັດໃຫ້ເກີດແຜຈີກເລິກຍາວແທ້ໆ. ຂ້ອຍໄດ້ຫຍິບເຈັດເຂັມຢູ່ໂຮງໝໍ. ຂ້ອຍຮູ້ຕົວດີວ່ານີ້ບໍ່ແມ່ນອຸປະຕິເສດ, ແຕ່ພຣະປະສົງຂອງພຣະເຈົ້າຢູ່ເບື້ອງຫຼັງຢ່າງແນ່ນອນ. ໃນທີ່ສຸດ ຂ້ອຍກໍ່ສະຫງົບຈິດໃຈຂອງຕົນ ແລະ ໄຕ່ຕອງເບິ່ງແທ້ໆ. ເມື່ອໃດກໍ່ຕາມອ້າຍເອື້ອຍນ້ອງມີຂໍ້ສະເໜີ ຫຼື ຄຳແນະນຳທີ່ເປັນປະໂຫຍດ, ຂ້ອຍກໍ່ບໍ່ເຊື່ອໝັ້ນ ແລະ ຕໍ່ຕ້ານ. ຂ້ອຍບໍ່ໄດ້ຍອມຮັບ ຫຼື ອ່ອນນ້ອມເລີຍ. ຂ້ອຍແຂງກະດ້າງຢ່າງບໍ່ໜ້າເຊື່ອ. ໃນຄວາມຄິດນີ້, ຂ້ອຍໄດ້ອະທິຖານຫາພຣະເຈົ້າ, ທູນຂໍໃຫ້ພຣະອົງຊີ້ນຳຂ້ອຍໃຫ້ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງຕົນເອງ.

ຂ້ອຍອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າໃນການເຝົ້າດ່ຽວຕອນເຊົ້າຂອງຂ້ອຍ: “ຖ້າເຈົ້າຖືວ່າ ຜູ້ອື່ນຕໍ່າຕ້ອຍກວ່າເຈົ້າ, ເຈົ້າກໍຈະເປັນຄົນທີ່ຄິດວ່າຕົນເອງທ່ຽງທໍາ, ອວດດີ ແລະ ບໍ່ເປັນປະໂຫຍດໃຫ້ແກ່ຜູ້ໃດ” (ຄັດຈາກ “ບົດທີ 22” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). “ຈົ່ງຢ່າຄິດວ່າ ເຈົ້າແມ່ນອັດສະລິຍະຕັ້ງແຕ່ເກີດ ທີ່ຕໍ່າກວ່າສະຫວັນໜ້ອຍໜຶ່ງ ແຕ່ສູງກວ່າແຜ່ນດິນໂລກຫຼາຍ. ເຈົ້າບໍ່ໄດ້ສະຫຼາດໄປກວ່າຄົນອື່ນ ແລະ ສາມາດເວົ້າໄດ້ວ່າ ມັນເປັນພຽງສິ່ງທີ່ໜ້າຮັກເທົ່ານັ້ນ ທີ່ເຈົ້າບ້າຫຼາຍສໍ່າໃດໄປກວ່າຄົນຢູ່ເທິງແຜ່ນດິນໂລກທີ່ມີເຫດຜົນ ເພາະວ່າ ເຈົ້າຄິດວ່າ ຕົວເອງສູງສົ່ງຫຼາຍ ແລະ ບໍ່ເຄີຍມີຄວາມຮູ້ສຶກດ້ອຍ ຄືກັບວ່າ ເຈົ້າສາມາດເຫັນທະລຸການກະທໍາຂອງເຮົາຢ່າງລາຍລະອຽດທີ່ສຸດ. ທີ່ຈິງແລ້ວ, ເຈົ້າແມ່ນຄົນທີ່ຂາດເຫດຜົນຫຼາຍ ຍ້ອນວ່າ ເຈົ້າບໍ່ມີຄວາມຄິດ ກ່ຽວກັບສິ່ງທີ່ເຮົາຕ້ອງການປະຕິບັດ ແລະ ເຈົ້າເຖິງກັບບໍ່ຮູ້ສຶກເຖິງສິ່ງທີ່ເຮົາກໍາລັງປະຕິບັດໃນຕອນນີ້. ສະນັ້ນ ເຮົາຈຶ່ງກ່າວວ່າ ເຈົ້າແມ່ນບໍ່ສາມາດປຽບທຽບແມ່ນແຕ່ກັບຊາວນາເຖົ້າ ທີ່ເຮັດວຽກໜັກ, ເຊິ່ງເປັນຊາວນາທີ່ບໍ່ມີຄວາມເຂົ້າໃຈກ່ຽວກັບຊີວິດມະນຸດແມ່ນແຕ່ໜ້ອຍດຽວ ແຕ່ຍັງມອບຄວາມໄວ້ວາງໃຈທັງໝົດຂອງລາວໄວ້ກັບພອນຂອງສະຫວັນ ໃນຂະນະທີ່ລາວປູກຝັງຢູ່ໃນດິນ. ເຈົ້າບໍ່ຄິດກ່ຽວກັບຊີວິດຂອງເຈົ້າເລີຍ, ເຈົ້າບໍ່ຮູ້ຈັກສິ່ງທີ່ມີຊື່ສຽງ ແລ້ວແຮງໄກທີ່ເຈົ້າຈະມີຄວາມຮູ້ກ່ຽວກັບຕົວເອງ. ເຈົ້າຈັ່ງແມ່ນ ‘ເໜືອທຸກສິ່ງ’!” (ຄັດຈາກບົດ “ຜູ້ທີ່ບໍ່ຮຽນຮູ້ ແລະ ຍັງຄົງໂງ່ຈ້າ: ພວກເຂົາບໍ່ແມ່ນສັດຮ້າຍບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍຮູ້ສຶກຕື້ນຕັນໃຈຫຼັງຈາກອ່ານເລື່ອງນີ້. ຂ້ອຍຮູ້ສຶກຄືກັບວ່າຂ້ອຍກຳລັງຖືກເປີດໂປງດ້ວຍທຸກຄຳ. ນັບຕັ້ງແຕ່ຂ້ອຍເປັນຜູ້ອອກແບບສາກ, ຂ້ອຍຄິດວ່າ ຂ້ອຍເປັນຄົນມີພອນສະຫວັນທີ່ຂາດບໍ່ໄດ້ເນື່ອງຈາກວ່າຂ້ອຍຮູ້ຈັກອຸດສາຫະກໍາ ແລະ ມີປະສົບການ. ຂ້ອຍຈອງຫອງກັບອ້າຍເອື້ອຍນ້ອງ, ຄິດວ່າຂ້ອຍເປັນມືອາຊີບ, ສະນັ້ນ ບໍ່ມີໃຜອີກທີ່ຄຸ້ມຄ່າກັບເວລາຂອງຂ້ອຍ. ຂ້ອຍເປັນຜູ້ມີສິດຕັດສິນໃຈສະເໝີ ແລະ ບໍ່ຢາກປຶກສາວຽກກັບຄົນອື່ນ. ຂ້ອຍຄິດວ່າມັນເປັນການເສຍເວລາເນື່ອງຈາກວ່າພວກເຂົາບໍ່ມີຄວາມຮູ້ໃດໆດ້ານການອອກແບບ. ເມື່ອຂ້ອຍປຶກສາຫາລືບາງຢ່າງຢ່າງບໍ່ເຕັມໃຈ, ຂ້ອຍຄິດວ່າຂ້ອຍເປັນຄົນຮອບຮູ້ຫຼາຍກວ່າ ສະນັ້ນ ຂ້ອຍສາມາດເຫັນສິ່ງຕ່າງໆໄດ້ຢ່າງທົ່ວເຖິງຫຼາຍຂຶ້ນ. ຂ້ອຍບໍ່ເຄີຍສຳຫຼວດສິ່ງທີ່ພວກເຂົາແນະນຳ, ພຽງແຕ່ປະຕິເສດພວກເຂົາ. ຂ້ອຍບໍ່ມີແມ່ນແຕ່ຄວາມເຄົາລົບຂັ້ນພື້ນຖານທີ່ສຸດຕໍ່ຄົນອື່ນ. ເມື່ອອ້າຍເອື້ອຍນ້ອງເວົ້າວ່າຂ້ອຍເປັນຄົນອວດດີ ແລະ ຊຸກຍູ້ໃຫ້ຂ້ອຍໄຕ່ຕອງ, ຂ້ອຍກໍ່ບໍ່ໄດ້ຍອມຮັບເລື່ອງນັ້ນເຊັ່ນກັນ, ແຕ່ຍັງຄົງຕໍ່ຕ້ານ. ຂ້ອຍເຫັນວ່າ ຂ້ອຍບໍ່ໄດ້ເປີດເຜີຍຫຍັງອອກມາ ນອກຈາກຄວາມອວດດີ. ການດຳລົງຊີວິດຕາມອຸປະນິໄສທີ່ອວດດີຂອງຂ້ອຍ, ຂ້ອຍມີແຕ່ດູຖູກຄົນອື່ນ ແລະ ບໍ່ໄດ້ເຮັດຫຍັງນອກຈາກບີບຄັ້ນ ແລະ ທຳຮ້າຍອ້າຍເອື້ອຍນ້ອງ. ຂ້ອຍເປັນຄົນອວດດີ ແລະ ຜະເດັດການໃນວຽກຂອງຂ້ອຍ, ບັງຄັບຄົນອື່ນໃຫ້ຟັງຂ້ອຍ, ເຮັດໃຫ້ພວກເຂົາຕ້ອງເຮັດສິ່ງຕ່າງໆຄືນໃໝ່ຊ້ຳແລ້ວຊ້ຳອີກ ແລະ ຂັດຂວາງວຽກງານຂອງຄຣິດຕະຈັກ. ຂ້ອຍກຳລັງເຮັດຄວາມຊົ່ວແທ້ໆ! ເມື່ອຮັບຮູ້ສິ່ງທັງໝົດນີ້, ຂ້ອຍຮູ້ສຶກຢ້ານເລັກນ້ອຍ. ຂ້ອຍອະທິຖານ ແລະ ກັບໃຈຫາພຣະເຈົ້າ. ຂ້ອຍບໍ່ຕ້ອງການເຮັດສິ່ງຕ່າງໆດ້ວຍຄວາມອວດດີອີກຕໍ່ໄປ.

ໃນໜ້າທີ່ຂອງຂ້ອຍຫຼັງຈາກນັ້ນ, ຂ້ອຍປະຖິ້ມຕົວເອງ ແລະ ຟັງຄຳແນະນຳຂອງຄົນອື່ນຢ່າງມີສະຕິຫຼາຍຂຶ້ນເພື່ອຊົດເຊີຍຂໍ້ບົກຜ່ອງຂອງຂ້ອຍ. ບາງຄັ້ງ ຂ້ອຍໄດ້ແຕ້ມແບບ ແລະ ອ້າຍເອື້ອຍນ້ອງຈະມີຄຳແນະນຳຫຼາຍຢ່າງທີ່ແຕກຕ່າງຈາກຄວາມຄິດຂອງຂ້ອຍ. ຂ້ອຍເກືອບຈະໄລ່ພວກເຂົາອອກ, ແລ້ວຂ້ອຍກໍ່ຮູ້ຕົວວ່າຂ້ອຍກຳລັງອວດດີອີກແລ້ວ. ຂ້ອຍອະທິຖານຫາພຣະເຈົ້າຢູ່ໃນໃຈ, ຂໍໃຫ້ພຣະອົງຊີ້ນຳຂ້ອຍໃຫ້ປະຖິ້ມຕົວເອງ ແລະ ບໍ່ດຳລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມອີກຕໍ່ໄປ. ຂ້ອຍຕ້ອງການເຮັດຕາມຄຳແນະນຳຂອງໃຜກໍ່ຕາມທີ່ຈະເປັນປະໂຫຍດຫຼາຍທີ່ສຸດແກ່ວຽກງານຂອງເຮືອນຂອງພຣະເຈົ້າ. ຫຼັງຈາກທີ່ຂ້ອຍເລີ່ມຍອມຮັບແນວຄິດຂອງຄົນອື່ນ, ຂ້ອຍພົບວ່າອຸປະກອນປະກອບສາກຂອງພວກເຮົາໄດ້ຜົນດີຂຶ້ນ, ພວກມັນໃຊ້ງານໄດ້ຫຼາຍຂຶ້ນ, ປະຕິບັດໄດ້ຫຼາຍຂຶ້ນ ແລະ ສາມາດເຮັດໄດ້ໄວຂຶ້ນ. ຂ້ອຍໄດ້ຊິມລົດຊາດຄວາມຫວານຂອງການປະຕິບັດພຣະທຳຂອງພຣະເຈົ້າ. ແຕ່ຂ້ອຍບໍ່ໄດ້ເຂົ້າໃຈທຳມະຊາດທີ່ອວດດີຂອງຂ້ອຍໄດ້ຢ່າງແທ້ຈິງ ແລະ ຂ້ອຍຂາດຈິດສຳນຶກ. ສອງສາມເດືອນຕໍ່ມາ, ຂ້ອຍເຫັນວ່າສາກຂອງພວກເຮົາໄດ້ຮັບການຕອບຮັບເປັນຢ່າງດີຈາກທຸກຄົນ ແລະ ຂ້ອຍກໍ່ປະສົບຜົນ ສຳເລັດໃນໜ້າທີ່ຂອງຂ້ອຍ. ໂດຍບໍ່ຮູ້ເມື່ອຕົວ, ອຸປະນິໄສທີ່ອວດດີຂອງຂ້ອຍກໍ່ເກີດຂຶ້ນອີກຄັ້ງ.

ຄັ້ງໜຶ່ງເມື່ອພວກເຮົາກຳລັງຈັດສາກເຮືອນຂອງຄົນລວຍ, ຂ້ອຍຄິດ “ຄົນແບບນັ້ນຈະຕ້ອງມີສິ່ງຂອງຊັ້ນສູງເພື່ອສະທ້ອນເຖິງສະຖານະຂອງພວກເຂົາ”. ຂ້ອຍໃຫ້ອ້າຍເອື້ອຍນ້ອງຈັດສາກຕາມແບບທີ່ຂ້ອຍຕ້ອງການ. ອ້າຍເອື້ອຍນ້ອງຊີ້ໃຫ້ເຫັນວ່າມັນທັນສະໄໝເກີນໄປ ແລະ ບໍ່ເຂົ້າກັບລຸ້ນຂອງຕົວລະຄອນຫຼັກ. ຂ້ອຍບໍ່ພໍໃຈຫຼາຍທີ່ໄດ້ຍິນແນວນັ້ນ. ຂ້ອຍຄິດ “ເຈົ້າຮູ້ຫຍັງແດ່? ອັນນີ້ເອີ້ນວ່າມີຄວາມຍືດຍຸ່ນ. ພວກເຮົາຕ້ອງອອກແບບມັນຕາມສະຖານະຂອງລາວໂດຍບໍ່ຈໍາກັດໄລຍະເວລາໃດໜຶ່ງ. ຕາມທີ່ຂ້ອຍເຫັນ, ເຈົ້າກໍ່ພຽງຄິດບໍ່ອອກວ່າເຮືອນເຫຼົ່ານີ້ຄວນມີຮູບແບບປະເພດໃດ. ຄວາມຄິດຂອງເຈົ້າຊ່າງເກົ່າແທ້”. ສິ່ງທີ່ຂ້ອຍເວົ້າກັບລາວແມ່ນ “ຂ້ອຍມີຄວາມຮູ້ສຶກກ່ຽວກັບຊ່ວງເວລານັ້ນ. ຂໍໃຫ້ເຊື່ອໝັ້ນຂ້ອຍໃນເລື່ອງນີ້”. ບໍ່ດົນ ອ້າຍເຈິນກໍ່ເວົ້າເຊັ່ນກັນວ່າປ່ອງຢ້ຽມທັນສະໄໝເກີນໄປ. ຂ້ອຍຫງຸດຫງິດຫຼາຍ, ສົງໄສວ່າເປັນຫຍັງພວກເຂົາຈິ່່ງຫຼ້າຫຼັງ ແລະ ບໍ່ຍືດຍຸ່ນ. ຂ້ອຍລະງັບອາລົມ ແລະ ຢືນຢັນມຸມມອງຂອງຂ້ອຍ. ອ້າຍເຈິນບໍ່ໄດ້ເວົ້າຫຍັງຕື່ມອີກ. ເມື່ອການຈັດສາກສຳເລັດແລ້ວ, ຂ້ອຍຕົກໃຈເມື່ອຜູ້ກຳກັບເວົ້າວ່າການອອກແບບຂອງພວກເຮົາບໍ່ສົມຈິງ, ວ່າມັນທັນສະໄໝເກີນໄປ ແລະ ບໍ່ເໝາະສົມກັບລຸ້ນຂອງຕົວລະຄອນຫຼັກ. ພວກເຮົາຕ້ອງໄດ້ເຮັດມັນຄືນໃໝ່. ເຖິງປານນັ້ນ ຂ້ອຍກໍ່ຍັງບໍ່ເຂົ້າໃຈມັນ. ຂ້ອຍຮູ້ສຶກວ່າ ພວກເຂົາພຽງບໍ່ສາມາດຮູ້ຄຸນຄ່າມັນໄດ້. ແຕ່ເນື່ອງຈາກທຸກຄົນເວົ້າວ່າ ມັນໃຊ້ການບໍ່ໄດ້, ຂ້ອຍກໍ່ເຫັນດີທີ່ຈະຈັດສາກໃໝ່ຢ່າງບໍ່ເຕັມໃຈ.

ເມື່ອຮອດຈຸດຕໍ່ມາ ພວກເຮົາຕ້ອງການຕຽງກັງແບບຍຸກ 80 ຊຸດໜຶ່ງ. ຂ້ອຍຄິດວ່າພວກເຮົາຈະຕ້ອງໃຊ້ງົບປະມານຫຼາຍສຳລັບເລື່ອງນີ້, ແຕ່ອ້າຍຈາງເວົ້າວ່າພວກເຮົາສາມາດປະຢັດເງິນໄດ້ຫຼາຍຖ້າພວກເຮົາເຮັດມັນຂຶ້້ນມາດ້ວຍຕົວພວກເຮົາເອງ ແລະ ລາວມີແຜນລະອຽດໃນຫົວແລ້ວ. ແຕ່ຂ້ອຍບໍ່ມີຫຍັງນອກຈາກດູຖູກຄວາມຄິດນັ້ນ. ພວກເຮົາສາມາດເຮັດດ້ວຍຕົນເອງດ້ວຍຄ່າໃຊ້ຈ່າຍທີ່ໜ້ອຍກວ່າ, ແຕ່ມັນຈະບໍ່ທົນທານຫຼາຍ. ມັນຈະບໍ່ເປັນການສູນເສຍຄວາມພະຍາຍາມບໍ? ຂ້ອຍຍັງບອກຜູ້ກຳກັບວ່າຄວາມຄິດຂອງອ້າຍຈາງຈະໃຊ້ການບໍ່ໄດ້. ຜູ້ກຳກັບເວົ້າວ່າງົບປະມານຂອງຂ້ອຍສູງເກີນໄປ, ສະນັ້ນ ລາວຈິ່ງຕັດສາກກັບຕຽງກັງອອກ. ຕໍ່ມາອ້າຍຈາງໄດ້ສະເໜີຄໍາແນະນໍາອີກອັນໜຶ່ງ ແລະ ຂ້ອຍໄດ້ສັ່ງສອນລາວ, ຄິດວ່າລາວບໍ່ເຂົ້າໃຈ ແລະ ກໍາລັງດື້ດ້ານ. ເອື້ອຍນ້ອງອີກຄົນເຫັນວ່າລາວກຳລັງຖືກຂ້ອຍບີບບັງຄັບ ແລະ ເວົ້າວ່າຂ້ອຍອວດດີ. ຂ້ອຍປະຕິເສດທີ່ຈະຍອມຮັບມັນ. ແມ່ນແຕ່ເມື່ອສົນທະນາເຖິງການຈັດສາກກັບຜູ້ກຳກັບ, ຂ້ອຍກໍ່ຍັງອວດດີ ແລະ ບໍ່ຍອມແພ້. ຜົນທີ່ໄດ້ຄື ບາງຄັ້ງສາກຕ່າງບໍ່ແມ່ນສິ່ງທີ່ພວກເຮົາຕ້ອງການ ແລະ ເຖິງກັບຕ້ອງໄດ້ເຮັດຄືນໃໝ່. ສິ່ງນີ້ເຮັດໃຫ້ການຖ່າຍທຳຢຸດຊະຫງັກ.

ຂ້ອຍໄດ້ຖືກປົດອອກຈາກຈາກໜ້າທີ່ນັ້ນເມື່ອບໍ່ດົນມານີ້. ທ່ານຜູ້ນຳບອກຂ້ອຍວ່າ “ອ້າຍເອື້ອຍນ້ອງໄດ້ເວົ້າວ່າເຈົ້າອວດດີ, ເຈົ້າເຮັດສິ່ງຕ່າງໆຕາມວິທີຂອງເຈົ້າເອງ ແລະ ເປັນຜູ້ມີສິດຕັດສິນໃຈສະເໝີ. ເຈົ້າສັ່ງສອນຜູ້ຄົນຢ່າງດູຖູກຢຽດຫຍາມ. ເຈົ້າເຮັດໂຕຄືວ່າເຈົ້າເປັນເຈົ້ານາຍ ແລະ ພວກເຂົາເປັນລູກນ້ອງຂອງເຈົ້າ. ທຸກຄົນຮູ້ສຶກອຶດອັດກັບເຈົ້າ”. ຂ້ອຍຕົກຕະລຶງເມື່ອຂ້ອຍໄດ້ຍິນເລື່ອງນີ້. ຂ້ອຍບໍ່ເຄີຍຄິດມາກ່ອນເລີຍວ່າຂ້ອຍເບິ່ງອວດດີ ແລະ ໄຮ້ເຫດຜົນກັບຄົນອື່ນປານນັ້ນ. ຂ້ອຍເສຍໃຈຫຼາຍຈົນຂ້ອຍບໍ່ໄດ້ຍິນສິ່ງໃດອື່ນທີ່ຜູ້ນໍາເວົ້າ. ຂ້ອຍໂສກເສົ້າເປັນເວລາສອງສາມມື້. ຂ້ອຍບໍ່ສາມາດກິນ ຫຼື ນອນຫຼັບໄດ້ດີ. ພຣະທຳຂອງພຣະເຈົ້າແຖວໜຶ່ງເຂົ້າມາໃນຫົວໃນລະຫວ່າງການໄຕ່ຕອງຂອງຂ້ອຍ: “ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ” (ຄັດຈາກບົດ “ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຢໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍໄຕ່ຕອງເລື່ອງນີ້, ຄິດວ່າ “ຕອນນີ້ ຂ້ອຍໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫ້າປີແລ້ວ, ແຕ່ຂ້ອຍບໍ່ເຄີຍໄຕ່ຕອງ ຫຼື ຮູ້ຈັກຕົວເອງຢ່າງແທ້ຈິງ. ຂ້ອຍໄດ້ເປີດເຜີຍຄວາມອວດດີຫຼາຍປານໃດໂດຍບໍ່ຮູ້ຕົວ. ຂ້ອຍຕ້ອງທົບທວນຕົວເອງຢ່າງຈິງຈັງ ແລະ ຢ່າງແທ້ຈິງ”. ຂ້ອຍກ່າວຄຳອະທິຖານນີ້ຫາພຣະເຈົ້າວ່າ: “ໂອ ພຣະເຈົ້າ, ກາລຸນາຊີ້ນຳ ແລະ ສ່ອງສະຫວ່າງຂ້ອຍເພື່ອວ່າຂ້ອຍອາດຈະຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງຕົວເອງ ແລະ ສາມາດກຽດຊັງ ແລະ ປະຖິ້ມຕົວເອງໄດ້. ຂ້ອຍເຕັມໃຈທີ່ຈະກັບໃຈ”. ມື້ໜຶ່ງ ຂ້ອຍໄປທີ່ສະຖານທີ່ຖ່າຍທໍາເພື່ອເຮັດທຸລະບ່ອນທີ່ຂ້ອຍເຫັນຕຽງກັງຍຸກ 80 ທີ່ໄດ້ຖືກເຮັດຂຶ້ນມາຕາມທີ່ອ້າຍຈາງແນະນຳ. ມັນມີຄ່າໃຊ້ຈ່າຍໜ້ອຍກວ່າເຄິ່ງຂອງງົບປະມານເບື້ອງຕົ້ນທີ່ຂ້ອຍໄດ້ຂຶ້ນໄວ້. ອ້າຍຈາງ ແລະ ຄົນອື່ນໆຍັງໄດ້ເຮັດອຸປະກອນປະກອບສາກອີກຫຼາຍອັນຈາກເຈ້ຍແຂງ. ພວກມັນອອກມາດີ, ປະຫຍັດເວລາ ແລະ ພະລັງງານ ແລະ ໃຊ້ອຸປະກອນໜ້ອຍກວ່າ. ຂ້ອຍຮູ້ສຶກອັບອາຍທີ່ເຫັນສິ່ງນີ້. ຂ້ອຍເຫັນວ່າຕົວເອງອວດດີພຽງໃດ ແລະ ຂ້ອຍໄດ້ເຮັດໃຫ້ວຽກຖ່າຍທຳຂອງພວກເຮົາຊັກຊ້າຢ່າງຮ້າຍແຮງພຽງໃດ. ຂ້ອຍເລີ່ມຖາມຕົວເອງວ່າ “ເປັນຫຍັງຂ້ອຍຈິ່ງອວດດີແທ້, ເຮັດໃຫ້ຄົນອື່ນຟັງຂ້ອຍສະເໝີ? ແມ່ນຫຍັງຄືຮາກເຫງົ້າທີ່ແທ້ຈິງຂອງສິ່ງນີ້?”

ໃນການເຝົ້າດ່ຽວຂອງຂ້ອຍເຊົ້າມື້ໜຶ່ງ, ຂ້ອຍອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ຖ້າເຈົ້າມີຄວາມຈິງຢູ່ໃນຕົວເຈົ້າຈິງແທ້, ເສັ້ນທາງທີ່ເຈົ້າຍ່າງກໍຈະເປັນເສັ້ນທາງທີ່ຖືກຕ້ອງໂດຍທໍາມະຊາດ. ປາດສະຈາກຄວາມຈິງແລ້ວ, ມັນງ່າຍທີ່ຈະເຮັດຊົ່ວ ແລະ ເຈົ້າກໍຈະເຮັດມັນ ເຖິງແມ່ນວ່າຈະເປັນຕົວເຈົ້າເອງ. ຕົວຢ່າງ: ຖ້າເຈົ້າມີຄວາມອວດດີ ແລະ ຄວາມທະນົງຕົວ, ເຈົ້າຈະເຫັນວ່າມັນເປັນໄປບໍ່ໄດ້ທີ່ຈະຫຼີກເວັ້ນການທ້າທາຍພຣະເຈົ້າ; ເຈົ້າຈະຮູ້ສຶກຖືກບີບບັງຄັບໃຫ້ທ້າທາຍພຣະອົງ. ເຈົ້າຈະບໍ່ເຮັດມັນຢ່າງຕັ້ງໃຈ; ແຕ່ເຈົ້າຈະເຮັດມັນພາຍໃຕ້ການຄອບງຳຂອງທຳມະຊາດທີ່ອວດດີ ແລະ ທະນົງຕົວຂອງເຈົ້າ. ຄວາມອວດດີ ແລະ ຄວາມທະນົງຕົວຂອງເຈົ້າຈະເຮັດໃຫ້ເຈົ້າໝິ່ນປະມາດພຣະເຈົ້າ ແລະ ເຫັນພຣະອົງເປັນພຽງສິ່ງມີຊີວິດທີ່ບໍ່ມີຄວາມໝາຍຫຍັງເລີຍ; ພວກມັນຈະເຮັດໃຫ້ເຈົ້າສັນລະເສີນຕົວເອງ, ເຮັດໃຫ້ເຈົ້າສະແດງຕົນຢູ່ສະເໝີ ແລະ ໃນທີ່ສຸດກໍນັ່ງຢູ່ບ່ອນຂອງພຣະເຈົ້າ ແລະ ເປັນປະຈັກພະຍານໃຫ້ຕົວເອງ. ເຈົ້າກໍຈະຫັນປ່ຽນແນວຄິດຂອງເຈົ້າເອງ, ຄວາມຄິດຂອງເຈົ້າເອງ ແລະ ແນວຄວາມຄິດຂອງເຈົ້າໃຫ້ເປັນຄວາມຈິງເພື່ອໃຫ້ໄດ້ຮັບການບູຊາ. ເຫັນບໍ່ວ່າ ພາຍໃຕ້ການຄອບງຳຂອງທຳມະຊາດອັນອວດດີ ແລະ ທະນົງຕົວຂອງພວກເຂົາ, ຜູ້ຄົນໄດ້ເຮັດຊົ່ວຫຼາຍປານໃດ!” (ຄັດຈາກບົດ “ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍຮູ້ສຶກຜິດເມື່ອຂ້ອຍອ່ານເລື່ອງນີ້. ຂ້ອຍເຄີຍຮູ້ກ່ຽວກັບອຸປະນິໄສທີ່ອວດດີຂອງຂ້ອຍແຕ່ບໍ່ຮູ້ຫຍັງກ່ຽວກັບຜົນສະທ້ອນຂອງຄວາມອວດດີ. ໃນທີ່ສຸດຂ້ອຍກໍ່ເຫັນຈາກສິ່ງທີ່ພຣະທຳຂອງພຣະເຈົ້າເປີດເຜີຍ ແລະ ໂດຍການໄຕ່ຕອງຄຳເວົ້າ ແລະ ການກະທຳຂອງຕົວເອງທີ່ມັນຜັກດັນໃຫ້ຂ້ອຍເຮັດຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ. ທຳມະຊາດທີ່ອວດດີຂອງຂ້ອຍຜັກດັນໃຫ້ຂ້ອຍຄິດເຖິງຕົວເອງຫຼາຍໆ, ດັ່ງນັ້ນ ຂ້ອຍຈິ່ງບໍ່ຄິດຫຍັງເຖິງຄົນອື່ນຍ້ອນວ່າຂ້ອຍມີທັກສະເລັກນ້ອຍ. ຂ້ອຍຄິດວ່າສິ່ງທີ່ຂ້ອຍເຮັດນັ້ນຖືກຕ້ອງສະເໝີ ແລະ ບໍ່ມີໃຜເທົ່າທຽມຂ້ອຍໄດ້, ພວກເຂົາຕ້ອງເຮັດຕາມທີ່ຂ້ອຍເວົ້າ. ຖ້າຂ້ອຍເວົ້າວ່າ “ຊ້າຍ”, ບໍ່ມີໃຜສາມາດໄປຂວາໄດ້ ແລະ ບໍ່ມີໃຜສາມາດແນະນຳເປັນຢ່າງອື່ນໄດ້. ຂ້ອຍດ່າທຸກຄົນທີ່ບໍ່ຟັງຂ້ອຍ ແລະ ຂ້ອຍເອົາແຕ່ໃຈຕົວເອງ ແລະ ຜະເດັດການ. ຂ້ອຍກຳລັງຖືກຄວບຄຸມ ແລະ ກຳລັງຍ່າງບົນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ພຣະທຳເຫຼົ່ານີ້ຈາກພຣະເຈົ້າ “ຄວາມອວດດີ ແລະ ຄວາມທະນົງຕົວຂອງເຈົ້າຈະເຮັດໃຫ້ເຈົ້າໝິ່ນປະມາດພຣະເຈົ້າ ແລະ ເຫັນພຣະອົງເປັນພຽງສິ່ງມີຊີວິດທີ່ບໍ່ມີຄວາມໝາຍຫຍັງເລີຍ”, ເຮັດໃຫ້ຂ້ອຍຄິດເຖິງວິທີທີ່ຂ້ອຍໄດ້ອວດອ້າງໃນໜ້າທີ່ຂອງຂ້ອຍເປັນພິເສດ. ຂ້ອຍບໍ່ເຄີຍສະແຫວງຫາພຣະປະສົງຂອງພຣະເຈົ້າ ຫຼື ຫຼັກການແຫ່ງຄວາມຈິງ. ເມື່ອຄົນອື່ນມີຄຳແນະນຳ, ຂ້ອຍບໍ່ເຄີຍຄຳນຶງວ່າມັນມາຈາກພຣະເຈົ້າ, ວ່າມັນແມ່ນການຊີ້ນຳຂອງພຣະເຈົ້າ ຫຼື ບໍ່. ຖ້າມັນບໍ່ແມ່ນຄວາມຄິດຂອງຂ້ອຍ ຂ້ອຍກໍ່ພຽງແຕ່ບໍ່ຟັງມັນ. ຂ້ອຍເຫັນວ່າຂ້ອຍບໍ່ມີຄວາມເຄົາລົບໃດໆຕໍ່ພຣະເຈົ້າເລີຍ. ຂ້ອຍອວດດີຫຼາຍຈົນຂ້ອຍປະຕິບັດຕໍ່ຄົນອື່ນດ້ວຍຄວາມດູໝິ່ນ ແລະ ບໍ່ມີບ່ອນໃຫ້ພຣະເຈົ້າໃນໃຈຂອງຂ້ອຍ. ໃນຄວາມເຊື່ອ, ຂ້ອຍຄວນອ່ອນນ້ອມຕໍ່ຄວາມຈິງ ແລະ ພາລະກິດຂອງພຣະວິນຍານບໍລິສຸດ. ບໍ່ວ່າອ້າຍເອື້ອຍນ້ອງມີຄຳແນະນຳຫຍັງກໍ່ຕາມ, ບໍ່ວ່າມັນເຂົ້າກັບຄວາມຄິດຂອງຂ້ອຍ ຫຼື ບໍ່, ເປັນໄປໄດ້ວ່າມັນມາຈາກພຣະວິນຍານບໍລິສຸດ. ຂ້ອຍຄວນຍອມຮັບມັນ ແລະ ສຳຫຼວດມັນດ້ວຍຫົວໃຈແຫ່ງຄວາມອ່ອນນ້ອມທີ່ຢຳເກງພຣະເຈົ້າ. ຖ້າມັນສອດຄ່ອງກັບຄວາມຈິງ ແລະ ຈະເປັນປະໂຫຍດແກ່ພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າ. ຂ້ອຍກໍ່ຄວນເຊື່ອຟັງ ແລະ ຈັດຕັ້ງປະຕິບັດມັນ. ຖ້າຂ້ອຍປະຕິເສດບາງສິ່ງຈາກການສ່ອງສະຫວ່າງ ແລະ ການຊີ້ນຳຂອງພຣະວິນຍານບໍລິສຸດ, ນັ້ນເປັນການຂັດຂວາງພາລະກິດຂອງພຣະວິນຍານ ແລະ ເປັນການຕໍ່ຕ້ານພຣະເຈົ້າ. ສິ່ງນັ້ນເຮັດໃຫ້ເຄືອງໃຈອຸປະນິໄສຂອງພຣະເຈົ້າ. ຂ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ອຍດ້ວຍຄວາມອວດດີ ແລະ ຂ້ອຍເປັນຄົນຜະເດັດການ, ກີດຂວາງອ້າຍເອື້ອຍນ້ອງ ແລະ ເກັບເອົາຄວາມຄິດດີໆເຂົ້າລີ້ນຊັກຢ່າງສົມບູນ. ສິ່ງນີ້ຂັດຂວາງວຽກງານຂອງຄຣິດຕະຈັກ. ການຖືກໄລ່ອອກແມ່ນອຸປະນິໄສທີ່ຊອບທຳຂອງພຣະເຈົ້າທີ່ມາເຖິງຂ້ອຍ. ເມື່ອຄິດເຖິງຄວາມເສຍຫາຍທັງໝົດທີ່ຂ້ອຍໄດ້ເຮັດແກ່ອ້າຍເອື້ອຍນ້ອງ ແລະ ຄວາມສູນເສຍທີ່ຂ້ອຍໄດ້ກໍ່ໃຫ້ເກີດແກ່ວຽກງານຂອງຄຣິດຕະຈັກ, ຂ້ອຍຮູ້ສຶກເສຍໃຈ ແລະ ຮູ້ສຶກຜິດຫຼາຍ. ຂ້ອຍກຽດຊັງອຸປະນິໄສຂອງຕົວເອງແທ້ໆ. ໃນເວລາດຽວກັນ, ຂ້ອຍກໍ່ເຕັມໄປດ້ວຍຄວາມຮູ້ບຸນຄຸນຕໍ່ພຣະເຈົ້າ, ເພາະວ່າຖ້າຂ້ອຍບໍ່ໄດ້ຖືກຕັດສິນຢ່າງໂຫດຮ້າຍ ແລະ ຖືກຂ້ຽນຕີເພາະຄວາມອວດດີ ແລະ ຄວາມດື້ດ້ານຂອງຂ້ອຍ, ຂ້ອຍຄົງຈະບໍ່ມີວັນຮູ້ຈັກຕົວເອງເລີຍ. ຂ້ອຍຄົງຈະຕໍ່ຕ້ານພຣະເຈົ້າຕໍ່ໄປ.

ຕໍ່ມາຂ້ອຍກໍ່ອ່ານອີກບົດຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າ: “ເວລາສ່ວນໃຫຍ່ແລ້ວ ຄວາມຄິດ, ການກະທຳ ແລະ ແນວຄິດຂອງຜູ້ຄົນທີ່ມີພອນສະຫວັນ ແລະ ເກັ່ງແມ່ນຂັດກັບຄວາມຈິງ, ແຕ່ພວກເຂົາເອງແມ່ນບໍ່ຮູ້ເຖິງສິ່ງນີ້. ພວກເຂົາຍັງຄິດວ່າ ‘ເບິ່ງແມະຂ້ອຍສະຫຼາດສໍ່າໃດ; ຂ້ອຍໄດ້ເລືອກເອົາສິ່ງນັ້ນຢ່າງສະຫຼາດ! ຊ່າງເປັນການຕັດສິນໃຈຢ່າງມີສະຕິປັນຍາ; ພວກເຈົ້າບໍ່ມີຜູ້ໃດສາມາດນໍາຂ້ອຍທັນໄດ້’. ພວກເຂົາຈະດຳລົງຊີວິດຢູ່ໃນສະພາວະທີ່ຫຼົງຕົນເອງ ແລະ ການຊື່ນຊົມຕົນເອງຢູ່ຕະຫຼອດໄປ. ມັນຍາກສຳລັບພວກເຂົາທີ່ຈະເຮັດໃຫ້ຫົວໃຈຂອງພວກເຂົາສະຫງົບລົງ ແລະ ຕຶກຕອງສິ່ງທີ່ພຣະເຈົ້າຮ້ອງຂໍຈາກພວກເຂົາ, ຕຶກຕອງສິ່ງທີ່ເປັນຄວາມຈິງ ແລະ ສິ່ງທີ່ເປັນຫຼັກການແຫ່ງຄວາມຈິງ. ມັນຍາກສຳລັບພວກເຂົາທີ່ຈະເຂົ້າສູ່ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ ແລະ ມັນຍາກສຳລັບພວກເຂົາທີ່ຈະຄົ້ນຫາ ຫຼື ເຂົ້າໃຈຫຼັກການໃນການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ເພື່ອເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ” (ຄັດຈາກບົດ “ຜູ້ຄົນເພິ່ງພາຫຍັງແທ້ເພື່ອມີຊີວິດຢູ່” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າສະແດງໃຫ້ຂ້ອຍເຫັນວ່າ ຖ້າພວກເຮົາເພິ່ງພາຂອງປະທານຂອງພວກເຮົາ ແລະ ຈຸດແຂງໃນຊີວິດ, ພວກເຮົາຈະຍິ່ງອວດດີຫຼາຍຂຶ້ນ ແລະ ພໍໃຈໃນຕົວເອງ ແລະ ຄິດວ່າສິ່ງເຫຼົ່ານັ້ນແມ່ນຄວາມຈິງໂດຍບໍ່ໄດ້ສະແຫວງຫາຫຼັກການແຫ່ງຄວາມຈິງ. ຂ້ອຍເຄີຍຄິດວ່າຂ້ອຍມີພອນສະຫວັນບາງຢ່າງ, ສະນັ້ນ ອ້າຍເອື້ອຍນ້ອງບໍ່ສາມາດເຮັດໄດ້ໂດຍບໍ່ມີຂ້ອຍເພື່ອຈັດສາກການອອກແບບ ແລະ ອຸປະກອນປະກອບສາກ, ແຕ່ໃນຄວາມເປັນຈິງ, ພວກເຂົາບາງຄົນເຮັດໜ້າທີ່ຂອງຕົນໄດ້ດີຫຼາຍໂດຍບໍ່ຕ້ອງມີປະສົບການດ້ານວິຊາຊີບໃດໆ, ແມ່ນແຕ່ສາມາດເຮັດອຸປະກອນປະກອບສາກໄດ້ດີກວ່າຂ້ອຍເຮັດອີກ. ຂ້ອຍຄິດວ່າຂ້ອຍມີຄວາມເຂົ້າໃຈ, ຊໍານິຊໍານານ ແລະ ມີແນວຄວາມຄິດທີ່ດີ, ແຕ່ຂ້ອຍໄດ້ສ້າງສິ່ງທີ່ສັບສົນ. ສິ່ງທີ່ຂ້ອຍເຮັດບໍ່ມີປະໂຫຍດ ແລະ ມັກຈະຕ້ອງໄດ້ເຮັດຄືນໃໝ່, ເສຍເວລາ, ພະລັງງານ ແລະ ເງິນ. ຂ້ອຍເຫັນວ່າໂດຍການເພິ່ງພາຂອງປະທານ ແລະ ຄວາມເຂັ້ມແຂງຂອງຂ້ອຍໂດຍບໍ່ສະແຫວງຫາຫຼັກການແຫ່ງຄວາມຈິງ, ຂ້ອຍຂາດພາລະກິດຂອງພຣະວິນຍານບໍລິສຸດ, ດັ່ງນັ້ນ ຂ້ອຍຈິ່ງບໍ່ສາມາດເຮັດໜ້າທີ່ຂອງຂ້ອຍໄດ້ດີ. ຖ້າຫົວໃຈຂອງໃຜບາງຄົນຢູ່ໃນບ່ອນທີ່ຖືກຕ້ອງ, ພຣະເຈົ້າຈະສ່ອງສະຫວ່າງ ແລະ ຊີ້ນຳພວກເຂົາ. ພຣະເຈົ້າປະທານສະຕິປັນຍາທີ່ບໍ່ມີມະນຸດຄົນໃດສາມາດຈິນຕະນາການໄດ້. ຂ້ອຍຮັບຮູ້ວ່າຂອງປະທານ ແລະ ພອນສະຫວັນເຫຼົ່ານັ້ນທີ່ຂ້ອຍພູມໃຈຫຼາຍແມ່ນໄຮ້ຄ່າ. ການເອົາສິ່ງເຫຼົ່ານັ້ນມາເປັນທຶນຂອງຂ້ອຍແມ່ນເປັນຄວາມອວດດີ ແລະ ບໍ່ມີເຫດຜົນແທ້ໆ. ຂ້ອຍຮູ້ສຶກລະອາຍໃຈຫຼາຍເມື່ອຄິດກ່ຽວກັບເລື່ອງນີ້. ແລ້ວຂ້ອຍໄດ້ກ່າວຄຳອະທິຖານນີ້ຫາພຣະເຈົ້າວ່າ: “ຂ້ອຍບໍ່ຕ້ອງການດຳລົງຊີວິດຕາມອຸປະນິໄສທີ່ອວດດີຂອງຂ້ອຍອີກຕໍ່ໄປ. ຂ້ອຍປາຖະໜາທີ່ຈະສະແຫວງຫາ ແລະ ປະຕິບັດຄວາມຈິງຢ່າງໜັກແໜ້ນ ແລະ ເຮັດໜ້າທີ່ຂອງຂ້ອຍໃຫ້ດີ”.

ຕໍ່ມາຂ້ອຍໄດ້ເຮັດໜ້າທີ່ລ້ຽງດູເບິ່ງແຍງຜູ້ທີ່ເຊື່ອໄໝ່ ແລະ ຮັກສາລະດັບທີ່ຕ່ຳກວ່າເມື່ອເຮັດວຽກຮ່ວມກັບຄົນອື່ນ. ຂ້ອຍສະແຫວງຫາພຣະປະສົງຂອງພຣະເຈົ້າຢ່າງມີສະຕິເມື່ອໃດກໍ່ຕາມທີ່ມີບາງສິ່ງເກີດຂຶ້ນ ແລະ ຟັງຄຳແນະນຳຂອງຄົນອື່ນຫຼາຍຂຶ້ນ. ມື້ໜຶ່ງ ອ້າຍນ້ອງຄົນໜຶ່ງໃນທີມເວົ້າກັບຂ້ອຍວ່າ “ຮູບແບບການລ້ຽງດູເບິ່ງແຍງຂອງເຈົ້າ ແລະ ການສະໜັບສະໜູນອ້າຍເອື້ອຍນ້ອງຂ້ອນຂ້າງເຂັ້ມງວດເລັກນ້ອຍ. ມັນບໍ່ໄດ້ຜົນປານໃດ. ມັນຈະດີກວ່າຖ້າເຈົ້າສາມາດສຸມການລ້ຽງດູເບິ່ງແຍງຂອງເຈົ້າໃສ່ຈຸດອ່ອນສ່ວນບຸກຄົນຂອງຄົນໄດ້”. ຂ້ອຍບໍ່ໄດ້ເຊື່ອໝັ້ນຫຼາຍປານໃດ. ຂ້ອຍຮູ້ສຶກວ່າ ຂ້ອຍໄດ້ນໍາເອົາປະສົບການທັງໝົດຂອງຂ້ອຍມາຮັບຜິດຊອບ, ສະນັ້ນ ຂ້ອຍຈະເຮັດຫຍັງຜິດໄດ້ແນວໃດ? ຂ້ອຍເກືອບຈະໄລ່ລາວໜີຕອນທີ່ຂ້ອຍຮູ້ຕົວວ່າຄວາມອວດດີຂອງຂ້ອຍໄດ້ໂຜ່ຫົວຂອງມັນຂຶ້ນມາອີກຄັ້ງ. ຂ້ອຍກ່າວຄຳອະທິຖານງຽບຫາພຣະເຈົ້າ, ແລ້ວບົດຄວາມນີ້ຈາກພຣະທຳຂອງພຣະອົງກໍ່ເຂົ້າມາໃນໃຈ: “ເມື່ອຄົນອື່ນສະແດງຄຳຄິດເຫັນທີ່ກົງກັນຂ້າມ, ເຈົ້າສາມາດປະຕິບັດຫຍັງເພື່ອເຮັດໃຫ້ພວກເຂົາບໍ່ເຮັດຕາມອຳເພີໃຈ ແລະ ບໍ່ຮອບຄອບ? ກ່ອນອື່ນ ເຈົ້າຕ້ອງມີທ່າທີທີ່ຖ່ອມຕົວ, ປະຖິ້ມສິ່ງທີ່ເຈົ້າເຊື່ອວ່າຖືກຕ້ອງ ແລະ ປ່ອຍໃຫ້ທຸກຄົນມີການໂອ້ລົມ. ເຖິງແມ່ນເຈົ້າເຊື່ອວ່າຫົນທາງຂອງເຈົ້າຖືກຕ້ອງ, ເຈົ້າບໍ່ຄວນສືບຕໍ່ເຮັດມັນ. ກ່ອນອື່ນໝົດ, ນັ້ນເປັນບາດກ້າວໄປຂ້າງໜ້າປະເພດໜຶ່ງ; ມັນສະແດງເຖິງທ່າທີຂອງການສະແຫວງຫາຄວາມຈິງ, ການປະຕິເສດຕົນເອງ ແລະ ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າມີທ່າທີນີ້, ໃນເວລາດຽວກັນທີ່ເຈົ້າບໍ່ຍຶດຕິດກັບຄວາມຄິດເຫັນຂອງເຈົ້າເອງ, ເຈົ້າກໍອະທິຖານ. ຍ້ອນວ່າເຈົ້າບໍ່ສາມາດແຍກແຍະສິ່ງທີ່ຖືກຈາກສິ່ງທີ່ຜິດ, ເຈົ້າຈຶ່ງປ່ອຍໃຫ້ພຣະເຈົ້າເປີດເຜີຍ ແລະ ບອກເຈົ້າກ່ຽວກັບສິ່ງທີ່ດີທີ່ສຸດ ແລະ ສິ່ງເໝາະສົມທີ່ສຸດທີ່ຈະເຮັດ. ຍ້ອນທຸກຄົນເຂົ້າຮ່ວມການໂອ້ລົມ, ພຣະວິນຍານບໍລິສຸດຈຶ່ງນໍາແສງສະຫວ່າງທັງໝົດມາໃຫ້ກັບເຈົ້າ” (ຄັດຈາກການສົນທະນາຂອງພຣະເຈົ້າ). ໃນອາດີດ ຂ້ອຍໄດ້ເປັນຄົນອວດດີ ແລະ ດື້ດ້ານຫຼາຍເກີນໄປ, ບີບຄັ້ນຄົນອື່ນ ແລະ ຂັດຂວາງວຽກງານແຫ່ງຄົວເຮືອນຂອງພຣະເຈົ້າ. ຂ້ອຍຮູ້ວ່າຂ້ອຍບໍ່ສາມາດເຮັດແບບນີ້ຕໍ່ໄປໄດ້, ບີບຄັ້ນຜູ້ຄົນ, ຕໍ່ຕ້ານພຣະເຈົ້າ, ແຕ່ຕ້ອງຟັງຄຳແນະນຳຂອງຄົນອື່ນ. ຂ້ອຍຄວນຍອມຮັບມັນ ແລະ ອ່ອນນ້ອມເສຍກ່ອນ, ຈາກນັ້ນຈິ່ງສະແຫວງຫາພຣະປະສົງຂອງພຣະເຈົ້າ. ນັ້ນແມ່ນວິທີດຽວທີ່ຈະໄດ້ຮັບການຊີ້ນຳຂອງພຣະເຈົ້າ. ສະນັ້ນ, ຂ້ອຍຈິ່ງຟັງອ້າຍນ້ອງຄົນນີ້ຢ່າງອົດທົນ ແລະ ຮູ້ວ່າມີບ່ອນທີ່ຕ້ອງປັບປຸງໃນວິທີການຂອງຂ້ອຍ. ວິທີການທີ່ລາວແນະນຳແມ່ນມີຄວາມຍືດຍຸ່ນ ແລະ ສາມາດປັບປ່ຽນໄດ້ຫຼາຍຂຶ້ນ. ຂ້ອຍເອົາໄປປະຕິບັດ ແລະ ຄົ້ນພົບວ່າມັນໄດ້ຜົນແທ້ໆ. ເມື່ອອ້າຍເອື້ອຍນ້ອງໃຫ້ຄຳຊີ້ແນະແກ່ຂ້ອຍຫຼັງຈາກນັ້ນ, ຂ້ອຍບໍ່ໄດ້ຕໍ່ຕ້ານອີກຕໍ່ໄປ, ແຕ່ຍອມຮັບພວກມັນ ແລະ ສຳຫຼວດພວກມັນ ແລະ ປຶກສາສິ່ງຕ່າງໆກັບຄົນອື່ນເພື່ອຫາແນວທາງປະຕິບັດທີ່ດີຂຶ້ນ. ຕໍ່ມາທຸກຄົນເວົ້າວ່າ ພວກເຂົາໄດ້ຮັບຫຼາຍຢ່າງຈາກການຫົດນ້ຳແບບນັ້ນ. ຂ້ອຍຮູ້ສຶກສະຫງົບສຸກແທ້. ຂ້ອຍຮູ້ວ່ານີ້ແມ່ນການຊີ້ນຳຂອງພຣະເຈົ້າ ແລະ ເຮັດໄດ້ພຽງຂອບໃຈ ແລະ ສັນລະເສີນພຣະອົງເທົ່ານັ້ນ. ຂ້ອຍຍັງປະສົບກັບພອນຂອງພຣະເຈົ້າທີ່ມາຈາກການປະຕິບັດຫຼັກການແຫ່ງຄວາມຈິງ ແທນທີ່ຈະເຮັດໜ້າທີ່ຂອງຂ້ອຍຢ່າງອວດດີ.

ກ່ອນນີ້: 65. ຄວາມຄ້າຍຄືມະສຸດສາມາດບັນລຸໄດ້ໂດຍການແກ້ໄຂຄວາມອວດດີ

ຕໍ່ໄປ: 67. ການດໍາເນີນຊີວິດທີ່ເປັນຄ້າຍຄືມະນຸດເລັກນ້ອຍແນ່ນອນວ່າຍິ່ງໃຫຍ່

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

Only God Loves Man Most

God becomes flesh in the last days to save man for He loves man. Driven by His love, He carries out today's work. It's under the foundation...

ຄວາມເຊື່ອພື້ນຖານແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

(1) ຫຼັກຄໍາສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼັກຄຳສອນຂອງສາດສະໜາຄຣິດສະຕຽນມີຕົ້ນກຳເນີດມາຈາກພຣະຄຳພີ ແລະ...

ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າແມ່ນພຣະເຈົ້າອົງດຽວກັນບໍ?

ເມື່ອມະນຸດຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ພຣະເຈົ້າກໍໄດ້ເລີ່ມແຜນການຄຸ້ມຄອງຂອງພຣະອົງເພື່ອຄວາມລອດພົ້ນຂອງມະນຸດຊາດ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້