69. ການກັບຄືນສູ່ເສັ້ນທາງທີ່ຖືກຕ້ອງ
ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໄສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໄສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ນິໄສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າການຮັບໃຊ້ພຣະເຈົ້າຂອງເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າ. ມັນເປັນການຮັບໃຊ້ທີ່ອອກມາຈາກທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ; ນອກຈາກນັ້ນ, ເຈົ້າຍັງຄິດວ່າພຣະເຈົ້າປິຕິຍິນດີໃນສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະ ກຽດຊັງໃນສິ່ງທີ່ເຈົ້າບໍ່ຕ້ອງການຢາກເຮັດ ແລະ ເຈົ້າຖືກຊີ້ນຳທັງໝົດໂດຍຄວາມມັກໃນການກະທໍາຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ທັດສະນະຄະຕິກ່ຽວກັບຊີວິດຂອງເຈົ້າກໍ່ຈະບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ເຈົ້າຈະດື້ດ້ານຍິ່ງຂຶ້ນກວ່າເກົ່າ ຍ້ອນວ່າເຈົ້າໄດ້ຮັບໃຊ້ພຣະເຈົ້າ ແລະ ນີ້ຈະເຮັດໃຫ້ນິໄສຂອງເຈົ້າເສື່ອມໂຊມຍ່າງໜັກກວ່າເກົ່າ. ດ້ວຍວິທີນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາຂອງການດໍາລົງຢູ່ໃນແຜ່ນດິນໂລກຂອງມະນຸດ. ຜູ້ຄົນເຫຼົ່ານີ້ພວກນີ້ຕົກຢູ່ໃນກຸ່ມພວກຟາຣີຊາຍ ແລະ ເຈົ້າໜ້າທີ່ທາງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍ່ຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ). ເມື່ອຂ້ອຍໄດ້ອ່ານບົດຄວາມນີ້: “ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໄສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໄສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ນິໄສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່”. ຂ້ອຍຮູ້ສຶກຕື່ນເຕັ້ນຢ່າງເລິກເຊິ່ງ. ຂ້ອຍປະສົບກັບຄວາມລົ້ມເຫຼວໃນອະດີດ. ໃນເວລານັ້ນ, ຂ້ອຍໄດ້ເຮັດຕາມໜ້າທີ່ຂອງຂ້ອຍໂດຍອີງໃສ່ອຸປະນິໄສທີ່ໂອ້ອວດ ແລະ ຂີ້ໂມ້ຫຼາຍ. ຂ້ອຍໄດ້ໂອ້ອວດ, ເທດສະໜາພຣະທໍາ ແລະ ຄໍາສອນຕ່າງໆແບບຜິວເຜີນ ເພື່ອເຮັດໃຫ້ຄົນເຄົາລົບ ແລະ ນັບຖືຂ້ອຍຢ່າງສູງ ແລະ ໂດຍທີ່ບໍ່ຮູ້ຕົວເລີຍ, ຂ້ອຍໄດ້ກ້າວໄປສູ່ເສັ້ນທາງຂອງການຕໍ່ຕ້ານພຣະເຈົ້າ. ຫຼັງຈາກນັ້ນເອງ ໂດຍການວິທີການພິພາກສາ ແລະ ການເປີດເຜີຍຈາກພຣະທໍາຂອງພຣະເຈົ້າ, ຂ້ອຍຈຶ່ງມາຮັບຮູ້ແຫຼ່ງທີ່ມາຂອງການທີ່ຂ້ອຍຕໍ່ຕ້ານພຣະເຈົ້າ ແລະ ທໍາມະຊາດຊາຕານຂອງຂ້ອຍ ແລະ ເລີ່ມກັບໃຈກັບມາຫາພຣະເຈົ້າ.
ໃນປີ 2013 ທີ່ຂ້ອຍໄດ້ຖືກເລືອກໃຫ້ເປັນຜູ້ນໍາຄຣິດຕະຈັກ. ໃນເວລານັ້ນ ຂ້ອຍຂ້ອນຂ້າງກະຕືລືລົ້ນ. ເມື່ອໃດກໍ່ຕາມທີ່ຂ້ອຍເຫັນບັນດາອ້າຍເອື້ອຍນ້ອງຂອງຂ້ອຍຕົກຢູ່ໃນສະຖານະການທີ່ຫຍຸ້ງຍາກ, ຂ້ອຍຈະສົນທະນາກັບພວກເຂົາກ່ຽວກັບພຣະທໍາຂອງພຣະເຈົ້າເພື່ອຊ່ວຍພວກເຂົາແກ້ໄຂບັນຫາຕ່າງໆຂອງພວກເຂົາ. ເມື່ອຄວາມຫຍຸ້ງຍາກຕ່າງໆຂອງທຸກຄົນໄດ້ຮັບການແກ້ໄຂແລ້ວ, ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ. ຫຼັງຈາກນັ້ນສອງສາມເດືອນ, ຜູ້ນຳຂອງຂ້ອຍໄດ້ເວົ້າກັບຂ້ອຍວ່າ: “ມີຄຣິດຕະຈັກແຫ່ງໜຶ່ງທີ່ມີບັນດາອ້າຍເອື້ອຍນ້ອງທີ່ເຂົ້າຮ່ວມໃໝ່ເປັນຈຳນວນຫຼວງຫຼາຍ ແລະ ເພື່ອນຮ່ວມງານຂອງເຈົ້າໄດ້ແນະນຳໃຫ້ເຈົ້າໄປທີ່ນັ້ນ ແລະ ຮັບໃຊ້ເປັນຜູ້ນຳ”. ດ້ວຍຄວາມໝັ້ນໃຈທີ່ເຕັມປ່ຽມ, ຂ້ອຍໄດ້ຍອມຮັບ. ຂ້ອຍພຽງແຕ່ຄິດວ່າຂ້ອຍຕ້ອງເຮັດວຽກທີ່ດີໃນການລ້ຽງດູບັນດາອ້າຍເອື້ອຍນ້ອງເຫຼົ່ານັ້ນ ເພື່ອວ່າພວກເຂົາຈະສາມາດເຂົ້າໃຈຄວາມຈິງໄດ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ແລະ ວາງພື້ນຖານຕ່າງໆໃນທາງທີ່ແທ້ຈິງ. ຫຼັງຈາກທີ່ຂ້ອຍມາຮອດຄຣິດຕະຈັກ, ຂ້ອຍໄດ້ເຂົ້າໃຈສະຖານະການໂດຍລວມຢູ່ທີ່ນັ້ນ ແລະ ຂ້ອຍຍັງໄດ້ເຮັດຂໍ້ບັນທຶກຕ່າງໆກ່ຽວກັບບັນຫາ ແລະ ຄວາມຫຍຸ້ງຍາກຕ່າງໆຂອງບັນດາອ້າຍເອື້ອຍນ້ອງ, ວາງແຜນທີ່ຈະຊອກຫາຂໍ້ຄວາມຕ່າງໆທີ່ກ່ຽວຂ້ອງໃນພຣະທໍາຂອງພຣະເຈົ້າເພື່ອສົນທະນາ ແລະ ແກ້ໄຂບັນຫາຕ່າງໆຂອງພວກເຂົາໃນພາຍຫຼັງ. ຂ້ອຍພຽງແຕ່ຮູ້ສຶກວ່າເພາະວ່າຂ້ອຍເປັນຄົນໃໝ່ຢູ່ໃນສະຖານທີ່ນັ້ນ, ອ້າຍເອື້ອຍນ້ອງຫຼາຍຄົນບໍ່ຮູ້ຈັກຂ້ອຍ, ສະນັ້ນຂ້ອຍຕ້ອງໄດ້ໃຊ້ຄວາມພະຍາຍາມ ແລະ ເຕົ້າໂຮມກັບພວກເຂົາເພື່ອສົນທະນາຫຼາຍຂຶ້ນ. ຖ້າຂ້ອຍສາມາດປະຕິບັດວຽກງານທີ່ດີກ່ຽວກັບວຽກງານຂອງຄຣິດຕະຈັກພາຍໃນໄລຍະເວລາອັນສັ້ນ, ອ້າຍເອື້ອຍນ້ອງເຫຼົ່ານີ້ຈະຮູ້ສຶກວ່າຂ້ອຍມີຄວາມຈິງທີ່ເປັນຈິງຢ່າງແນ່ນອນ ແລະ ມີຄວາມສາມາດໃນວຽກຂອງຂ້ອຍ, ແລ້ວເມື່ອສິ່ງນັ້ນເກີດຂຶ້ນ, ຫຼັງຈາກນັ້ນບັນດາຜູ້ນຳຂອງຂ້ອຍກໍ່ຈະເຄົາລົບຂ້ອຍເປັນຢ່າງສູງເຊັ່ນກັນ. ຫຼັງຈາກນັ້ນ ຄຣິດຕະຈັກໄດ້ອອກແຈ້ງການກ່ຽວກັບຄວາມຈິງຕ່າງໆທີ່ຈະເອົາເຂົ້າໃນຂັ້ນຕອນນັ້ນ ແລະ ພວກເຮົາຕ້ອງຊອກຫາຂໍ້ຄວາມຕ່າງໆທີ່ກ່ຽວຂ້ອງຂອງພຣະທໍາຂອງພຣະເຈົ້າເພື່ອສົນທະນາ. ຂ້ອຍຂ້ອນຂ້າງຮູ້ສຶກດີໃຈຫຼາຍເພາະວ່ານີ້ເປັນໂອກາດທີ່ສົມບູນແບບທີ່ຈະພິສູດຕົວຂ້ອຍເອງ. ສະນັ້ນຂ້ອຍໄດ້ພົບຖ້ອຍຄຳບາງຂໍ້ຂອງພຣະເຈົ້າທີ່ກ່ຽວຂ້ອງກັບດ້ານຕ່າງໆທັງໝົດເຫຼົ່ານີ້ຂອງຄວາມຈິງ ແລະ ຫຼັງຈາກນັ້ນໄດ້ເອົາໃຈໃສ່ເປັນພິເສດໃນການຈັດລະບຽບພວກມັນ, ໂດຍຄິດຢູ່ຕະຫຼອດເວລາວ່າ: “ມັນຈະມີການຊຸມນຸມເພື່ອນຮ່ວມງານກໍາລັງຈະດໍາເນີນຂຶ້ນໃນມື້ອື່ນ. ບັນດາເພື່ອນຮ່ວມງານຂອງຂ້ອຍຈະເຫັນວ່າຂ້ອຍໄດ້ໃຊ້ເວລາໝົດຄືນຊອກຫາພຣະທໍາຂອງພຣະເຈົ້າເຫຼົ່ານີ້ ແລະ ແນ່ນອນວ່າພວກເຂົາຈະເວົ້າວ່າຂ້ອຍມີສະຕິ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຂ້ອຍ”. ແລ້ວສະນັ້ນ, ມັນເກືອບເປັນຕອນເຊົ້າກ່ອນທີ່ຂ້ອຍຈະກະກຽມສໍາເລັດ. ແນ່ນອນແລ້ວວ່າ ໃນລະຫວ່າງການຊຸມນຸມ, ຫຼັງຈາກໄດ້ເຫັນພຣະທໍາຂອງພຣະເຈົ້າທີ່ຂ້ອຍໄດ້ຊອກຫາ, ເພື່ອນຮ່ວມງານທັງໝົດຂອງຂ້ອຍໄດ້ເບິ່ງຂ້ອຍດ້ວຍຄວາມຊົມເຊີຍ. ບາງຄົນເວົ້າວ່າ: “ອ້າຍເຊິນມີສະຕິດີຫຼາຍ. ລາວໃຊ້ເວລາໝົດຄືນຊອກຫາບົດຄວາມຕ່າງໆທີ່ກ່ຽວຂ້ອງເຫຼົ່ານີ້ທັງໝົດຂອງພຣະ ທໍາຂອງພຣະເຈົ້າ”. ບາງຄົນເວົ້າວ່າ: “ເປັນຈິງແທ້ໆ! ມັນເບິ່ງຄືວ່າອ້າຍເຊິນໄດ້ອ່ານພຣະທໍາຂອງພຣະເຈົ້າຫຼາຍ”. ອ້າຍນ້ອງອີກຄົນໜຶ່ງກໍ່ເວົ້າດ້ວຍຄວາມເປັນຫ່ວງວ່າ: “ອ້າຍເຊິນ, ເຈົ້າຕ້ອງໄດ້ຢູ່ເດິກປານໃດກ່ອນທີ່ເຈົ້າຈະພົບເຫັນບົດຄວາມຕ່າງໆເຫຼົ່ານີ້ທັງໝົດໃນພຣະທໍາຂອງພຣະເຈົ້າ?” ການໄດ້ຍິນສິ່ງນີ້ທັງໝົດເຮັດໃຫ້ຂ້ອຍຮູ້ສຶກສະບາຍໃຈ. ການທີ່ຂ້ອຍຢູ່ຈົນຮອດຮຸ່ງເຊົ້າບໍ່ໄດ້ໄຮ້ປະໂຫຍດ ແລະ ບັນດາອ້າຍເອື້ອຍນ້ອງຂອງຂ້ອຍສາມາດເຫັນໄດ້ວ່າຂ້ອຍໄດ້ທຸ້ມເທຄວາມພະຍາຍາມຫຼາຍປານໃດ. ໂດຍທີ່ປົກປິດຄວາມຕື່ນເຕັ້ນທີ່ຂ້ອຍຮູ້ສຶກຂ້າງໃນ, ຂ້ອຍເວົ້າວ່າ: “ມັນເກືອບຈະເປັນຕອນຮຸ່ງເຊົ້າແລ້ວເມື່ອຂ້ອຍຊອກຫາພວກມັນຈົນໝົດ. ຂ້ອຍມັກຈະຢູ່ເດິກທຸກຄືນເພື່ອປະຕິບັດໜ້າທີ່ຂອງຂ້ອຍ, ຄືກັບທີ່ມັນຄວນຈະເປັນ. ມັນບໍ່ມີຫຍັງຈະອວດອ້າງ. ຂ້ອຍຕ້ອງແນ່ໃຈວ່າບັນດາອ້າຍເອື້ອຍນ້ອງຂອງຂ້ອຍບໍ່ໄດ້ຖືກຂັດຂວາງຈາກການທີ່ສາມາດສົນທະນາໃນການຊຸມນຸມ”. ຫຼັງຈາກນັ້ນລາວເວົ້າວ່າຂ້ອຍມີສະຕິໃນໜ້າທີ່ຂອງຂ້ອຍ ແລະ ຂ້ອຍສາມາດຢູ່ເດິກທຸກຄືນ ແລະ ອົດທົນກັບຄວາມຍາກລໍາບາກໄດ້. ຫົວໃຈຂອງຂ້ອຍເຕັມໄປດ້ວຍຄວາມສຸກທີ່ຫຼັ່ງໄຫຼ. ຂ້ອຍຕ້ອງສືບຕໍ່ເຮັດວຽກຢ່າງໜັກເພື່ອວ່າບັນດາອ້າຍເອື້ອຍນ້ອງທັງໝົດຂອງຂ້ອຍຈະເວົ້າວ່າຂ້ອຍເປັນຜູ້ນຳທີ່ມີຄວາມສາມາດ.
ຕໍ່ມາ, ເມື່ອວຽກງານຂອງການເຜີຍແຜ່ຂ່າວປະເສີດມີຄວາມກ້າວໜ້າ, ພວກເຮົາໄດ້ສ້າງຄຣິດຕະຈັກອີກສອງສາມແຫ່ງ. ທຸກໆມື້, ຂ້ອຍເຮັດວຽກຕັ້ງແຕ່ຮຸ່ງເຊົ້າຈົນຄໍ່າ, ໄປທຸກໆຄຣິດຕະຈັກເພື່ອລ້ຽງດູບັນດາອ້າຍເອື້ອຍນ້ອງຂອງຂ້ອຍ. ຂ້ອຍຈະອ່ານພຣະທໍາຂອງພຣະເຈົ້າໃຫ້ກັບທຸກໆຄົນທີ່ມີຄວາມຫຍຸ້ງຍາກ, ສົນທະນາຢ່າງອົດທົນເພື່ອແກ້ໄຂບັນຫາຕ່າງໆຂອງພວກເຂົາ ແລະ ຄວາມຄິດເຫັນຂອງຜູ້ຄົນຕໍ່ກັບຂ້ອຍກໍ່ຍິ່ງສູງຂຶ້ນ. ຄັ້ງໜຶ່ງ, ອ້າຍເອື້ອຍນ້ອງສອງສາມຄົນປະສົບກັບບັນຫາໃນຂະນະທີ່ເຜີຍແຜ່ຂ່າວປະເສີດ ແລະ ບໍ່ສາມາດແກ້ໄຂມັນໄດ້. ພວກເຂົາເລີ່ມຄິດລົບ ແລະ ອ່ອນແອ, ສະນັ້ນພວກເຂົາໄດ້ມາຫາຂ້ອຍເພື່ອສົນທະນາກ່ຽວກັບມັນ. ຂ້ອຍໄດ້ແບ່ງປັນປະສົບການຂອງຂ້ອຍກັບພວກເຂົາໃນການເຜີຍແຜ່ຂ່າວປະເສີດໃນອະດີດ. ຂ້ອຍເວົ້າວ່າ: “ຄົນທີ່ຂ້ອຍເຜີຍແຜ່ຂ່າວປະເສີດມີແນວຄິດ ແລະ ຈະບໍ່ຍອມຮັບມັນ. ພວກເຂົາບາງຄົນໄດ້ໄລ່ຂ້ອຍອອກຈາກເຮືອນຂອງພວກເຂົາ. ໃນເວລານັ້ນ, ຂ້ອຍຄິດວ່າມັນຍາກຄືກັນແທ້ໆ, ສະນັ້ນຂ້ອຍໄດ້ອະທິຖານຫາພຣະເຈົ້າຢູ່ຕະຫຼອດເວລາ. ຂ້ອຍຢູ່ເດິກທຸກຄືນເພື່ອຊອກຫາບົດຄວາມຕ່າງໆທີ່ກ່ຽວຂ້ອງໃນພຣະທໍາຂອງພຣະອົງ ແລະ ເທື່ອແລ້ວເທື່ອອີກ ຂ້ອຍໄດ້ໄປສົນທະນາກັບຄົນເຫຼົ່ານັ້ນເພື່ອແກ້ໄຂບັນຫາຂອງພວກເຂົາ. ຂ້ອຍໄດ້ເຮັດມັນເພື່ອທີ່ພວກເຂົາຈະສາມາດໄດ້ຍິນສຽງຂອງພຣະເຈົ້າ ແລະ ໄດ້ຮັບການຊ່ວຍຊີວິດຂອງພຣະອົງໃນມື້ສຸດທ້າຍ. ບໍ່ວ່າຂ້ອຍຈະປະສົບກັບຄວາມອັບອາຍ ແລະ ຄວາມຫຍຸ້ງຍາກຫຼາຍປານໃດກໍ່ຕາມ, ຂ້ອຍປະຕິເສດທີ່ຈະຍອມຈຳນົນ. ໃນທີ່ສຸດ, ຂ້ອຍໄດ້ນໍາພວກເຂົາທັງໝົດເຂົ້າມາໃນຄວາມເຂົ້າໃຈ...” ເມື່ອຂ້ອຍເວົ້າຈົບແລ້ວ, ອ້າຍນ້ອງຄົນໜຶ່ງເວົ້າດ້ວຍຄວາມຊື່ນຊົມວ່າ: “ອ້າຍເຊິນສາມາດອົດທົນກັບຄວາມຍາກລຳບາກໄດ້ແທ້ໆ. ລາວແບກພາລະໜັກແທ້ໆ”. ບາງຄົນເວົ້າວ່າ: “ພວກເຮົາທຸກຄົນຄວນເຜີຍແຜ່ຂ່າວປະເສີດໃນແບບທີ່ອ້າຍເຊິນເຮັດ”. ເມື່ອຂ້ອຍເຫັນຄວາມຄິດເຫັນອັນສູງສົ່ງທີ່ບັນດາອ້າຍເອື້ອຍນ້ອງເຫຼົ່ານີ້ມີຕໍ່ຂ້ອຍ, ຂ້ອຍຮູ້ສຶກຄືກັບວ່າຂ້ອຍມີປິຕິຍິນດີຢ່າງເຫຼືອລົ້ນ. ຫຼັງຈາກນັ້ນ, ຄົນອື່ນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຕ່າງໆໃນໜ້າທີ່ຂອງພວກເຂົາຈະມາຊອກຫາຂ້ອຍເພື່ອຂໍຄວາມຊ່ວຍເຫຼືອ ແລະ ມີຄົນຈໍານວນໜ້ອຍທີ່ໄປຫາອ້າຍນ້ອງທີ່ຂ້ອຍເຮັດວຽກນໍາ. ໃນຂະນະທີ່ເຮັດໜ້າທີ່ຂອງພວກເຂົາ, ບັນດາອ້າຍເອື້ອຍນ້ອງຈະເຮັດອັນໃດອັນໜຶ່ງທີ່ຂ້ອຍຂໍໃຫ້ພວກເຂົາເຮັດຢ່າງຫ້າວຫັນ. ເມື່ອເຫັນວ່າພວກເຂົາເຄົາລົບຂ້ອຍຫຼາຍສໍ່າໃດ, ຂ້ອຍກໍ່ເຊີດຊູຕົວເອງຫຼາຍຂຶ້ນເລື້ອຍໆ; ຂ້ອຍຮູ້ສຶກຄືກັບວ່າຂ້ອຍໄດ້ກາຍເປັນເສົາຄໍ້າຂອງຄຣິດຕະຈັກ.
ໃນລະຫວ່າງການຊຸມນຸມຄັ້ງໜຶ່ງ, ຂ້ອຍໄດ້ສືບຕໍ່ໄປເລື້ອຍໆ ກ່ຽວກັບວ່າຂ້ອຍໄດ້ທົນທຸກທໍລະມານຫຼາຍປານໃດ ແລະ ລາຄາໃດທີ່ຂ້ອຍໄດ້ຈ່າຍໃນໜ້າທີ່ຂອງຂ້ອຍ ແລະ ຜົນໄດ້ຮັບອັນໃດທີ່ຂ້ອຍໄດ້ບັນລຸ. ເອື້ອຍນ້ອງຄົນໜຶ່ງເວົ້າກັບຂ້ອຍຢ່າງກະທັນຫັນວ່າ: “ອ້າຍເຊິນ, ສິ່ງທີ່ຂ້ອຍໄດ້ຍິນເຈົ້າເວົ້າເກືອບທັງໝົດແມ່ນກ່ຽວກັບວ່າເຈົ້າທົນທຸກ ແລະ ເສຍສະລະຫຼາຍສໍ່າໃດໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ, ແຕ່ເຈົ້າຍັງບໍ່ໄດ້ເວົ້າກ່ຽວກັບສິ່ງທີ່ເປັນຈຸດອ່ອນຕ່າງໆທີ່ເຈົ້າມີໃນເວລາທີ່ເຈົ້າປະສົບກັບຄວາມຍາກລຳບາກ ຫຼື ອັນໃດຄືອຸປະນິໄສທີ່ເສື່ອມຊາມທີ່ເຈົ້າເປີດເຜີຍ ຫຼື ຄວາມຮູ້ອັນໃດທີ່ເຈົ້າໄດ້ຮັບຈາກຕົວເຈົ້າເອງ ຫຼື ວິທີທີ່ເຈົ້າສະແຫວງຫາຄວາມຈິງເພື່ອແກ້ໄຂຄວາມຫຍຸ້ງຍາກຕ່າງໆຂອງເຈົ້າ. ມັນເຮັດໃຫ້ເບິ່ງຄືວ່າເຈົ້າບໍ່ມີການເສື່ອມໂຊມອັນໃດເລີຍ...” ຫຼັງຈາກທີ່ລາວເວົ້າສິ່ງນີ້ຈົບແລ້ວ, ຄົນອື່ນທັງໝົດພຽງແຕ່ເບິ່ງມາຍັງຂ້ອຍ. ຂ້ອຍຕົກໃຈ. ຂ້ອຍຮູ້ສຶກຖືກວາງເປັນເປົ້າ ແລະ ໃບໜ້າຂອງຂ້ອຍກໍ່ແດງຂຶ້ນ. ໃນໃຈແລ້ວ, ຂ້ອຍຄິດວ່າ: “ການເວົ້າກັບຂ້ອຍແບບນັ້ນໄດ້ເຮັດໃຫ້ຂ້ອຍເບິ່ງບໍ່ດີໃນຕໍ່ໜ້າອ້າຍເອື້ອຍນ້ອງທັງໝົດເຫຼົ່ານີ້. ພວກເຂົາຈະຄິດຫຍັງກັບຂ້ອຍ?” ໃນຄວາມພະຍາຍາມທີ່ຈະດຶງເອົາຄວາມພາກພູມໃຈບາງອັນຄືນກັບມາ, ຂ້ອຍເວົ້າຢ່າງໄວວາວ່າ: “ເອື້ອຍ, ສິ່ງທີ່ເຈົ້າສົນທະນານັ້ນແມ່ນຖືກຕ້ອງ ແລະ ຂ້ອຍສາມາດຍອມຮັບມັນໄດ້. ແນວໃດກໍ່ຕາມ, ບັນດາອ້າຍເອື້ອຍນ້ອງຂອງພວກເຮົາກໍາລັງປະສົບກັບຄວາມຫຍຸ້ງຍາກຕ່າງໆໃນໜ້າທີ່ຂອງພວກເຂົາ ແລະ ພວກເຂົາເລີ່ມມີແນວຄິດລົບ ແລະ ອ່ອນແອ. ພວກເຮົາບໍ່ຄວນພຽງແຕ່ເວົ້າກ່ຽວກັບການເສື່ອມຊາມຂອງພວກເຮົາ. ພວກເຮົາຕ້ອງສົນທະນາກັນຫຼາຍຂຶ້ນກ່ຽວກັບການປະຕິບັດໃນທາງບວກ; ນີ້ເປັນວິທີທາງດຽວທີ່ບັນດາອ້າຍເອື້ອຍນ້ອງຂອງພວກເຮົາສາມາດມີເສັ້ນທາງກ້າວຕໍ່ໄປຂ້າງໜ້າ ແລະ ຊອກຫາຄວາມເຊື່ອຂອງພວກເຂົາ...” ຕໍ່ມາ, ອ້າຍເອື້ອຍນ້ອງຄົນອື່ນບາງຄົນໄດ້ບອກຂ້ອຍວ່າເມື່ອເວົ້າເຖິງປະສົບການ ແລະ ຄວາມຮູ້ຂອງຂ້ອຍ, ຂ້ອຍໄດ້ຂ້າມຄວາມເສື່ອມຊາມເກືອບທັງໝົດທີ່ໄດ້ຖືກເປີດເຜີຍໃນຕົວຂ້ອຍ ແລະ ເນື່ອງຈາກວ່າຂ້ອຍໄດ້ເວົ້າຫຼາຍກ່ຽວກັບວ່າຂ້ອຍໄດ້ຮັບຄວາມທຸກທໍລະມານແນວໃດ, ລາຄາອັນໃດທີ່ຂ້ອຍໄດ້ຈ່າຍ ແລະ ວິທີທີ່ຂ້ອຍປະລະເນື້ອໜັງຂອງຂ້ອຍໃນໜ້າທີ່ຂອງຂ້ອຍ, ມັນເຮັດໃຫ້ຂ້ອຍເບິ່ງຄືວ່າມີຄວາມຊໍານານໃນການປະຕິບັດຄວາມຈິງ. ເມື່ອຜະເຊີນໜ້າກັບຄຳເຕືອນເຫຼົ່ານີ້ຈາກບັນດາອ້າຍເອື້ອຍນ້ອງຂອງຂ້ອຍ, ຂ້ອຍຮູ້ສຶກບໍ່ສະບາຍໃຈ ແລະ ຄິດວ່າ: “ສິ່ງເຫຼົ່ານີ້ທີ່ຂ້ອຍໄດ້ສົນທະນາບໍ່ເໝາະສົມແທ້ໆບໍ? ບາງຄັ້ງຂ້ອຍໄດ້ສົນທະນາກ່ຽວກັບວິທີທີ່ຂ້ອຍໂອ້ອວດ ແລະ ເຫັນແກ່ຕົວ. ຍິ່ງໄປກວ່ານັ້ນ, ຂ້ອຍຍັງປະສົບຜົນສໍາເລັດທີ່ມີຜົນດີຫຼາຍຢູ່ຕະຫຼອດເວລາໃນໜ້າທີ່ຂອງຂ້ອຍ ແລະ ບໍ່ໄດ້ຂັດຂວາງວຽກງານຂອງຄຣິດຕະຈັກ. ສະນັ້ນມັນໝາຍຄວາມວ່າມັນບໍ່ຄວນມີຫຍັງຜິດພາດກັບວິທີທີ່ຂ້ອຍໄດ້ສົນທະນາ”. ແລ້ວດັ່ງນັ້ນ, ຂ້ອຍບໍ່ໄດ້ທົບທວນກ່ຽວກັບຕົວຂ້ອຍເອງຢ່າງຈິງຈັງ.
ຕໍ່ມາ, ເນື່ອງຈາກຄວາມຕ້ອງການຂອງວຽກງານຄຣິດຕະຈັກ, ຂ້ອຍໄດ້ຖືກຍ້າຍໄປຄຣິດຕະຈັກອື່ນເພື່ອສືບຕໍ່ໜ້າທີ່ຂອງຂ້ອຍ. ໃນລະຫວ່າງການຊຸມນຸມກັບເພື່ອນຮ່ວມງານຂອງຂ້ອຍ, ອ້າຍຊາງເວົ້າກັບຂ້ອຍດ້ວຍນໍ້າສຽງທີ່ໜັກແໜ້ນວ່າ: “ອ້າຍເຊິນ, ຕັ້ງແຕ່ເຈົ້າອອກຈາກຄຣິດຕະຈັກອື່ນນັ້ນ, ອ້າຍເອື້ອຍນ້ອງບາງຄົນຢູ່ທີ່ນັ້ນໄດ້ສູນເສຍຄວາມສົນໃຈໃນການເຮັດໜ້າທີ່ຂອງພວກເຂົາ. ເມື່ອໃດກໍ່ຕາມທີ່ພວກເຂົາປະສົບກັບຄວາມຫຍຸ້ງຍາກບາງຢ່າງ, ພວກເຂົາບໍ່ອ່ານພຣະທໍາຂອງພຣະເຈົ້າ ຫຼື ສະແຫວງຫາຄວາມຈິງ; ພວກເຂົາພຽງແຕ່ຕ້ອງການເຈົ້າໃຫ້ແກ້ໄຂບັນຫາຕ່າງໆຂອງພວກເຂົາ. ບາງຄົນເຖິງຂັ້ນເຊົາທີ່ຕ້ອງການເຂົ້າຮ່ວມການຊຸມນຸມຕ່າງໆ. ອັນນີ້ສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ເຊີດຊູພຣະເຈົ້າ ຫຼື ເປັນພະຍານສໍາລັບພຣະອົງໃນໜ້າທີ່ຂອງເຈົ້າ. ເຈົ້າພຽງແຕ່ສະແດງອອກເພື່ອໃຫ້ຄົນອື່ນຄິດເຖິງເຈົ້າຫຼາຍ ແລະ ຊົມເຊີຍເຈົ້າເທົ່ານັ້ນ. ນີ້ແມ່ນການກະທຳທີ່ຊົ່ວຮ້າຍ ແລະ ເຈົ້າຈຳເປັນຕ້ອງໃຊ້ເວລາຈັກໜ້ອຍເພື່ອທົບທວນກ່ຽວກັບຕົວເຈົ້າເອງ!” ຫຼັງຈາກໄດ້ຍິນສິ່ງທີ່ລາວຕ້ອງໄດ້ເວົ້າ, ຂ້ອຍກໍ່ຕົກໃຈ ແລະ ຄິດວ່າ: “ເຫດການນີ້ເກີດຂຶ້ນໄດ້ແນວໃດ? ອ້າຍເອື້ອຍນ້ອງທັງໝົດຂອງຂ້ອຍຮັກຂ້ອຍບໍ? ນີ້ເປັນບັນຫາທີ່ຮ້າຍແຮງ!” ຂ້ອຍຮູ້ສຶກເປັນຫ່ວງຫຼາຍ. ຫຼັງຈາກນັ້ນ, ຂ້ອຍກໍ່ບໍ່ໄດ້ຍິນອັນໃດທີ່ຖືກສົນທະນາໃນລະຫວ່າງການຊຸມນຸມ; ຫົວຂອງຂ້ອຍສັບສົນໄປໝົດ. ຂ້ອຍບໍ່ມີແນວຄວາມຄິດວ່າຂ້ອຍຈະຜ່ານສະຖານະການນີ້ແນວໃດ. ຫຼັງຈາກຂ້ອຍມາຮອດເຮືອນ, ຂ້ອຍຍັງສືບຕໍ່ຄົ້ນຄິດກ່ຽວກັບຄໍາເວົ້າຂອງອ້າຍຊາງ. ໃນເບື້ອງຕົ້ນ, ຂ້ອຍຄິດວ່າ ໜ້າທີ່ຂອງຂ້ອຍໄດ້ອອກຜົນໄດ້ຮັບບາງຢ່າງ ແລະ ວ່າຂ້ອຍສາມາດສົນທະນາກ່ຽວກັບຄວາມຈິງເພື່ອແກ້ໄຂບາງບັນຫາຕ່າງໆ. ຂ້ອຍບໍ່ເຄີຍຄິດຈັກເທື່ອວ່າມັນຈະມີຜົນສະທ້ອນແບບນີ້ໃນ. ໃນຄວາມຈິງແລ້ວ, ສິ່ງນີ້ໄດ້ເຮັດໃຫ້ຂ້ອຍເສຍໃຈຫຼາຍ. ໃນຄວາມສິ້ນຫວັງຂອງຂ້ອຍ, ຂ້ອຍໄດ້ອະທິຖານຫາພຣະເຈົ້າ. ຂ້ອຍເວົ້າວ່າ: “ພຣະເຈົ້າ, ກະລຸນາໃຫ້ແສງສະຫວ່າງແກ່ຂ້ອຍເພື່ອວ່າຂ້ອຍຈະສາມາດຊອກຫາຕົ້ນເຫດຂອງບັນຫາຂອງຂ້ອຍ ແລະ ມີຄວາມເຂົ້າໃຈຕົວເອງແທ້ໆ”.
ຕໍ່ມາ, ຂ້ອຍໄດ້ເຫັນພຣະທໍາບາງຂໍ້ຂອງພຣະເຈົ້າ, “ທຸກຄົນທີ່ລົງເຫວຈະຍົກຍ້ອງຕົນເອງ ແລະ ເປັນພະຍານໃຫ້ກັບຕົນເອງ. ພວກເຂົາຈະໄປໆມາໆເພື່ອໂອ້ອວດຕົນເອງ ແລະ ເວົ້າໂມ້ກ່ຽວກັບຕົນເອງ ແລະ ພວກເຂົາບໍ່ໄດ້ເອົາພຣະເຈົ້າໃສ່ຫົວໃຈເລີຍ. ພວກເຈົ້າມີປະສົບການໃດໜຶ່ງກ່ຽວກັບສິ່ງທີ່ເຮົາກຳລັງເວົ້າບໍ? ຫຼາຍຄົນເປັນພະຍານໃຫ້ກັບຕົນເອງຢູ່ເລື້ອຍໆວ່າ: ‘ຂ້ອຍໄດ້ທົນທຸກໃນລັກສະນະນີ້ ແລະ ນັ້ນ; ຂ້ອຍໄດ້ເຮັດວຽກງານນີ້ ແລະ ນັ້ນ; ພຣະເຈົ້າໄດ້ປະຕິບັດຕໍ່ຂ້ອຍໃນລັກສະນະນີ້ ແລະ ນັ້ນ, ພຣະອົງຂໍໃຫ້ຂ້ອຍເຮັດນັ້ນ ແລະ ນີ້; ພຣະອົງຄິດຫາຂ້ອຍຫຼາຍເປັນພິເສດ; ຕອນນີ້ ຂ້ອຍເປັນແບບນີ້ ແລະ ນັ້ນ’. ພວກເຂົາຕັ້ງໃຈເວົ້າດ້ວຍນໍ້າສຽງໃດໜຶ່ງ ແລະ ນໍາໃຊ້ທ່າທາງໃດໜຶ່ງ. ໃນທີ່ສຸດແລ້ວ, ບາງຄົນກໍເລີຍຄິດວ່າຜູ້ຄົນເຫຼົ່ານີ້ເປັນພຣະເຈົ້າ. ເມື່ອພວກເຂົາໄດ້ໄປຮອດຈຸດນັ້ນ, ພຣະວິນຍານບໍລິສຸດກໍໄດ້ປະຖິ້ມພວກເຂົາຕັ້ງແຕ່ດົນແລ້ວ. ແຕ່ວ່າໃນຕອນນີ້, ພວກເຂົາຖືກເມີນເສີຍ ແລະ ບໍ່ໄດ້ຖືກຂັບໄລ່, ໂຊກຊະຕາຂອງພວກເຂົາແມ່ນຖືກກຳນົດໄວ້ແລ້ວ ແລະ ສິ່ງທີ່ພວກເຂົາສາມາດເຮັດໄດ້ກໍຄືການລໍຖ້າການລົງໂທດຂອງພວກເຂົາ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຜູ້ຄົນຮຽກຮ້ອງພຣະເຈົ້າຫຼາຍເກີນໄປ).. “ບາງຄົນໃຊ້ຕຳແໜ່ງຂອງພວກເຂົາເພື່ອເປັນພະຍານໃຫ້ຕົວເອງ, ແຜ່ອຳນາດໃຫ້ກັບຕົວເອງ ແລະ ຕໍ່ສູ້ກັບພຣະເຈົ້າເພື່ອຜູ້ຄົນ ແລະ ສະຖານະ. ພວກເຂົາໃຊ້ຫຼາກຫຼາຍວິທີການ ແລະ ມາດຕະການຕ່າງໆເພື່ອໃຫ້ຄົນນະມັດສະການພວກເຂົາ, ພະຍາຍາມເອົາຊະນະຜູ້ຄົນ ແລະ ຄວບຄຸມພວກເຂົາຢ່າງຕໍ່ເນື່ອງ. ບາງຄົນເຖິງຂັ້ນຕັ້ງໃຈເຮັດໃຫ້ຄົນເຂົ້າໃຈຜິດຄິດວ່າພວກເຂົາເປັນພຣະເຈົ້າເພື່ອວ່າພວກເຂົາຈະໄດ້ຖືກປະຕິບັດຄືກັບພຣະເຈົ້າ. ພວກເຂົາຈະບໍ່ມີວັນບອກໃຜວ່າພວກເຂົາໄດ້ເຮັດຜິດ, ວ່າພວກເຂົາກໍເສື່ອມຊາມ ແລະ ໂອ້ອວດເຊັ່ນກັນ, ບໍ່ຄວນນະມັດສະການພວກເຂົາ, ແນວໃດກໍຕາມ, ບໍ່ວ່າພວກເຂົາເຮັດດີປານໃດ, ທັງໝົດແມ່ນຍ້ອນຄວາມປິຕິຍັນດີຂອງພຣະເຈົ້າ ແລະ ພວກເຂົາກຳລັງເຮັດສິ່ງທີ່ພວກເຂົາຄວນເຮັດ. ເປັນຫຍັງພວກເຂົາຈິ່ງບໍ່ເວົ້າສິ່ງເຫຼົ່ານີ້? ຍ້ອນວ່າພວກເຂົາຢ້ານທີ່ສຸດທີ່ຈະສູນເສຍຕຳແໜ່ງຂອງພວກເຂົາທີ່ຢູ່ໃນຫົວໃຈຂອງຜູ້ຄົນ. ນີ້ແມ່ນເຫດຜົນ ທີ່ຄົນປະເພດນີ້ບໍ່ເຄີຍສັນລະເສີນພຣະເຈົ້າ ແລະ ບໍ່ເຄີຍເປັນພະຍານໃຫ້ກັບພຣະເຈົ້າ” (ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I). ຫຼັງຈາກການອ່ານພຣະທໍາຂອງພຣະເຈົ້າ, ຂ້ອຍຮູ້ສຶກເປັນທຸກຫຼາຍ. ພຽງແຕ່ຫຼັງຈາກທີ່ໄດ້ທົບທວນຕົວຂ້ອຍເອງ ຂ້ອຍເຫັນວ່າໃນຂະນະທີ່ຢູ່ຂ້າງນອກ ຂ້ອຍໄດ້ສະແດງລັກສະນະທີ່ທົນທຸກ ແລະ ຈ່າຍລາຄາ ແລະ ໄດ້ສົນທະນາກັບບັນດາອ້າຍເອື້ອຍນ້ອງຂອງຂ້ອຍກ່ຽວກັບພຣະທໍາຂອງພຣະເຈົ້າເພື່ອແກ້ໄຂບັນຫາຕ່າງໆຂອງພວກເຂົາ, ໃນຄວາມເປັນຈິງແລ້ວຂ້ອຍຫາກໍ່ເຮັດມັນເພື່ອເຮັດໃຫ້ຕົວຂ້ອຍເອງໂດດເດັ່ນ ແລະ ສະແດງອອກເພື່ອໃຫ້ຄົນອື່ນເຄົາລົບຂ້ອຍຫຼາຍ ແລະ ນັບຖືຂ້ອຍ. ເມື່ອຫວນຄິດຄືນຫຼັງເມື່ອບັນດາເພື່ອນຮ່ວມງານຂອງຂ້ອຍໄດ້ແນະນຳໃຫ້ຂ້ອຍເປັນຜູ້ນຳຢູ່ຄຣິດຕະຈັກທີ່ມີສະມາຊິກໃໝ່, ຂ້ອຍຮູ້ວ່າທຸກສິ່ງທີ່ຂ້ອຍຄິດແມ່ນວິທີທີ່ຂ້ອຍຈະສາມາດສະສົມຜົນສຳເລັດບາງອັນທີ່ຈະເຮັດໃຫ້ບັນດາອ້າຍເອື້ອຍນ້ອງຄິດເຖິງຂ້ອຍຫຼາຍ ແລະ ຜູ້ນຳຂອງຂ້ອຍມີຄວາມຄິດເຫັນສູງຕໍ່ຂ້ອຍ. ເພື່ອຈຸດປະສົງນີ້, ຂ້ອຍໄດ້ເຮັດວຽກລ່ວງເວລາ, ຢູ່ເດິກທຸກຄືນເພື່ອຊອກຫາບົດຄວາມຕ່າງໆທີ່ກ່ຽວຂ້ອງຂອງພຣະທໍາຂອງພຣະເຈົ້າ ແລະ ຈັດລະບຽບສິ່ງທີ່ພວກເຮົາຈະສົນທະນາໃນການຊຸມນຸມຕ່າງໆ. ເມື່ອບັນດາອ້າຍເອື້ອຍນ້ອງຂອງຂ້ອຍປະສົບກັບຄວາມຫຍຸ້ງຍາກໃນຂະນະທີ່ເຜີຍແຜ່ຂ່າວປະເສີດ, ຂ້ອຍບໍ່ໄດ້ສົນທະນາກັບພວກເຂົາກ່ຽວກັບຄວາມປະສົງຂອງພຣະເຈົ້າທີ່ຈະນໍາພາພວກເຂົາເຂົ້າໄປໃນຫຼັກການຕ່າງໆຂອງຄວາມຈິງ, ແຕ່ແທນທີ່ຈະອວດອົ່ງ ແລະ ສະແດງອອກກ່ຽວກັບວ່າຂ້ອຍທົນທຸກທໍລະມານຫຼາຍປານໃດ ແລະ ລາຄາໃດທີ່ຂ້ອຍໄດ້ຈ່າຍໃນຂະນະທີ່ເຜີຍແຜ່ຂ່າວປະເສີດ. ຍ້ອນວ່າວຽກຂອງຂ້ອຍດີຂຶ້ນ, ບັນດາອ້າຍເອື້ອຍນ້ອງຂອງຂ້ອຍໄດ້ສັນລະເສີນຂ້ອຍ. ຂ້ອຍມີຄວາມສຸກກັບສິ່ງນີ້ ແລະ ໄດ້ຮັບກຽດຕິຍົດສ່ວນຕົວສໍາລັບຜົນຕ່າງໆທີ່ບັນລຸໂດຍວຽກງານຂອງພຣະວິນຍານບໍລິສຸດ, ໂອ້ອວດຢ່າງໄຮ້ຢາງອາຍຄືກັບພວກມັນເປັນຜົນສໍາເລັດຕ່າງໆຂອງຕົວຂ້ອຍເອງ. ໃນຂະນະທີ່ສົນທະນາໃນການຊຸມນຸມ, ຂ້ອຍມັກຈະເຮັດໃຫ້ຕົວເອງຢູ່ໃນຈຸດສົນໃຈ, ພຽງແຕ່ສົນທະນາການປະຕິບັດໃນທາງບວກໃນຂະນະທີ່ຫຼົບຫຼີກຈາກການກ່າວເຖິງໃດໆຂອງອຸປະນິໄສຕ່າງໆທີ່ເສື່ອມຊາມທີ່ຂ້ອຍໄດ້ເປີດເຜີຍ. ຖ້າເລື່ອງນັ້ນໄດ້ຖືກຍົກຂຶ້ນມາ, ຂ້ອຍພຽງແຕ່ຊີ້ໃຫ້ເຫັນເລື່ອງນັ້ນແບບຜ່ານໆ. ສຳລັບແຮງຈູງໃຈແບບໂງ່ເຂົາຂອງຕົວຂ້ອຍເອງສໍາລັບການປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍຍິ່ງລັງເລໃຈທີ່ຈະໄຈ້ແຍກພວກມັນ ຫຼື ເປີດເຜີຍພວກມັນ. ເທື່ອແລ້ວເທື່ອອີກ, ພຣະເຈົ້າໄດ້ໃຊ້ບັນດາອ້າຍເອື້ອຍນ້ອງຂອງຂ້ອຍເພື່ອກ່າວເຖິງບັນຫາຕ່າງໆຂອງຂ້ອຍ, ແຕ່ເພື່ອປົກປ້ອງຕໍາແໜ່ງ ແລະ ພາບລັກຂອງຂ້ອຍ, ຂ້ອຍພຽງແຕ່ເວົ້າດ້ວຍຄໍາເວົ້າເທົ່ານັ້ນວ່າຂ້ອຍຍອມຮັບປະເດັນຕ່າງໆຂອງພວກເຂົາ, ໃນເວລາທີ່ຂ້ອຍບໍ່ໄດ້ທົບທວນຕົວຈິງກ່ຽວກັບຕົວຂ້ອຍເອງເປັນຢ່າງໜ້ອຍທີ່ສຸດ. ໃນລະຫວ່າງການສົນທະນາຂ້ອຍພຽງແຕ່ສືບຕໍ່ເວົ້າສຽງດັງເພື່ອຫຼອກລວງບັນດາອ້າຍເອື້ອຍນ້ອງຂອງຂ້ອຍ. ດ້ວຍວິທີນີ້, ຂ້ອຍເຊື່ອວ່າຂ້ອຍມີຄວາມຮັບຜິດຊອບໃນໜ້າທີ່ຂອງຂ້ອຍ ແລະ ສາມາດທົນກັບຄວາມຍາກລໍາບາກ ແລະ ຈ່າຍລາຄາໄດ້. ບໍ່ວ່າຄຣິດຕະຈັກມີບັນຫາ ຫຼື ຄວາມຫຍຸ້ງຍາກອັນໃດ ຫຼື ສະຖານະໃດກໍ່ຕາມທີ່ບັນດາອ້າຍເອື້ອຍນ້ອງຂອງຂ້ອຍພົບພໍ້ວ່າພວກເຂົາຕ້ອງປະເຊີນ, ຂ້ອຍຈະບໍ່ຖອຍຫຼັງ, ແຕ່ຈະຊ່ວຍພວກເຂົາຊອກຫາວິທີແກ້ໄຂຢູ່ຕະຫຼອດເວລາ. ເມື່ອຖືກເປີດເຜີຍໂດຍຂໍ້ແທ້ຈິງ, ຂ້ອຍເຫັນວ່າເມື່ອເຮັດໜ້າທີ່ຂອງຂ້ອຍ, ຂ້ອຍບໍ່ໄດ້ປະຕິບັດຄວາມຈິງເລີຍ ຫຼື ຂ້ອຍກໍ່ບໍ່ໄດ້ພິຈາລະນາຂອງຄວາມປະສົງຂອງພຣະເຈົ້າເລີຍ. ຂ້ອຍໄດ້ສວຍເອົາໂອກາດທີ່ຈັດໃຫ້ໃຫ້ໂດຍການປະຕິບັດໜ້າທີ່ຂອງຂ້ອຍເພື່ອໂອ້ອວດ ເພື່ອໃຫ້ຄົນອື່ນເຄົາລົບຂ້ອຍ, ແລ້ວຕອບສະໜອງຄວາມປາຖະໜາ ຂອງຂ້ອຍສຳລັບຊື່ສຽງ ແລະ ຕຳແໜ່ງ. ໃນການເຮັດສິ່ງນີ້, ຂ້ອຍບໍ່ໄດ້ເອົາບັນດາອ້າຍເອື້ອຍນ້ອງຂອງຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າ; ແທນທີ່ຈະເປັນແນວນັ້ນ, ຂ້ອຍໄດ້ໃຫ້ພວກເຂົາມາບູຊາຂ້ອຍແທນ. ນີ້ໝາຍຄວາມວ່າຂ້ອຍໄດ້ຕໍ່ສູ້ກັບພຣະເຈົ້າສຳລັບຜູ້ຄົນ ແລະ ຕຳແໜ່ງ. ພຽງແຕ່ຕອນນັ້ນຂ້ອຍໄດ້ສໍານຶກຢ່າງມີສະຕິເຖິງຄວາມຈິງທີ່ວ່າຂ້ອຍໄດ້ກ້າວໄປສູ່ເສັ້ນທາງຕໍ່ຕ້ານພຣະເຈົ້າ ແລະ ໄດ້ກະທໍາການລ່ວງລະເມີດທີ່ຮ້າຍແຮງ. ຂ້ອຍຢ້ານ ແລະ ຮູ້ສຶກຜິດແທ້ໆ. ຫຼັງຈາກນັ້ນ, ຂ້ອຍໄດ້ຖາມຕົວເອງວ່າ: ຂ້ອຍ, ໂດຍທີ່ບໍ່ຮູ້ຕົວ, ຂ້ອຍກ້າວໄປສູ່ເສັ້ນທາງຂອງການຕໍ່ຕ້ານພຣະເຈົ້າໄດ້ແນວໃດ?
ຕໍ່ມາ, ຂ້ອຍໄດ້ອ່ານບົດຄວາມຂອງພຣະທໍາຂອງພຣະເຈົ້າ: “ຍ້ອນຄວາມເສື່ອມຊາມຂອງມະນຸດຊາດທີ່ຊາຕານເຮັດ, ທຳມະຊາດຂອງຜູ້ຄົນຈຶ່ງໄດ້ເລີ່ມເສື່ອມສະພາບ ແລະ ພວກເຂົາກໍໄດ້ຄ່ອຍໆສູນເສຍຄວາມຮູ້ສຶກທີ່ມີເຫດຜົນຂອງຜູ້ຄົນປົກກະຕິ. ຕອນນີ້, ພວກເຂົາບໍ່ເຮັດໜ້າທີ່ເປັນມະນຸດໃນຕໍາແໜ່ງຂອງມະນຸດອີກຕໍ່ໄປ, ແຕ່ເຕັມໄປດ້ວຍຄວາມປາຖະໜາທີ່ບ້າປ່ວງ; ພວກເຂົາໄດ້ຢູ່ເກີນສະຖານະຂອງມະນຸດ ແຕ່ຍັງຕ້ອງການທີ່ຈະຂຶ້ນໄປໃຫ້ສູງສົ່ງກວ່າອີກ. ຄຳວ່າ “ສູງກວ່າ” ນີ້ໝາຍເຖິງຫຍັງ? ພວກເຂົາປາຖະໜາຢູ່ເໜືອພຣະເຈົ້າ, ຢູ່ເໜືອສະຫວັນ ແລະ ຢູ່ເໜືອທຸກສິ່ງ. ແມ່ນຫຍັງຄືສາຍເຫດຂອງເຫດຜົນທີ່ຜູ້ຄົນເປັນແບບນີ້? ເມື່ອພິຈາລະນາເບິ່ງທຸກຢ່າງແລ້ວ, ທຳມະຊາດຂອງມະນຸດແມ່ນຈອງຫອງເກີນໄປ... ຫຼັງຈາກທີ່ຜູ້ຄົນເລີ່ມມີທຳມະຊາດ ແລະ ແກ່ນແທ້ທີ່ຈອງຫອງ, ພວກເຂົາມັກຈະບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ, ບໍ່ໃສ່ໃຈພຣະທຳຂອງພຣະອົງ, ສ້າງແນວຄິດກ່ຽວກັບພຣະອົງ, ເຮັດສິ່ງທີ່ທໍລະຍົດພຣະອົງ ແລະ ສິ່ງທີ່ຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງ. ເຈົ້າເວົ້າວ່າເຈົ້າບໍ່ຈອງຫອງ, ແຕ່ສົມມຸດວ່າ ເຈົ້າໄດ້ຮັບຄຣິດຕະຈັກ ແລະ ໄດ້ຮັບອະນຸຍາດໃຫ້ນໍາພາຄຣິດຕະຈັກນັ້ນ; ສົມມຸດວ່າເຮົາບໍ່ໄດ້ຈັດການກັບເຈົ້າ ແລະ ບໍ່ມີຜູ້ໃດໃນຄອບຄົວຂອງພຣະເຈົ້າລິຮານເຈົ້າ: ຫຼັງຈາກທີ່ນໍາພາຄຣິດຕະຈັກນັ້ນຊົ່ວໄລຍະໜຶ່ງ, ເຈົ້າກໍຈະເຮັດໃຫ້ຜູ້ຄົນກົ້ມລົງໃສ່ຕີນຂອງເຈົ້າ ແລະ ເຮັດໃຫ້ພວກເຂົາຍອມຢູ່ຕໍ່ໜ້າເຈົ້າ. ແລ້ວເປັນຫຍັງເຈົ້າຈຶ່ງເຮັດແບບນັ້ນ? ສິ່ງນີ້ແມ່ນຖືກກຳນົດໂດຍທຳມະຊາດຂອງເຈົ້າ; ມັນບໍ່ແມ່ນສິ່ງໃດອື່ນນອກຈາກການເປີດເຜີຍໂດຍທຳມະຊາດ. ເຈົ້າບໍ່ມີຄວາມຈຳເປັນຕ້ອງຮຽນຮູ້ສິ່ງນີ້ຈາກຄົນອື່ນ ຫຼື ບໍ່ມີຄວາມຈຳເປັນໃດໆທີ່ພວກເຂົາຕ້ອງສັ່ງສອນມັນກັບເຈົ້າເປັນພິເສດ. ເຈົ້າບໍ່ຈຳເປັນຕ້ອງໃຫ້ຄົນອື່ນແນະນຳ ຫຼື ບັງຄັບໃຫ້ເຈົ້າເຮັດສິ່ງນີ້; ສະຖານະການແບບນີ້ຈະເກີດຂຶ້ນໂດຍທຳມະຊາດ: ທຸກສິ່ງທີ່ເຈົ້າເຮັດເປັນການເຮັດໃຫ້ຜູ້ຄົນຍອມຢູ່ຕໍ່ໜ້າເຈົ້າ, ນະມັດສະການເຈົ້າ, ຍົກຍ້ອງເຈົ້າ, ເປັນພະຍານກ່ຽວກັບເຈົ້າ ແລະ ຮັບຟັງເຈົ້າໃນທຸກສິ່ງ. ການອະນຸຍາດໃຫ້ເຈົ້າເປັນຜູ້ນຳໂດຍທຳມະຊາດເຮັດໃຫ້ເກີດມີສະຖານະການນີ້ ແລະ ບໍ່ສາມາດປ່ຽນແປງໄດ້. ແລ້ວສະຖານະການນີ້ເກີດຂຶ້ນໄດ້ແນວໃດ? ມັນໄດ້ຖືກກຳນົດໂດຍທຳມະຊາດທີ່ຈອງຫອງຂອງມະນຸດ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ທຳມະຊາດທີ່ຈອງຫອງແມ່ນຢູ່ທີ່ຮາກເຫງົ້າແຫ່ງການຕໍ່ຕ້ານພຣະເຈົ້າຂອງມະສຸດ). ການອ່ານພຣະທໍາຂອງພຣະເຈົ້າເຮັດໃຫ້ຂ້ອຍເຂົ້າໃຈເຫດຜົນທີ່ຂ້ອຍຕ້ອງການເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນໜ້າທີ່ຂອງຂ້ອຍແຕ່ໄດ້ກ້າວໄປສູ່ເສັ້ນທາງຂອງການຕໍ່ຕ້ານພຣະອົງໂດຍບໍ່ຕັ້ງໃຈ. ແຫຼ່ງທີ່ມາຂອງສິ່ງນີ້ແມ່ນລັກສະນະຊາຕານທີ່ໂອ້ອວດພາຍໃນຂອງຂ້ອຍ. ພາຍໃຕ້ການຄວບຄຸມຂອງທໍາມະຊາດທີ່ໂອ້ອວດຂອງຂ້ອຍ, ຂ້ອຍມີຄວາມຄິດເຫັນຂອງຕົວເອງສູງຫຼາຍ ແລະ ມັກຈະພະຍາຍາມສະແດງອອກທັງໃນຄໍາເວົ້າ ແລະ ການກະທໍາເພື່ອໃຫ້ຄົນອື່ນຄິດສູງກັບຂ້ອຍ ແລະ ນັບຖືຂ້ອຍ. ເມື່ອບັນດາອ້າຍເອື້ອຍນ້ອງຂອງຂ້ອຍປະສົບກັບບັນຫາຕ່າງໆໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ຂ້ອຍບໍ່ໄດ້ສົນທະນາກ່ຽວກັບຫຼັກການຕ່າງໆຂອງຄວາມຈິງເພື່ອໃຫ້ພວກເຂົາເຂົ້າໃຈຄວາມຈິງ ແລະ ມີເສັ້ນທາງເພື່ອປະຕິບັດ, ແຕ່ພຽງໄດ້ເວົ້າເປັນຄໍາເວົ້າ ແລະ ຄໍາສອນແບບຜິວເຜີນເພື່ອເຮັດໃຫ້ຕົວຂ້ອຍເອງເບິ່ງດີ ແລະ ແມ່ນແຕ່ໄດ້ໃຊ້ປະສົບການຕ່າງໆຂອງຕົນເອງກ່ຽວກັບຄວາມທຸກທໍລະມານ ແລະ ໃຊ້ເປັນທຶນເພື່ອສະແດງອອກ. ສິ່ງນີ້ໄດ້ພາໃຫ້ບັນດາອ້າຍເອື້ອຍນ້ອງຂອງຂ້ອຍເຄົາລົບຂ້ອຍ ແລະ ເຊື່ອວ່າຂ້ອຍເຂົ້າໃຈຄວາມຈິງ ແລະ ສາມາດແກ້ໄຂບັນຫາຕ່າງໆຂອງພວກເຂົາ. ເມື່ອໃດກໍ່ຕາມທີ່ພວກເຂົາປະສົບກັບຄວາມຫຍຸ້ງຍາກອັນໃດກໍ່ຕາມ, ພວກເຂົາມາຫາຂ້ອຍຢູ່ຕະຫຼອດເວລາ, ໂດຍທີ່ບໍ່ຮູ້ຕົວວ່າພວກເຂົາຄວນຈະເພິ່ງພາພຣະເຈົ້າ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຕ່າງໆຂອງພວກເຂົາ. ພວກເຂົາບໍ່ມີບ່ອນສຳລັບພຣະເຈົ້າຢູ່ໃນໃຈຂອງພວກເຂົາ. ມັນເຖິງກັບໄປຮອດຈຸດທີ່ຫຼັງຈາກທີ່ຂ້ອຍຖືກຍ້າຍໄປ, ອ້າຍເອື້ອຍນ້ອງບາງຄົນບໍ່ຕ້ອງການເຂົ້າຮ່ວມການຊຸມນຸມອີກຕໍ່ໄປ. ສິ່ງນັ້ນຈະເອີ້ນໄດ້ວ່າການປະຕິບັດໜ້າທີ່ຂອງຂ້ອຍໄດ້ແນວໃດ? ຂ້ອຍພຽງແຕ່ເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ! ການທີ່ຂ້ອຍມີຄວາມສາມາດຂອງຄວາມຊົ່ວຮ້າຍດັ່ງກ່າວລ້ວນແລ້ວແຕ່ເປັນຍ້ອນຄວາມໂອ້ອວດ ແລະ ຄວາມທະນົງຕົວຂອງຂ້ອຍ. ທັງໝົດທີ່ຂ້ອຍຕ້ອງການແມ່ນເພື່ອເປັນເຈົ້ານາຍເໜືອຜູ້ຄົນໃນຂະນະທີ່ປົກປ້ອງສະຖານະ ແລະ ພາບລັກຂອງຂ້ອຍ, ເຮັດໃຫ້ບັນດາອ້າຍເອື້ອຍນ້ອງທັງໝົດຂອງຂ້ອຍນັບຖືຂ້ອຍ ແລະ ເອົາຂ້ອຍເປັນສູນກາງ. ຂ້ອຍມັກພອນຈາກສະຖານະຂອງຂ້ອຍຫຼາຍແທ້ໆ. ຂ້ອຍສາມາດເຫັນໄດ້ວ່າເລິກລົງໄປນັ້ນ, ຂ້ອຍບໍ່ມີຄວາມເຄົາລົບຢໍາເກງຈັກໜ້ອຍຕໍ່ພຣະເຈົ້າ. ໃນເວລາທີ່ຜູ້ຄົນດໍາລົງຊີວິດໂດຍລັກສະນະທີ່ໂອ້ອວດ, ການຕໍ່ຕ້ານພຣະເຈົ້າເກີດຂຶ້ນຢ່າງບໍ່ຕັ້ງໃຈ. ມັນເປັນອັນຕະລາຍຫຼາຍແທ້ໆ. ຂ້ອຍຄິດຮອດສິດຍາພິບານ ແລະ ຜູ້ເຖົ້າແກ່ໃນໂລກທາງສາສະໜາ. ພວກເຂົາບໍ່ຍົກຍໍພຣະເຈົ້າ ຫຼື ເປັນພະຍານໃຫ້ກັບພຣະອົງ ຫຼື ພວກເຂົາບໍ່ໄດ້ນໍາພາຜູ້ເຊື່ອໃນການນໍາເອົາພຣະທໍາຂອງພຣະເຈົ້າໄປປະຕິບັດ. ແທນທີ່ຈະເປັນແນວນັ້ນ, ພວກເຂົາໄດ້ອະທິບາຍຄວາມຮູ້ໃນພຣະຄໍາພີ ແລະ ທິດສະດີທາງສາສະໜາຢ່າງມືດບອດເພື່ອຫຼອກລວງຜູ້ເຊື່ອ ແລະ ສະແດງອອກໃຫ້ເຫັນກ່ຽວກັບວ່າພວກເຂົາໄດ້ທົນທຸກທໍລະມານຫຼາຍປານໃດ, ພວກເຂົາໄດ້ປ່ຽນໃຈເຫຼຶ້ອມໃສຄົນໄດ້ຫຼາຍປານໃດ ແລະ ມີຈັກຄຣິດຕະຈັກທີ່ພວກເຂົາໄດ້ສ້າງຕັ້ງຂຶ້ນ. ສິ່ງນີ້ເປັນສາເຫດໃຫ້ຜູ້ເຊື່ອບູຊາພວກເຂົາ, ເຄົາລົບພວກເຂົາ ແລະ ເຮັດສິ່ງໃດກໍ່ຕາມທີ່ພວກເຂົາເວົ້າ. ບາງຄົນໄດ້ອ່ານພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ໄດ້ຍິນສຽງຂອງພຣະເຈົ້າ, ແຕ່ເຖິງປານນັ້ນ, ພວກເຂົາໄປຖາມສິດຍາພິບານ ແລະ ຜູ້ເຖົ້າແກ່ ແລະ ກວດເບິ່ງກັບພວກເຂົາ. ໂດຍປາສະຈາກການເຫັນດີຂອງສິດຍາພິບານ, ພວກເຂົາບໍ່ກ້າຍອມຮັບວຽກງານຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຖິງແມ່ນວ່າພວກເຂົາຮູ້ວ່າມັນເປັນວິທີທີ່ແທ້ຈິງ. ສິດຍາພິບານ ແລະ ຜູ້ເຖົ້າແກ່ໃນໂລກທາງສາສະໜາມີຜູ້ຄົນທີ່ຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາຢ່າງໜັກແໜ້ນ. ພວກເຂົາຍ່າງໄປຕາມເສັ້ນທາງທີ່ຕໍ່ຕ້ານພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ພະຍາຍາມສ້າງອານາຈັກທີ່ເປັນເອກະລາດ! ຂ້ອຍມັກຈະພະຍາຍາມສະແດງອອກໃນໜ້າທີ່ຂອງຂ້ອຍເພື່ອວ່າຜູ້ຄົນຈະເຄົາລົບຂ້ອຍຢ່າງສູງ ແລະ ນັບຖືຂ້ອຍ. ຂ້ອຍແຕກຕ່າງຈາກສິດຍາພິບານ ແລະ ຜູ້ເຖົ້າແກ່ແນວໃດ? ຂ້ອຍຄິດກ່ຽວກັບບັນດາອ້າຍເອື້ອຍນ້ອງຢູ່ໃນຄຣິດຕະຈັກນັ້ນກັບບັນດາສະມາຊິກໃໝ່: ພວກເຂົາຫາກໍ່ຍອມຮັບວຽກງານຂອງພຣະເຈົ້າຂອງຍຸກສຸດທ້າຍ ແລະ ຍັງມີຄວາມຈິງຫຼາຍຢ່າງທີ່ພວກເຂົາຍັງບໍ່ທັນເຂົ້າໃຈ. ພຣະເຈົ້າໄດ້ຍົກຂ້ອຍຂຶ້ນມາເພື່ອປະຕິບັດໜ້າທີ່ຂອງການນໍາພາຄຣິດຕະຈັກ, ດັ່ງນັ້ນຂ້ອຍຄວນຈະສົນທະນາກັບພວກເຂົາຫຼາຍຂຶ້ນກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ເປັນພະຍານຫຼາຍຂຶ້ນສຳລັບວຽກງານຂອງພຣະອົງ ເພື່ອວ່າພວກເຂົາຈະເຂົ້າໃຈຄວາມຈິງ ແລະ ໄດ້ຮັບຄວາມຮູ້ຂອງພຣະເຈົ້າ ແລະ ວາງພື້ນຖານຕ່າງໆກ່ຽວກັບວິທີທີ່ແທ້ຈິງ. ແຕ່ຂ້ອຍໄດ້ເຮັດຫຍັງ? ແມ່ນຫຍັງຄືຄວາມພະຍາຍາມຂອງຂ້ອຍທີ່ຈະເຮັດໜ້າທີ່ນັ້ນ? ຂ້ອຍເຮັດໃຫ້ທຸກຄົນບູຊາຂ້ອຍ ແລະ ເຮັດໃຫ້ພວກເຂົາບໍ່ມີຄວາມຮູ້ຫຍັງຂອງພຣະເຈົ້າ. ໃນການເຮັດສິ່ງນີ້, ຂ້ອຍໄດ້ທໍາຮ້າຍບັນດາອ້າຍເອື້ອຍນ້ອງຂອງຂ້ອຍ ແລະ ຂັດຂວາງ ແລະ ລົບກວນວຽກງານຂອງຄຣິດຕະຈັກ. ເສັ້ນທາງທີ່ຂ້ອຍກຳລັງຍ່າງບໍ່ແມ່ນອັນອື່ນນອກເໜືອຈາກເສັ້ນທາງຕໍ່ຕ້ານພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິດ! ຍິ່ງຂ້ອຍຄິດກ່ຽວກັບມັນຫຼາຍເທົ່າໃດ, ຂ້ອຍກໍ່ຍິ່ງຮູ້ສຶກເປັນຫ່ວງ ແລະ ບໍ່ສະຫງົບໃຈຫຼາຍເທົ່ານັ້ນ. ຂ້ອຍສາມາດເຫັນໄດ້ວ່າຂ້ອຍເປັນຄົນໂອ້ອວດແນວໃດ, ຂາດຄວາມເຄົາລົບສໍາລັບພຣະເຈົ້າຢ່າງສິ້ນເຊິງແນວໃດ ແລະ ການກະທໍາຕ່າງໆຂອງຂ້ອຍໄດ້ສ້າງຄວາມເຄືອງໃຈຕໍ່ອຸບປະນິໄສຂອງພຣະອົງເປັນເວລາດົນນານແລ້ວ. ຖ້າພຣະອົງບໍ່ໃຊ້ບັນດາອ້າຍເອື້ອຍນ້ອງຂອງຂ້ອຍເພື່ອລິຮານ ແລະ ຈັດການກັບຂ້ອຍແບບນັ້ນ, ຂ້ອຍຈະບໍ່ຮູ້ທີ່ຈະທົບທວນກ່ຽວກັບການກະທໍາຕ່າງໆຂອງຂ້ອຍ. ຖ້າຂ້ອຍສືບຕໍ່ໄປຕາມເສັ້ນທາງນັ້ນ, ບໍ່ມີການບອກໄດ້ວ່າຂ້ອຍຈະເຮັດຄວາມຊົ່ວຫຼາຍປານໃດເພື່ອໃຫ້ພຣະເຈົ້າສາບແຊ່ງ ແລະ ລົງໂທດ. ເມື່ອຮູ້ສຶກເຖິງຄວາມຢ້ານກົວທີ່ຍັງຄົງຄ້າງຢູ່, ຂ້ອຍໄດ້ກົ້ມຂາບລົງຕໍ່ໜ້າພຣະເຈົ້າ ແລະ ອະທິຖານ. ຂ້ອຍເວົ້າວ່າ: “ພຣະເຈົ້າ! ຂ້ອຍເປັນຄົນໂອ້ອວດຫຼາຍ. ຂ້ອຍສະແດງອອກໃນໜ້າທີ່ຂອງຂ້ອຍຢູ່ຕະຫຼອດເວລາ ແລະ ສິ່ງນີ້ໄດ້ພາໃຫ້ບັນດາອ້າຍເອື້ອຍນ້ອງຂອງຂ້ອຍຮັກຂ້ອຍ ແລະ ບໍ່ມີບ່ອນໃຫ້ພຣະອົງຢູ່ໃນໃຈຂອງພວກເຂົາ. ຂ້ອຍໄດ້ເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະອົງ. ຂ້ອຍສົມຄວນໄດ້ຮັບການລົງໂທດຂອງພຣະອົງ. ພຣະເຈົ້າ! ຂ້ອຍປາຖະໜາທີ່ຈະກັບໃຈຕໍ່ໜ້າພຣະອົງ, ສະແຫວງຄວາມຈິງຢ່າງຈິງຈັງ ແລະ ເລີ່ມຕົ້ນໃໝ່”.
ຫຼັງຈາກນັ້ນ, ຂ້ອຍໄດ້ອ່ານພຣະທໍາເຫຼົ່ານີ້ຂອງພຣະເຈົ້າ: “ໃນຖານະທີ່ເປັນໜຶ່ງໃນສິ່ງຖືກສ້າງ, ມະນຸດຕ້ອງຮັກສາຕໍາແໜ່ງຂອງເຂົາເອງ ແລະ ປະພຶດຢ່າງຕັ້ງໃຈ. ເຝົ້າຮັກສາສິ່ງທີ່ພຣະຜູ້ສ້າງມອບໝາຍໃຫ້ກັບເຈົ້າຢ່າງເຊື່ອຟັງ. ບໍ່ປະຕິບັດນອກເສັ້ນ ຫຼື ເຮັດສິ່ງຕ່າງໆທີ່ຢູ່ນອກເໜືອຂອບເຂດຄວາມສາມາດຂອງເຈົ້າ ຫຼື ເຮັດສິ່ງຕ່າງໆທີ່ເປັນຕາລັງກຽດຕໍ່ພຣະເຈົ້າ. ຢ່າພະຍາຍາມເປັນຄົນຍິ່ງໃຫຍ່ ຫຼື ກາຍເປັນຍອດມະນຸດ ຫຼື ຢູ່ເໜືອຄົນອື່ນ ຫຼື ສະແຫວງຫາທີ່ຈະກາຍເປັນພຣະເຈົ້າ. ນີ້ຄືສິ່ງທີ່ຜູ້ຄົນບໍ່ຄວນປາຖະໜາທີ່ຈະເປັນ. ການສະແຫວງຫາເພື່ອຄວາມຍິ່ງໃຫຍ່ ແລະ ເປັນຍອດມະນຸດແມ່ນສິ່ງທີ່ໂງ່ຈ້າ. ການສະແຫວງຫາເພື່ອກາຍເປັນພຣະເຈົ້າຍິ່ງເປັນສິ່ງທີ່ອັບອາຍທີ່ສຸດ; ມັນເປັນສິ່ງທີ່ເປັນຕາໜ່າຍ ແລະ ເປັນຕາລັງກຽດທີ່ສຸດ. ສິ່ງທີ່ເປັນຕາຍົກຍ້ອງ ແລະ ສິ່ງທີ່ສິ່ງຖືກສ້າງຄວນຍຶດຖືເໜືອສິ່ງໃດກໍຄື ການເປັນສິ່ງຖືກສ້າງທີ່ແທ້ຈິງ; ນີ້ແມ່ນເປົ້າໝາຍດຽວທີ່ທຸກຄົນຄວນສະແຫວງຫາ” (ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I). “ບໍ່ວ່າມະນຸດຈະສະແຫວງຫາຫຍັງກໍຕາມ ຫຼື ພວກເຂົາປາຖະໜາຫຍັງກໍຕາມ, ມີພຽງແຕ່ຄົນທີ່ກັບຄືນມາຢູ່ຕໍ່ໜ້າພຣະຜູ້ສ້າງ ແລະ ປະຕິບັດຕາມໜ້າທີ່ ແລະ ເຮັດສິ່ງທີ່ພວກເຂົາຄວນເຮັດ ແລະ ສິ່ງທີ່ຖືກຝາກຝັງໃຫ້ກັບພວກເຂົາເທົ່ານັ້ນຈຶ່ງຈະດຳລົງຊີວິດດ້ວຍຄວາມສຳນຶກທີ່ສະບາຍ ແລະ ໃນຫົນທາງທີ່ຖືກຕ້ອງ ແລະ ເໝາະສົມ ໂດຍບໍ່ມີການທົນທຸກ. ນີ້ແມ່ນຄວາມໝາຍ ແລະ ຄຸນຄ່າຂອງການດຳລົງຊີວິດ” (ຄັດຈາກການສົນທະນາຂອງພຣະເຈົ້າ). ຫຼັງຈາກທີ່ໄດ້ອ່ານພຣະທໍາຂອງພຣະເຈົ້າ, ຂ້ອຍເຂົ້າໃຈວ່າພຣະອົງເປັນພຣະຜູ້ເປັນເຈົ້າຂອງການສ້າງ ແລະ ມັນເປັນສິ່ງດຽວທີ່ຖືກຕ້ອງ ແລະ ເໝາະສົມ, ເປັນສິ່ງດຽວທີ່ເປັນທໍາມະຊາດ ເຊິ່ງມະນຸດຄວນຈະບູຊາພຣະອົງ ແລະ ອ່ອນນ້ອມຕໍ່ພຣະອົງ. ຍິ່ງໄປກວ່ານັ້ນ, ຂ້ອຍຮູ້ວ່າຂ້ອຍເປັນພຽງສິ່ງເລັກນ້ອຍທີ່ຖືກສ້າງຂຶ້ນມາ, ເປັນມະນຸດທີ່ເສື່ອມຊາມ. ຂ້ອຍເຕັມໄປດ້ວຍອຸປະນິໄສຊາຕານ ນັ້ນກໍ່ຄື ຂ້ອຍເປັນຄົນໂອ້ອວດ, ຫຼອກລວງ ແລະ ຊົ່ວຮ້າຍ. ເຖິງປານນັ້ນ, ຂ້ອຍພະຍາຍາມສະແດງອອກ ແລະ ເອົາຕໍາແໜ່ງຂອງຂ້ອຍຢູ່ໃນໃຈຂອງຜູ້ຄົນຢູ່ຕະຫຼອດເວລາ. ຂ້ອຍຮູ້ແທ້ໆວ່າບໍ່ມີຄວາມອັບອາຍ ແລະ ໂອ້ອວດເກີນເຫດຜົນທັງໝົດ! ຍິ່ງຂ້ອຍຄິດກ່ຽວກັບມັນຫຼາຍເທົ່າໃດ, ຂ້ອຍກໍ່ຮູ້ສຶກອາຍຫຼາຍເທົ່ານັ້ນ. ຂ້ອຍກຽດຊັງຕົວເອງທີ່ຕາບອດ ແລະ ບໍ່ຮູ້ຈັກພຣະເຈົ້າ. ຂ້ອຍບໍ່ຮູ້ວ່າຂ້ອຍແມ່ນໃຜ. ການທີ່ຂ້ອຍສາມາດຢູ່ທີ່ນີ້ມື້ນີ້ເພື່ອປະຕິບັດ ໜ້າທີ່ຂອງຂ້ອຍແມ່ນຍ້ອນຄວາມກະລຸນາ ແລະ ການທີ່ພຣະເຈົ້າຍົກຂ້ອຍໃຫ້ສູງຂຶ້ນ. ຂ້ອຍຄວນເອົາຕໍາແໜ່ງທີ່ເໝາະສົມຂອງຂ້ອຍເຊິ່ງເປັນສິ່ງທີ່ຖືກສ້າງຂຶ້ນ ແລະ ເປັນຄົນຊື່ສັດ, ຜູ້ທີ່ຊື່ຕົງຜູ້ທີ່ສຸມໃສ່ການສະແຫວງຫາຄວາມຈິງ, ຍົກຍ້ອງພຣະເຈົ້າ ແລະ ເປັນພະຍານສໍາລັບພຣະອົງ ແລະ ປະຕິບັດໜ້າທີ່ຕ່າງໆເປັນຢ່າງດີ, ມີແຕ່ພຽງເມື່ອນັ້ນ, ຂ້ອຍຈຶ່ງມີສະຕິຮູ້ສຶກຜິດຊອບ ແລະ ມີຄວາມຮູ້ສຶກຄືກັບສິ່ງທີ່ຖືກສ້າງຂຶ້ນມາຄວນຈະມີ.
ຕໍ່ມາ, ຂ້ອຍໄດ້ຊອກຫາເສັ້ນທາງເພື່ອປະຕິບັດ ແລະ ເຂົ້າຜ່ານພຣະທໍາຂອງພຣະເຈົ້າ. ຂ້ອຍໄດ້ອ່ານພຣະທໍາບາງອັນຂອງພຣະເຈົ້າທີ່ເວົ້າວ່າ, “ເມື່ອເປັນພະຍານໃຫ້ກັບພຣະເຈົ້າ, ຫຼັກໆແລ້ວເຈົ້າກໍຄວນເວົ້າກ່ຽວກັບວິທີທີ່ພຣະເຈົ້າພິພາກສາ ແລະ ຂ້ຽນຕີຜູ້ຄົນ, ແມ່ນຫຍັງທີ່ພຣະອົງໃຊ້ໃນການທົດລອງເພື່ອຫຼໍ່ຫຼອມຜູ້ຄົນ ແລະ ປ່ຽນແປງອຸປະນິໄສຂອງພວກເຂົາ. ພ້ອມນັ້ນ ເຈົ້າຄວນເວົ້າກ່ຽວກັບຄວາມເສື່ອມຊາມວ່າຖືກເປີດເຜີຍໃນປະສົບການຂອງພວກເຈົ້າຫຼາຍສໍ່າໃດ, ພວກເຈົ້າໄດ້ທົນທຸກຫຼາຍສໍ່າໃດ ແລະ ພວກເຈົ້າຖືກເອົາຊະນະໂດຍພຣະເຈົ້າໄດ້ແນວໃດໃນທີ່ສຸດ; ເວົ້າກ່ຽວກັບເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບພາລະກິດຂອງພຣະເຈົ້າຫຼາຍສໍ່າໃດ ແລະ ເຈົ້າຄວນເປັນພະຍານໃຫ້ກັບພຣະເຈົ້າ ແລະ ຕອບແທນພຣະອົງສຳລັບຄວາມຮັກຂອງພຣະອົງແນວໃດ. ພວກເຈົ້າຄວນໃສ່ເນື້ອຫາເຂົ້າໃນພາສາປະເພດນີ້ ໃນຂະນະທີ່ເວົ້າມັນອອກໃນລັກສະນະທີ່ງ່າຍໆ. ຢ່າເວົ້າກ່ຽວກັບທິດສະດີທີ່ວ່າງເປົ່າ. ໃຫ້ເວົ້າກ່ຽວກັບສິ່ງທີ່ເປັນຈິງຫຼາຍຂຶ້ນ; ໃຫ້ເວົ້າຈາກຫົວໃຈ. ນີ້ແມ່ນວິທີທີ່ເຈົ້າຄວນຜະເຊີນ. ຢ່າປະກອບຕົນເອງດ້ວຍທິດສະດີທີ່ເບິ່ງຄືເລິກເຊິ່ງ ແລະ ວ່າງເປົ່າ ເພື່ອພະຍາຍາມໂອ້ອວດ; ການເຮັດແບບນັ້ນຈະເຮັດໃຫ້ເຈົ້າປາກົດວ່າອວດດີ ແລະ ຂາດຄວາມຮູ້ສຶກພໍສົມຄວນ. ເຈົ້າຄວນເວົ້າກ່ຽວກັບສິ່ງທີ່ເປັນຈິງຈາກປະສົບການຕົວຈິງຂອງເຈົ້າຫຼາຍຂຶ້ນ ທີ່ມັນເປັນຈິງ ແລະ ມາຈາກຫົວໃຈ; ສິ່ງນີ້ເປັນປະໂຫຍດທີ່ສຸດຕໍ່ຄົນອື່ນ ແລະ ເໝາະສົມທີ່ສຸດໃຫ້ພວກເຂົາໄດ້ເຫັນ” (ຄັດຈາກໜັງສືພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ). ຫຼັງຈາກການອ່ານພຣະທໍາຂອງພຣະເຈົ້າ, ຂ້ອຍເຂົ້າໃຈເລັກນ້ອຍກ່ຽວກັບວິທີທີ່ຂ້ອຍຄວນປະຕິບັດການຍົກຍ້ອງພຣະເຈົ້າ ແລະ ເປັນພະຍານສໍາລັບພຣະອົງໃນໜ້າທີ່ຂອງຂ້ອຍ. ໃນການເປັນພະຍານສໍາລັບພຣະເຈົ້າ, ຂ້ອຍຄວນເວົ້າຕື່ມອີກກ່ຽວກັບວິທີທີ່ຂ້ອຍໄດ້ປະສົບກັບວຽກງານຂອງພຣະອົງ, ເຊິ່ງອຸປະນິໄສທີ່ເສື່ອມໂຊມໄດ້ຖືກເປີດເຜີຍໃນຕົວຂ້ອຍ, ວິທີທີ່ຂ້ອຍໄດ້ກະບົດ ແລະ ຕໍ່ຕ້ານພຣະອົງ, ວິທີທີ່ຂ້ອຍໄດ້ທົບທວນ ແລະ ຮູ້ຈັກຕົວຂ້ອຍເອງໂດຍການປຽບທຽບຕົນເອງກັບພຣະທໍາຂອງພຣະອົງ ແລະ ວິທີທີ່ຂ້ອຍໄດ້ກັບໃຈ ແລະ ປ່ຽນແປງ. ຜ່ານການສົນທະນາກ່ຽວກັບຄວາມຈິງ, ຂ້ອຍຄວນຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຄວາມຮຽກຮ້ອງຕ້ອງການຂອງພຣະອົງ, ຊ່ວຍພວກເຂົາໃຫ້ເຂົ້າໃຈວຽກງານທີ່ພຣະອົົງເຮັດເພື່ອຊ່ວຍຊີວິດຜູ້ຄົນ, ພ້ອມທັງອຸບປະນິໄສຂອງພຣະອົງ ແລະ ສາມາດເຄົາລົບ ແລະ ອ່ອນນ້ອມຕໍ່ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງມະນຸດທີ່ໄດ້ຖືກສ້າງຂຶ້ນ. ພຽງແຕ່ໂດຍການເຮັດສິ່ງນີ້ເທົ່ານັ້ນ ຂ້ອຍຈຶ່ງສາມາດຍົກຍ້ອງພຣະເຈົ້າໄດ້ຢ່າງແທ້ຈິງ ແລະ ເປັນພະຍານສໍາລັບພຣະອົງ. ຂ້ອຍຄິດກ່ຽວກັບຕອນທີ່ຂ້ອຍເຄີຍສົນທະນາກັບບັນດາອ້າຍເອື້ອຍນ້ອງຂອງຂ້ອຍ. ເວລາສ່ວນໃຫຍ່ແລ້ວຂ້ອຍພຽງແຕ່ເວົ້າກ່ຽວກັບວ່າຂ້ອຍໄດ້ທົນທຸກທໍລະມານຫຼາຍປານໃດ ແລະ ລາຄາໃດທີ່ຂ້ອຍໄດ້ຈ່າຍ ແລະ ຂ້ອຍໄດ້ເປັນພະຍານເຖິງການກະທໍາຂອງພຣະເຈົ້າແນວໃດ ແລະ ໄດ້ຮັບພອນຈາກພຣະເຈົ້າແນວໃດ. ເມື່ອເວົ້າເຖິງອຸປະນິໄສທີ່ເສື່ອມໂຊມອັນໃດທີ່ໄດ້ຖືກເປີດເຜີຍໃນຕົວຂ້ອຍ ຫຼື ແຮງຈູງໃຈປະເພດໂງ່ຈ້າທີ່ຂ້ອຍມີ, ຂ້ອຍປົກປິດພວກມັນຢູ່ຕະຫຼອດເວລາ ແລະ ບໍ່ຄ່ອຍໄດ້ກ່າວເຖິງມັນ. ຂ້ອຍຢ້ານວ່າຖ້າບັນດາອ້າຍເອື້ອຍນ້ອງຂອງຂ້ອຍເຫັນການເສື່ອມໂຊມຂອງຂ້ອຍ, ຄວາມຄິດເຫັນຂອງພວກເຂົາຕໍ່ຂ້ອຍຈະຫຼຸດລົງ. ຂ້ອຍມີລັກສະນະທີ່ຫຼອກລວງແທ້ໆ. ຫຼັງຈາກຮັບຮູ້ສິ່ງເຫຼົ່ານີ້, ຂ້ອຍໄດ້ຊອກຫາອ້າຍຊາງ ແລະ ເປີດເຜີຍໃຫ້ລາວຮູ້ກ່ຽວກັບການກະທໍາທີ່ຊົ່ວຮ້າຍຂອງຂ້ອຍຂອງການສະແດງອອກຕົວເອງເພື່ອຫຼອກລວງຜູ້ຄົນ. ຂ້ອຍຍັງໄດ້ຂໍໃຫ້ອ້າຍຊາງໄປຄຣິດຕະຈັກທີ່ຂ້ອຍເຄີຍຮັບໃຊ້ມາກ່ອນ ແລະ ໄຈ້ແຍກພຶດຕິກໍາຂອງຂ້ອຍກັບອ້າຍເອື້ອຍນ້ອງຢູ່ທີ່ນັ້ນ, ເພື່ອອະນຸຍາດໃຫ້ທຸກຄົນມີຄວາມເຂົ້າໃຈຫຼາຍຂຶ້ນ. ໃນລະຫວ່າງການຊຸມນຸມ, ຂ້ອຍຍັງເປີດເຜີຍໃຫ້ບັນດາອ້າຍເອື້ອຍນ້ອງຂອງຂ້ອຍກ່ຽວກັບພຶດຕິກຳທີ່ຊົ່ວຮ້າຍຂອງຂ້ອຍ, ເປັນພະຍານເພື່ອອຸປະນິໄສອັນຊອບທຳຂອງພຣະເຈົ້າ ແລະ ບອກໃຫ້ທຸກຄົນໃຊ້ຂ້ອຍເປັນຕົວຢ່າງເພື່ອຮຽນຮູ້ສິ່ງທີ່ບໍ່ຄວນເຮັດເພື່ອທີ່ພວກເຂົາຈະບໍ່ຍ່າງໄປຕາມເສັ້ນທາງຂອງການຕໍ່ຕ້ານພຣະເຈົ້າຄືດັ່ງວິທີທີ່ຂ້ອຍໄດ້ເຮັດ.
ໃນໜ້າທີ່ຂອງຂ້ອຍຫຼັງຈາກນັ້ນ, ຂ້ອຍຍົກຍ້ອງຢ່າງມີສະຕິ ແລະ ເປັນພະຍານຕໍ່ພຣະເຈົ້າ ແລະ ສົນທະນາຕາມຄວາມປະສົງຂອງພຣະອົງ, ຄວາມຕ້ອງການຂອງພຣະອົງ ແລະ ຄວາມຮັກຂອງພຣະອົງສໍາລັບມະນຸດ. ຂ້ອຍໄດ້ເປີດເຜີຍການເສື່ອມໂຊມຂອງຕົວຂ້ອຍເອງ, ຄວາມຂີ້ລ້າຍຂອງຂ້ອຍ ແລະ ແຮງຈູງໃຈທີ່ຢູ່ເບື້ອງຫຼັງການກະທໍາຂອງຂ້ອຍ. ຂ້ອຍເປີດໃຈ ແລະ ສົນທະນາກ່ຽວກັບວິທີທີ່ພຣະທໍາຂອງພຣະເຈົ້າໄດ້ຊີ້ນຳຂ້ອຍໃຫ້ຮູ້ຈັກຕົວເອງ ແລະ ປະຕິບັດຄວາມຈິງ. ດ້ວຍວິທີນີ້, ອ້າຍເອື້ອຍນ້ອງຂອງຂ້ອຍຫຼາຍຄົນຈະຮູ້ວ່າຂ້ອຍເສື່ອມໂຊມຄືກັນ. ເມື່ອແກ້ໄຂບັນຫາຕ່າງໆຂອງຄົນອື່ນ, ບາງຄັ້ງຂ້ອຍຍັງຕ້ອງການອວດອົ່ງກ່ຽວກັບຜົນສໍາເລັດຕ່າງໆໃນອະດີດທີ່ຜ່ານມາຂອງຂ້ອຍ, ແຕ່ຂ້ອຍ ອະທິຖານຫາພຣະເຈົ້າທັນທີ ແລະ ປະຖິ້ມຕົວເອງ. ຂ້ອຍສະແຫວງຫາຄວາມຈິງກັບພວກເຂົາ ແລະ ສົນທະນາກ່ຽວກັບຫຼັກການຕ່າງໆຂອງການປະຕິບັດ. ການປະຕິບັດປະເພດນີ້ເຮັດໃຫ້ຂ້ອຍມີຄວາມສະຫງົບໃນໃຈຂອງຂ້ອຍ. ການປະຕິບັດໃຫ້ສອດຄ່ອງກັບພຣະທໍາຂອງພຣະເຈົ້າຮູ້ສຶກວິເສດ. ການທີ່ສາມາດປ່ຽນແປງ ແລະ ກັບຄືນສູ່ເສັ້ນທາງທີ່ຖືກຕ້ອງໄດ້ແມ່ນທັງໝົດຕ້ອງຂອບໃຈການຖືກພິພາກສາ, ລົງໂທດ ແລະ ລິຮານ ແລະ ຈັດການໂດຍພຣະເຈົ້າ. ຂອບໃຈພຣະເຈົ້າອົງຊົງລິດທານຸພາບສູງສຸດ!