ໂດຍການໄລ່ຕາມຫາຄວາມຈິງເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດແກ້ໄຂແນວຄິດ ແລະ ຄວາມເຂົ້າໃຈຜິດຂອງຕົນກ່ຽວກັບພຣະເຈົ້າ

ບາງຄົນເຮັດຕາມຄວາມປະສົງຂອງພວກເຂົາເອງເມື່ອພວກເຂົາປະຕິບັດ. ພວກເຂົາລະເມີດຫຼັກການ ແລະ ຍອມຮັບພຽງແຕ່ວ່າພວກເຂົາຈອງຫອງ, ວ່າພວກເຂົາເຮັດຜິດກໍຍ້ອນພວກເຂົາບໍ່ມີຄວາມຈິງເທົ່ານັ້ນ. ພວກເຂົາເຖິງກັບຈົ່ມວ່າໃນໃຈວ່າ “ບໍ່ມີໃຜອີກແລ້ວທີ່ຍື່ນຄໍອອກມາ, ມີພຽງຂ້ານ້ອຍ, ໃນທີ່ສຸດ ຂ້ານ້ອຍກໍຕິດຢູ່ກັບຄວາມຮັບຜິດຊອບ. ຂ້ານ້ອຍຊ່າງໂງ່ແທ້. ເທື່ອຕໍ່ໄປ ຂ້ານ້ອຍຈະບໍ່ເຮັດຄືເກົ່າໂດຍການຍື່ນຄໍອອກມາອີກ. ນົກທີ່ຍື່ນຄໍອອກມາຈະຖືກຍິງຕາຍ!” ເຈົ້າຄິດແນວໃດກັບທັດສະນະນີ້? ມັນແມ່ນທັດສະນະຂອງການກັບໃຈບໍ? (ບໍ່). ນີ້ແມ່ນທັດສະນະແບບໃດ? ຜ່ານຄວາມຜິດພາດທີ່ພວກເຂົາເຮັດ, ພວກເຂົາກາຍເປັນຄົນເຈົ້າເລ່ ແລະ ຫຼອກລວງ; ເວົ້າໄດ້ວ່າ ເປັນການຕົກລົງສູ່ຫຼຸມເລິກ ແລະ ການໄດ້ຮຽນຮູ້ເຖິງຄວາມຜິດພາດດັ່ງກ່າວ. “ຂ້ານ້ອຍໂຊກດີທີ່ບໍ່ໄດ້ນໍາໄປສູ່ໄພພິບັດ. ຖ້າຂ້ານ້ອຍເຮັດໃຫ້ເກີດໄພພິບັດ, ຂ້ານ້ອຍຄົງຕ້ອງໄປນາຮົກ ແລະ ຖືກທຳລາຍ. ໃນອະນາຄົດ ຂ້ານ້ອຍຕ້ອງລະມັດລະວັງໃຫ້ຫຼາຍຂຶ້ນ”. ພວກເຂົາບໍ່ສະແຫວງຫາຄວາມຈິງ, ໃຊ້ອຸບາຍ ແລະ ເລ່ຫຼ່ຽມຂອງພວກເຂົາໃນການຮັບມື ແລະ ຈັດການກັບເລື່ອງນີ້. ພວກເຂົາສາມາດໄດ້ຮັບຄວາມຈິງດ້ວຍວິທີນີ້ໄດ້ບໍ? ພວກເຂົາບໍ່ສາມາດໄດ້ຮັບ, ພວກເຂົາບໍ່ຮູ້ຈັກກັບໃຈ. ສິ່ງທຳອິດທີ່ຕ້ອງເຮັດເມື່ອກັບໃຈແມ່ນຮູ້ຈັກສິ່ງທີ່ເຈົ້າໄດ້ເຮັດ ແລະ ເຂົ້າໃຈວ່າເຈົ້າເຮັດຜິດບ່ອນໃດ, ແກ່ນແທ້ຂອງບັນຫາ ແລະ ນິໄສທີ່ເຈົ້າເປີດເຜີຍອອກມາ; ຈົ່ງໄຕ່ຕອງສິ່ງເຫຼົ່ານີ້ ແລະ ຍອມຮັບມັນ, ຈາກນັ້ນຈົ່ງປະຕິບັດຕາມຄວາມຈິງ. ນີ້ແມ່ນທັດສະນະຂອງການກັບໃຈ. ອີກປະການໜຶ່ງ, ຖ້າວິທີການພິຈາລະນາບັນຫາຂອງເຈົ້າລ່ຽນໄຫຼກວ່າເກົ່າ ແລະ ເທັກນິກຂອງເຈົ້າສະຫຼາດ ແລະ ປົກປິດຫຼາຍຂຶ້ນ ແລະ ເຈົ້າມີຫຼາຍວິທີທີ່ຈະຈັດການກັບມັນ, ບັນຫາກໍບໍ່ຄ່ອຍງ່າຍຄືກັບການຫຼອກລວງ.​ ເຈົ້າກຳລັງໃຊ້ວິທີທີ່ລີ້ລັບ ແລະ ເຈົ້າມີຄວາມລັບທີ່ເຈົ້າຈະບໍ່ເປີດເຜີຍ ແລະ ສິ່ງທີ່ເຈົ້າກຳລັງເຮັດຢູ່ນັ້ນຊົ່ວຮ້າຍ. ພຣະເຈົ້າເບິ່ງວ່າເຈົ້າເປັນຄົນແຂງກະດ້າງ ແລະ ຊົ່ວຮ້າຍເກີນໄປ, ຜູ້ທີ່ຍອມຮັບຢ່າງຜິວເຜີນວ່າພວກເຂົາເຮັດຜິດ ແລະ ຍອມທີ່ຈະຖືກຈັດການ ແລະ ລິຮານ, ແຕ່ເປັນຜູ້ທີ່ບໍ່ມີທ່າທີທີ່ຈະກັບໃຈແມ່ນແຕ່ໜ້ອຍດຽວ. ນີ້ກໍຍ້ອນວ່າ ພາຍຫຼັງເຫດການ ຫຼື ໃນຂະນະທີ່ມັນກຳລັງເກີດຂຶ້ນ,​ ເຈົ້າບໍ່ປະຕິບັດຕາມຄວາມຈິງເລີຍ ແລະ ເຈົ້າກໍບໍ່ໄດ້ສະແຫວງຫາມັນອີກ. ທັດສະນະຂອງເຈົ້າແມ່ນໜຶ່ງໃນການໃຊ້ວິທີ, ເທັກນິກ ແລະ ປັດຊະຍາຂອງຊາຕານເພື່ອແກ້ໄຂ ຫຼື ຫຼີກເວັ້ນບັນຫາ, ຫໍ່ຫຸ້ມໃຫ້ລະອຽດເພື່ອບໍ່ໃຫ້ຄົນອື່ນສາມາດເຫັນຮ່ອງຮອຍຂອງບັນຫາໄດ້ ແລະ ບໍ່ສາມາດເຫັນຮອຍຫຍິບຂອງຫໍ່ນັ້ນໄດ້; ສຸດທ້າຍ, ເຈົ້າກໍຄິດວ່າເຈົ້າຂ້ອນຂ້າງສະຫຼາດ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າເບິ່ງເຫັນ ເຊິ່ງກົງກັນຂ້າມກັບການໄຕ່ຕອງ, ກັບໃຈ ແລະ ສາລະພາບບາບຂອງເຈົ້າຢ່າງແທ້ຈິງຕໍ່ໜ້າບັນຫາທີ່ເກີດຂຶ້ນກັບເຈົ້າ, ຈາກນັ້ນກໍສືບຕໍ່ສະແຫວງຫາຄວາມຈິງ ແລະ ປະຕິບັດຕາມຄວາມຈິງ. ທັດສະນະຂອງເຈົ້າບໍ່ແມ່ນໜຶ່ງໃນການສະແຫວງຫາຄວາມຈິງ ຫຼື ການປະຕິບັດຄວາມຈິາ ແລະ ບໍ່ແມ່ນໜຶ່ງໃນການຍອມຕໍ່ລິດທານຸພາບສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ, ແຕ່ແມ່ນໜຶ່ງໃນການໃຊ້ເທັກນິກ ແລະ ວິທີການຂອງຊາຕານເພື່ອແກ້ໄຂບັນຫາຂອງເຈົ້າ. ເຈົ້າເຮັດໃຫ້ຄົນອື່ນເຂົ້າໃຈຜິດ ແລະ ຕໍ່ຕ້ານການເປີດເຜີຍໂດຍພຣະເຈົ້າ ແລະ ເຈົ້າຕໍ່ສູ້ ແລະ ຕໍ່ຕ້ານກັບສະຖານະການທີ່ພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ເຈົ້າ. ນີ້ໝາຍຄວາມວ່າຫົວໃຈຂອງເຈົ້າປິດຫຼາຍກວ່າເກົ່າ. ຖ້າເຈົ້າປິດຕໍ່ພຣະເຈົ້າຫຼາຍຂຶ້ນ, ເຈົ້າຍັງສາມາດດຳລົງຊີວິດໃນແສງສະຫວ່າງທີ່ມີຄວາມສະຫງົບ ແລະ ຄວາມຜາສຸກໄດ້ບໍ? ບໍ່ໄດ້ອີກແລ້ວ, ເພາະວ່າເຈົ້າໄດ້ຫຼີກເວັ້ນຄວາມຈິງ ແລະ ຫຼີກເວັ້ນພຣະເຈົ້າ. ສະພາວະແບບນີ້ແຜ່ຫຼາຍໃນຜູ້ຄົນບໍ? “ເທື່ອນີ້ຂ້ານ້ອຍຖືກຈັດການ. ເທື່ອໜ້າ ຂ້ານ້ອຍຕ້ອງລະມັດລະວັງຫຼາຍຂຶ້ນ ແລະ ສະຫຼາດຫຼາຍຂຶ້ນ. ເປັນຄົນສະຫຼາດແມ່ນຮາກຖານຂອງຊີວິດ ແລະ ຜູ້ຄົນທີ່ບໍ່ສະຫຼາດແມ່ນຄົນໂງ່”. ຖ້າເຈົ້ານຳທາງ ແລະ ກະຕຸ້ນຕົນເອງແບບນັ້ນຢູ່ສະເໝີ, ເຈົ້າຈະໄປໃສມາໃສໄດ້ບໍ? ເຈົ້າຈະສາມາດໄດ້ຮັບຄວາມຈິງບໍ? ຖ້າມີບັນຫາໜຶ່ງເກີດຂຶ້ນກັບເຈົ້າ ແລະ ເຈົ້າສາມາດສະແຫວງຫາຄວາມຈິງ, ເຈົ້າກໍສາມາດເຂົ້າໃຈຄວາມຈິງດ້ານໜຶ່ງ ແລະ ໄດ້ຮັບຄວາມຈິງດ້ານນັ້ນ. ແມ່ນຫຍັງທີ່ສາມາດບັນລຸໄດ້ໃນການເຂົ້າໃຈຄວາມຈິງ? ເມື່ອເຈົ້າເຂົ້າໃຈດ້ານໜຶ່ງຂອງຄວາມຈິງ, ເຈົ້າເຂົ້າໃຈດ້ານໜຶ່ງຂອງຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າເຂົ້າໃຈວ່າ ເປັນຫຍັງພຣະເຈົ້າຈຶ່ງເຮັດສິ່ງນີ້ໃນຕົວເຈົ້າ,​ ເປັນຫຍັງພຣະອົງຈຶ່ງຮຽກຮ້ອງຈາກເຈົ້າເຊັ່ນນັ້ນ, ເປັນຫຍັງພຣະອົງຈຶ່ງຈັດຕຽມສະຖານະການເພື່ອຕິສອນ ແລະ ລົງວິໄນເຈົ້າເຊັ່ນນັ້ນ, ເປັນຫຍັງພຣະອົງຈຶ່ງໃຊ້ເລື່ອງນີ້ເພື່ອລົງວິໄນເຈົ້າ, ເປັນຫຍັງເຈົ້າຈຶ່ງລົ້ມລົງ, ລົ້ມເຫຼວ ແລະ ຖືກເປີດໂປງໃນເລື່ອງນີ້. ຖ້າເຈົ້າສາມາດເຂົ້າໃຈສິ່ງເຫຼົ່ານີ້ໄດ້, ເຈົ້າກໍຈະສາມາດສະແຫວງຫາຄວາມຈິງ ແລະ ບັນລຸການເຂົ້າສູ່ຊີວິດໄດ້. ຖ້າເຈົ້າບໍ່ສາມາດເຂົ້າໃຈສິ່ງເຫຼົ່ານີ້ໄດ້ ແລະ ບໍ່ຍອມຮັບຄວາມເປັນຈິງເຫຼົ່ານີ້, ແຕ່ກັບຢີນຢັນໃນການຄັດຄ້ານ ແລະ ຕໍ່ຕ້ານ, ໃນການໃຊ້ເຕັກນິກຂອງເຈົ້າເອງເພື່ອປົກປິດຕົວເຈົ້າ, ໃນການຜະເຊີນໜ້າກັບທຸກຄົນ ແລະ ຜະເຊີນໜ້າກັບພຣະເຈົ້າດ້ວຍໂສມໜ້າຈອມປອມ, ແລ້ວເຈົ້າກໍຈະບໍ່ສາມາດໄດ້ຮັບຄວາມຈິງຕະຫຼອດໄປ.

ແມ່ນຫຍັງຄືບັນຫາເມື່ອເຈົ້າເຫັນຢ່າງຊັດເຈນວ່າຄົນໃດໜຶ່ງມີບັນຫາ, ແຕ່ບໍ່ບອກພວກເຂົາຢ່າງກົງໄປກົງມາເພື່ອຫຼີກເວັ້ນຈາກການຜະເຊີນໜ້າ ແລະ ເຈົ້າເຖິງກັບຫາຂໍ້ອ້າງໂດຍເວົ້າວ່າ “ວຸດທິພາວະຂອງຂ້ອຍມີໜ້ອຍໃນຕອນນີ້ ແລະ ຂ້ອຍບໍ່ເຂົ້າໃຈບັນຫາຂອງເຈົ້າຢ່າງລະອຽດ. ເມື່ອຂ້ອຍເຂົ້າໃຈ, ຂ້ອຍຈະບອກເຈົ້າ”? ສິ່ງນີ້ກ່ຽວຂ້ອງກັບປັດຊະຍາສຳລັບການດຳລົງຊີວິດ. ສິ່ງນີ້ບໍ່ແມ່ນການພະຍາຍາມລໍ້ໍລວງຄົນອື່ນບໍ? ເຈົ້າຄວນເວົ້າໃຫ້ຫຼາຍເມື່ອເຈົ້າສາມາດເຫັນໄດ້ຢ່າງຊັດເຈນ; ແລະ ຖ້າບາງສິ່ງບໍ່ປາກົດແຈ້ງກັບເຈົ້າ, ໃຫ້ເວົ້າແບບນັ້ນ. ນີ້ຄືການເວົ້າສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ. ຖ້າເຈົ້າມີຄວາມຄິດໃດໜຶ່ງ ແລະ ສິ່ງໃດໜຶ່ງຊັດເຈນກັບເຈົ້າ, ແຕ່ເຈົ້າຢ້ານທີ່ຈະເຮັດຜິດໃຈຜູ້ຄົນ, ຢ້ານທີ່ຈະທຳຮ້າຍຄວາມຮູ້ສຶກຂອງພວກເຂົາ ແລະ ດ້ວຍເຫດນັ້ນຈຶ່ງເລືອກທີ່ຈະບໍ່ເວົ້າຫຍັງ, ແລ້ວນີ້ຄືການດຳລົງຊີວິດຕາມປັດຊະຍາທາງໂລກ.

ຖ້າຜູ້ຄົນຕ້ອງການແກ້ໄຂຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າ ແລ້ວໃນດ້ານໜຶ່ງ ພວກເຂົາກໍຕ້ອງຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ, ໄຈ້ແຍກ ແລະ ຮູ້ຈັກຄວາມຜິດພາດທີ່ພວກເຂົາໄດ້ເຮັດ, ທາງອ້ອມທີ່ພວກເຂົາໄດ້ຍ່າງ ພ້ອມທັງການຝ່າຝືນ ແລະ ຄວາມລະເລີຍຂອງພວກເຂົາ. ມີພຽງແຕ່ວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດເຫັນທໍາມະຊາດຂອງພວກເຂົາເອງໄດ້ຢ່າງຊັດເຈນ ແລະ ໄດ້ຮັບຄວາມຮູ້ກ່ຽວກັບມັນ. ນອກຈາກນີ້, ພວກເຂົາຕ້ອງເຫັນໃຫ້ຊັດເຈນວ່າເປັນຫຍັງພວກເຂົາຈຶ່ງຍ່າງໃນເສັ້ນທາງທີ່ຜິດ ແລະ ເຮັດຫຼາຍສິ່ງທີ່ລະເມີດຫຼັກການຄວາມຈິງ ແລະ ລັກສະນະຂອງການກະທໍາເຫຼົ່ານີ້ແມ່ນຫຍັງ. ຍິ່ງໄປກວ່ານັ້ນ, ພວກເຂົາຕ້ອງເຂົ້າໃຈວ່າ ເຈດຕະນາຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະອົງສຳລັບພວກເຂົາແມ່ນຫຍັງແທ້, ເປັນຫຍັງພວກເຂົາຈຶ່ງບໍ່ເຄີຍສາມາດປະຕິບັດຕາມຂໍ້ກຳນົດຂອງພຣະເຈົ້າໄດ້ ແລະ ເປັນຫຍັງພວກເຂົາຈຶ່ງເຮັດຂັດກັບເຈດຕະນາຂອງພຣະອົງ ແລະ ເຮັດຕາມໃຈຕົນເອງສະເໝີ.

ໃນເມື່ອເຈົ້າມີການຝ່າຝືນເຫຼົ່ານີ້ ເຈົ້າຕ້ອງຊັດເຈນໃນໃຈຂອງເຈົ້າວ່າທັດສະນະຄະຕິແບບໃດທີ່ເຈົ້າຄວນມີໃນຕອນນີ້, ສິ່ງໃດທີ່ເຈົ້າຄວນຊີ້ແຈງຕໍ່ໜ້າພຣະເຈົ້າ ແລະ ສິ່ງໃດທີ່ພຣະອົງຢາກເຫັນ. ເຈົ້າຕ້ອງຄົ້ນຫາສິ່ງເຫຼົ່ານີ້ໃຫ້ຊັດເຈນຜ່ານການອະທິຖານ ແລະ ການສະແຫວງຫາ ແລ້ວເຈົ້າຈຶ່ງຈະຮູ້ວ່າເຈົ້າຄວນໄລ່ຕາມແນວໃດໃນອະນາຄົດ ແລະ ຈະບໍ່ໄດ້ຮັບອິດທິພົນ ຫຼື ຖືກຜູກມັດໂດຍຄວາມຜິດພາດທີ່ເຈົ້າໄດ້ເຮັດໃນອະດີດອີກຕໍ່ໄປ. ເຈົ້າຕ້ອງຍ່າງໃນເສັ້ນທາງຂ້າງໜ້າ ແລະ ປະຕິບັດໜ້າທີ່ຂອງຕົນຕາມທີ່ເຈົ້າຄວນເຮັດ ແລະ ບໍ່ປ່ອຍໃຫ້ຕົວເອງໝົດຫວັງອີກຕໍ່ໄປ ເຈົ້າຕ້ອງຫຼຸດພົ້ນຈາກຄວາມຄິດລົບ ແລະ ຄວາມເຂົ້າໃຈຜິດຢ່າງສິ້ນເຊີງ. ໃນດ້ານໜຶ່ງ, ການປະຕິບັດໜ້າທີ່ຂອງເຈົ້າໃນຕອນນີ້ຄືການຊົດເຊີຍການຝ່າຝືນ ແລະ ຄວາມລະເລີຍຂອງເຈົ້າໃນອະດີດ; ນີ້ຄືວິທີການແບບລົບ ແລະ ບໍ່ເປັນທີ່ປາຖະໜາປານໃດ ແຕ່ຢ່າງໜ້ອຍທີ່ສຸດນີ້ຄືແນວຄິດທີ່ເຈົ້າຄວນມີ. ໃນອີກດ້ານໜຶ່ງ, ເຈົ້າຕ້ອງຮ່ວມມືຢ່າງຫ້າວຫັນ ແລະ ຢ່າງຕັ້ງໜ້າ, ເຮັດສຸດຄວາມສາມາດເພື່ອປະຕິບັດໜ້າທີ່ທີ່ເຈົ້າຄວນປະຕິບັດໃຫ້ດີ ແລະ ເພື່ອປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າໃຫ້ສຳເລັດ. ນີ້ຄືສິ່ງທີ່ສິ່ງຖືກສ້າງຄວນເຮັດ. ບໍ່ວ່າເຈົ້າຈະມີແນວຄິດກ່ຽວກັບພຣະເຈົ້າ ຫຼື ເຈົ້າເປີດເຜີຍຄວາມເສື່ອມຊາມ ຫຼື ເຈົ້າລ່ວງເກີນອຸປະນິໄສຂອງພຣະອົງ, ເຈົ້າຕ້ອງແກ້ໄຂສິ່ງທັງໝົດນີ້ໂດຍການສຳຫຼວດຕົນເອງ ແລະ ການສະແຫວງຫາຄວາມຈິງ. ເຈົ້າຕ້ອງຮຽນຮູ້ຈາກຄວາມລົ້ມເຫຼວຂອງເຈົ້າ ແລະ ຫຼຸດພົ້ນອອກຈາກເງົາຂອງຄວາມເປັນລົບຢ່າງສິ້ນເຊີງ. ເມື່ອເຈົ້າເຂົ້າໃຈຄວາມຈິງ ແລະ ເປັນອິດສະຫຼະ, ບໍ່ຖືກຜູກມັດໂດຍບຸກຄົນ, ເຫດການ ຫຼື ສິ່ງຂອງໃດໆອີກຕໍ່ໄປ, ແລ້ວເຈົ້າກໍຈະມີຄວາມເຊື່ອທີ່ຈະຍ່າງໃນເສັ້ນທາງຂ້າງໜ້າ. ຫຼັງຈາກທີ່ເຈົ້າມີສິ່ງທີ່ໄດ້ຮັບ ແລະ ຄວາມຄືບໜ້າບາງຢ່າງ ໃນຊີວິດ ແລະ ບໍ່ມີແນວຄິດກ່ຽວກັບພຣະເຈົ້າອີກຕໍ່ໄປ, ເຈົ້າກໍຈະຄ່ອຍໆກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ.

ກ່ອນນີ້: ກ່ຽວກັບການປະສານງານຢ່າງສະໝານສັນ

ຕໍ່ໄປ: ການປະຕິບັດໜ້າທີ່ໆຖືກຕ້ອງຈຳເປັນຕ້ອງມີການຮ່ວມມືຢ່າງສາມັກຄີ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້