70. ບໍ່ມີການໂອ້ອວດອີກຕໍ່ໄປ

ໂດຍ ໂມ່ເຫວີນ, ສະເປນ

ຂ້ານ້ອຍຈື່ໄດ້ວ່າຍ້ອນກັບໄປໃນປີ 2018, ຂ້ານ້ອຍເຮັດໜ້າທີ່ປະກາດຂ່າວປະເສີດໃນຄຣິດຕະຈັກ ແລະ ຕໍ່ມາ ຂ້ານ້ອຍໄດ້ຮັບຜິດຊອບວຽກງານນັ້ນ. ຂ້ານ້ອຍສາມາດເຫັນເຖິງບັນຫາ ແລະ ຂໍ້ຜິດພາດໃນໜ້າທີ່ຂອງອ້າຍເອື້ອຍນ້ອງຂອງຂ້ານ້ອຍ ແລະ ສາມາດແກ້ໄຂພວກມັນໄດ້ຜ່ານການໂອ້ລົມ, ສະນັ້ນ ທຸກຄົນຈຶ່ງມີຄວາມສຸກກັບຂ້ານ້ອຍ ແລະ ຂ້ານ້ອຍມີຄວາມຮູ້ສຶກສຳເລັດ. ຂ້ານ້ອຍເລີ່ມຮູ້ສຶກພໍໃຈກັບຕົນເອງຫຼາຍ ແລະ ຂ້ານ້ອຍດີກວ່າຄົນອື່ນໆ. ຂ້ານ້ອຍອົດບໍ່ໄດ້ທີ່ຈະໂອ້ອວດ. ຂ້ານ້ອຍຄິດວ່າ “ຂ້ານ້ອຍໄດ້ເຮັດຂໍ້ສະເໜີ ແລະ ແກ້ໄຂບັນຫາຂອງຜູ້ຄົນ ແລະ ທຸກຄົນກໍ່ປະທັບໃຈຂ້ານ້ອຍດີ. ຖ້າຂ້ານ້ອຍຊ່ວຍພວກເຂົາຫຼາຍກວ່າເກົ່າ, ຂ້ານ້ອຍກໍ່ຈະເຖິງກັບເຮັດໃຫ້ຕົນເອງເບິ່ງຄືກັບວ່າມີຄວາມສາມາດຫຼາຍກວ່າພວກເຂົາ. ຫຼັງຈາກນັ້ນ ພວກເຂົາກໍ່ເຄົາລົບຂ້ານ້ອຍເປັນຢ່າງສູງ”. ໃນການເຕົ້າໂຮມຂອງມື້ໜຶ່ງ, ອ້າຍລູເວົ້າວ່າລາວໄດ້ພົບກັບເພື່ອນຮ່ວມງານທາງສາສະໜາຄົນໜຶ່ງ ໃນຂະນະທີ່ກຳລັງເຜີຍແຜ່ຂ່າວປະເສີດ. ຜູ້ຊາຍຄົນນັ້ນເປັນນັກເທດສະໜາເປັນເວລາຫຼາຍກວ່າ 20 ປີ ແລະ ເປັນຜູ້ເຊື່ອທີ່ແທ້ຈິງ, ແຕ່ລາວມີແນວຄິດທາງສາສະໜາທີ່ໜັກແໜ້ນ. ອ້າຍລູໂອ້ລົມກັບລາວ, ແຕ່ລາວຈະບໍ່ຍອມຮັບຂ່າວປະເສີດ ແລະ ອ້າຍລູກໍ່ບໍ່ຮູ້ວ່າຈະເຮັດແນວໃດໃນຕອນນີ້. ຂ້ານ້ອຍຄິດກັບຕົນເອງວ່າ “ຜູ້ຊາຍຄົນນີ້ເປັນຜູ້ເຊື່ອທີ່ແທ້ຈິງ ແລະ ຕ້ອງການໄດ້ຍິນການໂອ້ລົມ. ເຈົ້າລົ້ມເຫຼວທີ່ຈະເຮັດໃຫ້ລາວປ່ຽນຄວາມເຊື່ອ ເພາະເຈົ້າບໍ່ໄດ້ໂອ້ລົມກ່ຽວກັບຄວາມຈິງໃຫ້ຊັດເຈນພໍ. ຂ້ານ້ອຍເຄີຍພົບກັບສິ່ງແບບນີ້ມາກ່ອນ, ສະນັ້ນ ນີ້ຈຶ່ງເປັນໂອກາດຂອງຂ້ານ້ອຍທີ່ຈະບອກເຈົ້າກ່ຽວກັບມັນທັງໝົດ”. ຂ້ານ້ອຍເວົ້າກັບພວກເຂົາວ່າ “ຂ້ານ້ອຍບໍ່ເຫັນວ່າມີຫຍັງຫຍຸ້ງຍາກໃນທີ່ນີ້. ເຈົ້າຕ້ອງສຸມໃສ່ປະເດັນຫຼັກ ແລະ ໂອ້ລົມຢ່າງຊັດເຈນ. ຖ້າລາວເຕັມໃຈທີ່ຈະຮັບຟັງ ແລະ ເຈົ້າແກ້ໄຂບັນຫາຂອງລາວ, ລາວຈະບໍ່ຍອມຮັບມັນໄດ້ແນວໃດ? ເພື່ອນຮ່ວມງານຊາງເຄີຍມີແນວຄິດຫຼາຍ ສະນັ້ນ ຂ້ານ້ອຍຈຶ່ງໂຕ້ແຍ້ງແນວຄິດທີ່ໜັກແໜ້ນທີ່ສຸດຂອງລາວຜ່ານການໂອ້ລົມ ແລະ ຫຼັງຈາກນັ້ນກໍ່ດຳເນີນການຕໍ່ກັບແນວຄິດຕໍ່ໄປ. ລາວຍອມຮັບຂ່າວປະເສີດໃນທີ່ສຸດ. ເຈົ້າຕ້ອງໂອ້ລົມຢ່າງຊັດເຈນ ເມື່ອກຳລັງເປັນພະຍານກ່ຽວກັບພາລະກິດຂອງພຣະເຈົ້າ”. ຫຼັງຈາກນັ້ນ, ຂ້ານ້ອຍກໍ່ບອກພວກເຂົາກ່ຽວກັບບັນຫາທັງໝົດທີ່ຜູ້ຄົນທີ່ຂ້ານ້ອຍເທດສະໜາໃຫ້ມີ, ຂ້ານ້ອຍໂອ້ລົມແນວໃດເພື່ອແກ້ໄຂບັນຫາເຫຼົ່ານັ້ນ ແລະ ພວກເຂົາຍອມຮັບຂ່າວປະເສີດແນວໃດ. ຂ້ານ້ອຍເລົ່າປະສົບການເຫຼົ່ານີ້ຢ່າງລະອຽດຫຼາຍ ໂດຍແນ່ໃຈວ່າໄດ້ລະບຸທຸກສິ່ງ, ເພື່ອວ່າພວກເຂົາທຸກຄົນຈະເຫັນວ່າຂ້ານ້ອຍມີຄວາມສາມາດສໍ່າໃດ. ຫຼັງຈາກນັ້ນ, ທຸກຄົນກໍ່ຍົກຍ້ອງຂ້ານ້ອຍ ແລະ ເອື້ອຍຄົນໜຶ່ງໄດ້ເວົ້າວ່າ “ເຈົ້າເວົ້າໄດ້ກົງປະເດັນແທ້ໆ. ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດເຫັນແບບນີ້ໄດ້?” ຂ້ານ້ອຍເວົ້າວ່າມັນລ້ວນແລ້ວແຕ່ເປັນການຊີ້ນໍາຂອງພຣະເຈົ້າ, ແຕ່ພາຍໃນ ຂ້ານ້ອຍກໍ່ຮູ້ສຶກຊື່ນຊົມຍິນດີ. ບາງຄັ້ງ ເມື່ອພວກເຮົາກຳລັງສົນທະນາກ່ຽວກັບວຽກງານ, ຂ້ານ້ອຍກໍ່ຈະພິຈາລະນາສິ່ງທີ່ຈະເວົ້າເພ່ືອເຮັດໃຫ້ທຸກຄົນຄິດວ່າຂ້ານ້ອຍກຳລັງພິຈາລະນາ ແລະ ວິເຄາະລາຍລະອຽດທຸກຢ່າງ, ຂ້ານ້ອຍມີຄວາມສາມາດ, ສະຫຼາດ ແລະ ດີກວ່າຄົນອື່ນ. ເມື່ອມັນຮອດຜຽນທີ່ຂ້ານ້ອຍຕ້ອງຄິດພິຈາລະນາ, ຂ້ານ້ອຍກໍ່ຈະສືບຕໍ່ໄປເລື້ອຍໆ ແລະ ຄຳວ່າ “ຂ້ານ້ອຍ” ຈະຢູ່ໃນຮີມສົບຂອງຂ້ານ້ອຍຢູ່ສະເໝີ. “ຂ້ານ້ອຍຄິດວ່ານີ້” ແລະ “ຂ້ານ້ອຍແກ້ໄຂນັ້ນ”. “ຂ້ານ້ອຍ, ຂ້ານ້ອຍ, ຂ້ານ້ອຍ...”. ຂ້ານ້ອຍລະບຸທິດສະດີ ແລະ ແນວຄິດຂອງຂ້ານ້ອຍ ແລະ ວິເຄາະພວກມັນທັງໝົດຢ່າງລະອຽດ. ເມື່ອເວລາຜ່ານໄປ, ຄົນອື່ນກໍ່ເລີ່ມເພິ່ງພາຂ້ານ້ອຍ, ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ຈັກທີ່ຈະສະແຫວງຫາຫຼັກການ ເມື່ອເກີດບັນຫາຂຶ້ນ. ເມື່ອກຳລັງສົນທະນາກ່ຽວກັບວຽກງານ, ບາງຄັ້ງ ພວກເຂົາກໍ່ຈະຂໍໃຫ້ຂ້ານ້ອຍເວົ້າກ່ອນ, ກ່ອນທີ່ຈະເພີ່ມບາງສິ່ງດ້ວຍຕົວພວກເຂົາເອງ. ບາງຄັ້ງ ຄວາມຄິດໜຶ່ງຈະປາກົດຂຶ້ນຢ່າງໄວຜ່ານຄວາມຄິດຂອງຂ້ານ້ອຍ: “ຖ້າຂ້ານ້ອຍສືບຕໍ່ແບບນີ້, ຜູ້ຄົນຈະຈົບລົງດ້ວຍການບູຊາຂ້ານ້ອຍບໍ?” ແຕ່ຫຼັງຈາກນັ້ນ ຂ້ານ້ອຍກໍ່ຄິດວ່າ “ຂ້ານ້ອຍບໍ່ໄດ້ບັງຄັບໃຫ້ຜູ້ໃດມາຮັບຟັງຂ້ານ້ອຍ. ຂ້ານ້ອຍພຽງແຕ່ລະບຸມຸມມອງຂອງຂ້ານ້ອຍ. ອີກຢ່າງ, ການມີຄວາມຫ້າວຫັນເປັນວິທີການທີ່ດີ ແລະ ມີຄວາມຮັບຜິດຊອບ”. ຂ້ານ້ອຍບໍ່ໄດ້ຄິດຫຼາຍກ່ຽວກັບເລື່ອງນັ້ນ ແລະ ພຽງແຕ່ດຳເນີນການຕໍ່.

ຕໍ່ມາ ພວກເຮົາໄດ້ພົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການເຜີຍແຜ່ຂ່າວປະເສີດ ແລະ ອ້າຍເອື້ອຍນ້ອງກໍ່ທໍ້ໃຈພໍສົມຄວນ. ຂ້ານ້ອຍກໍ່ຮູ້ສຶກແບບດຽວກັນ. ຂ້ານ້ອຍຕ້ອງການເປີດໃຈກັບທຸກຄົນວ່າຂ້ານ້ອຍຮູ້ສຶກແນວໃດ, ແຕ່ຂ້ານ້ອຍເປັນຄົນທີ່ຮັບຜິດຊອບ, ສະນັ້ນ ຖ້າຂ້ານ້ອຍຄິດລົບງ່າຍແບບນີ້, ຂ້ານ້ອຍຈະບໍ່ປາກົດວ່າອ່ອນແອບໍ? ຄົນອື່ນຈະຄິດແນວໃດກ່ຽວກັບຂ້ານ້ອຍ ຖ້າພວກເຂົາຮູ້ວ່າວຸດທິພາວະຂອງຂ້ານ້ອຍມີໜ້ອຍຫຼາຍ? ຄວາມປະທັບໃຈທີ່ດີຂອງພວກເຂົາສຳລັບຂ້ານ້ອຍຈະບໍ່ຖືກທຳລາຍບໍ? ຂ້ານ້ອຍສົງໄສວ່າ “ຖ້າຂ້ານ້ອຍເວົ້າກ່ຽວກັບທາງເຂົ້າທີ່ດີ ແລະ ນໍາພາທຸກຄົນໃນທາງທີ່ດີ, ສິ່ງນັ້ນຈະບໍ່ເຮັດໃຫ້ທຸກຄົນໄດ້ຮັບແຮງຜັກດັນບໍ?” ສະນັ້ນ ໃນການໂອ້ລົມທຸກຄັ້ງ ຂ້ານ້ອຍຈຶ່ງໃຫ້ຄວາມສຳຄັນກັບວິທີການທີ່ຂ້ານ້ອຍຜະເຊີນໜ້າຢ່າງຄິດບວກ ເມື່ອຂ້ານ້ອຍປະສົບບັນຫາ, ຂ້ານ້ອຍເພິ່ງພາພຣະເຈົ້າແນວໃດຜ່ານຄວາມຍາກລຳບາກ ແລະ ຂ້ານ້ອຍລຸກຂຶ້ນເພື່ອຜະເຊີນໜ້າກັບຄວາມທ້າທາຍແນວໃດ. ທຸກຄົນຄິດວ່າຂ້ານ້ອຍມີວຸດທິພາວະ ແລະ ສາມາດຈັດການກັບສິ່ງຕ່າງໆ. ພວກເຂົາທຸກຄົນຊື່ນຊົມຂ້ານ້ອຍ. ບາງຄັ້ງ ເມື່ອກຳລັງສົນທະນາວຽກງານກັບຄົນອື່ນ, ຂ້ານ້ອຍກໍ່ຈະເປີດເຜີຍວ່າຂ້ານ້ອຍຢູ່ພາຍໃຕ້ຄວາມກົດດັນໃນໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍຫຍຸ້ງວຽກຫຼາຍຈົນຂ້ານ້ອຍເກືອບບໍ່ມີເວລາກິນເຂົ້າ ຫຼື ພັກຜ່ອນ ເພື່ອວ່າພວກເຂົາຈະຮູ້ວ່າຂ້ານ້ອຍທົນທຸກຫຼາຍສໍ່າໃດ. ໃນການເຕົ້າໂຮມ, ຂ້ານ້ອຍບໍ່ໄດ້ຕຶກຕອງພຣະທຳຂອງພຣະເຈົ້າ ຫຼື ໄຕ່ຕອງກ່ຽວກັບຕົນເອງ, ແຕ່ຄິດພຽງແຕ່ກ່ຽວກັບວິທີການເຮັດໃຫ້ທຸກຄົນຄິດວ່າການໂອ້ລົມຂອງຂ້ານ້ອຍເລິກເຊິ່ງ ແລະ ມີນໍ້າໜັກ. ໂດຍບໍ່ຮູ້ຕົວ, ຂ້ານ້ອຍຈະເທດສະໜາຄຳສັ່ງສອນບາງຢ່າງທີ່ອວດດີ ແລະ ຂ້ານ້ອຍຊື່ນຊົມແທ້ໆທີ່ໄດ້ເຫັນຄົນອື່ນເຮັດທ່າທາງເຫັນດີນໍາ. ຕະຫຼອດເວລາ, ບາງຄົນໄດ້ເລີ່ມຖາມຂ້ານ້ອຍກ່ອນເມື່ອໃດກໍ່ຕາມທີ່ພວກເຂົາມີບັນຫາໃນໜ້າທີ່ຂອງພວກເຂົາ. ແມ່ນແຕ່ເມື່ອພວກເຂົາສາມາດແກ້ໄຂມັນດ້ວຍຕົວພວກເຂົາເອງດ້ວຍຄວາມຄິດທີ່ເລັກນ້ອຍ, ພວກເຂົາກໍ່ຍັງສະແຫວງຫາຄຳຄິດເຫັນຂອງຂ້ານ້ອຍກ່ອນ. ພວກເຂົາບອກຂ້ານ້ອຍກ່ຽວກັບສະພາວະຂອງພວກເຂົາ ແລະ ຄວາມຄິດທີ່ຢູ່ໃນສ່ວນເລິກທີ່ສຸດຂອງພວກເຂົາ ແລະ ຂ້ານ້ອຍພໍໃຈຫຼາຍທີ່ໄດ້ຮູ້ວ່າພວກເຂົາໄວ້ວາງໃຈຂ້ານ້ອຍ. ເມື່ອເວລາຜ່ານໄປ, ຂ້ານ້ອຍກໍ່ປາກົດວ່າຫຍຸ້ງວຽກຫຼາຍ ແຕ່ຂ້ານ້ອຍບໍ່ສາມາດຮູ້ສຶກເຖິງແສງສະຫວ່າງຫຍັງຈາກພຣະວິນຍານບໍລິສຸດ ເມື່ອກຳລັງອ່ານພຣະທຳຂອງພຣະເຈົ້າ. ເມື່ອກຳລັງສົນທະນາວຽກງານກັບຄົນອື່ນ, ຂໍ້ສະເໜີທັງໝົດຂອງຂ້ານ້ອຍນັ້ນໄຮ້ຄ່າ ແລະ ຂ້ານ້ອຍບໍ່ສາມາດເຫັນແມ່ນແຕ່ບັນຫາທີ່ຊັດເຈນທີ່ສຸດໃນວຽກງານຂອງພວກເຮົາ. ໃນທີ່ສຸດ ຂ້ານ້ອຍກໍ່ຮູ້ວ່າຂ້ານ້ອຍຢູ່ໃນສະພາວະທີ່ຮ້າຍແຮງ. ຄວາມອວດດີຂອງຂ້ານ້ອຍໄດ້ຫາຍໄປທັງໝົດ. ຂ້ານ້ອຍເຄີຍຄິດວ່າຂ້ານ້ອຍໜ້າຊື່ນຊົມເປັນຢ່າງຍິ່ງ, ແຕ່ໃນທັນໃດນັ້ນ ຂ້ານ້ອຍກໍ່ຮູ້ສຶກຄືກັບຄົນປັນຍາອ່ອນຢ່າງສິ້ນເຊີງ ໂດຍບໍ່ມີຫຍັງໃຫ້ໂອ້ອວດ. ມີຄວາມມືດມົວ ແລະ ຄວາມເຈັບປວດຫຼາຍຢ່າງໃນວິນຍານຂອງຂ້ານ້ອຍ.

ມື້ໜຶ່ງ ຂ້ານ້ອຍກຳລັງລົມກັບອ້າຍນ້ອງສອງຄົນ ເມື່ອອ້າຍຊູເວົ້າວ່າ “ຂ້ານ້ອຍຮູ້ຈັກເຈົ້າເປັນຊົ່ວໄລຍະໜຶ່ງແລ້ວໃນຕອນນີ້ ແລະ ເຈົ້າກໍ່ຍົກຍ້ອງ ແລະ ໂອ້ອວດຕົນເອງຢູ່ສະເໝີ. ເຈົ້າເກືອບບໍ່ກ່າວເຖິງຄວາມເສື່ອມຊາມ ຫຼື ຂໍ້ຜິດພາດຂອງເຈົ້າໃນການໂອ້ລົມ ແຕ່ເວົ້າກ່ຽວກັບຈຸດດີຂອງເຈົ້າເປັນສ່ວນໃຫຍ່ ເຊິ່ງເຮັດໃຫ້ຂ້ານ້ອຍຄິດວ່າເຈົ້າເກັ່ງ ແລະ ເຄົາລົບເຈົ້າ. ເມື່ອມີບັນຫາໃນວຽກງານຂອງຂ້ານ້ອຍ, ເຈົ້າກໍ່ບໍ່ໂອ້ລົມກ່ຽວກັບຫຼັກການແຫ່ງຄວາມຈິງ, ແຕ່ພຽງແຕ່ເວົ້າກ່ຽວກັບສິ່ງທີ່ເຈົ້າໄດ້ເຮັດ ແລະ ວິທີທີ່ເຈົ້າແກ້ໄຂບັນຫາ, ສະນັ້ນ ຂ້ານ້ອຍຈຶ່ງຄິດວ່າເຈົ້າອັດສະຈັນ ແລະ ດີກວ່າພວກເຮົາທີ່ເຫຼືອ...” ຂ້ານ້ອຍບໍ່ເຕັມໃຈແທ້ໆທີ່ຈະຍອມຮັບສິ່ງນີ້ຈາກອ້າຍຊູ ໂດຍສະເພາະເມື່ອລາວເວົ້າວ່າຂ້ານ້ອຍຍົກຍ້ອງຕົນເອງ ແລະ ໂອ້ອວດຢູ່ສະເໝີ. ຄຳເວົ້າເຫຼົ່ານີ້ກ້ອງຢູ່ໃນຫົວຂອງຂ້ານ້ອຍ. ເຖິງແມ່ນຂ້ານ້ອຍບໍ່ໄດ້ໂຕ້ຖຽງ, ຂ້ານ້ອຍກໍ່ຮູ້ສຶກຕໍ່ຕ້ານຫຼາຍໃນສິ່ງທີ່ລາວເວົ້າ. “ຂ້ານ້ອຍບໍ່ເຄີຍຂໍໃຫ້ເຈົ້າເທີດທູນຂ້ານ້ອຍ. ຂ້ານ້ອຍຊົ່ວຄືກັບທີ່ເຈົ້າເວົ້າແທ້ໆບໍ?” ຂ້ານ້ອຍຄິດ. ຂ້ານ້ອຍບໍ່ສາມາດຍອມຮັບມັນໄດ້ແທ້ໆ, ສະນັ້ນ ຂ້ານ້ອຍຈຶ່ງຖາມນ້ອງອີກຄົນໜຶ່ງວ່າລາວຄິດແນວໃດ. ດ້ວຍຄວາມປະຫຼາດໃຈຂອງຂ້ານ້ອຍ, ລາວກໍ່ເວົ້າວ່າ “ເຈົ້າບໍ່ເຄີຍເວົ້າກ່ຽວກັບຄວາມເສື່ອມຊາມ ຫຼື ຂໍ້ຜິດພາດຂອງເຈົ້າ. ຂ້ານ້ອຍບໍ່ເຂົ້າໃຈເຈົ້າອີກຕໍ່ໄປ”. ສິ່ງນີ້ເຮັດໃຫ້ຂ້ານ້ອຍຮູ້ສຶກບໍ່ດີຍິ່ງຂຶ້ນ. “ລາວສາມາດເວົ້າໄດ້ແນວໃດວ່າລາວບໍ່ເຂົ້າໃຈຂ້ານ້ອຍອີກຕໍ່ໄປ? ຂ້ານ້ອຍຍາກທີ່ຈະເຂົ້າໃຈຂະໜາດນັ້ນບໍ?” ຂ້ານ້ອຍຕ້ອງການເວົ້າບາງສິ່ງທີ່ຮັບເອົາກຽດສັກສີບາງຢ່າງຂອງຂ້ານ້ອຍຄືນແທ້ໆ, ແຕ່ເມື່ອເຫັນພວກເຂົາທັງສອງຄົນໄດ້ລິຮານ ແລະ ຈັດການກັບຂ້ານ້ອຍແບບນັ້ນ ຂ້ານ້ອຍກໍ່ຮູ້ວ່າຕ້ອງມີເຫດຜົນ. ຖ້າສິ່ງທີ່ພວກເຂົາເວົ້າເປັນຄວາມຈິງ, ແລ້ວຂ້ານ້ອຍກໍ່ມີບັນຫາແທ້ໆ!

ຂ້ານ້ອຍບໍ່ເສຍເວລາທີ່ຈະຊອກຫາພຣະທຳບາງຂໍ້ຂອງພຣະເຈົ້າທີ່ເປີດໂປງຜູ້ຄົນທີ່ຍົກຍ້ອງ ແລະ ເປັນພະຍານໃຫ້ກັບພວກເຂົາເອງ. ຂ້ານ້ອຍໄດ້ອ່ານສິ່ງນີ້: “ການຍົກຍ້ອງ ແລະ ການເປັນພະຍານໃຫ້ກັບຕົນເອງ, ການໂອ້ອວດຕົນເອງ, ການພະຍາຍາມເຮັດໃຫ້ຜູ້ຄົນເຄົາລົບພວກເຂົາຢ່າງສູງ, ມະນຸດຊາດທີ່ເສື່ອມຊາມສາມາດເຮັດສິ່ງເຫຼົ່ານີ້. ນີ້ແມ່ນວິທີທີ່ຜູ້ຄົນມີປະຕິກິລິຍາໂດຍສັນຊາດຕະຍານ ເມື່ອພວກເຂົາຖືກປົກຄອງໂດຍທຳມະຊາດຊາຕານຂອງພວກເຂົາ ແລະ ມັນເປັນສິ່ງປົກກະຕິສຳລັບມະນຸດຊາດທີ່ເສື່ອມຊາມທັງປວງ. ຜູ້ຄົນຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງແນວໃດ? ພວກເຂົາບັນລຸຈຸດປະສົງນີ້ແນວໃດ? ວິທີໜຶ່ງຄືການເປັນພະຍານວ່າພວກເຂົາໄດ້ທົນທຸກຫຼາຍສໍ່າໃດ, ພວກເຂົາໄດ້ເຮັດວຽກຫຼາຍສໍ່າໃດ ແລະ ພວກເຂົາໄດ້ເສຍສະລະຕົນເອງຫຼາຍສໍ່າໃດ. ພວກເຂົາເວົ້າກ່ຽວກັບສິ່ງເຫຼົ່ານີ້ໃນຮູບແບບຂອງທຶນສ່ວນຕົວ. ນັ້ນກໍຄື ພວກເຂົາໃຊ້ສິ່ງເຫຼົ່ານີ້ເພື່ອເປັນທຶນທີ່ພວກເຂົາຍົກຍ້ອງຕົນເອງ, ເຊິ່ງເຮັດໃຫ້ພວກເຂົາມີຕຳແໜ່ງທີ່ສູງກວ່າ, ໜັກແໜ້ນກວ່າ, ໝັ້ນຄົງກວ່າໃນຄວາມຄິດຂອງຜູ້ຄົນ ເພື່ອວ່າອີກຫຼາຍຄົນຈະນັບຖື, ຊົມເຊີຍ, ເຄົາລົບ ແລະ ເຖິງກັບເຫຼື້ອມໃສ, ບູຊາ ແລະ ຕິດຕາມພວກເຂົາ. ນີ້ແມ່ນຜົນສຸດທ້າຍ. ສິ່ງຕ່າງໆທີ່ພວກເຂົາເຮັດເພື່ອບັນລຸຈຸດປະສົງນີ້ ນັ້ນກໍຄື ການທີ່ພວກເຂົາຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງ ແມ່ນສົມເຫດສົມຜົນບໍ? ພວກມັນບໍ່ສົມເຫດສົມຜົນ. ພວກມັນຢູ່ເໜືອຂອບເຂດຄວາມສົມເຫດສົມຜົນ. ຄົນເຫຼົ່ານີ້ບໍ່ມີຢາງອາຍ: ພວກເຂົາເປັນພະຍານໂດຍໄຮ້ຢາງອາຍກ່ຽວກັບສິ່ງທີ່ພວກເຂົາໄດ້ເຮັດສຳລັບພຣະເຈົ້າ ແລະ ພວກເຂົາໄດ້ທົນທຸກຫຼາຍສໍ່າໃດສຳລັບພຣະອົງ. ພວກເຂົາເຖິງກັບໂອ້ອວດພອນສະຫວັນ, ຄວາມສາມາດ, ປະສົບການ ແລະ ທັກສະທີ່ພິເສດ ຫຼື ເຕັກນິກທີ່ສະຫຼາດຂອງພວກເຂົາໃນການປະພຶດຕົນ ແລະ ວິທີການທີ່ພວກເຂົາໃຊ້ເພື່ອລໍ້ຫຼິ້ນກັບຜູ້ຄົນ. ວິທີການທີ່ພວກເຂົາຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງແມ່ນເພື່ອໂອ້ອວດຕົນເອງ ແລະ ດູຖູກຄົນອື່ນ. ພວກເຂົາຍັງປິດບັງ ແລະ ປົກປິດຕົນເອງ, ເຊື່ອງຄວາມອ່ອນແອ, ຂໍ້ບົກຜ່ອງ ແລະ ຄວາມລົ້ມເຫຼວຂອງພວກເຂົາຈາກຜູ້ຄົນ ເພື່ອວ່າຜູ້ຄົນເຫຼົ່ານັ້ນຈະເຫັນພຽງຄວາມສະຫຼາດຂອງພວກເຂົາ. ພວກເຂົາເຖິງກັບບໍ່ກ້າບອກຄົນອື່ນ ເມື່ອພວກເຂົາຮູ້ສຶກຄິດລົບ; ພວກເຂົາຂາດຄວາມກ້າຫານທີ່ຈະເປີດໃຈ ແລະ ໂອ້ລົມກັບຄົນເຫຼົ່ານັ້ນ ແລະ ເມື່ອພວກເຂົາເຮັດບາງສິ່ງທີ່ບໍ່ຖືກຕ້ອງ, ພວກເຂົາກໍຈະເຮັດສຸດຄວາມສາມາດຂອງພວກເຂົາເພື່ອປິດບັງມັນ ແລະ ປົກປິດມັນ. ພວກເຂົາບໍ່ເຄີຍກ່າວເຖິງອັນຕະລາຍທີ່ພວກເຂົາສ້າງຕໍ່ເຮືອນຂອງພຣະເຈົ້າໃນຊ່ວງທີ່ປະຕິບັດໜ້າທີ່ຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາໄດ້ປະກອບສ່ວນບາງຢ່າງທີ່ເລັກນ້ອຍ ຫຼື ບັນລຸຄວາມສຳເລັດບາງຢ່າງທີ່ເລັກນ້ອຍ, ພວກເຂົາກໍຟ້າວໂອ້ອວດ. ພວກເຂົາບໍ່ສາມາດລໍຖ້າທີ່ຈະໃຫ້ໂລກທັງປວງຮູ້ຈັກວ່າພວກເຂົາມີຄວາມສາມາດຫຼາຍສໍ່າໃດ, ຄວາມສາມາດຂອງພວກເຂົາມີສູງສໍ່າໃດ, ພວກເຂົາເກັ່ງສໍ່າໃດ ແລະ ພວກເຂົາດີກວ່າຄົນທໍາມະດາສໍ່າໃດ. ນີ້ບໍ່ແມ່ນວິທີການຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງບໍ? ການຍົກຍ້ອງ ແລະ ການເປັນພະຍານໃຫ້ກັບຕົນເອງນີ້ແມ່ນຢູ່ພາຍໃນຂອບເຂດທີ່ສົມເຫດສົມຜົນຂອງຄວາມເປັນມະນຸດທີ່ປົກກະຕິບໍ? ມັນບໍ່ແມ່ນ. ສະນັ້ນ ເມື່ອຜູ້ຄົນເຮັດແບບນີ້, ໂດຍທົ່ວໄປແລ້ວ ອຸປະນິໄສແບບໃດທີ່ກຳລັງຖືກສຳແດງອອກ? ອຸປະນິໄສທີ່ອວດດີແມ່ນໜຶ່ງໃນການສຳແດງອອກຫຼັກ, ຕາມມາດ້ວຍຄວາມຫຼອກລວງ ເຊິ່ງກ່ຽວຂ້ອງກັບການເຮັດທຸກສິ່ງທີ່ສາມາດເຮັດໄດ້ເພື່ອໃຫ້ຜູ້ຄົນເຄົາລົບນັບຖືພວກເຂົາຢ່າງສູງ. ເລື່ອງລາວຂອງພວກເຂົາແມ່ນຮັດກຸມຢ່າງສິ້ນເຊີງ; ຄຳເວົ້າຂອງພວກເຂົາປະກອບມີແຮງຜັກດັນ ແລະ ແຜນອຸບາຍຢ່າງຊັດເຈນ ແລະ ພວກເຂົາໄດ້ຄົ້ນພົບວິທີທາງທີ່ຈະເຊື່ອງຂໍ້ແທ້ຈິງຂອງການໂອ້ອວດຂອງພວກເຂົາ, ແຕ່ຜົນຕາມມາຈາກສິ່ງທີ່ພວກເຂົາເວົ້າກໍຄືຜູ້ຄົນຍັງຖືກເຮັດໃຫ້ຮູ້ສຶກວ່າພວກເຂົາດີກວ່າຄົນອື່ນ, ບໍ່ມີຜູ້ໃດທຽບເທົ່າກັບພວກເຂົາ, ທຸກຄົນດ້ອຍກວ່າພວກເຂົາ. ແລ້ວຜົນຕາມມານີ້ບໍ່ໄດ້ຖືກບັນລຸຜ່ານວິທີການປົກປິດບໍ? ອຸປະນິໄສແບບໃດຢູ່ໃນໃຈກາງຂອງວິທີການດັ່ງກ່າວ? ແລ້ວມີອົງປະກອບໃດໃນຄວາມຊົ່ວຮ້າຍບໍ? ນີ້ແມ່ນປະເພດຂອງອຸປະນິໄສທີ່ຊົ່ວຮ້າຍ. ມັນສາມາດເຫັນໄດ້ວ່າວິທີການເຫຼົ່ານີ້ທີ່ພວກເຂົານໍາໃຊ້ແມ່ນຖືກຊີ້ນໍາໂດຍອຸປະນິໄສທີ່ຫຼອກລວງ, ແລ້ວເປັນຫຍັງເຮົາຈຶ່ງເວົ້າວ່າມັນຊົ່ວຮ້າຍ? ສິ່ງນີ້ມີຄວາມເຊື່ອມໂຍງຫຍັງກັບຄວາມຊົ່ວຮ້າຍ? ພວກເຈົ້າຄິດວ່າແນວໃດ: ພວກເຂົາສາມາດເປີດໃຈກ່ຽວກັບຈຸດປະສົງຂອງພວກເຂົາໃນການຍົກຍ້ອງ ແລະ ການເປັນພະຍານໃຫ້ກັບຕົນເອງບໍ? ບໍ່. ມີຄວາມປາຖະໜາໃນສ່ວນເລິກໃນຫົວໃຈຂອງພວກເຂົາຢູ່ສະເໝີ ແລະ ສິ່ງທີ່ພວກເຂົາເວົ້າ ແລະ ເຮັດກໍເປັນການຊ່ວຍເຫຼືອຄວາມປາຖະໜານັ້ນ ແລະ ດ້ວຍເຫດນັ້ນ ຈຸດປະສົງ ແລະ ແຮງຜັກດັນໃນສ່ວນເລິກໃນຫົວໃຈຂອງພວກເຂົາກ່ຽວກັບສິ່ງທີ່ພວກເຂົາເວົ້າ ແລະ ເຮັດຈຶ່ງຖືກເກັບໄວ້ເປັນຄວາມລັບແທ້ໆ. ຕົວຢ່າງ: ພວກເຂົາຈະໃຊ້ການຊີ້ນໍາຢ່າງຜິດໆ ຫຼື ກົນລະຍຸດທີ່ຄຸມເຄືອເພື່ອບັນລຸຈຸດປະສົງເຫຼົ່ານີ້. ຄວາມລັບດັ່ງກ່າວບໍ່ແມ່ນເລ້ຫຼ່ຽມໂດຍທຳມະຊາດບໍ? ແລ້ວການມີເລ້ຫຼ່ຽມດັ່ງກ່າວຈະບໍ່ຖືກເອີ້ນວ່າຊົ່ວຮ້າຍບໍ? (ແມ່ນແລ້ວ.) ແນ່ນອນ ມັນສາມາດຖືກເອີ້ນວ່າຊົ່ວຮ້າຍ ແລະ ມັນຝັງເລິກກວ່າການຫຼອກລວງ” (ຄັດຈາກບົດ “ພວກເຂົາເຊີດຊູ ແລະ ເປັນພະຍານກ່ຽວກັບພວກເຂົາເອງ” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). ຂ້ານ້ອຍຄິດວ່າຂ້ານ້ອຍໄດ້ປະພຶດແນວໃດໃນໜ້າທີ່ຂອງຂ້ານ້ອຍ: ເມື່ອອ້າຍເອື້ອຍນ້ອງມີບັນຫາ, ຂ້ານ້ອຍກໍ່ເຮັດຄືກັບວ່າຂ້ານ້ອຍກຳລັງໂອ້ລົມ ແລະ ຊ່ວຍເຫຼືອພວກເຂົາ, ເວົ້າກ່ຽວກັບວິທີການແກ້ໄຂບັນຫາເພື່ອໂອ້ອວດຄວາມສາມາດຂອງຂ້ານ້ອຍໃນວຽກງານ ແລະ ເຮັດໃຫ້ທຸກຄົນຄິດວ່າຂ້ານ້ອຍມີຄວາມສາມາດຫຼາຍກວ່າພວກເຂົາ. ເມື່ອກຳລັງສົນທະນາວຽກງານ, ຄຳທຳອິດທີ່ອອກມາຈາກປາກຂອງຂ້ານ້ອຍກໍ່ຄື “ຂ້ານ້ອຍ” ເພື່ອເຮັດໃຫ້ຕົນເອງໄດ້ສະແດງອອກ, ເຮັດໃຫ້ຜູ້ຄົນຄິດວ່າຂ້ານ້ອຍຮູ້ມັນທັງໝົດ ເພື່ອວ່າພວກເຂົາຈະເທີດທູນຂ້ານ້ອຍ. ຂ້ານ້ອຍເຊື່ອງຄວາມຄິດລົບ ແລະ ຄວາມເສື່ອມຊາມຂອງຂ້ານ້ອຍໄວ້ຈາກຄົນອື່ນ. ຂ້ານ້ອຍບໍ່ເຄີຍສົນທະນາກ່ຽວກັບຄວາມຫຍຸ້ງຍາກຂອງຂ້ານ້ອຍເອງ, ແຮງໄກທີ່ຈະໄຈ້ແຍກອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍ. ກົງກັນຂ້າມ, ຂ້ານ້ອຍເວົ້າກ່ຽວກັບທາງເຂົ້າທີ່ດີເພື່ອເຊື່ອງຂໍ້ຜິດພາດຂອງຂ້ານ້ອຍ, ເພື່ອເຮັດໃຫ້ຄົນອື່ນຄິດວ່າຂ້ານ້ອຍມີວຸດທິພາວະ ແລະ ເຄົາລົບຂ້ານ້ອຍ. ຂ້ານ້ອຍລົມກ່ຽວກັບວ່າຂ້ານ້ອຍທົນທຸກແນວໃດໃນໜ້າທີ່ຂອງຂ້ານ້ອຍ ແລະ ມັນຍາກສໍ່າໃດຢູ່ສະເໝີ ເພື່ອວ່າພວກເຂົາຈະເຫັນວ່າຂ້ານ້ອຍອຸທິດຫຼາຍສໍ່າໃດໃນໜ້າທີ່ຂອງຂ້ານ້ອຍ. ແລ້ວໃນການເຕົ້າໂຮມ ມັນກໍ່ຊັດເຈນວ່າຂ້ານ້ອຍບໍ່ມີຄວາມເຂົ້າໃຈຫຍັງກ່ຽວກັບພຣະທຳຂອງພຣະເຈົ້າ ຫຼື ຕົນເອງ, ແຕ່ຂ້ານ້ອຍພຽງແຕ່ເວົ້າຕໍ່ໄປເລື້ອຍໆ, ປັ້ນແຕ່ງນິຍາຍທີ່ຂ້ານ້ອຍຮູ້ຄົນດຽວ ເພື່ອວ່າຄົນອື່ນຈະເຄົາລົບຂ້ານ້ອຍຫຼາຍກວ່າເກົ່າ. ເພື່ອສືບຕໍ່ມີຄວາມສຸກກັບການເຄົາລົບ ແລະ ການເຫຼື້ອມໃສຂອງພວກເຂົາ, ຂ້ານ້ອຍສືບຕໍ່ເວົ້າ ແລະ ເຮັດສິ່ງຕ່າງໆທີ່ເບິ່ງຄືກັບວ່າຖືກຕ້ອງ ເມື່ອໃນຄວາມເປັນຈິງ ຂ້ານ້ອຍກຳລັງໂອ້ອວດຕົນເອງ ແລະ ກຳລັງສະແດງອອກ, ເຮັດໃຫ້ຫົວໃຈຂອງຄົນອື່ນເລີ່ມຫ່າງອອກຈາກພຣະເຈົ້າ. ພຶດຕິກຳຂອງຂ້ານ້ອຍບໍ່ໄດ້ກໍ່ຂຶ້ນໂດຍອຸປະນິໄສທີ່ເສື່ອມຊາມດັ່ງທີ່ຖືກເປີດເຜີຍໃນພຣະທຳຂອງພຣະເຈົ້າບໍ? ບໍ່ວ່າຂ້ານ້ອຍຈະເຮັດຫຍັງກໍ່ຕາມ ຫຼື ຂ້ານ້ອຍຈະປາກົດວ່າເສຍສະລະແນວໃດກໍ່ຕາມ, ເປົ້າໝາຍຂອງຂ້ານ້ອຍບໍ່ແມ່ນການເຮັດໜ້າທີ່ຂອງຂ້ານ້ອຍເປັນຢ່າງດີ. ຂ້ານ້ອຍເຮັດທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ເພື່ອຮວບຮວມເອົາຕໍາແໜ່ງຂອງຂ້ານ້ອຍ, ເຮັດໃຫ້ຄົນອື່ນເທີດທູນຂ້ານ້ອຍ. ຂ້ານ້ອຍກຳລັງຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ໃນທີ່ສຸດ, ຂ້ານ້ອຍກໍ່ຮູ້ອັນຕະລາຍຂອງຂ້ານ້ອຍເອງ ສະນັ້ນ ຂ້ານ້ອຍຈຶ່ງຟ້າວອະທິຖານຫາພຣະເຈົ້າ, ປາຖະໜາທີ່ຈະກັບໃຈ.

ພຣະທຳຂອງພຣະເຈົ້າໄດ້ປາກົດເຂົ້າມາໃນຄວາມຄິດໃນທັນທີ: “ຖ້າຄົນໆໜຶ່ງຕ້ອງດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ, ພວກເຂົາຄວນເປີດໃຈຕົນເອງ ແລະ ເປີດເຜີຍຕົນເອງແນວໃດ? ສິ່ງນີ້ແມ່ນສຳເລັດໄດ້ໂດຍການເປີດໃຈຕົນເອງ ແລະ ການສະແດງໃຫ້ຄົນອື່ນເຫັນຢ່າງຊັດເຈນເຖິງຄວາມຮູ້ສຶກທີ່ແທ້ຈິງຈາກກົ້ນເລິກໃນຫົວໃຈຂອງຕົນເອງ, ໂດຍການທີ່ສາມາດປະຕິບັດຄວາມຈິງຢ່າງງ່າຍດາຍ ແລະ ຢ່າງບໍລິສຸດ. ຖ້າຄົນໆໜຶ່ງເປີດເຜີຍຄວາມເສື່ອມຊາມຂອງພວກເຂົາ, ພວກເຂົາຕ້ອງສາມາດຮູ້ຈັກແກ່ນແທ້ຂອງບັນຫາ ແລະ ກຽດຊັງ ແລະ ລັງກຽດຕົນເອງຈາກກົ້ນເລິກຫົວໃຈຂອງພວກເຂົາ. ເມື່ອພວກເຂົາເປີດເຜີຍຕົນເອງ, ພວກເຂົາຈະບໍ່ພະຍາຍາມໃຫ້ເຫດຜົນຕໍ່ພຶດຕິກຳຂອງພວກເຂົາ ຫຼື ພວກເຂົາຈະບໍ່ພະຍາຍາມປົກປ້ອງຕົນເອງ... ຢ່າງທຳອິດ, ຄົນໆໜຶ່ງຕ້ອງເຂົ້າໃຈບັນຫາຂອງພວກເຂົາໃນລະດັບທີ່ຈຳເປັນ, ໄຈ້ແຍກຕົນເອງ ແລະ ເປີດເຜີຍຕົນເອງ. ພວກເຂົາຕ້ອງມີຫົວໃຈທີ່ຊື່ສັດ ແລະ ທ່າທີທີ່ຈິງໃຈ ແລະ ເວົ້າກ່ຽວກັບສິ່ງທີ່ພວກເຂົາສາມາດເຂົ້າໃຈບັນຫາໃນອຸປະນິໄສຂອງພວກເຂົາ. ຢ່າງທີສອງ, ຖ້າຄົນໆໜຶ່ງຮູ້ສຶກວ່າອຸປະນິໄສຂອງພວກເຂົາຮ້າຍແຮງໂດຍສະເພາະ, ພວກເຂົາຕ້ອງເວົ້າກັບທຸກຄົນວ່າ ‘ຖ້າຂ້ອຍເປີດເຜີຍອຸປະນິໄສທີ່ເສື່ອມຊາມດັ່ງກ່າວອີກຄັ້ງ ແລະ ປາກົດຂຶ້ນ, ພວກເຈົ້າທຸກຄົນ ຂໍໃຫ້ຈັດການກັບຂ້ອຍ ແລະ ຊີ້ໃຫ້ຂ້ອຍເຫັນມັນ. ຢ່າຢັບຢັ້ງຄຳເວົ້າຂອງເຈົ້າ. ຂ້ອຍອາດບໍ່ສາມາດຍອມຮັບມັນໄດ້ໃນເວລານັ້ນ, ແຕ່ຢ່າໃສ່ໃຈກັບສິ່ງນັ້ນເລີຍ. ເຮັດວຽກຮ່ວມກັນເພື່ອຈັບຕາເບິ່ງຂ້ອຍ. ຖ້າອຸປະນິໄສທີ່ເສື່ອມຊາມນີ້ຈຸດປະກາຍຂຶ້ນຢ່າງຮ້າຍແຮງ ແລະ ປາກົດຂຶ້ນ, ທຸກຄົນ ຂໍໃຫ້ເປີດໂປງຂ້ອຍ ແລະ ຈັດການກັບຂ້ອຍ. ຂ້ອຍຫວັງຢ່າງຈິງໃຈວ່າທຸກຄົນຈະຈັບຕາເບິ່ງຂ້ອຍ, ຊ່ວຍເຫຼືອຂ້ອຍ ແລະ ຫ້າມບໍ່ໃຫ້ຂ້ອຍຫຼົງທາງ’. ນັ້ນຄືທ່າທີທີ່ຄົນໆໜຶ່ງປະຕິບັດຄວາມຈິງ” (ຄັດຈາກບົດ “ກ່ຽວກັບການປະສານງານຢ່າງສະໝານສັນ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າໄດ້ສະແດງທິດທາງຂອງຂ້ານ້ອຍໃຫ້ຂ້ານ້ອຍເຫັນ. ບໍ່ວ່າຂ້ານ້ອຍຈະເຂົ້າໃຈບັນຫາຂອງຂ້ານ້ອຍໄດ້ຫຼາຍສໍ່າໃດກໍ່ຕາມ, ຂ້ານ້ອຍກໍ່ຮູ້ວ່າຂ້ານ້ອຍບໍ່ສາມາດສືບຕໍ່ເຮັດແບບນັ້ນໄດ້. ຂ້ານ້ອຍຕ້ອງຊື່ສັດ ແລະ ເປີດເຜີຍຕົນເອງເພື່ອສະແດງໃຫ້ທຸກຄົນເຫັນເຖິງແຮງຈູງໃຈທີ່ຢູ່ເບື້ອງຫຼັງການກະທຳຂອງຂ້ານ້ອຍ ເພື່ອວ່າພວກເຂົາຈະສາມາດເຫັນວ່າຂ້ານ້ອຍກຳລັງຍົກຍ້ອງຕົນເອງ, ໂອ້ອວດ ແລະ ກຳລັງຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ນີ້ເປັນສິ່ງສຳຄັນທີ່ສຸດ.

ໃນການເຕົ້າໂຮມຄັ້ງຕໍ່ໄປ, ຂ້ານ້ອຍສາລະພາບຢ່າງໝົດສິ້ນຢູ່ທີ່ນັ້ນຢູ່ຕໍ່ໜ້າອ້າຍເອື້ອຍນ້ອງ ແລະ ຂໍຄວາມຊ່ວຍເຫຼືອ ແລະ ຄຳແນະນໍາຂອງພວກເຂົາ. ຫຼັງຈາກທີ່ໄດ້ເປີດໃຈຢ່າງສົມບູນ, ຂ້ານ້ອຍກໍ່ຮູ້ສຶກສະບາຍໃຈຂຶ້ນຫຼາຍ. ຄົນອື່ນໄດ້ໃຊ້ເວລາສອງສາມມື້ຕໍ່ມາເພື່ອສົ່ງຂໍ້ຄວາມຫາຂ້ານ້ອຍ ແລ້ວຊີ້ໃຫ້ເຫັນບັນຫາຂອງຂ້ານ້ອຍ ໂດຍເວົ້າວ່າ “ເຈົ້າໂອ້ອວດໃນໜ້າທີ່ຂອງເຈົ້າຢູ່ສະເໝີ. ຂ້ານ້ອຍບໍ່ຕ້ອງການສະແຫວງຫາຫຼັກການໃນໜ້າທີ່ຂອງຂ້ານ້ອຍອີກຕໍ່ໄປ, ແຕ່ເພ່ິງພາເຈົ້າເທົ່ານັ້ນ. ຂ້ານ້ອຍຄິດວ່າເຈົ້າຮູ້ທຸກສິ່ງ ແລະ ມັນກໍ່ງ່າຍກວ່າທີ່ຈະຖາມເຈົ້າ”. ພວກເຂົາບາງຄົນເວົ້າວ່າ “ຂ້ານ້ອຍບໍ່ໄດ້ຮຽນຮູ້ຫຍັງກ່ຽວກັບພຣະເຈົ້າໃນເມື່ອບໍ່ດົນມານີ້, ແຕ່ຮຽນຮູ້ທີ່ຈະເທີດທູນເຈົ້າຫຼາຍຂຶ້ນ ໂດຍຄິດວ່າເຈົ້າທັງມີຄວາມສາມາດໃນການເຮັດວຽກ ແລະ ມີຄວາມຮັບຜິດຊອບໃນໜ້າທີ່ຂອງເຈົ້າ. ຂ້ານ້ອຍເຄົາລົບເຈົ້າແທ້ໆ”. ການໄດ້ຍິນທຸກສິ່ງແບບນີ້ເປັນສິ່ງທີ່ບໍ່ສະບາຍໃຈແທ້ໆສຳລັບຂ້ານ້ອຍ. ຂ້ານ້ອຍພຽງແຕ່ບໍ່ສາມາດເຊື່ອໄດ້ວ່ານີ້ຄືສິ່ງທີ່ອອກມາຈາກການເຮັດໜ້າທີ່ຂອງຂ້ານ້ອຍຕະຫຼອດເດືອນເຫຼົ່ານີ້. ຂ້ານ້ອຍຮູ້ສຶກໂສກເສົ້າ ແລະ ບໍ່ມີຄວາມສຸກ ໂດຍຄິດວ່າພຣະເຈົ້າຕ້ອງກຽດຊັງຂ້ານ້ອຍຢ່າງແນ່ນອນ. ຂ້ານ້ອຍຈົມລົງສູ່ຄວາມຄິດລົບແທ້ໆ. ແຕ່ຜ່ານການອະທິຖານຫາພຣະເຈົ້າຢ່າງສະໝໍ່າສະເໝີ ແລະ ດ້ວຍຄວາມຊ່ວຍເຫຼືອ ແລະ ການສະໜັບສະໜູນຈາກຄົນອື່ນ, ໃນທີ່ສຸດ ຂ້ານ້ອຍກໍ່ຮູ້ວ່າພຣະເຈົ້າບໍ່ໄດ້ເຮັດສິ່ງນີ້ເພື່ອກຳຈັດຂ້ານ້ອຍ ແຕ່ເພື່ອຊໍາລະລ້າງ ແລະ ປ່ຽນແປງຂ້ານ້ອຍ. ຖ້າສິ່ງນີ້ບໍ່ໄດ້ເກີດຂຶ້ນ, ຂ້ານ້ອຍກໍ່ຈະບໍ່ເຫັນວ່າຂ້ານ້ອຍຢູ່ໃນເສັ້ນທາງທີ່ບໍ່ຖືກຕ້ອງ. ນີ້ຄືຄວາມລອດພົ້ນທີ່ຍິ່ງໃຫຍ່ຂອງພຣະເຈົ້າສຳລັບຂ້ານ້ອຍ! ຫຼັງຈາກທີ່ຂ້ານ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ານ້ອຍກໍ່ຕັ້ງໃຈທີ່ຈະໄຕ່ຕອງກ່ຽວກັບຕົນເອງ ແລະ ກັບໃຈຢ່າງແທ້ຈິງ.

ຂ້ານ້ອຍໄດ້ອ່ານພຣະທຳບາງຂໍ້ຂອງພຣະເຈົ້າ: “ໂດຍສະເພາະແລ້ວ ບາງຄົນເຫຼື້ອມໃສໂປໂລ. ພວກເຂົາມັກອອກໄປ ແລະ ກ່າວປາໄສ ແລະ ປະຕິບັດພາລະກິດ, ພວກເຂົາມັກເຂົ້າຮ່ວມການເຕົ້າໂຮມ ແລະ ເທດສະໜາ ແລະ ພວກເຂົາມັກຜູ້ຄົນທີ່ຟັງພວກເຂົາ, ບູຊາພວກເຂົາ ແລະ ພົວພັນຢູ່ກັບພວກເຂົາ. ພວກເຂົາຕ້ອງການມີສະຖານະຢູ່ໃນຄວາມຄິດຂອງຄົນອື່ນ ແລະ ພວກເຂົາຊື່ນຊົມມັນ ເມື່ອຄົນອື່ນໃຫ້ຄຸນຄ່າແກ່ພາບລັບທີ່ພວກເຂົາສະແດງອອກ. ໃຫ້ພວກເຮົາມາວິເຄາະທຳມະຊາດຂອງພວກເຂົາຈາກພຶດຕິກຳເຫຼົ່ານີ້: ແມ່ນຫຍັງຄືທຳມະຊາດຂອງພວກເຂົາ? ຖ້າພວກເຂົາປະພຶດແບບນີ້ແທ້ໆ, ແລ້ວມັນກໍພຽງພໍທີ່ຈະສະແດງວ່າ ພວກເຂົາອວດດີ ແລະ ທະນົງຕົວ. ພວກເຂົາບໍ່ນະມັດສະການພຣະເຈົ້າເລີຍ; ພວກເຂົາສະແຫວງຫາສະຖານະທີ່ສູງສົ່ງ ແລະ ປາຖະໜາທີ່ຈະມີສິດອຳນາດເໜືອຄົນອື່ນ, ຄອບຄອງພວກເຂົາ ແລະ ມີສະຖານະໃນຄວາມຄິດຂອງພວກເຂົາ. ນີ້ແມ່ນພາບລັກຂອງຊາຕານຢ່າງແທ້ຈິງ. ລັກສະນະຂອງທຳມະຊາດຂອງພວກເຂົາທີ່ໂດດເດັ່ນຄືຄວາມອວດດີ ແລະ ຄວາມທະນົງຕົວ, ຄວາມບໍ່ເຕັມໃຈທີ່ຈະນະມັດສະການພຣະເຈົ້າ ແລະ ຄວາມປາຖະໜາຢາກໃຫ້ຄົນອື່ນບູຊາ. ພືດຕິກຳດັ່ງກ່າວສາມາດເຮັດໃຫ້ເຈົ້າເຫັນຢ່າງຊັດເຈນຫຼາຍໃນທຳມະຊາດຂອງພວກເຂົາ” (ຄັດຈາກບົດ “ວິທີຮູ້ຈັກທໍາມະຊາດຂອງມະນຸດ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ຕົວຢ່າງ: ຖ້າເຈົ້າມີຄວາມອວດດີ ແລະ ຄວາມທະນົງຕົວ, ເຈົ້າຈະເຫັນວ່າມັນເປັນໄປບໍ່ໄດ້ທີ່ຈະຫຼີກເວັ້ນການທ້າທາຍພຣະເຈົ້າ; ເຈົ້າຈະຮູ້ສຶກຖືກບີບບັງຄັບໃຫ້ທ້າທາຍພຣະອົງ. ເຈົ້າຈະບໍ່ເຮັດມັນຢ່າງຕັ້ງໃຈ; ແຕ່ເຈົ້າຈະເຮັດມັນພາຍໃຕ້ການຄອບງຳຂອງທຳມະຊາດທີ່ອວດດີ ແລະ ທະນົງຕົວຂອງເຈົ້າ. ຄວາມອວດດີ ແລະ ຄວາມທະນົງຕົວຂອງເຈົ້າຈະເຮັດໃຫ້ເຈົ້າໝິ່ນປະມາດພຣະເຈົ້າ ແລະ ເຫັນພຣະອົງເປັນພຽງສິ່ງມີຊີວິດທີ່ບໍ່ມີຄວາມໝາຍຫຍັງເລີຍ; ພວກມັນຈະເຮັດໃຫ້ເຈົ້າສັນລະເສີນຕົວເອງ, ເຮັດໃຫ້ເຈົ້າສະແດງຕົນຢູ່ສະເໝີ ແລະ ໃນທີ່ສຸດກໍນັ່ງຢູ່ບ່ອນຂອງພຣະເຈົ້າ ແລະ ເປັນປະຈັກພະຍານໃຫ້ຕົວເອງ. ເຈົ້າກໍຈະຫັນປ່ຽນແນວຄິດຂອງເຈົ້າເອງ, ຄວາມຄິດຂອງເຈົ້າເອງ ແລະ ແນວຄວາມຄິດຂອງເຈົ້າໃຫ້ເປັນຄວາມຈິງເພື່ອໃຫ້ໄດ້ຮັບການບູຊາ. ເຫັນບໍ່ວ່າ ພາຍໃຕ້ການຄອບງຳຂອງທຳມະຊາດອັນອວດດີ ແລະ ທະນົງຕົວຂອງພວກເຂົາ, ຜູ້ຄົນໄດ້ເຮັດຊົ່ວຫຼາຍປານໃດ!” (ຄັດຈາກບົດ “ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ການເປີດເຜີຍໃນພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ານ້ອຍເຫັນວ່າ ມັນຄືທຳມະຊາດທີ່ອວດດີຂອງຂ້ານ້ອຍທີ່ໄດ້ຂັບເຄື່ອນຂ້ານ້ອຍໃຫ້ສະແຫວງຫາສະຖານະທີ່ສູງສົ່ງໃນຫົວໃຈຂອງຜູ້ຄົນ ແລະ ຂ້ານ້ອຍກຳລັງຕໍ່ຕ້ານພຣະເຈົ້າ. ໂດຍຖືກຄວບຄຸມໂດຍທຳມະຊາດທີ່ອວດດີນີ້, ຂ້ານ້ອຍໄດ້ເລີ່ມຮູ້ສຶກພໍໃຈກັບຕົນເອງ ເມື່ອຂ້ານ້ອຍເຫັນຜົນຕາມມາໃນໜ້າທີ່ຂອງຂ້ານ້ອຍ ແລະ ຂ້ານ້ອຍຍົກຍ້ອງຕົນເອງ ແລະ ໂອ້ອວດໃນລັກສະນະໃດກໍ່ຕາມທີ່ຂ້ານ້ອຍສາມາດເຮັດໄດ້. ຂ້ານ້ອຍເວົ້າ ແລະ ເຮັດພຽງແຕ່ເພື່ອໃຫ້ໂດດເດັ່ນ, ສະແດງພອນສະຫວັນ ແລະ ຄວາມສາມາດຂອງຂ້ານ້ອຍ. ຂ້ານ້ອຍໂອ້ອວດຢ່າງບໍ່ມີຢາງອາຍກ່ຽວກັບວ່າຂ້ານ້ອຍທົນທຸກສຳລັບໜ້າທີ່ຂອງຂ້ານ້ອຍແນວໃດ, ມັນອິດເມື່ອຍສໍ່າໃດ, ຂ້ານ້ອຍແກ້ໄຂບັນຫາແນວໃດ, ທັງໝົດແມ່ນເພື່ອເຮັດໃຫ້ຄົນອື່ນຄິດວ່າຂ້ານ້ອຍດີກວ່າພວກເຂົາ, ຂ້ານ້ອຍພິເສດ. ຂ້ານ້ອຍພຽງແຕ່ຕ້ອງມີຄົນເຄົາລົບຂ້ານ້ອຍ ແລະ ຊື່ນຊົມຂ້ານ້ອຍ. ນີ້ບໍ່ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິດບໍ? ໂປໂລກໍ່ເປັນຄືກັນ. ລາວສະແດງຄວາມຮູ້ ແລະ ພອນສະຫວັນຂອງລາວຢ່າງສະໝໍ່າສະເໝີຜ່ານການເທດສະໜາ ແລະ ວຽກງານຂອງລາວ ໂດຍໂອ້ອວດເພື່ອເຮັດໃຫ້ຄົນອື່ນຊື່ນຊົມລາວ. ລາວຂຽນຈົດໝາຍໄປຫາຄຣິດຕະຈັກຢູ່ສະເໝີເພື່ອໂອ້ອວດກ່ຽວກັບວ່າລາວເຮັດວຽກ ແລະ ທົນທຸກຫຼາຍສໍ່າໃດສຳລັບພຣະຜູ້ເປັນເຈົ້າ ເພື່ອເອົາຊະນະຫົວໃຈຂອງຜູ້ຄົນ. ລາວເຮັດວຽກ ແລະ ເຮັດວຽກໜັກບໍ່ແມ່ນເພື່ອເຮັດໜ້າທີ່ຂອງລາວໃຫ້ດີ ຫຼື ເປັນພະຍານໃຫ້ກັບພຣະຄຣິດທີ່ບັງເກີດເປັນມະນຸດ, ແຕ່ເພື່ອບັນລຸຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງລາວເອງ. ບໍ່ວ່າລາວເຮັດວຽກ ຫຼື ທົນທຸກຫຼາຍສໍ່າໃດກໍ່ຕາມ ຫຼື ມີຄົນເທີດທູນລາວຫຼາຍສໍ່າໃດກໍ່ຕາມ, ເນື່ອງຈາກວ່າລາວບໍ່ໄດ້ສະແຫວງຫາຄວາມຈິງ ແລະ ຫົວຂອງລາວພຽງແຕ່ໃຫຍ່ຂຶ້ນເລື້ອຍໆ, ໃນທີ່ສຸດແລ້ວ ລາວກໍ່ເປັນພະຍານຢ່າງໜ້າດ້ານວ່າລາວເອງເປັນພຣະຄຣິດ. ສິ່ງນີ້ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າຢ່າງຮ້າຍແຮງ ແລະ ພຣະເຈົ້າລົງໂທດລາວສຳລັບສິ່ງນັ້ນ. ຂ້ານ້ອຍກໍ່ມີທຳມະຊາດແບບດຽວກັນກັບໂປໂລ. ຂ້ານ້ອຍອວດດີ ແລະ ຫຼອກລວງ, ຮັກສະຖານະ, ຍົກຍ້ອງຕົນເອງ ແລະ ໂອ້ອວດຢູ່ສະເໝີ ເພື່ອວ່າທຸກຄົນຈະເທີດທູນຂ້ານ້ອຍ, ບໍ່ມີພື້ນທີ່ສຳລັບພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ພວກເຂົາຈະບໍ່ເພິ່ງພາພຣະເຈົ້າ ຫຼື ສະແຫວງຫາຄວາມຈິງ ເມື່ອເກີດບັນຫາຂຶ້ນ. ການເຮັດໜ້າທີ່ຂອງຂ້ານ້ອຍໃນລັກສະນະນີ້ເປັນການຕໍ່ຕ້ານພຣະເຈົ້າ ແລະ ການທຳຮ້າຍອ້າຍເອື້ອຍນ້ອງຂອງຂ້ານ້ອຍ. ຂ້ານ້ອຍບໍ່ເຄີຍຄິດວ່າຄວາມຊົ່ວຮ້າຍ ແລະ ການຕໍ່ຕ້ານພຣະເຈົ້າແບບນັ້ນຈະສາມາດມາຈາກການດຳລົງຊີວິດຕາມທຳມະຊາດທີ່ອວດດີຂອງຂ້ານ້ອຍ. ຖ້າຂ້ານ້ອຍບໍ່ກັບໃຈ, ບໍ່ໄວກໍ່ຊ້າ ຂ້ານ້ອຍຈະກະຕຸ້ນຄວາມໂກດຮ້າຍຂອງພຣະເຈົ້າ ແລະ ຖືກລົງໂທດ. ຖ້າບໍ່ມີການລົງວິໄນຂອງພຣະເຈົ້າ ແລະ ຄວາມຊ່ວຍເຫຼືອ ແລະ ການສະໜັບສະໜູນຈາກອ້າຍເອື້ອຍນ້ອງ, ຂ້ານ້ອຍກໍ່ຈະບໍ່ໄດ້ທົບທວນຕົນເອງ. ມັນຄືອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ຄວາມລອດພົ້ນທີ່ຍິ່ງໃຫຍ່ທີ່ເຮັດໃຫ້ຂ້ານ້ອຍຖືກເປີດໂປງແບບນັ້ນ.

ໂດຍຄິດກ່ຽວກັບສິ່ງນັ້ນ, ເມື່ອຂ້ານ້ອຍບັນລຸສິ່ງຕ່າງໆໃນໜ້າທີ່ຂອງຂ້ານ້ອຍ ແລະ ຄົ້ນພົບບັນຫາ, ມັນກໍ່ລ້ວນແລ້ວແຕ່ມາຈາກແສງສະຫວ່າງ ແລະ ການຊີ້ນໍາຂອງພຣະເຈົ້າ. ຖ້າບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ, ຂ້ານ້ອຍກໍ່ເປັນຄົນໂງ່ທີ່ບໍ່ສາມາດເຂົ້າໃຈຫຍັງໄດ້ເລີຍ. ຂ້ານ້ອຍບໍ່ມີຄວາມເປັນຈິງແຫ່ງຄວາມຈິງເລີຍ, ແຕ່ຂ້ານ້ອຍກໍ່ຍັງອວດດີ ແລະ ໂອ້ອວດ, ຍາດຊິງເອົາຕໍາແໜ່ງຂອງພຣະເຈົ້າຢ່າງບໍ່ມີຢາງອາຍ. ຂ້ານ້ອຍຊ່າງໄຮ້ຢາງອາຍຫຼາຍ! ຂ້ານ້ອຍບໍ່ໄດ້ໂອ້ລົມກ່ຽວກັບຄວາມຈິງ ຫຼື ເປັນພະຍານໃຫ້ກັບພຣະເຈົ້າໃນໜ້າທີ່ຂອງຂ້ານ້ອຍ, ແຕ່ພຽງແຕ່ໂອ້ອວດ ແລະ ນໍາພາຜູ້ຄົນຢ່າງຜິດໆ, ມັນຊ່າງເປັນສິ່ງຊົ່ວຮ້າຍທີ່ເຮັດແບບນັ້ນ! ຫຼັງຈາກນັ້ນ ຂ້ານ້ອຍກໍ່ເລີ່ມກຽດຊັງຕົນເອງແທ້ໆ! ຂ້ານ້ອຍບໍ່ຕ້ອງການສືບຕໍ່ໃນລັກສະນະນັ້ນ, ສະນັ້ນ ຂ້ານ້ອຍຈຶ່ງກ່າວຄຳອະທິຖານຫາພຣະເຈົ້າ: “ໂອ ພຣະເຈົ້າ, ຂ້ານ້ອຍໄດ້ເຮັດຜິດຫຼາຍ! ຂ້ານ້ອຍເຫັນວ່າຂ້ານ້ອຍອວດດີ ແລະ ໄຮ້ເຫດຜົນສໍ່າໃດ. ຂອບໃຈພຣະອົງທີ່ມອບໂອກາດໃຫ້ຂ້ານ້ອຍໄດ້ກັບໃຈ. ຂ້ານ້ອຍຈະປະຕິບັດຄວາມຈິງຢ່າງຈິງຈັງນັບຕັ້ງແຕ່ນີ້ເປັນຕົ້ນໄປ ແລະ ດຳເນີນໃນເສັ້ນທາງທີ່ຖືກຕ້ອງ. ໄດ້ໂປດຊີ້ນໍາຂ້ານ້ອຍດ້ວຍ”.

ຫຼັງຈາກນັ້ນ ຂ້ານ້ອຍກໍ່ໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ຄົນໆໜຶ່ງຄວນເຮັດແນວໃດເພື່ອທີ່ຈະບໍ່ຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງ? ໃນເລື່ອງດຽວກັນ, ຖ້າເຈົ້າໂອ້ອວດຕົນເອງ, ເຈົ້າຈະບັນລຸເປົ້າໝາຍໃນການຍົກຍ້ອງ ແລະ ການເປັນພະຍານໃຫ້ກັບຕົນເອງ ແລະ ການກະຕຸ້ນຄວາມເຄົາລົບໃນຄົນອື່ນ, ແຕ່ຖ້າເຈົ້າເປີດໃຈ ແລະ ເປີດຕົວຕົນທີ່ແທ້ຈິງຂອງເຈົ້າເອງ, ແກ່ນແທ້ແມ່ນແຕກຕ່າງກັນ. ນີ້ເປັນສິ່ງທີ່ສຳຄັນທີ່ສຸດ, ບໍ່ແມ່ນບໍ? ຕົວຢ່າງ: ເມື່ອເຈົ້າເປີດເຜີຍແຮງຈູງໃຈ ແລະ ການພິຈາລະນາຂອງເຈົ້າ, ເຈົ້າຕ້ອງສາມາດແຍກແຍະລະຫວ່າງການສ້າງວະລີ ແລະ ວິທີການສະແດງຕົນເອງທີ່ເປັນການຮູ້ຈັກຕົນເອງ ແລະ ວິທີການໂອ້ອວດຕົນເອງເພື່ອວ່າຄົນອື່ນຈະເຄົາລົບເຈົ້າ, ເຊິ່ງປະກອບສ້າງໃຫ້ເປັນການຍົກຍ້ອງ ແລະ ການເປັນພະຍານໃຫ້ກັບຕົວເຈົ້າເອງ. ຖ້າເຈົ້າທົບທວນວ່າເຈົ້າໄດ້ອະທິຖານ ແລະ ສະແຫວງຫາຄວາມຈິງແນວໃດ, ຢືນເປັນພະຍານຜ່ານການທົດລອງ, ແລ້ວນີ້ກໍ່ເປັນການຍົກຍ້ອງ ແລະ ການເປັນພະຍານໃຫ້ກັບພຣະເຈົ້າ. ການປະຕິບັດດັ່ງກ່າວບໍ່ແມ່ນການໂອ້ອວດຕົວເຈົ້າເອງ ແລະ ການເປັນພະຍານໃຫ້ກັບຕົວເຈົ້າເອງຢ່າງແນ່ນອນ. ບໍ່ວ່າເຈົ້າກຳລັງໂອ້ອວດຕົນເອງ ແລະ ກຳລັງເປັນພະຍານໃຫ້ກັບຕົນເອງ ຫຼື ບໍ່ ແມ່ນຂຶ້ນກັບວ່າເຈົ້າມີປະສົບການກັບສິ່ງທີ່ເຈົ້າເວົ້າຢ່າງແທ້ຈິງ ຫຼື ບໍ່ ແລະ ໄດ້ບັນລຸຜົນສະທ້ອນຈາກຄຳພະຍານຕໍ່ພຣະເຈົ້າ ຫຼື ບໍ່; ດ້ວຍເຫດນັ້ນ ມັນຈຶ່ງຈຳເປັນທີ່ຈະເບິ່ງເຈດຕະນາ ແລະ ເປົ້າໝາຍຂອງເຈົ້າເຊັ່ນກັນ ເມື່ອເຈົ້າເວົ້າເຖິງປະສົບການ ແລະ ຄຳພະຍານຂອງເຈົ້າ. ທຸກສິ່ງເຫຼົ່ານີ້ເຮັດໃຫ້ມັນງ່າຍທີ່ຈະແຍກແຍະຄວາມແຕກຕ່າງ. ເຈດຕະນາຂອງເຈົ້າຍັງມີສ່ວນ ເມື່ອເຈົ້າເປີດໂປງ ແລະ ໄຈ້ແຍກຕົນເອງ. ຖ້າເຈດຕະນາຂອງເຈົ້າແມ່ນເພື່ອສະແດງໃຫ້ທຸກຄົນເຫັນວ່າມີຫຼັກຖານແນວໃດສຳລັບຄວາມເສື່ອມຊາມຂອງເຈົ້າ, ເຈົ້າໄດ້ປ່ຽນແປງແນວໃດ ແລະ ອະນຸຍາດໃຫ້ຄົນອື່ນໄດ້ຮັບຜົນປະໂຫຍດຈາກສິ່ງນີ້, ແລ້ວຄຳເວົ້າຂອງເຈົ້າກໍ່ຈິງໃຈ ແລະ ເປັນຈິງ ແລະ ສອດຄ່ອງກັບຂໍ້ແທ້ຈິງ. ເຈດຕະນາດັ່ງກ່າວແມ່ນຖືກຕ້ອງ ແລະ ເຈົ້າບໍ່ໄດ້ກຳລັງໂອ້ອວດຕົນເອງ ຫຼື ເປັນພະຍານໃຫ້ກັບຕົນເອງ. ຖ້າເຈດຕະນາຂອງເຈົ້າແມ່ນເພື່ອສະແດງໃຫ້ທຸກຄົນເຫັນວ່າເຈົ້າມີປະສົບການຫຍັງແທ້ໆ ແລະ ເຈົ້າໄດ້ປ່ຽນແປງ ແລະ ມີຄວາມເປັນຈິງແຫ່ງຄວາມຈິງ ແລະ ດ້ວຍເຫດນັ້ນກໍ່ຮັບເອົາການຊົມເຊີຍ ແລະ ການເຄົາລົບຂອງພວກເຂົາ, ແລ້ວເຈດຕະນາເຫຼົ່ານີ້ກໍ່ບໍ່ເປັນຈິງ ແລະ ຄວນຖືກເປີດເຜີຍອອກເຊັ່ນກັນ. ຖ້າປະສົບການ ແລະ ຄຳພະຍານທີ່ເຈົ້າເວົ້າເຖິງບໍ່ແມ່ນຄວາມຈິງ, ຖ້າພວກມັນຖືກປັບແຕ່ງຂຶ້ນ ແລະ ຖືກອອກແບບໃຫ້ນໍາພາຜູ້ຄົນຢ່າງຜິດໆ, ເພື່ອຫ້າມພວກເຂົາບໍ່ໃຫ້ເຫັນດ້ານທີ່ແທ້ຈິງຂອງເຈົ້າ, ເພື່ອປ້ອງກັນເຈດຕະນາ, ຄວາມເສື່ອມຊາມ, ຄວາມອ່ອນແອ ຫຼື ຄວາມຄິດລົບຂອງເຈົ້າຈາກການຖືກເປີດເຜີຍຕໍ່ຄົນອື່ນ, ແລ້ວຄຳເວົ້າດັ່ງກ່າວກໍ່ເປັນການຫຼອກລວງ ແລະ ຄວາມບໍ່ກົງໄປກົງມາ; ນີ້ຄືຄຳພະຍານປອມ ແລະ ນີ້ຄືການຫຼອກລວງພຣະເຈົ້າ, ມັນນໍາຄວາມອັບອາຍມາສູ່ພຣະເຈົ້າ ແລະ ມັນເປັນສິ່ງທີ່ພຣະເຈົ້າລັງກຽດທີ່ສຸດເລີຍ. ມີຄວາມແຕກຕ່າງກັນຢ່າງຊັດເຈນລະຫວ່າງສະພາວະເຫຼົ່ານີ້, ເຊິ່ງຖືກແຍກແຍະໂດຍອີງໃສ່ແຮງຈູງໃຈ” (ຄັດຈາກບົດ “ພວກເຂົາເຊີດຊູ ແລະ ເປັນພະຍານກ່ຽວກັບພວກເຂົາເອງ” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). “ເມື່ອເປັນພະຍານໃຫ້ກັບພຣະເຈົ້າ, ຫຼັກໆແລ້ວເຈົ້າກໍຄວນເວົ້າກ່ຽວກັບວິທີທີ່ພຣະເຈົ້າພິພາກສາ ແລະ ຂ້ຽນຕີຜູ້ຄົນ, ແມ່ນຫຍັງທີ່ພຣະອົງໃຊ້ໃນການທົດລອງເພື່ອຫຼໍ່ຫຼອມຜູ້ຄົນ ແລະ ປ່ຽນແປງອຸປະນິໄສຂອງພວກເຂົາ. ພ້ອມນັ້ນ ເຈົ້າຄວນເວົ້າກ່ຽວກັບຄວາມເສື່ອມຊາມວ່າຖືກເປີດເຜີຍໃນປະສົບການຂອງພວກເຈົ້າຫຼາຍສໍ່າໃດ, ພວກເຈົ້າໄດ້ທົນທຸກຫຼາຍສໍ່າໃດ ແລະ ພວກເຈົ້າຖືກເອົາຊະນະໂດຍພຣະເຈົ້າໄດ້ແນວໃດໃນທີ່ສຸດ; ເວົ້າກ່ຽວກັບເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບພາລະກິດຂອງພຣະເຈົ້າຫຼາຍສໍ່າໃດ ແລະ ເຈົ້າຄວນເປັນພະຍານໃຫ້ກັບພຣະເຈົ້າ ແລະ ຕອບແທນພຣະອົງສຳລັບຄວາມຮັກຂອງພຣະອົງແນວໃດ. ພວກເຈົ້າຄວນໃສ່ເນື້ອຫາເຂົ້າໃນພາສາປະເພດນີ້ ໃນຂະນະທີ່ເວົ້າມັນອອກໃນລັກສະນະທີ່ງ່າຍໆ. ຢ່າເວົ້າກ່ຽວກັບທິດສະດີທີ່ວ່າງເປົ່າ. ໃຫ້ເວົ້າກ່ຽວກັບສິ່ງທີ່ເປັນຈິງຫຼາຍຂຶ້ນ; ໃຫ້ເວົ້າຈາກຫົວໃຈ. ນີ້ແມ່ນວິທີທີ່ເຈົ້າຄວນຜະເຊີນ. ຢ່າປະກອບຕົນເອງດ້ວຍທິດສະດີທີ່ເບິ່ງຄືເລິກເຊິ່ງ ແລະ ວ່າງເປົ່າ ເພື່ອພະຍາຍາມໂອ້ອວດ; ການເຮັດແບບນັ້ນຈະເຮັດໃຫ້ເຈົ້າປາກົດວ່າອວດດີ ແລະ ຂາດຄວາມຮູ້ສຶກພໍສົມຄວນ. ເຈົ້າຄວນເວົ້າກ່ຽວກັບສິ່ງທີ່ເປັນຈິງຈາກປະສົບການຕົວຈິງຂອງເຈົ້າຫຼາຍຂຶ້ນ ທີ່ມັນເປັນຈິງ ແລະ ມາຈາກຫົວໃຈ; ສິ່ງນີ້ເປັນປະໂຫຍດທີ່ສຸດຕໍ່ຄົນອື່ນ ແລະ ເໝາະສົມທີ່ສຸດໃຫ້ພວກເຂົາໄດ້ເຫັນ” (ຄັດຈາກບົດ “ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ານ້ອຍເຫັນວ່າຂ້ານ້ອຍຈຳເປັນຕ້ອງເອົາໃຈໃສ່ໃນການໄຕ່ຕອງ ແລະ ຮູ້ຈັກຕົນເອງຜ່ານປະສົບການເພື່ອແກ້ໄຂບັນຫາຂອງຂ້ານ້ອຍທີ່ຍົກຍ້ອງຕົນເອງ ແລະ ໂອ້ອວດ. ຂ້ານ້ອຍຈຳເປັນຕ້ອງເຮັດໃຫ້ແຮງຈູງໃຈຂອງຂ້ານ້ອຍຖືກຕ້ອງ ເມື່ອກຳລັງໂອ້ລົມ ແລະ ສົນທະນາຫຼາຍຂຶ້ນກ່ຽວກັບຄວາມເສື່ອມຊາມທີ່ຂ້ານ້ອຍໄດ້ສະແດງອອກ, ໄຈ້ແຍກແຮງຈູງໃຈ ແລະ ຄວາມບໍ່ບໍລິສຸດຂອງຂ້ານ້ອຍ, ລົມກ່ຽວກັບວ່າຂ້ານ້ອຍຜະເຊີນກັບການຖືກພິພາກສາໂດຍພຣະທຳຂອງພຣະເຈົ້າແນວໃດ, ຂ້ານ້ອຍເຂົ້າໃຈຫຍັງແທ້ໆກ່ຽວກັບຕົນເອງ, ຂ້ານ້ອຍເຂົ້າໃຈຫຍັງກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະອົງ ແລະ ໃຊ້ປະສົບການຕົວຈິງຂອງຂ້ານ້ອຍເພື່ອຍົກຍ້ອງ ແລະ ເປັນພະຍານໃຫ້ກັບພຣະເຈົ້າ. ນັ້ນຄືການເຮັດໜ້າທີ່ຂອງຂ້ານ້ອຍຢ່າງແທ້ຈິງ. ໃນການເຕົ້າໂຮມກັນຄັ້ງຖັດໄປ, ຂ້ານ້ອຍຕັ້ງໃຈໄຈ້ແຍກວ່າຂ້ານ້ອຍວາງແຜນ ແລະ ໂອ້ອວດແນວໃດເພື່ອເຫັນແກ່ສະຖານະ ແລະ ພຣະເຈົ້າໄດ້ຈັດແຈງສະຖານະການເພື່ອຈັດການກັບຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍເຫັນເຖິງຄວາມຂີ້ຮ້າຍຂອງຂ້ານ້ອຍແນວໃດ. ຫຼັງຈາກນັ້ນ ອ້າຍຄົນໜຶ່ງກໍ່ເວົ້າກັບຂ້ານ້ອຍວ່າ “ປະສົບການຂອງເຈົ້າໄດ້ສະແດງໃຫ້ຂ້ານ້ອຍເຫັນວ່າ ເຖິງແມ່ນພວກເຮົາມີອຸປະນິໄສທີ່ເສື່ອມຊາມ ພວກເຮົາກໍ່ພຽງແຕ່ຕ້ອງຍອມຮັບການຖືກພິພາກສາ ແລະ ການຖືກຈັດການໂດຍພຣະທຳຂອງພຣະເຈົ້າ, ປະຕິບັດຄວາມຈິງ ແລະ ປະຖິ້ມເນື້ອໜັງຂອງພວກເຮົາ ແລະ ພວກເຮົາຈະຖືກປ່ຽນແປງ. ຂ້ານ້ອຍຍັງເຫັນວ່າທຸກສິ່ງທີ່ພຣະເຈົ້າເຮັດນັ້ນແມ່ນເພື່ອຊ່ວຍມະນຸດໃຫ້ລອດພົ້ນ”. ຂ້ານ້ອຍເຕັມໄປດ້ວຍຄວາມຂອບຄຸນພຣະເຈົ້າ ເມື່ອຂ້ານ້ອຍໄດ້ຍິນສິ່ງນີ້. ການໄດ້ຮັບຄວາມເຂົ້າແບບນີ້ກ່ຽວກັບຕົນເອງກໍ່ລ້ວນແລ້ວແຕ່ຂຶ້ນຢູ່ການຖືກພິພາກສາ ແລະ ການຖືກຂ້ຽນຕີໂດຍພຣະທຳຂອງພຣະເຈົ້າ.

ຫຼັງຈາກນັ້ນ ຂ້ານ້ອຍເລີ່ມເຂົ້າໃຈສິ່ງນີ້ຢ່າງມີສະຕິໃນໜ້າທີ່ຂອງຂ້ານ້ອຍ. ເມື່ອຂ້ານ້ອຍຄົ້ນພົບຂໍ້ຜິດພາດໃນໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍກໍ່ຈະອະທິຖານຫາພຣະເຈົ້າ, ກຳນົດແຮງຈູງໃຈຂອງຂ້ານ້ອຍໃຫ້ຊັດເຈນ ແລະ ສະແດງມຸມມອງຂອງຂ້ານ້ອຍຢ່າງກົງໄປກົງມາ. ຂ້ານ້ອຍບໍ່ໄດ້ໂອ້ອວດຄືແຕ່ກ່ອນ. ຂ້ານ້ອຍຍັງຄົ້ນພົບຫຼັກການບາງຢ່າງກ່ຽວກັບຄວາມຈິງເພື່ອແບ່ງປັນກັບອ້າຍເອື້ອຍນ້ອງ. ໃນການເຕົ້າໂຮມກັນ, ຂ້ານ້ອຍຈະໄຈ້ແຍກແຮງຈູງໃຈ ແລະ ມົນທິນທີ່ຢູ່ໃນການກະທຳຂອງຂ້ານ້ອຍ ແລະ ອຸປະນິໄສທີ່ເສື່ອມຊາມທີ່ຂ້ານ້ອຍໄດ້ເປີດເຜີຍ ເພື່ອວ່າຄົນອື່ນຈະຮູ້ຈັກຕົວຕົນທີ່ແທ້ຈິງຂອງຂ້ານ້ອຍ. ໂດຍການປະຕິບັດໃນລັກສະນະນີ້, ຂ້ານ້ອຍກໍ່ຮູ້ສຶກເຖິງຄວາມສະຫງົບສຸກໃນຫົວໃຈຂອງຂ້ານ້ອຍ ແລະ ຄວາມສຳພັນຂອງຂ້ານ້ອຍກັບພຣະເຈົ້າກໍ່ກາຍເປັນປົກກະຕິ. ໃນຊ່ວງເວລາຕໍ່ມາ, ຂ້ານ້ອຍຮູ້ສຶກວ່າຄົນອື່ນກຳລັງປະຕິບັດຕໍ່ຂ້ານ້ອຍໃນລັກສະນະທີ່ຖືກຕ້ອງ ແລະ ບໍ່ໄດ້ເຄົາລົບຂ້ານ້ອຍຄືກັບທີ່ພວກເຂົາເຄີຍເຮັດກ່ອນໜ້າ. ເມື່ອຂ້ານ້ອຍເວົ້າ ຫຼື ເຮັດໂດຍຂັດກັບຫຼັກການແຫ່ງຄວາມຈິງ, ພວກເຂົາກໍ່ຊີ້ໃຫ້ຂ້ານ້ອຍເຫັນ ເພື່ອວ່າຂ້ານ້ອຍຈະສາມາດເຮັດໃຫ້ສິ່ງຕ່າງໆກົງໄປກົງມາ. ການມີປະຕິສຳພັນກັບຄົນອື່ນໃນລັກສະນະນີ້ເປັນສິ່ງທີ່ເປັນອິດສະຫຼະແທ້ໆ. ຂ້ານ້ອຍຂອບໃຈພຣະເຈົ້າຢ່າງແທ້ຈິງທີ່ໄດ້ຈັດແຈງສະຖານະການນີ້ເພື່ອຊໍາລະລ້າງ ແລະ ປ່ຽນແປງຂ້ານ້ອຍ!

ກ່ອນນີ້: 69. ການກັບຄືນສູ່ເສັ້ນທາງທີ່ຖືກຕ້ອງ

ຕໍ່ໄປ: 71. ອັນຕະລາຍທີ່ເກີດຂຶ້ນໂດຍການໂອ້ອວດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

Woe to Those Who Crucify God Once Again

During the last days, God has been incarnated in China to work, and has expressed millions of words, conquering and saving a group of people with His word and ushering in the new age of judgment beginning with the house of God.

ເປັນຫຍັງພຣະເຈົ້າຈຶ່ງໃຊ້ຊື່ຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ?

ຫຼາຍຄົນບໍ່ເຂົ້າໃຈວ່າເປັນຫຍັງ, ຍ້ອນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ພຣະເຢຊູເຈົ້າຈຶ່ງຖືກເອີ້ນວ່າ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້